SlideShare a Scribd company logo
1 of 29
Download to read offline
ພາກທີ່ 7: ການສ້າງ ລາຍການ ​ປະເມີນຜົນ ດ້ານຄຸນນະພາບ
- ເກນ (Rubrics)
ສາດສະດາຈານ Jim Tognolini
ການສ້າງ ລາຍການ ​ການປະເມີນຜົນ ດ້ານຄຸນນະພາບ
– ເກນ​
ໃນພາກ​ນີ້ ​ພວກເຮົາຈະ
• ​ນິຍາມ ​ເກນ​ ການໃຫ້ຄະແນນ.
• ອະທິບາຍ​ ປະເພດຕ່າງໆ ຂອງ​ ເກນ​ .
• ສ້າງ ບາງຂັ້ນຕອນ ເພື່ອສ້າງ​ ເກນ​ .
• ພິຈາລະນາ ວິທີການນໍາໃຊ້ ເກນ​ ເພື່ອໃຫ້ໄດ້ຄະແນນ​.
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ມາດຕະຖານ ດ້ານເນື້ອໃນ, ມາດຕະຖານ ການຮຽນ​ ແລະ ຄະ​ແນນ
6 ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ທ່ານ ກຳນົດ ເກນ​ ໄດ້ຄືແນວໃດ ?
ເກນ​ ການໃຫ້ຄະແນນ
• ເປັນຂໍ້ແນະນຳ ​ການໃຫ້ຄະແນນ ເພື່ອ​ປະເມີນຜົນ ການຮຽນ ຫຼື ທັກສະ ຂອງນັກຮຽນ
• ພຽງແຕ່ ເປັນລາຍການ ຊຸດ ມາດຖານ ທີ່ກໍານົດ ​ແລະ ອະທິບາຍເຖິງ ອົງປະກອບ​ສໍາຄັນ ຂອງ​
ວຽກທີ່ໄດ້ວາງແຜນໄວ້ ຫລື ທີ່ຈະ​ປະເມີນຜົນ​. ​ຍົກຕົວຢ່າງ, ນັກຮຽນ​ ນໍາສະເຫນີ ການອ່ານ ກາບ
ກອນ ທີ່ອາດຈະ ໃຫ້ຄະແນນ ​3 ດ້ານ ​ເຊັ່ນ: ​ຄວາມລ່ຽນ​ໄຫຼ​, ການສະແດງອອກ ແລະ ການຟ້ອງ​
ຄຳ.
• ລະບຸ ລະດັບ ​ຄຸນນະພາບ ສໍາລັບ ແຕ່ລະມາດຖານ​ (ມາດຕະຖານ ການຮຽນ​) ​
• ຄູອາຈານ ນໍາໃຊ້ ເປັນຄູ່ມື ​ໃນການໃຫ້ຄະແນນ ການ​ຮຽນ ຫຼື​ການ​ເຮັດ​​ໜ້າ​ວຽກ​ໃດ​ໜຶ່ງ ​ຂອງ
ນັກຮຽນ.
• ຍັງສາມາດ​ໃຊ້​ໄດ້ ສໍາລັບ ການປະເມີນຜົນ ຊຶ່ງກັນ​ແລະ​ກັນ, ​ການທົບທວນຄືນ ຕົວ​ຄູ​ເອງ, ແລະ
ການ​ປະກອບ​ຄຳ​ເຫັນ ​ໃຫ້​ຄູ​ຜູ້​ອື່ນ.
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ເປັນຫັຍງຈິ່ງໃຊ້ ເກນ​?
ການນໍາໃຊ້ເກນ ສໍາລັບຄູອາຈານ​
• ຊ່ວຍໃຫ້ພວກເຂົາເຈົ້າ ກຳນົດ ການເຕີບໂຕ​ ແລະ ວາງແຜນການສອນ ​ຕາມຄວາມເຫມາະສົມ;
• ສາມາດ ເຮັດໃຫ້ ມີຄວາມສອດຄ່ອງກັນ ລະຫ່ວາງ​ຫລັກສູດ, ການປະເມີນຜົນ, ການຮຽນ - ການ​ສອນ​;
• ຊ່ວຍໃຫ້ ຄູອາຈານ ມີຄວາມ​ ສອດຄ່ອງກັນ ​ ແລະ ມີຄວາມຍຸຕິທໍາ ໃນການໃຫ້ຄະແນນ ຂອງຕົນ ຕໍ່ວຽກ​ ​ ຂອງ
ນັກຮຽນ;
• ຊ່ວຍ ໃນການປະເມີນຜົນ ຊຶ່ງກັນ​ແລະ​ກັນ, ​ການທົບທວນຄືນ ຕົວ​ຄູ​ເອງ, ແລະການ​ປະກອບ​ຄຳ​ເຫັນ ​ໃຫ້​ຄູ​ຜູ້​ອື່ນ;
• ເຮັດໃຫ້ ການໃຫ້ຄະແນນ ​ແລະ ການຕັດສິນ ຄະແນນ ແບບ​ໂປ່ງໃສ; ແລະ,
• ການໃຫ້ຄໍາຄິດເຫັນ ຕໍ່​ນັກຮຽນ ​ໃນວິທີການ ຢ່າງມີເຫດຜົນ ແລະ ມີປະສິດທິພາບ
ການນໍາໃຊ້ເກນ ສໍາລັບນັກຮຽນ ​
• ຊ່ວຍອະທິບາຍວ່າ ​ຄູອາຈານ ຢາກ​ໃຫ້ ພວກເຂົາເຈົ້າ ເຮັດຫັຍງແດ່​;
• ສະຫນັບສະຫນູນ ໃຫ້ມີການປະເມີນ ຕົນເອງ ແລະ ມີການປະເມີນຜົນ; ແລະ,
• ປະກອບ​ຄໍາຄຶດຄໍາເຫັນ ໃຫ້ພວກເຂົາເຈົ້າ ຢ່າງມີສຸມໃສ່ ຊຶ່ງ​ອອກແບບມາ ເພື່ອຊ່ວຍໃຫ້ ພວກເຂົາເຈົ້າ
ປັບປຸງການຮຽນຮູ້ ຂອງຕົນເອງ.
ການນໍາໃຊ້ເກນ ສໍາລັບ ພໍ່ແມ່ຜູ້ປົກຄອງ
• ຊ່ວຍອະທິບາຍເຖິງ ຄວາມຄາດຫວັງ ຂອງຄູອາຈານ;
• ເຮັດໃຫ້ການປະເມີນຜົນ ຢ່າງມີຈຸດປະສົງກ່ວາ ຕໍ່​ການຮຽນ ​ຂອງນັກຮຽນ; ແລະ,
• ສຸມໃສ່ ​ການຮຽນ​ ຂອງນັກຮຽນ ຫຼາຍກ່ວາ ສຸມໃສ່ ການຕັດສິນໃຈ ຂອງຄູ.
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ປະເພດຕ່າງໆ ຂອງ ເກນ​
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ມີເກນ ປະເພດ​ ໃດ​ແດ່ ?
ມີ ເກນ ການໃຫ້ຄະແນນ ​2 ປະເພດ:
ເກນ ການໃຫ້ຄະແນນ ແບບລວມຮອບດ້ານ​ ແລະ ແບບວິເຄາະ.
ເກນ ທັງສອງປະເພດ​ນີ້​ ຄວນ:
• ປະກອບດ້ວຍ ມາດຖານ​ ຕາມ​ໜ້າວຽກ​, ເພື່ອຕັດສິນ ຜົນວຽກ ຫຼື ​ຜະລິດຕະພັນ​.
• ອະທິບາຍ ຢ່າງຈະແຈ້ງ ສິ່ງທີ່ນັກຮຽນ​ ສິ່ງທີ່ສະແດງອອກ ດ້ວຍຄຳຕອບ​ ແທນທີ່ຈະແມ່ນ ​
ສິ່ງທີ່ ບໍ່ໄດ້ເວົ້າເຖິງ​.
• ​ໃຊ້ສຳນວນ​ ອະທິບາຍ ແທນທີ່ຈະແມ່ນ ສຳນວນ​ປຽບທຽບ ເພື່ອໄຈ້ແຍກ
​ໃຫ້ເຫັນຄວາມແຕກຕ່າງກັນ.
• ​ອີງໃສ່ ຕົວຢ່າງ ຢ່າງກ້ວາງຂວາງ ຈາກ​ໂຄງ​ ຫລື ຕົວຢ່າງ ຂອງໜ້າ​ວຽກ ເພື່ອຮັບປະກັນວ່າ
ຄໍາອະທິບາຍ​ ມີຄວາມເຫມາະສົມ ຕໍ່​ລະດັບ ຂອງນັກຮຽນ​ ແລະ ໜ້າວຽກ​ ດັ່ງກ່າວ.
• ສຸມໃສ່ ຈຸດປະສົງ ແລະ ຜົນກະທົບ ຂອງໜ້າ​ວຽກ ເພີ່ມໃສ່​ຮູບລັກສະນະ ພາຍນອກ
ແລະ ເນື້ອໃນ ຂອງບົດ​.
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ເກນ​ ການໃຫ້ຄະແນນ ແບບລວມຮອບດ້ານ : ເປັນ​ທິດ​ຊີ້ນໍາ ການ​ໃຫ້​ຄະ​ແນນ ຕາມ​ລາຍການ ທີ່​ໄດ້​ສ້າງ ຄຳ​ຕອບ​ແລ້ວ​
(ລວມທັງ ການປະຕິບັດຕາມໜ້າ​ວຽກ ແລະ ຜະລິດຕະພັນ ຂອງ​ໜ້າ​ວຽກ​) ​ໂດຍ​ອີງ​ໃສ່ ​ຄຸນນະພາບ ໂດຍລວມ ດ້ານ​
ເນື້ອໃນສະເພາະ ແລະ ທັກ​ສະ​. ມັນກ່ຽວກັບ​ "ການຕັດສິນໂດຍລວມ" ຕໍ່​ໜ້າ​ວຽກ​​ໃດ​ໜຶ່ງ.
ຂໍ້ດີ​:
• ໃຊ້​ໄດ້​​ໄວ ເພາະວ່າ ​ໂດຍທົ່ວ​ແລ້ວ ການ​ໃຫ້​ຄະ​ແນນ ​ພຽງແຕ່ ​ອ່ານບົດ​ພຽງ​ຄັ້ງດຽວ ​ເທົ່າ​ນັ້ນ.
• ເນັ້ນຫນັກໃສ່ ສິ່ງທີ່​ນັກຮຽນ​ ສາມາດສະແດງໃຫ້ເຫັນ, ແທນທີ່ຈະແມ່ນ​ ສິ່ງທີ່ ພວກເຂົາເຈົ້າ ບໍ່ສາມາດເຮັດໄດ້.
• ​​​​ເວລາ​ ຂອງຄູອາຈານ ໃນການຂຽນຄໍາເຫັນ ຕໍ່ຄຳ​ຕອບ ສັ້ນລົງ​.
• ຄູອາຈານ ສາມາດໃຊ້ໄດ້ ​ຢ່າງຕໍ່ເນື່ອງ​ ແລະ ອັນນີ້ຈະເພີ່ມຄວາມຫນ້າເຊື່ອຖືໄດ້ ຕໍ່​ຜົນ​ຂອງການປະເມີນ
ຂໍ້ເສຍ​:
• ສ້າງຍາກ ​ແລະ ໃຊ້ເວລາ​.
• ​ບໍ່ໃຫ້ ຄຳເຫັນ​ແນະນຳ ສະເພາະ ເພື່ອ​ປັບປຸງ.
ເກນ​ ການໃຫ້ຄະແນນ ແບບລວມຮອບດ້ານ ​
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ຕົວຢ່າງ ເກນ​ ການໃຫ້ຄະແນນ ແບບລວມຮອບດ້ານ ວິຊາ ຄະນິດສາດ
ຄະແນນ ມາດຕະຖານ ການຮຽນ ​
5
ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານ​ເນື້ອໃນ ຢ່າງກວ້າງຂວາງ ແລະ ​ສາມາດ ນຳໃຊ້ຄວາມຮູ້ນີ້. ​
ນອກ​ນັ້ນ, ນັກຮຽນ ​ຍັງບັນລຸຜົນ ດ້ານ​ຄວາມສາມາດ ໃນລະດັບສູງທີ່ສຸດ ໃນຂະບວນການ ແລະ ​ທັກ​ສະ​
ແລະ ສາມາດນຳໃຊ້ ທັກ​ສະ​ເຫຼົ່ານີ້ ​ໃນຕົວ​ຈິງ ​ໃນ​ສະຖານະການໃຫມ່.
4
ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານ​ເນື້ອໃນ ຢ່າງລະອຽດ ແລະ ມີຄວາມສາມາດ ໃນລະດັບສູງ
ທີ່ສຸດ ໃນຂະບວນການ ແລະ ​ທັກ​ສະ. ນອກ​ນັ້ນ, ນັກຮຽນ ຍັງ​ສາມາດ ນໍາໃຊ້ ຄວາມຮູ້ ​ ແລະ ທັກ​ສະ​
ເຫຼົ່ານີ້ ​ໃນຕົວ​ຈິງ ​ໃນ​ສະຖານະການໃຫມ່.
3
ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈດີ ໃນດ້ານຕົ້ນຕໍ ຂອງເນື້ອໃນ ​ແລະ ໄດ້ບັນລຸຜົນ ໃນລະດັບ
ພຽງພໍ ດ້ານຄວາມສາມາດ ໃນຂະບວນການ ແລະ ​ທັກ​ສະ​.
2
ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານ​ເນື້ອໃນ ຂັ້ນພື້ນຖານ ​​ແລະ ໄດ້ບັນລຸຜົນ ຢ່າງຈຳກັດ ດ້ານ
