SlideShare a Scribd company logo
1 of 80
Download to read offline
lt[a[mu 7
,a'dvo{,y45ok 2017
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
d l ld l l
ຈົດໝາຍຂ່າວ
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ
ຄະນະຮ່າງ ແລະ ຮຽບຮຽງ
ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ
ທ່ານ ໂລນຄຳ ອາດສະນາວົງ ຮັກສາການຫົວໜ້າກົມ
ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ
ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ
ກວດແກ້
ພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ພະແນກສົ່ງເສີມສິ່ງແວດລ້ອມ
ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ
ທ່ານ ນາງ ລັດຕະນະພອນ ອິນທະສານ ຮອງຫົວໜ້າພະແນກ
ຈັດໜ້າອອກແບບ
ພະແນກສົ່ງເສີມສິ່ງແວດລ້ອມ
ທ່ານ ບົວແສງປະເສິດ ພຣະສິດທິເດດ
ທ່ານ ກິ່ງທອງ ສິຣິສົມພອນ
ຄະນະເກັບກຳຂໍ້ມູນ
ທ່ານ ນາງ ສຸກສະຫວັນ ພຸດທະລາດ
ທ່ານ ນາງ ປິກຄຳ ພັນທະວົງ
ທ່ານ ບຸນທະວີ ປັນຍານຸວົງ
ແຫຼ່ງຂໍ້ມູນ
ຂໍຂອບໃຈເປັນຢ່າງສູງ ທີ່ໃຫ້ຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສສ
ສາລະບານ
•	 ສານ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ, ວັນທີ 5 ມິຖຸນາ 2017....... 1
•	 ສານ ຂອງທ່ານ ແອນໂທນີ ກູເທລີ ສປຊ ໃນວັນສິ່ງແວດລ້ອມ
ໂລກ 5 ມິຖຸນາ 2017.............................................................. 4
•	 ພິທີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ປີ 2017
ຄົບຮອບ 45 ປີ.......................................................................5
•	 ກອງປະຊຸມຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງແວດລ້ອມ ແບບ
ຍຸດທະສາດ ແລະ ການຄິດໄລ່ຜົນໄດ້ຜົນເສຍ.............................12
•	 ການໄປແລກປ່ຽນບົດຮຽນ ກ່ຽວກັບ ອາກອນສິ່ງແວດລ້ອມ ສຳລັບ
ການປ່ອຍນຳ້ເປື້ອນຈາກໂຮງງານອຸດສາຫະກຳ............................16
•	 ກອງປະຊຸມ ປຶກສາຫາລື ເພື່ອລິເລີ່ມໃນການສ້າງແຜນຄຸ້ມຄອງສິ່ງ
ແວດລ້ອມແບບຮອບດ້ານ ຮ່ວມກັບ ຄະນະນຳ ແລະ ທີມງານວິຊາ
ການ ແຂວງ ຊຽງຂວາງ.......................................................... 20
•	 ແຂວງ ບໍລິຄຳໄຊ ລິເລີ່ມໃນການສ້າງແຜນຄຸ້ມຄອງສິ່ງແວດລ້ອມ
ແບບຮອບດ້ານ (ISP) .......................................................... 24
•	 ກອງປະຊຸມປຶກສາຫາລື ເພື່ອລິເລີ່ມໃນການສ້າງແຜນຄຸ້ມຄອງສິ່ງ
ແວດລ້ອມແບບຮອບດ້ານ ຮ່ວມກັບ ຄະນະນຳ ແລະ ທີມງານ ວິຊາ
ການ ແຂວງ ວຽງຈັນ.............................................................. 28
•	 ກອງປະຊຸມ ສະຫຼຸບຜົນການສຶກສາ, ຄວາມຕ້ອງການ ແລະ ການ
ສ້າງຄວາມ ເຂັ້ມແຂງໃຫ້ແກ່ ກອງເລຂາ ຄະນະກໍາມະການຊີ້ນໍາລະ
ດັບຊາດ ແລະ ທ້ອງຖິ່ນ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າຂອງສົນ
ທິສັນຍາຣາມຊາຢູ່ສປປລາວ..................................................32
•	 ກອງປະຊຸມ ຄັ້ງທີ 1 ຂອງຄະນະກຳມະການ ແລະ ເປີດສູນຣາມຊາ
ພາກພື້ນແມ່ນ້ຳຂອງຕອນລຸ່ມຢູ່ທີ່ບາງກອກປະເທດໄທ..................38
•	 ການໄປທັດສະນະສຶກສາ ພາຍໃຕ້ຫົວຂໍ້ “ການສຶກສາ ແລະ ສ້າງ
ຈິດສຳນຶກ ດ້ານສິ່ງແວດລ້ອມ” ໃນວັນທີ 13-26 ມິຖຸນາ 2017 ທີ່
ປະເທດ ເຢຍລະມັນ............................................................. 40
•	 ກສສ ໄດ້ໄປແລກປ່ຽນຂໍ້ມູນຂ່າວສານກັບພະນັກງານ ທ້ອງຖີ່ນ
3 ແຂວງ (ຫົວພັນ, ໄຊຍະບູລີ ແລະ ຄຳມ່ວນ) ນັບແຕ່ເດືອນ ມີນາ ຫາ
ພຶດສະພາ ພາຍ ໃຕ້ຫົວຂໍ້: ການອານຸລັກ ຊີວະນາໆພັນ ໃນ ສປປ
ລາວ................................................................................... 48
•	 ບົດສະຫຼຸບ 3 ແຂວງ (ຫົວພັນ, ໄຊຍະບູລີ ແລະ ຄຳມ່ວນ) ທີ່ໄດ້ລົງ
ປະຕິບັດກິດຈະກຳຜ່ານມາ ຂອງໂຄງການ ສົ່ງເສີມການສຶກສາສິ່ງ
ແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດນັບແຕ່ເດືອນ ມີນາ
ຫາ ພຶດສະພາ ພາຍ ໃຕ້ຫົວຂໍ້: ການອານຸລັກ ຊີວະນາໆພັນ ໃນ ສປປ
ລາວ.................................................................................. 52
•	 ຄວາມຄືບໜ້້າຂອງການຊ່ວຍເຫຼືອ ດ້ານວິຊາການ ແລະ ງົບປະ
ມານ ຂອງໂຄງການ ProCEEd ໃນການຜະລິດສາລະຄະດີ ສິ່ງແວດ
ລ້ອມ..................................................................................61
•	 ການວາງສະແດງຮູບພາບຂອງໂຄງການ ProCEEd ຄັ້ງທີ II ໄດ້
ຮັບຜົນສຳເລັດເປັນຢ່າງດີ....................................................... 62
•	 ສປປລາວ-ຮັ່ງມີໄປດ້ວຍສັດປ່າແລະພືດ.................................64
•	 ຂະຍຸ (ໜູຫີນ) ທີ່ໃກ້ສູນພັນທີ່ສຸດໃນໂລກ................................. 67
•	 ເສົາຫຼາ ສັດລຶກລັບແຫ່ງສາຍພູຫຼວງທີ່ສ່ຽງຕໍ່ການສູນພັນ ແລະ ມີ
ແຕ່ໃນປະເທດລາວ-ຫວຽດນາມເທົ່ານັ້ນ.................................... 68
•	 ເສືອໃກ້ຈະສູນພັນແລ້ວ.......................................................70
1
ປະຊຸມ
ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຢູ່
ສປປ ລາວ. ໃນປີນີ້ ກໍ່ຄືທຸກໆປີຜ່ານມາທີ່ໄດ້ສະ
ເຫຼີມສະຫຼອງໄປພ້ອມກັບປະຊາຊາດໂລກ ຢູ່ທົ່ວທຸກ
ຫົນແຫ່ງທຸກຂົງເຂດ, ເຊິ່ງໄດ້ກຳນົດເອົາ ວັນທີ 5 ມີຖຸ
ນາຂອງທຸກໆປີເປັນວັນສະເຫຼີມສະຫຼອງແລະໄດ້ກຳ
ນົດຫົວຂໍ້ທີ່ຕ່າງກັນໃນແຕ່ລະປີ ເພື່ອເປັນການສ້າງ
ຈິດສຳນຶກ, ປຸກລະດົມການເຂົ້າຮ່ວມ ແລະ ສົ່ງເສີມ
ການແກ້ໄຂບັນຫາທີ່ພົ້ນເດັ່ນ ເກີດຂື້ນໃນແຕ່ລະໄລ
ຍະ. ການສະຫຼອງວັນສິ່ງແວດລ້ອມໂລກ ໄດ້ເລີິ່ມປະ
ສານ
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງ
ໃນໂອກາດ ວັນສິ່ງແວດລ້ອມໂລກ, ວັນທີ 5 ມິຖຸນາ 2017
ຕິບັດນັບແຕ່ປີ 1972 ເປັນຕົ້ນມາ ພາຍຫລັງກອງປະ
ຊຸມສະຫະປະຊາຊາດວ່າດ້ວຍສິ່ງແວດລ້ອມມະນຸດ.
ສໍາລັບ ປີນີ້ ແມ່ນຄົບຮອບ 45 ປີ ປະເທດ ການາດາ
ໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບຈັດງານສະເຫຼີມ
ສະຫຼອງວັນດັ່ງກ່າວໂດຍໄດ້ກໍານົດຫົວຂໍ້:ການເຊື່ອມ
ໂຍມມະນຸດເຮົາເຂົ້າກັບທຳມະຊາດພາຍໃຕ້ຄໍາຂວັນ
“ພວກເຮົາຢູ່ກັບທຳມະຊາດ” “Connecting people
to Nature: I’m With Nature”.
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
2
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແມ່ນ
ເພື່ອສ້າງຈິດສໍານຶກໃຫ້ແກ່ປະຊາຊາດ ໃນທົ່ວສັງຄົມ
ໃນທົ່ວໂລກ ມີຄວາມດຶງດູດ, ຄວາມສົນໃຈ, ຄວາມ
ເຂົ້າໃຈ ກ່ຽວກັບ ວຽກງານສິ່ງແວດລ້ອມ, ພ້ອມທັງ
ເລັ່ງທວງໃຫ້ອົງກອນສິ່ງແວດລ້ອມຕ່າງໆຕ້ອງມີການ
ວາງແຜນ ແລະ ດຳເນີນງານການແກ້ໄຂບັນຫາສິ່ງ
ແວດລ້ອມໃນປະເທດຂອງຕົນ ໂດຍໃຫ້ມີການເຂົ້້າ
ຮ່ວມຂອງທຸກພາກສ່ວນຢ່າງເປັນເຈົ້າການ ເພື່ອເຮັດ
ໃຫ້ບັນຫາສິ່ງແວດລ້ອມ ມີການປ່ຽນແປງໄປທາງ
ບວກ ແລະ ສາມາດປົກປັກຮັກສາຊັບພະຍາກອນທໍາ
ມະຊາດ ໃນໂລກຂອງພວກເຮົາໄວ້ໃຫ້ມີຄວາມຍືນ
ຍົງ, ປະຊາຊົນມີສຸຂະພາບທີ່ດີ.
ຄືເຮົາຮູ້ນໍາກັນແລ້ວວ່າ ບັນຫາສິ່ງແວດລ້ອມ ໃນປະ
ຈຸບັນ ແມ່ນນັບມື້ນັບເພີ້ມຂື້ນ ຍ້ອນນໍ້າມືຂອງມະນຸດ
ພວກເຮົາ ທີ່ມີການຂຸດຄົ້ນ, ນໍາໃຊ້ຊັບພະຍາກອນທໍາ
ມະຊາດແບບຟຸມເຟືອຍ,ມີການທໍາລາຍປ່າໄມ້,ການ
ປ່ອຍສິ່ງເສດເຫຼືອຈາກໂຮງງານອຸດສາຫະກໍາ ແລະ
ຈາກຄົວເຮືອນ ແມ່ນນັບມື້ນັບເພີ້ມຂື້ນ, ການນໍາໃຊ້
ສານເຄມີເຂົ້າໃນກະສິກຳ ແລະ ອື່ນໆ ເຊິ່ງທັງໝົດນີ້
ເປັນສາເຫດເຮັດໃຫ້ເກີດສະພາວະໂລກຮ້ອນ, ການ
ຂາດເຂີນສະບຽງອາຫານ, ສະພາບແວດລ້ອມເປັນ
ຕົ້ນ ນໍ້າ, ດິນ, ອາກາດ ມີມົນລະພິດ ແລະ ສົ່ງຜົນກະ
ທົບຕໍ່ສຸຂະພາບ, ສະພາບດິນຟ້າອາກາດ ມີການປ່ຽນ
ແປງ. ເວົ້າລວມ, ເວົ້້າສະເພາະ ຢູ່ ສປປ ລາວ ການນໍາ
ໃຊ້ຊັບພະຍາກອນທໍາມະຊາດ ຍັງເກີດມີລັກສະນະ
ຟຸມເຟືອຍ, ສະພາບການຂະຫຍາຍຕົວຂອງຕົວ
ເມືອງ, ການເພີ້ມຂື້ນຂອງພົນລະເມືອງ ເຮັດໃຫ້ມີ
ຂີ້ເຫຍື້ອ ແລະ ສິ່ງເຫຼືອເພີ້ມຂື້ນ, ລົດໜາແໜ້ນ, ເກີດ
ມີນໍ້າເປື້ອນ, ມີມົນລະພິດທາງອາກາດ ແລະ ອື່ນໆ;
ການຄຸ້ມຄອງໂຄງການລົງທຶນຍັງເຮັດບໍ່ໄດ້ດີເຮັດໃຫ້
ເກີດມີຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ,ປ່າໄມ້
ຖືກທໍາລາຍ, ການຄ້າ-ຂາຍ ສັດນໍ້າ, ສັດປ່າ ແລະ ພືດ
ພັນປ່າ ຍັງສືບຕໍ່ແບບຊະຊາຍ ແລະ ຜິດກົດໝາຍຢູ່
ເປັນສາເຫດເຮັດໃຫ້ຊີວະນາໆພັນ ຈຳນວນ ທັງໝົດ
2,701 ຊະນິດ ທີ່ໄດ້ພົບເຫັນໃນ ສປປ ລາວ, ປະມານ
157 ຊະນິດ ກໍາລັງມີຄວາມສ່ຽງທີ່ໃກ້ຈະສູນພັນ ແລະ
115 ຊະນິດ ກໍາລັງຖືກຂົ່ມຂູ່. ຕໍ່ບັນຫາ ແລະ ສະພາບ
ການດັ່ງກ່າວ,ໃນເວທີສາກົນປະຊາຊາດໃນໂລກກໍ່ບໍ່
ໄດ້ຫຼົດລະຄວາມພະຍາຍາມ ໃນການຮ່ວມມືກັນຢ່າງ
ຈິງຈັງ ໃນການວາງນະໂຍບາຍ, ຍຸດທະສາດ ລະດັບ
ໂລກ ແລະ ມາດຕະການຕ່າງໆນາໆ ເພື່ອຊອກຫາ
ວີທີແກ້ໄຂບັນຫາສິ່ງແວດລ້ອມຮ່ວມກັນ. ສະເພາະ
ສປປ ລາວ, ພັກ-ລັດຖະບານ ຂອງພວກເຮົາ ຍາມໃດ
ກໍ່ໄດ້ປະຕິບັດນະໂຍບາຍ ຢ່າງສະເໝີຕົ້ນສະເໝີປາຍ
ໃນການພັດທະນາເສດຖະກິດ-ສັງຄົມ ດ້ວຍຈັງຫວະ
ເຕີບໂຕອັນແຂງແຮງ-ຕໍ່ເນື່ອງ,ໃນປີ2016ທີ່ຜ່ານມາ,
ສປປລາວໄດ້ຮ່ວມກັບບັນດາປະເທດສະມະຊິກຂອງ
ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາ 17 ເປົ້າ
ໝາຍ ການພັດທະນາແບບຍືນຍົງ, ໂດຍໄດ້ກໍານົດ
ເອົາເສດຖະກິດສີຂຽວ ເຂົ້າໃນການຂັບເຄື່ອນໂລກ
ໄປສູ່ການພັດທະນາແບບຍືນຍົງ ແລະ ໄດ້ໃຫ້ສັດຕະ
ຍາບັນສັນຍາປາຣີ ເປັນປະເທດທໍາອິດ ໃນບັນດາປະ
ເທດອາຊຽນ. ພ້ອມດຽວກັນນັ້ນ, ພວກເຮົາກໍ່ໄດ້ເອົາ
ໃຈໃສ່ວາງເປົ້າໝາຍຍຸດທະສາດດ້ານປ່າໄມ້ ເພື່ອ
ບັນລຸເນື້ອທີ່ຄວາມປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70%
ໃນປີ 2020. ປະຈຸບັນມີປ່າປ້ອງກັນ ແຫ່ງຊາດ ຈໍາ
ນວນ 49 ແຫ່ງ ມີເນື້ອທີ່ທັງໝົດ 7,5 ລ້ານເຮັກຕາ,
ປ່າສະຫງວນ ແຫ່ງຊາດ 24 ແຫ່ງ ມີເນື້ອທີ່ທັງໝົດ
3,7 ລ້ານເຮັກຕາ ແລະ ປ່າຜະລິດ 51 ແຫ່ງ ມີເນື້ອທີ່
ທັງໝົດ 3,1 ລ້ານເຮັກຕາ ແລະ ຍັງມີປ່າສະຫງວນ,
ປ່າປ້ອງກັນ ຂັ້ນແຂວງ, ຂັ້ນເມືອງຄຸ້ມຄອງ ແລະ ປ່າ
ປູກ ມີເນື້ອທີ່ທັງໝົດ 2.2 ລ້ານເຮັກຕາ. ໄດ້ປະກາດ
ໃຊ້ບັນດານິຕິກຳ ທີ່ຕິດພັນກັບການປົກປັກຮັກສາຊັບ
ພະຍາກອນທໍາມະຊາດແລະສິ່ງແວດລ້ອມເປັນຕົ້ນ:
ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ,
ກົດໝາຍ ວ່າດ້ວຍ ປ່າໄມ້, ກົດໝາຍ ວ່າດ້ວຍ ທີ່ດິນ,
ກົດໝາຍ ວ່າດ້ວຍ ນໍ້າ ແລະ ຊັບພະຍາກອນນໍ້າ, ກົດ
ໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ, ດຳລັດ ວ່າດ້ວຍ
3
ປະຊຸມ
ການປະກາດໃຊ້ ມາດຕະຖານສິ່ງແວດລ້ອມ ແຫ່ງ
ຊາດ ແລະ ກົດໝາຍ ລະບຽບການອື່ນໆ ທີ່ກ່ຽວຂ້ອງ,
ໄປພ້ອມໆກັບການວາງມາດຕະການທີ່ເໝາະສົມໃນ
ການປົກປັກຮັກສາຊັບພະຍາກອນທໍາຊາດ ແລະ ສິ່ງ
ແວດລ້ອມ ໂດຍຮັບປະກັນໃຫ້ມີການພັດທະນາແບບ
ຍືນຍົງ ແລະ ສີຂຽວ. ພວກເຮົາຍັງໄດ້ຮ່ວມມື ແລະ ປະ
ຕິບັດພັນທະຕໍ່ພາກພື້ນ, ອະນຸພາກພື້ນ ແລະ ສາກົນ
ທີ່ ສປປ ລາວ ໄດ້ເປັນພາຄີ ແລະ ລົງນາມ.
ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍຖື
ໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງທຸກ
ພາກສ່ວນ, ທຸກຂະແໜງການ, ອໍານາດການປົກຄອງ
ທ້ອງຖິ່ນ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ
ທຸກທົ່ວໜ້າ, ສະຖາບັນການສຶກສາ, ອົງການຈັດຕັ້ງ
ມະຫາຊົນ, ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີ
ຄວາມຮັບຜິດຊອບຮ່ວມກັນເຂົ້າໃນການປົກປັກຮັກ
ສາແລະສ້າງສາພັດທະນາປະເທດຊາດຢ່າງເປັນເຈົ້າ
ການ, ໂດຍຮັບປະກັນຄວາມສົມດູນ ລະຫວ່າງ ການ
ເຕີບໂຕທາງດ້ານເສດຖະກິດ-ສັງຄົມກັບການປົກປັກ
ຮັກສາສິ່ງແວດລ້ອມແລະການນຳໃຊ້ຊັບພະຍາກອນ
ທຳມະຊາດຢ່າງສົມເຫດສົມຜົນ ເພື່ອຮັກສາໄວ້ໃຫ້
ລຸ້ນລູກຫຼານໄດ້ຊົມໃຊ້. ຂໍສະແດງຄວາມຂອບໃຈ ມາ
ຍັງບັນດາ ປະເທດ ເພື່ອນມິດ, ອົງການຈັດຕັ້ງສາກົນ,
ສະຖາບັນການເງິນ ລະຫວ່າງ ປະເທດ, ອົງການຈັດ
ຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ຜູ້ປະກອບການທັງ
ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະ
ໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນການປົກປັກ
ຮັກສາຊັບພະຍາກອນທໍາມະຊາດ ແລະ ແກ້ໄຂບັນ
ຫາສິ່ງແວດລ້ອມຕະຫຼອດມາ.
ສຸດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກອົງການ
ຈັດຕັ້ງຂອງພັກ-ລັດ, ອົງການປົກຄອງທຸກຂັ້ນ, ອົງ
ການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ, ຕະຫຼອດ
ເຖິງພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງສືບຕໍ່ໃນການຈັດ
ຕັ້ງປະຕິບັດພັນທະຂອງຕົນ ໃນການປົກປັກຮັກສາ
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມ
ທີ່ໄດ້ລະບຸໄວ້ໃນລັດຖະທຳມະນູນທີ່ວ່າ:"ທຸກອົງການ
