ດັ່ງທີ່ຮູ້ກັນດີແລ້ວວ່າໃນປະຈຸບັນນີ້ ລັງສີ ຫຼື ກຳມັນຕະພາບລັງສີ ເປັນສ່ວນໜື່ງຂອງໂລກ ແລະ ຢູ່ກັບໂລກເຮົາຕະຫຼອດມາ ວັດຖຸທີ່ມີກຳມັນຕະລັງສີທີ່ເກີດຂື້ນຕາມທຳມະຊາດ ມີຢູ່ຕາມເປືອກໂລກ ຕາມພື້ນດີນ, ຕາມຝາຂອງເຮືອນ, ໂຮງຮຽນ ແລະ ຕາມບ່ອນເຮັດວຽກ ໃນອາຫານທີ່ເຮົາຮັບປະທານ ແລະ ໃນນ້ຳທີ່ເຮົາດື່ມ ກໍ່ມີກາສ໊ກຳມັນຕະພາບລັງສີຢູ່ ໃນອາກາດທີ່ເຮົາຫາຍໃຈ ພາຍໃນຮ່າງກາຍ ຕາມກ້າມເນື້ອ, ກະດູກ ແລະ ຈຸລັງ ລ້ວນແຕ່ມີທາດທີ່ມີກຳມັນຕະພາບລັງສີຕາມທຳມະຊາດປະກອບຢູ່. ແຕ່ເຮົາບໍ່ສາມາດຮູ້ສືກໄດ້ແລະເຫັນດ້ວຍຕາເປົ່າ ວ່າລັງສີເປັນຮູບຮ່າງ ຫຼື ມີຕົວຕົນແນວໃດ ດ້ວຍເຫດນີ້ເອງ ນັກວິທະຍາສາດຈື່ງໄດ້ຄິດຄົ້ນສ້າງເຄື່ອງມືເພື່ອກວດສອບ ແລະ ບັນທືກລັງສີຂື້ນ ເພື່ອການປະຕິບັດວຽກງານທາງລັງສີ ຈຳເປັນຕ້ອງມີເຄື່ອງກວດສອດລັງສີ.