ຄວາມສາມາດ ໃນ​ຂະບວນການ ແລະ ທັກ​ສະ.
1
ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈ ແບບປະຖົມປະຖານ ໃນດ້ານ​ເນື້ອໃນ ໜ້ອຍໜຶ່ງ ​​ແລະ
ໄດ້ບັນລຸຜົນ ຢ່າງຈຳກັດທີ່ສຸດ ດ້ານຄວາມສາມາດ ໃນບາງ​ຂະບວນການ ແລະ ບາງ​​ທັກ​ສະ
0 ບໍ່ຂໍ້ມູນພຽງພໍ ​ຕໍ່​ການຕັດສິນໃຈ
ຕົວຢ່າງ ເກນ ການໃຫ້ຄະແນນ ແບບຮອບດ້ານ ວິຊາຫັດແຕ່ງ
ຄະແນນ ມາດຕະຖານ ການຮຽນ ​
5 ແນວຄວາມຄິດ ມີ​ການ​ພິຈາລະນາ ທີ່ດີ. ການ​ຂຽນ​ມີ​ຈຸດຢືນ​ສໍາຄັນ ຢ່າງ​ເຂັ້ມແຂງ ແລະ ມີການຈັດລຽງ​ດີ​. ນັກຮຽນ ​ໄດ້​ເລືອກ​
ເອົາລາຍລະອຽດ ຢ່າງ​ເຫມາະສົມ ແລະ ສ້າງ ຕັ້ງທັດສະນະ​ມູມມອງຢ່າງ​ແນ່ນອນ​. ປະ​ໂຫຍ​ກ ​ມີຄວາມຊັດເຈນ ແລະ ​ມີ​ຄວາມ​
ຫຼາກ​ຫຼາຍ​. ​ນັກຮຽນ ມີ​ສຳນວນ​ ທີ່ເຫມາະສົມ ແລະ ​ເຮັດ​ໃຫ້ ຜູ້ອ່ານ ​ສົນໃຈ ຢາກ​ອ່ານ​. ຖ້າ​ວ່າ ມີຄວາມຜິດພາດ ໃນກົນໄກ
ການ​ຂຽນ ກໍ​ຍ້ອນ​ວ່າ ​ນັກຮຽນ ​ໃຊ້ພາສາ ທີ່ສະລັບສັບຊ້ອນຫຼາຍ ແລະ​ເປັນ​ພາສາ ດັ່ງ​ເ​ດີ​ມ.
4 ແນວຄວາມຄິດ ມີ​ການ​​ໄຕ່ຕອງ ​ແລະ​ ຈະ​ແຈ້ງດີ​​. ການ​ຂຽນ​ ມີ​​ຈຸດ​ສຸມ ຢ່າງ​ຊັດເຈນ. ໄດ້​ນໍາໃຊ້ ​ມາດຕະຖານ ການ​ສ້າງ​ຈຸດ​ສຸມ. ​
ໄດ້ສ້າງ ​ທັດສະນະຈຸດຢືນ ​ແລະ ສ້າງປະໂຫຍກ​ຈະແຈ້ງ ຕໍ່​ຜູ້​ອ່ານ​. ນັກຮຽນ ​ມີລາຍລະອຽດ ທີ່ເຫມາະສົມ, ໂຄງສ້າງ ປະໂຍກ ​
ຊັດເຈນ ແລະ ຖືກຕ້ອງ ແລະເລືອກຄໍາສັບ ຢ່າງ​ຖືກຕ້ອງ. ມີ​ຄວາມຜິດພາດ ​ໃນກົນໄກ ຫນ້ອຍໜຶ່ງ ​ແຕ່​ວ່າ ບໍ່​ເປັນ​ຜົນ ຕໍ່ຄວາ​ມ
ລ່ຽນ​ໄຫຼ ​​ຂອງການ​ຂຽນ.
3 ແນວຄວາມຄິດ​ ຊັດເຈນ. ການ​ຂຽນ ​ມີຈຸດສຸມ ທີ່​ສາມາດ​ຮັບ​ຮູ້​ໄດ້ ​ເຖິງ​ແມ່ນ​ວ່າ ​ອາດຈະມີບາງລາຍລະອຽດ ພາຍ​ນອກ​.
ການຈັດລຽງ ​​ມີຮູບແບບຈະແຈ້ງ ເຖິງແມ່ນວ່າ ອາດ​ຈະ​ມີບາງ​ຄຳ​ສັບ​ເປັນ​​ສູດ ຫຼື ຊ້ຳກັນ. ແນວຄວາມຄິດທີ່ນໍາສະເຫນີ ​ຈະແຈ້ງ
ແລະ ສອດຄ່ອງ. ການເລືອກ ຄໍາສັບແລະ ໂຄງສ້າງປະໂຍກ ຖືກຕ້ອງ ຕາມ​ຫຼັກ​ວິຊາການ ​ເຖິງ​ແມ່ນ​ວ່າ ອາດ​ຈະ​ບໍ່​ມີຈິນຕະນາການ​
. ທາງ​ເລືອກ ດ້ານ​ສຳນວນ ຂອງ​ຜູ້​ຂຽນ ​ອາດຈະບໍ່​ເຮັດ​ໃຫ້​ຜູ້​ອ່ານ​ເປັນ​ໜ້າ​ສົນໃຈ​.
ດ້ານກົນໄກ ສະແດງໃຫ້ເຫັນວ່າ ຈຳ​ເປັນຕ້ອງ ລຽບ​ລຽງ​​ກວດ​ແກ້ ຕື່ມ​ອີກ
2 ແນວຄວາມຄິດ ​ຈໍາກັດ ແຕ່ກໍ​ສາມາດ​ເຫັນ​ໄດ້​. ຈຸດສຸມ​ ບໍ່ຈະແຈ້ງ. ​ຂາດການຈັດ​ລຽງ​ ທີ່ຈະແຈ້ງແລະ ​ຍາກ ຕໍ່​ການ​ຕິດຕາມ.
ຈຸດຢືນ ​ບໍ່ຈະແຈ້ງ ແລະ ​ປ່ຽນຍ້າຍ​ ປະ​ໂຫຍ​ກ​ ແລ​​ະ ບຸກຄົນ. ມີ​ຂໍ້​ຜິດພາດ ດ້ານກົນ​ໄກ ​ເລີ່ມ​ເຮັດ​ໃຫ້ ​ຜູ້ອ່ານ ສັບສົນ ຕໍ່​ການ​ຂຽນ
1 ແນວຄວາມຄິດ ​ແບບ​ປະຖົມປະ​ຖານ ແລະ ບໍ່ຈະແຈ້ງ. ການ​ຂຽນ ​ຍັງຂາດຈຸດສຸມ ແລະ ຂາດ​ຄວາມ​ເກາະ​ກ່າຍ​ກັນ​. ​
ໂຄງ​ສ້າງ​ ສັບສົນ. ມີ​ຂໍ້ຜິດພາດ ດ້ານກົນ​ໄກ​ຫຼາຍ​ ແລະ ​ເຂົ້າ​ໃຈ​ຍາກ​. ຕ້ອງ​ອ່ານ ບົດ​​ຂຽນ ​ລົບ​ໄປ​ລົບ​ມາ ຫຼາຍ​ເທື່ອ
ຈິ່ງ​ເຂົ້າ​ໃຈ ຄວາມ​ໝາຍ ຂອງ​ປະ​ໂຫຍ​ກ
0 ບໍ່ຂໍ້ມູນພຽງພໍ ​ຕໍ່​ການຕັດສິນໃຈ
ເກນ​ ການໃຫ້ຄະແນນ ແບບວິເຄາະ: ເປັນ​ທິ​ດນໍາ ການ​ໃຫ້​ຄະ​ແນນ ​ລາຍການ ທີ່​ໄດ້​ສ້າງ​ຄຳ​ຕອບ​ແລ້ວ​
(ລວມທັງ ການຮຽນ/ການປະຕິບັດ ແລະ ຜະລິດຕະພັນ ຂອງ​ໜ້າ​ວຽກ​) ​ໂດຍ​ອີງ​ໃສ່ ສິ່ງ​ທີ່​ນັກຮຽນ ​ໄດ້​ເຮັດ ​ຕາມເງື່ອນໄຂ
ທີ່ແຍກຕ່າງຫາກ ທີ່ກ່ຽວຂ້ອງກັບ ຄຳ​ຕອບ​. ​ຍົກຕົວຢ່າງ, ​ເກນ ການ​ວິເຄາະ ສໍາລັບ ການເວົ້າ ອາດຈະປະກອບມີມາດຖານ
ເຊັ່ນ: ການໂຕ້ຕອບ; ການອອກສຽງ; ຄວາມ​ລ່ຽຽນ​ໄຫຼ ​ແລະ ຄວາມ​ກ່ຽວຂ້ອງ​; ແລະ ຄໍາສັບ ແລະ ໄວຍາກອນ.
ຂໍ້ດີ​:
• ເກນ​ ການໃຫ້ຄະແນນ ແບບວິເຄາະ ມີ​ຜົນໄດ້ຮັບ ທີ່​ມີລາຍລະອຽດກ່ວາ​.
• ຄະແນນ ແມ່ນ​ຜົນໄດ້ຮັບຈາກເກນ ທີ່ມີຄວາມ​ສອດຄ່ອງກ່ວ່າ ຕໍ່​ນັກຮຽນ ທຸກຄົນ​.
• ມັນ​ງ່າຍກວ່າ​ ສໍາລັບ ຄູອາຈານ ໃນການເວົ້າເຖິງ ຈຸດດີ ​ແລະຈຸດອ່ອນ ຂອງ​ໜ້າວຽກທີ່ເຮັດ
ບໍ່ວ່າຈະແມ່ນ ຕໍ່ກັບ​ນັກຮຽນ ຫຼື ພໍ່ແມ່ຜູ້ປົກຄອງ ເມື່ອນຳໃຊ້ ເກນ ປະເພດນີ້.
• ການ​ນໍາໃຊ້ ເກນນີ້ ​ຊ່ວຍໃຫ້ນັກຮຽນ ສາມາດ​ເຂົ້າໃຈໂດຍລວມ ວິທີການ ​ເຮັດວຽກ ໃຫ້​ດີ ແລະ ມີຄຸນະພາບ.
ຂໍ້ເສຍ​
• ຂໍ້ເສຍຕົ້ນຕໍ ​ໃນການນໍາໃຊ້ ເກນ ແບບວິເຄາະ ແມ່ນ ຂຽນຍາກ ຍ້ອນ​ວ່າ ມີ​ຫຼາຍມາດຖານ​ ກ່ວາ.
• ຂໍ້ເສຍ ​ທີ 2 ​ແມ່ນຄວາມສອດຄ່ອງກັນ ໂດຍທົ່ວໄປແລ້ວ ແມ່ນຂ້ອນຂ້າງຕ່ຳ ຖ້າມີ​ ຜູ້​ໃຫ້ຄະແນນ ຫຼາຍຄົນ​
ເກນ​ ການໃຫ້ຄະແນນ ແບບວິເຄາະ
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ຕົວຢ່າງ ເກນ​ ການໃຫ້ຄະແນນ ແບບວິເຄາະ​ວິຊາ ດ້ານສັງຄົມສາດ​
Performance Standards
ມາດຖານ 0 1 2 3 4
ເນື້ອໃນ
ບໍ່ຂໍ້ມູນພຽງພໍ ​
ຕໍ່​ການຕັດສິນໃຈ
ມີເນື້ອໃນຖືກຕ້ອງ
ໜ້ອຍ​ທີ່ສຸດ
ມີເນື້ອໃນຖືກຕ້ອງ
ຢ່າງໜ້ອຍ ແມ່ນເຄິ່ງໜຶ່ງ​
ມີເນື້ອໃນສ່ວນຫຼາຍ ແມ່ນວຽກ
ຂອງນັກຮຽນເອງ ແລະ
ສ່ວນຫຼາຍແມ່ນ​ຖືກຕ້ອງ ​
ເນື້ອໃນ ທັງໝົດ ​ແມ່ນວຽກ
ຂອງນັກຮຽນເອງ ແລະ ​​ຖືກຕ້ອງ ​
ຄຸນນະພາບ
ຂອງຂໍ້ມູນ
ບໍ່ຂໍ້ມູນພຽງພໍ ​
ຕໍ່​ການຕັດສິນໃຈ
ຂໍ້ມູນ ມີຄວາມກ່ຽວຂ້ອງກັບ
ຫົວຂໍ້ ໜ້ອຍໜຶ່ງ ຫຼື ບໍ່
ກ່ຽວຂ້ອງເລີຍ​
ຂໍ້ມູນ ​ກ່ຽວຂ້ອງກັບ ຫົວຂໍ້
ຫຼັກ. ບໍ່ມີລາຍລະອຽດ ຫຼື
ຕົວຢ່າງ​.
ຂໍ້ມູນ ​ກ່ຽວຂ້ອງກັບ ຫົວຂໍ້ຫຼັກ
ຢ່າງຈະແຈ້ງ. ມີລາຍລະອຽດ ຫຼື
ຕົວຢ່າງ​ ສະໜັບສະໜູນ ບາງອັນ.
ຂໍ້ມູນ ​ກ່ຽວຂ້ອງກັບ ຫົວຂໍ້ຫຼັກ
ຢ່າງຈະແຈ້ງ. ມີລາຍລະອຽດ ຫຼື
ຕົວຢ່າງ​ ສະໜັບສະໜູນ
ຫຼາຍ​ອັນ.
ການຈັດ
ລຽງ
ບໍ່ຂໍ້ມູນພຽງພໍ
​ຕໍ່​ການຕັດສິນໃຈ
ຂໍ້ມູນ ບໍ່ເປັນລະບຽບ
ຂໍ້ມູນ ເປັນລະບຽບ
ແຕ່ລ່າ ບໍ່ລຽງປະໂຫຍກ
ໃນວັກ​
ຂໍ້ມູນ ເປັນລະບຽບ
​ການ​​ລຽງປະໂຫຍກ ໃນວັກ​ ດີ
ຂໍ້ມູນ ເປັນລະບຽບດີ
ມີການ​​ລຽງປະໂຫຍກ ໃນວັກ​ ດີ
ສິ່ງປະກົດ
ໃຫ້ເຫັນ
ບໍ່ຂໍ້ມູນພຽງພໍ
​ຕໍ່​ການຕັດສິນໃຈ
ໂຄງການ ບໍ່ເປັນໜ້າສົນໃຈ
ແລະ ນຳສະເໜີ ບໍ່ໄດ້ດີ​
ໂຄງການ ​ເປັນໜ້າສົນໃຈ
ແຕ່ອາດຈະສັບສົນ
ໜ້ອຍໜຶ່ງ ​
ເປັນນໜ້າສົນໃຈ
ດ້ານການອອກແບບ ແລະ ​
ຄວາມລຽບລ້ອຍ
ນຳສະເໜີໄດ້ດີ ດ້ານການອອກ
ແບບ ແລະ ​ ຄວາມລຽບລ້ອຍ
ການສະກົດ​​​
&
ໄວຍະກອນ​
ບໍ່ຂໍ້ມູນພຽງພໍ ​
ຕໍ່​ການຕັດສິນໃຈ
ຂໍ້ຜິດພາດ ໃນການສະກົດ​​​ &
ໄວຍະກອນ ຈົນພາໃຫ້ບໍ່
ຢາກອ່ານ ບົດວຽກ.
ມີຂໍ້ຜິດພາດ ໃນການສະກົດ​​​
& ໄວຍະກອນ ຫຼາຍ
ສົມຄວນ
ມີຂໍ້ຜິດພາດ ໃນການສະກົດ​​​ &
ໄວຍະກອນ ໜ້ອຍໜຶ່ງ ​
ບໍ່ມີຂໍ້ຜິດພາດ ໃນການສະກົດ​​​ &
ໄວຍະກອນ
ແຫຼ່ງ
ເອກະສານ
ຂໍ້ມູນ
ບໍ່ຂໍ້ມູນພຽງພໍ ​
ຕໍ່​ການຕັດສິນໃຈ
ນຳໃຊ້ ແຫຼ່ງເອກະສານຂໍ້ມູນ
ໜ້ອຍທີ່ສຸດ ຫຼື ບໍ່ມີເລີຍ ​