ຈັດຕັ້ງແລະພົນລະເມືອງຕ້ອງປົກປັກຮັກສາສິ່ງແວດ
ລ້ອມ,ປົກປັກຮັກສາຊັບພະຍາກອນທຳມະຊາດ:ໜ້າ
ດິນ, ປ່າໄມ້, ສັດ, ແຫຼ່ງນ້ຳ ແລະ ອາກາດ"; ພ້ອມກັນ
ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຕັ້ງທີ X
ຂອງພັກກໍ່ຄືການຈັດຕັ້ງປະຕິບັດເປົ້າໝາຍໃຫຍ່ຂອງ
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII
ຮອດປີ 2020 ຄືຕ້ອງບັນລຸ ເຮັດໃຫ້ຊັບພະຍາກອນ
ທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການປົກປັກ
ຮັກສາແລະນໍາໃຊ້ຢ່າງມີປະສິດທິຜົນຕາມທິດສີຂຽວ
ແລະຍືນຍົງ;ສ້າງຄວາມກຽມພ້ອມຮັບມືກັບໄພພິບັດ
ທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ຢ່າງ
ທັນການ,ສົ່ງເສີມຄຸນນະພາບສິ່ງແວດລ້ອມຕົວເມືອງ
ທົ່ວ ສປປ ລາວ “ຂຽວ ສະອາດ ງາມຕາ” ຕິດພັນກັບ
ການສ້າງໜໍ່ແໜງການພັດທະນາເສດຖະກິດສີຂຽວ
ຂັບເຄື່ອນໃຫ້ ສປປ ລາວ ບັນລຸ 17 ເປົ້າໝາຍ ການ
ພັດທະນາແບບຍືນຍົງ ທີ່ ສປປ ລາວ ໄດ້ຮັບຮອງ.
ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພີ່ນ້ອງ
ຮ່ວມຊາດທັງໝົດ ຈົ່ງພ້ອມກັນສ້າງສາຍສຳພັນ ລະ
ຫວ່າງ ມະນຸດກັບທໍາມະຊາດ, ຮ່ວມກັນ ປົກປັກຮັກ
ສາ,ໃຫ້ຄວາມສໍາຄັນແລະຮູ້ຄຸນຄ່າຂອງທໍາມະຊາດ;
ສ້າງຄວາມເຂົ້າໃຈ ແລະ ຊ່ວຍກັນປົກປ້ອງຄວາມສົມ
ບູນຂອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມ, ເພື່ອຫຼຸດຜ່ອນຜົນກະທົບຈາກບັນຫາສິ່ງແວດ
ລ້ອມຮ່ວມກັນໃນທົ່ວໂລກ. ເອົາໃຈໃສ່ສ້າງຄວາມ
ພ້ອມທາງດ້ານບຸກຄະລາກອນ ໃນທຸກລະດັບນັບແຕ່
ຂັ້ນສູນກາງຈົນຮອດທ້ອງຖິ່ນ; ພ້ອມກັນຫັນເຂົ້າສູ່
ການຄຸ້ມຄອງລັດດ້ວຍກົດໝາຍຢ່າງເຂັ້ມງວດ.ພ້ອມ
ກັນອອກແຮງປຸກລະດົມທົ່ວສັງຄົມ ໃນການປົກປັກ
ຮັກສາທໍາມະຊາດ ເພື່ອທຸກສິ່ງທີ່ມີຊີວິດຕາມຄຳ
ຂວັນວັນສິ່ງແວດລ້ອມໂລກຂອງປີ2017ນີ້ຄື:“ພວກ
ເຮົາຢູ່ກັບທຳມະຊາດ” ຂາດທໍາມະຊາດ ກໍ່ຄືຂາດຊີ
ວິດ.
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
4
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ຄືດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ທຸກໆສິ່ງທຸກຢ່າງໃນໂລກຂອງພວກເຮົາບໍ່ວ່າຈະເປັນ ດິນ, ນໍ້າ, ອາ
ກາດ, ປ່າໄມ້ ແລະ ມະຫາສະມຸດ ທີ່ກ້ວາງໃຫ່ຍກໍໍ່ລ້ວນແຕ່ແມ່ນປັດໃຈສຳຄັນ ໃນການດຳລົງຊີວິດຂອງ
ພວກເຮົາ. ດັ່ງນັ້ນ ວຽກງານປົກປັກຮັກສາສິ່ງແວດລ້ອມ ແມ່ນໜ້າທີ່ຂອງໜົດທຸກຄົນ ແລະ ທັງເປັນປັດໃຈ ສໍາ
ຄັນ ໃນການພັດທະນາໃຫ້ມີຄວາມຍືນຍົງໃນອານາຄົດ. ຖ້າຫາກບໍ່ມີສິ່ງແວດລ້ອມທີ່ດີ ກໍຄືບໍ່ມີສຸຂະພາບທີ່ດີ
ແລະ ບໍ່ສາມາດພັດທະນາບ້ານເມືອງໃຫ້ໄປສູ່ຄວາມຈະເລີນຮຸ່ງເຮືອງສີວິໄລໄດ້ດີ ດັ່ງນັ້ນ ພວກເຮົາທຸກຄົນ
ມີໜ້າທີ່ຊ່ວຍກັນປົກປັກຮັກສາສິ່ງແວດລ້ອມຄືກັນກັບບ້ານຂອງພວກເຮົາ ໂດຍການຊ່ວຍກັນລຸດຜ່ອນການ
ນຳໃຊ້ຖົງຢາງ ຊ່ວຍກັນລຸດຜ່ອນການນຳໃຊ້ລົດຍານພາຫະນະ ເພື່ອລຸດຜ່ອນມົນລະພິດທາງອາກາດ ແລະ
ຊ່ວຍກັນຫຼຸດຜ່ອນການນຳໃຊ້ສິ່ງເສດເຫຼືອຈາກຄົວເຮືອນ ແລະ ເສດອາຫານຕ່າງໆ. ພ້ອມທັງໂຄສະນາເຜີຍ
ແຜ່ໃຫ້ທຸກຄົນໃນສັງຄົມໃຫ້ທຸກຄົນຊ່ວຍກັນປົກປັກຮັກສາສິ່ງແວດລ້ອມທຸກໆວັນ ບໍ່ພຽງແຕ່ວັນສິ່ງແວດລ້ອມ
ໂລກວັນດຽວເທົ່ານັ້ນ ພວກເຮົາຕ້ອງຊ່ວຍກັນປົກປັກຮັກສາສິ່ງແວດລ້ອມທຸກໆມື້, ຊ່ວຍກັນຫວງແຫນ ແລະ
ພ້ອມກັນປົກປັກຮັກສາທໍາມະຊາດໃຫ້ຢູ່ກັບພວກເຮົາຕະຫຼອດໄປ.
ສານ
ຂອງທ່ານ ແອນໂທນີ ກູເທລີ ( Antonio Guterres ) ສປຊ Secertary
General United Nations ໃນວັນສິ່ງແວດລ້ອມໂລກ 5 ມິຖຸນາ 2017
5
ປະຊຸມ
ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີສະເຫຼີມສະຫຼອງ ວັນສິ່ງ
ແວດລ້ອມໂລກ 5 ມີຖຸນາ ປີ 2017 ຄົບຮອບ 45 ປີ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ມີຖຸນາ 2017
ທີ່ສວນເຈົ້າອານຸວົງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ກົມການເມືອງ ສູນກາງ
ພັກ, ປະທານແນວລາວສ້າງຊາດ ແລະ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ລັດຖະມົນຕີ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ,
ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານຜູ້ຕາງໜ້າ ເອກອັກຄະລະສະທູດ, ອຸປະທູດ, ອົງການ
ຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກຊສ ໄດ້ກ່າວວ່າ: ການເຕົ້າໂຮມກັນໃນມື້ນີ້ ແມ່ນເພື່ອສະເຫຼີມ
ສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 45 ປີ ພາຍໃຕ້ຫົວຂໍ້: ການເຊື່ອມໂຍງມະນຸດເຮົາເຂົ້າກັບທຳມະ
ຊາດ ເຊິ່ງມີຄໍາຂວັນວ່າ “ພວກເຮົາຢູ່ກັບທຳມະຊາດ Connecting people to Nature: I’m With
Nature”. ການຈັດງານສະເຫຼີມສະຫຼອງ ຄັ້ງນີ້ ໄດ້ມີພິທີ ມອບ-ຮັບ ປຶ້ມຕຳລາ “ຄວາມມະຫັດສະຈັນ ແຫ່ງສາຍ
ພູຫຼວງ” ມອບໂດຍທ່ານ ນາງ ສາລີ ເບິນິງແຮມ, ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳ ສປປ ລາວ,
ພິທີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ 5
ມິຖຸນາ ປີ 2017 ຄົບຮອບ 45 ປີ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
6
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ຮັບໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ. ເມື່ອພິທີ
ມອບ-ຮັບ ປື້ມຕຳລາເສັດສິນລົງແລ້ວ ກໍ່ສືບຕໍ່ພິທີປູກຕົ້ນໄມ້ (ໄມ້ປະດັບ ແລະ ໄມ້ໃຫ້ຮົ່ມ) ຈຳນວນ 10 ຕົ້ນ
ພາຍໃນບໍລິເວນສວນ ເຈົ້າອານຸວົງ ແລະ ຂະບວນຍ່າງ ເພື່ອສຸຂະພາບທັງເປັນການສ້າງຈິດສຳນຶກ ຮ່ວມກັບ
ປະຊາຊາດ ໃນທົ່ວສັງຄົມ, ເພື່ອດຶງດູດຄວາມສົນໃຈ ແລະ ຄວາມເຂົ້າໃຈ ກ່ຽວກັບ ວຽກງານສິ່ງແວດລ້ອມ,
ທັງເປັນການເລັ່ງທວງໃຫ້ ອົງການ ສິ່ງແວດລ້ອມຕ່າງໆ ຕ້ອງມີການວາງແຜນ ແລະ ດຳເນີນງານການແກ້ໄຂ
ບັນຫາສິ່ງແວດລ້ອມ ໃນປະເທດຂອງຕົນ ໂດຍມີການເຂົ້າຮ່ວມຂອງທຸກພາກສ່ວນຢ່າງເປັນເຈົ້າການ ເພື່ອ
ເຮັດໃຫ້ບັນຫາສິ່ງແວດລ້ອມມີການປ່ຽນແປງໄປໃນທາງບວກ ແລະ ສາມາດປົກປັກຮັກສາຊັບພະຍາກອນທຳ
ມະຊາດໃນໂລກຂອງພວກເຮົາໃຫ້ມີຄວາມຍືນຍົງ, ປະຊາຊົນ ມີສຸຂະພາບທີ່ດີ. ສຳລັບ ສປປ ລາວ ພວກເຮົາ
ກໍແມ່ນໜຶ່ງໃນປະເທດສະມາຊິກຂອງອົງການ ສະຫະປະຊາຊາດ ຊຶ່ງໄດ້ຮັບຮອງເອົາ 17 ເປົ້າໝາຍ ການພັດ
ທະນາແບບຍືນຍົງ, ໂດຍໄດ້ກຳນົດເອົາເສດຖະກິດສີຂຽວ ໃນການຂັບເຄື່ອນໂລກໄປສູ່ການພັດທະນາແບບ
ຍືນຍົງ, ໄດ້ໃຫ້ສັດຕະຍາບັນສັນຍາປາຣີ ເປັນປະເທດທຳອິດໃນບັນດາປະເທດ ອາຊຽນ. ພ້ອມດຽວກັນນັ້ນ
ພວກເຮົາກໍໄດ້ເອົາໃຈໃສ່ວາງເປົ້າໝາຍຍຸດທະສາດດ້ານປ່າໄມ້ໃຫ້ມີເນື້ອທີ່ປ່າປົກຫຸ້ມ 70% ໃນປີ 2020.
7
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
8
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
9
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
10
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
11
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
12
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ກອງປະຊຸມຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງແວດ
ລ້ອມ ແບບຍຸດທະສາດ ແລະ ການຄິດໄລ່ຜົນໄດ້ຜົນເສຍ
ແລະ ການປັບປຸງຕົວແບບສໍາລອງ.
ກອງປະຊຸມຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງ
ແວດລ້ອມ ແບບຍຸດທະສາດ ໄດ້ດຳເນີນເປັນ
ເວລາ 5 ວັນ ເລີ່ມແຕ່ວັນທີ 27-31 ມີນາ 2017 ກອງ
ປະຊຸມດັ່ງກ່າວ ແມ່ນໄດ້ຮັບກຽດເປັນປະທານ ຂອງ
ທ່ານ ໂລນຄໍາ ອາດສະນາວົງ ຮັກສາການຫົວໜ້າ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ. (ກສສ) ການ
ຝຶກອົບຮົມໃນຄັ້ງນີ້ມີຜູ້ຕ່າງໜ້າແຕ່ລະພະແນກພາຍ
ໃນ ກສສ ເຂົ້າຮ່ວມລວມທັງໝົດມີ 19 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມ
ມີຄວາມເຂົ້າໃຈຢ່າງລະອຽດ ກ່ຽວກັບ ຫຼັກການ ແລະ
ຂັ້ນຕອນ ສຳລັບ ການດຳເນີນການປະເມີນສິ່ງແວດ
ລ້ອມ ແບບຍຸດທະສາດ, ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້
ກ່ຽວກັບ ບົດບາດການປະເມີນສິ່ງແວດລ້ອມ ແບບ
ຍຸດທະສາດ ໃນການຂະບວນການວາງນະໂຍບາຍ,
ຍຸດທະສາດ ແລະ ແຜນງານຂອງຂະແໜງການ. ກອງ
ປະຊຸມ ໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນ
ຂອງວຽກງານ ການປະເມີນສິ່ງແວດລ້ອມ ແບບຍຸດ
ທະສາດພາຍຫຼັງທີ່ຂໍ້ຕົກລົງວ່າດ້ວຍການປະເມີນສິ່ງ
ແວດລ້ອມແບບຍຸດທະສາດໄດ້ຖືກຮັບຮອງແລະປະ
ກາດໃຊ້ຊຶ່ງເຫັນວ່າວຽກງານດັ່ງກ່າວມີບົດບາດແລະ
ຄວາມສຳຄັນ ທີ່ເປັນພື້ນຖານໃນການຄາດຄະເນຜົນ
ກະທົບຕໍ່ສິ່ງແວດລ້ອມທີ່ອາດຈະເກີດຂຶ້ນ ໃນເວລາ
ສ້າງນະໂຍບາຍ,ຍຸດທະສາດແລະແຜນງານຂອງບັນ
ດາຂະແໜງການ, ທ້ອງຖິ່ນ ແລະ ລະດັບຊາດ ເພື່ອ
ເປັນພື້ນຖານໃຫ້ແກ່ການກຳນົດວິທີການ ແລະ ມາດ
ຕະການ ແນໃສ່ຫຼີກເວັ້ນ ຫຼື ຫຼຸດຜ່ອນ ຜົນກະທົບດັ່ງ
ກ່າວ ເພື່ອບັນລຸເປົ້າໝາຍ ການພັດທະນາ ແບບຍືນ
ຍົງ. ພ້ອມດຽວກັນນັ້ນ, ເພື່ອຜັນຂະຫຍາຍ ກົດໝາຍ
ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບ
ປັບປຸງ ສາມາດຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນດີ
ປັດຈຸບັນ ກສສ ກຳລັງກະກຽມສ້າງຄູ່ມືແນະນໍາ ທາງ
ດ້ານວິຊາການ ເພື່ອຈັດຕັ້ງປະຕິບັດວຽກງານການ
13
ປະຊຸມ
ປະເມີນສິ່ງແວດລ້ອມແບບຍຸດທະສາດ,ສຳລັບກອງ
ປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ລົງເລິກແຕ່
ລະຂັ້ນຕອນຂອງການປະເມີນສິ່ງແວດລ້ອມ ແບບ
ຍຸດທະສາດແລະຈະໄດ້ມີການຍົກຕົວຢ່າງຂອງການ
ເຮັດການປະເມີນສິ່ງແວດລ້ອມ ແບບຍຸດທະສາດ
ພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າ
ໃຈຕື່ມຕໍ່ກັບວຽກງານດັ່ງກ່າວ;
ທ່ານ ເກດແກ້ວ ສາລີຈັນ, ຫົວໜ້າພະແນກ ຄຸ້ມຄອງ
ສິ່ງແວດລ້ອມ, ກສສ. ໄດ້ສະເໜີຈຸດປະສົງຂອງການ
ຝຶກອົບຮົມໃນຄັ້ງນີ້ ທີ່ຕິດພັນກັບວຽກງານການປະ
ເມີນສິ່ງແວດລ້ອມ ແບບຍຸດທະສາດ ໂດຍສະເພາະ
ແມ່ນວຽກງານທີ່ຈະຕ້ອງໄດ້ດໍາເນີນພາຍໃນ 5 ວັນ
ໃນຕໍ່ໜ້າ ໃນນັ້ນ ຈະມີການສະເໜີທິດສະດີ ແລະ ຍົກ
ຕົວຢ່າງໄປພ້ອມກັນ ໃນແຕ່ລະຂັ້ນຕອນຂອງການ
ປະເມີນສິ່ງແວດລ້ອມ ແບບຍຸດທະສາດ ຊຶ່ງຈະມີທັງ
ໝົດ 7 ຂັ້ນຕອນ ໂດຍຈະໄດ້ມີການລົງເລິກໄປເທື່ອ
ລະຂັ້ນຕອນ ຊຶ່ງຈະໄດ້ມີການແລກປ່ຽນບົດຮຽນ,ປະ
ສົບການ ລະຫວ່າງ ວິທະຍາກອນ ແລະ ຜູ້ເຂົ້າຮ່ວມ
ນອກຈາກນີ້ ທ່ານກໍ່ໄດ້ສະເໜີ ກ່ຽວກັບ ນິຍາມ ແລະ
ຄວາມເປັນມາຂອງການປະເມີນສິ່ງແວດລ້ອມ ແບບ
ຍຸດທະສາດ ໂດຍ SEA ແມ່ນການປະເມີນນະໂຍ
ບາຍ,ຍຸດທະສາດແລະແຜນງານເຊິ່ງຕອບສະໜອງ
ການຊ່ວຍເຫຼືອ, ຄໍາແນະນໍາ ແລະ ທາງເລືອກທີ່ມີ
ຄວາມເປັນໄປໄດ້ຕໍ່ນະໂຍບາຍ, ຍຸດທະສາດ ແລະ
ແຜນງານ ໃນການພັດທະນາແບບຍືນຍົງ ທີ່ມີຜົນດີຕໍ່
ກັບເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ນອກ
ຈາກນັ້ນ ກໍຍັງໄດ້ສະເໜີ ການຈັດຕັ້ງປະຕິບັດວຽກ
ງານ ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ
ໃນລະດັບສາກົນ ເປັນຕົ້ນແມ່ນ ປະເທດ ຈີນ, ຍີ່ປຸ່ນ,
ອິນໂດເນເຊຍ, ຫວຽດນາມ, ໄທ ແລະ ກຸ່ມປະເທດໃນ
ທະວີບອາຟິກກາ, ເອີຣົບ, ອາເມລິກາ ແລະ ຕາເວັນ
ອອກກາງ. ນອກນັ້ນຍັງໄດ້ສະເໜີ ການພົວພັນລະ
ຫວ່າງ ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ
ກັບການວາງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບ
ດ້ານ ຊຶ່ງການວາງແຜນຄຸ້ມຄອງສິ່ງແວດລ້ອມ ແບບ
ຮອບດ້ານ ແມ່ນເຕັກນິກດ້ານວິຊາການ ທີ່ໄດ້ອະທິ
ບາຍໃຫ້ເຫັນພາບລວມຂອງເນື້ອທີ່ໃດໜຶ່ງ ໂດຍການ
ນໍາເອົາຂໍ້ມູນຕ່າງໆມາລົງໃສ່ໃນແຜນທີ່ ເຊິ່ງສະແດງ
ໃຫ້ເຫັນເປົ້າໝາຍສະເພາະ ອີງຕາມສະພາບຄວາມ
ເປັນຈິງໃນປັດຈຸບັນ ແລະ ບັນດາທ່າແຮງຕໍ່ພູມສັນ
ຖານໃນພື້ນທີ່ນັ້ນ, ພ້ອມທັງໄດ້ສະເໜີຕື່ມ ເຖິງຄວາມ
ແຕກຕ່າງລະຫວ່າງການປະເມີນສິ່ງແວດລ້ອມແບບ
ຍຸດທະສາດ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດ
ລ້ອມ ແລະ ສັງຄົມ;
ທ່ານ ເກດແກ້ວ ສາລີຈັນ ໄດ້ສະເໜີ ກ່ຽວກັບ ຂໍ້ຕົກລົງ
ວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະ
ສາດ ແລະ ອະທິບາຍຄວາມຮູ້ພື້ນຖານ ກ່ຽວກັບ ການ
ປະເມີນສິ່ງແວດລ້ອມ ແບບຍຸດທະສາດ ເຂົ້າໃນການ
ຈັດຕັ້ງປະຕິບັດຕົວຈິງ ພ້ອມທັງຊີ້ໃຫ້ເຫັນເຖິງຄວາມ
ສໍາຄັນ ໃນການປະເມີນສິ່ງແວດລ້ອມ ແບບຍຸດທະ
ສາດ ກ່ອນຈະມີການວາງແຜນພັດທະນາເສດຖະກິດ
ໃນຂົງເຂດໃດໜຶ່ງ ທີ່ໄດ້ຮັບຜົນປະໂຫຍດ; ໃນນັ້ນ
ທ່ານ ກໍ່ຍັງສະເໜີ 7 ຂັ້ນຕອນ ຂອງການປະເມີນສິ່ງ
ແວດລ້ອມ ແບບຍຸດທະສາດ ແລະ ລົງເລິກແຕ່ລະ
ຂັ້ນຕອນເຊັ່ນ:
1.	 ການກັ່ນກອງ;
2.	 ການກຳນົດຂອບເຂດການປະເມີນ;
3.	 ການເກັບກໍາຂໍ້ມູນ;
4.	 ການຊອກຫາທາງເລືອກ;
5.	 ການສ້າງບົດປະເມີນສິ່ງແວດລ້ອມແບບຍຸດທະ
ສາດ;
6.	 ການປຶກສາຫາລື;
7.	 ການຢັ້ງຢືນເອົາບົດປະເມີນສິ່ງແວດລ້ອມແບບ
ຍຸດທະສາດ;
ຜ່ານການສະເໜີ ທິດສະດີ ແລະ ລົງພື້ນທີ່ຕົວຈິງ ເຫັນ
ວ່າ ການປະຊຸມຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງ
ແວດລ້ອມ ແບບຍຸດທະສາດ ສາມາດຕີລາຄາໄດ້ດັ່ງ
ນີ້:
