SlideShare a Scribd company logo
1 of 28
Download to read offline
ຄູ່ມື
ສ້າງຕັ້ງທະນາຄານຂີ້ເຫຍື້ອ
Solid Waste Bank

ທະ

ນາ

ໂລຫ
ະ
ອະໂ
ລຫະ

ຄາ

ນຂ

ີ້ເຫຍ

ື້ອ W

ast

eB

an

k

ປຼາສ

ຂີ້ເຫຍື້ອ ຍັງສາມາດເປັນເສດຖະກິດໄດ້
Solid Waste Economy

ະຕິກ
ເຈັ້ຍ
ແກ້ວ

(ສະບັບປັບປຸງ ປີ 2013)

ມາໃຊ້ປິ່ນໂຕ
ກັນເທາະ

ທະນາຄານຂີ້ເຫຍື້ອ
ຄູ່ມື

ທະນາຄານຂີ້ເຫຍື້ອ ເພື່ອຫັນເປັນເສດຖະກິດ

	
ປຶ້ມຄູ່ມືທະນາຄານຂີ້ເຫຍື້ອ ເພື່ອຫັນເປັນເສດຖະກິດສະບັບນີ້ ແມ່ນຜົນຂອງການປັບປຸງເນື້ອ
ໃນຂອງປື້ມຄູ່ມື້ສະບັບທຳອິດທີ່ຮ່ວມມື້ກັນພັດທະນາຂຶ້ນລະຫວ່າງ ກົມສົ່ງເສີມຄຸນນະພາບສິ່ງແວດ
ລ້ອມ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປລາວ ແລະ ຣາຊະອາ
ນາຈັກໄທ.
	
ປຶ້ມຄູ່ມືສະບັບນີ້ ໄດ້ສະໜອງເຕັກນິກວິຊາການ, ວິທີການ ແລະ ມາດຕະການ ໃນການຫັນ
ຂີ້ເຫຍື້ອໃຫ້ເປັນເສດຖະກິດ ໂດຍແນໃສ່ສົ່ງເສີມນະໂຍບາຍການຫຼຸດຜ່ອນຂີ້ເຫຍື້ອໄປສູ່ສັງຄົມປັດສະ
ຈາກຂີ້ເຫຍື້ອ ເພື່ອສ້າງ ສປປລາວ ຂຽວສະອາດງາມຕາ.
	
ທະນາຄານຂີ້ເຫຍື້ອ ແມ່ນເປັນວິທີການ ແລະ ມາດຕະການທີ່ດີເລີດໃນການຫັນຂີ້ເຫຍື້ອເປັນ
ເສດຖະກິດທີ່ນຳໄປໝູນໃຊ້ ແລະ ປະສົບຜົນສຳເລີດໃນຫຼາຍປະເທດໃນໂລກ, ໃນອາຊຽນ ໂດຍສະ
ເພາະປະເທດໄທ ຊື່ງໄດ້ຮັບຄວາມສົນໃຈ ແລະ ນຳໃຊ້ຢ່າງແຜ່ຫຼາຍ ທັງໃນພາກລັດ ແລະ ເອກະຊົນ
ທັງພາກສະຖາບັນການສຶກສາ ໃນການຮຽນການສອນ ແລະ ສ້າງຈິດສຳນຶກ ໃຫ້ແກ່ມວນຊົນໃນທົ່ວ
ສັງຄົມ.
	
ສຳລັບຢູ່ ສປປລາວ ຂອງພວກເຮົາ ຍ້ອນເຫັນໄດ້ຄວາມສຳຄັນ, ກົມສົ່ງເສີມຄຸນນະພາບ
ສິ່ງແວດລ້ອມ ໄດ້ດຳເນີນການປັບປຸງ ແລະ ຮຽບຮຽງ ໃຫ້ສອດຄອງກັບສະພາບຄວາມເປັນຈິງ, ມີເນື້ອ
ໃນທີ່ຄົບຖ້ວນເໝາະສົມ ແລະ ເຂົ້າໃຈງ່າຍ ທີ່ສາມາດນຳໄປໃຊ້ໃນທຸກລະດັບນັບແຕ່ຂັ້ນສູນກາງ ແລະ
ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ.
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ

ສາລະບານ

2	
4	
6	
8	
12	
14	
16	
18	
22	
24	

ທ່ານຮູ້ບໍ່ວ່າ ຂີ້ເຫຍື້ອກຳລັງລົ້ນເມືອງ!
ຮູ້ບໍ່ວ່າ ຂີ້ເຫຍື້ອມາຈາກໃສ?
ຈົ່ງພ້ອມກັນຫຼຸດຜ່ອນປະລິມານຂີ້ເຫຍື້ອກັນເຖາະ!
ພວກເຮົາສາມາດແຍກຂີ້ເຫຍື້ອ ໃຫ້ເປັນເສດຖະກິດສິ່ງເສດເຫຼືອ
ທະນາຄານຂີ້ເຫຍື້ອ ແມ່ນທາງເລືອກທີ່ດີເລີດສຳລັບສ້າງເສດຖະກິດ
ທະນາຄານຂີ້ເຫຍື້ອຄວນມີຄະນະຮັບຜິດຊອບຄືແນວໃດ?
ການເປີດທະນາຄານຂີ້ເຫຍື້ອ ຄວນກະກຽມວຽກງານຕົ້ນຕໍໃດແດ່?
ການຮັບຝາກຂີ້ເຫຍື້ອໃນທະນາຄານ ຄວນດຳເນີນຕາມຂັ້ນຕອນໃດແດ່?
ການສະຫຼຸບບັນຊີຮັບຝາກຂີ້ເຫຍື້ອ ໃນແຕ່ລະໄລຍະ
ຂະບວນການສົ່ງເສີມ ແລະ ສ້າງແຮງຈູງໃຈຕ່າງໆ
ທ່ານຮູ້ບໍ່ວ່າ ຂີ້ເຫຍື້ອກຳລັງລົ້ນເມືອງ!
	
ໃນປະຈຸບັນ ປະລິມານຂີ້ເຫຍື້ອ ຢູ່ສປປ ລາວ ນັບມື້ນັບເພີ້ມຂື້ນກາຍເປັນບັນຫາສິ່ງແວດລ້ອມ
ຕົວເມືອງ ທີ່ພົ້ນເດັ່ນ ໂດຍສະເພາະໃນບັນດາຕົວເມືອງທີ່ໃຫຍ໋ ເປັນຕົ້ນ 9 ຕົວເມືອງຂອງນະຄອນຫຼວງ
ວຽງຈັນ, ເມືອງໄກສອນ ແຂວງ ສະຫວັນນະເຂດ, ເມືອງທ່າແຂກ ແຂວງ ຄຳມ່ວນ, ເມືອງຫຼວງພະບາງ
ແຂວງ ຫຼວງພະບາງ, ເມືອງປາກເຊ ແຂວງ ຈຳປາສັກ, ແລະ ຕົວເມືອງອັນດັບສອງອື່ນໆ. ການເພີ້ມ
ຂຶ້ນຂອງຂີ້ເຫຍື້ອ ແມ່ນຕິດພັນໂດຍກົງກັບການເພີ້ມຂຶ້ນຢ່າງໄວວາປະຊາກອນ ແລະ ການເຂົ້າເຖິງ
ການຊົມໃຊ້ປະຈຳວັນກໍ່ເພີ້ມຂຶ້ນເຊັ່ນກັນ
ອັນເຮັດໃຫ້ການຜະລິດຂີ້ເຫຍື້ອສະເລ່ຍໃນແຕ່ລະວັນໄດ້
ເພີ້ມຂຶ້ນຈາກ 0,65 ກິໂລກຼາມ/ຄົນ/ວັນໃນປີ 2000 ມາເປັນ 0,69 ກິໂລກຼາມ/ຄົນ/ວັນ ໃນປະຈຸບັນ.
ສະຫຼຸບແລ້ວອັດຕາສ່ວນນການເພີ້ມຂື້ນຂອງຂີ້ເຫຍື້ອ ແມ່ນສະເລ່ຍ 7,5%/ປີ. ຂີ້ເຫຍື້ອເຫຼົ່ານີ້ມີສ່ວນ
ປະກອບເປັນວັດຖຸອົງຄະທາດ, ຖົງຢາງ, ເຈັ້ຍ, ແກ້ວ, ກະປ໋ອງ ແລະ ໂລຫະອື່ນໆ . ສິ່ງເສດເຫຼືອທີ່ເປັນ
ອັນຕະລາຍເຊັ່ນ ໝໍໄຟ, ກະປອງສີ, ກະປອງສະເປ, ກະຕຸກນ້ຳຢາເຄມີ, ສິ່ງເສດເຫຼືອຈາກສະຖານ
ທີ່ບໍລິການສາທາລະນະສຸກ ແລະ ສິ່ງອັນຕະລາຍອື່ນໆ ແມ່ນຖີ້ມປະປົນກັບສິ່ງເສດເຫຼືອທົ່ວໄປ ໂດຍ
ບໍ່ມີການຂັດແຍກອອກຕ່າງຫາກ. ຕົວຢ່າງຢູ່ນະຄອນຫຼວງວຽງຈັນໄດ້ຜະລິດຂີ້ເຫຍື້ອປະມານ 320
ໂຕນ/ວັນ (116.800ໂຕນ/ປີ) ຊຶ່ງໃນນັ້ນສາມາດເກັບມ້ຽນ ແລະ ກຳຈັດຖືກຕ້ອງຕາມຫຼັກວິຊາການໄດ້
ປະມານ 180-200 ໂຕນ/ວັນ ເທົ່າກັບ 62,5% ສ່ວນທີ່ເຫຼືອແມ່ນປະຊາຊົນໄດ້ກຳຈັດດ້ວຍຕົນເອງຄື:
ຈູດ, ຝັງ ຕາມຄຸ້ມບ້ານ ຫຼື ບໍ່ດັ່ງນັ້ນກໍ່ເອົາໄປຖີ້ມຕາມເຂດຊານເມືອງ ຊຶ່ງເປັນວິທີການກຳຈັດທີ່ບໍ່ຖືກ
ຕ້ອງຕາມຫຼັກວິຊາການ.
ໂດຍລວມແລ້ວຂີ້ເຫຍື້ອທີ່ຜະລິດໃນແຕ່ລະວັນໄດ້ຖືກແຍກນຳມາໃຊ້ຄືນ
ໃຫມ່ເປັນແຫຼ່ງລາຍຮັບຂອງປະຊາຊົນປະມານ 15-22% ໃນຄະນະທີ່ຂີ້ເຫຍື້ອທີ່ສາມາດເປັນເສດຖະ
ກິດໄດ້ສ່ວນໃຫຍ່ ປະມານ 78-85% ຖືກຖີ້ມໄປໂດຍບໍ່ຮູ້ມູນຄ່າໃນແຕ່ລະວັນ. ທັງໝົດນີ້ເປັນສາເຫດ
ຫຼັກເຮັດໃຫ້ຂີ້ເຫຍື້ອລົ້ນເມືອງ. (ແຫຼ່ງຂໍມູນແມ່ນມາຈາກ ອົງການ ບໍລິຫານ ແລະ ພັດທະນາຕົວເມືອງ
(ອພບ)

ຂີ້ເຫຍື້ອທີ່ສົ່ງຜົນກະທົບຕໍ່ຄົນເຮົາ ແລະ ສິ່ງແວດລ້ອມ
ເປັນບ່ອນແຜ່ພັນຂອງສັດ ຈຳພວກ ໜູ
ແລະ ແມງວັນ ເຊິ່ງເປັນພາຫະນຳໂລກ
ຕິດຕໍ່ເຊັ່ນ:ອະຫິວາ, ບາດພະຍັກ ແລະ
ໂລກທາງເດີນຫາຍໃຈ.

ຍ
ະລາ
ັນຕ
ດອ
ົ້າ
ເຂ
ເຂ
ຫ້າມ

ນໍ້ າ ເ ປື້ ອ ນ ຈ າ ກ ກ ອ ງ ຂີ້ ເ ຫ ຍື້ ອ ທີ່ ເ ຈື ອ ປົ
ນເຊື້ອພະຍາດຕ່າງໆ
ເມື່ອຖືກນໍ້າຝົນ
ເຊາະລ້າງ ກໍ່ຈະໄຫຼປົນເປື້ອນລົງສູ່ແຫຼ່ງນໍ້າ
ຫຼື ຮ່ອງນໍ້າ ເຮັດໃຫ້ເກີດມົນລະພິດທາງນໍ້າ.
ຂີ້ເຫຍື້ອຕ້ອງໃຊ້ເວລາໃນການຍ່ອຍສະຫຼາຍ
	
ຂີ້ ເ ຫຍື້ ອ ແຕ່ ລ ະຊະນິ ດ ຖ້ າ ເຮົ າ ປ່ ອ ຍໃຫ້ ມັ ນ ຍ່ ອ ຍສະຫຼ າ ຍເອງຕາມທຳມະຊາດຈະຕ້ ອ ງໃຊ້
ເວລາແຕກຕ່າງກັນ ສະແດງໃຫ້ເຫັນໃນຕາຕະລາງລຸ່ມນີ້:
ຊະນິດຂີ້ເຫຍື້ອ

ໄລຍະເວລາ

ເຈ້ຍເສດ

2-5 ເດືອນ

ເປືອກໝາກກ້ຽງ

6 ເດືອນ

ຖ້ວຍເຈ້ຍເຄືອບ

5 ປີ

ກົ້ນຢາສູບ

12 ປີ

ເກີບໜັງ

25-40 ປີ

ກະປ໋ອງອະລຸຍມີນຽມ

80-100 ປີ

ຖົງຢາງປຼາສະຕິກ

450 ປີ

ຜ້າອ້ອມສຳເລັດຮູບ

500 ປີ

ກ່ອງໂຟມ, ຟອງສະໂນກັນແຕກ ໃຊ້ເວລາຍາວນານທີ່ສຸດໃນການຍ່ອຍສະຫຼາຍ

ຄວາມສະອາດ ແມ່ນມາລະຍາດ ຂອງຄົນສີວິໄລ
ອາກາດເປັນພິດ ຈາກກິ່ນເໝັນ ແລະ
ການຈູດຂີ້ເຫຍື້ອເຮັດໃຫ້ເກີດຄວັນ ກໍ່ໃຫ້
ເກີດມົນລະພິດທາງອາກາດ.

ຂີ້ເຫຍື້ອ ຕັນທໍ່ລະບາຍນໍ້າເປັນສາເຫດໜຶ່ງຂອງ
ບັນຫານໍ້າຖ້ວມ.

ຂີ້ເຫຍື້ອ
ອາດກໍ່ໃຫ້ເກີດໄຟໄໝ້ເພາະ
ຂີ້ ເ ຫຍື້ ອ ແຫ້ ງ ບາງຊະນິ ດ ເປັ ນ ເຊື້ ອ ເພີ ງ
ໄດ້ດີ ເຊັ່ນ: ເຈ້ຍເສດ
ຮູ້ບໍ່ວ່າ ຂີ້ເຫຍື້ອມາຈາກໃສ?
ຂີ້ເຫຍື້ອ ແມ່ນສິ່ງເສດເຫຼືອຈາກການໃຊ້ສອຍກິດຈະກຳຕ່າງໆ ໃນຊີ
ວິດປະຈຳວັນ ແລະ ໃນວຽກງານຕ່າງໆ ດ້ານເສດຖະກິດ-ສັງຄົມ ຂອງ
ສ່ວນຕົວ, ຄອບຄົວ, ຊຸມຊົນ, ຕົວເມືອງ. ຖ້າພວກເຮົາຫາກບໍ່ໃຊ້ສອຍ
ຢ່າງຟຸມເຟື້ອຍ ແລະ ນຳໃຊ້ສິ່ງງຂອງເຫຼົ່ານີ້ຢ່າງຄຸ້ມຄ່າທີ່ສຸດ ຫຼື ຮູ້ຈັກ
ໝູນໃຊ້ດັດແປງໃຫ້ເກີດປະໂຫຍດໃໝ່ ກໍຈະຊ່ວຍໃຫ້ຂີ້ເຫຍື້ອໜ້ອຍລົງ

ໃນຖັງຂີ້ເຫຍື້ອຢູ່ເຮືອນຂອງເຮົາມີຫຍັງແດ່?
ຄົນນະຄອນຫຼວງວຽງຈັນ ຖິ້ມຂີ້ເຫຍື້ອສະເລ່ຍຕໍ່ຄົນປະມານ
ຂີ້ເຫຍື້ອໃນເຮືອນໃນແຕ່ລະວັນມີດັ່ງນີ້

0.69

ກິໂລກຼາມ/ວັນ.

ອາຫານ 39%
ໄມ້ ແລະ ຫຍ້າ 30%
ແກ້ວ 2%

ຜ້າແພ 4%
ເຈ້ຍ 6%

ໜັງ ແລະ ຢາງ 1%

ອື່ນໆ 5%
ປຼາສຕິກ ແລະ ໂຟມ
8%
ໂລຫະ 1%
ຫີນເຊລະມິກ,ເປືອກຫອຍ,
ກະດູກ 4%
ປະເພດຂອງຂີ້ເຫຍື້ອ
ຂີ້ເຫຍື້ອແບ່ງອອກເປັນ 4 ປະເພດບົນພື້ນຖານການຍ່ອຍສະຫຼາຍຄື:
ຂີ້ເຫຍື້ອຍ່ອຍສະຫຼາຍໄດ້ ເຊັ່ນ: ເສດອາຫານ,
ເສດພືດ, ເສດໝາກໄມ້ ແລະ ຂີ້ເຫຍື້ອປຽກອື່ນໆ
ສາມາດນໍາໄປໝັກເຮັດຝຸ່ນບົ່ມໄດ້.

ຂີ້ ເ ຫຍື້ ອ ທີ່ ສ າມາດນຳໄປໝູ ນ ໃຊ້ ຄື ນ
ໃໝ່ໄດ້(3R) ເຊັ່ນ: ແກ້ວ, ເຈ້ຍ, ປຼາສຕິກ,
ໂລຫະ/ອະໂລຫະ ອື່ນໆ.
ຂີ້ເຫຍື້ອທົ່ວໄປ ເປັນຂີ້ເຫຍື້ອທີ່ຍ່ອຍສະຫຼາຍ
ບໍ່ໄດ້ ແລະ ບໍ່ສາມາດນຳໄປຜະລິດຄືນໃໝ່ໄດ້
ເຊັ່ນ: ຊອງໝີ່ສຳເລັດຮູບ, ເສດຫີນ, ເສດປູນ
ແລະ ອື່ນໆ.
ຂີ້ເຫຍື້ອຍ່ອຍສະຫຼາຍໄດ້ 46%
ຂີ້ເຫຍື້ອທີ່
ຜະລິດຄືນ
ໃໝ່ໄດ້
42%

ຂີ້ເຫຍື້ອອັນຕະລາຍ ເຊັ່ນ: ກະປ໋ອງ
ຢາຂ້າແມງໄມ້, ຫຼອດໄຟ, ຖ່ານໄຟ
ສາຍ, ຂີ້ເຫຍື້ອຈາກໂຮງໝໍ ແລະ
ຂີ້ເຫຍື້ອທົ່ໄປ 9%
ອື່ນໆ. ຂີ້ເຫຍື້ອເຫຼົ່ານີ້ຕ້ອງເກັບຮັກ
ສາ ແລະ ກຳຈັດຢ່າງຖືກວິທີ.
ຂີ້ເຫຍື້ອອັນຕະລາຍ 3%

ສິ່ງຫຸ້ມຫໍ່
	
ປະຈຸບັນ ຂີ້ເຫຍື້ອສ່ວນໃຫຍ່ທີ່ຄົນເຮົາຖິ້ມ ມັກຈະເປັນສິ່ງ
ຫຸ້ມຫໍ່ ທີ່ໃຊ້ບັນຈຸອາຫານ ແລະ ສິນຄ້າ ເຊັ່ນ: ຖົງຢາງປາສຕິກ, ກ່ອງ
ເຈ້ຍ, ແກ້ວ ແລະ ກະຕຸກ ເປັນຕົ້ນ ຊຶ່ງມີທັງຂີ້ເຫຍື້ອທົ່ວໄປທີ່ຍ່ອຍ
ສະລາຍບໍ່ໄດ້ ແລະ ຂີ້ເຫຍື້ອທີ່ສາມາດນຳໄປຜະລິດໃໝ່ໄດ້.
	
ໂດຍທົ່ວໄປສິ່ງຫຸ້ມຫໍ່ ຫຼື ສິ່ງບັນຈຸ ສ້າງຂຶ້ນເພື່ອປ້ອງກັນ ແລະ
ເກັບຮັກສາສິນຄ້າ ແຕ່ດຽວນີ້ ສິ່ງຫຸ້ມຫໍ່ ມີໜ້າທີ່ເຮັດໃຫ້ສິນຄ້າງາມ
ໜ້າສົນໃຈ ສ້າງແຮງດຶງດູດໃຫ້ຄົນເຮົາຢາກຊື້ ເຮັດໃຫ້ມີຫຸ້ມຫໍ່ເກີນ
ຄວາມຈຳເປັນ ແລະ ກາຍເປັນຂີ້ເຫຍື້ອເພີ່ມຂືຶ້ນ.
ຈົ່ງພ້ອມກັນຫຼຸດຜ່ອນປະລິມານຂີ້ເຫຍື້ອ
ກັນເຖາະ!