ນຳໃຊ້ ແຫຼ່ງເອກະສານຂໍ້ມູນ
ທີ່ກ່ຽວຂ້ອງ ໜ້ອຍທີ່ສຸດ
ນຳໃຊ້ ແຫຼ່ງເອກະສານຂໍ້ມູນ
ຢ່າງຫຼວງຫຼາຍ ແຕ່ວ່າ ຂາດບາງ
ແຫຼ່ງເອກະສານຂໍ້ມູນ ​ ທີ່ສຳຄັນ
ນຳໃຊ້ ແຫຼ່ງເອກະສານຂໍ້ມູນ
ທີ່ຖືກຕ້ອງເໝາະສົມ
ຢ່າງຫຼວງຫຼາຍ
ຕົວຢ່າງ ເກນ​ ການໃຫ້ຄະແນນ ແບບວິເຄາະ​ ວິຊາຫັດແຕ່ງ
ມາດຖານ​ 0 1 2 3 4 5
ແນວຄວາມ
ຄິດ
ບໍ່ມີຫຼັກຖານ
ມີໜ້ອຍທີ່ສຸດ,
ແບບງ່າຍໆ ແລະ
ບໍ່ກ່ຽວຂ້ອງ​
ແນວຄວາມຄິດໜ້ອຍ,
ບໍ່ຂະຫຍາຍຄວາມ ຫຼື
ຄາດເດົາ ທີ່ສຸດ
ມີການພັດທະນາ
ບາງອັນ ແລະ ກ່ຽວຂ້ອງ
ກັບຈຸດໃຈກາງ
ຂອງເລື່ອງ
ເປັນຮູບປະທຳ​,
ຂະຫຍາຍຄວາມ​;
ປະກອບສ່ວນ ໃສ່
ປະເດັນສຳຄັນ
ຂອງບົດເລື່ອງ
ສ້າງ, ແລະ ຜະລິດເປັນ ​
ແນວຄວາມຄິດເສີມ ໃສ່
ປະເດັນບັນຫາ
ຂອງເລື່ອງ ​
ຄຳສັບ
ສັນຍາລັກ ຫຼື
ການແຕ້ມຮູບ
ບົດສັ້ນທີ່ສຸດ ແລະ
ມີເນື້ອໃນໜ້ອຍທີ່ສຸດ
ສ່ວນຫຼາຍແມ່ນຄຳສັບ,
ຄຳວິເສດ, ຄຳຄຸນະສັບ
ແລະ ຄຳນາມ ງ່າຍໆ​;
ອາດຈະປະກອບມີ 2
ຫຼື 3 ຄຳສັບ ທີ່ຊັດເຈນ
ຄຳສັບ ທີ່ຊັດເຈນ ຫຼື
ເປັນກຸ່ມຄຳສັບ ​
(ອາດຈະເປັນ ຄຳສັບ,
ຄຳວິເສດ, ຄຳຄຸນະສັບ
ແລະ ຄຳນາມ​)
ຮັກສາໄວ້ ແລະ ນຳໃຊ້
ຢ່າງສອດຄ່ອງ ຄຳສັບ
ແລະ ປະໂຫຍກ ທີ່
ຊັດເຈນ ​ ທີ່ເສີມ
ຂະຫຍາຍ ຄວາມໝາຍ
ການສ້າງວັກ
ບໍ່ໃຊ້
ການສ້າງວັກ
ການຂຽນວັກ ຕົ້ນຕໍ
ແມ່ນສຸມໃສ່ ແນວ
ຄວາມຄິດ ດຽວ ຫຼື
ຊຸດຄວາມຄິດ ດຽວ ​
ທຸກວັກ ແມ່ນສຸມໃສ່
ແນວຄວາມຄິດ ດຽວ
ຫຼື ຊຸດຄວາມຄິດ ດຽວ
ການສ້າງ
ປະໂຫຍກ
ບໍ່ມີຫຼັກຖານ
ປະໂຫຍກ
ການສ້າງປະໂຫຍກ
ຖືກຕ້ອງ ບາງອັນ
ປະໂຫຍກ ງ່າຍໆ
ສ່ວນຫຼາຍ ຖືກຕ້ອງ
​
ປະໂຫຍກ ງ່າຍໆ ແລະ
ປະໂຫຍກປະສົມ
ສ່ວນຫຼາຍ ຖືກຕ້ອງ;
ບາງປະໂຫຍກ ທີ່ສັບສົນ
ຖືກຕ້ອງ
ທຸກປະໂຫຍກ
ຖືກຕ້ອງ
ການສະກົດ
ການສະກົດ
ບໍ່​ຖືກ​ຫຼັກ
ບາງຕົວຢ່າງ
ໃນ ການສະກົດ
ຖືກຫຼັກ ​
ການສະກົດ ຖືກຫຼັກ ​
ໃນຄຳສັບງ່າຍ ສ່ວນ
ຫຼາຍ ແລະ ບາງຄຳສັບ
ທົ່ວໄປ​
ການສະກົດ ຖືກຫຼັກ ​
ໃນຄຳສັບງ່າຍ ແລະ
ຄຳສັບ ທົ່ວໄປ​
ສ່ວນຫຼາຍ
ການສະກົດ ຖືກຫຼັກ ​
ໃນຄຳສັບງ່າຍ ແລະ
ຄຳສັບ ທົ່ວໄປ​ ສ່ວນ
ຫຼາຍ ແລະ ບາງຄຳສັບ
ຍາກ​
ການສະກົດ ຖືກຫຼັກ ​
ໃນທຸກຄຳສັບ ມີຢ່າງ
ໜ້ອຍ 10 ຄຳສັບຍາກ ​;
ບາງຄຳສັບ ທີ່ຍາກຫຼາຍ ​
ທ່ານສາມາດ ຊອກຫາ ​ເກນຕ່າງໆ ​​ຢູ່ໃສ?
1.  http://rubistar.4teachers.org/
RubiStar ແມ່ນເວັບໄຊ ແບບບໍ່ເສຍຄ່າ ​ຊຶ່ງ​ມີເຄື່ອງມື ເພື່ອ​ຊ່ວຍໃຫ້ຄູອາຈານ ​ສ້າງເກນ ການໃຫ້
ຄະແນນ. ມີ​ເງື່ອນໄຂ ແລະ ມາດຕະຖານ ການຮຽນ ​ສໍາລັບ ຫຼາກຫຼາຍຊະນິດ ​ວິຊາ ແລະ
ໜ້າວຽກ​. ຄູອາຈານ ​ສາມາດເລືອກເອົາ ເງື່ອນໄຂເຫຼົ່ານີ້ ທີ່ກ່ຽວຂ້ອງກັບ ຄວາມຕ້ອງການ
ໃນຫລັກສູດ ແລະ ຫຼັງຈາກນັ້ນ ຈິ່ງປັບດັດ ເກນ ໃຫ້ສອດຄ່ອງກັບ ​ສະພາບການຕ່າງໆ
ທີ່ແຕກຕ່າງກັນ.
2.  http://www.rcampus.com/indexrubric.cfm
iRubric ແມ່ນ ການສ້າງ ເກນ ແບບລວມຮອບດ້ານ, ​​ການປະເມີນຜົນ, ແລະ ເຄື່ອງມື
ການແລກປ່ຽນ ​ແບບບໍ່ເສຍຄ່າ​. ມັນຊ່ວຍເສີມສ້າງຄວາມເຂັ້ມແຂງ ໃຫ້ໂຮງຮຽນ ແລະ
ຄູອາຈານ ໃນການຕິດຕາມ ຜົນການຮຽນຂອງນັກຮຽນ ແລະ ເຮັດໃຫ້​ສອດຄ່ອງກັບ ​
ມາດຕະຖານ
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ບົດກວດກາ ແບບ​ໄວໆ
(ຄວາມຈິງ ຫຼື ບໍ່ຈິງ​ ຫຼືວ່າ ບໍ່ຮູ້ [ຕ້ອງການຂໍ້ມູນເພີ່ມເຕີມ])
1.  ຕາຕະລາງຕໍ່ໄປນີ້ ສະແດງໃຫ້ເຫັນ ເກນ ການໃຫ້ຄະແນນ ​ສໍາລັບ ການຂຽນບົດເລື່ອງ​ (ບົດຫັດແຕ່ງ)
ມາດຖານ ລາຍລະອຽດ ​ ຄະແນນ
ແນວຄວາມ
ຄິດ
ການສ້າງ, ການຄັດເລືອກ ແລະ ການ​ກັ່ນ​ກອງ​ ແນວຄວາມຄິດ
ສໍາລັບ ບົດ​ເລື່ອງ
5
ຄຳສັບ ລະດັບ ​ແລະ ຄວາມແນ່ນອນ ​ໃນ​ການ​ເລືອກ​ໃຊ້​ ສຳນວນພາສາ. 4
ການສ້າງວັກ
ການ​ແຍກສ່ວນ ຂອງບົດ​ ​​​ເປັນ​ວັກ ​ເພື່ອ​ຊ່ວຍໃຫ້ຜູ້ອ່ານ ພິຈາລະນາ
ບົ​ດ​ເລື່ອງ .
2
ການສ້າງ
ປະໂຫຍກ
ການສ້າງ​ ປະໂຫຍກ ​​ຖືກຕ້ອງ ຕາມ​​ຫຼັກ​ໄວຍາ​ກອນ, ໂຄງປະກອບ​ດີ
ແລະ ​ມີຄວາມຫມາຍ
5
ການສະກົດ
ການສະກົດຄໍາ ຢ່າງ​ຖືກຕ້ອງ​ ແລະ ຄວາມຍາກ ຂອງຄໍາສັບຕ່າງໆ
ທີ່​ໄດ້​ນໍາໃຊ້.
5
ລວມ 21
ອັນນີ້ ແມ່ນ ຕົວຢ່າງ ເກນ ແບບລວມຮອບດ້ານ​
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ບົດກວດກາ ແບບ​ໄວໆ
(ຄວາມຈິງ ຫຼື ບໍ່ຈິງ​ ຫຼືວ່າ ບໍ່ຮູ້ [ຕ້ອງການຂໍ້ມູນເພີ່ມເຕີມ])
2.  ການນຳໃຊ້ຕົວຈິງ​ ຄວາມຮູ້ ທີ່ຕ້ອງການ ຂອງ​ນັກຮຽນ ເພື່ອ​ນໍາໃຊ້ ຫຼື ​ຈັດລຽງ​ ຂໍ້ມູນຂ່າວສານ.
3.  ຄູອາຈານ ​ສ້າງເປັນຮູບພາບ ​ສິ່ງທີ່ນັກຮຽນ ຮູ້ຈັກ ແລະ ສາມາດເຮັດໄດ້ ໂດຍອີງຕາມ ​
ຂໍ້ມູນຂ່າວສານທັງຫມົດ ທີ່ໄດ້​ເກັບກໍາ ​ຈາກເຕັກນິກຕ່າງໆ ໃນການປະເມີນຜົນ.
4. ມາດຕະຖານ ການຮຽນ/ການເຮັດຕາມໜ້າວຽກ​ ແມ່ນຄວາມ​ຮູ້, ທັກສະ ​ແລະ ຄວາມເຂົ້າໃຈ
ທີ່ຄາດໄວ້ວ່າ ນັກຮຽນ​ຈະໄດ້​ຮຽນຮູ້ ຊຶ່ງເປັນ​ຜົນໄດ້ຮັບ ​ຈາກການຮຽນ ​ໃນວິຊາ ດັ່ງກ່າວ​.
5.  ຕາຕະລາງ ການສັງເກດການ ແມ່ນ​ຮູບແບບ ການປະເມີນຜົນ ທີ່ເຫມາະສົມ ທີ່ສຸດ ສໍາລັບ
ການປະເມີນ ທັດສະນະຄະຕິ ຂອງນັກຮຽນ.
6.  ການປະເມີນຜົນ ການຮຽນ/ການເຮັດຕາມໜ້າວຽກ ​ເປັນວິທີ ທີ່ເຫມາະສົມທີ່ສຸດ ເພື່ອຊອກຫາ
ວ່າ​ ນັກຮຽນ ດຳເນີນການຕາມທັກສະຕ່າງໆ ທີ່​ປະກອບມີໃນວິຊານັ້ນ ໄດ້ດີຄືແນວໃດ ​ແລະ
ຫຼັງຈາກນັ້ນ ຈິ່ງລາຍງານ​ວ່າ ທັກສະນັ້ນ ຖືກນຳໃຊ້ ໄດ້ດີຄືແນວໃດ.
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ບົດກວດກາ ແບບ​ໄວໆ
(ຄວາມຈິງ ຫຼື ບໍ່ຈິງ​ ຫຼືວ່າ ບໍ່ຮູ້ [ຕ້ອງການຂໍ້ມູນເພີ່ມເຕີມ])
7.  ຄໍາຖາມ ການຂຽນບົດຄວາມ ​ດັ່ງຕໍ່ໄປນີ້ ຖືກ ແຈກຢາຍໃຫ້​ພວກນັກຮຽນ​. “ຈົ່ງສັງລວມ ເປັນ​
ລະບົບ ແລະ ກ່ຽວຂ້ອງກັນ ​ຜົນກະທົບ ຂອງ​ເຕັກໂນໂລຊີ ໃນອະນາຄົດ ທີ່ອາດຈະມີຕໍ່
ການປະເມີນຜົນ ໃນຫ້ອງຮຽນ." ຄູອາຈານ ​ອາດຈະພະຍາຍາມ​ ປະເມີນຜົນ​ວ່າ​ ນັກຮຽນ
ຈະສາມາດ ປະເມີນຜົນ ໄດ້ຫຼືບໍ.
7.  ຄູອາຈານ ປະຈຳ​ຫ້ອງ​ ສັງເກດເຫັນວ່າ ການຮຽນ/ການເຮັດ ຕາມໜ້າວຽກ ຂອງ ນາງລີ ໃນວິຊາ​
ການໃຫ້​ເຫດ​ຜົນ ດ້ານປະລິມານ ຂອງການປະເມີນຜົນ ການແກ້ໄຂບັນຫາ (PSA) ແມ່ນຕ່ຳ​ກ່ວາ
ສິ່ງທີ່ຄູອາຈານ ​ຄາດຫັວງໄວ້ ໂດຍອີງໃສ່ ​ການຮຽນ/ການເຮັດຕາມໜ້າວຽກ ໃນຫ້ອງຮຽນ ຂອງ
ນາງ ໃນວິຊາ ​ປະລິມານ​. ການສະຫລຸບຜົນ ສ່ວຍຫຼາຍ ອາດຈະແມ່ນວ່າ ນາງລີ ຕາມ​ປົກກະຕິ
ແລ້ວ ເປັນ​ນັກຮຽນເກັ່ງ ​ໃນວິຊາປະລິມານ.
8.  ການອ້າງອີງໃສ່ ມາດຖານ ​ຈະເປັນຂໍ້ມູນ ທີ່ເປັນປະໂຫຍດ ທີ່ສຸດ ສໍາລັບຄູອາຈານ ໃນເວລາ​
ວາງແຜນການ ສໍາລັບ ຫນ່ວຍກິດ ​ໃນຫ້ອງຮຽນ ກ່ຽວກັບ ວິຊາ ພຶດຊະຄະນິດ?
