ເປັນບົດສຳເລັດການລົງຝຶກງານທີ່ພວກຂ້າພະເຈົ້າ ໄດ້ປະຕິບັດໜ້າທີ່ຕາມຂອງການຮຽນ-ການສອນ. ການລົງຝືກງານ ແມ່ນ ເປັນວຽກງານໜື່ງທີ່ສຳຄັນສຳລັບນັກສຶກສາທີ່ຈະຕ້ອງໄດ້ປະຕິບັດຕາມຫຼັກສູດການຮຽນການສອນເພື່ອສ້າງໃຫ້ນັກສຶກສາມີປະສົບການ, ມີຄວາມກ້າຫານ, ມີຄວາມຮູ້, ຄວາມສາມາດເຂົ້າໃນດ້ານຕ່າງໆໂດຍສະເພາະແມ່ນການປະຕິບັດວຽກງານຄຸ້ມຄອງຄວາມປອດໄພທາງລັງສີລະຫວາງວິຊາການ ກັບ ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ຄຸນສົມບັດທີ່ເໝາະສົມທີ່ຈະເຮັດວຽກງານຕ່າງໆເພື່ອຮັບໃຊ້ສັງຄົມ.