ເຮົາສາມາດຊ່ວຍກັນຫຼດຜ່ອນປະລິມານຂີເຫຍືອດ້ວຍຫຼກການ ງ່າຍໆ 3 R ຄື:
ຸ
້
້
ັ
ການຫຼຸດຜ່ອນການນຳໃຊ້ (Reduce), ການນໍາມາໃຊ້ຄືນໃໝ່ (Reuse)
ແລະ ການນຳໄປຜະລິດຄືນໃໝ່ (Recycle)
ນຳໃຊ້ປິ່ນໂຕ
ກັນດີກວ່າ

ການຫຼຸດຜ່ອນການນຳໃຊ້
(Reduce)
ເປັນການປ້ອງກັນບໍ່ໃຫ້ມີຂີ້ເຫຍື້ອໃໝ່ເພີ່ມຂຶ້ນ ເຊັ່ນ:
•	 ການນໍາໃຊ້ພາສະນະເຊັ່ນ: ກະຕ່າ, ປິ່ນໂຕ ແລະ
ອື່ນໆ ໃສ່ອາຫານ ຫຼື ສິ່ງຂອງຕ່າງໆແທນການໃຊ້ຖົງ
ຢາງປຼາສະຕິກ ຫຼື ໂຟມຊຶ່ງກຳຈັດຍາກ.
•	
ເລືອກໃຊ້ສິນຄ້າທີ່ມີຄຸນນະພາບ ເຊັ່ນ: ມີສິ່ງ
ຫຸ້ມຫໍ່ ຫຼື ສິ່ງບັນຈຸນ້ອຍ ແລະ ອາຍຸການໃຊ້ງານ
ຍາວນານ.
•	
ໃຊ້ສິນຄ້າຊະນິດເຕີມ ເຊັ່ນ: ສະບູຝຸ່ນ, ນໍ້າຢາ
ລ້າງຈານ, ນໍ້າຢາທຳຄວາມສະອາດ, ຖ່ານໄຟສາຍ
ຊະນິດສາກໄດ້ ເປັນຕົ້ນ.
ການນຳໄປຜະລິດຄືນໃໝ່
(Recycle)
ເປັ ນ ຂະບວນການນຳເອົ າ
ວັດສະດຸທີ່ໃຊ້ແລ້ວ, ແຕ່ຍັງ
ສາມາດເປັນວັດຖຸດິບນຳໄປ
ຜະລິດຄືນໃໝ່ໄດ້ ດ້ວຍວິທີ
ການຕ່າງໆ ເຊັ່ນ: ນໍາເອົາ
ເສດເຫຼັກ, ປຼາສຕິກໄປຫຼອມ
ເພື່ອນໍາໃຊ້ຄືນໃໝ່.

ຮັບຊື້ສິ່ງເສດເຫຼືອ

	
ວິ ທີ ນີ້ ຊ່ ວ ຍປະຢັ ດ ຊັ ບ ພະຍາກອນທຳມະຊາດ
ແລະ ພະລັງງານ ໃນການຜະລິດ ແລະ ຍັງຊ່ວຍຫຼຸດຜ່ອນ
ປະລິມານຂີ້ເຫຍື້ອລົງອີກດ້ວຍ. ຂີ້ເຫຍື້ອທີ່ສາມາດນຳໄປ
ຜະລິດໃໝ່ໄດ້ແກ່: ເຈ້ຍ, ແກ້ວ, ປຼາສຕິກ, ເຫຼັກ, ອະລຸຍ
ມີນຽມ ເປັນຕົ້ນ.
	
ເຮົ າ ມີ ສ່ ວ ນຮ່ ວ ມໃນການນຳໄປຜະລິ ດ ຄື ນ ໃໝ່
(Recycle)
ໄດ້ໂດຍການແຍກຂີ້ເຫຍື້ອທີ່ສາມາດເປັນ
ເສດຖະກິດໄດ້ ຈາກຂີ້ເຫຍື້ອທົ່ວໄປຢູ່ໃນເຮືອນ, ໂຮງຮຽນ,
ຫ້ອງການ ແລະ ນຳເອົາຂີ້ເຫຍື້ອເຫຼົ່ານີ້ໄປຂາຍໃຫ້ແກ່ຮ້ານ
ຮັບຊື້ສິ່ງເສດເຫຼືອ.

ການນຳມາໃຊ້ຄືນໃໝ່
(Reuse)
ເປັນການໃຊ້ວັດສະດຸໃຫ້ຄຸ້ມຄ່າທີ່ສຸດກ່ອນຈະຖິ້ມໄປເຊັ່ນ:
•	 ການໃຊ້ເຈ້ຍທັງ 2 ໜ້າ
•	 ການນຳເອົາສິ່ງຫຸ້ມຫໍ່ມາໃຊ້ຊໍ້າ ເຊັ່ນ: ການນຳກ່ອງ ແລະ ຖົງ ມາໃຊ້ຊໍ້າອີກຫຼາຍຄັ້ງ.
•	 ການນຳສິ່ງຂອງມາດັດແປງໃຫ້ໃຊ້ປະໂຫຍດໄດ້ໃໝ່ ເຊັ່ນ: ນຳຖັງຫຼືຊາມທີ່ຮົ່ວແລ້ວມາເປັນກະຖັງ
ຕົ້ນໄມ້, ນຳເອົາກະຕຸ໋ກນໍ້າມາປະດິດເປັນກ່ອງໃສ່ປາກກາ ແລະ ສໍເປັນຕົ້ນ.
ພວກເຮົາສາມາດແຍກຂີ້ເຫຍື້ອໃຫ້ເປັນ
ເສດຖະກິດໄດ້
ຮູ້ບໍ່ວ່າການຖິ້ມຂີ້ເຫຍື້ອທີ່ສາມາດເປັນເສດຖະກິດໄດ້ປົນກັບຂີ້ເຫຍື້ອປະເພດ
ອື່ນນັ້ນ ເທົ່າກັບເຮົາກຳລັງຖິ້ມເງິນລົງຖັງຂີ້ເຫຍື້ອ ເພາະວ່າຂີ້ເຫຍື້ອທີ່ສາ
ມາດເປັນເສດຖະກິດໄດ້ເປັນຂີ້ເຫຍື້ອທີ່ຂາຍໄດ້. ໃນປີ 2005 ມີຂີ້ເຫຍື້ອໃນ
ຊຸມຊົນເກີດຂຶ້ນ 320 ໂຕນ/ມື້ ມີການນຳຂີ້ເຫຍື້ອກັບມາເປັນເສດຖະກິດໄດ້
ເຊິ່ງຢູ່ໃນຮູບແບບຝຸ່ນຊີວະພາບ 39% ໃນຮູບແບບເສດເຫຼັກ 1% ເຈ້ຍ 6%
ປຼາສະຕິກ 8% ແຜ່ນແພ 4% ແລະ ຍາງ 8%
ຂີ້ເຫຍື້ອທີ່ສາມາດນໍາໄປຜະລິດຄືນໃໝ່ ແບ່ງອອກເປັນ 4 ປະເພດ ຄື: ແກ້ວ, ເຈ້ຍ, ປຼາສະຕິກ
ແລະ ໂລຫະ/ອະໂລຫະ (ຂໍ້ມູນຈາກອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ. ອພບ
ປີ 2005 ) .ເຮົາມາແຍກຂີ້ເຫຍື້ອທີ່ສາມາດເປັນເສດຖະກິດໄດ້ ຢູ່ພາຍໃນເຮືອນຂອງເຮົາລອງ
ເບິ່ງ:

		

ຈອກແກ້ວ (ນຳໄປຜະລິດຄືນໃໝ່)

		
ແກ້ວເປັນວັດສະດຸຜິວລຽບ, ແຂງ, ໃສແຕ່ບາງແຕກ
ງ່າຍ
ແກ້ວເປັນຂີ້ເຫຍື້ອທີ່ບໍ່ຍ່ອຍສະຫຼາຍແຕ່ນຳໄປຜະລິດຄືນໃໝ່
ໄດ້ເຊິ່ງແກ້ວທີ່ ມັກຖືກນຳໄປໃຊ້ແມ່ນແກ້ວຕ່າງໆ ເຊັ່ນ: ແກ້ວນໍ້າອັດ
ລົມ, ແກ້ວເຫຼົ້າ, ແກ້ວເບຍ, ແກ້ວຢາ, ແກ້ວນໍ້າປາ ແລະ ຊ໋ອດ
ຕ່າງໆ ໃນແຕ່ລະມື້ມີແກ້ວທີ່ໃຊ້ແລ້ວ ກໍ່ຖິ້ມກາຍເປັນຂີ້ເຫຍື້ອ.

ຂວດແກ້ວດີ(ຂາຍໄດ້)
ຂາຍໄດ້ລາຄາດີກວ່າເສດແກ້ວໂຮງງານຈະນຳໄປລ້າງໃຫ້ສະອາດ
ແລະ ຂ້າເຊື້ອ ແລ້ວນຳກັບມາໃຊ້ໃໝ່ໄດ້ອີກຢ່າງໜ້ອຍ 30 ເທື່ອ
ຖ້າຫາກບໍ່ແຕກ ຫຼື ບິ່ນເສຍກ່ອນ.

ຂວດ ແລະ ຈອກແກ້ວແຕກ
(ເສດແກ້ວ)
ໂຮງງານທີ່ ຜ ະລິ ດ ແກ້ ວ ຈະນຳໄປຫຼ ອ ມປະສົ ມ ກັ ບ
ແກ້ວໃໝ່ ເຊິ່ງຈະຊ່ວຍຫຼຸດຜ່ອນຕົ້ນທຶນ.
ເຈ້ຍ
1
ໂຕນ
		
ເຈ້ຍ
		
ໃນບັ ນ ດາຂີ້ ເ ຫຍື້ ອ ທີ່ ສ າມາດນຳໄປຜະລິ ດ ໃໝ່ ໄ ດ້ ນັ້ ນ ເຈ້ ຍ
ເປັນວັດສະດຸທີ່ຍ່ອຍສະຫຼາຍງ່າຍທີ່ສຸດເພາະຜະລິດຈາກເຍື້ອໄມ້ທຳມະຊາດ
ປະຈຸບັນ ເຮົາມີຂີ້ເຫຍື້ອປະເພດເຈ້ຍທັງໝົດ 39,148 ກິໂລກຼາມ/ເດືອນ,
1,305 ກິໂລກຼາມ/ມື້ ສ່ວນທີ່ເຫຼືອຖືກຖິ້ມປົນເປື້ອນກັບຂີ້ເຫຍື້ອ ປະເພດອື່ນໆ
ຈົນບໍ່ສາມາດນຳມາຜະລິດໃໝ່ໄດ້ (ຂໍ້ມູນຈາກກົມມົນລະພິດ)
	
ຂະບວນການຜະລິດເຈ້ຍ 1 ໂຕນ ຈະຕ້ອງໃຊ້ຊັບພະຍາກອນຕົ້ນໄມ້ 17 ຕົ້ນ, ກະແສໄຟຟ້າ
1,000 ກິໂລວັດ/ຊົ່ວໂມງ, ນໍ້າມັນເຕົາ 300 ລິດ, ນໍ້າສະອາດ 100 ໂຕນ ແລະ ຄລໍລີນ 5 ກິໂລ
(ຈາກກົມຄວບຄຸມມົນລະພິດ)

ເຈ້ຍທີ່ຂາຍໄດ້ ແລະ ຮ້ານ
ຮັບຊື້ສິ່ງເສດເຫຼືອຮັບຊື້
•	 ໜັງສືພິມ, ປຶ້ມຂຽນ, ເຈ້ຍສໍາເນົາເອກະສານ, ແກັດ
ເຈ້ຍ (ຂາຍໄດ້ລາຄາ).
•	 ປຶ້ມເປັນຫົວ, ເຈ້ຍສີ, ເຈ້ຍເສດ (ລາຄາຖືກ).

ເຈ້ຍທີ່ຮ້ານຮັບຊື້ສິ່ງເສດເຫຼືອບໍ່ຮັບຊື້
•	 ເຈ້ຍທີ່ເຄືອບດ້ວຍປຼາສະຕິກ ເຊັ່ນ: ເຈ້ຍ
ຫໍ່ຂອງຂວັນ, ກ່ອງນົມ ອື່ນໆ
•	 ເຈ້ຍເຄືອບມັນ ເຊັ່ນ ໜ້າປົກວາລະສານ.
•	 ເຈ້ຍທີ່ເຮັດຈາກຜ້າ ເຊັ່ນ ກ່ອງໝາກແອບ
ເປິນບາງຊະນິດ
ປຼາສະຕິກ

		
ເປັນຂີ້ເຫຍື່ອທີ່ຍ່ອຍສະຫຼາຍຍາກທີ່ສຸດ
ການນຳໄປຜະລິດຄືນໃໝ່ຈຶ່ງເປັນວິທີຈັດການທີ່ດີທີ່ສຸດ
ເຮົາທີ່ຂາຍໄດ້ ເຊັ່ນ:

ມີອາຍຸຍາວນານເປັນອຳມະຕະ
ຂີ້ເຫຍື້ອປຼາສະຕິກໃນເຮືອນຂອງ

ກະຕຸກຢາງ ແລະ ຈອກແກ້ວ
ເຊັ່ນ ກະຕຸກ: ກະຕຸກນໍ້າດື່ມແບບໃສ,
ກະຕຸກນໍ້າມັນພືດ, ຈອກກະແລ່ມ ອື່ນໆ.

ເຄື່ອງໃຊ້ສ່ວນຕົວ
ເຊັ່ນ ກ່ອງຢາສະຜົມ, ໂຟມລ້າງໜ້າ,
ເກີບແຕະ ອື່ນໆ

ເຄື່ອງໃຊ້ທົ່ວໄປ
ເຊັ່ນ: ຝາແກ້ວນໍ້າປາ, ສາຍຢາງເກົ່າ,
ເປືອກສາຍໄຟ, ກະແຊັດເທັບ, ທໍ່ PVC
ອື່ນໆ.
ໂລຫະ ແລະ ອະໂລຫະ:
ໂລຫະ ແລະ ອະໂລຫະມີຫຼາຍຊະນິດ ໄລຍະເວລາໃນການຍ່ອຍສະຫຼາຍ ປະມານ 80-100 ປີ
ການນຳໂລຫະ ແລະ ອະໂລຫະມາຜະລິດຄືນຈະຊ່ວຍຫຼຸດການໃຊ້ວັດຖຸດິບ 1% ແລະ ຊ່ວຍຫຼຸດການ
ປ່ອຍມົນລະພິດສູ່ສິ່ງແວດລ້ອມ.
	

ປະເພດໂລຫະ ແລະ ອະໂລຫະທີ່ສາມາດນຳມາຜະລິດໃໝ່ມີຄື:

ເຫຼັກ
ໃຊ້ຫຼາຍທີ່ສຸດໃນອຸປະກອນຕ່າງໆ ທົ່ວໂລກມີການນໍາເສດ
ເຫຼັກມາຜະລິດຄືນໃໝ່ ເຖິງ 1 % ເພື່ອຫຼຸດຕົ້ນທຶນການ
ຜະລິດ ເຫຼັກທີ່ນຳໄປຂາຍໄດ້ ເຊັ່ນ ນ໋ອດ, ຕະປູ, ຂາຕັ່ງ,
ລໍ້ລົດຖີບ, ກະປ໋ອງ ອື່ນໆ.

ອາລູມີນຽມ
ນໍາມາຈາກແຮ່ບ໋ອກໄຊ ໃນປ່າເຂດຮ້ອນ ຊຶ່ງຕ້ອງທໍາລາຍພື້ນທີ່ປ່າ ຂະໜາດ
ໃຫຍ່ເຮັດໃຫ້ສະພາບແວດລ້ອມເສຍຄວາມສົມດຸນລວມທັງໃນຂະບວນ
ການຜະລິດອາລູມີນຽມຍັງເຮັດໃຫ້ເກີດ ກາສຟູອໍລິນ ທີ່ກໍ່ມົນລະ
ພິດ ການນຳເອົາອາລູມິນຽມໄປຜະລິດຄືນໃໝ່ຈຶ່ງຊ່ວຍຮັກສາສິ່ງ
ແວດລ້ອມໄດ້ຫຼາຍ. ອາລູມິນຽມທີ່ນຳໄປຂາຍໄດ້ເຊັ່ນ: ຊາມອ່າງ,
ໂອນໍ້າ, ກະປ໋ອງ ແລະ ອື່ນໆ.

ທອງແດງ
ເຊັ່ນ: ສາຍໄຟ

ທອງເຫຼືອງ
ເຊັ່ນ ອຸປະກອນສຸຂະພັນ
ສະແຕນເລດ

ເຊັ່ນ: ໝໍ້, ບ່ວງ, ຊ້ອມ...

ຊືນ
	

ເຊັ່ນ: ຟິວໄຟຟ້າ
ທະນາຄານຂີ້ເຫຍື້ອແມ່ນທາງເລືອກທີ່ດີ
ເລີດສຳລັບສ້າງເສດຖະກິດສິ່ງເສດເຫຼືອ
ຈະດີກວ່າບໍ່, ຖ້າພວກເຮົາທຸກຄົນມາຊ່ວຍ
ກັນແຍກຂີ້ເຫຍື້ອ ເພື່ອຊ່ວຍສ້າງເສດ ຖະກິດ
ສິ່ງເສດເຫຼືອໃຫ້ເປັນລາຍຮັບຂອງຄອບຄົວ.

ຕາມຄວາມລຶ້ງເຄີຍ, ພວກເຮົາແຕ່ລະຄົນ, ແຕ່ລະບ້ານ ຂາຍຂີ້ເຫຍື້ອດ້ວຍຕົນເອງ ທີ່ຂາດການ
ຈັດຕັ້ງຮັບຜິດຊອບ, ລາຄາບໍ່ປົກກະຕິ ແລະ ບໍ່ມີປະສິດທິຜົນ. ດັ່ງນັ້ນ, ຈຶ່ງເຊີນຊວນໃຫ້ທຸກຄົນ
ພ້ອມກັນ ຫັນປ່ຽນເຂົ້າສູ່ລະບົບ ການຈັດຕັ້ງປະຕິບັດ “ທະນາຄານຂີ້ເຫຍື້ອ’’ ເພື່ອພ້ອມກັນສ້າງ
ເສດຖະກິດ ສິ່ງເສດເຫຼືອໃຫ້ມີປະສິດທິຜົນ.
ຫຼັກການທະນາຄານຂີ້ເຫຍື້ອສາມາດເປັນເສດຖະກິດໄດ້ ແມ່ນການສົ່ງເສີມການແຍກຂີ້ເຫຍື້ອໂດຍ
ເລີ່ມຈາກໂຮງຮຽນ (ໃນລະບົບ ແລະ ນອກລະບົບ) ນັບແຕ່ອານຸບານ 3, ປະຖົມ,ມັດທະຍົມ (ຕົ້ນ
ແລະ ປາຍ) ຈົນຮອດລະບົບການສຶກສາຊັ້ນສູງ, ສະຖາບັນການສຶກສາ ແລະ ຊຸມຊົນ. ທະນາຄານ
ຂີ້ເຫຍື້ອຂອງໂຮງຮຽນຄວນໃຊ້ແຕ່ລະໂຮງຮຽນເປັນທີ່ຕັ້ງຂອງທະນາຄານຂີ້ເຫຍື້ອ ແລະ ຫ້ອງການ
ຄຸ້ມຄອງບໍລິຫານ ໂດຍໃຫ້ນັກຮຽນສະໝັກເປັນສະມາຊິກຂອງທະນາຄານ ແລະ ນຳຂີ້ເຫຍື້ອເສດ
ຖະກິດມາຝາກ. ພະນັກງານທະນາຄານ ມີໜ້າທີ່ແຍກ ແລະ ຊັ່ງນໍ້າໜັກແລ້ວຄຳນວນເປັນຈຳ
ນວນເງິນ ຈາກນັ້ນ ບັນທຶກລົງໃນປຶ້ມຄູ່ຝາກ ໂດຍໃຊ້ລາຄາທີ່ໂຮງຮຽນປະສານກັບຮ້ານຮັບຊື້ສິ່ງ
ເສດເຫຼືອເປັນພື້ນຖານ;.
	

ຜົນໄດ້ຮັບແມ່ນ ນັກຮຽນຈະມີລາຍຮັບຈາກການນຳຂີ້ເຫຍື້ອມາຝາກ

ຈຸດປະສົງຂອງທະນາຄານຂີ້ເຫຍື້ອແມ່ນ
1.	

2.	
3.	
4.	
5.	
6. 	

ເພື່ອໃຫ້ນັກຮຽນ,​ ນັກສຶກສາ, ປັນຍາຊົນ ແລະ ມວນຊົນ ມີຈິດສຳນຶກ ແລະ ຍົກລະດັບ
ຄວາມຮູ້ ໃນການກຳຈັດຂີ້ເຫຍື້ອ, ຫຼຸດຜ່ອນປະລິມານຂີ້ເຫຍື້ອ ການປົກປກຮັກສາສິ່ງແວດ
ລ້ອມຕົວເມືອງ.
ເພືອສ້າງລາຍຮັບທາງດ້ານເສດຖະກິດໃຫ້ແກ່ນກຮຽນ,​ນັກສຶກສາ, ປັນຍາຊົນ ແລະ ມວນຊົນ.
່
ັ
ເພື່ອສົ່ງເສີມນັກຮຽນນັກສຶກສາ ສ້າງລາຍຮັບດັ່ງກ່າວເປັນທຶນການສຶກສາ.
ເພື່ອສ້າງຕົວແບບທີ່ດີການຈັດການຂີ້ເຫຍື້ອໃນໂຮງຮຽນ ແລະ ຊຸມຊົນ ໂດຍນັກຮຽນ,​ນັກສຶກ
ສາ,ປັນຍາຊົນ ແລະ ມວນຊົນ. ໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ.
ໃຫ້ບໍລິການຮັບຝາກ-ຂາຍ ຂີ້ເຫຍື້ອທີ່ເປັນເສດຖະກິດຕ່າງໆ ທີ່ຄິດເປັນເງິນ ແລະ ໃຫ້ບໍລິ
ການກູ້ຢືມເງິນສຳລັບສະມາຊິກຂອງທະນາຄານ.
ມີນະໂຍບາຍສົ່ງເສີມ ໂດຍກຳນົດອັດຕາລາຄາແຕ່ລະປະເພດຂີ້ເຫຍື້ອ ແລະ ອັດຕາການກູ້
ຢືມທີ່ເປັນປົກກະຕິ.
ທະນາຄານຂີ້ເຫຍື້ອ
ຝາກ

ຂາຍ

ຖອນ

ທະນາຄານກໍ່ມີລາຍໄດ້ຈາກການ
ເປັ ນ ຕົ ວ ແທນຊື້ ຂ າຍຂີ້ ເ ຫຍື້ ອ ໃຫ້
ກັບຮ້ານຮັບຊື້ສິ່ງເສດເຫຼືອ ແລະ
ສາມາດຫັກຄ່າໃຊ້ຈ່າຍ ໃນການ
ສຶກສາ ຫຼື ສະໜັບສະໜູນກິດຈະ
ກຳອື່ນໆໃນໂຮງຮຽນໄດ້ອີກ.