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ບັນດາບາດກ້າວ ໃນການສ້າງ ເກນ ​
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ທ່ານ ສ້າງ ເກນ ຄືແນວໃດ ​?
ມີ ຫຼາກຫຼາຍ​ວິທີການ ເພື່ອ​ສ້າງ ເກນ​. ບໍ່ວ່າຈະໃຊ້​​ວິທີການໃດກໍຕາມ ​ສິ່ງຈຳເປັນແມ່ນຕ້ອງ ​ສຸມໃສ່
ມາດຕະຖານ ດ້ານເນື້ອໃນ ທີ່ຈະ​ມີການປະເມີນຜົນ; ໃຫ້ຄໍາອະທິບາຍ ໜ້າວຽກ ຢ່າງ​ຈະແຈ້ງ; ແລະ
ໄຈ້ແຍກໃຫ້ເຫັນ ຄວາມແຕກຕ່າງ ລະຫວ່າງ ລະດັບ ທີ່ແຕກຕ່າງກັນ ຂອງໜ້າວຽກ.
ນັກຮຽນ ​ຍັງສາມາດ ​ມີສ່ວນຮ່ວມ ໃນການ​ສ້າງ ​ເກນ​. ມັນເປັນປະສົບການ ການຮຽນຮູ້
ທີ່ມີ​ປະໂຫຍດຫຼາຍ.
ຂັ້ນຕອນ ​ການສ້າງ ເກນ​.
1. ອະທິບາຍຈຸດປະສົງ ການຮຽນຮູ້ (ມາດຕະຖານ ດ້ານເນື້ອໃນ) ຊຶ່ງການປະເມີນຜົນນີ້ ຈະກວມເອົາ
ເຊັ່ນ: ​​ນັກຮຽນ ​ຄວນຈະສາມາດ ຮັບຮູ້​ ແລະ ເຮັດຫັຍງໄດ້ແດ່​.
2. ​ສ້າງ ໜ້າວຽກ ເພື່ອໃຫ້​ນັກຮຽນ ນຳເອົາ ​ຫຼັກຖານພິສູດວ່າ ​ພວກເຂົາເຈົ້າ ໄດ້ບັນລຸເຖິງ ​ມາດຕະຖານ
ດ້ານເນື້ອໃນ ດີຄືແນວໃດ​.
3. ຕັດສິນໃຈ ຕາມມາດຖານ​ ທີ່ຈະ​ນໍາໃຊ້ ເພື່ອ​ປະເມີນຜົນ ແລະ ​ລາຍງານ (ສາມາດນໍາໃຊ້ໄດ້ ສໍາລັບ
ເກນ ການໃຫ້ຄະແນນ ແບບ​ວິເຄາະ).
4. ສ້າງ​ລາຍລະອຽດ ການຮຽນ/ໜ້າວຽກ ທີ່ຈະເຮັດ ​ສໍາລັບ ແຕ່ລະລະດັບ ຂອງ ແຕ່ລະມາດຖານ​
ບັນດາບາດກ້າວ ໃນການສ້າງ ເກນ ການໃຫ້ຄະແນນ
ຮູບແບບ ພື້ນຖານ ສຳລັບ ເກນ ການໃຫ້ຄະແນນ ​
ມາດຖານ ຄະແນນ ​ ຄະແນນ ​ ຄະແນນ ​ ຄະແນນ ​ ຄະແນນ ​
ມາດຖານ 1
ມາດຖານ 2
ມາດຖານ 3
ມາດຖານ 4
ມາດຕາສ່ວນ
ຄຳອະທິບາຍ ຂອງ ມາດຖານ ​
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ມີບັນດາບາດກ້າວຫັຍງແດ່ ໃນການສ້າງ ເກນ ການໃຫ້ຄະແນນ ?
ບາດກ້າວທີ່​ 1: ອະທິບາຍຈຸດປະສົງ ການຮຽນຮູ້ (ມາດຕະຖານ ດ້ານເນື້ອໃນ) ຊຶ່ງການປະເມີນຜົນນີ້
ຈະກວມເອົາ ເຊັ່ນ:​​ ນັກຮຽນ ​ຄວນຈະສາມາດ ຮັບຮູ້ຈັກ ແລະ ເຮັດຫັຍງໄດ້ແດ່.
•  ໂດຍທົ່ວໄປແລ້ວ ເກນ ການໃຫ້ຄະແນນ ຈະມີໜ້າວຽກ ທີ່​ຮຽກຮ້ອງໃຫ້ມີການ​ສ້າງ ຄຳ​ຕອບ​,
ການປະຕິບັດງານ ແລະ/ຫຼື ຜະລິດຕະພັນ. ​ໂດຍທົ່ວໄປແລ້ວ, ໜ້າວຽກ ຈະມີການປະຕິບັດ
ບາງຢ່າງ ຂອງ​ນັກຮຽນ​.
•  ໂດຍທົ່ວໄປແລ້ວ ວັດຖຸປະສົງ ການຮຽນຮູ້ ​ຈະ​ມີ "ເນື້ອໃນ" ແລະ "ຂະບວນການ“
ບາດກ້າວທີ່​ 2: ​ສ້າງ ໜ້າວຽກ ເພື່ອໃຫ້​ນັກຮຽນ ນຳເອົາ ເພື່ອ​ຫຼັກຖານພິສູດວ່າ ​ພວກເຂົາເຈົ້າ ໄດ້
ບັນລຸເຖິງ ​
ມາດຕະຖານ ດ້ານເນື້ອໃນ ດີຄືແນວໃດ​.
•  ຕ້ອງ​ສ້າງ ໜ້າວຽກ ​ເປັນ​ຢ່າງ​ດີ ​ເພື່ອ​ໃນ​ເຫັນ​ວ່າ ໜ້າວຽກນັ້ນ ​ຈະປະເມີນຫັຍ​ງ​;
ໜ້າ​ວຽກ ມີຜົນ​ດີ ດ້ານ ​ເຕັກນິກ​ບໍ​; ແລະມີ​ການກວດ​ແກ້ ຢ່າງ​ຖືກຕ້ອງ​ແລ້ວບໍ.
•  ໃນຂະນະທີ່ ໜ້າວຽກ ​ບໍ່ແມ່ນ ​ສ່ວນຫນຶ່ງຂອງ​ເກນ​ເອງ ຢ່າງ​ເຄັ່ງ​ຂັດ​, ​ແຕ່​ວ່າ ຕ້ອງ​ຮັບປະກັນ​ວ່າ ​
ມາດ​ຖານ ແລະ ມາດຕະຖານ ການຮຽນ/ການ​ເຮັດ​ຕາມ​ໜ້າ​ວຽກ ​ສອດຄ່ອງກັບ ຈຸດປະສົງ
ຂອງໜ້າ​ວຽກ ​ແລະສະນັ້ນ ​ຈຶ່ງຈະເພີ່ມທະວີ ຄວາມຖືກຕ້ອງ ຂອງຜົນໄດ້ຮັບ.
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ມີບັນດາບາດກ້າວຫັຍງແດ່ ໃນການສ້າງ ເກນ ການໃຫ້ຄະແນນ?
ບາດກ້າວທີ່​ 3: ຕັດສິນໃຈ ຕາມມາດຖານ​ ທີ່ຈະ​ນໍາໃຊ້ ເພື່ອ​ປະເມີນຜົນ ແລະ ​ລາຍງານ (ສາມາດນໍາໃຊ້ໄດ້
ສໍາລັບ ເກນ ການໃຫ້ຄະແນນ ແບບ​ວິເຄາະ).
•  ມາດຖານ​ ແມ່ນກົດລະບຽບ ຫຼື ຫຼັກການພື້ນຖານ ເພື່ອຕັດສິນ ຄຳຕອບ, ຜະລິດຕະພັນ, ຫຼື ການສະແດງອອກ
ໃນການຮຽນ/ເຮັດຕາມໜ້າວຽກ ຂອງ​ນັກຮຽນ​​.
•  ມາດຖານ ​ຕ້ອງ​ເນັ້ນໃສ່ ດ້ານ​ສໍາຄັນ ຂອງ​ວຽກ, ບໍ່ແມ່ນ ດ້ານຄຸນ​ສົມບັດ ​ເຊັ່ນ: ຄວາມລຽບລ້ອຍ ​ຫລື
ການສົ່ງ ທັນ​ເວລາ.
•  ມາດຖານ ຕ້ອງ​ຈະແຈ້ງ ແລະ ໂປ່ງໃສ ເທົ່າທີ່ເປັນໄປໄດ້. ຫນ້າວຽກ ຍິ່ງ​ເປີດກ້ວາງເທົ່າໃດ​ ມາດຖານ
ກໍຍິ່ງ​ຕ້ອງ ຈະແຈ້ງ​ກ່ວາ​.
•  ຈໍານວນ ​ມາດຖານ ​ຂຶ້ນກັບ ຄວາມສັບສົນ ຂອງໜ້າວຽກ​ ແລະ ລະດັບ ​ການເປີດກວ້າງ ຂອງມັນ​.
ແຕ່ເຖິງຢ່າງໃດກໍຕາມ, ຖ້າມີລາຍລະອຽດຫຼາຍເກີນໄປ, ແທນທີ່ຈະເປັນປະໂຫຍດ
ມັນອາດຈະເປັນພາລະໜັກ ໃຫ້ທັງ​ ຄູອາຈານ ແລະ ນັກຮຽນ​.
ບາດກ້າວທີ່​ 4: ສ້າງ​ລາຍລະອຽດ ການຮຽນ/ໜ້າວຽກ ທີ່ຈະເຮັດ ​ສໍາລັບ ແຕ່ລະລະດັບ ຂອງແຕ່ລະມາດຖານ.
•  ອະທິບາຍເຖິງ ໜ້າວຽກ ທີ່ຕອບ ຕໍ່ລະດັບ ຄຳສັ່ງ​. ຖ້າ​ວ່າ ເກນ ​ມີພຽງແຕ່ 1​ ລະດັບ ​ອະທິບາຍ
ກໍຄວນຈະແມ່ນ​​ລະດັບ ​ສູງທີ່ສຸດ.
•  ຖ້າ​ວ່າ ມີຫຼາຍກ່ວາ 1 ລະດັບ​ ໜ້າວຽກ ​ສໍາລັບ ມາດຖານໜຶ່ງ​ ​ຄວນຈະມີ ລາຍລະອຽດ
ຂອງທຸກລະດັບໜ້າວຽກ​
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ວັດຖຸປະສົງ ຂອງເນື້ອໃນ ການຮຽນຮູ້
ນັກຮຽນ ຈະສາມາດ ...
1.  ສະແດງໃຫ້ເຫັນເຖິງ ຄວາມຮູ້ ແລະ ຄວາມເຂົ້າໃຈເຖິງ ຕົວເມືອງ​/ຊຸມຊົນ ທີ່ພວກເຂົາເຈົ້າ ດໍາລົງຊີວິດຢູ່
ວັດຖຸປະສົງ ຂອງຂະບວນການ ການຮຽນຮູ້
ນັກສຶກສາຈະສາມາດ ...
1. ສ້າງ ຂໍ້​ໂຕ້ຖຽງ ທີ່ສະແດງໃຫ້ເຫັນເຖິງ ໂຄງປະກອບ ການວິເຄາະ ແລະ ຮັກສາ ຈຸດໃຈກາງ ຂອງ​ຫົວຂໍ້​
2. ສື່ສານ ຢ່າງມີປະສິດທິຜົນ ກັບຜູ້ຟັງ
3. ​ນໍາໃຊ້ ສິ່ງ​ປະຈັກຕາ ຢ່າງມີປະສິດທິຜົນ
4. ສະແດງໃຫ້ເຫັນເຖິງ ທັກສະ ​ການນໍາສະເຫນີ ດ້ວຍການເວົ້າ ຢ່າງ​ມີປະສິດທິພາບ
ຕົວຢ່າງ​ 1
ບາດກ້າວທີ່​ 1: ອະທິບາຍຈຸດປະສົງ ການຮຽນຮູ້ (ມາດຕະຖານ ດ້ານເນື້ອໃນ) ຊຶ່ງການປະເມີນຜົນນີ້
ຈະກວມເອົາ ເຊັ່ນ:​​ ນັກຮຽນ ​ຄວນຈະສາມາດ ຮັບຮູ້ຈັກ ແລະ ເຮັດຫັຍງໄດ້ແດ່.
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ຕົວຢ່າງ​ 1
ບາດກ້າວທີ່​ 2: ສ້າງ ໜ້າວຽກ ເພື່ອໃຫ້​ນັກຮຽນ ນຳເອົາ ​ຫຼັກຖານພິສູດວ່າ ​ພວກເຂົາເຈົ້າ ໄດ້ບັນລຸເຖິງ ​
ມາດຕະຖານ ດ້ານເນື້ອໃນ ດີຄືແນວໃດ
ໜ້າວຽກ​:
ນັກຮຽນ ​ໃນຫ້ອງ ​ຈະເຮັດບົດ​ນໍາສະເຫນີ 5 ນາທີ ກ່ຽວກັບ​ ການປ່ຽນແປງ ທີ່ສໍາຄັນ
(ຕາມາ​ທັດສະນະ ຂອງພວກເຂົາເຈົ້າເອງ) ສິ່ງທີ່ໄດ້ເກີດຂຶ້ນ ​ໃນເມືອງ​/ຊຸມຊົນ ຂອງຕົນ​
ໃນໄລຍະ 10 ປີ ທີ່ຜ່ານມາ. ພວກນ້ອງ​ ສາມາດ ນໍາສະເຫນີ ສິ່ງໃດກໍໄດ້,​ ແຕ່ວ່າ ​ຕ້ອງມີ
ການ​ອະທິບາຍ​ ທີ່ເຂັ້ມແຂງວ່າ ເປັນຫຍັງ ການປ່ຽນແປງ​ນີ້ ຈິ່ງມີຄວາມສໍາຄັນ.
ການນໍາສະເຫນີ ຂອງພວກນ້ອງ ​ບໍ່ພຽງແຕ່ ລາຍຊື່ ການ​ປ່ຽນແປງ ທີ່ໄດ້ເກີດຂຶ້ນ ເທົ່ານັ້ນ​.
ການນໍາສະເຫນີ ຕ້ອງປະກອບມີ ຮູບພາບ,​ ແຜນທີ່, ກຣາຟ​ ແລະ ສິ່ງ​ປະຈັກຕາອື່ນໆ
ສຳລັບ ​ຜູ້ຟັງ​.
Capacity	
  Development	
  Workshop:	
  Test	
  and	
  