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
14
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ດ້ານດີ:
•	 ການກະກຽມ ເນື້ອໃນເອກະສານຕ່າງໆ ລວມທັງ
ຕົວຢ່າງ ທີ່ປະກອບເຂົ້າໃນການຖ່າຍທອດຄວາມຮູ້
ແມ່ນນຳໃຊ້ບົດຮຽນຕົວຈິງຈາກປະເທດເຮົາ ແລະ ສາ
ກົນ ຈຶ່ງເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດກໍາໄດ້
ທັງທິດສະດີ ແລະ ຄາດຄະເນ ເຖິງຜົນປະໂຫຍດຈາກ
ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ;
•	 ວິທະຍາກອນ ສາມາດຖ່າຍທອດຄວາມຮູ້, ແລກ
ປ່ຽນປະສົບການ, ສາມາດອະທິບາຍເນື້ອໃນຢ່າງລະ
ອຽດຈະແຈ້ງເຂົ້າໃຈງ່າຍ ຊຶ່ງເຮັດໃຫ້ນັກສຳມະນາ
ກອນເຂົ້າໃຈເນື້ອໃນບົດຮຽນຢ່າງຈະແຈ້ງ ເຊິ່ງມັນສະ
ແດງອອກຈາກການຕອບຄຳຖາມ;
•	 ຜູ້ເຂົ້າຮ່ວມສ່ວນຫຼາຍ ແມ່ນມີຄວາມຮັບຮູ້, ເຂົ້າ
ໃຈຄວາມຮູ້ພື້ນຖານຢ່າງເລິກເຊິ່ງ ແລະ ເຫັນດີ ຕໍ່ກັບ
ຜົນປະໂຫຍດຂອງການປະເມີນສິ່ງແວດລ້ອມ ແບບ
ຍຸດທະສາດ ເພື່ອຮັບປະກັນຄວາມສ່ຽງ ແລະ ຂໍ້ຂັດ
ແຍ່ງຕ່າງໆທີ່ອາດຈະເກີດຂຶ້ນໃນເວລາມີການຈັດຕັ້ງ
ປະຕິບັດບັນດານະໂຍບາຍ, ຍຸດທະສາດ ແລະ ແຜນ
ງານ.
ຂໍ້ຄົງຄ້າງ:
•	 ເນື່ອງຈາກວ່າ ການຝຶກອົບຮົມ ກ່ຽວກັບ ການປະ
ເມີນສິ່ງແວດລ້ອມແບບຍຸດທະສາດຜູ້ເຂົ້າຮ່ວມສ່ວນ
15
ປະຊຸມ
ຫຼາຍ ແມ່ນເປັນຄັ້ງທໍາອິດ ຊຶ່ງຍັງມີຄວາມຫຍຸ້ງຍາກ
ໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນ;
•	 ເວລາໃນການສະເໜີ ແລະ ປຶກສາຫາລື ແມ່ນຍັງ
ບໍ່ພຽງພໍ ຖ້າສົມທຽບໃສ່ເນື້ອໃນແຕ່ລະຫົວຂໍ້ທີ່ຈະ
ຕ້ອງໄດ້ລົງເລິກ ແລະ ການຍົກຕົວຢ່າງ ເຫັນວ່າຕ້ອງ
ໄດ້ມີເວລາຫຼາຍກວ່ານີ້ ເພື່ອຮັບປະກັນຄວາມເຂົ້າ
ໃຈ;
•	 ຢາກໃຫ້ຍົກເອົາຕົວຢ່າງ ຈາກປະເທດອື່ນໃນ
ການຂຽນບົດປະເມີນສິ່ງແວດລ້ອມແບບຍຸດທະສາດ
ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຫັນ ແລະ ມີຄວາມເຂົ້າໃຈຈະ
ແຈ້ງຂຶ້ນຕື່ມ.
•	 ວິທີການກອງປະຊຸມຝຶກອົບຮົມໃນຄັ້ງນີ້ ວິທະຍາ
ກອນໄດ້ອະທິບາຍ ແລະ ສະເໜີເປັນທິດສະດີ ພ້ອມ
ທັງຈັດເປັນກຸ່ມໃຫຍ່ ໃນການເຮັດທົດລອງຝຶກຫັດໄປ
ແຕ່ລະຂັ້ນຕອນ ແລະ ມີການປຶກສາຫາລືໄປພ້ອມໆ
ກັນ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໃຈໂດຍພື້ນຖານ
ຕໍ່ກັບວຽກງານດັ່ງກ່າວ.
ຂໍ້ສະເໜີ
	 ຜ່ານການສົນທະນາປຶກສາຫາລື ແລະ ແລກ
ປ່ຽນຄວາມຄິດເຫັນ ໄດ້ມີຂໍ້ສະເໜີ ແລະ ຄຳຄິດຄຳ
ເຫັນຕ່າງໆ ສາມາດສັງລວມໄດ້ດັ່ງນີ້:
•	 ຄວນສືບຕໍ່ຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງ
ແວດລ້ອມ ແບບຍຸດທະສາດ ເພື່ອໃຫ້ມີຄວາມເຂົ້າ
ໃຈຢ່າງເລິກເຊິ່ງຂຶ້ນຕື່ມອີກ ເພື່ອສົ່ງເສີມ ແລະ ສ້າງ
ບຸກຄະລາກອນຕໍ່ກັບວຽກງານດັ່ງກ່າວ ໃຫ້ຫຼາຍຂຶ້ນ;
•	 ເຫັນດີໃຫ້ປັບປຸງຄໍາສັບໃນມາດຕາ 6 ຂໍ້ 2 ແລະ
ຂໍ້ 4 ໃຫ້ເປັນອັນດຽວ ແລະ ຄໍາສັບລະອຽດ ກ່ຽວກັບ
ມາດຕາ 1 ແລະ 5 ຂອງຂໍ້ຕົກລົງ ການປະເມີນສິ່ງ
ແວດລ້ອມ ແບບຍຸດທະສາດ;
•	 ສືບຕໍ່ຜັນຂະຫຍາຍວຽກງານການປະເມີນສິ່ງ
ແວດລ້ອມ ແບບຍຸດທະສາດ ແລະ ກໍານົດແຜນການ
ໃນອະນາຄົດໃນການຈັດຕັ້ງປະຕິບັດວຽກງານ ການ
ປະເມີນສິ່ງແວດລ້ອມ ແບບຍຸດທະສາດ.
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
16
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ການໄປແລກປ່ຽນບົດຮຽນ ກ່ຽວກັບ ອາກອນສິ່ງແວດລ້ອມ
ສຳລັບ ການປ່ອຍ ນຳ້ເປື້ອນຈາກໂຮງງານອຸດສາຫະກຳ
ພະແນກຄຸ້ມຄອງສິ່ງແວດລ້ອມ, ກົມສົ່ງເສີມຄຸນ
ນະພາບສິ່ງແວດລ້ອມ(ກສສ).ໄດ້ໄປແລກປ່ຽນ
ບົດຮຽນອາກອນສິ່ງແວດລ້ອມ ກ່ຽວກັບ ການປ່ອຍ
ນຳ້ເປື້ອນຈາກໂຮງງານອຸດສາຫະກຳໃນວັນທີ13-17
ມີນາ 2017 ທີ່ ປະເທດໄທ.
	 ໃນການໄປແລກປ່ຽນບົດຮຽນຄັ້ງນີ້ ນຳທີມ
ໂດຍທ່ານ ໂລນຄຳ ອາດສະນາວົງ ຮັກສາການ ຫົວ
ໜ້າ ກສສ, ພ້ອມດ້ວຍທີມງານ (ທ່ານ ເກດແກ້ວ ສາລີ
ຈັນ,ຫົວໜ້າພະແນກ ຄຸ້ມຄອງສິ່ງແວດລ້ອມ,ທ່ານນ.
ໄຂ່ແກ້ວ ຈັນທະວີສຸກ ຮອງຫົວໜ້າພະແນກ ຄຸ້ມຄອງ
ສິ່ງແວດລ້ອມ, ທ່ານ ວິພະວັນ ວັນນາສີ, ວິຊາການ,
ທ່ານ ນ. ມະໄລຄຳ ວິພົງໄຊ, ວິຊາການ ແລະ ທ່ານ ນ.
ໂສພາ ພາບມີໄຊ, ວິຊາການ).
ການໄປແລກປ່ຽນບົດຮຽນໃນຄັ້ງນີ້ ເພື່ອໄປຖອດ
ຖອນບົດຮຽນ ແລະ ແລກປ່ຽນຄຳຄິດຄຳເຫັນອາກອນ
ສິ່ງແວດລ້ອມ ກ່ຽວກັບ ການປ່ອຍນຳ້ເປື້ອນຈາກໂຮງ
ງານອຸດສາຫະກຳ; ເພື່ອສຶກສາລະບົບການບຳບັດ
ແລະ ປ່ອຍນຳ້ເປື້ອນອອກຈາກໂຮງງານອຸດສາຫະ
ກຳແລະເພື່ອສຶກສາຂັ້ນຕອນ,ວິທີການຮ່າງກົດໝາຍ
ແລະ ທີມງານໄດ້ເຂົ້າຮັບຟັງການສະເໜີບົດຈາກ
ຫຼາຍພາກສ່ວນ ເປັນຕົ້ນ ແມ່ນຈາກກົມໂຮງງານອຸດ
ສາຫະກຳ, ກົມຄວບຄຸມມົນລະພິດ, ໂຮງງານເບຍ
ຄອດສ໌ມອດສ໌ ແຂວງ ອະຍຸດທະຍາ, ໂຮງງານຜະລິດ
ເຈ້ຍ SCG Packaging ແຂວງ ຮາຊບູລີ ເຊິ່ງມີລາຍ
ລະອຽດ ດັ່ງນີ້:
1.	 ກົມໂຮງງານອຸດສາຫະກຳ:ໄດ້ກ່າວເປີດພິທີໂດຍ
ທ່ານ ນ. ອັນຊະລີ ຍິ່ງທະວີສິດທິກຸນ, ຫົວໜ້າພະແນກ
ຄວບຄຸມມົນລະພິດ ແລະ ໄດ້ຮັບຟັງການບັນຍາຍ
ໂດຍ ທ່ານ ນ. ວະນິດາ ທອງຊ່ວຍ, ນັກວິທະຍາສາດ,
17
ປະຊຸມ
ສູນຫ້ອງທົດລອງກາງ ເຊິ່ງໄດ້ອະທິບາຍ ກ່ຽວກັບ
ການວິເຄາະທົດສອບມົນລະພິດອຸດສາຫະກຳ, ລະ
ບົບຄຸນນະພາບຫ້ອງປະຕິບັດການ (ທົດລອງ) ໃຫ້ໄດ້
ມາດຕະຖານ ISO/IEC 17025 ແລະ ການຂຶ້ນທະ
ບຽນຫ້ອງທົດລອງ. ໃນການທົດລອງ ຈະມີເຈົ້າໜ້າທີ່
ໄປເກັບ ຕົວຢ່າງ ນຳ້ເປື້ອນຈາກໂຮງງານມາສົ່ງໃຫ້
ພາກສ່ວນຫ້ອງທົດລອງນຳມາວິເຄາະ ໂດຍອີງຕາມ
ຄ່າມາດຕະຖານ ທີ່ໄດ້ກຳນົດໃນກົດໝາຍ 17 ລາຍ
ການ. ການກຳນົດຄ່າເຈືອປົນໃນອາກາດ (ມົນລະພິດ
ອາກາດ) ຈາກໂຮງງານ ມີ 15 ລາຍການ ເຊິ່ງໄດ້ກຳ
ນົດຕາມຫຼັກ US Environmental Protecton
Agency, ເຊິ່ງວິທີການເກັບຕົວຢ່າງ ມີ 2 ວິທີຄື: ເກັບ
ຈາກປ່ອງຄວັນຈາກໂຮງງານ ແລະ ເກັບຈາກສະຖານ
ທີ່ໃກ້ຄຽງຈາກໂຮງງານ ເພື່ອວັດແທກຄຸນນະພາບອາ
ກາດ ໃນສະພາບແວດລ້ອມໃກ້ຄຽງ. ຫຼັງຈາກນັ້ນ,
ໄດ້ໄປທ່ຽວຊົມຫ້ອງທົດລອງພາຍໃນ ກົມໂຮງງານ
ອຸດສາຫະກຳ.
ໃນຕອນບ່າຍ ທ່ານ ນາງ ອັນຊະລີ ຍິ່ງທະວີສິດທິກຸນ
ຫົວໜ້າ ພະແນກ ຄວບຄຸມມົນລະພິດ ໄດ້ສະເໜີ ກ່ຽວ
ກັບ ປະຫວັດຄວາມເປັນມາ, ກົດໝາຍ ແລະ ກົດລະ
ບຽບ ທີ່ກ່ຽວຂ້ອງກັບ ອາກອນສິ່ງແວດລ້ອມ ກ່ຽວກັບ
ການປ່ອຍນ້ຳເປື້ອນ ແລະ ການກໍານົດປະເພດຂອງ
ໂຮງງານອຸດສາຫະກໍາ. ການລະບາຍນຳ້ເປື້ອນອອກ
ຈາກໂຮງງານຕ້ອງມີການບຳບັດ ດ້ວຍວິທີການໃດ
ໜຶ່ງທີ່ໄດ້ກຳນົດໄວ້ແຕ່ບໍ່ສາມາດເຈືອຈາງເຊັ່ນ:ການ
ເພີ່ມນຳ້ຝົນ ຫຼື ນຳ້ສະອາດໃນນຳ້ເປື້ອນ ເພື່ອໃຫ້ສາ
ມາດປ່ອຍນຳ້ອອກໄດ້. ການລະບາຍນຳ້ທີ່ຜ່ານການ
ບຳບັດແລ້ວ ແມ່ນສາມາດປ່ອຍອອກສູ່ແມ່ນຳ້ທຳມະ
ຊາດໄດ້ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍເພີ່ມຕື່ມ.
2.	 ໂຮງງານເບຍຄອດສ໌ມອດສ໌: ນຳພາໂດຍ ທ່ານ
ນ. ພິດສິນີ, ຫົວໜ້າສ່ວນການຜະລິດເບຍ, ທ່ານ ຈັກ
ກະພັນ ຊາດທີ, ທ່ານ ອຸໄທ ແກ້ວທ່ຽງ ແລະ ທ່ານ ນາງ
ຣັດຕະນາພອນ ແກ້ວກະຈ່າງກຸນ, ຄະນະທີມງານ
ຂອງໂຮງງານCosmosBreweryຈຳກັດໄດ້ສະເໜີ
ກ່ຽວກັບ ປະຫັວດຄວາມເປັນມາ, ວັດຖຸດິບທີ່ນຳເຂົ້າ
ໃນຂະບວນການຜະລິດ, ເຕັກໂນໂລຊີການຜະລິດ,
ລະບົບການບຳບັດນ້ຳເປື້ອນຈາກໂຮງງານ. ມົນລະ
ພິດທາງນ້ຳຈາກການປະກອບກິດຈະການຂອງໂຮງ
ງານ ໄດ້ແກ່: 1) ນ້ຳເປື້ອນຈາກຂະບວນການຜະລິດ
2) ນ້ຳເປື້ອນຈາກຂະບວນການບັນຈຸ ແລະ 3) ນ້ຳ
ເປື້ອນຈາກຫ້ອງນ້ຳ, ໂຮງອາຫານ, ຫໍພັກພະນັກງານ
ເຊີ່ງນ້ຳເປື້ອນຈາກແຕ່ລະແຫຼ່ງ ແມ່ນຖືກສົ່ງໄປບໍ່ພັກ
ນໍ້າເປື້ອນ ກ່ອນສົ່ງເຂົ້າສູ່ລະບົບບຳບັດ. ລະບົບບຳ
ບັດນ້ຳເປື້ອນຂອງໂຮງງານ ແມ່ນວິທີການທາງຊີວະວິ
ທະຍາໂດຍໃຊ້ແບັກທີເຣຍທີ່ໃຊ້ອົກຊີເຈນ(Aerobic
Bacteria) ເປັນຕົວຫຼັກໃນການຍ່ອຍສະຫຼາຍສານ
ໃນນ້ຳເປື້ອນ, ລະບົບບຳບັດນີ້ ສາມາດບຳບັດ ໄດ້ທັງ
ນ້ຳເປື້ອນຈາກຊຸມຊົນ ແລະ ນ້ຳເປື້ອນອອກຈາກໂຮງ
ງານອຸດສາຫະກຳ ແຕ່ການສ້າງລະບົບຈະມີຄວາມ
ຫຍຸ້ງຍາກ ແລະ ຊັບຊ້ອນ. ເນື່ອງຈາກຈຳເປັນຈະຕ້ອງ
ມີການຄວບຄຸມສະພາບແວດລ້ອມ ແລະ ລັກສະນະ
ທາງກາຍະພາບຕ່າງໆໃຫ້ເໝາະສົມແກ່ການເຮັດ
ວຽກ ແລະ ການເພີ່ມຈຳນວນຂອງຈຸລິນຊີ ເພື່ອໃຫ້ລະ
ບົບມີປະສິດທິພາບໃນການບໍາບັດສູງຂື້ນ. ປັດຈຸບັນ
ທາງໂຮງງານກຳລັງສ້າງລະບົບບຳບັດນ້ຳເປື້ອນ
ແບບບໍ່ໃຊ້ອາກາດ (Upflow Anaerobic Sludge
Blanket) ເນື່ອງຈາກວ່າລະບົບບໍາບັດນີ້ ເຮັດໃຫ້ປະ
ຢັດພະລັງງານ ແລະ ຄ່າໃຊ້ຈ່າຍເໜາະ ສຳລັບ ນ້ຳ
ເປື້ອນທີ່ມີສານແຫຼວລອຍຕ່ຳແລະຍັງສາມາດນຳມາ
ໃຊ້ເປັນພະລັງງານທົດແທນ ໃນຮູບຂອງພະລັງງານ
ຄວາມຮ້ອນ ຫຼື ພະລັງງານໄຟຟ້າ.
3.	 ໂຮງງານຜະລິດເຈ້ຍ SCG Packaging ຄະນະ
ທີມງານໄດ້ລົງຢ້ຽມຢາມ ໂຮງງານຜະລິດເຈ້ຍ SCG
Packaging ທີ່ຈັງຫັວດຣາຊບູລີ, ນຳພາໂດຍ ທ່ານ
ກຸນລະພັດ ສິຣິສຸກ, ນັກສິ່ງແວດລ້ອມ ລະດັບປະຕິ
ບັດງານ. ທ່ານ ໄດ້ອະທິບາຍ ກ່ຽວກັບ ຄູ່ມືແນະນຳ
ແລະ ລະບົບມາດຕະຖານການປ່ອຍນ້ຳເປື້ອນ, ເຕັກ
ໂນໂລຊີ ແລະ ການຄຸ້ມຄອງສິ່ງແວດລ້ອມ ຂອງໂຮງ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
18
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ງານ. ໂຮງງານຜະລິດເຈ້ຍ ນຳໃຊ້ຕົ້ນວິກ ເພື່ອຜະລິດ
ເຈ້ຍ ເຊິ່ງຜະລິດໄດ້ 2 ປະເພດ ຄື: ເຈ້ຍສີຂາວ ແມ່ນ
ໃຊ້ຜະລິດເຈ້ຍທີ່ໃຊ້ໃນຫ້ອງການ ແລະ ເຈ້ຍສີນຳ້
ຕານ ແມ່ນໃຊ້ຜະລິດແກັດເຈ້ຍ, ຂະບວນການຜະລິດ
ແມ່ນໄດ້ນຳໃຊ້ນຳ້ ປະມານ 8-12 ແມັດກ້ອນ/ໂຕນ.
ໂຮງງານຜະລິດເຈ້ຍ ແມ່ນໄດ້ນຳເອົານ້ຳຈຳນວນໜຶ່ງ
ທີ່ໄດ້ບຳບັດແລ້ວມາໃຊ້ຄືນໃໝ່ ເຂົ້າໃນຂະບວນການ
ລ້າງເຈ້ຍ ກ່ອນຈະນຳເຂົ້າໃນຂະບວນການຜະລິດຕໍ່
ໄປ ແລະ ຈຳນວນໜຶ່ງ ແມ່ນປ່ອຍລົງສູ່ຄອງນຳ້ ແມ່
ກຣອງ. ເພື່ອເປັນການຫຼຸດຜ່ອນສິ່ງເສດເຫຼືອທາງໂຮງ
ງານໄດ້ນຳໃຊ້ເຈ້ຍ 80% ແມ່ນເຈ້ຍທີ່ໃຊ້ແລ້ວນໍາມາ
ແປຮູບຄືນໃໝ່.
4.	 ກົມຄວບຄຸມມົນລະພິດ: ໄດ້ລົງຢ້ຽມຢາມແລກ
ປ່ຽນບົດຮຽນ ທີ່ກົມຄວບຄຸມມົນລະພິດ ກ່າວເປີດພິ
ທີໂດຍ ທ່ານ ຈະຕຸພອນ ບູຣັດພັດ, ຫົວໜ້າ ກົມຄວບ
ຄຸມມົນລະພິດ. ຫຼັງຈາກນັ້ນ ທ່ານ ດຣ. ນາງ ທິບທີຣະ
ລຳມະນີ ຜູ້ອຳນວຍການ ສ່ວນພັດທະນາ ກົດໝາຍ
ກົມຄວບຄຸມມົນລະພິດ ໄດ້ມາແລກປ່ຽນຄວາມຮູ້
ກ່ຽວກັບ ວິທີການ ແລະ ຂັ້ນຕອນ ໃນການຮ່າງກົດ
ໝາຍ ທີ່ກ່ຽວຂ້ອງກັບການຄວບຄຸມມົນລະພິດ ທາງ
ນ້ຳ. ທ່ານ ດຣ. ຊະຍາວີ ຫັວງຈະເຣີນຮຸ່ງ, ຫົວໜ້າ
ພະແນກ ນ້ຳເປື້ອນອຸດສາຫະກຳ ໄດ້ສະເໜີ ກ່ຽວກັບ
19
ປະຊຸມ
ກົດໝາຍ ແລະ ກົດລະບຽບ ນ້ຳເປື້ອນ ໃນປະເທດໄທ
ໃນນັ້ນມີ:ກົດໝາຍວ່າດ້ວຍການສົ່ງເສີມແລະຮັກສາ
ຄຸນນະພາບສິ່ງແວດລ້ອມ ແຫ່ງຊາດ, ມາດຕະຖານ
ການປ່ອຍນ້ຳເປື້ອນ ສະເພາະປະເພດໂຮງງານອຸດ
ສາຫະກຳ, ຫຼັກການກຳນົດມາດຕະຖານ ສະເພາະ
ປະເພດອຸດສາຫະກຳ ແລະ ອື່ນໆ. ທ່ານ ອາລຸນກິດ
ສິດທິໄຊ,ນັກສິ່ງແວດລ້ອມລະດັບຜູ່ຊ່ຽວຊານໄດ້ສະ
ເໜີກ່ຽວກັບເທັກນິກແລະຂັ້ນຕອນກ່ຽວກັບມາດຕະ
ຖານຂອງນ້ຳເປື້ອນຈາກໂຮງງານອຸດສາຫະກຳລວມ
ເຖິງຂະບວນການໃນການກະກຽມ ແລະ ກຳນົດມາດ
ຕະຖານຕ່າງໆ.
ບົດຮຽນທີ່ຖອດຖອນໄດ້ ຈາກການເຂົ້າຮ່ວມໃນການ
ແລກປ່ຽນບົດຮຽນໃນຄັ້ງນີ້ ເຫັນວ່າ:
•	 ປະເທດໄທ ໄດ້ມີກຳນົດນະໂຍບາຍ ແລະ ກົດ
ໝາຍກ່ຽວກັບສິ່ງແວດລ້ອມເປັນຕົ້ນແມ່ນມີການກຳ
ນົດນຳ້ເປື້ອນໄວ້ຢ່າງຈະແຈ້ງເຊິ່ງຈະເຮັດໃຫ້ການຜັນ
ຂະຫຍາຍນະໂຍບາຍໄປສູ່ການຈັດຕັ້ງປະຕິບັດດຳ
ເນີນໄປຢ່າງເປັນລະບົບ.
•	 ຄະນະທີມງານ ສາມາດເຂົ້າໃຈຂັ້ນຕອນ ແລະ ວິ
ທີການຄິດໄລ່ ປະລິມານການປ່ອຍນ້ຳເປື້ອນ ແລະ
ມົນລະພິດທາງອາກາດ ຈາກໂຮງງານອຸດສາຫະກໍາ,
ວິທີການໃນການຄວບຄຸມການປ່ອຍນ້ຳເປື້ອນຈາກ
ໂຮງງານອຸດສາຫະກຳແລະລະບົບບຳບັດນຳ້ເປື້ອນ.
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
20
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ),
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ (ກຊສ). ໄດ້ຈັດກອງປະຊຸມ ປຶກສາຫາລື
ເພື່ອລິເລີ່ມການສ້າງແຜນຄຸ້ມຄອງສິ່ງແວດລ້ອມ
ແບບຮອບດ້ານ ຮ່ວມກັບ ຄະນະນຳ ແລະ ທີມງານ
ວິຊາການ ແຂວງ ຊຽງຂວາງ ໃນວັນທີ 19-23 ທັນ
ວາ 2016, ທີ່ໂຮງແຮມພູຊ້າງ ແຂວງ ຊຽງຂວາງ.
ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນ
ຈາກໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2.
ເພື່ອການຊຸກຍູ້ດ້ານວິຊາການ ໃນການຊ່ວຍສ້າງ
ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ຈາກ
ທີມງານວິຊາການ ພະແນກ ປະເມີນສິ່ງແວດລ້ອມ,
ກສສ ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 34
ກອງປະຊຸມ ປຶກສາຫາລື ເພື່ອລິເລີ່ມໃນການສ້າງແຜນ
ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ຮ່ວມກັບ ຄະນະ
ນຳ ແລະ ທີມງານວິຊາການ ແຂວງ ຊຽງຂວາງ
ທ່ານ ທີ່ມາຈາກ ກສສ ແລະ ພະແນກ ການອ້ອມ
ຂ້າງແຂວງ ເປັນຕົ້ນ ພະແນກ ຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ (ພຊສ), ແຜນການ ແລະ
ການລົງທຶນ (ພຜທຂ), ໂຍທາທິການ ແລະ ຂົນສົ່ງ
ແຂວງ, ກະສິກຳ-ປ່າໄມ້, ອຸດສາຫະກຳ-ການຄ້າ, ສຶກ
ສາທິການ ແລະ ກິລາ, ສາທາລະນະສຸກ, ພະລັງງານ
ແລະ ບໍ່ແຮ່, ຖະແຫຼງຂ່າວ ແລະ ວັດທະນະທຳ, ຫ້ອງ
ວ່າການ ແຂວງ.
	 ໃນວັນທີ 19 ທັນວາ 2016 ກອງປະຊຸມໄດ້
ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ
ຮ່ວມໃນການກ່າວເປີດ ແລະ ມີຄຳເຫັນຕໍ່ກອງປະຊຸມ