ກູ້ຢືມ

ລາຍໄດ້

ຮັບສະໝັກຄະນະຮັບຜິດຊອບ
ຂັ້ນຕອນ
ການຈັດຕັ້ງປະຕິບັດ ທະ
ນາຄານຂີ້ເຫຍື້ອ

ປະຊຸມຄະນະຮັບຜິດຊອບ
ກະກຽມສະຖານທີ່ສຳລັບ
ຮວບຮວມຂີ້ເຫຍື້ອ
ປະຊາສຳພັນ
ເປີດບັນຊີທະນາຄານ
ປະເມີນຜົນກິດຈະກຳ
ທະນະຄານຂີ້ເຫຍື້ອຄວນມີຄະນະຮັບ
ຜິດຊອບຄືແນວໃດ?
ຮັບສະໝັກຄະນະຮັບຜິດຊອບທີ່ເປັນນັກຮຽນໃນໂຮງຮຽນ ໂດຍມີອາຈານ
ເປັນທີ່ປຶກສາ ກ່ຽວກັບ ກິດຈະກຳໜຶ່ງໃນຄະນະຮັບຜິດຊອບ ຄວນຈັດຕັ້ງ
ຄະນະຮັບຜິດຊອບໄວ້ 2 ຊຸດ ເພື່ອສະດວກໃນການປະຕິບັດງານ ແລະ
ສາມາດເຮັດໜ້າທີ່ແທນກັນໄດ້ ຄະນະຮັບຊອບຕ້ອງມີການປະຊຸມເພື່ອ
ກະກຽມວຽກກ່ອນເຊັ່ນ: ການປະຊາສຳພັນວາງແຜນກຳນົດມື້ ແລະ
ສະຖານທີ່ເປີດທະນາຄານຂີ້ເຫຍື້ອເສດຖະກິດໄດ້, ການກຳນົດໄລຍະເວ
ລາຮັບຝາກ, ເວລາການຂາຍ, ການດຳເນີນການຕ່າງໆເພື່ອເປີດທະນາ
ຄານ ແລະ ການປະເມີນຜົນກິດຈະກຳ.

ຜູ້ຮັບຜິດຊອບແຍກ
ມີໜ້າທີ່ແຍກ ແລະ ຊັ່ງນໍ້າໜັກທີ່
ສະມາຊິກນຳມາຝາກ

ສະມາຊິ ກ ນຳເອົ າ ຂີ້ ເ ຫຍື້ ອ
ເສດຖະກິດມາຝາກ

ມີເຄື່ອງຊັ່ງ
ທີ່ ບ ອກລາຍລະອຽດເປັ ນ ຂິ ດ ,
ໃນຂະໜາດ 10 kg

ank

ຍື່ອ

ີ້ເຫ
ານຂ

ນາຄ

ທະ

eB
ast

W

ຕິກ

ສະ

ປຼາ

ເຈ້ຍ
້ວ

ແກ

ະ

ລຫ

ະໂ

ະ/ອ

ຫ
ໂລ

ສະຖານທີ່ ເ ກັ ບ ມ້ ຽ ນຕ້ ອ ງເປັ ນ ສະຖານທີ່
ສາມາດປ້ອງກັນນ້ຳຝົນ. ຖ້າມີພື້ນທີ່ພຽງພໍ
ຄວນເກັບມ້ຽນທີ່ແຍກອອກເປັນແຕ່ລະປະ
ເພດ ເຊັ່ນ: ສະຖານທີ່ສຳຫຼັບ ແກ້ວ, ເຈັຍ,
ປລາສະຕິກ ແລະ ໂລຫະ
ໜ້າທີ່ຂອງຄະນະຮັບຜິດຊອບ

ຜູ້ຈັດການ
ທະນາຄານຂີ້ເຫຍື້ອ
ມີໜ້າທີ່ຮັບຜິດຊອບ ແລະ
ຊີ້ນຳລວມ ໃນວຽກງານ
ປະຈຳວັນ

ຜູ້ບັນທຶກ
ມີ ໜ້ າ ທີ່ ຈົ ດ ບັ ນ ທຶ ກ ລາຍ
ລະອຽດຂອງຂີ້ ເ ຫຍື້ ອ ທີ່
ສ ະ ມ າ ຊິ ກ ນ ຳ ມ າ ຝ າ ກ
ເປັນຕົ້ນ ໃຫ້ບັນທຶກ ປະ
ເພດ ແລະ ປະລິມານ.

ຜູ້ຊັບຜິດຊອບວຽກບໍລິຫານ
ມີໜ້າທີ່ຮັບຜິດຊອບທຸກວຽກບໍລິຫານລວມ
ທັງວຽກການເກັບຊື້ ແລະ ການຕະຫຼາດ
ເປັນຕົ້ນ ປະສານຮ້ານຮັບຊື້, ເບິ່ງວຽກງານ
ເບີກຈ່າຍ ແລະ ເອກະສານຕ່າງໆ.

ຜູ້ຄິດໄລ່ ແລະ ບັນຊີ

ຜູ້ເບີກຈ່າຍ

ມີ ໜ້ າ ທີ່ ຮັ ບ ຜິ ດ ຊອບການເບີ ກ
ມີ ໜ້ າ ທີ່ ຄິ ດ ໄລ່ ມູ ນ ຄ່ າ ຂອງ
ຈ່າຍ ແລະ ສະຫຼຸບລາຍຮັບ-ລາຍ
ຂີ້ ເ ຫຍື້ ອ ຕາມການບັ ນ ທຶ ກ
ຈ່າຍໃນແຕ່ລະວັນ.
ພ້ອມທັງຮັບຜິດຊອບລົງບັນ
ຊີ ການຝາກ-ຖອນ
ລະບົບບັນຊີ

ໃນກໍລະນີບໍ່ມີສະຖານທີ່ພຽງພໍ ສາ
ມາດໃຊ້ວິທີຮັບຝາກຕອນເຊົ້າ ແລະ
ຂາຍໃນຕອນແລງ ໃນວັນດຽວກັນ

ໃນລະບົບບັນຊີ ຕ້ອງກະກຽມດັ່ງນີ້:
•	
ໃບສະໝັກເປັນສະມາຊິກ
•	
ໃບຂໍຝາກ
•	
ປື້ມບັນຊີທະນາຄານ
•	
ໃບຖອນເງິນ
•	
ປຶ້ມບັນທຶກລູກຄ້າ
•	
ປຶ້ມສະຫຼຸບການຂໍຝາກ
•	
ປື້ມບັນທຶກລູກໜີ້
•	
ປື້ມບັນທຶກເງິນສົດ
ການເປີດທະນາຄານຂີ້ເຫຍື້ອ ຄວນ
ກະກຽມວຽກງານຕົ້ນຕໍໃດແດ່?
ສຳຫຼວດຂຶ້ນບັນຊີຮ້ານ ຊື້-ຂາຍ ຂີ້ເຫຍື້ອເສດຖະກິດ
	
ຄະນະຮັບຜິດຊອບສຳຫຼວດຂຶ້ນບັນຊີຮ້ານຊື້-ຂາຍ ຂີ້ເຫຍື້ອເສດຖະກິດ ທີ່ມີຢູ່ໃນຊຸມຊົນອ້ອມ
ຂ້າງ ລວມທັງພິຈາລະນາລາຄາ ແລະ ປະເພດຂອງຂີ້ເຫຍື້ອເສດຖະກິດ ທີ່ຮ້ານສາມາດຮັບຊື້ໄດ້
ເພື່ອເປັນພື້ນຖານໃນການຄັດເລືອກຮ້ານໃຫ້ເຂົ້າຮ່ວມໂຄງການ. .

ການກຳນົດລາຄາຊື້ ແລະ ຂາຍ
	
ຄະນະຮັບຜິດຊອບຕ້ອງກຳນົດລາຄາຊື້-ຂາຍບົນພື້ນຖານລາຄາຕາມທ້ອງຕະຫຼາດ ໃນນີ້ອາດ
ຈະບໍ່ມີກຳໄລເກີດຂຶ້ນ, (ລາຄາຊື້-ຂາຍ ເທົ່າກັນ). ໝາຍວ່າ ທະນາຄານບໍ່ມີເງີນສະສົມ, ພະນັກງານທີ່
ເຮັດວຽກດັ່ງກ່າວນັ້ນ ບໍ່ມີເງິນເດືອນ, (ເຮັດວຽກດ້ວຍຄວາມສະມັກໃຈ). ພະນັກເຫຼົ່ານີ້ອາດໃດ້ຮັບເງິນ
ອຸດໜູນຈຳນວນໃດໜື່ງ ຖ້າຫາກທະນາຄານມີຄວາມສາມາດຈ່າຍ. ເພື່ອແກ້ໄຂບັນຫາດັ່ງກ່າວ ຄະນະ
ຮັບຜິດຊອບຕ້ອງເຈລະຈາກັບຮ້ານຮັບຊື້ ທີ່ເຂົ້າຮ່ວມໂຄງການ ກ່ຽວກັບ ການປະກອບສ່ວນຕາມຄວາມ
ເໝາະສົມ (30%, 20%, 10% ຫຼື 5% ຂອງມູນຄ່າຕົວຈິງໃນການຂາຍແຕ່ລະຄັ້ງ) ເພື່ອຮັບປະກັນດ້ານ
ງົບປະມານຄັງສະສົມສຳລັບການເຄື່ອນໄຫວວຽກງານບໍລິຫານຂອງທະນາຄານ ທີ່ເຮັດໃຫ້ກິດຈະກຳ
ຂອງທະນາຄານສືບຕໍ່ຢ່າງມີຄວາມຍືນຍົງ. ບົນພື້ນຖານການປະກອບສ່ວນດັ່ງກ່າວນີ້ພວກເຮົາກຳນົດ
ລາຄາຂາຍມາດຕະຖານ.
ຕົວຢ່າງ: ການກຳນົດລາຄາຊື້-ຂາຍ ກັບຮ້ານຮັບຊື້, ໃນກໍລະນີຮ້ານຮັບຊື້ປະກອບສ່ວນ 30% ລາຄາ
ມາດຕະຖານຕ້ອງແມ່ນ 130% (100+30%) ດັ່ງຕົວຢ່າງລຸ່ມນີ້:

ໂລຫະ: ລາຄາປະກອບສ່ວນ 30%
ລາຄາຊື້ຕົວຈິງ (100%) ລາຄາປະກອບສ່ວນ (30%
)
ລາຄາຂາຍມາດຕະຖານ (130%)
ເຫຼັກ (kg) 2 ກີບ
		
0.6 ກີບ 				
2,6 ກີບ
ອະໂລຫະ	
ທອງແດງ
ປະເພດແກ້ວ
ແກ້ວນ້ຳປາ
ປະເພດ ປາສະຕິກ
ກະຕຸກນ້ຳ
ປະເພດເຈ້ຍ
ເຈ້ຍໜັງສີພິມ
ປະກາດແຈ້ງການ ກ່ຽວກັບ ລາຄາ ຊື້-ຂາຍ ຂີ້ເຫຍື້ອເສດຖະກິດ ຂອງແຕ່
ລະປະເພດໃນແຕ່ລະໄລຍະໄວ້ບໍລິເວນທະນາຄານ ຫຼື ກະດານຂ່າວ.
ກ່ອນມື້ເປີດທະນາຄານ, ຄະນະຮັບຜິດຊອບຕ້ອງໄດ້ກວດເບິ່ງລາຄາຊື້-ຂາຍ
ຂີ້ເຫຍື້ອເສດຖະກິດຈາກຮ້ານທີ່ເຂົ້າຮ່ວໂຄງການ ເພື່ອແຈ້ງໃຫ້ສະມາຊິກຮັບ
ຊາບ.

ການປະຊາສຳພັນ
ຄະນະຮັບຜິດຊອບຕ້ອງໂຄສະນາເຜີຍແຜ່
ຄວາມໝາຍ
ຄວາມສຳຄັນ ແລະ ຄວາມຮູ້ ກ່ຽວກັບ ຂີ້ເຫຍື້ອເສດຖະກິດ
ແລະ ທະນາຄານຂີ້ເຫຍື້ອ ເພື່ອຍາດແຍ່ງການມີສ່ວນຮ່ວມ
ຂອງມວນຊົນ ໃນວຽກງານດັ່ງກ່າວດ້ວຍຫຼາຍຮູບການ ເຊັ່ນ:
ຕິດຕາມກະດານຂ່າວ ແລະ ວິທີການອື່ນໆ .

	
ໃນກໍລະນີຢູ່ໃນໂຮງຮຽນ, ທາງໂຮງຮຽນຄວນເຮັດໜັງສືແຈ້ງຫາຜູ້ປົກຄອງຮັບຮູ້ເຖິງການເຂົ້າ
ຮ່ວມກິດຈະກຳດັ່ງກ່າວ ເພື່ອຮັບປະກັນ ໃຫ້ມີສ່ວນຮ່ວມຂອງຄອບຄົວຫຼາຍຂຶ້ນ ໂດຍສະເພາະການ
ແຍກຂີ້ເຫຍື້ອຢູ່ຄົວເຮືອນ ກ່ອນນຳມາຝາກທະນາຄານ.

ຕົວຢ່າງ: ການຄິດໄລ່ການປະກອບສ່ວນ 30% ເພື່ອກຳນົດລາຄາມາດຕະຖານທີ່ຮ້ານຕ້ອງຈ່າຍດັ່ງນີ້
ລາຄາກະປ໋ອງນ້ຳອັດລົມ 8,000 ກີບ/ກິໂລ 	
ຄວນຕັ້ງລາຄາເທົ່າໃດ?
ລາຄາ 8000 ກິບ ແມ່ນ 100 % (ລາຄາຊື້-ຂາຍ ຕາມທ້ອງຕະຫຼາດ)
ການປະກອບສ່ວນ 30 % ຂອງຮ້ານ ເທົ່າກັບ 800X30/100=2400 ກິບ
ລາຄາຂາຍມາດຕະຖານທີ່ກຳນົດເທົ່າ 130 % ເທົ່າກັບ 8000+2400=10400 ກິບ
ສະຫຼຸບແລ້ວ ຮ້ານຮັບຊື້ຂີ້ເຫຍື້ອທີ່ເຂົ້າຮ່ວມໂຄງການຕ້ອງຈ່າຍແມ່ນ 10400 ກິບ ໃນນັ້ນ 8000 ກິບ
ແມ່ນລາຄາຂີ້ເຫຍື້ອ ສ່ວນ 2400 ແມ່ນການປະກອບສ່ວນ
ການຮັບຝາກຂີ້ເຫຍື້ອໃນທະນາຄານ
ຄວນດຳເນີນຕາມຂັ້ນຕອນໃດແດ່?
ການຮັບສະໝັກສະມາຊິກຂອງທະນາຄານຂີ້ເຫຍື້ອ
	
ຂັ້ນຕອນທຳອິດ ຕ້ອງເປີດຮັບສະໝັກສະມາຊິກ, ຜູ້ສະໝັກຕ້ອງປະກອບ
ໃບສະໝັກ ແລະ ຈະໄດ້ຮັບເລກລະຫັດສະມາຊິກ. ນອກນັ້ນ, ຜູ້ທີ່ເຂົ້າເປັນສະມາ
ຊິກໃໝ່ຕ້ອງປະກອບລາຍລະອຽດໃສ່ປຶ້ມບັນຊີທະນາຄານ ແລະ ເກັບຮັກສາໄວ້ທີ່
ທະນາຄານ ເຊິ່ງສະມາຊິກທຸກຄົນສາມາດຕິດຕາມ ແລະ ກວດເບິ່ງໄດ້ໃນມື້ທີ່
ທະນາຄານເປີດບໍລິການ.

						

ໃບສະໝັກເປັນສະມາຊິກ 		

ແບບຟອມ 1

ເລກທີ່..................

ທະນາຄານຂີ້ເຫຍື້ອ
ສາຂາ...............................................................................................
ວັນທີ................................................................................................
ຊື່ ແລະ ນາມສະກຸນ.............................................................................
ວັນເດືອນປີເກີດ...........................................ອາຍຸ............ປີ...................
ອາຊີບ (ໃນກໍລະນີຢູ່ໂຮງຮຽນ ໃຫ້ໃສ່ລະດັບການສຶກສາ) .............................
.......................................................................................................
ທີ່ຢູ່ບ້ນ.......................................ເມືອງ...............................................
ແຂວງ........................................ເບີໂທ...............................................
				
	
	
ຜູ້ຮັບຜິດຊອບ			
	
...................			
					

ຜູ້ສະໝັກ
......................
ການຝາກ

ເມື່ອສະມາຊິກນຳເອົາຂີ້ເຫຍື້ອເສດຖະກິດ
ມາຝາກນຳທະນາຄານໃຫ້ປະຕິບັດດັ່ງນີ້:

ຕ້ອງປະກອບໃບຂໍຝາກຕາມແຕ່ລະປະເພດຂອງຂີ້ເຫຍື້ອທີ່ເອົາມາ
ຝາກຕາມແບບຟອມ2ລຸ່ມນີ້ ແລ້ວເອົາໃບຂໍຝາກດັ່ງກ່າວພ້ອມດ້ວຍຂີ້
ເຫຍື້ອທີ່ເອົາມາຝາກ ໃຫ້ຜູ້ຮັບຜິດຊອບແຍກ.
			
	
ໃບຂໍຝາກ 	
ແບບຟອມ 2
ຂີ້ເຫຍື້ອເສດຖະກິດ			
ຊື່ບ້ານ/ໂຮງຮຽນ..........................ຊັ້ນ...............ວັນທີ່...............
ຊື່ບັນຊີ...........................................ເລກບັນຊີ................
ລາຍການ

ຈຳນວນ ລາຄາ

ຈຳນວນເງິນ ຜູ້ຮັບຜິດຊອບ

ກະປ໋ອງນ້ຳອັດລົມ
ກະຕຸກນ້ຳ
ເຈ້ຍ
ລາຍເຊັນຜູ້ຝາກ........ຊັ້ນ.... ລວມເປັນເງິນ

ຜູ້ຮັບຜິດຊອບແຍກ ດຳເນີນການແຍກຂີ້ເຫຍືອຕາມໃບຂໍຝາກ ແລະ ຊັ່ງນ້ຳໜັກແລ້ວ
ສົ່ງໃບຂໍຝາກຕໍ່ຜູຸ້ບັນທຶກຕໍ່ຜູ້ບັນທຶກ
ຜູ້ບັນທຶກ ຮ່ວມກັບ ສະມາຊິກເຈົ້າຂອງບັນຊີ ດຳເນີນການຊັ່ງນ້ຳໜັກ ແລະ ພ້ອມ
ກັນບັນທຶກຂໍ້ມູນນ້ຳໜັກຂອງຂີ້ເຫຍື້ອໄວ້ໃນໃບຂໍຝາກ.

			
ໃບຂໍຝາກ 		
ແບບຟອມ 2
ຂີ້ເຫຍື້ອເສດຖະກິດ			
ຊື່ບ້ານ/ໂຮງຮຽນ..........................ຊັ້ນ...............ວັນທີ່................
ຊື່ບັນຊີ...........................................ເລກບັນຊີ................
ລາຍການ
ກະປ໋ອງນ້ຳອັດລົມ
ກະຕຸກນ້ຳ
ເຈ້ຍ

ຈຳນວນ ລາຄາ

1
1
1

ລາຍເຊັນຜູ້ຝາກ.........ຊັ້ນ.... ລວມເປັນເງິນ

ຈຳນວນເງິນ ເຈົ້າໜ້າທີ່
ຜູ້ຄິດໄລ ແລະ ບັນຊີ ດຳເນີນການຄິດໄລ່ ຈາກນ້ຳໜັກຂີ້ເຫຍືອລະບຸໄວ້ໃນ
ໃບຂໍຝາກ ມາເປັນຈຳນວນເງິນ ບົນພື້ນຖານທີ່ລາຄາທີ່ກຳນົດໄວ້ ຮ່ວມກັນ
ກັບຮ້ານຊື່-ຂາຍ.
	