Item	
  Development	
  and	
  Design,	
  Laos,	
  
September	
  2016	
  
ຕົວຢ່າງ​ 1
ບາດກ້າວທີ່​ 3: ຕັດສິນໃຈ ຕາມມາດຖານ​ ທີ່ຈະ​ນໍາໃຊ້ ເພື່ອ​ປະເມີນຜົນ ແລະ ​ລາຍງານ
(ສາມາດນໍາໃຊ້ໄດ້ ສໍາລັບ ເກນ ການໃຫ້ຄະແນນ ແບບ​ວິເຄາະ).
ມາດຖານ​
1. ຄວາມຮູ້
2. ຂໍ້​ໂຕ້ຖຽງ ກ່ຽວກັບ ຄວາມສໍາຄັນ
3. ການສື່ສານ
4. ການນໍາໃຊ້ ອຸປະກອນຊ່ວຍ
5. ທັກສະ ການນໍາສະເຫນີ ດ້ວຍການເວົ້າ ​
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ມາດຕະຖານ ການຮຽນ/ /ໜ້າວຽກ ທີ່ຈະເຮັດ
ມາດຖານ 0 1 2 3
ຄວາມຮູ້
ບໍ່ຂໍ້ມູນພຽງພໍ ​
ຕໍ່​ການຕັດສິນໃຈ
ຄວາມກ່ຽວຂ້ອງ ແລະ ຄວາມຖືກຕ້ອງ
ຂອງ ຂໍ້ມູນ ມີພຽງເລັກນ້ອຍ​.
ການຄົ້ນຄ້ວາວິໄຈ ເພື່ເປັນຫຼັກຖານ
ມີພຽງເລັກນ້ອຍ ຫຼື ບໍ່ມີເລີຍ​.
ໂດຍທົ່ວໄປແລ້ວ ເນື້ອໃນ ຖືກຕ້ອງ ມີພຽງແຕ່
ບາງສິ່ງ​ບໍ່​ຖືກຕ້ອງ ພຽງເລັກນ້ອຍ.
ການຄົ້ນຄ້ວາວິ​ໄຈ ບໍ່​​ໄກເກີນກວ່າ
ສິ່ງທີ່ນໍາສະເຫນີ ຢູ່ໃນຫ້ອງຮຽນ.
ສະແດງໃຫ້ເຫັນ ​ເຖິງ ຄວາມເຂົ້າໃຈ
ຢ່າງ​ເລິກ​ເຊິ່ງ ດ້ານ​ປະຫວັດສາດ
ດ້ວຍການນໍາໃຊ້ ລາຍລະອຽດ ຢ່າງ​ຖືກຕ້ອງ
ເພື່ອສະຫນັບສະຫນູນ ການນໍາສະເຫນີ​.
ການຄົ້ນຄວ້າວິ​ໄຈ ລະອຽດ .
ຂໍ້ໂຕ້ຖຽງ
ກ່ຽວກັບ
ຄວາມສໍາຄັນ​
ບໍ່ຂໍ້ມູນພຽງພໍ ​
ຕໍ່​ການຕັດສິນໃຈ
ບໍ່ມີ ໂຄງສ້າງ ​ການວິເຄາະ ແລະ
ບໍ່ມີຈຸດ​ຢືນ ການໂຕ້ຖຽງ​ ທີ່ຈະແຈ້ງ
ສະແດງໃຫ້ເຫັນ ​ໂຄງສ້າງພື້ນຖານ ແລະ
ມີຈຸດ​ຢືນ ການໂຕ້ຖຽງກາງ
ແຕ່ວ່າ ການວິເຄາະ ບໍ່​ເລິກ​ເຊິ່ງ
ການນໍາສະເຫນີ ສ້າງ​ດ້ວຍ​ຄວາມ​ຮັບ​ຮູ້​ສູງ
ປະ​ເດັນ​ບັນຫາ ດ້ານ​ປະຫວັດສາດ ແລະ
ສັງຄົມ​ ແລະ ສະແດງໃຫ້ເຫັນ ​ເຖິງ
ຄວາມສາມາດ ດ້ານ​ຄວາມຄິດ ໃນລະດັບສູງ
ການສື່ສານ ບໍ່ຂໍ້ມູນພຽງພໍ ​
ຕໍ່​ການຕັດສິນໃຈ
ການສື່ສານ ມີຄວາມສັບສົນ ແລະ
ບໍ່ໄດ້ສ້າງສົນ​ໃຈ ​​ໃຫ້​ແກ່​ຜູ້​ຟັງ​
ການສື່ສານ ​ມີປະສິດທິ ແຕ່ມີ​
ບາງຄວາມ​ຄິດ ທີ່ບໍ່ສາມາດ ຈິນຕະນາການໄດ້​ ​.
ການ​ຕອບຄໍາຖາມ ຂອງ​​ຜູ້​ຟັງ​​ ບໍ່​ໄດ້​ດີ
ມີຈິນຕະນາການ ແລະ ມີປະສິດທິພາບ
ໃນການນໍາສະ​ເໜີ​ ແນວຄວາມຄິດ.
ຕອບ​ຄໍາຖາມ ຂອງ​​ຜູ້​ຟັງ​ ​​ໄດ້​ດີ
ການນໍາໃຊ້
ອຸປະກອນຊ່ວຍ
ບໍ່ຂໍ້ມູນພຽງພໍ ​
ຕໍ່​ການຕັດສິນໃຈ
ມີ​ອຸປະກອນ​ຊ່ວ​ຍ ສິ່ງ​ປະ​ຈັກຕາ ຫນ້ອຍ
ທີ່ສຸດ ແລະ ສ່ວນ​ຫຼາຍ​ ແມ່ນບໍ່ເຫມາະ
ສົມ. ບໍ່ມີ​ເອກະສານອ້າງອີງ ໃນການນໍາສະ
ເຫນີ.
ມີ​ອຸປະກອນ​ຊ່ວ​ຍ ຢ່າງເຫມາະສົມ ແຕ່ວ່າ
ມີຕົວເລກ ຢ່າງຈຳກັດ.​ ການນຳສະເຫນີ ຫຼື
ການນໍາໃຊ້ ໃນການນໍາສະເຫນີ ບໍ່ໄດ້ດີ
ນໍາໃຊ້ ອຸປະກອນ​ຊ່ວຍ ຢ່າງ​ເຫມາະສົມ
ແລະ ເຂົ້າໃຈງ່າຍ​. ຜູ້ນຳ​ສະ​ເໜີ ​ນໍາໃຊ້​ໄດ້​ດີ ​
ໃນການນໍາສະເຫນີ ຂອງ​ຕົນ.
ທັກສະ
ການນຳສະເຫນີ
ດ້ວຍການເວົ້າ ​
ບໍ່ຂໍ້ມູນພຽງພໍ ​
ຕໍ່​ການຕັດສິນໃຈ
ການນຳ​ສະ​ເໜີ ບໍ່ຈະແຈ້ງ ແລະ ບໍ່ສາມາດ​
ເຂົ້າໃຈ​ໄດ້. ​ ມີຄວາມພະຍາຍາມພຽງ
ເລັກນ້ອຍ ຫຼື ບໍ່ມີ​ເລີຍ ​ເພື່ອ​ໃຫ້​ຜູ້​ຟັງ ມີ​
ສ່ວນ​ຮ່ວມ​ນຳ.
ສາມາດໄດ້ຍິນ ຜູ້ນຳ​ສະ​ເໜີ ເວົ້າ ຢ່າງຈະແຈ້ງ.
ຂາດການປັບ ນ້ຳສຽງຕ່ຳສູງ ແລະ ບໍ່ຊັກຊວນ
ຜູ້ຟັງ ຢ່າງຕໍ່ເນື່ອງ​.
ຜູ້ນຳ​ສະ​ເໜີ ເວົ້າແຈ້ງ ແລະ ຊັດເຈນ​; ມີການ
ປະສານສາຍຕາ​; ນ້ຳສຽງມີຊິວີດຊິວາ​; ແລະ
ເຮັດໃຫ້ ຜູ້ຟັງ ມີສ່ວນຮ່ວມນຳ ​.
ຕົວຢ່າງ​ 1
ບາດກ້າວທີ່​ 4: ສ້າງ​ລາຍລະອຽດ ການຮຽນ/ໜ້າວຽກ ທີ່ຈະເຮັດ ​ສໍາລັບ ແຕ່ລະລະດັບ ຂອງ ແຕ່ລະມາດຖານ
ນຳໃຊ້ເກນ ຄືແນວໃດ ເພື່ອໃຫ້ຄະແນນ ​
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ທ່ານນຳໃຊ້ ເກນ ເພື່ອໃຫ້ໄດ້ຄະແນນລວມ​ ຄືແນວໃດ ?
1.  ປຽບທຽບ ການຕອບ ຂອງນັກຮຽນ ໃນໜ້າວຽກ ໃນ​ແຕ່ລະລະດັບ ພາຍໃນ ​
ແຕ່ລະມາດຖານ ​ແລະ ​ຕັດສິນໃຈ ແບບມື​ມືອາຊີບ ໃສ່​ມາດຕະຖານ
ການຮຽນ/ການເຮັດຕາມໜ້າວຽກ​ (ຄໍາອະທິບາຍ ລະດັບ) ທີ່ດີທີ່ສຸດ
ຕາມ​ລະດັບ ຂອງການຮຽນ/ການເຮັດຕາມໜ້າວຽກ​.
ໃນກໍລະນີ ການໃຫ້ຄະແນນ ແບບລວມຮອບດ້ານ​ ມີພຽງ​ການຕັດສິນ
ໂດຍລວມຮອບດ້ານ ພຽງອັນດຽວ - ຊຶ່ງແມ່ນ​ ຄະແນນລວມຮອບດ້ານ.
ໃນການນຳໃຊ້ເກນ ແບບວິເຄາະ ມີໜຶ່ງການຕັດສິນ ໃນ​​ແຕ່ລະມາດຖານ ​
ແລະ ໂດຍປົກກະຕິແລ້ວ, ຄະແນນລວມຮອບດ້ານ ​ແມ່ນໄດ້​ມາ
ດ້ວຍການບວກຄະແນນລວມທັງໝົດ ທີ່ມີໃນລະດັບ ໃນທຸກມາດຖານ​​.
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016
ທ່ານນຳໃຊ້ ເກນ ເພື່ອໃຫ້ໄດ້ຄະແນນລວມ​ ຄືແນວໃດ ?
2. ຄຳ​ອະທິບາຍ ທີ່ກ່ຽວຂ້ອງ ທີ່ນຳ​ໃຊ້ ໃນມາດຕະຖານ ການຮຽນ/ການເຮັດຕາມໜ້າວຽກ
ເພື່ອໄຈ້ແຍກ ລະຫ່ວາງ ​ລະດັບຕ່າງ ຈະບໍ່ມີຄວາມຫມາຍ ດ້ານ "ຈຸດປະ ສົງ". ປະ
ໂຫຍກຕ່າງໆ ເຊັ່ນ: "ພັດທະນາ ຢ່າງສູງ" ຫຼື “ຢ່າງ​ເລິກເຊິ່ງ​" ບໍ່ມີຄວາມຫມາຍ ປະກົດ
ຂຶ້ນ. ​ໂດຍທົ່ວໄປແລ້ວ ຈະມີຄວາມຫມາຍ ​ແຕກຕ່າງກັນ ຖ້າມີ​ຜູ້ໃຫ້ຄະແນນ ຫຼາຍຄົນ​
. ຈໍາເປັນຕ້ອງ ມີການກໍານົດ ຕົວຢ່າງ ຂອງໜ້າ​ວຽກ (ຕົວ​ແບບ ຄຳອະທິບາຍ) ຊຶ່ງເຮັດ
ໃຫ້ເຫັນຢ່າງຊັດເຈນ ປະເພດ ຂອງໜ້າວຽກ ​ທີ່ມີເສັ້ນຂີດ​ລະຫວ່າງ​
"ການພັດທະນາ ຢ່າງສູງ" ແລະ "ການພັດທະນາ" ແລະ ເຮັດໃຫ້ ສິ່ງ​ເຫຼົ່ານີ້ ສາມາດໃຊ້
ໄດ້ກັບຜູ້ໃຫ້ຄະແນນ ​ແລະ ນັກຮຽນ​. ອັນນີ້ ​ສະແດງໃຫ້ ຄູອາຈານ ແລະ ນັກຮຽນ
ເຫັນໄດ້ເຖິງ ​ຄຸນນະພາບ ຂອງໜ້າວຽກ ທີ່ນັກຮຽນ ​ຈໍາເປັນຕ້ອງ ໄດ້ສະແດງໃຫ້ເຫັນ
ເພື່ອ​ບັນລຸເຖິງ ລະດັບ ຂອງການຮຽນ/ໜ້າວຽກ ທີ່ຕ້ອງເຮັດ​.
​
ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ:
ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ,
ສປປ ລາວ, ​ເດືອນກັນຍາ 2016