ໂດຍ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ
ຫົວໜ້າ ພຊສ ແຂວງ ຊຽງຊວາງ ແລະ ທ່ານ ສິງສະ
21
ປະຊຸມ
ຫວັນ ສິງກາວົງໄຊ ຮອງຫົວໜ້າ ກສສ ໃນນັ້ນ ທ່ານ
ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ແລະ
ຄວາມຈຳເປັນ, ພາວະວິໄສ ຂອງແຜນຄຸ້ມຄອງສິ່ງ
ແວດລ້ອມ ແບບຮອບດ້ານ ໂດຍສະເພາະການຈັດ
ຕັ້ງປະຕິບັດນະໂຍບາຍຂອງພັກ ວ່າດ້ວຍ ການພັດ
ທະນາໃຫ້ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ,
ສ້າງ ສປປ ລາວ ໃຫ້ ຂຽວ ສະອາດ ງາມຕາ ການຈັດ
ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ
VIII ເປົ້າໝາຍ ທີ 3 ແລະ ກົດໝາຍຂອງລັດ ໂດຍສະ
ເພາະກົດໝາຍ ວ່າດ້ວຍ ປົກປັກຮັກສາສິ່ງແວດລ້ອມ
ສະບັບປັບປຸງ ປີ 2012 ມາດຕາ 17 ແລະ 18 ວ່າດ້ວຍ
ການປ້ອງກັນສິ່ງແວດລ້ອມ ແລະ ກົດໝາຍ ວ່າດ້ວຍ
ປົກຄອງທ້ອງຖິ່ນ ປີ 2003 ມາດຕາ 3, 4, 20 ແລະ 22
ແລະ ກົດໝາຍອື່ນໆທີ່ພົວພັນ. ພາຍຫຼັງສຳເລັດພິທີ
ກ່າວເປີດກອງປະຊຸມແລ້ວ ກໍໄດ້ມີການແລກປຽ່ນ
ບົດຮຽນ, ປະກອບຄຳຄິດເຫັນ ແລະ ຖອດຖອນບົດ
ຮຽນຮ່ວມກັນ ເພື່ອສ້າງຄວາມເຂົ້າໃຈໃນການສ້າງ
ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ດັ່ງນີ້:
1.	 ທ່ານ ນາງ ສຸດາວີ ແກ້ວປະເສີດ ຮອງຫົວໜ້າ
ພະແນກ ປະເມີນສິ່ງແວດລ້ອມ, ກສສ ໄດ້ສະເໜີ
ປະສົບການ ແລະ ວິທີການໃນການສ້າງແຜນຄຸ້ມ
ຄອງສິ່ງແວດລ້ອມ ແບບຮອບດ້ານ.
2.	 ທ່ານ ອຸລາພອນ ພຣະຈັນສິດາ ຕາງໜ້າພະແນກ
ແຜນການ ແລະ ການລົງທຶນ ໄດ້ສະເໜີ ແຜນພັດ
ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ແລະ ທິດ
ທາງການລົງທຶນຂອງແຂວງ
3.	 ທ່ານ ເຄນສີ ອິນທະພັນ ຫົວໜ້າຂະແໜງ ວາງ
ແຜນ ແລະ ພັດທະນາທິ່ດິນ ໄດ້ສະເໜີ ການວາງ
ແຜນພັດທະນາທິ່ດິນຂອງແຂວງ.
4.	 ທ່ານ ທ່ານ ຊົ່ງມົ່ວ ປ່າລີ ຫົວໜ້າຂະແໜງ ໂຍ
ທາທິການ-ຂົນສົ່ງ ແຂວງ ໄດ້ສະເໜີ ການພັດທະ
ນາ ແລະ ການຄຸ້ມຄອງສິ່ງແວດລ້ອມຕົວເມືອງ
ຂອງແຂວງ
5.	 ທ່ານ ວັນທອງ ດວງດີ ຫົວໜ້າຂະແໜງ ກະສິກຳ-
ປ່າໄມ້ ແຂວງ ໄດ້ສະເໜີ ການຄຸ້ມຄອງ ແລະ ພັດ
ທະນາ ກະສິກຳ-ປ່າໄມ້ຂອງແຂວງ
6.	 ທ່ານ ພອນສີ ທຳມະວົງ ຮອງຫົວໜ້າ ຂະແໜງ
ອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີ ສະພາບ
ລວມຂອງການພັດທະນາຂະແໜງອຸດສາຫະກຳ
ແລະ ການຄ້າ ຂອງແຂວງ
7.	 ທ່ານທ່ານວັນໄຊໄຊຍະບັນດິດ ຫົວໜ້າຂະແໜງ
ພະລັງງານແລະ ບໍ່ແຮ່ ແຂວງ ໄດ້ສະເໜີ ສະພາບ
ລວມຂອງການພັດທະນາ ຂະແໜງ ພະລັງງານ
ແລະ ບໍ່ແຮ່ ຂອງແຂວງ.
8.	 ທ່ານ ສິງຄຳ ທຳມະຈັກ ຮອງຫົວໜ້າຂະແໜງ ສິ່ງ
ແວດລ້ອມ ໄດ້ສະເໜີ ບັນຫາ ແລະ ສະພາບສິ່ງ
ແວດລ້ອມ ຂອງແຂວງ
	 ຫຼັງຈາກນັ້ນວິທະຍາກອນແລະທີມງານສ້າງ
ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ (ISP)
ນຳພາໂດຍ ທ່ານ ນ. ສຸດາວີ ແກ້ວປະເສີດ ໄດ້ແນະ
ນຳທີມງານໃນການສ້າງແຜນ(ISP)ຂອງແຂວງເຮັດ
ແບບວິທີຝຶກຫັດຕົວຈິງ ໃນນັ້ນປະກອບມີ 5 ບົດຮຽນ
ດັ່ງລຸ່ມນີ້:
1.	 ການເກັບກຳຂໍ້ມູນປະຈຸບັນ (ເສດຖະກິດ-ສັງຄົມ,
ທຳມະຊາດ ແລະ ສິ່ງແວດລ້ອມ)
2.	 ຄົ້ນຄວ້າບັນດາທ່າແຮງອັນຕົ້ນຕໍ ເພື່ອຕອບສະ
ໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ
ຂອງແຂວງ ພ້ອມທັງວິເຄາະທ່າແຮງແບບ
SWOT (ຈຸດແຂງ, ຈຸດອ່ອນ, ກາລະໂອກາດ
ແລະ ສິ່ງທ້າທາຍ)
3.	 ຮຽນຮູ້ວິທີການ ເພື່ອວາງແຜນໃນການກຳນົດ
ເຂດຈະພັດທະນາ, ເຂດຫວງຫ້າມ ແລະ ເຂດ
ປ້ອງກັນ
4.	 ຮຽນຮູ້ວິທີການວິເຄາະດ້ານສິ່ງແວດລ້ອມ ແລະ
ສັງຄົມ ເພື່ອຫຼຸດຜ່ອນ ຫຼື ຫຼີກເວັ້ນຜົນກະທົບຕໍ່ສິ່ງ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
22
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ແວດລ້ອມ-ສັງຄົມ ແບບ RAPID
5.	 ແຜນຄຸ້ມຄອງສິ່ງແວດລ້ອມ-ສັງຄົມ ຕາມທິດ
ທາງການພັດທະນາເສດຖະກິດ-ສັງຄົມ ຂອງ
ແຂວງ
ສະຫຼູບສັງລວມ ຜົນຂອງກອງປະຊຸມປຶກສາຫາລືໄດ້
ດັ່ງນີ້:
•	 ວິຊາການແຂວງເຫັນໄດ້ຄວາມສຳຄັນຂອງການ
ສ້າງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ຊຶ່ງ
ມີຜົນປະໂຫຍດຕໍ່ແຜນພັດທະນາເສດຖະກິດ - ສັງ
ຄົມຂອງບັນດາເມືອງແລະແຂວງໂດຍໄດ້ຄຳນຶງເຖິງ
ຄວາມຍຶນຍົງ, ເປັນແຜນທີອຳນວຍຄວາມສະດວກ
ທາງດ້ານຂໍ້ມູນຂ່າວສານ ແລະ ພູມສັນຖານ ໃຫ້ແກ່
ການຕັດສິນໃຈຕໍ່ການດຳເນີນການພັດທະນາ ທີຈະ
ຕ້ອງໄດ້ມີການພິຈາລະນາປັດໃຈທີສຳຄັນຄື:ສິ່ງແວດ
ລ້ອມທຳມະຊາດ, ສັງຄົມ, ການເມືອງ, ເສດຖະກິດ
ແລະ ການປົກຄອງ ຊຶ່ງມັນໄດ້ຕິດພັນກັບຄວາມພະ
ຍາຍາມຂອງອຳນາດການປົກຄອງແຂວງ ເພື່ອຄຸ້ມ
ຄອງສິ່ງທີ່ມີຢູ່ພາຍໃນພື້ນທີ່ ລະຫວ່າງ ລະບົບທຳມະ
23
ປະຊຸມ
ຊາດ ແລະ ລະບົບຂອງການດຳລົງຊີວິດຂອງປະຊາ
ຊົນ ໃຫ້ມີປະສິດທິຜົນ, ເປັນລະບຽບຮຽບຮ້ອຍ,ໂປ່ງ
ໃສ ແລະ ເປັນທຳ ເພື່ອຜົນປະໂຫຍດຂອງປະຊາຊົນ
ທັງໝົດທຸກຄົນ ທັງໃນປັດຈຸບັນ ແລະ ອານາຄົດ.
•	 ບັນດາຜູ້ເຂົ້າຮ່ວມ ສາມາດເຂົ້າໃຈບັນດາຫຼັກ
ການພັດທະນາແຜນຄຸ້ມຄອງສິ່ງແວດລ້ອມ ແບບ
ຮອບດ້ານໄດ້ໂດຍພື້ນຖານ ແລະ ຈະນຳເອົາໄປພັດ
ທະນາໃນຕໍ່ໜ້າ.
•	 ບັນດາຜູ້ເຂົ້າຮ່ວມ ມີຄວາມຫ້າວຫັນ ແລກປ່ຽນ
ບົດຮຽນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ.
ແຜນວຽກໃນຕໍ່ໜ້າ:	
	 ພາຍຫຼັງສຳເລັດກອງປະຊຸມປຶກສາຫາລື ໃນ
ຄັ້ງນີ້ແລ້ວ ສູນກາງ ແລະ ແຂວງ ຈະໄດ້ສືບຕໍ່ໃນການ
ປະສານງານ ແລະ ເຮັດວຽກຮ່ວມກັນດັ່ງນີ້:
•	 ສ້າງແບບຟອມໃນການເກັບກຳຂໍ້ມູນ ເພື່ອປະ
ກອບເຂົ້າໃນແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບ
ດ້ານ
•	 ຮ່າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ,
ວິເຄາະທ່າແຮງ ແລະ ສ້າງແຜນທີ່ຕາມທ່າແຮງທີ່ກຳ
ນົດ ເປັນຕົ້ນ ເຂດສະຫງວນ, ເຂດປ້ອງກັນ ແລະ ເຂດ
ທີ່ຈະພັດທະນາ
•	 ຈັດກອງປະຊຸມ ໃນລະດັບວິຊາການໃນການສ້າງ
ແຜນ ຄັ້ງທີ I ແລະ ປັບປຸງຕາມຄຳເຫັນ ແລະ ຄວາມ
ເປັນ ເອກະພາບໃນກອງປະຊຸມ
•	 ຈັດກອງປະຊຸມໃນລະດັບຄະນະຊີ້ນຳລວມ ແລະ
ວິຊາການ ເພື່ອປະກອບຄຳຄິດຄຳເຫັນໃສ່ແຜນ ຄັ້ງທີ
II ແລະ ປັບປຸງຕາມຄຳເຫັນ ແລະ ຄວາມເປັນເອກະ
ພາບໃນກອງປະຊຸມ
•	 ຈັດກອງປະຊຸມຜ່ານແຜນຄຸ້ມຄອງສິ່ງແວດລ້ອມ
ແບບຮອບດ້ານ ຄັ້ງສຸດທ້າຍ ພ້ອມທັງຮັບຮອງບົດ
ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ໂດຍ
ທ່ານເຈົ້າແຂວງ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
24
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ແຂວງ ບໍລິຄຳໄຊ ລິເລີ່ມໃນການສ້າງແຜນ
ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ(ISP)
ພະແນກປະເມີນສິ່ງແວດລ້ອມ, ກົມສົ່ງເສີມ
ຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດ
ກອງປະຊຸມປຶກສາຫາລື ເພື່ອລິເລີ່ມໃນການສ້າງ
ແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານຮ່ວມກັບ
ຄະນະນຳ ແລະ ທີມງານວິຊາການ ແຂວງ ບໍລິຄຳໄຊ
ໃນວັນທີ 13-17 ກຸມພາ 2017, ທີ່ໂຮງແຮມ ວິໄລສັກ
ແຂວງ ບໍລິຄຳໄຊ. ໂດຍໄດ້ຮັບການສະໜັບສະໜູນ:
ຈາກໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ໄລຍະ II.
ຈຸດປະສົງ: ຂອງກອງປະຊຸມ ແມ່ນເພື່ອຊຸກຍູ້ທາງ
ດ້ານວິຊາການ ໃນການຊ່ວຍສ້າງແຜນຄຸ້ມຄອງສິ່ງ
ແວດລ້ອມ ແບບຮອບດ້ານ ຈາກທີມງານວິຊາການ
ພະແນກປະເມີນສິ່ງແວດລ້ອມ. ກອງປະຊຸມດັ່ງກ່າວ
ມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານ ທີ່ມາຈາກ ກສສ ແລະ
ບັນດາພະແນກການອ້ອມຂ້າງແຂວງ ເປັນຕົ້ນ: ພະ
ແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
(ພຊສ), ແຜນການ ແລະ ການລົງທຶນ (ພຜທຂ), ໂຍ
ທາທິການ ແລະ ຂົນສົ່ງ ແຂວງ, ກະສິກຳ-ປ່າໄມ້, ອຸດ
ສາຫະກຳ-ການຄ້າ, ສຶກສາທິການ ແລະ ກິລາ, ສາທາ
ລະນະສຸກ,ພະລັງງານແລະບໍ່ແຮ່,ຖະແຫຼງຂ່າວ-ວັດ
ທະນະທຳ ແລະ ທ່ອງທ່ຽວ, ຫ້ອງວ່າການແຂວງ).
	 ໃນວັນທີ 13 ກຸມພາ 2017 ກອງປະຊຸມໄດ້
ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ
ກ່າວເປີດກອງປະຊຸມໂດຍ ທ່ານ ບຸນເສັງ ປະທາມະ
ວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ບໍລິຄຳໄຊ
ທັງເປັນຜູ້ຊີ້ນຳວຽກງານເສດຖະກິດ ທ່ານ ໄດ້ຍົກໃຫ້
ເຫັນເຖິງຄວາມໝາຍຄວາມສຳຄັນ, ຄວາມຈຳເປັນ
ພາວະວິໄສຂອງແຜນຄຸ້ມຄອງສິ່ງແວດລ້ອມ ແບບ
ຮອບດ້ານ ໂດຍສະເພາະການຈັດຕັ້ງປະຕິບັດນະໂຍ
ບາຍຂອງພັກ ວ່າດ້ວຍ ການພັດທະນາ ໃຫ້ມີຄວາມ
ຍືນຍົງທາງດ້ານສິ່ງແວດລ້ອມ, ສ້າງ ສປປ ລາວ ໃຫ້
ຂຽວ ສະອາດ ງາມຕາ ການຈັດຕັ້ງປະຕິບັດແຜນພັດ
25
ປະຊຸມ
ທະນາເສດຖະກິດສັງຄົມ ຄັ້ງທີ VIII ເປົ້າໝາຍທີ 3
ແລະ ກົດໝາຍຂອງລັດ ໂດຍສະເພາະ ກົດໝາຍ ວ່າ
ດ້ວຍ ປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ປີ
2012 ມາດຕາ 17 ແລະ 18 ວ່າດ້ວຍ ການປ້ອງກັນ
ສິ່ງແວດລ້ອມ ແລະ ກົດໝາຍປົກຄອງທ້ອງຖິ່ນ ປີ
2003 ມາດຕາ 3, 4, 20 ແລະ 22 ແລະ ກົດໝາຍ
ອື່ນໆທີ່ພົວພັນ. ຈາກນັ້ນທ່ານ ສິງສະຫັວນ ສິງກາວົງ
ໄຊ ຮອງຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດ
ລ້ອມ ເປັນຜູ້ຊີ້ນຳວຽກໃນການສ້າງແຜນຄຸ້ມຄອງສິ່ງ
ແວດລ້ອມ ແບບຮອບດ້ານ ກໍ່ໄດ້ມີຄຳເຫັນຕໍ່ກອງປະ
ຊຸມ ທ່ານ ໄດ້ເນັ້ນໃຫ້ເຫັນຄວາມໝາຍຄວາມສຳຄັນ
ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ
ຂອງ 5 ແຂວງ ແລະ 1 ນະຄອນຫຼວງ ແມ່ນເປັນບັນຫາ
ບູລິມະສິດ ແລະ ເປັນວຽກເລັ່ງດ່ວນ ທີ່ຕ້ອງສ້າງໃຫ້
ສຳເລັດໃນທ້າຍປີ 2017 ເຊິ່ງແຜນດັ່ງກ່າວຈະຊ່ວຍ
ຊຸກຍູ້ໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງ
ແຂວງ ແລະ ຊ່ວຍປົກຮັກສາສິ່ງແວດລ້ອມໄປພ້ອມໆ
ກັນ.
	 ພາຍຫຼັງສຳເລັດພິທີກ່າວເປີດກອງປະຊຸມ
ແລ້ວ ບັນດາຜູ້ເຂົ້າຮ່ວມກໍໄດ້ມີການແລກປຽ່ນບົດ
ຮຽນ, ປະກອບຄຳຄິດເຫັນ ແລະ ຖອດຖອນບົດຮຽນ
ຮ່ວມກັນ ເພື່ອສ້າງຄວາມເຂົ້າໃຈໃນການສ້າງແຜນ
ຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ດັ່ງລຸ່ມນີ້:
1.	 ທ່ານ ນາງ ສຸດາວີ ແກ້ວປະເສີດ ຮອງຫົວໜ້າ
ພະແນກ ປະເມີນສິ່ງແວດລ້ອມ, ກສສ ໄດ້ສະເໜີປະ
ສົບການ ແລະ ວິທີການໃນການສ້າງແຜນຄຸ້ມຄອງ
ສິ່ງແວດລ້ອມ ແບບຮອບດ້ານ.
2.	 ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າ ພະແນກ
ແຜນການ ແລະ ການລົງທຶນ ແຂວງ ໄດ້ສະເໜີ ກ່ຽວ
ກັບ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8
ແລະ ທິດທາງການລົງທຶນ ຂອງແຂວງ.
3.	 ທ່ານ ວັນພຽນ ພົມມະລິນ ຫົວໜ້າ ຂະແໜງ ຈັດ
ສັນທີ່ດິນ ແຂວງ ໄດ້ສະເໜີ ການວາງແຜນພັດທະນາ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
26
ປະຊຸມ
ຈົດໝາຍຂ່າວ
ມັງກອນ-ມິຖຸນາ 2017
ກສສ
ທີ່ດິນ ຂອງແຂວງ.
4.	 ທ່ານ ລົມເຢັນ ສີສຸວົງ ຫົວໜ້າ ຂະແໜງ ສິ່ງແວດ
ລ້ອມ ໄດ້ສະເໜີ ບັນຫາ ແລະ ສະພາບສິ່ງແວດລ້ອມ
ສິ່ງທີ່ພົ້ນເດັ່ນ ຂອງແຂວງ.
5.	 ທ່ານ ແກ້ວດາລາ ວົງສາວັນທອງ ຮອງຫົວໜ້າ
ຂະແໜງໂຍທາທິການ-ຂົນສົ່ງແຂວງໄດ້ສະເໜີການ
ພັດທະນາແລະການຄຸ້ມຄອງສິ່ງແວດລ້ອມຕົວເມືອງ
ຂອງແຂວງ.
6.	 ທ່ານ ຄຳມ່ວນ ໄຊຍະວົງ ຫົວໜ້າ ຂະແໜງ ກະສິ
ກຳ-ປ່າໄມ້ ແຂວງ ໄດ້ສະເໜີ ການຄຸ້ມຄອງ ແລະ ພັດ
ທະນາກະສິກຳ-ປ່າໄມ້ ຂອງແຂວງ.
7.	 ທ່ານ ແກ້ວອຸ່ນເຮືອນ ຈັນທະວົງສາ ຫົວໜ້າ ຂະ
ແໜງ ພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ສະເໜີ ສະ
ພາບລວມຂອງການພັດທະນາ ຂະແໜງ ພະລັງງານ
ແລະ ບໍ່ແຮ່ ຂອງແຂວງ.
8.	 ທ່ານ ສຸລິໄຊ ມະນີວົງ ວິຊາການ ພະແນກ ອຸດສາ
ຫະກຳ ແລະ ການຄ້າ ແຂວງ ໄດ້ສະເໜີ ສະພາບລວມ
ຂອງການພັດທະນາ ຂະແໜງ ອຸດສາຫະກຳ ແລະ
ການຄ້າ ຂອງແຂວງ.
9.	 ທ່ານ ຈັນສະໝອນ ວໍລະສານ ວິຊາການ ພະແນກ
ຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ
ໄດ້ນໍາເໜີ ສະພາບລວມຂອງການພັັດທະນາ ຂະ
ແໜງການ ຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງ
ທ່ຽວ ແຂວງ.
10.	ທ່ານ ນ. ຄຳຮັກ ໄລວັນ ຮອງຫົວໜ້າ ພະແນກ ສຶກ
ສາທິການ-ກິລາ ແຂວງ ໄດ້ນຳສະເໜີ ສະພາບລວມ
ໃນການພັດທະນາ ຂະແໜງ ການສຶກສາ ແລະ ກິລາ
ຂອງແຂວງ.
11.	ທ່ານ ພັນທະບູນ ສີຫານຸວົງ ຫົວໜ້າ ຂະແໜງ
ສາທາລະນະສຸກ ແຂວງ ໄດ້ສະເໜີ ສະພາບລວມ ໃນ
ການພັດທະນາ ຂະແໜງ ສາທາລະນະສຸກ ແຂວງ.
	 ຫຼັງຈາກນັ້ນວິທະຍາກອນແລະທີມງານສ້າງ
ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ (ISP)
ນຳພາໂດຍທ່ານນ.ສຸດາວີແກ້ວປະເສີດໄດ້ແນະນຳ
ທີມງານ ໃນການສ້າງແຜນ (ISP) ຂອງແຂວງເຮັດ
ແບບວິທີຝຶກຫັດຕົວຈິງ ເຊິ່ງໃນນັ້ນປະກອບມີ 6 ບົດ
ຮຽນດັ່ງລຸ່ມນີ້:
1.	 ການເກັບກຳຂໍ້ມູນປະຈຸບັນ (ເສດຖະກິດ-ສັງຄົມ,
ທຳມະຊາດ ແລະ ສິ່ງແວດລ້ອມ).
2.	 ຄົ້ນຄວ້າບັນດາທ່າແຮງອັນຕົ້ນຕໍ ເພື່ອຕອບສະ
ໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ
ແຂວງພ້ອມ ທັງວິເຄາະທ່າແຮງ ແບບ SWOT (ຈຸດ
ແຂງ, ຈຸດອ່ອນ, ກາລະໂອກາດ ແລະ ສິ່ງທ້າທາຍ).
3.	 ຮຽນຮູ້ວິທີການ ເພື່ອວາງແຜນໃນການກຳນົດ
ເຂດຈະພັດທະນາ, ເຂດຫວງຫ້າມ ແລະ ເຂດປ້ອງ
ກັນ.
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l
Newsleter vii deqp for print size 265x210l