	
ໃບຂໍຝາກ 	
ແບບຟອມ 2
ຂີ້ເຫຍື້ອເສດຖະກິດ
ຊື່ບ້ານ/ໂຮງຮຽນສິ່ງແວດລ້ອມ.ຫ້ອງ..ປ 5/1.. ວັນທີ 5 ມິຖຸນາ 2013
ຊື່ ທ້າວ ແຈ່ມໃສ ສົດຊື່ນ................ເລກບັນຊີ 001..................
ລາຍການ

ຈຳນວນ ລາຄາ

ຈຳນວນເງິນ

ກະປ໋ອງນ້ຳອັດລົມ 1

21

21

ກະຕຸກນ້ຳ

1

5.60

5.60

ເຈ້ຍ

1

1.40

ເຈົ້າໜ້າທີ່

1.40

ລາຍເຊັນຜູ້ຝາກ.........ຊັ້ນ.... ລວມເປັນເງິນ 28.00

ວຽງ

ຜູ້ຄິດໄລ່ ແລະ ບັນຊີ ລົງບັນທຶກຂໍ້ມູນໃສ່ປຶ້ມບັນຊີທະນາຄານເພື່ອຮັກສາໄວ້ເປັນ
ຫຼັກຖານໃນການຝາກ-ຖອນ ຂອງສະມາຊິກ
	

				
ແບບຟອມ 3
ປຶ້ມບັນຊີທະນາຄານ
ໂຮງຮຽນ.......ສິ່ງແວດລ້ອມ....ເລກບັນຊີ....1990.......
ຊື່ບັນຊີທະນາຄານ
Account Name
ທ້າວ ແຈ່ມໃສ ສົດຊືນ
່
ວັນທີເດືອນປີ

ຖອນ

ຝາກ

ຍັງເຫຼືອ

ຜູ້ຮັບຜິດຊອບ

5.6.013

-

28

28

ເຢັນສະບາຍ

ຜູ້ຮັບຜິດຊອບທະນາຄານ ກວດເບິ່ງຄວາມຖືກຕ້ອງ ຂອງໃບຂໍຝາກ (ຊື່ ແລະ ນາມສະ
ກຸນ, ເລກທີ່ສະມາຊິກ, ລາຄາຕໍ່ຫົວໜ່ວຍ, ການຄິດໄລ່ຈຳນວນເງິນ) ແລະ ໃຫ້ສະມາ
ຊິກກວດເບິ່ງໃຫ້ຖືກຕ້ອງແລ້ວລົງລາຍເຊັນ ຂອງຜູ້ຝາກ, ຂອງຜູ້ຮັບຜິດຊອບ ໃນໃບຂໍ
ຝາກ ແລະ ປຶ້ມບັນຊີທະນາຄານ ເພື່ອຮັບຮອງຄວາມຖືກຕ້ອງ.
ການຖອນ

ຖ້າສະມາຊິກຕ້ອງການຖອນເງິນ ສາມາດດຳເນີນໄດ້ ກໍ່ຕໍ່ເມື່ອສະມາຊິກສາມາດປະຕິ
ບັດຕາມ 2 ເງື່ອນໄຂຄື: 1) ສາມາດຖອນໃນມື້ໃຫ້ບໍລິການຕໍ່ໄປ, 2) ຕ້ອງນຳເອົາຂີ້ເຫຍື້ອ
ມາຝາກຕື່ມອີກ ເພື່ອທົດແທນ.

ແບບຟອມ 4

ໃບຖອນເງິນ

ຂີ້ເຫຍື້ອເສດຖະກິດ			
ບ້ານ/ໂຮງຮຽນ......ສິ່ງແວດລ້ອມ....ຫ້ອງ..ປ 5/1... ວັນທີ 5 ມິຖຸນາ 2013
ຊື່ ທ້າວ ແຈ່ມໃສ ສົດຊື່ນ.........ເລກບັນຊີ.................1990...........
ກີບ 		
(ຕົວອັກສອນ)		
(ຕົວເລກ)
ສິບພັນກີບຖ້ວນ
10,000
ໄດ້ຮັບເງິນຄົບຖ້ວນ ແລະ ຖືກຕ້ອງແລ້ວ
ແຈ່ມໃສ ສົດຊື່ນ			
ເຢັນສະບາຍ
ລາຍເຊັນເຈົ້າຂອງບັນຊີ			
ລາຍເຊັນຜູ້ຮັບຜິດຊອບ

ແບບຟອມ 5
ປື້ມບັນຊີທະນາຄານ
ບ້ານ/ໂຮງຮຽນ.......ສິ່ງແວດລ້ອມ....ເລກບັນຊີ........1990..
ຊື່ບັນຊີ
Account Name
ທ້າວ ແຈ່ມໃສ ສົດຊື່ນ
ວັນທີເດືອນປີ

ຖອນ

ຝາກ

ຍັງເຫຼືອ

ຜູ້ຮັບຜິດຊອບ

5.6. 2012

-

28

28

ວຽງ

11.6.2012

-

35

63

ວຽງ

17.6. 2012

100

-

63

ວຽງ
ການສະຫຼຸບບັນຊີຮັບຝາກຂີ້ເຫຍື້ອ
ໃນແຕ່ລະໄລຍະ
ການຂື້ນທະບຽນລູກຄ້າ
ຫຼັງຈາກທະນາຄານເປິດບໍລິການແລ້ວ ຜູ້ຮັບຜິດຊອບຈະ
ຕ້ອງສັງລວມໃບສະໝັກສະມາຊິກລົງໃນເອກະສານຂື້ນ
ທະບຽນລູກຄ້າ ເພື່ອເກັບກຳສະຖິຕິສະມາຊິກທັງໝົດທີ່
ເຂົ້າຮ່ວມເຄື່ອນໄຫວ.

ແບບຟອມທີ 6

ປື້ມບັນທຶກລູກຄ້າ
Customer Register
ທະນາຄານຂີ້ເຫຍື້ອສາມາດຜະລິດຄືນໃໝ່ໄດ້
Recycle Waste Bank
ສຳນັກງານ: ໂຮງຮຽນປະຖົມເລກເກົ້າ
ເລກທີ່ບັນຊີ

ຊື່ນາມສະກຸນ

ມື້ເປີດບັນຊີ

1990

ທ. ແຈ່ມໃສ

01.05.12

1991

ນ. ສະອາດ

ໝາຍເຫດ

05.02.12

ການຂາຍຂີ້ເຫຍື້ອເສດຖະກິດໃຫ້ຮ້ານຮັບຊື້
ຜູ້ຮັບຜິດຊອບທະນາຄານຂີ້ເຫຍື້ອ ແລະ ຜູ້ຮັບຜິດຊອບເປີດບໍລິການ ແລະ ການຕະຫຼາດ
ຕ້ອງເຈລະຈາກັບຮ້ານທີ່ເຂົ້າຮ່ວມໂຄງການໃນບັນຫາການເກັບຊື້ ໂດຍສ່ວນໃຫຍ່ຈະຂໍໃຫ້
ຮ້ານມາຮັບຊື້ຂີ້ເຫຍື້ອຢູ່ທະນາຄານຂີ້ເຫຍື້ອເລີຍ ພາຍຫຼັງຊົ່ວໂມງເຮັດວຽກໃນແຕ່ລະມື້.

ສະຫຼຸບການດຳເນີນງານຂອງທະນາຄານຂີ້ເຫຍື້ອ
ຜູ້ຮັບຜິດຊອບຕ້ອງລົງລາຍລະອຽດໃນເອກສານສະຫຼຸບການຂໍຝາກ, ປື້ມບັນທຶກລູກໜີ້ ແລະ ລວບ
ລວມລາຍຈ່າຍ ລົງໃນປຶ້ມເງິນສົດ ເພື່ອສາມາດກວດສອບ ກຳໄລ-ຂາດທຶນ ແລະ ການມີການສະຫຼຸບ
ຜົນການດຳເນີນງານໃນແຕ່ລະເດືອນ ແລະ ແຈ້ງແກ່ສະມາຊິກຂອງທະນາຄານ ໂດຍປະກາດຕາມກະ
ດານຂ່າວປະຊາສຳພັນ ຜົນການດຳເນີນງານໃນບໍລິເວນເປີດບໍລິການ.
ປຶ້ມສະຫຼຸບການຂໍຝາກ	
ແບບຟອມທີ່ 7
Deposit Waste Bank
ທະນາຄານຂີ້ເຫຍື້ອສາມາດຜະລິດຄືນໃໝ່
Recycle Waste Bank

ສຳນັກງານ.......ໂຮງຮຽນສິ່ງແວດລ້ອມ.....ວັນທີ 5.6.2012
ເລກບັນຊີ

ແກ້ວ

ເຈ້ຍ

ປາສຕິກ

ໂລຫະ

ອື່ນໆ

ເປັນເງິນ ໝາຍເຫດ

001

-

1

1

1

-

28

2

-

2

-

60

3

1

3

-

88

002
ລວມ

-

	

ອະໂລຫະ

ປຶ້ມບັນທຶກລູກໜີ້
ແບບຟອມທີ່ 8
Account Payable Registration
ທະນາຄານຂີ້ເຫຍື້ອສາມາດຜະລິດຄືນໃໝ່
Recycle Waste Bank
ສຳນັກງານ.....ໂຮງຮຽນສິ່ງແວດລ້ອມ............
ເລກທີ່
ບັນຊີ

ຊື່ນາມສະກຸນ

ຍອດຄົງເຫຼືອ ປະຈຳເດືອນ
1

2

3

4

5

6

1

ທ. ແຈ່ມໃສ
ນ. ສະອາດ

8

9

10 11

12

53

2

7

60

ປຶ້ມບັນທຶກເງິນສົດ
Cash Book
ທະນາຄານຂີ້ເຫຍື້ອສາມາດຜະລິດຄືນໃໝ່
Recycle Waste Bank
ວັນທີເດືອນປີ ລາຍການ	

ຮັບ

ແບບຟອມທີ່ 9

ຈ່າຍ

ຄົງເຫຼືອ

05.06.12

ຂາຍຂີ້ເຫຍື້ອ 126.00

-

126.00

02.11.12

ຖອນເງິນ

-

10.00

116.00

ຊື້ເຈ້ຍ

-

20.00

96.00

ການຕິດຕາມກວດກາ ແລະ ປະເມີນຜົນສຳເລັດ
ວຽກງານດັ່ງກ່າວສາມາດດຳເນີນໄດ້ຈາກປະລິມານຂີ້ເຫຍື້ອທີ່ສັງລວມໄດ້ຈາກຈຳນວນທີ່ນຳມາຝາກ
ຂອງສະມາຊິກທີ່ເຂົ້າຮ່ວມກິດຈະກຳ ແລະ ຈາກກຳໄລໃນການຊື້-ຂາຍ ວຽກງານດັ່ງກ່າວຄວນດຳເນີນ
ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອປຽບທຽບການປ່ຽນແປງ ໄປໃນທາງບວກ ຫຼື ທາງລົບ. ນອກນັ້ນ,
ພວກເຮົາຍັງສາມາດສັງເກດເຫັນການປະກອບສ່ວນ ແລະ ການປ່ຽນແປງພາຍໃນຄອບຄົວໄດ້ ໂດຍ
ການສັງເກດສະມາຊິກໄດ້ນຳເອົາຂີ້ເຫຍື້ອມາຝາກນັ້ນໄດ້ແຍກມາພ້ອມ ຫືຼ ບໍ່. ຖ້າແຍກມາພ້ອມກໍ່ສະ
ແດງໃຫ້ເຫັນວ່າຄອບຄົວນັ້ນໄດ້ມີຈິດສຳນຶກໃນການແຍກຂີ້ເຫຍື້ອແລ້ວ ຈາກຜົນການສົ່ງເສີມຂອງທະ
ນາຄານ. ພ້ອມດຽວກັນນັ້ນກໍ່ຕ້ອງປະເມີນເປັນ ເປີເຊັນ (%) ວ່າສະມາຊິກສ່ວນໃຫຍ່ ຫຼື ສ່ວນໜ້ອຍໄດ້
ແຍກຂີ້ເຫຍື້ອມາພ້ອມ ເຊິ່ງທັງໝົດນີ້ສາມາດປະເມີນຜົນຄວາມຄືບໜ້າໄດ້.
ຂະບວນການສົ່ງເສີມ ແລະ ສ້າງແຮງ
ຈູງໃຈຕ່າງໆ
ການສົ່ງເສີມຂອງທະນາຄານຂີ້ເຫຍື້ອ
	
ນອກຈາກການດຳເນີນກິດຈະກຳທະນາຄານຂີ້ເຫຍື້ອ ໂດຍຄະນະຮັບຜິດຊອບ
ແລ້ວ ບ້ານ/ໂຮງຮຽນຄວນໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ແລະ ມີສ່ວນຮ່ວມ
ເພື່ອຮັບປະກັນໃຫ້ທະນາຄານມີຄວາມໝ້ັນຄົງ ແລະ ສາມາດດຳເນີນໄປໄດ້ຢ່າງມີປະ
ສິດທິຜົນ ແລະ ຕໍ່ເນື່ອງ ເຊັ່ນ:
•	 ການຍ້ອງຍໍດ້ວຍຮູບການຕ່າງໆ (ມອບໃບຍ້ອງຍໍ ຫຼື ມອບເງິນ) ເພື່ອຕອບແທນໃຫ້
ກັບຄະນະຮັບຜິດຊອບ.
•	 ແຈກສິ່ງຂອງທີ່ລະລຶກໃຫ້ສະມາຊິກໃນມື້ສຳຄັນຕ່າງໆ.
•	 ໃຫ້ເງິນອຸດໜູນພິເສດແກ່ສະມາຊິກທີ່ມີເງິນຝາກສູງ.
•	 ໃຫ້ເງິນອຸດໜູນພິເສດ ຫຼື ຄະແນນພິເສດແກ່ສະມາຊິກທີ່ສາມາດຊັກຊວນເຂົ້າຮ່ວມ
ເປັນສະມາຊິກໃໝ່ຂອງໂຄງການເພີ່ມເຕີມ.
•	 ການສ້າງຫຼັກສູດພິເສດ ແລະ ການສ້າງຈິດສຳນຶກ ກ່ຽວກັບ ທະນາຄານຂີ້ເຫຍື້ອ,
ສິ່ງແວດລ້ອມ ໃຫ້ນັກຮຽນ ແລະ ຊຸມຊົນ ໄດ້ຮຽນຮູ້.
•	 ການຈັດກິດຈະກຳປະດິດສິ່ງເສດເຫຼືອແລ້ວນຳສິ່ງຂອງເຫຼົ່ານັ້ນ
ແລ້ວນຳມາຈຳ
ໜ່າຍເປັນສິນຄ້າ ຫຼື ແຈກເປັນຂອງທີ່ລະລຶກ.
•	 ຕິດຕາມ ແລະ ຂໍການສະໜັບສະໜູນ ຈາກກອງທຶນທ້ອງຖິ່ນ ຫຼື ອົງການຈັດຕັ້ງ
ຕ່າງໆ ເຊັ່ນ: ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ.

ປະໂຫຍດອື່ນຂອງທະນາຄານຂີ້ເຫຍື໊ອ
•	 ເຍົາວະຊົນ, ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະ ມວນຊົນທົ່ວໄປ ໄດ້ມີຄວາມ
ເຂົ້າໃຈເລິກເຊິ່ງເຖິງຄຸນຄ່າຂອງຂີ້ເຫຍື້ອຍັງສາມາດເປັນເສດຖະກິດໄດ້້ ແລະ ມີ
ລາຍຮັບໄດ້.
•	 ເປັນການຝຶກນິໄສ ແລະ ພຶດຕິກຳໄປສູ່ການປະຢັດ, ຮັກຄວາມສະອາດ ແລະ
ຄວາມເປັນລະບຽບຮຽບຮ້ອຍ.
•	 ມີຈິດສຳນຶກໃນການນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ສົມເຫດສົມ
ຜົນ, ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ.
•	 ຊ່ວຍຫຼຸດຜ່ອນບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມດຽວກັນນັ້ນ
ກໍ່ເຮັດໃຫ້ຄຸນນະພາບສິ່ງແວດລ້ອມດີຂຶ້ນ.
ຜູ້ຮັບຜິດຊອບ

ປຶ້ມຄູ່ມືທະນາຄານຂີ້ເຫຍື້ອ
ຄະນະຮ່າງ ແລະ ຮຽບຮຽງ
ທ່ານ ຄຳປະດິດ ຄຳມູນເຮືອງ
ທ່ານ ນາງ ຈິດຖະໜອມ ອຸ່ນສີດາ
ທ່ານ ນາງ ລັດຕະນາພອນ ອິນທິສານ
ທ່ານ ວຽງສະຫວັນ ຈັນທະບຸນເຮືອງ
ທ່ານ ບົວແສງປະເສີດ ພຣະສິດທິເດດ ແລະ ທີມງານ
ຄະນະກະກວດແກ້
ທ່ານ ຄຳປະດິດ ຄຳມູນເຮືອງ
ທ່ານ ນ. ຈິດຖະໜອມ ອຸ່ນສີດາ

ທ່ານ ນ. ລັດຕະນາພອນ ອິນທິສານ
ທ່ານ ວຽງສະຫວັນ ຈັນທະບຸນເຮືອງ

ທ່ານ ບົວແສງປະເສີດ ພຣະສິດທິເດດ
ທ່ານ ນ. ມະນີຈັນ ວໍລະຈິດ
ທ່ານ ນ. ນາລິນ ຈະເລີນສຸກ
ທ່ານ ນ. ອອນລະໄທ ວິໄລສິດ
ທ່ານ ນ. ເກດສະໄໝ ແກ້ວຫານາມ

ຄະນະຈັດໜ້າອອກແບບ

ທ່ານ ບົວແສງປະເສີດ ພຣະສິດທິເດດ
ທ່ານ ກິ່ງທອງ
ຈັດພິມ ແລະ ເຜີຍແຜ່
ກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ສະໜັບສະໜູນໂດຍ: ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ UNEP

More Related Content

What's hot

ผลกระทบของเทคโนโลยีต่อสิ่งแวดล้อม
ผลกระทบของเทคโนโลยีต่อสิ่งแวดล้อมผลกระทบของเทคโนโลยีต่อสิ่งแวดล้อม
ผลกระทบของเทคโนโลยีต่อสิ่งแวดล้อมNATTAWANKONGBURAN
 
สถิติสำหรับธุรกิจ 2
สถิติสำหรับธุรกิจ 2สถิติสำหรับธุรกิจ 2
สถิติสำหรับธุรกิจ 2Teetut Tresirichod
 
ส่วนประกอบของดอกไม้
ส่วนประกอบของดอกไม้ส่วนประกอบของดอกไม้
ส่วนประกอบของดอกไม้sawaddee
 
เรื่องวงกลม
เรื่องวงกลมเรื่องวงกลม
เรื่องวงกลมพัน พัน
 
Recyling Presentation
Recyling PresentationRecyling Presentation
Recyling Presentationclived
 
Ch4 ที่ดิน อาคารและอุปกรณ์ และสินทรัพย์ไม่มีตัวตน
Ch4 ที่ดิน อาคารและอุปกรณ์ และสินทรัพย์ไม่มีตัวตนCh4 ที่ดิน อาคารและอุปกรณ์ และสินทรัพย์ไม่มีตัวตน
Ch4 ที่ดิน อาคารและอุปกรณ์ และสินทรัพย์ไม่มีตัวตนple2516
 
โครงงาน ปั่นจอมพลังพิชิตขยะ"Collection Garbage Bicycle" 15 january 2018 สำเ...
โครงงาน ปั่นจอมพลังพิชิตขยะ"Collection Garbage Bicycle" 15  january 2018  สำเ...โครงงาน ปั่นจอมพลังพิชิตขยะ"Collection Garbage Bicycle" 15  january 2018  สำเ...
โครงงาน ปั่นจอมพลังพิชิตขยะ"Collection Garbage Bicycle" 15 january 2018 สำเ...Aung Aung
 
4.การทำงานระบบ อวัยวะรับรู้สึก
4.การทำงานระบบ อวัยวะรับรู้สึก4.การทำงานระบบ อวัยวะรับรู้สึก
4.การทำงานระบบ อวัยวะรับรู้สึกWichai Likitponrak
 
หน่วยที่ 4-เครื่องมือช่างพื้นฐาน
หน่วยที่ 4-เครื่องมือช่างพื้นฐานหน่วยที่ 4-เครื่องมือช่างพื้นฐาน
หน่วยที่ 4-เครื่องมือช่างพื้นฐานJanchai Pokmoonphon
 
การแยกสารเนื้อผสม
การแยกสารเนื้อผสมการแยกสารเนื้อผสม
การแยกสารเนื้อผสมmedfai
 
Hazardous waste management
Hazardous waste managementHazardous waste management
Hazardous waste managementNithimar Or
 
การจัดหมู่
การจัดหมู่การจัดหมู่
การจัดหมู่supamit jandeewong
 
ประกาศกระทรวงศึกษาธิการเรื่อง การกำหนดอำนาจและหน้าที่ของสถานศึกษา
ประกาศกระทรวงศึกษาธิการเรื่อง การกำหนดอำนาจและหน้าที่ของสถานศึกษาประกาศกระทรวงศึกษาธิการเรื่อง การกำหนดอำนาจและหน้าที่ของสถานศึกษา
ประกาศกระทรวงศึกษาธิการเรื่อง การกำหนดอำนาจและหน้าที่ของสถานศึกษานายจักราวุธ คำทวี
 
บทที่ 2 พหุนาม
บทที่ 2  พหุนามบทที่ 2  พหุนาม
บทที่ 2 พหุนามsawed kodnara
 
ใบความรู้+แผนการสอน และใบกิจกรรม ประถม 4-6 เรื่อง ปรากฏการณ์ของโลกและเทคโนโลย...
ใบความรู้+แผนการสอน และใบกิจกรรม ประถม 4-6 เรื่อง ปรากฏการณ์ของโลกและเทคโนโลย...ใบความรู้+แผนการสอน และใบกิจกรรม ประถม 4-6 เรื่อง ปรากฏการณ์ของโลกและเทคโนโลย...
ใบความรู้+แผนการสอน และใบกิจกรรม ประถม 4-6 เรื่อง ปรากฏการณ์ของโลกและเทคโนโลย...Prachoom Rangkasikorn
 
ความน่าจะเป็นเบื้องต้น
ความน่าจะเป็นเบื้องต้นความน่าจะเป็นเบื้องต้น
ความน่าจะเป็นเบื้องต้นsawed kodnara
 
ดุลยภาพสิ่งมีชีวิต
ดุลยภาพสิ่งมีชีวิตดุลยภาพสิ่งมีชีวิต
ดุลยภาพสิ่งมีชีวิตWichai Likitponrak
 

What's hot (20)

ผลกระทบของเทคโนโลยีต่อสิ่งแวดล้อม
ผลกระทบของเทคโนโลยีต่อสิ่งแวดล้อมผลกระทบของเทคโนโลยีต่อสิ่งแวดล้อม
ผลกระทบของเทคโนโลยีต่อสิ่งแวดล้อม
 
สถิติสำหรับธุรกิจ 2
สถิติสำหรับธุรกิจ 2สถิติสำหรับธุรกิจ 2
สถิติสำหรับธุรกิจ 2
 
ส่วนประกอบของดอกไม้
ส่วนประกอบของดอกไม้ส่วนประกอบของดอกไม้
ส่วนประกอบของดอกไม้
 
เรื่องวงกลม
เรื่องวงกลมเรื่องวงกลม
เรื่องวงกลม
 
Recyling Presentation
Recyling PresentationRecyling Presentation
Recyling Presentation
 
Ch4 ที่ดิน อาคารและอุปกรณ์ และสินทรัพย์ไม่มีตัวตน
Ch4 ที่ดิน อาคารและอุปกรณ์ และสินทรัพย์ไม่มีตัวตนCh4 ที่ดิน อาคารและอุปกรณ์ และสินทรัพย์ไม่มีตัวตน
Ch4 ที่ดิน อาคารและอุปกรณ์ และสินทรัพย์ไม่มีตัวตน
 
โครงงาน ปั่นจอมพลังพิชิตขยะ"Collection Garbage Bicycle" 15 january 2018 สำเ...
โครงงาน ปั่นจอมพลังพิชิตขยะ"Collection Garbage Bicycle" 15  january 2018  สำเ...โครงงาน ปั่นจอมพลังพิชิตขยะ"Collection Garbage Bicycle" 15  january 2018  สำเ...
โครงงาน ปั่นจอมพลังพิชิตขยะ"Collection Garbage Bicycle" 15 january 2018 สำเ...
 