More Related Content

Viewers also liked

แบบเสนอโครงร่างโครงงานคอมพิวเตอร์แตงกวา
แบบเสนอโครงร่างโครงงานคอมพิวเตอร์แตงกวาแบบเสนอโครงร่างโครงงานคอมพิวเตอร์แตงกวา
แบบเสนอโครงร่างโครงงานคอมพิวเตอร์แตงกวาMoomy Momay
 
Laos Session 7: Developing Quality Assessment Items - Rubrics
Laos Session 7: Developing Quality Assessment Items - RubricsLaos Session 7: Developing Quality Assessment Items - Rubrics
Laos Session 7: Developing Quality Assessment Items - RubricsNEQMAP
 
Understanding by design for LAO TEACHERS
Understanding by design for LAO TEACHERSUnderstanding by design for LAO TEACHERS
Understanding by design for LAO TEACHERSJoel Wayne Ganibe, MBA
 
M7 master-teachers-workshop lao-ks.qc-edited
M7 master-teachers-workshop lao-ks.qc-editedM7 master-teachers-workshop lao-ks.qc-edited
M7 master-teachers-workshop lao-ks.qc-editedJoel Wayne Ganibe, MBA
 
ລະບົບຖານຂໍ້ມູນ
ລະບົບຖານຂໍ້ມູນລະບົບຖານຂໍ້ມູນ
ລະບົບຖານຂໍ້ມູນSompasong Vongthavone
 
Lesson 1 preparing for web development
Lesson 1 preparing for web developmentLesson 1 preparing for web development
Lesson 1 preparing for web developmentUra Euro
 
Laos v3 teacher training manual july 2014 m5 grayscale
Laos v3 teacher training manual july 2014 m5 grayscaleLaos v3 teacher training manual july 2014 m5 grayscale
Laos v3 teacher training manual july 2014 m5 grayscaleJoel Wayne Ganibe, MBA
 
Learning Center Ppt
Learning Center PptLearning Center Ppt
Learning Center Pptsammyeb1016
 
Best Practices in Managing your Learning Center effectively
Best Practices in Managing your Learning Center effectivelyBest Practices in Managing your Learning Center effectively
Best Practices in Managing your Learning Center effectivelyLisa D'Adamo-Weinstein
 

Viewers also liked (18)

แบบเสนอโครงร่างโครงงานคอมพิวเตอร์แตงกวา
แบบเสนอโครงร่างโครงงานคอมพิวเตอร์แตงกวาแบบเสนอโครงร่างโครงงานคอมพิวเตอร์แตงกวา
แบบเสนอโครงร่างโครงงานคอมพิวเตอร์แตงกวา
 
Laos Session 7: Developing Quality Assessment Items - Rubrics
Laos Session 7: Developing Quality Assessment Items - RubricsLaos Session 7: Developing Quality Assessment Items - Rubrics
Laos Session 7: Developing Quality Assessment Items - Rubrics
 
PPT presentation at NUOL about QA Standards 20130725
PPT presentation at NUOL about QA Standards 20130725PPT presentation at NUOL about QA Standards 20130725
PPT presentation at NUOL about QA Standards 20130725
 
Graphic organizers­ for Lao Teachers
Graphic organizers­ for Lao TeachersGraphic organizers­ for Lao Teachers
Graphic organizers­ for Lao Teachers
 
Understanding by design for LAO TEACHERS
Understanding by design for LAO TEACHERSUnderstanding by design for LAO TEACHERS
Understanding by design for LAO TEACHERS
 
M7 master-teachers-workshop lao-ks.qc-edited
M7 master-teachers-workshop lao-ks.qc-editedM7 master-teachers-workshop lao-ks.qc-edited
M7 master-teachers-workshop lao-ks.qc-edited
 
ລະບົບຖານຂໍ້ມູນ
ລະບົບຖານຂໍ້ມູນລະບົບຖານຂໍ້ມູນ
ລະບົບຖານຂໍ້ມູນ
 
ພາກສະເໜີ
ພາກສະເໜີພາກສະເໜີ
ພາກສະເໜີ
 
ການພັດທະນາສື່ການຮຽນ-ການສອນ
ການພັດທະນາສື່ການຮຽນ-ການສອນການພັດທະນາສື່ການຮຽນ-ການສອນ
ການພັດທະນາສື່ການຮຽນ-ການສອນ
 
ການພັດທະນາສື່ການຮຽນ ການສອນ
ການພັດທະນາສື່ການຮຽນ ການສອນການພັດທະນາສື່ການຮຽນ ການສອນ
ການພັດທະນາສື່ການຮຽນ ການສອນ
 
Lesson 1 preparing for web development
Lesson 1 preparing for web developmentLesson 1 preparing for web development
Lesson 1 preparing for web development
 
การบริหาน
การบริหานการบริหาน
การบริหาน
 
Laos v3 teacher training manual july 2014 m5 grayscale
Laos v3 teacher training manual july 2014 m5 grayscaleLaos v3 teacher training manual july 2014 m5 grayscale
Laos v3 teacher training manual july 2014 m5 grayscale
 
Teching evaluation
Teching evaluationTeching evaluation
Teching evaluation
 
Learning Center Ppt
Learning Center PptLearning Center Ppt
Learning Center Ppt
 
Best Practices in Managing your Learning Center effectively
Best Practices in Managing your Learning Center effectivelyBest Practices in Managing your Learning Center effectively
Best Practices in Managing your Learning Center effectively
 
Learning Centers
Learning CentersLearning Centers
Learning Centers
 
Rubricas
RubricasRubricas
Rubricas
 

More from NEQMAP

Laos Session 5: Analysing Test Items using Classical Test Theory (CTT)
Laos Session 5: Analysing Test Items using Classical Test Theory (CTT)Laos Session 5: Analysing Test Items using Classical Test Theory (CTT)
Laos Session 5: Analysing Test Items using Classical Test Theory (CTT)NEQMAP
 
Laos Session 6: Developing Quality Assessment Items Extended Response Items
Laos Session 6: Developing Quality Assessment Items Extended Response ItemsLaos Session 6: Developing Quality Assessment Items Extended Response Items
Laos Session 6: Developing Quality Assessment Items Extended Response ItemsNEQMAP
 
Laos Session 4: Developing Quality Assessment Items (EN)
Laos Session 4:  Developing Quality Assessment Items (EN)Laos Session 4:  Developing Quality Assessment Items (EN)
Laos Session 4: Developing Quality Assessment Items (EN)NEQMAP
 
Laos Session 3: Principles of Reliability and Validity (EN)
Laos Session 3: Principles of Reliability and Validity (EN)Laos Session 3: Principles of Reliability and Validity (EN)
Laos Session 3: Principles of Reliability and Validity (EN)NEQMAP
 
Laos Session 2: Introduction to Modern Assessment Theory (continued) (EN)
Laos Session 2:  Introduction to Modern Assessment Theory (continued) (EN)Laos Session 2:  Introduction to Modern Assessment Theory (continued) (EN)
Laos Session 2: Introduction to Modern Assessment Theory (continued) (EN)NEQMAP
 
Laos Session 1: Introduction to Modern Assessment Theory (EN)
Laos Session 1:  Introduction to Modern Assessment Theory (EN)Laos Session 1:  Introduction to Modern Assessment Theory (EN)
Laos Session 1: Introduction to Modern Assessment Theory (EN)NEQMAP
 

More from NEQMAP (6)

Laos Session 5: Analysing Test Items using Classical Test Theory (CTT)
Laos Session 5: Analysing Test Items using Classical Test Theory (CTT)Laos Session 5: Analysing Test Items using Classical Test Theory (CTT)
Laos Session 5: Analysing Test Items using Classical Test Theory (CTT)
 
Laos Session 6: Developing Quality Assessment Items Extended Response Items
Laos Session 6: Developing Quality Assessment Items Extended Response ItemsLaos Session 6: Developing Quality Assessment Items Extended Response Items
Laos Session 6: Developing Quality Assessment Items Extended Response Items
 
Laos Session 4: Developing Quality Assessment Items (EN)
Laos Session 4:  Developing Quality Assessment Items (EN)Laos Session 4:  Developing Quality Assessment Items (EN)
Laos Session 4: Developing Quality Assessment Items (EN)
 
Laos Session 3: Principles of Reliability and Validity (EN)
Laos Session 3: Principles of Reliability and Validity (EN)Laos Session 3: Principles of Reliability and Validity (EN)
Laos Session 3: Principles of Reliability and Validity (EN)
 
Laos Session 2: Introduction to Modern Assessment Theory (continued) (EN)
Laos Session 2:  Introduction to Modern Assessment Theory (continued) (EN)Laos Session 2:  Introduction to Modern Assessment Theory (continued) (EN)
Laos Session 2: Introduction to Modern Assessment Theory (continued) (EN)
 
Laos Session 1: Introduction to Modern Assessment Theory (EN)
Laos Session 1:  Introduction to Modern Assessment Theory (EN)Laos Session 1:  Introduction to Modern Assessment Theory (EN)
Laos Session 1: Introduction to Modern Assessment Theory (EN)
 

ພາກທີ່ 7: ການສ້າງ ລາຍການ ປະເມີນຜົນ ດ້ານຄຸນນະພາບ - ເກນ (Rubrics)