More Related Content

Similar to Newsleter vii deqp for print size 265x210l (7)

Newsleter deqp ix
Newsleter deqp ixNewsleter deqp ix
Newsleter deqp ix
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Newsleter deqp vi
Newsleter deqp viNewsleter deqp vi
Newsleter deqp vi
 
Newsleter deqp v
Newsleter deqp vNewsleter deqp v
Newsleter deqp v
 
Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
Bamboo Handicraft_Value Chain_lao_english
Bamboo Handicraft_Value Chain_lao_englishBamboo Handicraft_Value Chain_lao_english
Bamboo Handicraft_Value Chain_lao_english
 
Newsleter iii deqp for print size 265x210l
Newsleter iii deqp for print size 265x210lNewsleter iii deqp for print size 265x210l
Newsleter iii deqp for print size 265x210l
 

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (12)

Magazines v2 12 2020
Magazines v2 12 2020Magazines v2 12 2020
Magazines v2 12 2020
 
Magazines 04 2021 final
Magazines 04 2021 finalMagazines 04 2021 final
Magazines 04 2021 final
 
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2hຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2h
 
ການວິເຄາະ 5 w2h
ການວິເຄາະ 5 w2hການວິເຄາະ 5 w2h
ການວິເຄາະ 5 w2h
 
ອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
 
Guidelide green-school lao
Guidelide green-school laoGuidelide green-school lao
Guidelide green-school lao
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Move
MoveMove
Move
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 