กระดาษกล้วย
กระดาษกล้วยกระดาษกล้วย
กระดาษกล้วย
 
กิจกรรม 5 ส.
กิจกรรม 5 ส.กิจกรรม 5 ส.
กิจกรรม 5 ส.
 
4.การทำงานระบบ อวัยวะรับรู้สึก
4.การทำงานระบบ อวัยวะรับรู้สึก4.การทำงานระบบ อวัยวะรับรู้สึก
4.การทำงานระบบ อวัยวะรับรู้สึก
 
หน่วยที่ 4-เครื่องมือช่างพื้นฐาน
หน่วยที่ 4-เครื่องมือช่างพื้นฐานหน่วยที่ 4-เครื่องมือช่างพื้นฐาน
หน่วยที่ 4-เครื่องมือช่างพื้นฐาน
 
การแยกสารเนื้อผสม
การแยกสารเนื้อผสมการแยกสารเนื้อผสม
การแยกสารเนื้อผสม
 
แบบฝึก
แบบฝึกแบบฝึก
แบบฝึก
 
Hazardous waste management
Hazardous waste managementHazardous waste management
Hazardous waste management
 
การจัดหมู่
การจัดหมู่การจัดหมู่
การจัดหมู่
 
ประกาศกระทรวงศึกษาธิการเรื่อง การกำหนดอำนาจและหน้าที่ของสถานศึกษา
ประกาศกระทรวงศึกษาธิการเรื่อง การกำหนดอำนาจและหน้าที่ของสถานศึกษาประกาศกระทรวงศึกษาธิการเรื่อง การกำหนดอำนาจและหน้าที่ของสถานศึกษา
ประกาศกระทรวงศึกษาธิการเรื่อง การกำหนดอำนาจและหน้าที่ของสถานศึกษา
 
บทที่ 2 พหุนาม
บทที่ 2  พหุนามบทที่ 2  พหุนาม
บทที่ 2 พหุนาม
 
ใบความรู้+แผนการสอน และใบกิจกรรม ประถม 4-6 เรื่อง ปรากฏการณ์ของโลกและเทคโนโลย...
ใบความรู้+แผนการสอน และใบกิจกรรม ประถม 4-6 เรื่อง ปรากฏการณ์ของโลกและเทคโนโลย...ใบความรู้+แผนการสอน และใบกิจกรรม ประถม 4-6 เรื่อง ปรากฏการณ์ของโลกและเทคโนโลย...
ใบความรู้+แผนการสอน และใบกิจกรรม ประถม 4-6 เรื่อง ปรากฏการณ์ของโลกและเทคโนโลย...
 
ความน่าจะเป็นเบื้องต้น
ความน่าจะเป็นเบื้องต้นความน่าจะเป็นเบื้องต้น
ความน่าจะเป็นเบื้องต้น
 
ดุลยภาพสิ่งมีชีวิต
ดุลยภาพสิ่งมีชีวิตดุลยภาพสิ่งมีชีวิต
ดุลยภาพสิ่งมีชีวิต
 

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (20)

Magazines 06 2021 final
Magazines 06 2021 finalMagazines 06 2021 final
Magazines 06 2021 final
 
Magazines v2 12 2020
Magazines v2 12 2020Magazines v2 12 2020
Magazines v2 12 2020
 
Magazines 04 2021 final
Magazines 04 2021 finalMagazines 04 2021 final
Magazines 04 2021 final
 
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2hຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2h
 
ການວິເຄາະ 5 w2h
ການວິເຄາະ 5 w2hການວິເຄາະ 5 w2h
ການວິເຄາະ 5 w2h
 
ອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
 
Guidelide green-school lao
Guidelide green-school laoGuidelide green-school lao
Guidelide green-school lao
 
Newsleter deqp x
Newsleter deqp xNewsleter deqp x
Newsleter deqp x
 
Newsleter deqp xi
Newsleter deqp xiNewsleter deqp xi
Newsleter deqp xi
 
Newsleter deqp xii
Newsleter deqp xiiNewsleter deqp xii
Newsleter deqp xii
 
Newsleter doe I
Newsleter doe INewsleter doe I
Newsleter doe I
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Newsleter deqp iv
Newsleter deqp ivNewsleter deqp iv
Newsleter deqp iv
 
Newsleter deqp v
Newsleter deqp vNewsleter deqp v
Newsleter deqp v
 
Newsleter deqp vi
Newsleter deqp viNewsleter deqp vi
Newsleter deqp vi
 
Newsleter vii deqp for print size 265x210l
Newsleter vii deqp for print size 265x210lNewsleter vii deqp for print size 265x210l
Newsleter vii deqp for print size 265x210l
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Newsleter deqp ix
Newsleter deqp ixNewsleter deqp ix
Newsleter deqp ix
 
Move
MoveMove
Move
 
Newsleter iii deqp for print size 265x210l
Newsleter iii deqp for print size 265x210lNewsleter iii deqp for print size 265x210l
Newsleter iii deqp for print size 265x210l
 

ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos

  • 1. ຄູ່ມື ສ້າງຕັ້ງທະນາຄານຂີ້ເຫຍື້ອ Solid Waste Bank ທະ ນາ ໂລຫ ະ ອະໂ ລຫະ ຄາ ນຂ ີ້ເຫຍ ື້ອ W ast eB an k ປຼາສ ຂີ້ເຫຍື້ອ ຍັງສາມາດເປັນເສດຖະກິດໄດ້ Solid Waste Economy ະຕິກ ເຈັ້ຍ ແກ້ວ (ສະບັບປັບປຸງ ປີ 2013) ມາໃຊ້ປິ່ນໂຕ ກັນເທາະ ທະນາຄານຂີ້ເຫຍື້ອ
  • 2.
  • 3. ຄູ່ມື ທະນາຄານຂີ້ເຫຍື້ອ ເພື່ອຫັນເປັນເສດຖະກິດ ປຶ້ມຄູ່ມືທະນາຄານຂີ້ເຫຍື້ອ ເພື່ອຫັນເປັນເສດຖະກິດສະບັບນີ້ ແມ່ນຜົນຂອງການປັບປຸງເນື້ອ ໃນຂອງປື້ມຄູ່ມື້ສະບັບທຳອິດທີ່ຮ່ວມມື້ກັນພັດທະນາຂຶ້ນລະຫວ່າງ ກົມສົ່ງເສີມຄຸນນະພາບສິ່ງແວດ ລ້ອມ, ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປລາວ ແລະ ຣາຊະອາ ນາຈັກໄທ. ປຶ້ມຄູ່ມືສະບັບນີ້ ໄດ້ສະໜອງເຕັກນິກວິຊາການ, ວິທີການ ແລະ ມາດຕະການ ໃນການຫັນ ຂີ້ເຫຍື້ອໃຫ້ເປັນເສດຖະກິດ ໂດຍແນໃສ່ສົ່ງເສີມນະໂຍບາຍການຫຼຸດຜ່ອນຂີ້ເຫຍື້ອໄປສູ່ສັງຄົມປັດສະ ຈາກຂີ້ເຫຍື້ອ ເພື່ອສ້າງ ສປປລາວ ຂຽວສະອາດງາມຕາ. ທະນາຄານຂີ້ເຫຍື້ອ ແມ່ນເປັນວິທີການ ແລະ ມາດຕະການທີ່ດີເລີດໃນການຫັນຂີ້ເຫຍື້ອເປັນ ເສດຖະກິດທີ່ນຳໄປໝູນໃຊ້ ແລະ ປະສົບຜົນສຳເລີດໃນຫຼາຍປະເທດໃນໂລກ, ໃນອາຊຽນ ໂດຍສະ ເພາະປະເທດໄທ ຊື່ງໄດ້ຮັບຄວາມສົນໃຈ ແລະ ນຳໃຊ້ຢ່າງແຜ່ຫຼາຍ ທັງໃນພາກລັດ ແລະ ເອກະຊົນ ທັງພາກສະຖາບັນການສຶກສາ ໃນການຮຽນການສອນ ແລະ ສ້າງຈິດສຳນຶກ ໃຫ້ແກ່ມວນຊົນໃນທົ່ວ ສັງຄົມ. ສຳລັບຢູ່ ສປປລາວ ຂອງພວກເຮົາ ຍ້ອນເຫັນໄດ້ຄວາມສຳຄັນ, ກົມສົ່ງເສີມຄຸນນະພາບ ສິ່ງແວດລ້ອມ ໄດ້ດຳເນີນການປັບປຸງ ແລະ ຮຽບຮຽງ ໃຫ້ສອດຄອງກັບສະພາບຄວາມເປັນຈິງ, ມີເນື້ອ ໃນທີ່ຄົບຖ້ວນເໝາະສົມ ແລະ ເຂົ້າໃຈງ່າຍ ທີ່ສາມາດນຳໄປໃຊ້ໃນທຸກລະດັບນັບແຕ່ຂັ້ນສູນກາງ ແລະ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ. ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ສາລະບານ 2 4 6 8 12 14 16 18 22 24 ທ່ານຮູ້ບໍ່ວ່າ ຂີ້ເຫຍື້ອກຳລັງລົ້ນເມືອງ! ຮູ້ບໍ່ວ່າ ຂີ້ເຫຍື້ອມາຈາກໃສ? ຈົ່ງພ້ອມກັນຫຼຸດຜ່ອນປະລິມານຂີ້ເຫຍື້ອກັນເຖາະ! ພວກເຮົາສາມາດແຍກຂີ້ເຫຍື້ອ ໃຫ້ເປັນເສດຖະກິດສິ່ງເສດເຫຼືອ ທະນາຄານຂີ້ເຫຍື້ອ ແມ່ນທາງເລືອກທີ່ດີເລີດສຳລັບສ້າງເສດຖະກິດ ທະນາຄານຂີ້ເຫຍື້ອຄວນມີຄະນະຮັບຜິດຊອບຄືແນວໃດ? ການເປີດທະນາຄານຂີ້ເຫຍື້ອ ຄວນກະກຽມວຽກງານຕົ້ນຕໍໃດແດ່? ການຮັບຝາກຂີ້ເຫຍື້ອໃນທະນາຄານ ຄວນດຳເນີນຕາມຂັ້ນຕອນໃດແດ່? ການສະຫຼຸບບັນຊີຮັບຝາກຂີ້ເຫຍື້ອ ໃນແຕ່ລະໄລຍະ ຂະບວນການສົ່ງເສີມ ແລະ ສ້າງແຮງຈູງໃຈຕ່າງໆ
  • 4. ທ່ານຮູ້ບໍ່ວ່າ ຂີ້ເຫຍື້ອກຳລັງລົ້ນເມືອງ! ໃນປະຈຸບັນ ປະລິມານຂີ້ເຫຍື້ອ ຢູ່ສປປ ລາວ ນັບມື້ນັບເພີ້ມຂື້ນກາຍເປັນບັນຫາສິ່ງແວດລ້ອມ ຕົວເມືອງ ທີ່ພົ້ນເດັ່ນ ໂດຍສະເພາະໃນບັນດາຕົວເມືອງທີ່ໃຫຍ໋ ເປັນຕົ້ນ 9 ຕົວເມືອງຂອງນະຄອນຫຼວງ ວຽງຈັນ, ເມືອງໄກສອນ ແຂວງ ສະຫວັນນະເຂດ, ເມືອງທ່າແຂກ ແຂວງ ຄຳມ່ວນ, ເມືອງຫຼວງພະບາງ ແຂວງ ຫຼວງພະບາງ, ເມືອງປາກເຊ ແຂວງ ຈຳປາສັກ, ແລະ ຕົວເມືອງອັນດັບສອງອື່ນໆ. ການເພີ້ມ ຂຶ້ນຂອງຂີ້ເຫຍື້ອ ແມ່ນຕິດພັນໂດຍກົງກັບການເພີ້ມຂຶ້ນຢ່າງໄວວາປະຊາກອນ ແລະ ການເຂົ້າເຖິງ ການຊົມໃຊ້ປະຈຳວັນກໍ່ເພີ້ມຂຶ້ນເຊັ່ນກັນ ອັນເຮັດໃຫ້ການຜະລິດຂີ້ເຫຍື້ອສະເລ່ຍໃນແຕ່ລະວັນໄດ້ ເພີ້ມຂຶ້ນຈາກ 0,65 ກິໂລກຼາມ/ຄົນ/ວັນໃນປີ 2000 ມາເປັນ 0,69 ກິໂລກຼາມ/ຄົນ/ວັນ ໃນປະຈຸບັນ. ສະຫຼຸບແລ້ວອັດຕາສ່ວນນການເພີ້ມຂື້ນຂອງຂີ້ເຫຍື້ອ ແມ່ນສະເລ່ຍ 7,5%/ປີ. ຂີ້ເຫຍື້ອເຫຼົ່ານີ້ມີສ່ວນ ປະກອບເປັນວັດຖຸອົງຄະທາດ, ຖົງຢາງ, ເຈັ້ຍ, ແກ້ວ, ກະປ໋ອງ ແລະ ໂລຫະອື່ນໆ . ສິ່ງເສດເຫຼືອທີ່ເປັນ ອັນຕະລາຍເຊັ່ນ ໝໍໄຟ, ກະປອງສີ, ກະປອງສະເປ, ກະຕຸກນ້ຳຢາເຄມີ, ສິ່ງເສດເຫຼືອຈາກສະຖານ ທີ່ບໍລິການສາທາລະນະສຸກ ແລະ ສິ່ງອັນຕະລາຍອື່ນໆ ແມ່ນຖີ້ມປະປົນກັບສິ່ງເສດເຫຼືອທົ່ວໄປ ໂດຍ ບໍ່ມີການຂັດແຍກອອກຕ່າງຫາກ. ຕົວຢ່າງຢູ່ນະຄອນຫຼວງວຽງຈັນໄດ້ຜະລິດຂີ້ເຫຍື້ອປະມານ 320 ໂຕນ/ວັນ (116.800ໂຕນ/ປີ) ຊຶ່ງໃນນັ້ນສາມາດເກັບມ້ຽນ ແລະ ກຳຈັດຖືກຕ້ອງຕາມຫຼັກວິຊາການໄດ້ ປະມານ 180-200 ໂຕນ/ວັນ ເທົ່າກັບ 62,5% ສ່ວນທີ່ເຫຼືອແມ່ນປະຊາຊົນໄດ້ກຳຈັດດ້ວຍຕົນເອງຄື: ຈູດ, ຝັງ ຕາມຄຸ້ມບ້ານ ຫຼື ບໍ່ດັ່ງນັ້ນກໍ່ເອົາໄປຖີ້ມຕາມເຂດຊານເມືອງ ຊຶ່ງເປັນວິທີການກຳຈັດທີ່ບໍ່ຖືກ ຕ້ອງຕາມຫຼັກວິຊາການ. ໂດຍລວມແລ້ວຂີ້ເຫຍື້ອທີ່ຜະລິດໃນແຕ່ລະວັນໄດ້ຖືກແຍກນຳມາໃຊ້ຄືນ ໃຫມ່ເປັນແຫຼ່ງລາຍຮັບຂອງປະຊາຊົນປະມານ 15-22% ໃນຄະນະທີ່ຂີ້ເຫຍື້ອທີ່ສາມາດເປັນເສດຖະ ກິດໄດ້ສ່ວນໃຫຍ່ ປະມານ 78-85% ຖືກຖີ້ມໄປໂດຍບໍ່ຮູ້ມູນຄ່າໃນແຕ່ລະວັນ. ທັງໝົດນີ້ເປັນສາເຫດ ຫຼັກເຮັດໃຫ້ຂີ້ເຫຍື້ອລົ້ນເມືອງ. (ແຫຼ່ງຂໍມູນແມ່ນມາຈາກ ອົງການ ບໍລິຫານ ແລະ ພັດທະນາຕົວເມືອງ (ອພບ) ຂີ້ເຫຍື້ອທີ່ສົ່ງຜົນກະທົບຕໍ່ຄົນເຮົາ ແລະ ສິ່ງແວດລ້ອມ ເປັນບ່ອນແຜ່ພັນຂອງສັດ ຈຳພວກ ໜູ ແລະ ແມງວັນ ເຊິ່ງເປັນພາຫະນຳໂລກ ຕິດຕໍ່ເຊັ່ນ:ອະຫິວາ, ບາດພະຍັກ ແລະ ໂລກທາງເດີນຫາຍໃຈ. ຍ ະລາ ັນຕ ດອ ົ້າ ເຂ ເຂ ຫ້າມ ນໍ້ າ ເ ປື້ ອ ນ ຈ າ ກ ກ ອ ງ ຂີ້ ເ ຫ ຍື້ ອ ທີ່ ເ ຈື ອ ປົ ນເຊື້ອພະຍາດຕ່າງໆ ເມື່ອຖືກນໍ້າຝົນ ເຊາະລ້າງ ກໍ່ຈະໄຫຼປົນເປື້ອນລົງສູ່ແຫຼ່ງນໍ້າ ຫຼື ຮ່ອງນໍ້າ ເຮັດໃຫ້ເກີດມົນລະພິດທາງນໍ້າ.
  • 5. ຂີ້ເຫຍື້ອຕ້ອງໃຊ້ເວລາໃນການຍ່ອຍສະຫຼາຍ ຂີ້ ເ ຫຍື້ ອ ແຕ່ ລ ະຊະນິ ດ ຖ້ າ ເຮົ າ ປ່ ອ ຍໃຫ້ ມັ ນ ຍ່ ອ ຍສະຫຼ າ ຍເອງຕາມທຳມະຊາດຈະຕ້ ອ ງໃຊ້ ເວລາແຕກຕ່າງກັນ ສະແດງໃຫ້ເຫັນໃນຕາຕະລາງລຸ່ມນີ້: ຊະນິດຂີ້ເຫຍື້ອ ໄລຍະເວລາ ເຈ້ຍເສດ 2-5 ເດືອນ ເປືອກໝາກກ້ຽງ 6 ເດືອນ ຖ້ວຍເຈ້ຍເຄືອບ 5 ປີ ກົ້ນຢາສູບ 12 ປີ ເກີບໜັງ 25-40 ປີ ກະປ໋ອງອະລຸຍມີນຽມ 80-100 ປີ ຖົງຢາງປຼາສະຕິກ 450 ປີ ຜ້າອ້ອມສຳເລັດຮູບ 500 ປີ ກ່ອງໂຟມ, ຟອງສະໂນກັນແຕກ ໃຊ້ເວລາຍາວນານທີ່ສຸດໃນການຍ່ອຍສະຫຼາຍ ຄວາມສະອາດ ແມ່ນມາລະຍາດ ຂອງຄົນສີວິໄລ ອາກາດເປັນພິດ ຈາກກິ່ນເໝັນ ແລະ ການຈູດຂີ້ເຫຍື້ອເຮັດໃຫ້ເກີດຄວັນ ກໍ່ໃຫ້ ເກີດມົນລະພິດທາງອາກາດ. ຂີ້ເຫຍື້ອ ຕັນທໍ່ລະບາຍນໍ້າເປັນສາເຫດໜຶ່ງຂອງ ບັນຫານໍ້າຖ້ວມ. ຂີ້ເຫຍື້ອ ອາດກໍ່ໃຫ້ເກີດໄຟໄໝ້ເພາະ ຂີ້ ເ ຫຍື້ ອ ແຫ້ ງ ບາງຊະນິ ດ ເປັ ນ ເຊື້ ອ ເພີ ງ ໄດ້ດີ ເຊັ່ນ: ເຈ້ຍເສດ
  • 6. ຮູ້ບໍ່ວ່າ ຂີ້ເຫຍື້ອມາຈາກໃສ? ຂີ້ເຫຍື້ອ ແມ່ນສິ່ງເສດເຫຼືອຈາກການໃຊ້ສອຍກິດຈະກຳຕ່າງໆ ໃນຊີ ວິດປະຈຳວັນ ແລະ ໃນວຽກງານຕ່າງໆ ດ້ານເສດຖະກິດ-ສັງຄົມ ຂອງ ສ່ວນຕົວ, ຄອບຄົວ, ຊຸມຊົນ, ຕົວເມືອງ. ຖ້າພວກເຮົາຫາກບໍ່ໃຊ້ສອຍ ຢ່າງຟຸມເຟື້ອຍ ແລະ ນຳໃຊ້ສິ່ງງຂອງເຫຼົ່ານີ້ຢ່າງຄຸ້ມຄ່າທີ່ສຸດ ຫຼື ຮູ້ຈັກ ໝູນໃຊ້ດັດແປງໃຫ້ເກີດປະໂຫຍດໃໝ່ ກໍຈະຊ່ວຍໃຫ້ຂີ້ເຫຍື້ອໜ້ອຍລົງ ໃນຖັງຂີ້ເຫຍື້ອຢູ່ເຮືອນຂອງເຮົາມີຫຍັງແດ່? ຄົນນະຄອນຫຼວງວຽງຈັນ ຖິ້ມຂີ້ເຫຍື້ອສະເລ່ຍຕໍ່ຄົນປະມານ ຂີ້ເຫຍື້ອໃນເຮືອນໃນແຕ່ລະວັນມີດັ່ງນີ້ 0.69 ກິໂລກຼາມ/ວັນ. ອາຫານ 39% ໄມ້ ແລະ ຫຍ້າ 30% ແກ້ວ 2% ຜ້າແພ 4% ເຈ້ຍ 6% ໜັງ ແລະ ຢາງ 1% ອື່ນໆ 5% ປຼາສຕິກ ແລະ ໂຟມ 8% ໂລຫະ 1% ຫີນເຊລະມິກ,ເປືອກຫອຍ, ກະດູກ 4%
  • 7. ປະເພດຂອງຂີ້ເຫຍື້ອ ຂີ້ເຫຍື້ອແບ່ງອອກເປັນ 4 ປະເພດບົນພື້ນຖານການຍ່ອຍສະຫຼາຍຄື: ຂີ້ເຫຍື້ອຍ່ອຍສະຫຼາຍໄດ້ ເຊັ່ນ: ເສດອາຫານ, ເສດພືດ, ເສດໝາກໄມ້ ແລະ ຂີ້ເຫຍື້ອປຽກອື່ນໆ ສາມາດນໍາໄປໝັກເຮັດຝຸ່ນບົ່ມໄດ້. ຂີ້ ເ ຫຍື້ ອ ທີ່ ສ າມາດນຳໄປໝູ ນ ໃຊ້ ຄື ນ ໃໝ່ໄດ້(3R) ເຊັ່ນ: ແກ້ວ, ເຈ້ຍ, ປຼາສຕິກ, ໂລຫະ/ອະໂລຫະ ອື່ນໆ. ຂີ້ເຫຍື້ອທົ່ວໄປ ເປັນຂີ້ເຫຍື້ອທີ່ຍ່ອຍສະຫຼາຍ ບໍ່ໄດ້ ແລະ ບໍ່ສາມາດນຳໄປຜະລິດຄືນໃໝ່ໄດ້ ເຊັ່ນ: ຊອງໝີ່ສຳເລັດຮູບ, ເສດຫີນ, ເສດປູນ ແລະ ອື່ນໆ. ຂີ້ເຫຍື້ອຍ່ອຍສະຫຼາຍໄດ້ 46% ຂີ້ເຫຍື້ອທີ່ ຜະລິດຄືນ ໃໝ່ໄດ້ 42% ຂີ້ເຫຍື້ອອັນຕະລາຍ ເຊັ່ນ: ກະປ໋ອງ ຢາຂ້າແມງໄມ້, ຫຼອດໄຟ, ຖ່ານໄຟ ສາຍ, ຂີ້ເຫຍື້ອຈາກໂຮງໝໍ ແລະ ຂີ້ເຫຍື້ອທົ່ໄປ 9% ອື່ນໆ. ຂີ້ເຫຍື້ອເຫຼົ່ານີ້ຕ້ອງເກັບຮັກ ສາ ແລະ ກຳຈັດຢ່າງຖືກວິທີ. ຂີ້ເຫຍື້ອອັນຕະລາຍ 3% ສິ່ງຫຸ້ມຫໍ່ ປະຈຸບັນ ຂີ້ເຫຍື້ອສ່ວນໃຫຍ່ທີ່ຄົນເຮົາຖິ້ມ ມັກຈະເປັນສິ່ງ ຫຸ້ມຫໍ່ ທີ່ໃຊ້ບັນຈຸອາຫານ ແລະ ສິນຄ້າ ເຊັ່ນ: ຖົງຢາງປາສຕິກ, ກ່ອງ ເຈ້ຍ, ແກ້ວ ແລະ ກະຕຸກ ເປັນຕົ້ນ ຊຶ່ງມີທັງຂີ້ເຫຍື້ອທົ່ວໄປທີ່ຍ່ອຍ ສະລາຍບໍ່ໄດ້ ແລະ ຂີ້ເຫຍື້ອທີ່ສາມາດນຳໄປຜະລິດໃໝ່ໄດ້. ໂດຍທົ່ວໄປສິ່ງຫຸ້ມຫໍ່ ຫຼື ສິ່ງບັນຈຸ ສ້າງຂຶ້ນເພື່ອປ້ອງກັນ ແລະ ເກັບຮັກສາສິນຄ້າ ແຕ່ດຽວນີ້ ສິ່ງຫຸ້ມຫໍ່ ມີໜ້າທີ່ເຮັດໃຫ້ສິນຄ້າງາມ ໜ້າສົນໃຈ ສ້າງແຮງດຶງດູດໃຫ້ຄົນເຮົາຢາກຊື້ ເຮັດໃຫ້ມີຫຸ້ມຫໍ່ເກີນ ຄວາມຈຳເປັນ ແລະ ກາຍເປັນຂີ້ເຫຍື້ອເພີ່ມຂືຶ້ນ.
  • 8. ຈົ່ງພ້ອມກັນຫຼຸດຜ່ອນປະລິມານຂີ້ເຫຍື້ອ ກັນເຖາະ! ເຮົາສາມາດຊ່ວຍກັນຫຼດຜ່ອນປະລິມານຂີເຫຍືອດ້ວຍຫຼກການ ງ່າຍໆ 3 R ຄື: ຸ ້ ້ ັ ການຫຼຸດຜ່ອນການນຳໃຊ້ (Reduce), ການນໍາມາໃຊ້ຄືນໃໝ່ (Reuse) ແລະ ການນຳໄປຜະລິດຄືນໃໝ່ (Recycle) ນຳໃຊ້ປິ່ນໂຕ ກັນດີກວ່າ ການຫຼຸດຜ່ອນການນຳໃຊ້ (Reduce) ເປັນການປ້ອງກັນບໍ່ໃຫ້ມີຂີ້ເຫຍື້ອໃໝ່ເພີ່ມຂຶ້ນ ເຊັ່ນ: • ການນໍາໃຊ້ພາສະນະເຊັ່ນ: ກະຕ່າ, ປິ່ນໂຕ ແລະ ອື່ນໆ ໃສ່ອາຫານ ຫຼື ສິ່ງຂອງຕ່າງໆແທນການໃຊ້ຖົງ ຢາງປຼາສະຕິກ ຫຼື ໂຟມຊຶ່ງກຳຈັດຍາກ. • ເລືອກໃຊ້ສິນຄ້າທີ່ມີຄຸນນະພາບ ເຊັ່ນ: ມີສິ່ງ ຫຸ້ມຫໍ່ ຫຼື ສິ່ງບັນຈຸນ້ອຍ ແລະ ອາຍຸການໃຊ້ງານ ຍາວນານ. • ໃຊ້ສິນຄ້າຊະນິດເຕີມ ເຊັ່ນ: ສະບູຝຸ່ນ, ນໍ້າຢາ ລ້າງຈານ, ນໍ້າຢາທຳຄວາມສະອາດ, ຖ່ານໄຟສາຍ ຊະນິດສາກໄດ້ ເປັນຕົ້ນ.
  • 9. ການນຳໄປຜະລິດຄືນໃໝ່ (Recycle) ເປັ ນ ຂະບວນການນຳເອົ າ ວັດສະດຸທີ່ໃຊ້ແລ້ວ, ແຕ່ຍັງ ສາມາດເປັນວັດຖຸດິບນຳໄປ ຜະລິດຄືນໃໝ່ໄດ້ ດ້ວຍວິທີ ການຕ່າງໆ ເຊັ່ນ: ນໍາເອົາ ເສດເຫຼັກ, ປຼາສຕິກໄປຫຼອມ ເພື່ອນໍາໃຊ້ຄືນໃໝ່. ຮັບຊື້ສິ່ງເສດເຫຼືອ ວິ ທີ ນີ້ ຊ່ ວ ຍປະຢັ ດ ຊັ ບ ພະຍາກອນທຳມະຊາດ ແລະ ພະລັງງານ ໃນການຜະລິດ ແລະ ຍັງຊ່ວຍຫຼຸດຜ່ອນ ປະລິມານຂີ້ເຫຍື້ອລົງອີກດ້ວຍ. ຂີ້ເຫຍື້ອທີ່ສາມາດນຳໄປ ຜະລິດໃໝ່ໄດ້ແກ່: ເຈ້ຍ, ແກ້ວ, ປຼາສຕິກ, ເຫຼັກ, ອະລຸຍ ມີນຽມ ເປັນຕົ້ນ. ເຮົ າ ມີ ສ່ ວ ນຮ່ ວ ມໃນການນຳໄປຜະລິ ດ ຄື ນ ໃໝ່ (Recycle) ໄດ້ໂດຍການແຍກຂີ້ເຫຍື້ອທີ່ສາມາດເປັນ ເສດຖະກິດໄດ້ ຈາກຂີ້ເຫຍື້ອທົ່ວໄປຢູ່ໃນເຮືອນ, ໂຮງຮຽນ, ຫ້ອງການ ແລະ ນຳເອົາຂີ້ເຫຍື້ອເຫຼົ່ານີ້ໄປຂາຍໃຫ້ແກ່ຮ້ານ ຮັບຊື້ສິ່ງເສດເຫຼືອ. ການນຳມາໃຊ້ຄືນໃໝ່ (Reuse) ເປັນການໃຊ້ວັດສະດຸໃຫ້ຄຸ້ມຄ່າທີ່ສຸດກ່ອນຈະຖິ້ມໄປເຊັ່ນ: • ການໃຊ້ເຈ້ຍທັງ 2 ໜ້າ • ການນຳເອົາສິ່ງຫຸ້ມຫໍ່ມາໃຊ້ຊໍ້າ ເຊັ່ນ: ການນຳກ່ອງ ແລະ ຖົງ ມາໃຊ້ຊໍ້າອີກຫຼາຍຄັ້ງ. • ການນຳສິ່ງຂອງມາດັດແປງໃຫ້ໃຊ້ປະໂຫຍດໄດ້ໃໝ່ ເຊັ່ນ: ນຳຖັງຫຼືຊາມທີ່ຮົ່ວແລ້ວມາເປັນກະຖັງ ຕົ້ນໄມ້, ນຳເອົາກະຕຸ໋ກນໍ້າມາປະດິດເປັນກ່ອງໃສ່ປາກກາ ແລະ ສໍເປັນຕົ້ນ.
  • 10. ພວກເຮົາສາມາດແຍກຂີ້ເຫຍື້ອໃຫ້ເປັນ ເສດຖະກິດໄດ້ ຮູ້ບໍ່ວ່າການຖິ້ມຂີ້ເຫຍື້ອທີ່ສາມາດເປັນເສດຖະກິດໄດ້ປົນກັບຂີ້ເຫຍື້ອປະເພດ ອື່ນນັ້ນ ເທົ່າກັບເຮົາກຳລັງຖິ້ມເງິນລົງຖັງຂີ້ເຫຍື້ອ ເພາະວ່າຂີ້ເຫຍື້ອທີ່ສາ ມາດເປັນເສດຖະກິດໄດ້ເປັນຂີ້ເຫຍື້ອທີ່ຂາຍໄດ້. ໃນປີ 2005 ມີຂີ້ເຫຍື້ອໃນ ຊຸມຊົນເກີດຂຶ້ນ 320 ໂຕນ/ມື້ ມີການນຳຂີ້ເຫຍື້ອກັບມາເປັນເສດຖະກິດໄດ້ ເຊິ່ງຢູ່ໃນຮູບແບບຝຸ່ນຊີວະພາບ 39% ໃນຮູບແບບເສດເຫຼັກ 1% ເຈ້ຍ 6% ປຼາສະຕິກ 8% ແຜ່ນແພ 4% ແລະ ຍາງ 8% ຂີ້ເຫຍື້ອທີ່ສາມາດນໍາໄປຜະລິດຄືນໃໝ່ ແບ່ງອອກເປັນ 4 ປະເພດ ຄື: ແກ້ວ, ເຈ້ຍ, ປຼາສະຕິກ ແລະ ໂລຫະ/ອະໂລຫະ (ຂໍ້ມູນຈາກອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ. ອພບ ປີ 2005 ) .ເຮົາມາແຍກຂີ້ເຫຍື້ອທີ່ສາມາດເປັນເສດຖະກິດໄດ້ ຢູ່ພາຍໃນເຮືອນຂອງເຮົາລອງ ເບິ່ງ: ຈອກແກ້ວ (ນຳໄປຜະລິດຄືນໃໝ່) ແກ້ວເປັນວັດສະດຸຜິວລຽບ, ແຂງ, ໃສແຕ່ບາງແຕກ ງ່າຍ ແກ້ວເປັນຂີ້ເຫຍື້ອທີ່ບໍ່ຍ່ອຍສະຫຼາຍແຕ່ນຳໄປຜະລິດຄືນໃໝ່ ໄດ້ເຊິ່ງແກ້ວທີ່ ມັກຖືກນຳໄປໃຊ້ແມ່ນແກ້ວຕ່າງໆ ເຊັ່ນ: ແກ້ວນໍ້າອັດ ລົມ, ແກ້ວເຫຼົ້າ, ແກ້ວເບຍ, ແກ້ວຢາ, ແກ້ວນໍ້າປາ ແລະ ຊ໋ອດ ຕ່າງໆ ໃນແຕ່ລະມື້ມີແກ້ວທີ່ໃຊ້ແລ້ວ ກໍ່ຖິ້ມກາຍເປັນຂີ້ເຫຍື້ອ. ຂວດແກ້ວດີ(ຂາຍໄດ້) ຂາຍໄດ້ລາຄາດີກວ່າເສດແກ້ວໂຮງງານຈະນຳໄປລ້າງໃຫ້ສະອາດ ແລະ ຂ້າເຊື້ອ ແລ້ວນຳກັບມາໃຊ້ໃໝ່ໄດ້ອີກຢ່າງໜ້ອຍ 30 ເທື່ອ ຖ້າຫາກບໍ່ແຕກ ຫຼື ບິ່ນເສຍກ່ອນ. ຂວດ ແລະ ຈອກແກ້ວແຕກ (ເສດແກ້ວ) ໂຮງງານທີ່ ຜ ະລິ ດ ແກ້ ວ ຈະນຳໄປຫຼ ອ ມປະສົ ມ ກັ ບ ແກ້ວໃໝ່ ເຊິ່ງຈະຊ່ວຍຫຼຸດຜ່ອນຕົ້ນທຶນ.