  • 1. ພາກທີ່ 7: ການສ້າງ ລາຍການ ​ປະເມີນຜົນ ດ້ານຄຸນນະພາບ - ເກນ (Rubrics) ສາດສະດາຈານ Jim Tognolini
  • 2. ການສ້າງ ລາຍການ ​ການປະເມີນຜົນ ດ້ານຄຸນນະພາບ – ເກນ​ ໃນພາກ​ນີ້ ​ພວກເຮົາຈະ • ​ນິຍາມ ​ເກນ​ ການໃຫ້ຄະແນນ. • ອະທິບາຍ​ ປະເພດຕ່າງໆ ຂອງ​ ເກນ​ . • ສ້າງ ບາງຂັ້ນຕອນ ເພື່ອສ້າງ​ ເກນ​ . • ພິຈາລະນາ ວິທີການນໍາໃຊ້ ເກນ​ ເພື່ອໃຫ້ໄດ້ຄະແນນ​. ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 3. ມາດຕະຖານ ດ້ານເນື້ອໃນ, ມາດຕະຖານ ການຮຽນ​ ແລະ ຄະ​ແນນ 6 ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 4. ທ່ານ ກຳນົດ ເກນ​ ໄດ້ຄືແນວໃດ ? ເກນ​ ການໃຫ້ຄະແນນ • ເປັນຂໍ້ແນະນຳ ​ການໃຫ້ຄະແນນ ເພື່ອ​ປະເມີນຜົນ ການຮຽນ ຫຼື ທັກສະ ຂອງນັກຮຽນ • ພຽງແຕ່ ເປັນລາຍການ ຊຸດ ມາດຖານ ທີ່ກໍານົດ ​ແລະ ອະທິບາຍເຖິງ ອົງປະກອບ​ສໍາຄັນ ຂອງ​ ວຽກທີ່ໄດ້ວາງແຜນໄວ້ ຫລື ທີ່ຈະ​ປະເມີນຜົນ​. ​ຍົກຕົວຢ່າງ, ນັກຮຽນ​ ນໍາສະເຫນີ ການອ່ານ ກາບ ກອນ ທີ່ອາດຈະ ໃຫ້ຄະແນນ ​3 ດ້ານ ​ເຊັ່ນ: ​ຄວາມລ່ຽນ​ໄຫຼ​, ການສະແດງອອກ ແລະ ການຟ້ອງ​ ຄຳ. • ລະບຸ ລະດັບ ​ຄຸນນະພາບ ສໍາລັບ ແຕ່ລະມາດຖານ​ (ມາດຕະຖານ ການຮຽນ​) ​ • ຄູອາຈານ ນໍາໃຊ້ ເປັນຄູ່ມື ​ໃນການໃຫ້ຄະແນນ ການ​ຮຽນ ຫຼື​ການ​ເຮັດ​​ໜ້າ​ວຽກ​ໃດ​ໜຶ່ງ ​ຂອງ ນັກຮຽນ. • ຍັງສາມາດ​ໃຊ້​ໄດ້ ສໍາລັບ ການປະເມີນຜົນ ຊຶ່ງກັນ​ແລະ​ກັນ, ​ການທົບທວນຄືນ ຕົວ​ຄູ​ເອງ, ແລະ ການ​ປະກອບ​ຄຳ​ເຫັນ ​ໃຫ້​ຄູ​ຜູ້​ອື່ນ. ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 5. ເປັນຫັຍງຈິ່ງໃຊ້ ເກນ​? ການນໍາໃຊ້ເກນ ສໍາລັບຄູອາຈານ​ • ຊ່ວຍໃຫ້ພວກເຂົາເຈົ້າ ກຳນົດ ການເຕີບໂຕ​ ແລະ ວາງແຜນການສອນ ​ຕາມຄວາມເຫມາະສົມ; • ສາມາດ ເຮັດໃຫ້ ມີຄວາມສອດຄ່ອງກັນ ລະຫ່ວາງ​ຫລັກສູດ, ການປະເມີນຜົນ, ການຮຽນ - ການ​ສອນ​; • ຊ່ວຍໃຫ້ ຄູອາຈານ ມີຄວາມ​ ສອດຄ່ອງກັນ ​ ແລະ ມີຄວາມຍຸຕິທໍາ ໃນການໃຫ້ຄະແນນ ຂອງຕົນ ຕໍ່ວຽກ​ ​ ຂອງ ນັກຮຽນ; • ຊ່ວຍ ໃນການປະເມີນຜົນ ຊຶ່ງກັນ​ແລະ​ກັນ, ​ການທົບທວນຄືນ ຕົວ​ຄູ​ເອງ, ແລະການ​ປະກອບ​ຄຳ​ເຫັນ ​ໃຫ້​ຄູ​ຜູ້​ອື່ນ; • ເຮັດໃຫ້ ການໃຫ້ຄະແນນ ​ແລະ ການຕັດສິນ ຄະແນນ ແບບ​ໂປ່ງໃສ; ແລະ, • ການໃຫ້ຄໍາຄິດເຫັນ ຕໍ່​ນັກຮຽນ ​ໃນວິທີການ ຢ່າງມີເຫດຜົນ ແລະ ມີປະສິດທິພາບ ການນໍາໃຊ້ເກນ ສໍາລັບນັກຮຽນ ​ • ຊ່ວຍອະທິບາຍວ່າ ​ຄູອາຈານ ຢາກ​ໃຫ້ ພວກເຂົາເຈົ້າ ເຮັດຫັຍງແດ່​; • ສະຫນັບສະຫນູນ ໃຫ້ມີການປະເມີນ ຕົນເອງ ແລະ ມີການປະເມີນຜົນ; ແລະ, • ປະກອບ​ຄໍາຄຶດຄໍາເຫັນ ໃຫ້ພວກເຂົາເຈົ້າ ຢ່າງມີສຸມໃສ່ ຊຶ່ງ​ອອກແບບມາ ເພື່ອຊ່ວຍໃຫ້ ພວກເຂົາເຈົ້າ ປັບປຸງການຮຽນຮູ້ ຂອງຕົນເອງ. ການນໍາໃຊ້ເກນ ສໍາລັບ ພໍ່ແມ່ຜູ້ປົກຄອງ • ຊ່ວຍອະທິບາຍເຖິງ ຄວາມຄາດຫວັງ ຂອງຄູອາຈານ; • ເຮັດໃຫ້ການປະເມີນຜົນ ຢ່າງມີຈຸດປະສົງກ່ວາ ຕໍ່​ການຮຽນ ​ຂອງນັກຮຽນ; ແລະ, • ສຸມໃສ່ ​ການຮຽນ​ ຂອງນັກຮຽນ ຫຼາຍກ່ວາ ສຸມໃສ່ ການຕັດສິນໃຈ ຂອງຄູ. ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 6. ປະເພດຕ່າງໆ ຂອງ ເກນ​ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 7. ມີເກນ ປະເພດ​ ໃດ​ແດ່ ? ມີ ເກນ ການໃຫ້ຄະແນນ ​2 ປະເພດ: ເກນ ການໃຫ້ຄະແນນ ແບບລວມຮອບດ້ານ​ ແລະ ແບບວິເຄາະ. ເກນ ທັງສອງປະເພດ​ນີ້​ ຄວນ: • ປະກອບດ້ວຍ ມາດຖານ​ ຕາມ​ໜ້າວຽກ​, ເພື່ອຕັດສິນ ຜົນວຽກ ຫຼື ​ຜະລິດຕະພັນ​. • ອະທິບາຍ ຢ່າງຈະແຈ້ງ ສິ່ງທີ່ນັກຮຽນ​ ສິ່ງທີ່ສະແດງອອກ ດ້ວຍຄຳຕອບ​ ແທນທີ່ຈະແມ່ນ ​ ສິ່ງທີ່ ບໍ່ໄດ້ເວົ້າເຖິງ​. • ​ໃຊ້ສຳນວນ​ ອະທິບາຍ ແທນທີ່ຈະແມ່ນ ສຳນວນ​ປຽບທຽບ ເພື່ອໄຈ້ແຍກ ​ໃຫ້ເຫັນຄວາມແຕກຕ່າງກັນ. • ​ອີງໃສ່ ຕົວຢ່າງ ຢ່າງກ້ວາງຂວາງ ຈາກ​ໂຄງ​ ຫລື ຕົວຢ່າງ ຂອງໜ້າ​ວຽກ ເພື່ອຮັບປະກັນວ່າ ຄໍາອະທິບາຍ​ ມີຄວາມເຫມາະສົມ ຕໍ່​ລະດັບ ຂອງນັກຮຽນ​ ແລະ ໜ້າວຽກ​ ດັ່ງກ່າວ. • ສຸມໃສ່ ຈຸດປະສົງ ແລະ ຜົນກະທົບ ຂອງໜ້າ​ວຽກ ເພີ່ມໃສ່​ຮູບລັກສະນະ ພາຍນອກ ແລະ ເນື້ອໃນ ຂອງບົດ​. ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 8. ເກນ​ ການໃຫ້ຄະແນນ ແບບລວມຮອບດ້ານ : ເປັນ​ທິດ​ຊີ້ນໍາ ການ​ໃຫ້​ຄະ​ແນນ ຕາມ​ລາຍການ ທີ່​ໄດ້​ສ້າງ ຄຳ​ຕອບ​ແລ້ວ​ (ລວມທັງ ການປະຕິບັດຕາມໜ້າ​ວຽກ ແລະ ຜະລິດຕະພັນ ຂອງ​ໜ້າ​ວຽກ​) ​ໂດຍ​ອີງ​ໃສ່ ​ຄຸນນະພາບ ໂດຍລວມ ດ້ານ​ ເນື້ອໃນສະເພາະ ແລະ ທັກ​ສະ​. ມັນກ່ຽວກັບ​ "ການຕັດສິນໂດຍລວມ" ຕໍ່​ໜ້າ​ວຽກ​​ໃດ​ໜຶ່ງ. ຂໍ້ດີ​: • ໃຊ້​ໄດ້​​ໄວ ເພາະວ່າ ​ໂດຍທົ່ວ​ແລ້ວ ການ​ໃຫ້​ຄະ​ແນນ ​ພຽງແຕ່ ​ອ່ານບົດ​ພຽງ​ຄັ້ງດຽວ ​ເທົ່າ​ນັ້ນ. • ເນັ້ນຫນັກໃສ່ ສິ່ງທີ່​ນັກຮຽນ​ ສາມາດສະແດງໃຫ້ເຫັນ, ແທນທີ່ຈະແມ່ນ​ ສິ່ງທີ່ ພວກເຂົາເຈົ້າ ບໍ່ສາມາດເຮັດໄດ້. • ​​​​ເວລາ​ ຂອງຄູອາຈານ ໃນການຂຽນຄໍາເຫັນ ຕໍ່ຄຳ​ຕອບ ສັ້ນລົງ​. • ຄູອາຈານ ສາມາດໃຊ້ໄດ້ ​ຢ່າງຕໍ່ເນື່ອງ​ ແລະ ອັນນີ້ຈະເພີ່ມຄວາມຫນ້າເຊື່ອຖືໄດ້ ຕໍ່​ຜົນ​ຂອງການປະເມີນ ຂໍ້ເສຍ​: • ສ້າງຍາກ ​ແລະ ໃຊ້ເວລາ​. • ​ບໍ່ໃຫ້ ຄຳເຫັນ​ແນະນຳ ສະເພາະ ເພື່ອ​ປັບປຸງ. ເກນ​ ການໃຫ້ຄະແນນ ແບບລວມຮອບດ້ານ ​ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 9. ຕົວຢ່າງ ເກນ​ ການໃຫ້ຄະແນນ ແບບລວມຮອບດ້ານ ວິຊາ ຄະນິດສາດ ຄະແນນ ມາດຕະຖານ ການຮຽນ ​ 5 ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານ​ເນື້ອໃນ ຢ່າງກວ້າງຂວາງ ແລະ ​ສາມາດ ນຳໃຊ້ຄວາມຮູ້ນີ້. ​ ນອກ​ນັ້ນ, ນັກຮຽນ ​ຍັງບັນລຸຜົນ ດ້ານ​ຄວາມສາມາດ ໃນລະດັບສູງທີ່ສຸດ ໃນຂະບວນການ ແລະ ​ທັກ​ສະ​ ແລະ ສາມາດນຳໃຊ້ ທັກ​ສະ​ເຫຼົ່ານີ້ ​ໃນຕົວ​ຈິງ ​ໃນ​ສະຖານະການໃຫມ່. 4 ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານ​ເນື້ອໃນ ຢ່າງລະອຽດ ແລະ ມີຄວາມສາມາດ ໃນລະດັບສູງ ທີ່ສຸດ ໃນຂະບວນການ ແລະ ​ທັກ​ສະ. ນອກ​ນັ້ນ, ນັກຮຽນ ຍັງ​ສາມາດ ນໍາໃຊ້ ຄວາມຮູ້ ​ ແລະ ທັກ​ສະ​ ເຫຼົ່ານີ້ ​ໃນຕົວ​ຈິງ ​ໃນ​ສະຖານະການໃຫມ່. 3 ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈດີ ໃນດ້ານຕົ້ນຕໍ ຂອງເນື້ອໃນ ​ແລະ ໄດ້ບັນລຸຜົນ ໃນລະດັບ ພຽງພໍ ດ້ານຄວາມສາມາດ ໃນຂະບວນການ ແລະ ​ທັກ​ສະ​. 2 ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈ ດ້ານ​ເນື້ອໃນ ຂັ້ນພື້ນຖານ ​​ແລະ ໄດ້ບັນລຸຜົນ ຢ່າງຈຳກັດ ດ້ານ ຄວາມສາມາດ ໃນ​ຂະບວນການ ແລະ ທັກ​ສະ. 1 ນັກຮຽນ ​ມີຄວາມຮູ້ ແລະ ຄວາມເຂົ້າໃຈ ແບບປະຖົມປະຖານ ໃນດ້ານ​ເນື້ອໃນ ໜ້ອຍໜຶ່ງ ​​ແລະ ໄດ້ບັນລຸຜົນ ຢ່າງຈຳກັດທີ່ສຸດ ດ້ານຄວາມສາມາດ ໃນບາງ​ຂະບວນການ ແລະ ບາງ​​ທັກ​ສະ 0 ບໍ່ຂໍ້ມູນພຽງພໍ ​ຕໍ່​ການຕັດສິນໃຈ