Newsleter vii deqp for print size 265x210l

  • 1. lt[a[mu 7 ,a'dvo{,y45ok 2017 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ
  • 2. ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ທ່ານ ໂລນຄຳ ອາດສະນາວົງ ຮັກສາການຫົວໜ້າກົມ ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ ກວດແກ້ ພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພະແນກສົ່ງເສີມສິ່ງແວດລ້ອມ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ທ່ານ ນາງ ລັດຕະນະພອນ ອິນທະສານ ຮອງຫົວໜ້າພະແນກ ຈັດໜ້າອອກແບບ ພະແນກສົ່ງເສີມສິ່ງແວດລ້ອມ ທ່ານ ບົວແສງປະເສິດ ພຣະສິດທິເດດ ທ່ານ ກິ່ງທອງ ສິຣິສົມພອນ ຄະນະເກັບກຳຂໍ້ມູນ ທ່ານ ນາງ ສຸກສະຫວັນ ພຸດທະລາດ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ບຸນທະວີ ປັນຍານຸວົງ ແຫຼ່ງຂໍ້ມູນ ຂໍຂອບໃຈເປັນຢ່າງສູງ ທີ່ໃຫ້ຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສສ
  • 3. ສາລະບານ • ສານ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ, ວັນທີ 5 ມິຖຸນາ 2017....... 1 • ສານ ຂອງທ່ານ ແອນໂທນີ ກູເທລີ ສປຊ ໃນວັນສິ່ງແວດລ້ອມ ໂລກ 5 ມິຖຸນາ 2017.............................................................. 4 • ພິທີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ປີ 2017 ຄົບຮອບ 45 ປີ.......................................................................5 • ກອງປະຊຸມຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງແວດລ້ອມ ແບບ ຍຸດທະສາດ ແລະ ການຄິດໄລ່ຜົນໄດ້ຜົນເສຍ.............................12 • ການໄປແລກປ່ຽນບົດຮຽນ ກ່ຽວກັບ ອາກອນສິ່ງແວດລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງງານອຸດສາຫະກຳ............................16 • ກອງປະຊຸມ ປຶກສາຫາລື ເພື່ອລິເລີ່ມໃນການສ້າງແຜນຄຸ້ມຄອງສິ່ງ ແວດລ້ອມແບບຮອບດ້ານ ຮ່ວມກັບ ຄະນະນຳ ແລະ ທີມງານວິຊາ ການ ແຂວງ ຊຽງຂວາງ.......................................................... 20 • ແຂວງ ບໍລິຄຳໄຊ ລິເລີ່ມໃນການສ້າງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ (ISP) .......................................................... 24 • ກອງປະຊຸມປຶກສາຫາລື ເພື່ອລິເລີ່ມໃນການສ້າງແຜນຄຸ້ມຄອງສິ່ງ ແວດລ້ອມແບບຮອບດ້ານ ຮ່ວມກັບ ຄະນະນຳ ແລະ ທີມງານ ວິຊາ ການ ແຂວງ ວຽງຈັນ.............................................................. 28
  • 4. • ກອງປະຊຸມ ສະຫຼຸບຜົນການສຶກສາ, ຄວາມຕ້ອງການ ແລະ ການ ສ້າງຄວາມ ເຂັ້ມແຂງໃຫ້ແກ່ ກອງເລຂາ ຄະນະກໍາມະການຊີ້ນໍາລະ ດັບຊາດ ແລະ ທ້ອງຖິ່ນ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າຂອງສົນ ທິສັນຍາຣາມຊາຢູ່ສປປລາວ..................................................32 • ກອງປະຊຸມ ຄັ້ງທີ 1 ຂອງຄະນະກຳມະການ ແລະ ເປີດສູນຣາມຊາ ພາກພື້ນແມ່ນ້ຳຂອງຕອນລຸ່ມຢູ່ທີ່ບາງກອກປະເທດໄທ..................38 • ການໄປທັດສະນະສຶກສາ ພາຍໃຕ້ຫົວຂໍ້ “ການສຶກສາ ແລະ ສ້າງ ຈິດສຳນຶກ ດ້ານສິ່ງແວດລ້ອມ” ໃນວັນທີ 13-26 ມິຖຸນາ 2017 ທີ່ ປະເທດ ເຢຍລະມັນ............................................................. 40 • ກສສ ໄດ້ໄປແລກປ່ຽນຂໍ້ມູນຂ່າວສານກັບພະນັກງານ ທ້ອງຖີ່ນ 3 ແຂວງ (ຫົວພັນ, ໄຊຍະບູລີ ແລະ ຄຳມ່ວນ) ນັບແຕ່ເດືອນ ມີນາ ຫາ ພຶດສະພາ ພາຍ ໃຕ້ຫົວຂໍ້: ການອານຸລັກ ຊີວະນາໆພັນ ໃນ ສປປ ລາວ................................................................................... 48 • ບົດສະຫຼຸບ 3 ແຂວງ (ຫົວພັນ, ໄຊຍະບູລີ ແລະ ຄຳມ່ວນ) ທີ່ໄດ້ລົງ ປະຕິບັດກິດຈະກຳຜ່ານມາ ຂອງໂຄງການ ສົ່ງເສີມການສຶກສາສິ່ງ ແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດນັບແຕ່ເດືອນ ມີນາ ຫາ ພຶດສະພາ ພາຍ ໃຕ້ຫົວຂໍ້: ການອານຸລັກ ຊີວະນາໆພັນ ໃນ ສປປ ລາວ.................................................................................. 52 • ຄວາມຄືບໜ້້າຂອງການຊ່ວຍເຫຼືອ ດ້ານວິຊາການ ແລະ ງົບປະ ມານ ຂອງໂຄງການ ProCEEd ໃນການຜະລິດສາລະຄະດີ ສິ່ງແວດ
  • 5. ລ້ອມ..................................................................................61 • ການວາງສະແດງຮູບພາບຂອງໂຄງການ ProCEEd ຄັ້ງທີ II ໄດ້ ຮັບຜົນສຳເລັດເປັນຢ່າງດີ....................................................... 62 • ສປປລາວ-ຮັ່ງມີໄປດ້ວຍສັດປ່າແລະພືດ.................................64 • ຂະຍຸ (ໜູຫີນ) ທີ່ໃກ້ສູນພັນທີ່ສຸດໃນໂລກ................................. 67 • ເສົາຫຼາ ສັດລຶກລັບແຫ່ງສາຍພູຫຼວງທີ່ສ່ຽງຕໍ່ການສູນພັນ ແລະ ມີ ແຕ່ໃນປະເທດລາວ-ຫວຽດນາມເທົ່ານັ້ນ.................................... 68 • ເສືອໃກ້ຈະສູນພັນແລ້ວ.......................................................70
  • 6.
  • 7. 1 ປະຊຸມ ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ຢູ່ ສປປ ລາວ. ໃນປີນີ້ ກໍ່ຄືທຸກໆປີຜ່ານມາທີ່ໄດ້ສະ ເຫຼີມສະຫຼອງໄປພ້ອມກັບປະຊາຊາດໂລກ ຢູ່ທົ່ວທຸກ ຫົນແຫ່ງທຸກຂົງເຂດ, ເຊິ່ງໄດ້ກຳນົດເອົາ ວັນທີ 5 ມີຖຸ ນາຂອງທຸກໆປີເປັນວັນສະເຫຼີມສະຫຼອງແລະໄດ້ກຳ ນົດຫົວຂໍ້ທີ່ຕ່າງກັນໃນແຕ່ລະປີ ເພື່ອເປັນການສ້າງ ຈິດສຳນຶກ, ປຸກລະດົມການເຂົ້າຮ່ວມ ແລະ ສົ່ງເສີມ ການແກ້ໄຂບັນຫາທີ່ພົ້ນເດັ່ນ ເກີດຂື້ນໃນແຕ່ລະໄລ ຍະ. ການສະຫຼອງວັນສິ່ງແວດລ້ອມໂລກ ໄດ້ເລີິ່ມປະ ສານ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງ ໃນໂອກາດ ວັນສິ່ງແວດລ້ອມໂລກ, ວັນທີ 5 ມິຖຸນາ 2017 ຕິບັດນັບແຕ່ປີ 1972 ເປັນຕົ້ນມາ ພາຍຫລັງກອງປະ ຊຸມສະຫະປະຊາຊາດວ່າດ້ວຍສິ່ງແວດລ້ອມມະນຸດ. ສໍາລັບ ປີນີ້ ແມ່ນຄົບຮອບ 45 ປີ ປະເທດ ການາດາ ໄດ້ຖືກຄັດເລືອກໃຫ້ເປັນເຈົ້າພາບຈັດງານສະເຫຼີມ ສະຫຼອງວັນດັ່ງກ່າວໂດຍໄດ້ກໍານົດຫົວຂໍ້:ການເຊື່ອມ ໂຍມມະນຸດເຮົາເຂົ້າກັບທຳມະຊາດພາຍໃຕ້ຄໍາຂວັນ “ພວກເຮົາຢູ່ກັບທຳມະຊາດ” “Connecting people to Nature: I’m With Nature”. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 8. 2 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແມ່ນ ເພື່ອສ້າງຈິດສໍານຶກໃຫ້ແກ່ປະຊາຊາດ ໃນທົ່ວສັງຄົມ ໃນທົ່ວໂລກ ມີຄວາມດຶງດູດ, ຄວາມສົນໃຈ, ຄວາມ ເຂົ້າໃຈ ກ່ຽວກັບ ວຽກງານສິ່ງແວດລ້ອມ, ພ້ອມທັງ ເລັ່ງທວງໃຫ້ອົງກອນສິ່ງແວດລ້ອມຕ່າງໆຕ້ອງມີການ ວາງແຜນ ແລະ ດຳເນີນງານການແກ້ໄຂບັນຫາສິ່ງ ແວດລ້ອມໃນປະເທດຂອງຕົນ ໂດຍໃຫ້ມີການເຂົ້້າ ຮ່ວມຂອງທຸກພາກສ່ວນຢ່າງເປັນເຈົ້າການ ເພື່ອເຮັດ ໃຫ້ບັນຫາສິ່ງແວດລ້ອມ ມີການປ່ຽນແປງໄປທາງ ບວກ ແລະ ສາມາດປົກປັກຮັກສາຊັບພະຍາກອນທໍາ ມະຊາດ ໃນໂລກຂອງພວກເຮົາໄວ້ໃຫ້ມີຄວາມຍືນ ຍົງ, ປະຊາຊົນມີສຸຂະພາບທີ່ດີ. ຄືເຮົາຮູ້ນໍາກັນແລ້ວວ່າ ບັນຫາສິ່ງແວດລ້ອມ ໃນປະ ຈຸບັນ ແມ່ນນັບມື້ນັບເພີ້ມຂື້ນ ຍ້ອນນໍ້າມືຂອງມະນຸດ ພວກເຮົາ ທີ່ມີການຂຸດຄົ້ນ, ນໍາໃຊ້ຊັບພະຍາກອນທໍາ ມະຊາດແບບຟຸມເຟືອຍ,ມີການທໍາລາຍປ່າໄມ້,ການ ປ່ອຍສິ່ງເສດເຫຼືອຈາກໂຮງງານອຸດສາຫະກໍາ ແລະ ຈາກຄົວເຮືອນ ແມ່ນນັບມື້ນັບເພີ້ມຂື້ນ, ການນໍາໃຊ້ ສານເຄມີເຂົ້າໃນກະສິກຳ ແລະ ອື່ນໆ ເຊິ່ງທັງໝົດນີ້ ເປັນສາເຫດເຮັດໃຫ້ເກີດສະພາວະໂລກຮ້ອນ, ການ ຂາດເຂີນສະບຽງອາຫານ, ສະພາບແວດລ້ອມເປັນ ຕົ້ນ ນໍ້າ, ດິນ, ອາກາດ ມີມົນລະພິດ ແລະ ສົ່ງຜົນກະ ທົບຕໍ່ສຸຂະພາບ, ສະພາບດິນຟ້າອາກາດ ມີການປ່ຽນ ແປງ. ເວົ້າລວມ, ເວົ້້າສະເພາະ ຢູ່ ສປປ ລາວ ການນໍາ ໃຊ້ຊັບພະຍາກອນທໍາມະຊາດ ຍັງເກີດມີລັກສະນະ ຟຸມເຟືອຍ, ສະພາບການຂະຫຍາຍຕົວຂອງຕົວ ເມືອງ, ການເພີ້ມຂື້ນຂອງພົນລະເມືອງ ເຮັດໃຫ້ມີ ຂີ້ເຫຍື້ອ ແລະ ສິ່ງເຫຼືອເພີ້ມຂື້ນ, ລົດໜາແໜ້ນ, ເກີດ ມີນໍ້າເປື້ອນ, ມີມົນລະພິດທາງອາກາດ ແລະ ອື່ນໆ; ການຄຸ້ມຄອງໂຄງການລົງທຶນຍັງເຮັດບໍ່ໄດ້ດີເຮັດໃຫ້ ເກີດມີຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ,ປ່າໄມ້ ຖືກທໍາລາຍ, ການຄ້າ-ຂາຍ ສັດນໍ້າ, ສັດປ່າ ແລະ ພືດ ພັນປ່າ ຍັງສືບຕໍ່ແບບຊະຊາຍ ແລະ ຜິດກົດໝາຍຢູ່ ເປັນສາເຫດເຮັດໃຫ້ຊີວະນາໆພັນ ຈຳນວນ ທັງໝົດ 2,701 ຊະນິດ ທີ່ໄດ້ພົບເຫັນໃນ ສປປ ລາວ, ປະມານ 157 ຊະນິດ ກໍາລັງມີຄວາມສ່ຽງທີ່ໃກ້ຈະສູນພັນ ແລະ 115 ຊະນິດ ກໍາລັງຖືກຂົ່ມຂູ່. ຕໍ່ບັນຫາ ແລະ ສະພາບ ການດັ່ງກ່າວ,ໃນເວທີສາກົນປະຊາຊາດໃນໂລກກໍ່ບໍ່ ໄດ້ຫຼົດລະຄວາມພະຍາຍາມ ໃນການຮ່ວມມືກັນຢ່າງ ຈິງຈັງ ໃນການວາງນະໂຍບາຍ, ຍຸດທະສາດ ລະດັບ ໂລກ ແລະ ມາດຕະການຕ່າງໆນາໆ ເພື່ອຊອກຫາ ວີທີແກ້ໄຂບັນຫາສິ່ງແວດລ້ອມຮ່ວມກັນ. ສະເພາະ ສປປ ລາວ, ພັກ-ລັດຖະບານ ຂອງພວກເຮົາ ຍາມໃດ ກໍ່ໄດ້ປະຕິບັດນະໂຍບາຍ ຢ່າງສະເໝີຕົ້ນສະເໝີປາຍ ໃນການພັດທະນາເສດຖະກິດ-ສັງຄົມ ດ້ວຍຈັງຫວະ ເຕີບໂຕອັນແຂງແຮງ-ຕໍ່ເນື່ອງ,ໃນປີ2016ທີ່ຜ່ານມາ, ສປປລາວໄດ້ຮ່ວມກັບບັນດາປະເທດສະມະຊິກຂອງ ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາ 17 ເປົ້າ ໝາຍ ການພັດທະນາແບບຍືນຍົງ, ໂດຍໄດ້ກໍານົດ ເອົາເສດຖະກິດສີຂຽວ ເຂົ້າໃນການຂັບເຄື່ອນໂລກ ໄປສູ່ການພັດທະນາແບບຍືນຍົງ ແລະ ໄດ້ໃຫ້ສັດຕະ ຍາບັນສັນຍາປາຣີ ເປັນປະເທດທໍາອິດ ໃນບັນດາປະ ເທດອາຊຽນ. ພ້ອມດຽວກັນນັ້ນ, ພວກເຮົາກໍ່ໄດ້ເອົາ ໃຈໃສ່ວາງເປົ້າໝາຍຍຸດທະສາດດ້ານປ່າໄມ້ ເພື່ອ ບັນລຸເນື້ອທີ່ຄວາມປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70% ໃນປີ 2020. ປະຈຸບັນມີປ່າປ້ອງກັນ ແຫ່ງຊາດ ຈໍາ ນວນ 49 ແຫ່ງ ມີເນື້ອທີ່ທັງໝົດ 7,5 ລ້ານເຮັກຕາ, ປ່າສະຫງວນ ແຫ່ງຊາດ 24 ແຫ່ງ ມີເນື້ອທີ່ທັງໝົດ 3,7 ລ້ານເຮັກຕາ ແລະ ປ່າຜະລິດ 51 ແຫ່ງ ມີເນື້ອທີ່ ທັງໝົດ 3,1 ລ້ານເຮັກຕາ ແລະ ຍັງມີປ່າສະຫງວນ, ປ່າປ້ອງກັນ ຂັ້ນແຂວງ, ຂັ້ນເມືອງຄຸ້ມຄອງ ແລະ ປ່າ ປູກ ມີເນື້ອທີ່ທັງໝົດ 2.2 ລ້ານເຮັກຕາ. ໄດ້ປະກາດ ໃຊ້ບັນດານິຕິກຳ ທີ່ຕິດພັນກັບການປົກປັກຮັກສາຊັບ ພະຍາກອນທໍາມະຊາດແລະສິ່ງແວດລ້ອມເປັນຕົ້ນ: ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍ ວ່າດ້ວຍ ປ່າໄມ້, ກົດໝາຍ ວ່າດ້ວຍ ທີ່ດິນ, ກົດໝາຍ ວ່າດ້ວຍ ນໍ້າ ແລະ ຊັບພະຍາກອນນໍ້າ, ກົດ ໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ, ດຳລັດ ວ່າດ້ວຍ
  • 9. 3 ປະຊຸມ ການປະກາດໃຊ້ ມາດຕະຖານສິ່ງແວດລ້ອມ ແຫ່ງ ຊາດ ແລະ ກົດໝາຍ ລະບຽບການອື່ນໆ ທີ່ກ່ຽວຂ້ອງ, ໄປພ້ອມໆກັບການວາງມາດຕະການທີ່ເໝາະສົມໃນ ການປົກປັກຮັກສາຊັບພະຍາກອນທໍາຊາດ ແລະ ສິ່ງ ແວດລ້ອມ ໂດຍຮັບປະກັນໃຫ້ມີການພັດທະນາແບບ ຍືນຍົງ ແລະ ສີຂຽວ. ພວກເຮົາຍັງໄດ້ຮ່ວມມື ແລະ ປະ ຕິບັດພັນທະຕໍ່ພາກພື້ນ, ອະນຸພາກພື້ນ ແລະ ສາກົນ ທີ່ ສປປ ລາວ ໄດ້ເປັນພາຄີ ແລະ ລົງນາມ. ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍຖື ໂອກາດນີ້ ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງທຸກ ພາກສ່ວນ, ທຸກຂະແໜງການ, ອໍານາດການປົກຄອງ ທ້ອງຖິ່ນ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທຸກທົ່ວໜ້າ, ສະຖາບັນການສຶກສາ, ອົງການຈັດຕັ້ງ ມະຫາຊົນ, ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີ ຄວາມຮັບຜິດຊອບຮ່ວມກັນເຂົ້າໃນການປົກປັກຮັກ ສາແລະສ້າງສາພັດທະນາປະເທດຊາດຢ່າງເປັນເຈົ້າ ການ, ໂດຍຮັບປະກັນຄວາມສົມດູນ ລະຫວ່າງ ການ ເຕີບໂຕທາງດ້ານເສດຖະກິດ-ສັງຄົມກັບການປົກປັກ ຮັກສາສິ່ງແວດລ້ອມແລະການນຳໃຊ້ຊັບພະຍາກອນ ທຳມະຊາດຢ່າງສົມເຫດສົມຜົນ ເພື່ອຮັກສາໄວ້ໃຫ້ ລຸ້ນລູກຫຼານໄດ້ຊົມໃຊ້. ຂໍສະແດງຄວາມຂອບໃຈ ມາ ຍັງບັນດາ ປະເທດ ເພື່ອນມິດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນ ລະຫວ່າງ ປະເທດ, ອົງການຈັດ ຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ຜູ້ປະກອບການທັງ ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນການປົກປັກ ຮັກສາຊັບພະຍາກອນທໍາມະຊາດ ແລະ ແກ້ໄຂບັນ ຫາສິ່ງແວດລ້ອມຕະຫຼອດມາ. ສຸດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກອົງການ ຈັດຕັ້ງຂອງພັກ-ລັດ, ອົງການປົກຄອງທຸກຂັ້ນ, ອົງ ການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ, ຕະຫຼອດ ເຖິງພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງສືບຕໍ່ໃນການຈັດ ຕັ້ງປະຕິບັດພັນທະຂອງຕົນ ໃນການປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຕາມ ທີ່ໄດ້ລະບຸໄວ້ໃນລັດຖະທຳມະນູນທີ່ວ່າ:"ທຸກອົງການ ຈັດຕັ້ງແລະພົນລະເມືອງຕ້ອງປົກປັກຮັກສາສິ່ງແວດ ລ້ອມ,ປົກປັກຮັກສາຊັບພະຍາກອນທຳມະຊາດ:ໜ້າ ດິນ, ປ່າໄມ້, ສັດ, ແຫຼ່ງນ້ຳ ແລະ ອາກາດ"; ພ້ອມກັນ ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຕັ້ງທີ X ຂອງພັກກໍ່ຄືການຈັດຕັ້ງປະຕິບັດເປົ້າໝາຍໃຫຍ່ຂອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຮອດປີ 2020 ຄືຕ້ອງບັນລຸ ເຮັດໃຫ້ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການປົກປັກ ຮັກສາແລະນໍາໃຊ້ຢ່າງມີປະສິດທິຜົນຕາມທິດສີຂຽວ ແລະຍືນຍົງ;ສ້າງຄວາມກຽມພ້ອມຮັບມືກັບໄພພິບັດ ທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ຢ່າງ ທັນການ,ສົ່ງເສີມຄຸນນະພາບສິ່ງແວດລ້ອມຕົວເມືອງ ທົ່ວ ສປປ ລາວ “ຂຽວ ສະອາດ ງາມຕາ” ຕິດພັນກັບ ການສ້າງໜໍ່ແໜງການພັດທະນາເສດຖະກິດສີຂຽວ ຂັບເຄື່ອນໃຫ້ ສປປ ລາວ ບັນລຸ 17 ເປົ້າໝາຍ ການ ພັດທະນາແບບຍືນຍົງ ທີ່ ສປປ ລາວ ໄດ້ຮັບຮອງ. ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພີ່ນ້ອງ ຮ່ວມຊາດທັງໝົດ ຈົ່ງພ້ອມກັນສ້າງສາຍສຳພັນ ລະ ຫວ່າງ ມະນຸດກັບທໍາມະຊາດ, ຮ່ວມກັນ ປົກປັກຮັກ ສາ,ໃຫ້ຄວາມສໍາຄັນແລະຮູ້ຄຸນຄ່າຂອງທໍາມະຊາດ; ສ້າງຄວາມເຂົ້າໃຈ ແລະ ຊ່ວຍກັນປົກປ້ອງຄວາມສົມ ບູນຂອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ເພື່ອຫຼຸດຜ່ອນຜົນກະທົບຈາກບັນຫາສິ່ງແວດ ລ້ອມຮ່ວມກັນໃນທົ່ວໂລກ. ເອົາໃຈໃສ່ສ້າງຄວາມ ພ້ອມທາງດ້ານບຸກຄະລາກອນ ໃນທຸກລະດັບນັບແຕ່ ຂັ້ນສູນກາງຈົນຮອດທ້ອງຖິ່ນ; ພ້ອມກັນຫັນເຂົ້າສູ່ ການຄຸ້ມຄອງລັດດ້ວຍກົດໝາຍຢ່າງເຂັ້ມງວດ.ພ້ອມ ກັນອອກແຮງປຸກລະດົມທົ່ວສັງຄົມ ໃນການປົກປັກ ຮັກສາທໍາມະຊາດ ເພື່ອທຸກສິ່ງທີ່ມີຊີວິດຕາມຄຳ ຂວັນວັນສິ່ງແວດລ້ອມໂລກຂອງປີ2017ນີ້ຄື:“ພວກ ເຮົາຢູ່ກັບທຳມະຊາດ” ຂາດທໍາມະຊາດ ກໍ່ຄືຂາດຊີ ວິດ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 10. 4 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ຄືດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ທຸກໆສິ່ງທຸກຢ່າງໃນໂລກຂອງພວກເຮົາບໍ່ວ່າຈະເປັນ ດິນ, ນໍ້າ, ອາ ກາດ, ປ່າໄມ້ ແລະ ມະຫາສະມຸດ ທີ່ກ້ວາງໃຫ່ຍກໍໍ່ລ້ວນແຕ່ແມ່ນປັດໃຈສຳຄັນ ໃນການດຳລົງຊີວິດຂອງ ພວກເຮົາ. ດັ່ງນັ້ນ ວຽກງານປົກປັກຮັກສາສິ່ງແວດລ້ອມ ແມ່ນໜ້າທີ່ຂອງໜົດທຸກຄົນ ແລະ ທັງເປັນປັດໃຈ ສໍາ ຄັນ ໃນການພັດທະນາໃຫ້ມີຄວາມຍືນຍົງໃນອານາຄົດ. ຖ້າຫາກບໍ່ມີສິ່ງແວດລ້ອມທີ່ດີ ກໍຄືບໍ່ມີສຸຂະພາບທີ່ດີ ແລະ ບໍ່ສາມາດພັດທະນາບ້ານເມືອງໃຫ້ໄປສູ່ຄວາມຈະເລີນຮຸ່ງເຮືອງສີວິໄລໄດ້ດີ ດັ່ງນັ້ນ ພວກເຮົາທຸກຄົນ ມີໜ້າທີ່ຊ່ວຍກັນປົກປັກຮັກສາສິ່ງແວດລ້ອມຄືກັນກັບບ້ານຂອງພວກເຮົາ ໂດຍການຊ່ວຍກັນລຸດຜ່ອນການ ນຳໃຊ້ຖົງຢາງ ຊ່ວຍກັນລຸດຜ່ອນການນຳໃຊ້ລົດຍານພາຫະນະ ເພື່ອລຸດຜ່ອນມົນລະພິດທາງອາກາດ ແລະ ຊ່ວຍກັນຫຼຸດຜ່ອນການນຳໃຊ້ສິ່ງເສດເຫຼືອຈາກຄົວເຮືອນ ແລະ ເສດອາຫານຕ່າງໆ. ພ້ອມທັງໂຄສະນາເຜີຍ ແຜ່ໃຫ້ທຸກຄົນໃນສັງຄົມໃຫ້ທຸກຄົນຊ່ວຍກັນປົກປັກຮັກສາສິ່ງແວດລ້ອມທຸກໆວັນ ບໍ່ພຽງແຕ່ວັນສິ່ງແວດລ້ອມ ໂລກວັນດຽວເທົ່ານັ້ນ ພວກເຮົາຕ້ອງຊ່ວຍກັນປົກປັກຮັກສາສິ່ງແວດລ້ອມທຸກໆມື້, ຊ່ວຍກັນຫວງແຫນ ແລະ ພ້ອມກັນປົກປັກຮັກສາທໍາມະຊາດໃຫ້ຢູ່ກັບພວກເຮົາຕະຫຼອດໄປ. ສານ ຂອງທ່ານ ແອນໂທນີ ກູເທລີ ( Antonio Guterres ) ສປຊ Secertary General United Nations ໃນວັນສິ່ງແວດລ້ອມໂລກ 5 ມິຖຸນາ 2017