  • 11. ເຈ້ຍ 1 ໂຕນ ເຈ້ຍ ໃນບັ ນ ດາຂີ້ ເ ຫຍື້ ອ ທີ່ ສ າມາດນຳໄປຜະລິ ດ ໃໝ່ ໄ ດ້ ນັ້ ນ ເຈ້ ຍ ເປັນວັດສະດຸທີ່ຍ່ອຍສະຫຼາຍງ່າຍທີ່ສຸດເພາະຜະລິດຈາກເຍື້ອໄມ້ທຳມະຊາດ ປະຈຸບັນ ເຮົາມີຂີ້ເຫຍື້ອປະເພດເຈ້ຍທັງໝົດ 39,148 ກິໂລກຼາມ/ເດືອນ, 1,305 ກິໂລກຼາມ/ມື້ ສ່ວນທີ່ເຫຼືອຖືກຖິ້ມປົນເປື້ອນກັບຂີ້ເຫຍື້ອ ປະເພດອື່ນໆ ຈົນບໍ່ສາມາດນຳມາຜະລິດໃໝ່ໄດ້ (ຂໍ້ມູນຈາກກົມມົນລະພິດ) ຂະບວນການຜະລິດເຈ້ຍ 1 ໂຕນ ຈະຕ້ອງໃຊ້ຊັບພະຍາກອນຕົ້ນໄມ້ 17 ຕົ້ນ, ກະແສໄຟຟ້າ 1,000 ກິໂລວັດ/ຊົ່ວໂມງ, ນໍ້າມັນເຕົາ 300 ລິດ, ນໍ້າສະອາດ 100 ໂຕນ ແລະ ຄລໍລີນ 5 ກິໂລ (ຈາກກົມຄວບຄຸມມົນລະພິດ) ເຈ້ຍທີ່ຂາຍໄດ້ ແລະ ຮ້ານ ຮັບຊື້ສິ່ງເສດເຫຼືອຮັບຊື້ • ໜັງສືພິມ, ປຶ້ມຂຽນ, ເຈ້ຍສໍາເນົາເອກະສານ, ແກັດ ເຈ້ຍ (ຂາຍໄດ້ລາຄາ). • ປຶ້ມເປັນຫົວ, ເຈ້ຍສີ, ເຈ້ຍເສດ (ລາຄາຖືກ). ເຈ້ຍທີ່ຮ້ານຮັບຊື້ສິ່ງເສດເຫຼືອບໍ່ຮັບຊື້ • ເຈ້ຍທີ່ເຄືອບດ້ວຍປຼາສະຕິກ ເຊັ່ນ: ເຈ້ຍ ຫໍ່ຂອງຂວັນ, ກ່ອງນົມ ອື່ນໆ • ເຈ້ຍເຄືອບມັນ ເຊັ່ນ ໜ້າປົກວາລະສານ. • ເຈ້ຍທີ່ເຮັດຈາກຜ້າ ເຊັ່ນ ກ່ອງໝາກແອບ ເປິນບາງຊະນິດ
  • 12. ປຼາສະຕິກ ເປັນຂີ້ເຫຍື່ອທີ່ຍ່ອຍສະຫຼາຍຍາກທີ່ສຸດ ການນຳໄປຜະລິດຄືນໃໝ່ຈຶ່ງເປັນວິທີຈັດການທີ່ດີທີ່ສຸດ ເຮົາທີ່ຂາຍໄດ້ ເຊັ່ນ: ມີອາຍຸຍາວນານເປັນອຳມະຕະ ຂີ້ເຫຍື້ອປຼາສະຕິກໃນເຮືອນຂອງ ກະຕຸກຢາງ ແລະ ຈອກແກ້ວ ເຊັ່ນ ກະຕຸກ: ກະຕຸກນໍ້າດື່ມແບບໃສ, ກະຕຸກນໍ້າມັນພືດ, ຈອກກະແລ່ມ ອື່ນໆ. ເຄື່ອງໃຊ້ສ່ວນຕົວ ເຊັ່ນ ກ່ອງຢາສະຜົມ, ໂຟມລ້າງໜ້າ, ເກີບແຕະ ອື່ນໆ ເຄື່ອງໃຊ້ທົ່ວໄປ ເຊັ່ນ: ຝາແກ້ວນໍ້າປາ, ສາຍຢາງເກົ່າ, ເປືອກສາຍໄຟ, ກະແຊັດເທັບ, ທໍ່ PVC ອື່ນໆ.
  • 13. ໂລຫະ ແລະ ອະໂລຫະ: ໂລຫະ ແລະ ອະໂລຫະມີຫຼາຍຊະນິດ ໄລຍະເວລາໃນການຍ່ອຍສະຫຼາຍ ປະມານ 80-100 ປີ ການນຳໂລຫະ ແລະ ອະໂລຫະມາຜະລິດຄືນຈະຊ່ວຍຫຼຸດການໃຊ້ວັດຖຸດິບ 1% ແລະ ຊ່ວຍຫຼຸດການ ປ່ອຍມົນລະພິດສູ່ສິ່ງແວດລ້ອມ. ປະເພດໂລຫະ ແລະ ອະໂລຫະທີ່ສາມາດນຳມາຜະລິດໃໝ່ມີຄື: ເຫຼັກ ໃຊ້ຫຼາຍທີ່ສຸດໃນອຸປະກອນຕ່າງໆ ທົ່ວໂລກມີການນໍາເສດ ເຫຼັກມາຜະລິດຄືນໃໝ່ ເຖິງ 1 % ເພື່ອຫຼຸດຕົ້ນທຶນການ ຜະລິດ ເຫຼັກທີ່ນຳໄປຂາຍໄດ້ ເຊັ່ນ ນ໋ອດ, ຕະປູ, ຂາຕັ່ງ, ລໍ້ລົດຖີບ, ກະປ໋ອງ ອື່ນໆ. ອາລູມີນຽມ ນໍາມາຈາກແຮ່ບ໋ອກໄຊ ໃນປ່າເຂດຮ້ອນ ຊຶ່ງຕ້ອງທໍາລາຍພື້ນທີ່ປ່າ ຂະໜາດ ໃຫຍ່ເຮັດໃຫ້ສະພາບແວດລ້ອມເສຍຄວາມສົມດຸນລວມທັງໃນຂະບວນ ການຜະລິດອາລູມີນຽມຍັງເຮັດໃຫ້ເກີດ ກາສຟູອໍລິນ ທີ່ກໍ່ມົນລະ ພິດ ການນຳເອົາອາລູມິນຽມໄປຜະລິດຄືນໃໝ່ຈຶ່ງຊ່ວຍຮັກສາສິ່ງ ແວດລ້ອມໄດ້ຫຼາຍ. ອາລູມິນຽມທີ່ນຳໄປຂາຍໄດ້ເຊັ່ນ: ຊາມອ່າງ, ໂອນໍ້າ, ກະປ໋ອງ ແລະ ອື່ນໆ. ທອງແດງ ເຊັ່ນ: ສາຍໄຟ ທອງເຫຼືອງ ເຊັ່ນ ອຸປະກອນສຸຂະພັນ ສະແຕນເລດ ເຊັ່ນ: ໝໍ້, ບ່ວງ, ຊ້ອມ... ຊືນ ເຊັ່ນ: ຟິວໄຟຟ້າ
  • 14. ທະນາຄານຂີ້ເຫຍື້ອແມ່ນທາງເລືອກທີ່ດີ ເລີດສຳລັບສ້າງເສດຖະກິດສິ່ງເສດເຫຼືອ ຈະດີກວ່າບໍ່, ຖ້າພວກເຮົາທຸກຄົນມາຊ່ວຍ ກັນແຍກຂີ້ເຫຍື້ອ ເພື່ອຊ່ວຍສ້າງເສດ ຖະກິດ ສິ່ງເສດເຫຼືອໃຫ້ເປັນລາຍຮັບຂອງຄອບຄົວ. ຕາມຄວາມລຶ້ງເຄີຍ, ພວກເຮົາແຕ່ລະຄົນ, ແຕ່ລະບ້ານ ຂາຍຂີ້ເຫຍື້ອດ້ວຍຕົນເອງ ທີ່ຂາດການ ຈັດຕັ້ງຮັບຜິດຊອບ, ລາຄາບໍ່ປົກກະຕິ ແລະ ບໍ່ມີປະສິດທິຜົນ. ດັ່ງນັ້ນ, ຈຶ່ງເຊີນຊວນໃຫ້ທຸກຄົນ ພ້ອມກັນ ຫັນປ່ຽນເຂົ້າສູ່ລະບົບ ການຈັດຕັ້ງປະຕິບັດ “ທະນາຄານຂີ້ເຫຍື້ອ’’ ເພື່ອພ້ອມກັນສ້າງ ເສດຖະກິດ ສິ່ງເສດເຫຼືອໃຫ້ມີປະສິດທິຜົນ. ຫຼັກການທະນາຄານຂີ້ເຫຍື້ອສາມາດເປັນເສດຖະກິດໄດ້ ແມ່ນການສົ່ງເສີມການແຍກຂີ້ເຫຍື້ອໂດຍ ເລີ່ມຈາກໂຮງຮຽນ (ໃນລະບົບ ແລະ ນອກລະບົບ) ນັບແຕ່ອານຸບານ 3, ປະຖົມ,ມັດທະຍົມ (ຕົ້ນ ແລະ ປາຍ) ຈົນຮອດລະບົບການສຶກສາຊັ້ນສູງ, ສະຖາບັນການສຶກສາ ແລະ ຊຸມຊົນ. ທະນາຄານ ຂີ້ເຫຍື້ອຂອງໂຮງຮຽນຄວນໃຊ້ແຕ່ລະໂຮງຮຽນເປັນທີ່ຕັ້ງຂອງທະນາຄານຂີ້ເຫຍື້ອ ແລະ ຫ້ອງການ ຄຸ້ມຄອງບໍລິຫານ ໂດຍໃຫ້ນັກຮຽນສະໝັກເປັນສະມາຊິກຂອງທະນາຄານ ແລະ ນຳຂີ້ເຫຍື້ອເສດ ຖະກິດມາຝາກ. ພະນັກງານທະນາຄານ ມີໜ້າທີ່ແຍກ ແລະ ຊັ່ງນໍ້າໜັກແລ້ວຄຳນວນເປັນຈຳ ນວນເງິນ ຈາກນັ້ນ ບັນທຶກລົງໃນປຶ້ມຄູ່ຝາກ ໂດຍໃຊ້ລາຄາທີ່ໂຮງຮຽນປະສານກັບຮ້ານຮັບຊື້ສິ່ງ ເສດເຫຼືອເປັນພື້ນຖານ;. ຜົນໄດ້ຮັບແມ່ນ ນັກຮຽນຈະມີລາຍຮັບຈາກການນຳຂີ້ເຫຍື້ອມາຝາກ ຈຸດປະສົງຂອງທະນາຄານຂີ້ເຫຍື້ອແມ່ນ 1. 2. 3. 4. 5. 6. ເພື່ອໃຫ້ນັກຮຽນ,​ ນັກສຶກສາ, ປັນຍາຊົນ ແລະ ມວນຊົນ ມີຈິດສຳນຶກ ແລະ ຍົກລະດັບ ຄວາມຮູ້ ໃນການກຳຈັດຂີ້ເຫຍື້ອ, ຫຼຸດຜ່ອນປະລິມານຂີ້ເຫຍື້ອ ການປົກປກຮັກສາສິ່ງແວດ ລ້ອມຕົວເມືອງ. ເພືອສ້າງລາຍຮັບທາງດ້ານເສດຖະກິດໃຫ້ແກ່ນກຮຽນ,​ນັກສຶກສາ, ປັນຍາຊົນ ແລະ ມວນຊົນ. ່ ັ ເພື່ອສົ່ງເສີມນັກຮຽນນັກສຶກສາ ສ້າງລາຍຮັບດັ່ງກ່າວເປັນທຶນການສຶກສາ. ເພື່ອສ້າງຕົວແບບທີ່ດີການຈັດການຂີ້ເຫຍື້ອໃນໂຮງຮຽນ ແລະ ຊຸມຊົນ ໂດຍນັກຮຽນ,​ນັກສຶກ ສາ,ປັນຍາຊົນ ແລະ ມວນຊົນ. ໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ. ໃຫ້ບໍລິການຮັບຝາກ-ຂາຍ ຂີ້ເຫຍື້ອທີ່ເປັນເສດຖະກິດຕ່າງໆ ທີ່ຄິດເປັນເງິນ ແລະ ໃຫ້ບໍລິ ການກູ້ຢືມເງິນສຳລັບສະມາຊິກຂອງທະນາຄານ. ມີນະໂຍບາຍສົ່ງເສີມ ໂດຍກຳນົດອັດຕາລາຄາແຕ່ລະປະເພດຂີ້ເຫຍື້ອ ແລະ ອັດຕາການກູ້ ຢືມທີ່ເປັນປົກກະຕິ.
  • 15. ທະນາຄານຂີ້ເຫຍື້ອ ຝາກ ຂາຍ ຖອນ ທະນາຄານກໍ່ມີລາຍໄດ້ຈາກການ ເປັ ນ ຕົ ວ ແທນຊື້ ຂ າຍຂີ້ ເ ຫຍື້ ອ ໃຫ້ ກັບຮ້ານຮັບຊື້ສິ່ງເສດເຫຼືອ ແລະ ສາມາດຫັກຄ່າໃຊ້ຈ່າຍ ໃນການ ສຶກສາ ຫຼື ສະໜັບສະໜູນກິດຈະ ກຳອື່ນໆໃນໂຮງຮຽນໄດ້ອີກ. ກູ້ຢືມ ລາຍໄດ້ ຮັບສະໝັກຄະນະຮັບຜິດຊອບ ຂັ້ນຕອນ ການຈັດຕັ້ງປະຕິບັດ ທະ ນາຄານຂີ້ເຫຍື້ອ ປະຊຸມຄະນະຮັບຜິດຊອບ ກະກຽມສະຖານທີ່ສຳລັບ ຮວບຮວມຂີ້ເຫຍື້ອ ປະຊາສຳພັນ ເປີດບັນຊີທະນາຄານ ປະເມີນຜົນກິດຈະກຳ
  • 16. ທະນະຄານຂີ້ເຫຍື້ອຄວນມີຄະນະຮັບ ຜິດຊອບຄືແນວໃດ? ຮັບສະໝັກຄະນະຮັບຜິດຊອບທີ່ເປັນນັກຮຽນໃນໂຮງຮຽນ ໂດຍມີອາຈານ ເປັນທີ່ປຶກສາ ກ່ຽວກັບ ກິດຈະກຳໜຶ່ງໃນຄະນະຮັບຜິດຊອບ ຄວນຈັດຕັ້ງ ຄະນະຮັບຜິດຊອບໄວ້ 2 ຊຸດ ເພື່ອສະດວກໃນການປະຕິບັດງານ ແລະ ສາມາດເຮັດໜ້າທີ່ແທນກັນໄດ້ ຄະນະຮັບຊອບຕ້ອງມີການປະຊຸມເພື່ອ ກະກຽມວຽກກ່ອນເຊັ່ນ: ການປະຊາສຳພັນວາງແຜນກຳນົດມື້ ແລະ ສະຖານທີ່ເປີດທະນາຄານຂີ້ເຫຍື້ອເສດຖະກິດໄດ້, ການກຳນົດໄລຍະເວ ລາຮັບຝາກ, ເວລາການຂາຍ, ການດຳເນີນການຕ່າງໆເພື່ອເປີດທະນາ ຄານ ແລະ ການປະເມີນຜົນກິດຈະກຳ. ຜູ້ຮັບຜິດຊອບແຍກ ມີໜ້າທີ່ແຍກ ແລະ ຊັ່ງນໍ້າໜັກທີ່ ສະມາຊິກນຳມາຝາກ ສະມາຊິ ກ ນຳເອົ າ ຂີ້ ເ ຫຍື້ ອ ເສດຖະກິດມາຝາກ ມີເຄື່ອງຊັ່ງ ທີ່ ບ ອກລາຍລະອຽດເປັ ນ ຂິ ດ , ໃນຂະໜາດ 10 kg ank ຍື່ອ ີ້ເຫ ານຂ ນາຄ ທະ eB ast W ຕິກ ສະ ປຼາ ເຈ້ຍ ້ວ ແກ ະ ລຫ ະໂ ະ/ອ ຫ ໂລ ສະຖານທີ່ ເ ກັ ບ ມ້ ຽ ນຕ້ ອ ງເປັ ນ ສະຖານທີ່ ສາມາດປ້ອງກັນນ້ຳຝົນ. ຖ້າມີພື້ນທີ່ພຽງພໍ ຄວນເກັບມ້ຽນທີ່ແຍກອອກເປັນແຕ່ລະປະ ເພດ ເຊັ່ນ: ສະຖານທີ່ສຳຫຼັບ ແກ້ວ, ເຈັຍ, ປລາສະຕິກ ແລະ ໂລຫະ
  • 17. ໜ້າທີ່ຂອງຄະນະຮັບຜິດຊອບ ຜູ້ຈັດການ ທະນາຄານຂີ້ເຫຍື້ອ ມີໜ້າທີ່ຮັບຜິດຊອບ ແລະ ຊີ້ນຳລວມ ໃນວຽກງານ ປະຈຳວັນ ຜູ້ບັນທຶກ ມີ ໜ້ າ ທີ່ ຈົ ດ ບັ ນ ທຶ ກ ລາຍ ລະອຽດຂອງຂີ້ ເ ຫຍື້ ອ ທີ່ ສ ະ ມ າ ຊິ ກ ນ ຳ ມ າ ຝ າ ກ ເປັນຕົ້ນ ໃຫ້ບັນທຶກ ປະ ເພດ ແລະ ປະລິມານ. ຜູ້ຊັບຜິດຊອບວຽກບໍລິຫານ ມີໜ້າທີ່ຮັບຜິດຊອບທຸກວຽກບໍລິຫານລວມ ທັງວຽກການເກັບຊື້ ແລະ ການຕະຫຼາດ ເປັນຕົ້ນ ປະສານຮ້ານຮັບຊື້, ເບິ່ງວຽກງານ ເບີກຈ່າຍ ແລະ ເອກະສານຕ່າງໆ. ຜູ້ຄິດໄລ່ ແລະ ບັນຊີ ຜູ້ເບີກຈ່າຍ ມີ ໜ້ າ ທີ່ ຮັ ບ ຜິ ດ ຊອບການເບີ ກ ມີ ໜ້ າ ທີ່ ຄິ ດ ໄລ່ ມູ ນ ຄ່ າ ຂອງ ຈ່າຍ ແລະ ສະຫຼຸບລາຍຮັບ-ລາຍ ຂີ້ ເ ຫຍື້ ອ ຕາມການບັ ນ ທຶ ກ ຈ່າຍໃນແຕ່ລະວັນ. ພ້ອມທັງຮັບຜິດຊອບລົງບັນ ຊີ ການຝາກ-ຖອນ ລະບົບບັນຊີ ໃນກໍລະນີບໍ່ມີສະຖານທີ່ພຽງພໍ ສາ ມາດໃຊ້ວິທີຮັບຝາກຕອນເຊົ້າ ແລະ ຂາຍໃນຕອນແລງ ໃນວັນດຽວກັນ ໃນລະບົບບັນຊີ ຕ້ອງກະກຽມດັ່ງນີ້: • ໃບສະໝັກເປັນສະມາຊິກ • ໃບຂໍຝາກ • ປື້ມບັນຊີທະນາຄານ • ໃບຖອນເງິນ • ປຶ້ມບັນທຶກລູກຄ້າ • ປຶ້ມສະຫຼຸບການຂໍຝາກ • ປື້ມບັນທຶກລູກໜີ້ • ປື້ມບັນທຶກເງິນສົດ
  • 18. ການເປີດທະນາຄານຂີ້ເຫຍື້ອ ຄວນ ກະກຽມວຽກງານຕົ້ນຕໍໃດແດ່? ສຳຫຼວດຂຶ້ນບັນຊີຮ້ານ ຊື້-ຂາຍ ຂີ້ເຫຍື້ອເສດຖະກິດ ຄະນະຮັບຜິດຊອບສຳຫຼວດຂຶ້ນບັນຊີຮ້ານຊື້-ຂາຍ ຂີ້ເຫຍື້ອເສດຖະກິດ ທີ່ມີຢູ່ໃນຊຸມຊົນອ້ອມ ຂ້າງ ລວມທັງພິຈາລະນາລາຄາ ແລະ ປະເພດຂອງຂີ້ເຫຍື້ອເສດຖະກິດ ທີ່ຮ້ານສາມາດຮັບຊື້ໄດ້ ເພື່ອເປັນພື້ນຖານໃນການຄັດເລືອກຮ້ານໃຫ້ເຂົ້າຮ່ວມໂຄງການ. . ການກຳນົດລາຄາຊື້ ແລະ ຂາຍ ຄະນະຮັບຜິດຊອບຕ້ອງກຳນົດລາຄາຊື້-ຂາຍບົນພື້ນຖານລາຄາຕາມທ້ອງຕະຫຼາດ ໃນນີ້ອາດ ຈະບໍ່ມີກຳໄລເກີດຂຶ້ນ, (ລາຄາຊື້-ຂາຍ ເທົ່າກັນ). ໝາຍວ່າ ທະນາຄານບໍ່ມີເງີນສະສົມ, ພະນັກງານທີ່ ເຮັດວຽກດັ່ງກ່າວນັ້ນ ບໍ່ມີເງິນເດືອນ, (ເຮັດວຽກດ້ວຍຄວາມສະມັກໃຈ). ພະນັກເຫຼົ່ານີ້ອາດໃດ້ຮັບເງິນ ອຸດໜູນຈຳນວນໃດໜື່ງ ຖ້າຫາກທະນາຄານມີຄວາມສາມາດຈ່າຍ. ເພື່ອແກ້ໄຂບັນຫາດັ່ງກ່າວ ຄະນະ ຮັບຜິດຊອບຕ້ອງເຈລະຈາກັບຮ້ານຮັບຊື້ ທີ່ເຂົ້າຮ່ວມໂຄງການ ກ່ຽວກັບ ການປະກອບສ່ວນຕາມຄວາມ ເໝາະສົມ (30%, 20%, 10% ຫຼື 5% ຂອງມູນຄ່າຕົວຈິງໃນການຂາຍແຕ່ລະຄັ້ງ) ເພື່ອຮັບປະກັນດ້ານ ງົບປະມານຄັງສະສົມສຳລັບການເຄື່ອນໄຫວວຽກງານບໍລິຫານຂອງທະນາຄານ ທີ່ເຮັດໃຫ້ກິດຈະກຳ ຂອງທະນາຄານສືບຕໍ່ຢ່າງມີຄວາມຍືນຍົງ. ບົນພື້ນຖານການປະກອບສ່ວນດັ່ງກ່າວນີ້ພວກເຮົາກຳນົດ ລາຄາຂາຍມາດຕະຖານ. ຕົວຢ່າງ: ການກຳນົດລາຄາຊື້-ຂາຍ ກັບຮ້ານຮັບຊື້, ໃນກໍລະນີຮ້ານຮັບຊື້ປະກອບສ່ວນ 30% ລາຄາ ມາດຕະຖານຕ້ອງແມ່ນ 130% (100+30%) ດັ່ງຕົວຢ່າງລຸ່ມນີ້: ໂລຫະ: ລາຄາປະກອບສ່ວນ 30% ລາຄາຊື້ຕົວຈິງ (100%) ລາຄາປະກອບສ່ວນ (30% ) ລາຄາຂາຍມາດຕະຖານ (130%) ເຫຼັກ (kg) 2 ກີບ 0.6 ກີບ 2,6 ກີບ ອະໂລຫະ ທອງແດງ ປະເພດແກ້ວ ແກ້ວນ້ຳປາ ປະເພດ ປາສະຕິກ ກະຕຸກນ້ຳ ປະເພດເຈ້ຍ ເຈ້ຍໜັງສີພິມ
  • 19. ປະກາດແຈ້ງການ ກ່ຽວກັບ ລາຄາ ຊື້-ຂາຍ ຂີ້ເຫຍື້ອເສດຖະກິດ ຂອງແຕ່ ລະປະເພດໃນແຕ່ລະໄລຍະໄວ້ບໍລິເວນທະນາຄານ ຫຼື ກະດານຂ່າວ. ກ່ອນມື້ເປີດທະນາຄານ, ຄະນະຮັບຜິດຊອບຕ້ອງໄດ້ກວດເບິ່ງລາຄາຊື້-ຂາຍ ຂີ້ເຫຍື້ອເສດຖະກິດຈາກຮ້ານທີ່ເຂົ້າຮ່ວໂຄງການ ເພື່ອແຈ້ງໃຫ້ສະມາຊິກຮັບ ຊາບ. ການປະຊາສຳພັນ ຄະນະຮັບຜິດຊອບຕ້ອງໂຄສະນາເຜີຍແຜ່ ຄວາມໝາຍ ຄວາມສຳຄັນ ແລະ ຄວາມຮູ້ ກ່ຽວກັບ ຂີ້ເຫຍື້ອເສດຖະກິດ ແລະ ທະນາຄານຂີ້ເຫຍື້ອ ເພື່ອຍາດແຍ່ງການມີສ່ວນຮ່ວມ ຂອງມວນຊົນ ໃນວຽກງານດັ່ງກ່າວດ້ວຍຫຼາຍຮູບການ ເຊັ່ນ: ຕິດຕາມກະດານຂ່າວ ແລະ ວິທີການອື່ນໆ . ໃນກໍລະນີຢູ່ໃນໂຮງຮຽນ, ທາງໂຮງຮຽນຄວນເຮັດໜັງສືແຈ້ງຫາຜູ້ປົກຄອງຮັບຮູ້ເຖິງການເຂົ້າ ຮ່ວມກິດຈະກຳດັ່ງກ່າວ ເພື່ອຮັບປະກັນ ໃຫ້ມີສ່ວນຮ່ວມຂອງຄອບຄົວຫຼາຍຂຶ້ນ ໂດຍສະເພາະການ ແຍກຂີ້ເຫຍື້ອຢູ່ຄົວເຮືອນ ກ່ອນນຳມາຝາກທະນາຄານ. ຕົວຢ່າງ: ການຄິດໄລ່ການປະກອບສ່ວນ 30% ເພື່ອກຳນົດລາຄາມາດຕະຖານທີ່ຮ້ານຕ້ອງຈ່າຍດັ່ງນີ້ ລາຄາກະປ໋ອງນ້ຳອັດລົມ 8,000 ກີບ/ກິໂລ ຄວນຕັ້ງລາຄາເທົ່າໃດ? ລາຄາ 8000 ກິບ ແມ່ນ 100 % (ລາຄາຊື້-ຂາຍ ຕາມທ້ອງຕະຫຼາດ) ການປະກອບສ່ວນ 30 % ຂອງຮ້ານ ເທົ່າກັບ 800X30/100=2400 ກິບ ລາຄາຂາຍມາດຕະຖານທີ່ກຳນົດເທົ່າ 130 % ເທົ່າກັບ 8000+2400=10400 ກິບ ສະຫຼຸບແລ້ວ ຮ້ານຮັບຊື້ຂີ້ເຫຍື້ອທີ່ເຂົ້າຮ່ວມໂຄງການຕ້ອງຈ່າຍແມ່ນ 10400 ກິບ ໃນນັ້ນ 8000 ກິບ ແມ່ນລາຄາຂີ້ເຫຍື້ອ ສ່ວນ 2400 ແມ່ນການປະກອບສ່ວນ