  • 11. 5 ປະຊຸມ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີສະເຫຼີມສະຫຼອງ ວັນສິ່ງ ແວດລ້ອມໂລກ 5 ມີຖຸນາ ປີ 2017 ຄົບຮອບ 45 ປີ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ມີຖຸນາ 2017 ທີ່ສວນເຈົ້າອານຸວົງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ກົມການເມືອງ ສູນກາງ ພັກ, ປະທານແນວລາວສ້າງຊາດ ແລະ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານຜູ້ຕາງໜ້າ ເອກອັກຄະລະສະທູດ, ອຸປະທູດ, ອົງການ ຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກຊສ ໄດ້ກ່າວວ່າ: ການເຕົ້າໂຮມກັນໃນມື້ນີ້ ແມ່ນເພື່ອສະເຫຼີມ ສະຫຼອງວັນສິ່ງແວດລ້ອມໂລກ ຄົບຮອບ 45 ປີ ພາຍໃຕ້ຫົວຂໍ້: ການເຊື່ອມໂຍງມະນຸດເຮົາເຂົ້າກັບທຳມະ ຊາດ ເຊິ່ງມີຄໍາຂວັນວ່າ “ພວກເຮົາຢູ່ກັບທຳມະຊາດ Connecting people to Nature: I’m With Nature”. ການຈັດງານສະເຫຼີມສະຫຼອງ ຄັ້ງນີ້ ໄດ້ມີພິທີ ມອບ-ຮັບ ປຶ້ມຕຳລາ “ຄວາມມະຫັດສະຈັນ ແຫ່ງສາຍ ພູຫຼວງ” ມອບໂດຍທ່ານ ນາງ ສາລີ ເບິນິງແຮມ, ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳ ສປປ ລາວ, ພິທີ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ປີ 2017 ຄົບຮອບ 45 ປີ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 12. 6 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ຮັບໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ. ເມື່ອພິທີ ມອບ-ຮັບ ປື້ມຕຳລາເສັດສິນລົງແລ້ວ ກໍ່ສືບຕໍ່ພິທີປູກຕົ້ນໄມ້ (ໄມ້ປະດັບ ແລະ ໄມ້ໃຫ້ຮົ່ມ) ຈຳນວນ 10 ຕົ້ນ ພາຍໃນບໍລິເວນສວນ ເຈົ້າອານຸວົງ ແລະ ຂະບວນຍ່າງ ເພື່ອສຸຂະພາບທັງເປັນການສ້າງຈິດສຳນຶກ ຮ່ວມກັບ ປະຊາຊາດ ໃນທົ່ວສັງຄົມ, ເພື່ອດຶງດູດຄວາມສົນໃຈ ແລະ ຄວາມເຂົ້າໃຈ ກ່ຽວກັບ ວຽກງານສິ່ງແວດລ້ອມ, ທັງເປັນການເລັ່ງທວງໃຫ້ ອົງການ ສິ່ງແວດລ້ອມຕ່າງໆ ຕ້ອງມີການວາງແຜນ ແລະ ດຳເນີນງານການແກ້ໄຂ ບັນຫາສິ່ງແວດລ້ອມ ໃນປະເທດຂອງຕົນ ໂດຍມີການເຂົ້າຮ່ວມຂອງທຸກພາກສ່ວນຢ່າງເປັນເຈົ້າການ ເພື່ອ ເຮັດໃຫ້ບັນຫາສິ່ງແວດລ້ອມມີການປ່ຽນແປງໄປໃນທາງບວກ ແລະ ສາມາດປົກປັກຮັກສາຊັບພະຍາກອນທຳ ມະຊາດໃນໂລກຂອງພວກເຮົາໃຫ້ມີຄວາມຍືນຍົງ, ປະຊາຊົນ ມີສຸຂະພາບທີ່ດີ. ສຳລັບ ສປປ ລາວ ພວກເຮົາ ກໍແມ່ນໜຶ່ງໃນປະເທດສະມາຊິກຂອງອົງການ ສະຫະປະຊາຊາດ ຊຶ່ງໄດ້ຮັບຮອງເອົາ 17 ເປົ້າໝາຍ ການພັດ ທະນາແບບຍືນຍົງ, ໂດຍໄດ້ກຳນົດເອົາເສດຖະກິດສີຂຽວ ໃນການຂັບເຄື່ອນໂລກໄປສູ່ການພັດທະນາແບບ ຍືນຍົງ, ໄດ້ໃຫ້ສັດຕະຍາບັນສັນຍາປາຣີ ເປັນປະເທດທຳອິດໃນບັນດາປະເທດ ອາຊຽນ. ພ້ອມດຽວກັນນັ້ນ ພວກເຮົາກໍໄດ້ເອົາໃຈໃສ່ວາງເປົ້າໝາຍຍຸດທະສາດດ້ານປ່າໄມ້ໃຫ້ມີເນື້ອທີ່ປ່າປົກຫຸ້ມ 70% ໃນປີ 2020.
  • 18. 12 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ກອງປະຊຸມຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງແວດ ລ້ອມ ແບບຍຸດທະສາດ ແລະ ການຄິດໄລ່ຜົນໄດ້ຜົນເສຍ ແລະ ການປັບປຸງຕົວແບບສໍາລອງ. ກອງປະຊຸມຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງ ແວດລ້ອມ ແບບຍຸດທະສາດ ໄດ້ດຳເນີນເປັນ ເວລາ 5 ວັນ ເລີ່ມແຕ່ວັນທີ 27-31 ມີນາ 2017 ກອງ ປະຊຸມດັ່ງກ່າວ ແມ່ນໄດ້ຮັບກຽດເປັນປະທານ ຂອງ ທ່ານ ໂລນຄໍາ ອາດສະນາວົງ ຮັກສາການຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ. (ກສສ) ການ ຝຶກອົບຮົມໃນຄັ້ງນີ້ມີຜູ້ຕ່າງໜ້າແຕ່ລະພະແນກພາຍ ໃນ ກສສ ເຂົ້າຮ່ວມລວມທັງໝົດມີ 19 ທ່ານ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມ ມີຄວາມເຂົ້າໃຈຢ່າງລະອຽດ ກ່ຽວກັບ ຫຼັກການ ແລະ ຂັ້ນຕອນ ສຳລັບ ການດຳເນີນການປະເມີນສິ່ງແວດ ລ້ອມ ແບບຍຸດທະສາດ, ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ ກ່ຽວກັບ ບົດບາດການປະເມີນສິ່ງແວດລ້ອມ ແບບ ຍຸດທະສາດ ໃນການຂະບວນການວາງນະໂຍບາຍ, ຍຸດທະສາດ ແລະ ແຜນງານຂອງຂະແໜງການ. ກອງ ປະຊຸມ ໄດ້ຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນ ຂອງວຽກງານ ການປະເມີນສິ່ງແວດລ້ອມ ແບບຍຸດ ທະສາດພາຍຫຼັງທີ່ຂໍ້ຕົກລົງວ່າດ້ວຍການປະເມີນສິ່ງ ແວດລ້ອມແບບຍຸດທະສາດໄດ້ຖືກຮັບຮອງແລະປະ ກາດໃຊ້ຊຶ່ງເຫັນວ່າວຽກງານດັ່ງກ່າວມີບົດບາດແລະ ຄວາມສຳຄັນ ທີ່ເປັນພື້ນຖານໃນການຄາດຄະເນຜົນ ກະທົບຕໍ່ສິ່ງແວດລ້ອມທີ່ອາດຈະເກີດຂຶ້ນ ໃນເວລາ ສ້າງນະໂຍບາຍ,ຍຸດທະສາດແລະແຜນງານຂອງບັນ ດາຂະແໜງການ, ທ້ອງຖິ່ນ ແລະ ລະດັບຊາດ ເພື່ອ ເປັນພື້ນຖານໃຫ້ແກ່ການກຳນົດວິທີການ ແລະ ມາດ ຕະການ ແນໃສ່ຫຼີກເວັ້ນ ຫຼື ຫຼຸດຜ່ອນ ຜົນກະທົບດັ່ງ ກ່າວ ເພື່ອບັນລຸເປົ້າໝາຍ ການພັດທະນາ ແບບຍືນ ຍົງ. ພ້ອມດຽວກັນນັ້ນ, ເພື່ອຜັນຂະຫຍາຍ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບ ປັບປຸງ ສາມາດຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນດີ ປັດຈຸບັນ ກສສ ກຳລັງກະກຽມສ້າງຄູ່ມືແນະນໍາ ທາງ ດ້ານວິຊາການ ເພື່ອຈັດຕັ້ງປະຕິບັດວຽກງານການ
  • 19. 13 ປະຊຸມ ປະເມີນສິ່ງແວດລ້ອມແບບຍຸດທະສາດ,ສຳລັບກອງ ປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ລົງເລິກແຕ່ ລະຂັ້ນຕອນຂອງການປະເມີນສິ່ງແວດລ້ອມ ແບບ ຍຸດທະສາດແລະຈະໄດ້ມີການຍົກຕົວຢ່າງຂອງການ ເຮັດການປະເມີນສິ່ງແວດລ້ອມ ແບບຍຸດທະສາດ ພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າ ໃຈຕື່ມຕໍ່ກັບວຽກງານດັ່ງກ່າວ; ທ່ານ ເກດແກ້ວ ສາລີຈັນ, ຫົວໜ້າພະແນກ ຄຸ້ມຄອງ ສິ່ງແວດລ້ອມ, ກສສ. ໄດ້ສະເໜີຈຸດປະສົງຂອງການ ຝຶກອົບຮົມໃນຄັ້ງນີ້ ທີ່ຕິດພັນກັບວຽກງານການປະ ເມີນສິ່ງແວດລ້ອມ ແບບຍຸດທະສາດ ໂດຍສະເພາະ ແມ່ນວຽກງານທີ່ຈະຕ້ອງໄດ້ດໍາເນີນພາຍໃນ 5 ວັນ ໃນຕໍ່ໜ້າ ໃນນັ້ນ ຈະມີການສະເໜີທິດສະດີ ແລະ ຍົກ ຕົວຢ່າງໄປພ້ອມກັນ ໃນແຕ່ລະຂັ້ນຕອນຂອງການ ປະເມີນສິ່ງແວດລ້ອມ ແບບຍຸດທະສາດ ຊຶ່ງຈະມີທັງ ໝົດ 7 ຂັ້ນຕອນ ໂດຍຈະໄດ້ມີການລົງເລິກໄປເທື່ອ ລະຂັ້ນຕອນ ຊຶ່ງຈະໄດ້ມີການແລກປ່ຽນບົດຮຽນ,ປະ ສົບການ ລະຫວ່າງ ວິທະຍາກອນ ແລະ ຜູ້ເຂົ້າຮ່ວມ ນອກຈາກນີ້ ທ່ານກໍ່ໄດ້ສະເໜີ ກ່ຽວກັບ ນິຍາມ ແລະ ຄວາມເປັນມາຂອງການປະເມີນສິ່ງແວດລ້ອມ ແບບ ຍຸດທະສາດ ໂດຍ SEA ແມ່ນການປະເມີນນະໂຍ ບາຍ,ຍຸດທະສາດແລະແຜນງານເຊິ່ງຕອບສະໜອງ ການຊ່ວຍເຫຼືອ, ຄໍາແນະນໍາ ແລະ ທາງເລືອກທີ່ມີ ຄວາມເປັນໄປໄດ້ຕໍ່ນະໂຍບາຍ, ຍຸດທະສາດ ແລະ ແຜນງານ ໃນການພັດທະນາແບບຍືນຍົງ ທີ່ມີຜົນດີຕໍ່ ກັບເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ນອກ ຈາກນັ້ນ ກໍຍັງໄດ້ສະເໜີ ການຈັດຕັ້ງປະຕິບັດວຽກ ງານ ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ ໃນລະດັບສາກົນ ເປັນຕົ້ນແມ່ນ ປະເທດ ຈີນ, ຍີ່ປຸ່ນ, ອິນໂດເນເຊຍ, ຫວຽດນາມ, ໄທ ແລະ ກຸ່ມປະເທດໃນ ທະວີບອາຟິກກາ, ເອີຣົບ, ອາເມລິກາ ແລະ ຕາເວັນ ອອກກາງ. ນອກນັ້ນຍັງໄດ້ສະເໜີ ການພົວພັນລະ ຫວ່າງ ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ ກັບການວາງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບ ດ້ານ ຊຶ່ງການວາງແຜນຄຸ້ມຄອງສິ່ງແວດລ້ອມ ແບບ ຮອບດ້ານ ແມ່ນເຕັກນິກດ້ານວິຊາການ ທີ່ໄດ້ອະທິ ບາຍໃຫ້ເຫັນພາບລວມຂອງເນື້ອທີ່ໃດໜຶ່ງ ໂດຍການ ນໍາເອົາຂໍ້ມູນຕ່າງໆມາລົງໃສ່ໃນແຜນທີ່ ເຊິ່ງສະແດງ ໃຫ້ເຫັນເປົ້າໝາຍສະເພາະ ອີງຕາມສະພາບຄວາມ ເປັນຈິງໃນປັດຈຸບັນ ແລະ ບັນດາທ່າແຮງຕໍ່ພູມສັນ ຖານໃນພື້ນທີ່ນັ້ນ, ພ້ອມທັງໄດ້ສະເໜີຕື່ມ ເຖິງຄວາມ ແຕກຕ່າງລະຫວ່າງການປະເມີນສິ່ງແວດລ້ອມແບບ ຍຸດທະສາດ ແລະ ການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມ ແລະ ສັງຄົມ; ທ່ານ ເກດແກ້ວ ສາລີຈັນ ໄດ້ສະເໜີ ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະ ສາດ ແລະ ອະທິບາຍຄວາມຮູ້ພື້ນຖານ ກ່ຽວກັບ ການ ປະເມີນສິ່ງແວດລ້ອມ ແບບຍຸດທະສາດ ເຂົ້າໃນການ ຈັດຕັ້ງປະຕິບັດຕົວຈິງ ພ້ອມທັງຊີ້ໃຫ້ເຫັນເຖິງຄວາມ ສໍາຄັນ ໃນການປະເມີນສິ່ງແວດລ້ອມ ແບບຍຸດທະ ສາດ ກ່ອນຈະມີການວາງແຜນພັດທະນາເສດຖະກິດ ໃນຂົງເຂດໃດໜຶ່ງ ທີ່ໄດ້ຮັບຜົນປະໂຫຍດ; ໃນນັ້ນ ທ່ານ ກໍ່ຍັງສະເໜີ 7 ຂັ້ນຕອນ ຂອງການປະເມີນສິ່ງ ແວດລ້ອມ ແບບຍຸດທະສາດ ແລະ ລົງເລິກແຕ່ລະ ຂັ້ນຕອນເຊັ່ນ: 1. ການກັ່ນກອງ; 2. ການກຳນົດຂອບເຂດການປະເມີນ; 3. ການເກັບກໍາຂໍ້ມູນ; 4. ການຊອກຫາທາງເລືອກ; 5. ການສ້າງບົດປະເມີນສິ່ງແວດລ້ອມແບບຍຸດທະ ສາດ; 6. ການປຶກສາຫາລື; 7. ການຢັ້ງຢືນເອົາບົດປະເມີນສິ່ງແວດລ້ອມແບບ ຍຸດທະສາດ; ຜ່ານການສະເໜີ ທິດສະດີ ແລະ ລົງພື້ນທີ່ຕົວຈິງ ເຫັນ ວ່າ ການປະຊຸມຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງ ແວດລ້ອມ ແບບຍຸດທະສາດ ສາມາດຕີລາຄາໄດ້ດັ່ງ ນີ້: ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 20. 14 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ດ້ານດີ: • ການກະກຽມ ເນື້ອໃນເອກະສານຕ່າງໆ ລວມທັງ ຕົວຢ່າງ ທີ່ປະກອບເຂົ້າໃນການຖ່າຍທອດຄວາມຮູ້ ແມ່ນນຳໃຊ້ບົດຮຽນຕົວຈິງຈາກປະເທດເຮົາ ແລະ ສາ ກົນ ຈຶ່ງເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມສາມາດກໍາໄດ້ ທັງທິດສະດີ ແລະ ຄາດຄະເນ ເຖິງຜົນປະໂຫຍດຈາກ ການປະເມີນສິ່ງແວດລ້ອມ ແບບຍຸດທະສາດ; • ວິທະຍາກອນ ສາມາດຖ່າຍທອດຄວາມຮູ້, ແລກ ປ່ຽນປະສົບການ, ສາມາດອະທິບາຍເນື້ອໃນຢ່າງລະ ອຽດຈະແຈ້ງເຂົ້າໃຈງ່າຍ ຊຶ່ງເຮັດໃຫ້ນັກສຳມະນາ ກອນເຂົ້າໃຈເນື້ອໃນບົດຮຽນຢ່າງຈະແຈ້ງ ເຊິ່ງມັນສະ ແດງອອກຈາກການຕອບຄຳຖາມ; • ຜູ້ເຂົ້າຮ່ວມສ່ວນຫຼາຍ ແມ່ນມີຄວາມຮັບຮູ້, ເຂົ້າ ໃຈຄວາມຮູ້ພື້ນຖານຢ່າງເລິກເຊິ່ງ ແລະ ເຫັນດີ ຕໍ່ກັບ ຜົນປະໂຫຍດຂອງການປະເມີນສິ່ງແວດລ້ອມ ແບບ ຍຸດທະສາດ ເພື່ອຮັບປະກັນຄວາມສ່ຽງ ແລະ ຂໍ້ຂັດ ແຍ່ງຕ່າງໆທີ່ອາດຈະເກີດຂຶ້ນໃນເວລາມີການຈັດຕັ້ງ ປະຕິບັດບັນດານະໂຍບາຍ, ຍຸດທະສາດ ແລະ ແຜນ ງານ. ຂໍ້ຄົງຄ້າງ: • ເນື່ອງຈາກວ່າ ການຝຶກອົບຮົມ ກ່ຽວກັບ ການປະ ເມີນສິ່ງແວດລ້ອມແບບຍຸດທະສາດຜູ້ເຂົ້າຮ່ວມສ່ວນ
  • 21. 15 ປະຊຸມ ຫຼາຍ ແມ່ນເປັນຄັ້ງທໍາອິດ ຊຶ່ງຍັງມີຄວາມຫຍຸ້ງຍາກ ໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນ; • ເວລາໃນການສະເໜີ ແລະ ປຶກສາຫາລື ແມ່ນຍັງ ບໍ່ພຽງພໍ ຖ້າສົມທຽບໃສ່ເນື້ອໃນແຕ່ລະຫົວຂໍ້ທີ່ຈະ ຕ້ອງໄດ້ລົງເລິກ ແລະ ການຍົກຕົວຢ່າງ ເຫັນວ່າຕ້ອງ ໄດ້ມີເວລາຫຼາຍກວ່ານີ້ ເພື່ອຮັບປະກັນຄວາມເຂົ້າ ໃຈ; • ຢາກໃຫ້ຍົກເອົາຕົວຢ່າງ ຈາກປະເທດອື່ນໃນ ການຂຽນບົດປະເມີນສິ່ງແວດລ້ອມແບບຍຸດທະສາດ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຫັນ ແລະ ມີຄວາມເຂົ້າໃຈຈະ ແຈ້ງຂຶ້ນຕື່ມ. • ວິທີການກອງປະຊຸມຝຶກອົບຮົມໃນຄັ້ງນີ້ ວິທະຍາ ກອນໄດ້ອະທິບາຍ ແລະ ສະເໜີເປັນທິດສະດີ ພ້ອມ ທັງຈັດເປັນກຸ່ມໃຫຍ່ ໃນການເຮັດທົດລອງຝຶກຫັດໄປ ແຕ່ລະຂັ້ນຕອນ ແລະ ມີການປຶກສາຫາລືໄປພ້ອມໆ ກັນ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໃຈໂດຍພື້ນຖານ ຕໍ່ກັບວຽກງານດັ່ງກ່າວ. ຂໍ້ສະເໜີ ຜ່ານການສົນທະນາປຶກສາຫາລື ແລະ ແລກ ປ່ຽນຄວາມຄິດເຫັນ ໄດ້ມີຂໍ້ສະເໜີ ແລະ ຄຳຄິດຄຳ ເຫັນຕ່າງໆ ສາມາດສັງລວມໄດ້ດັ່ງນີ້: • ຄວນສືບຕໍ່ຝຶກອົບຮົມ ກ່ຽວກັບ ການປະເມີນສິ່ງ ແວດລ້ອມ ແບບຍຸດທະສາດ ເພື່ອໃຫ້ມີຄວາມເຂົ້າ ໃຈຢ່າງເລິກເຊິ່ງຂຶ້ນຕື່ມອີກ ເພື່ອສົ່ງເສີມ ແລະ ສ້າງ ບຸກຄະລາກອນຕໍ່ກັບວຽກງານດັ່ງກ່າວ ໃຫ້ຫຼາຍຂຶ້ນ; • ເຫັນດີໃຫ້ປັບປຸງຄໍາສັບໃນມາດຕາ 6 ຂໍ້ 2 ແລະ ຂໍ້ 4 ໃຫ້ເປັນອັນດຽວ ແລະ ຄໍາສັບລະອຽດ ກ່ຽວກັບ ມາດຕາ 1 ແລະ 5 ຂອງຂໍ້ຕົກລົງ ການປະເມີນສິ່ງ ແວດລ້ອມ ແບບຍຸດທະສາດ; • ສືບຕໍ່ຜັນຂະຫຍາຍວຽກງານການປະເມີນສິ່ງ ແວດລ້ອມ ແບບຍຸດທະສາດ ແລະ ກໍານົດແຜນການ ໃນອະນາຄົດໃນການຈັດຕັ້ງປະຕິບັດວຽກງານ ການ ປະເມີນສິ່ງແວດລ້ອມ ແບບຍຸດທະສາດ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 22. 16 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ການໄປແລກປ່ຽນບົດຮຽນ ກ່ຽວກັບ ອາກອນສິ່ງແວດລ້ອມ ສຳລັບ ການປ່ອຍ ນຳ້ເປື້ອນຈາກໂຮງງານອຸດສາຫະກຳ ພະແນກຄຸ້ມຄອງສິ່ງແວດລ້ອມ, ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ(ກສສ).ໄດ້ໄປແລກປ່ຽນ ບົດຮຽນອາກອນສິ່ງແວດລ້ອມ ກ່ຽວກັບ ການປ່ອຍ ນຳ້ເປື້ອນຈາກໂຮງງານອຸດສາຫະກຳໃນວັນທີ13-17 ມີນາ 2017 ທີ່ ປະເທດໄທ. ໃນການໄປແລກປ່ຽນບົດຮຽນຄັ້ງນີ້ ນຳທີມ ໂດຍທ່ານ ໂລນຄຳ ອາດສະນາວົງ ຮັກສາການ ຫົວ ໜ້າ ກສສ, ພ້ອມດ້ວຍທີມງານ (ທ່ານ ເກດແກ້ວ ສາລີ ຈັນ,ຫົວໜ້າພະແນກ ຄຸ້ມຄອງສິ່ງແວດລ້ອມ,ທ່ານນ. ໄຂ່ແກ້ວ ຈັນທະວີສຸກ ຮອງຫົວໜ້າພະແນກ ຄຸ້ມຄອງ ສິ່ງແວດລ້ອມ, ທ່ານ ວິພະວັນ ວັນນາສີ, ວິຊາການ, ທ່ານ ນ. ມະໄລຄຳ ວິພົງໄຊ, ວິຊາການ ແລະ ທ່ານ ນ. ໂສພາ ພາບມີໄຊ, ວິຊາການ). ການໄປແລກປ່ຽນບົດຮຽນໃນຄັ້ງນີ້ ເພື່ອໄປຖອດ ຖອນບົດຮຽນ ແລະ ແລກປ່ຽນຄຳຄິດຄຳເຫັນອາກອນ ສິ່ງແວດລ້ອມ ກ່ຽວກັບ ການປ່ອຍນຳ້ເປື້ອນຈາກໂຮງ ງານອຸດສາຫະກຳ; ເພື່ອສຶກສາລະບົບການບຳບັດ ແລະ ປ່ອຍນຳ້ເປື້ອນອອກຈາກໂຮງງານອຸດສາຫະ ກຳແລະເພື່ອສຶກສາຂັ້ນຕອນ,ວິທີການຮ່າງກົດໝາຍ ແລະ ທີມງານໄດ້ເຂົ້າຮັບຟັງການສະເໜີບົດຈາກ ຫຼາຍພາກສ່ວນ ເປັນຕົ້ນ ແມ່ນຈາກກົມໂຮງງານອຸດ ສາຫະກຳ, ກົມຄວບຄຸມມົນລະພິດ, ໂຮງງານເບຍ ຄອດສ໌ມອດສ໌ ແຂວງ ອະຍຸດທະຍາ, ໂຮງງານຜະລິດ ເຈ້ຍ SCG Packaging ແຂວງ ຮາຊບູລີ ເຊິ່ງມີລາຍ ລະອຽດ ດັ່ງນີ້: 1. ກົມໂຮງງານອຸດສາຫະກຳ:ໄດ້ກ່າວເປີດພິທີໂດຍ ທ່ານ ນ. ອັນຊະລີ ຍິ່ງທະວີສິດທິກຸນ, ຫົວໜ້າພະແນກ ຄວບຄຸມມົນລະພິດ ແລະ ໄດ້ຮັບຟັງການບັນຍາຍ ໂດຍ ທ່ານ ນ. ວະນິດາ ທອງຊ່ວຍ, ນັກວິທະຍາສາດ,
  • 23. 17 ປະຊຸມ ສູນຫ້ອງທົດລອງກາງ ເຊິ່ງໄດ້ອະທິບາຍ ກ່ຽວກັບ ການວິເຄາະທົດສອບມົນລະພິດອຸດສາຫະກຳ, ລະ ບົບຄຸນນະພາບຫ້ອງປະຕິບັດການ (ທົດລອງ) ໃຫ້ໄດ້ ມາດຕະຖານ ISO/IEC 17025 ແລະ ການຂຶ້ນທະ ບຽນຫ້ອງທົດລອງ. ໃນການທົດລອງ ຈະມີເຈົ້າໜ້າທີ່ ໄປເກັບ ຕົວຢ່າງ ນຳ້ເປື້ອນຈາກໂຮງງານມາສົ່ງໃຫ້ ພາກສ່ວນຫ້ອງທົດລອງນຳມາວິເຄາະ ໂດຍອີງຕາມ ຄ່າມາດຕະຖານ ທີ່ໄດ້ກຳນົດໃນກົດໝາຍ 17 ລາຍ ການ. ການກຳນົດຄ່າເຈືອປົນໃນອາກາດ (ມົນລະພິດ ອາກາດ) ຈາກໂຮງງານ ມີ 15 ລາຍການ ເຊິ່ງໄດ້ກຳ ນົດຕາມຫຼັກ US Environmental Protecton Agency, ເຊິ່ງວິທີການເກັບຕົວຢ່າງ ມີ 2 ວິທີຄື: ເກັບ ຈາກປ່ອງຄວັນຈາກໂຮງງານ ແລະ ເກັບຈາກສະຖານ ທີ່ໃກ້ຄຽງຈາກໂຮງງານ ເພື່ອວັດແທກຄຸນນະພາບອາ ກາດ ໃນສະພາບແວດລ້ອມໃກ້ຄຽງ. ຫຼັງຈາກນັ້ນ, ໄດ້ໄປທ່ຽວຊົມຫ້ອງທົດລອງພາຍໃນ ກົມໂຮງງານ ອຸດສາຫະກຳ. ໃນຕອນບ່າຍ ທ່ານ ນາງ ອັນຊະລີ ຍິ່ງທະວີສິດທິກຸນ ຫົວໜ້າ ພະແນກ ຄວບຄຸມມົນລະພິດ ໄດ້ສະເໜີ ກ່ຽວ ກັບ ປະຫວັດຄວາມເປັນມາ, ກົດໝາຍ ແລະ ກົດລະ ບຽບ ທີ່ກ່ຽວຂ້ອງກັບ ອາກອນສິ່ງແວດລ້ອມ ກ່ຽວກັບ ການປ່ອຍນ້ຳເປື້ອນ ແລະ ການກໍານົດປະເພດຂອງ ໂຮງງານອຸດສາຫະກໍາ. ການລະບາຍນຳ້ເປື້ອນອອກ ຈາກໂຮງງານຕ້ອງມີການບຳບັດ ດ້ວຍວິທີການໃດ ໜຶ່ງທີ່ໄດ້ກຳນົດໄວ້ແຕ່ບໍ່ສາມາດເຈືອຈາງເຊັ່ນ:ການ ເພີ່ມນຳ້ຝົນ ຫຼື ນຳ້ສະອາດໃນນຳ້ເປື້ອນ ເພື່ອໃຫ້ສາ ມາດປ່ອຍນຳ້ອອກໄດ້. ການລະບາຍນຳ້ທີ່ຜ່ານການ ບຳບັດແລ້ວ ແມ່ນສາມາດປ່ອຍອອກສູ່ແມ່ນຳ້ທຳມະ ຊາດໄດ້ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍເພີ່ມຕື່ມ. 2. ໂຮງງານເບຍຄອດສ໌ມອດສ໌: ນຳພາໂດຍ ທ່ານ ນ. ພິດສິນີ, ຫົວໜ້າສ່ວນການຜະລິດເບຍ, ທ່ານ ຈັກ ກະພັນ ຊາດທີ, ທ່ານ ອຸໄທ ແກ້ວທ່ຽງ ແລະ ທ່ານ ນາງ ຣັດຕະນາພອນ ແກ້ວກະຈ່າງກຸນ, ຄະນະທີມງານ ຂອງໂຮງງານCosmosBreweryຈຳກັດໄດ້ສະເໜີ ກ່ຽວກັບ ປະຫັວດຄວາມເປັນມາ, ວັດຖຸດິບທີ່ນຳເຂົ້າ ໃນຂະບວນການຜະລິດ, ເຕັກໂນໂລຊີການຜະລິດ, ລະບົບການບຳບັດນ້ຳເປື້ອນຈາກໂຮງງານ. ມົນລະ ພິດທາງນ້ຳຈາກການປະກອບກິດຈະການຂອງໂຮງ ງານ ໄດ້ແກ່: 1) ນ້ຳເປື້ອນຈາກຂະບວນການຜະລິດ 2) ນ້ຳເປື້ອນຈາກຂະບວນການບັນຈຸ ແລະ 3) ນ້ຳ ເປື້ອນຈາກຫ້ອງນ້ຳ, ໂຮງອາຫານ, ຫໍພັກພະນັກງານ ເຊີ່ງນ້ຳເປື້ອນຈາກແຕ່ລະແຫຼ່ງ ແມ່ນຖືກສົ່ງໄປບໍ່ພັກ ນໍ້າເປື້ອນ ກ່ອນສົ່ງເຂົ້າສູ່ລະບົບບຳບັດ. ລະບົບບຳ ບັດນ້ຳເປື້ອນຂອງໂຮງງານ ແມ່ນວິທີການທາງຊີວະວິ ທະຍາໂດຍໃຊ້ແບັກທີເຣຍທີ່ໃຊ້ອົກຊີເຈນ(Aerobic Bacteria) ເປັນຕົວຫຼັກໃນການຍ່ອຍສະຫຼາຍສານ ໃນນ້ຳເປື້ອນ, ລະບົບບຳບັດນີ້ ສາມາດບຳບັດ ໄດ້ທັງ ນ້ຳເປື້ອນຈາກຊຸມຊົນ ແລະ ນ້ຳເປື້ອນອອກຈາກໂຮງ ງານອຸດສາຫະກຳ ແຕ່ການສ້າງລະບົບຈະມີຄວາມ ຫຍຸ້ງຍາກ ແລະ ຊັບຊ້ອນ. ເນື່ອງຈາກຈຳເປັນຈະຕ້ອງ ມີການຄວບຄຸມສະພາບແວດລ້ອມ ແລະ ລັກສະນະ ທາງກາຍະພາບຕ່າງໆໃຫ້ເໝາະສົມແກ່ການເຮັດ ວຽກ ແລະ ການເພີ່ມຈຳນວນຂອງຈຸລິນຊີ ເພື່ອໃຫ້ລະ ບົບມີປະສິດທິພາບໃນການບໍາບັດສູງຂື້ນ. ປັດຈຸບັນ ທາງໂຮງງານກຳລັງສ້າງລະບົບບຳບັດນ້ຳເປື້ອນ ແບບບໍ່ໃຊ້ອາກາດ (Upflow Anaerobic Sludge Blanket) ເນື່ອງຈາກວ່າລະບົບບໍາບັດນີ້ ເຮັດໃຫ້ປະ ຢັດພະລັງງານ ແລະ ຄ່າໃຊ້ຈ່າຍເໜາະ ສຳລັບ ນ້ຳ ເປື້ອນທີ່ມີສານແຫຼວລອຍຕ່ຳແລະຍັງສາມາດນຳມາ ໃຊ້ເປັນພະລັງງານທົດແທນ ໃນຮູບຂອງພະລັງງານ ຄວາມຮ້ອນ ຫຼື ພະລັງງານໄຟຟ້າ. 3. ໂຮງງານຜະລິດເຈ້ຍ SCG Packaging ຄະນະ ທີມງານໄດ້ລົງຢ້ຽມຢາມ ໂຮງງານຜະລິດເຈ້ຍ SCG Packaging ທີ່ຈັງຫັວດຣາຊບູລີ, ນຳພາໂດຍ ທ່ານ ກຸນລະພັດ ສິຣິສຸກ, ນັກສິ່ງແວດລ້ອມ ລະດັບປະຕິ ບັດງານ. ທ່ານ ໄດ້ອະທິບາຍ ກ່ຽວກັບ ຄູ່ມືແນະນຳ ແລະ ລະບົບມາດຕະຖານການປ່ອຍນ້ຳເປື້ອນ, ເຕັກ ໂນໂລຊີ ແລະ ການຄຸ້ມຄອງສິ່ງແວດລ້ອມ ຂອງໂຮງ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 24. 18 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ງານ. ໂຮງງານຜະລິດເຈ້ຍ ນຳໃຊ້ຕົ້ນວິກ ເພື່ອຜະລິດ ເຈ້ຍ ເຊິ່ງຜະລິດໄດ້ 2 ປະເພດ ຄື: ເຈ້ຍສີຂາວ ແມ່ນ ໃຊ້ຜະລິດເຈ້ຍທີ່ໃຊ້ໃນຫ້ອງການ ແລະ ເຈ້ຍສີນຳ້ ຕານ ແມ່ນໃຊ້ຜະລິດແກັດເຈ້ຍ, ຂະບວນການຜະລິດ ແມ່ນໄດ້ນຳໃຊ້ນຳ້ ປະມານ 8-12 ແມັດກ້ອນ/ໂຕນ. ໂຮງງານຜະລິດເຈ້ຍ ແມ່ນໄດ້ນຳເອົານ້ຳຈຳນວນໜຶ່ງ ທີ່ໄດ້ບຳບັດແລ້ວມາໃຊ້ຄືນໃໝ່ ເຂົ້າໃນຂະບວນການ ລ້າງເຈ້ຍ ກ່ອນຈະນຳເຂົ້າໃນຂະບວນການຜະລິດຕໍ່ ໄປ ແລະ ຈຳນວນໜຶ່ງ ແມ່ນປ່ອຍລົງສູ່ຄອງນຳ້ ແມ່ ກຣອງ. ເພື່ອເປັນການຫຼຸດຜ່ອນສິ່ງເສດເຫຼືອທາງໂຮງ ງານໄດ້ນຳໃຊ້ເຈ້ຍ 80% ແມ່ນເຈ້ຍທີ່ໃຊ້ແລ້ວນໍາມາ ແປຮູບຄືນໃໝ່. 4. ກົມຄວບຄຸມມົນລະພິດ: ໄດ້ລົງຢ້ຽມຢາມແລກ ປ່ຽນບົດຮຽນ ທີ່ກົມຄວບຄຸມມົນລະພິດ ກ່າວເປີດພິ ທີໂດຍ ທ່ານ ຈະຕຸພອນ ບູຣັດພັດ, ຫົວໜ້າ ກົມຄວບ ຄຸມມົນລະພິດ. ຫຼັງຈາກນັ້ນ ທ່ານ ດຣ. ນາງ ທິບທີຣະ ລຳມະນີ ຜູ້ອຳນວຍການ ສ່ວນພັດທະນາ ກົດໝາຍ ກົມຄວບຄຸມມົນລະພິດ ໄດ້ມາແລກປ່ຽນຄວາມຮູ້ ກ່ຽວກັບ ວິທີການ ແລະ ຂັ້ນຕອນ ໃນການຮ່າງກົດ ໝາຍ ທີ່ກ່ຽວຂ້ອງກັບການຄວບຄຸມມົນລະພິດ ທາງ ນ້ຳ. ທ່ານ ດຣ. ຊະຍາວີ ຫັວງຈະເຣີນຮຸ່ງ, ຫົວໜ້າ ພະແນກ ນ້ຳເປື້ອນອຸດສາຫະກຳ ໄດ້ສະເໜີ ກ່ຽວກັບ