  • 20. ການຮັບຝາກຂີ້ເຫຍື້ອໃນທະນາຄານ ຄວນດຳເນີນຕາມຂັ້ນຕອນໃດແດ່? ການຮັບສະໝັກສະມາຊິກຂອງທະນາຄານຂີ້ເຫຍື້ອ ຂັ້ນຕອນທຳອິດ ຕ້ອງເປີດຮັບສະໝັກສະມາຊິກ, ຜູ້ສະໝັກຕ້ອງປະກອບ ໃບສະໝັກ ແລະ ຈະໄດ້ຮັບເລກລະຫັດສະມາຊິກ. ນອກນັ້ນ, ຜູ້ທີ່ເຂົ້າເປັນສະມາ ຊິກໃໝ່ຕ້ອງປະກອບລາຍລະອຽດໃສ່ປຶ້ມບັນຊີທະນາຄານ ແລະ ເກັບຮັກສາໄວ້ທີ່ ທະນາຄານ ເຊິ່ງສະມາຊິກທຸກຄົນສາມາດຕິດຕາມ ແລະ ກວດເບິ່ງໄດ້ໃນມື້ທີ່ ທະນາຄານເປີດບໍລິການ. ໃບສະໝັກເປັນສະມາຊິກ ແບບຟອມ 1 ເລກທີ່.................. ທະນາຄານຂີ້ເຫຍື້ອ ສາຂາ............................................................................................... ວັນທີ................................................................................................ ຊື່ ແລະ ນາມສະກຸນ............................................................................. ວັນເດືອນປີເກີດ...........................................ອາຍຸ............ປີ................... ອາຊີບ (ໃນກໍລະນີຢູ່ໂຮງຮຽນ ໃຫ້ໃສ່ລະດັບການສຶກສາ) ............................. ....................................................................................................... ທີ່ຢູ່ບ້ນ.......................................ເມືອງ............................................... ແຂວງ........................................ເບີໂທ............................................... ຜູ້ຮັບຜິດຊອບ ................... ຜູ້ສະໝັກ ......................
  • 21. ການຝາກ ເມື່ອສະມາຊິກນຳເອົາຂີ້ເຫຍື້ອເສດຖະກິດ ມາຝາກນຳທະນາຄານໃຫ້ປະຕິບັດດັ່ງນີ້: ຕ້ອງປະກອບໃບຂໍຝາກຕາມແຕ່ລະປະເພດຂອງຂີ້ເຫຍື້ອທີ່ເອົາມາ ຝາກຕາມແບບຟອມ2ລຸ່ມນີ້ ແລ້ວເອົາໃບຂໍຝາກດັ່ງກ່າວພ້ອມດ້ວຍຂີ້ ເຫຍື້ອທີ່ເອົາມາຝາກ ໃຫ້ຜູ້ຮັບຜິດຊອບແຍກ. ໃບຂໍຝາກ ແບບຟອມ 2 ຂີ້ເຫຍື້ອເສດຖະກິດ ຊື່ບ້ານ/ໂຮງຮຽນ..........................ຊັ້ນ...............ວັນທີ່............... ຊື່ບັນຊີ...........................................ເລກບັນຊີ................ ລາຍການ ຈຳນວນ ລາຄາ ຈຳນວນເງິນ ຜູ້ຮັບຜິດຊອບ ກະປ໋ອງນ້ຳອັດລົມ ກະຕຸກນ້ຳ ເຈ້ຍ ລາຍເຊັນຜູ້ຝາກ........ຊັ້ນ.... ລວມເປັນເງິນ ຜູ້ຮັບຜິດຊອບແຍກ ດຳເນີນການແຍກຂີ້ເຫຍືອຕາມໃບຂໍຝາກ ແລະ ຊັ່ງນ້ຳໜັກແລ້ວ ສົ່ງໃບຂໍຝາກຕໍ່ຜູຸ້ບັນທຶກຕໍ່ຜູ້ບັນທຶກ ຜູ້ບັນທຶກ ຮ່ວມກັບ ສະມາຊິກເຈົ້າຂອງບັນຊີ ດຳເນີນການຊັ່ງນ້ຳໜັກ ແລະ ພ້ອມ ກັນບັນທຶກຂໍ້ມູນນ້ຳໜັກຂອງຂີ້ເຫຍື້ອໄວ້ໃນໃບຂໍຝາກ. ໃບຂໍຝາກ ແບບຟອມ 2 ຂີ້ເຫຍື້ອເສດຖະກິດ ຊື່ບ້ານ/ໂຮງຮຽນ..........................ຊັ້ນ...............ວັນທີ່................ ຊື່ບັນຊີ...........................................ເລກບັນຊີ................ ລາຍການ ກະປ໋ອງນ້ຳອັດລົມ ກະຕຸກນ້ຳ ເຈ້ຍ ຈຳນວນ ລາຄາ 1 1 1 ລາຍເຊັນຜູ້ຝາກ.........ຊັ້ນ.... ລວມເປັນເງິນ ຈຳນວນເງິນ ເຈົ້າໜ້າທີ່
  • 22. ຜູ້ຄິດໄລ ແລະ ບັນຊີ ດຳເນີນການຄິດໄລ່ ຈາກນ້ຳໜັກຂີ້ເຫຍືອລະບຸໄວ້ໃນ ໃບຂໍຝາກ ມາເປັນຈຳນວນເງິນ ບົນພື້ນຖານທີ່ລາຄາທີ່ກຳນົດໄວ້ ຮ່ວມກັນ ກັບຮ້ານຊື່-ຂາຍ. ໃບຂໍຝາກ ແບບຟອມ 2 ຂີ້ເຫຍື້ອເສດຖະກິດ ຊື່ບ້ານ/ໂຮງຮຽນສິ່ງແວດລ້ອມ.ຫ້ອງ..ປ 5/1.. ວັນທີ 5 ມິຖຸນາ 2013 ຊື່ ທ້າວ ແຈ່ມໃສ ສົດຊື່ນ................ເລກບັນຊີ 001.................. ລາຍການ ຈຳນວນ ລາຄາ ຈຳນວນເງິນ ກະປ໋ອງນ້ຳອັດລົມ 1 21 21 ກະຕຸກນ້ຳ 1 5.60 5.60 ເຈ້ຍ 1 1.40 ເຈົ້າໜ້າທີ່ 1.40 ລາຍເຊັນຜູ້ຝາກ.........ຊັ້ນ.... ລວມເປັນເງິນ 28.00 ວຽງ ຜູ້ຄິດໄລ່ ແລະ ບັນຊີ ລົງບັນທຶກຂໍ້ມູນໃສ່ປຶ້ມບັນຊີທະນາຄານເພື່ອຮັກສາໄວ້ເປັນ ຫຼັກຖານໃນການຝາກ-ຖອນ ຂອງສະມາຊິກ ແບບຟອມ 3 ປຶ້ມບັນຊີທະນາຄານ ໂຮງຮຽນ.......ສິ່ງແວດລ້ອມ....ເລກບັນຊີ....1990....... ຊື່ບັນຊີທະນາຄານ Account Name ທ້າວ ແຈ່ມໃສ ສົດຊືນ ່ ວັນທີເດືອນປີ ຖອນ ຝາກ ຍັງເຫຼືອ ຜູ້ຮັບຜິດຊອບ 5.6.013 - 28 28 ເຢັນສະບາຍ ຜູ້ຮັບຜິດຊອບທະນາຄານ ກວດເບິ່ງຄວາມຖືກຕ້ອງ ຂອງໃບຂໍຝາກ (ຊື່ ແລະ ນາມສະ ກຸນ, ເລກທີ່ສະມາຊິກ, ລາຄາຕໍ່ຫົວໜ່ວຍ, ການຄິດໄລ່ຈຳນວນເງິນ) ແລະ ໃຫ້ສະມາ ຊິກກວດເບິ່ງໃຫ້ຖືກຕ້ອງແລ້ວລົງລາຍເຊັນ ຂອງຜູ້ຝາກ, ຂອງຜູ້ຮັບຜິດຊອບ ໃນໃບຂໍ ຝາກ ແລະ ປຶ້ມບັນຊີທະນາຄານ ເພື່ອຮັບຮອງຄວາມຖືກຕ້ອງ.
  • 23. ການຖອນ ຖ້າສະມາຊິກຕ້ອງການຖອນເງິນ ສາມາດດຳເນີນໄດ້ ກໍ່ຕໍ່ເມື່ອສະມາຊິກສາມາດປະຕິ ບັດຕາມ 2 ເງື່ອນໄຂຄື: 1) ສາມາດຖອນໃນມື້ໃຫ້ບໍລິການຕໍ່ໄປ, 2) ຕ້ອງນຳເອົາຂີ້ເຫຍື້ອ ມາຝາກຕື່ມອີກ ເພື່ອທົດແທນ. ແບບຟອມ 4 ໃບຖອນເງິນ ຂີ້ເຫຍື້ອເສດຖະກິດ ບ້ານ/ໂຮງຮຽນ......ສິ່ງແວດລ້ອມ....ຫ້ອງ..ປ 5/1... ວັນທີ 5 ມິຖຸນາ 2013 ຊື່ ທ້າວ ແຈ່ມໃສ ສົດຊື່ນ.........ເລກບັນຊີ.................1990........... ກີບ (ຕົວອັກສອນ) (ຕົວເລກ) ສິບພັນກີບຖ້ວນ 10,000 ໄດ້ຮັບເງິນຄົບຖ້ວນ ແລະ ຖືກຕ້ອງແລ້ວ ແຈ່ມໃສ ສົດຊື່ນ ເຢັນສະບາຍ ລາຍເຊັນເຈົ້າຂອງບັນຊີ ລາຍເຊັນຜູ້ຮັບຜິດຊອບ ແບບຟອມ 5 ປື້ມບັນຊີທະນາຄານ ບ້ານ/ໂຮງຮຽນ.......ສິ່ງແວດລ້ອມ....ເລກບັນຊີ........1990.. ຊື່ບັນຊີ Account Name ທ້າວ ແຈ່ມໃສ ສົດຊື່ນ ວັນທີເດືອນປີ ຖອນ ຝາກ ຍັງເຫຼືອ ຜູ້ຮັບຜິດຊອບ 5.6. 2012 - 28 28 ວຽງ 11.6.2012 - 35 63 ວຽງ 17.6. 2012 100 - 63 ວຽງ
  • 24. ການສະຫຼຸບບັນຊີຮັບຝາກຂີ້ເຫຍື້ອ ໃນແຕ່ລະໄລຍະ ການຂື້ນທະບຽນລູກຄ້າ ຫຼັງຈາກທະນາຄານເປິດບໍລິການແລ້ວ ຜູ້ຮັບຜິດຊອບຈະ ຕ້ອງສັງລວມໃບສະໝັກສະມາຊິກລົງໃນເອກະສານຂື້ນ ທະບຽນລູກຄ້າ ເພື່ອເກັບກຳສະຖິຕິສະມາຊິກທັງໝົດທີ່ ເຂົ້າຮ່ວມເຄື່ອນໄຫວ. ແບບຟອມທີ 6 ປື້ມບັນທຶກລູກຄ້າ Customer Register ທະນາຄານຂີ້ເຫຍື້ອສາມາດຜະລິດຄືນໃໝ່ໄດ້ Recycle Waste Bank ສຳນັກງານ: ໂຮງຮຽນປະຖົມເລກເກົ້າ ເລກທີ່ບັນຊີ ຊື່ນາມສະກຸນ ມື້ເປີດບັນຊີ 1990 ທ. ແຈ່ມໃສ 01.05.12 1991 ນ. ສະອາດ ໝາຍເຫດ 05.02.12 ການຂາຍຂີ້ເຫຍື້ອເສດຖະກິດໃຫ້ຮ້ານຮັບຊື້ ຜູ້ຮັບຜິດຊອບທະນາຄານຂີ້ເຫຍື້ອ ແລະ ຜູ້ຮັບຜິດຊອບເປີດບໍລິການ ແລະ ການຕະຫຼາດ ຕ້ອງເຈລະຈາກັບຮ້ານທີ່ເຂົ້າຮ່ວມໂຄງການໃນບັນຫາການເກັບຊື້ ໂດຍສ່ວນໃຫຍ່ຈະຂໍໃຫ້ ຮ້ານມາຮັບຊື້ຂີ້ເຫຍື້ອຢູ່ທະນາຄານຂີ້ເຫຍື້ອເລີຍ ພາຍຫຼັງຊົ່ວໂມງເຮັດວຽກໃນແຕ່ລະມື້. ສະຫຼຸບການດຳເນີນງານຂອງທະນາຄານຂີ້ເຫຍື້ອ ຜູ້ຮັບຜິດຊອບຕ້ອງລົງລາຍລະອຽດໃນເອກສານສະຫຼຸບການຂໍຝາກ, ປື້ມບັນທຶກລູກໜີ້ ແລະ ລວບ ລວມລາຍຈ່າຍ ລົງໃນປຶ້ມເງິນສົດ ເພື່ອສາມາດກວດສອບ ກຳໄລ-ຂາດທຶນ ແລະ ການມີການສະຫຼຸບ ຜົນການດຳເນີນງານໃນແຕ່ລະເດືອນ ແລະ ແຈ້ງແກ່ສະມາຊິກຂອງທະນາຄານ ໂດຍປະກາດຕາມກະ ດານຂ່າວປະຊາສຳພັນ ຜົນການດຳເນີນງານໃນບໍລິເວນເປີດບໍລິການ.
  • 25. ປຶ້ມສະຫຼຸບການຂໍຝາກ ແບບຟອມທີ່ 7 Deposit Waste Bank ທະນາຄານຂີ້ເຫຍື້ອສາມາດຜະລິດຄືນໃໝ່ Recycle Waste Bank ສຳນັກງານ.......ໂຮງຮຽນສິ່ງແວດລ້ອມ.....ວັນທີ 5.6.2012 ເລກບັນຊີ ແກ້ວ ເຈ້ຍ ປາສຕິກ ໂລຫະ ອື່ນໆ ເປັນເງິນ ໝາຍເຫດ 001 - 1 1 1 - 28 2 - 2 - 60 3 1 3 - 88 002 ລວມ - ອະໂລຫະ ປຶ້ມບັນທຶກລູກໜີ້ ແບບຟອມທີ່ 8 Account Payable Registration ທະນາຄານຂີ້ເຫຍື້ອສາມາດຜະລິດຄືນໃໝ່ Recycle Waste Bank ສຳນັກງານ.....ໂຮງຮຽນສິ່ງແວດລ້ອມ............ ເລກທີ່ ບັນຊີ ຊື່ນາມສະກຸນ ຍອດຄົງເຫຼືອ ປະຈຳເດືອນ 1 2 3 4 5 6 1 ທ. ແຈ່ມໃສ ນ. ສະອາດ 8 9 10 11 12 53 2 7 60 ປຶ້ມບັນທຶກເງິນສົດ Cash Book ທະນາຄານຂີ້ເຫຍື້ອສາມາດຜະລິດຄືນໃໝ່ Recycle Waste Bank ວັນທີເດືອນປີ ລາຍການ ຮັບ ແບບຟອມທີ່ 9 ຈ່າຍ ຄົງເຫຼືອ 05.06.12 ຂາຍຂີ້ເຫຍື້ອ 126.00 - 126.00 02.11.12 ຖອນເງິນ - 10.00 116.00 ຊື້ເຈ້ຍ - 20.00 96.00 ການຕິດຕາມກວດກາ ແລະ ປະເມີນຜົນສຳເລັດ ວຽກງານດັ່ງກ່າວສາມາດດຳເນີນໄດ້ຈາກປະລິມານຂີ້ເຫຍື້ອທີ່ສັງລວມໄດ້ຈາກຈຳນວນທີ່ນຳມາຝາກ ຂອງສະມາຊິກທີ່ເຂົ້າຮ່ວມກິດຈະກຳ ແລະ ຈາກກຳໄລໃນການຊື້-ຂາຍ ວຽກງານດັ່ງກ່າວຄວນດຳເນີນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອປຽບທຽບການປ່ຽນແປງ ໄປໃນທາງບວກ ຫຼື ທາງລົບ. ນອກນັ້ນ, ພວກເຮົາຍັງສາມາດສັງເກດເຫັນການປະກອບສ່ວນ ແລະ ການປ່ຽນແປງພາຍໃນຄອບຄົວໄດ້ ໂດຍ ການສັງເກດສະມາຊິກໄດ້ນຳເອົາຂີ້ເຫຍື້ອມາຝາກນັ້ນໄດ້ແຍກມາພ້ອມ ຫືຼ ບໍ່. ຖ້າແຍກມາພ້ອມກໍ່ສະ ແດງໃຫ້ເຫັນວ່າຄອບຄົວນັ້ນໄດ້ມີຈິດສຳນຶກໃນການແຍກຂີ້ເຫຍື້ອແລ້ວ ຈາກຜົນການສົ່ງເສີມຂອງທະ ນາຄານ. ພ້ອມດຽວກັນນັ້ນກໍ່ຕ້ອງປະເມີນເປັນ ເປີເຊັນ (%) ວ່າສະມາຊິກສ່ວນໃຫຍ່ ຫຼື ສ່ວນໜ້ອຍໄດ້ ແຍກຂີ້ເຫຍື້ອມາພ້ອມ ເຊິ່ງທັງໝົດນີ້ສາມາດປະເມີນຜົນຄວາມຄືບໜ້າໄດ້.
  • 26. ຂະບວນການສົ່ງເສີມ ແລະ ສ້າງແຮງ ຈູງໃຈຕ່າງໆ ການສົ່ງເສີມຂອງທະນາຄານຂີ້ເຫຍື້ອ ນອກຈາກການດຳເນີນກິດຈະກຳທະນາຄານຂີ້ເຫຍື້ອ ໂດຍຄະນະຮັບຜິດຊອບ ແລ້ວ ບ້ານ/ໂຮງຮຽນຄວນໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ແລະ ມີສ່ວນຮ່ວມ ເພື່ອຮັບປະກັນໃຫ້ທະນາຄານມີຄວາມໝ້ັນຄົງ ແລະ ສາມາດດຳເນີນໄປໄດ້ຢ່າງມີປະ ສິດທິຜົນ ແລະ ຕໍ່ເນື່ອງ ເຊັ່ນ: • ການຍ້ອງຍໍດ້ວຍຮູບການຕ່າງໆ (ມອບໃບຍ້ອງຍໍ ຫຼື ມອບເງິນ) ເພື່ອຕອບແທນໃຫ້ ກັບຄະນະຮັບຜິດຊອບ. • ແຈກສິ່ງຂອງທີ່ລະລຶກໃຫ້ສະມາຊິກໃນມື້ສຳຄັນຕ່າງໆ. • ໃຫ້ເງິນອຸດໜູນພິເສດແກ່ສະມາຊິກທີ່ມີເງິນຝາກສູງ. • ໃຫ້ເງິນອຸດໜູນພິເສດ ຫຼື ຄະແນນພິເສດແກ່ສະມາຊິກທີ່ສາມາດຊັກຊວນເຂົ້າຮ່ວມ ເປັນສະມາຊິກໃໝ່ຂອງໂຄງການເພີ່ມເຕີມ. • ການສ້າງຫຼັກສູດພິເສດ ແລະ ການສ້າງຈິດສຳນຶກ ກ່ຽວກັບ ທະນາຄານຂີ້ເຫຍື້ອ, ສິ່ງແວດລ້ອມ ໃຫ້ນັກຮຽນ ແລະ ຊຸມຊົນ ໄດ້ຮຽນຮູ້. • ການຈັດກິດຈະກຳປະດິດສິ່ງເສດເຫຼືອແລ້ວນຳສິ່ງຂອງເຫຼົ່ານັ້ນ ແລ້ວນຳມາຈຳ ໜ່າຍເປັນສິນຄ້າ ຫຼື ແຈກເປັນຂອງທີ່ລະລຶກ. • ຕິດຕາມ ແລະ ຂໍການສະໜັບສະໜູນ ຈາກກອງທຶນທ້ອງຖິ່ນ ຫຼື ອົງການຈັດຕັ້ງ ຕ່າງໆ ເຊັ່ນ: ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ. ປະໂຫຍດອື່ນຂອງທະນາຄານຂີ້ເຫຍື໊ອ • ເຍົາວະຊົນ, ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະ ມວນຊົນທົ່ວໄປ ໄດ້ມີຄວາມ ເຂົ້າໃຈເລິກເຊິ່ງເຖິງຄຸນຄ່າຂອງຂີ້ເຫຍື້ອຍັງສາມາດເປັນເສດຖະກິດໄດ້້ ແລະ ມີ ລາຍຮັບໄດ້. • ເປັນການຝຶກນິໄສ ແລະ ພຶດຕິກຳໄປສູ່ການປະຢັດ, ຮັກຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍ. • ມີຈິດສຳນຶກໃນການນຳໃຊ້ຊັບພະຍາກອນທຳມະຊາດຢ່າງປະຢັດ, ສົມເຫດສົມ ຜົນ, ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ. • ຊ່ວຍຫຼຸດຜ່ອນບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມດຽວກັນນັ້ນ ກໍ່ເຮັດໃຫ້ຄຸນນະພາບສິ່ງແວດລ້ອມດີຂຶ້ນ.
  • 27. ຜູ້ຮັບຜິດຊອບ ປຶ້ມຄູ່ມືທະນາຄານຂີ້ເຫຍື້ອ ຄະນະຮ່າງ ແລະ ຮຽບຮຽງ ທ່ານ ຄຳປະດິດ ຄຳມູນເຮືອງ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ທ່ານ ນາງ ລັດຕະນາພອນ ອິນທິສານ ທ່ານ ວຽງສະຫວັນ ຈັນທະບຸນເຮືອງ ທ່ານ ບົວແສງປະເສີດ ພຣະສິດທິເດດ ແລະ ທີມງານ ຄະນະກະກວດແກ້ ທ່ານ ຄຳປະດິດ ຄຳມູນເຮືອງ ທ່ານ ນ. ຈິດຖະໜອມ ອຸ່ນສີດາ ທ່ານ ນ. ລັດຕະນາພອນ ອິນທິສານ ທ່ານ ວຽງສະຫວັນ ຈັນທະບຸນເຮືອງ ທ່ານ ບົວແສງປະເສີດ ພຣະສິດທິເດດ ທ່ານ ນ. ມະນີຈັນ ວໍລະຈິດ ທ່ານ ນ. ນາລິນ ຈະເລີນສຸກ ທ່ານ ນ. ອອນລະໄທ ວິໄລສິດ ທ່ານ ນ. ເກດສະໄໝ ແກ້ວຫານາມ ຄະນະຈັດໜ້າອອກແບບ ທ່ານ ບົວແສງປະເສີດ ພຣະສິດທິເດດ ທ່ານ ກິ່ງທອງ
  • 28. ຈັດພິມ ແລະ ເຜີຍແຜ່ ກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໜັບສະໜູນໂດຍ: ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ UNEP