  • 25. 19 ປະຊຸມ ກົດໝາຍ ແລະ ກົດລະບຽບ ນ້ຳເປື້ອນ ໃນປະເທດໄທ ໃນນັ້ນມີ:ກົດໝາຍວ່າດ້ວຍການສົ່ງເສີມແລະຮັກສາ ຄຸນນະພາບສິ່ງແວດລ້ອມ ແຫ່ງຊາດ, ມາດຕະຖານ ການປ່ອຍນ້ຳເປື້ອນ ສະເພາະປະເພດໂຮງງານອຸດ ສາຫະກຳ, ຫຼັກການກຳນົດມາດຕະຖານ ສະເພາະ ປະເພດອຸດສາຫະກຳ ແລະ ອື່ນໆ. ທ່ານ ອາລຸນກິດ ສິດທິໄຊ,ນັກສິ່ງແວດລ້ອມລະດັບຜູ່ຊ່ຽວຊານໄດ້ສະ ເໜີກ່ຽວກັບເທັກນິກແລະຂັ້ນຕອນກ່ຽວກັບມາດຕະ ຖານຂອງນ້ຳເປື້ອນຈາກໂຮງງານອຸດສາຫະກຳລວມ ເຖິງຂະບວນການໃນການກະກຽມ ແລະ ກຳນົດມາດ ຕະຖານຕ່າງໆ. ບົດຮຽນທີ່ຖອດຖອນໄດ້ ຈາກການເຂົ້າຮ່ວມໃນການ ແລກປ່ຽນບົດຮຽນໃນຄັ້ງນີ້ ເຫັນວ່າ: • ປະເທດໄທ ໄດ້ມີກຳນົດນະໂຍບາຍ ແລະ ກົດ ໝາຍກ່ຽວກັບສິ່ງແວດລ້ອມເປັນຕົ້ນແມ່ນມີການກຳ ນົດນຳ້ເປື້ອນໄວ້ຢ່າງຈະແຈ້ງເຊິ່ງຈະເຮັດໃຫ້ການຜັນ ຂະຫຍາຍນະໂຍບາຍໄປສູ່ການຈັດຕັ້ງປະຕິບັດດຳ ເນີນໄປຢ່າງເປັນລະບົບ. • ຄະນະທີມງານ ສາມາດເຂົ້າໃຈຂັ້ນຕອນ ແລະ ວິ ທີການຄິດໄລ່ ປະລິມານການປ່ອຍນ້ຳເປື້ອນ ແລະ ມົນລະພິດທາງອາກາດ ຈາກໂຮງງານອຸດສາຫະກໍາ, ວິທີການໃນການຄວບຄຸມການປ່ອຍນ້ຳເປື້ອນຈາກ ໂຮງງານອຸດສາຫະກຳແລະລະບົບບຳບັດນຳ້ເປື້ອນ. ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 26. 20 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ (ກຊສ). ໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອລິເລີ່ມການສ້າງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ຮ່ວມກັບ ຄະນະນຳ ແລະ ທີມງານ ວິຊາການ ແຂວງ ຊຽງຂວາງ ໃນວັນທີ 19-23 ທັນ ວາ 2016, ທີ່ໂຮງແຮມພູຊ້າງ ແຂວງ ຊຽງຂວາງ. ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2. ເພື່ອການຊຸກຍູ້ດ້ານວິຊາການ ໃນການຊ່ວຍສ້າງ ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ຈາກ ທີມງານວິຊາການ ພະແນກ ປະເມີນສິ່ງແວດລ້ອມ, ກສສ ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 34 ກອງປະຊຸມ ປຶກສາຫາລື ເພື່ອລິເລີ່ມໃນການສ້າງແຜນ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ຮ່ວມກັບ ຄະນະ ນຳ ແລະ ທີມງານວິຊາການ ແຂວງ ຊຽງຂວາງ ທ່ານ ທີ່ມາຈາກ ກສສ ແລະ ພະແນກ ການອ້ອມ ຂ້າງແຂວງ ເປັນຕົ້ນ ພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ (ພຊສ), ແຜນການ ແລະ ການລົງທຶນ (ພຜທຂ), ໂຍທາທິການ ແລະ ຂົນສົ່ງ ແຂວງ, ກະສິກຳ-ປ່າໄມ້, ອຸດສາຫະກຳ-ການຄ້າ, ສຶກ ສາທິການ ແລະ ກິລາ, ສາທາລະນະສຸກ, ພະລັງງານ ແລະ ບໍ່ແຮ່, ຖະແຫຼງຂ່າວ ແລະ ວັດທະນະທຳ, ຫ້ອງ ວ່າການ ແຂວງ. ໃນວັນທີ 19 ທັນວາ 2016 ກອງປະຊຸມໄດ້ ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຮ່ວມໃນການກ່າວເປີດ ແລະ ມີຄຳເຫັນຕໍ່ກອງປະຊຸມ ໂດຍ ທ່ານ ຄຳພູ ຈັນທະວົງ ກຳມະການພັກແຂວງ ຫົວໜ້າ ພຊສ ແຂວງ ຊຽງຊວາງ ແລະ ທ່ານ ສິງສະ
  • 27. 21 ປະຊຸມ ຫວັນ ສິງກາວົງໄຊ ຮອງຫົວໜ້າ ກສສ ໃນນັ້ນ ທ່ານ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນ, ພາວະວິໄສ ຂອງແຜນຄຸ້ມຄອງສິ່ງ ແວດລ້ອມ ແບບຮອບດ້ານ ໂດຍສະເພາະການຈັດ ຕັ້ງປະຕິບັດນະໂຍບາຍຂອງພັກ ວ່າດ້ວຍ ການພັດ ທະນາໃຫ້ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ສ້າງ ສປປ ລາວ ໃຫ້ ຂຽວ ສະອາດ ງາມຕາ ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VIII ເປົ້າໝາຍ ທີ 3 ແລະ ກົດໝາຍຂອງລັດ ໂດຍສະ ເພາະກົດໝາຍ ວ່າດ້ວຍ ປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ປີ 2012 ມາດຕາ 17 ແລະ 18 ວ່າດ້ວຍ ການປ້ອງກັນສິ່ງແວດລ້ອມ ແລະ ກົດໝາຍ ວ່າດ້ວຍ ປົກຄອງທ້ອງຖິ່ນ ປີ 2003 ມາດຕາ 3, 4, 20 ແລະ 22 ແລະ ກົດໝາຍອື່ນໆທີ່ພົວພັນ. ພາຍຫຼັງສຳເລັດພິທີ ກ່າວເປີດກອງປະຊຸມແລ້ວ ກໍໄດ້ມີການແລກປຽ່ນ ບົດຮຽນ, ປະກອບຄຳຄິດເຫັນ ແລະ ຖອດຖອນບົດ ຮຽນຮ່ວມກັນ ເພື່ອສ້າງຄວາມເຂົ້າໃຈໃນການສ້າງ ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ດັ່ງນີ້: 1. ທ່ານ ນາງ ສຸດາວີ ແກ້ວປະເສີດ ຮອງຫົວໜ້າ ພະແນກ ປະເມີນສິ່ງແວດລ້ອມ, ກສສ ໄດ້ສະເໜີ ປະສົບການ ແລະ ວິທີການໃນການສ້າງແຜນຄຸ້ມ ຄອງສິ່ງແວດລ້ອມ ແບບຮອບດ້ານ. 2. ທ່ານ ອຸລາພອນ ພຣະຈັນສິດາ ຕາງໜ້າພະແນກ ແຜນການ ແລະ ການລົງທຶນ ໄດ້ສະເໜີ ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ແລະ ທິດ ທາງການລົງທຶນຂອງແຂວງ 3. ທ່ານ ເຄນສີ ອິນທະພັນ ຫົວໜ້າຂະແໜງ ວາງ ແຜນ ແລະ ພັດທະນາທິ່ດິນ ໄດ້ສະເໜີ ການວາງ ແຜນພັດທະນາທິ່ດິນຂອງແຂວງ. 4. ທ່ານ ທ່ານ ຊົ່ງມົ່ວ ປ່າລີ ຫົວໜ້າຂະແໜງ ໂຍ ທາທິການ-ຂົນສົ່ງ ແຂວງ ໄດ້ສະເໜີ ການພັດທະ ນາ ແລະ ການຄຸ້ມຄອງສິ່ງແວດລ້ອມຕົວເມືອງ ຂອງແຂວງ 5. ທ່ານ ວັນທອງ ດວງດີ ຫົວໜ້າຂະແໜງ ກະສິກຳ- ປ່າໄມ້ ແຂວງ ໄດ້ສະເໜີ ການຄຸ້ມຄອງ ແລະ ພັດ ທະນາ ກະສິກຳ-ປ່າໄມ້ຂອງແຂວງ 6. ທ່ານ ພອນສີ ທຳມະວົງ ຮອງຫົວໜ້າ ຂະແໜງ ອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີ ສະພາບ ລວມຂອງການພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ຂອງແຂວງ 7. ທ່ານທ່ານວັນໄຊໄຊຍະບັນດິດ ຫົວໜ້າຂະແໜງ ພະລັງງານແລະ ບໍ່ແຮ່ ແຂວງ ໄດ້ສະເໜີ ສະພາບ ລວມຂອງການພັດທະນາ ຂະແໜງ ພະລັງງານ ແລະ ບໍ່ແຮ່ ຂອງແຂວງ. 8. ທ່ານ ສິງຄຳ ທຳມະຈັກ ຮອງຫົວໜ້າຂະແໜງ ສິ່ງ ແວດລ້ອມ ໄດ້ສະເໜີ ບັນຫາ ແລະ ສະພາບສິ່ງ ແວດລ້ອມ ຂອງແຂວງ ຫຼັງຈາກນັ້ນວິທະຍາກອນແລະທີມງານສ້າງ ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ (ISP) ນຳພາໂດຍ ທ່ານ ນ. ສຸດາວີ ແກ້ວປະເສີດ ໄດ້ແນະ ນຳທີມງານໃນການສ້າງແຜນ(ISP)ຂອງແຂວງເຮັດ ແບບວິທີຝຶກຫັດຕົວຈິງ ໃນນັ້ນປະກອບມີ 5 ບົດຮຽນ ດັ່ງລຸ່ມນີ້: 1. ການເກັບກຳຂໍ້ມູນປະຈຸບັນ (ເສດຖະກິດ-ສັງຄົມ, ທຳມະຊາດ ແລະ ສິ່ງແວດລ້ອມ) 2. ຄົ້ນຄວ້າບັນດາທ່າແຮງອັນຕົ້ນຕໍ ເພື່ອຕອບສະ ໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ພ້ອມທັງວິເຄາະທ່າແຮງແບບ SWOT (ຈຸດແຂງ, ຈຸດອ່ອນ, ກາລະໂອກາດ ແລະ ສິ່ງທ້າທາຍ) 3. ຮຽນຮູ້ວິທີການ ເພື່ອວາງແຜນໃນການກຳນົດ ເຂດຈະພັດທະນາ, ເຂດຫວງຫ້າມ ແລະ ເຂດ ປ້ອງກັນ 4. ຮຽນຮູ້ວິທີການວິເຄາະດ້ານສິ່ງແວດລ້ອມ ແລະ ສັງຄົມ ເພື່ອຫຼຸດຜ່ອນ ຫຼື ຫຼີກເວັ້ນຜົນກະທົບຕໍ່ສິ່ງ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 28. 22 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ແວດລ້ອມ-ສັງຄົມ ແບບ RAPID 5. ແຜນຄຸ້ມຄອງສິ່ງແວດລ້ອມ-ສັງຄົມ ຕາມທິດ ທາງການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ ສະຫຼູບສັງລວມ ຜົນຂອງກອງປະຊຸມປຶກສາຫາລືໄດ້ ດັ່ງນີ້: • ວິຊາການແຂວງເຫັນໄດ້ຄວາມສຳຄັນຂອງການ ສ້າງແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ຊຶ່ງ ມີຜົນປະໂຫຍດຕໍ່ແຜນພັດທະນາເສດຖະກິດ - ສັງ ຄົມຂອງບັນດາເມືອງແລະແຂວງໂດຍໄດ້ຄຳນຶງເຖິງ ຄວາມຍຶນຍົງ, ເປັນແຜນທີອຳນວຍຄວາມສະດວກ ທາງດ້ານຂໍ້ມູນຂ່າວສານ ແລະ ພູມສັນຖານ ໃຫ້ແກ່ ການຕັດສິນໃຈຕໍ່ການດຳເນີນການພັດທະນາ ທີຈະ ຕ້ອງໄດ້ມີການພິຈາລະນາປັດໃຈທີສຳຄັນຄື:ສິ່ງແວດ ລ້ອມທຳມະຊາດ, ສັງຄົມ, ການເມືອງ, ເສດຖະກິດ ແລະ ການປົກຄອງ ຊຶ່ງມັນໄດ້ຕິດພັນກັບຄວາມພະ ຍາຍາມຂອງອຳນາດການປົກຄອງແຂວງ ເພື່ອຄຸ້ມ ຄອງສິ່ງທີ່ມີຢູ່ພາຍໃນພື້ນທີ່ ລະຫວ່າງ ລະບົບທຳມະ
  • 29. 23 ປະຊຸມ ຊາດ ແລະ ລະບົບຂອງການດຳລົງຊີວິດຂອງປະຊາ ຊົນ ໃຫ້ມີປະສິດທິຜົນ, ເປັນລະບຽບຮຽບຮ້ອຍ,ໂປ່ງ ໃສ ແລະ ເປັນທຳ ເພື່ອຜົນປະໂຫຍດຂອງປະຊາຊົນ ທັງໝົດທຸກຄົນ ທັງໃນປັດຈຸບັນ ແລະ ອານາຄົດ. • ບັນດາຜູ້ເຂົ້າຮ່ວມ ສາມາດເຂົ້າໃຈບັນດາຫຼັກ ການພັດທະນາແຜນຄຸ້ມຄອງສິ່ງແວດລ້ອມ ແບບ ຮອບດ້ານໄດ້ໂດຍພື້ນຖານ ແລະ ຈະນຳເອົາໄປພັດ ທະນາໃນຕໍ່ໜ້າ. • ບັນດາຜູ້ເຂົ້າຮ່ວມ ມີຄວາມຫ້າວຫັນ ແລກປ່ຽນ ບົດຮຽນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ. ແຜນວຽກໃນຕໍ່ໜ້າ: ພາຍຫຼັງສຳເລັດກອງປະຊຸມປຶກສາຫາລື ໃນ ຄັ້ງນີ້ແລ້ວ ສູນກາງ ແລະ ແຂວງ ຈະໄດ້ສືບຕໍ່ໃນການ ປະສານງານ ແລະ ເຮັດວຽກຮ່ວມກັນດັ່ງນີ້: • ສ້າງແບບຟອມໃນການເກັບກຳຂໍ້ມູນ ເພື່ອປະ ກອບເຂົ້າໃນແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບ ດ້ານ • ຮ່າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ, ວິເຄາະທ່າແຮງ ແລະ ສ້າງແຜນທີ່ຕາມທ່າແຮງທີ່ກຳ ນົດ ເປັນຕົ້ນ ເຂດສະຫງວນ, ເຂດປ້ອງກັນ ແລະ ເຂດ ທີ່ຈະພັດທະນາ • ຈັດກອງປະຊຸມ ໃນລະດັບວິຊາການໃນການສ້າງ ແຜນ ຄັ້ງທີ I ແລະ ປັບປຸງຕາມຄຳເຫັນ ແລະ ຄວາມ ເປັນ ເອກະພາບໃນກອງປະຊຸມ • ຈັດກອງປະຊຸມໃນລະດັບຄະນະຊີ້ນຳລວມ ແລະ ວິຊາການ ເພື່ອປະກອບຄຳຄິດຄຳເຫັນໃສ່ແຜນ ຄັ້ງທີ II ແລະ ປັບປຸງຕາມຄຳເຫັນ ແລະ ຄວາມເປັນເອກະ ພາບໃນກອງປະຊຸມ • ຈັດກອງປະຊຸມຜ່ານແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ຄັ້ງສຸດທ້າຍ ພ້ອມທັງຮັບຮອງບົດ ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ໂດຍ ທ່ານເຈົ້າແຂວງ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 30. 24 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ແຂວງ ບໍລິຄຳໄຊ ລິເລີ່ມໃນການສ້າງແຜນ ຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ(ISP) ພະແນກປະເມີນສິ່ງແວດລ້ອມ, ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດ ກອງປະຊຸມປຶກສາຫາລື ເພື່ອລິເລີ່ມໃນການສ້າງ ແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານຮ່ວມກັບ ຄະນະນຳ ແລະ ທີມງານວິຊາການ ແຂວງ ບໍລິຄຳໄຊ ໃນວັນທີ 13-17 ກຸມພາ 2017, ທີ່ໂຮງແຮມ ວິໄລສັກ ແຂວງ ບໍລິຄຳໄຊ. ໂດຍໄດ້ຮັບການສະໜັບສະໜູນ: ຈາກໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ໄລຍະ II. ຈຸດປະສົງ: ຂອງກອງປະຊຸມ ແມ່ນເພື່ອຊຸກຍູ້ທາງ ດ້ານວິຊາການ ໃນການຊ່ວຍສ້າງແຜນຄຸ້ມຄອງສິ່ງ ແວດລ້ອມ ແບບຮອບດ້ານ ຈາກທີມງານວິຊາການ ພະແນກປະເມີນສິ່ງແວດລ້ອມ. ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານ ທີ່ມາຈາກ ກສສ ແລະ ບັນດາພະແນກການອ້ອມຂ້າງແຂວງ ເປັນຕົ້ນ: ພະ ແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ), ແຜນການ ແລະ ການລົງທຶນ (ພຜທຂ), ໂຍ ທາທິການ ແລະ ຂົນສົ່ງ ແຂວງ, ກະສິກຳ-ປ່າໄມ້, ອຸດ ສາຫະກຳ-ການຄ້າ, ສຶກສາທິການ ແລະ ກິລາ, ສາທາ ລະນະສຸກ,ພະລັງງານແລະບໍ່ແຮ່,ຖະແຫຼງຂ່າວ-ວັດ ທະນະທຳ ແລະ ທ່ອງທ່ຽວ, ຫ້ອງວ່າການແຂວງ). ໃນວັນທີ 13 ກຸມພາ 2017 ກອງປະຊຸມໄດ້ ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ກ່າວເປີດກອງປະຊຸມໂດຍ ທ່ານ ບຸນເສັງ ປະທາມະ ວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ບໍລິຄຳໄຊ ທັງເປັນຜູ້ຊີ້ນຳວຽກງານເສດຖະກິດ ທ່ານ ໄດ້ຍົກໃຫ້ ເຫັນເຖິງຄວາມໝາຍຄວາມສຳຄັນ, ຄວາມຈຳເປັນ ພາວະວິໄສຂອງແຜນຄຸ້ມຄອງສິ່ງແວດລ້ອມ ແບບ ຮອບດ້ານ ໂດຍສະເພາະການຈັດຕັ້ງປະຕິບັດນະໂຍ ບາຍຂອງພັກ ວ່າດ້ວຍ ການພັດທະນາ ໃຫ້ມີຄວາມ ຍືນຍົງທາງດ້ານສິ່ງແວດລ້ອມ, ສ້າງ ສປປ ລາວ ໃຫ້ ຂຽວ ສະອາດ ງາມຕາ ການຈັດຕັ້ງປະຕິບັດແຜນພັດ
  • 31. 25 ປະຊຸມ ທະນາເສດຖະກິດສັງຄົມ ຄັ້ງທີ VIII ເປົ້າໝາຍທີ 3 ແລະ ກົດໝາຍຂອງລັດ ໂດຍສະເພາະ ກົດໝາຍ ວ່າ ດ້ວຍ ປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ປີ 2012 ມາດຕາ 17 ແລະ 18 ວ່າດ້ວຍ ການປ້ອງກັນ ສິ່ງແວດລ້ອມ ແລະ ກົດໝາຍປົກຄອງທ້ອງຖິ່ນ ປີ 2003 ມາດຕາ 3, 4, 20 ແລະ 22 ແລະ ກົດໝາຍ ອື່ນໆທີ່ພົວພັນ. ຈາກນັ້ນທ່ານ ສິງສະຫັວນ ສິງກາວົງ ໄຊ ຮອງຫົວໜ້າ ກົມສົ່ງເສີມຄຸນນະພາບສິ່ງແວດ ລ້ອມ ເປັນຜູ້ຊີ້ນຳວຽກໃນການສ້າງແຜນຄຸ້ມຄອງສິ່ງ ແວດລ້ອມ ແບບຮອບດ້ານ ກໍ່ໄດ້ມີຄຳເຫັນຕໍ່ກອງປະ ຊຸມ ທ່ານ ໄດ້ເນັ້ນໃຫ້ເຫັນຄວາມໝາຍຄວາມສຳຄັນ ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ຂອງ 5 ແຂວງ ແລະ 1 ນະຄອນຫຼວງ ແມ່ນເປັນບັນຫາ ບູລິມະສິດ ແລະ ເປັນວຽກເລັ່ງດ່ວນ ທີ່ຕ້ອງສ້າງໃຫ້ ສຳເລັດໃນທ້າຍປີ 2017 ເຊິ່ງແຜນດັ່ງກ່າວຈະຊ່ວຍ ຊຸກຍູ້ໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ ແລະ ຊ່ວຍປົກຮັກສາສິ່ງແວດລ້ອມໄປພ້ອມໆ ກັນ. ພາຍຫຼັງສຳເລັດພິທີກ່າວເປີດກອງປະຊຸມ ແລ້ວ ບັນດາຜູ້ເຂົ້າຮ່ວມກໍໄດ້ມີການແລກປຽ່ນບົດ ຮຽນ, ປະກອບຄຳຄິດເຫັນ ແລະ ຖອດຖອນບົດຮຽນ ຮ່ວມກັນ ເພື່ອສ້າງຄວາມເຂົ້າໃຈໃນການສ້າງແຜນ ຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ດັ່ງລຸ່ມນີ້: 1. ທ່ານ ນາງ ສຸດາວີ ແກ້ວປະເສີດ ຮອງຫົວໜ້າ ພະແນກ ປະເມີນສິ່ງແວດລ້ອມ, ກສສ ໄດ້ສະເໜີປະ ສົບການ ແລະ ວິທີການໃນການສ້າງແຜນຄຸ້ມຄອງ ສິ່ງແວດລ້ອມ ແບບຮອບດ້ານ. 2. ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າ ພະແນກ ແຜນການ ແລະ ການລົງທຶນ ແຂວງ ໄດ້ສະເໜີ ກ່ຽວ ກັບ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ແລະ ທິດທາງການລົງທຶນ ຂອງແຂວງ. 3. ທ່ານ ວັນພຽນ ພົມມະລິນ ຫົວໜ້າ ຂະແໜງ ຈັດ ສັນທີ່ດິນ ແຂວງ ໄດ້ສະເໜີ ການວາງແຜນພັດທະນາ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ
  • 32. 26 ປະຊຸມ ຈົດໝາຍຂ່າວ ມັງກອນ-ມິຖຸນາ 2017 ກສສ ທີ່ດິນ ຂອງແຂວງ. 4. ທ່ານ ລົມເຢັນ ສີສຸວົງ ຫົວໜ້າ ຂະແໜງ ສິ່ງແວດ ລ້ອມ ໄດ້ສະເໜີ ບັນຫາ ແລະ ສະພາບສິ່ງແວດລ້ອມ ສິ່ງທີ່ພົ້ນເດັ່ນ ຂອງແຂວງ. 5. ທ່ານ ແກ້ວດາລາ ວົງສາວັນທອງ ຮອງຫົວໜ້າ ຂະແໜງໂຍທາທິການ-ຂົນສົ່ງແຂວງໄດ້ສະເໜີການ ພັດທະນາແລະການຄຸ້ມຄອງສິ່ງແວດລ້ອມຕົວເມືອງ ຂອງແຂວງ. 6. ທ່ານ ຄຳມ່ວນ ໄຊຍະວົງ ຫົວໜ້າ ຂະແໜງ ກະສິ ກຳ-ປ່າໄມ້ ແຂວງ ໄດ້ສະເໜີ ການຄຸ້ມຄອງ ແລະ ພັດ ທະນາກະສິກຳ-ປ່າໄມ້ ຂອງແຂວງ. 7. ທ່ານ ແກ້ວອຸ່ນເຮືອນ ຈັນທະວົງສາ ຫົວໜ້າ ຂະ ແໜງ ພະລັງງານ ແລະ ບໍ່ແຮ່ ແຂວງ ໄດ້ສະເໜີ ສະ ພາບລວມຂອງການພັດທະນາ ຂະແໜງ ພະລັງງານ ແລະ ບໍ່ແຮ່ ຂອງແຂວງ. 8. ທ່ານ ສຸລິໄຊ ມະນີວົງ ວິຊາການ ພະແນກ ອຸດສາ ຫະກຳ ແລະ ການຄ້າ ແຂວງ ໄດ້ສະເໜີ ສະພາບລວມ ຂອງການພັດທະນາ ຂະແໜງ ອຸດສາຫະກຳ ແລະ ການຄ້າ ຂອງແຂວງ. 9. ທ່ານ ຈັນສະໝອນ ວໍລະສານ ວິຊາການ ພະແນກ ຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ໄດ້ນໍາເໜີ ສະພາບລວມຂອງການພັັດທະນາ ຂະ ແໜງການ ຖະແຫຼ່ງຂ່າວ-ວັດທະນະທຳ ແລະ ທ່ອງ ທ່ຽວ ແຂວງ. 10. ທ່ານ ນ. ຄຳຮັກ ໄລວັນ ຮອງຫົວໜ້າ ພະແນກ ສຶກ ສາທິການ-ກິລາ ແຂວງ ໄດ້ນຳສະເໜີ ສະພາບລວມ ໃນການພັດທະນາ ຂະແໜງ ການສຶກສາ ແລະ ກິລາ ຂອງແຂວງ. 11. ທ່ານ ພັນທະບູນ ສີຫານຸວົງ ຫົວໜ້າ ຂະແໜງ ສາທາລະນະສຸກ ແຂວງ ໄດ້ສະເໜີ ສະພາບລວມ ໃນ ການພັດທະນາ ຂະແໜງ ສາທາລະນະສຸກ ແຂວງ. ຫຼັງຈາກນັ້ນວິທະຍາກອນແລະທີມງານສ້າງ ແຜນຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ (ISP) ນຳພາໂດຍທ່ານນ.ສຸດາວີແກ້ວປະເສີດໄດ້ແນະນຳ ທີມງານ ໃນການສ້າງແຜນ (ISP) ຂອງແຂວງເຮັດ ແບບວິທີຝຶກຫັດຕົວຈິງ ເຊິ່ງໃນນັ້ນປະກອບມີ 6 ບົດ ຮຽນດັ່ງລຸ່ມນີ້: 1. ການເກັບກຳຂໍ້ມູນປະຈຸບັນ (ເສດຖະກິດ-ສັງຄົມ, ທຳມະຊາດ ແລະ ສິ່ງແວດລ້ອມ). 2. ຄົ້ນຄວ້າບັນດາທ່າແຮງອັນຕົ້ນຕໍ ເພື່ອຕອບສະ ໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງພ້ອມ ທັງວິເຄາະທ່າແຮງ ແບບ SWOT (ຈຸດ ແຂງ, ຈຸດອ່ອນ, ກາລະໂອກາດ ແລະ ສິ່ງທ້າທາຍ). 3. ຮຽນຮູ້ວິທີການ ເພື່ອວາງແຜນໃນການກຳນົດ ເຂດຈະພັດທະນາ, ເຂດຫວງຫ້າມ ແລະ ເຂດປ້ອງ ກັນ.