  • 10. ຕົວຢ່າງ ເກນ ການໃຫ້ຄະແນນ ແບບຮອບດ້ານ ວິຊາຫັດແຕ່ງ ຄະແນນ ມາດຕະຖານ ການຮຽນ ​ 5 ແນວຄວາມຄິດ ມີ​ການ​ພິຈາລະນາ ທີ່ດີ. ການ​ຂຽນ​ມີ​ຈຸດຢືນ​ສໍາຄັນ ຢ່າງ​ເຂັ້ມແຂງ ແລະ ມີການຈັດລຽງ​ດີ​. ນັກຮຽນ ​ໄດ້​ເລືອກ​ ເອົາລາຍລະອຽດ ຢ່າງ​ເຫມາະສົມ ແລະ ສ້າງ ຕັ້ງທັດສະນະ​ມູມມອງຢ່າງ​ແນ່ນອນ​. ປະ​ໂຫຍ​ກ ​ມີຄວາມຊັດເຈນ ແລະ ​ມີ​ຄວາມ​ ຫຼາກ​ຫຼາຍ​. ​ນັກຮຽນ ມີ​ສຳນວນ​ ທີ່ເຫມາະສົມ ແລະ ​ເຮັດ​ໃຫ້ ຜູ້ອ່ານ ​ສົນໃຈ ຢາກ​ອ່ານ​. ຖ້າ​ວ່າ ມີຄວາມຜິດພາດ ໃນກົນໄກ ການ​ຂຽນ ກໍ​ຍ້ອນ​ວ່າ ​ນັກຮຽນ ​ໃຊ້ພາສາ ທີ່ສະລັບສັບຊ້ອນຫຼາຍ ແລະ​ເປັນ​ພາສາ ດັ່ງ​ເ​ດີ​ມ. 4 ແນວຄວາມຄິດ ມີ​ການ​​ໄຕ່ຕອງ ​ແລະ​ ຈະ​ແຈ້ງດີ​​. ການ​ຂຽນ​ ມີ​​ຈຸດ​ສຸມ ຢ່າງ​ຊັດເຈນ. ໄດ້​ນໍາໃຊ້ ​ມາດຕະຖານ ການ​ສ້າງ​ຈຸດ​ສຸມ. ​ ໄດ້ສ້າງ ​ທັດສະນະຈຸດຢືນ ​ແລະ ສ້າງປະໂຫຍກ​ຈະແຈ້ງ ຕໍ່​ຜູ້​ອ່ານ​. ນັກຮຽນ ​ມີລາຍລະອຽດ ທີ່ເຫມາະສົມ, ໂຄງສ້າງ ປະໂຍກ ​ ຊັດເຈນ ແລະ ຖືກຕ້ອງ ແລະເລືອກຄໍາສັບ ຢ່າງ​ຖືກຕ້ອງ. ມີ​ຄວາມຜິດພາດ ​ໃນກົນໄກ ຫນ້ອຍໜຶ່ງ ​ແຕ່​ວ່າ ບໍ່​ເປັນ​ຜົນ ຕໍ່ຄວາ​ມ ລ່ຽນ​ໄຫຼ ​​ຂອງການ​ຂຽນ. 3 ແນວຄວາມຄິດ​ ຊັດເຈນ. ການ​ຂຽນ ​ມີຈຸດສຸມ ທີ່​ສາມາດ​ຮັບ​ຮູ້​ໄດ້ ​ເຖິງ​ແມ່ນ​ວ່າ ​ອາດຈະມີບາງລາຍລະອຽດ ພາຍ​ນອກ​. ການຈັດລຽງ ​​ມີຮູບແບບຈະແຈ້ງ ເຖິງແມ່ນວ່າ ອາດ​ຈະ​ມີບາງ​ຄຳ​ສັບ​ເປັນ​​ສູດ ຫຼື ຊ້ຳກັນ. ແນວຄວາມຄິດທີ່ນໍາສະເຫນີ ​ຈະແຈ້ງ ແລະ ສອດຄ່ອງ. ການເລືອກ ຄໍາສັບແລະ ໂຄງສ້າງປະໂຍກ ຖືກຕ້ອງ ຕາມ​ຫຼັກ​ວິຊາການ ​ເຖິງ​ແມ່ນ​ວ່າ ອາດ​ຈະ​ບໍ່​ມີຈິນຕະນາການ​ . ທາງ​ເລືອກ ດ້ານ​ສຳນວນ ຂອງ​ຜູ້​ຂຽນ ​ອາດຈະບໍ່​ເຮັດ​ໃຫ້​ຜູ້​ອ່ານ​ເປັນ​ໜ້າ​ສົນໃຈ​. ດ້ານກົນໄກ ສະແດງໃຫ້ເຫັນວ່າ ຈຳ​ເປັນຕ້ອງ ລຽບ​ລຽງ​​ກວດ​ແກ້ ຕື່ມ​ອີກ 2 ແນວຄວາມຄິດ ​ຈໍາກັດ ແຕ່ກໍ​ສາມາດ​ເຫັນ​ໄດ້​. ຈຸດສຸມ​ ບໍ່ຈະແຈ້ງ. ​ຂາດການຈັດ​ລຽງ​ ທີ່ຈະແຈ້ງແລະ ​ຍາກ ຕໍ່​ການ​ຕິດຕາມ. ຈຸດຢືນ ​ບໍ່ຈະແຈ້ງ ແລະ ​ປ່ຽນຍ້າຍ​ ປະ​ໂຫຍ​ກ​ ແລ​​ະ ບຸກຄົນ. ມີ​ຂໍ້​ຜິດພາດ ດ້ານກົນ​ໄກ ​ເລີ່ມ​ເຮັດ​ໃຫ້ ​ຜູ້ອ່ານ ສັບສົນ ຕໍ່​ການ​ຂຽນ 1 ແນວຄວາມຄິດ ​ແບບ​ປະຖົມປະ​ຖານ ແລະ ບໍ່ຈະແຈ້ງ. ການ​ຂຽນ ​ຍັງຂາດຈຸດສຸມ ແລະ ຂາດ​ຄວາມ​ເກາະ​ກ່າຍ​ກັນ​. ​ ໂຄງ​ສ້າງ​ ສັບສົນ. ມີ​ຂໍ້ຜິດພາດ ດ້ານກົນ​ໄກ​ຫຼາຍ​ ແລະ ​ເຂົ້າ​ໃຈ​ຍາກ​. ຕ້ອງ​ອ່ານ ບົດ​​ຂຽນ ​ລົບ​ໄປ​ລົບ​ມາ ຫຼາຍ​ເທື່ອ ຈິ່ງ​ເຂົ້າ​ໃຈ ຄວາມ​ໝາຍ ຂອງ​ປະ​ໂຫຍ​ກ 0 ບໍ່ຂໍ້ມູນພຽງພໍ ​ຕໍ່​ການຕັດສິນໃຈ
  • 11. ເກນ​ ການໃຫ້ຄະແນນ ແບບວິເຄາະ: ເປັນ​ທິ​ດນໍາ ການ​ໃຫ້​ຄະ​ແນນ ​ລາຍການ ທີ່​ໄດ້​ສ້າງ​ຄຳ​ຕອບ​ແລ້ວ​ (ລວມທັງ ການຮຽນ/ການປະຕິບັດ ແລະ ຜະລິດຕະພັນ ຂອງ​ໜ້າ​ວຽກ​) ​ໂດຍ​ອີງ​ໃສ່ ສິ່ງ​ທີ່​ນັກຮຽນ ​ໄດ້​ເຮັດ ​ຕາມເງື່ອນໄຂ ທີ່ແຍກຕ່າງຫາກ ທີ່ກ່ຽວຂ້ອງກັບ ຄຳ​ຕອບ​. ​ຍົກຕົວຢ່າງ, ​ເກນ ການ​ວິເຄາະ ສໍາລັບ ການເວົ້າ ອາດຈະປະກອບມີມາດຖານ ເຊັ່ນ: ການໂຕ້ຕອບ; ການອອກສຽງ; ຄວາມ​ລ່ຽຽນ​ໄຫຼ ​ແລະ ຄວາມ​ກ່ຽວຂ້ອງ​; ແລະ ຄໍາສັບ ແລະ ໄວຍາກອນ. ຂໍ້ດີ​: • ເກນ​ ການໃຫ້ຄະແນນ ແບບວິເຄາະ ມີ​ຜົນໄດ້ຮັບ ທີ່​ມີລາຍລະອຽດກ່ວາ​. • ຄະແນນ ແມ່ນ​ຜົນໄດ້ຮັບຈາກເກນ ທີ່ມີຄວາມ​ສອດຄ່ອງກ່ວ່າ ຕໍ່​ນັກຮຽນ ທຸກຄົນ​. • ມັນ​ງ່າຍກວ່າ​ ສໍາລັບ ຄູອາຈານ ໃນການເວົ້າເຖິງ ຈຸດດີ ​ແລະຈຸດອ່ອນ ຂອງ​ໜ້າວຽກທີ່ເຮັດ ບໍ່ວ່າຈະແມ່ນ ຕໍ່ກັບ​ນັກຮຽນ ຫຼື ພໍ່ແມ່ຜູ້ປົກຄອງ ເມື່ອນຳໃຊ້ ເກນ ປະເພດນີ້. • ການ​ນໍາໃຊ້ ເກນນີ້ ​ຊ່ວຍໃຫ້ນັກຮຽນ ສາມາດ​ເຂົ້າໃຈໂດຍລວມ ວິທີການ ​ເຮັດວຽກ ໃຫ້​ດີ ແລະ ມີຄຸນະພາບ. ຂໍ້ເສຍ​ • ຂໍ້ເສຍຕົ້ນຕໍ ​ໃນການນໍາໃຊ້ ເກນ ແບບວິເຄາະ ແມ່ນ ຂຽນຍາກ ຍ້ອນ​ວ່າ ມີ​ຫຼາຍມາດຖານ​ ກ່ວາ. • ຂໍ້ເສຍ ​ທີ 2 ​ແມ່ນຄວາມສອດຄ່ອງກັນ ໂດຍທົ່ວໄປແລ້ວ ແມ່ນຂ້ອນຂ້າງຕ່ຳ ຖ້າມີ​ ຜູ້​ໃຫ້ຄະແນນ ຫຼາຍຄົນ​ ເກນ​ ການໃຫ້ຄະແນນ ແບບວິເຄາະ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 12. ຕົວຢ່າງ ເກນ​ ການໃຫ້ຄະແນນ ແບບວິເຄາະ​ວິຊາ ດ້ານສັງຄົມສາດ​ Performance Standards ມາດຖານ 0 1 2 3 4 ເນື້ອໃນ ບໍ່ຂໍ້ມູນພຽງພໍ ​ ຕໍ່​ການຕັດສິນໃຈ ມີເນື້ອໃນຖືກຕ້ອງ ໜ້ອຍ​ທີ່ສຸດ ມີເນື້ອໃນຖືກຕ້ອງ ຢ່າງໜ້ອຍ ແມ່ນເຄິ່ງໜຶ່ງ​ ມີເນື້ອໃນສ່ວນຫຼາຍ ແມ່ນວຽກ ຂອງນັກຮຽນເອງ ແລະ ສ່ວນຫຼາຍແມ່ນ​ຖືກຕ້ອງ ​ ເນື້ອໃນ ທັງໝົດ ​ແມ່ນວຽກ ຂອງນັກຮຽນເອງ ແລະ ​​ຖືກຕ້ອງ ​ ຄຸນນະພາບ ຂອງຂໍ້ມູນ ບໍ່ຂໍ້ມູນພຽງພໍ ​ ຕໍ່​ການຕັດສິນໃຈ ຂໍ້ມູນ ມີຄວາມກ່ຽວຂ້ອງກັບ ຫົວຂໍ້ ໜ້ອຍໜຶ່ງ ຫຼື ບໍ່ ກ່ຽວຂ້ອງເລີຍ​ ຂໍ້ມູນ ​ກ່ຽວຂ້ອງກັບ ຫົວຂໍ້ ຫຼັກ. ບໍ່ມີລາຍລະອຽດ ຫຼື ຕົວຢ່າງ​. ຂໍ້ມູນ ​ກ່ຽວຂ້ອງກັບ ຫົວຂໍ້ຫຼັກ ຢ່າງຈະແຈ້ງ. ມີລາຍລະອຽດ ຫຼື ຕົວຢ່າງ​ ສະໜັບສະໜູນ ບາງອັນ. ຂໍ້ມູນ ​ກ່ຽວຂ້ອງກັບ ຫົວຂໍ້ຫຼັກ ຢ່າງຈະແຈ້ງ. ມີລາຍລະອຽດ ຫຼື ຕົວຢ່າງ​ ສະໜັບສະໜູນ ຫຼາຍ​ອັນ. ການຈັດ ລຽງ ບໍ່ຂໍ້ມູນພຽງພໍ ​ຕໍ່​ການຕັດສິນໃຈ ຂໍ້ມູນ ບໍ່ເປັນລະບຽບ ຂໍ້ມູນ ເປັນລະບຽບ ແຕ່ລ່າ ບໍ່ລຽງປະໂຫຍກ ໃນວັກ​ ຂໍ້ມູນ ເປັນລະບຽບ ​ການ​​ລຽງປະໂຫຍກ ໃນວັກ​ ດີ ຂໍ້ມູນ ເປັນລະບຽບດີ ມີການ​​ລຽງປະໂຫຍກ ໃນວັກ​ ດີ ສິ່ງປະກົດ ໃຫ້ເຫັນ ບໍ່ຂໍ້ມູນພຽງພໍ ​ຕໍ່​ການຕັດສິນໃຈ ໂຄງການ ບໍ່ເປັນໜ້າສົນໃຈ ແລະ ນຳສະເໜີ ບໍ່ໄດ້ດີ​ ໂຄງການ ​ເປັນໜ້າສົນໃຈ ແຕ່ອາດຈະສັບສົນ ໜ້ອຍໜຶ່ງ ​ ເປັນນໜ້າສົນໃຈ ດ້ານການອອກແບບ ແລະ ​ ຄວາມລຽບລ້ອຍ ນຳສະເໜີໄດ້ດີ ດ້ານການອອກ ແບບ ແລະ ​ ຄວາມລຽບລ້ອຍ ການສະກົດ​​​ & ໄວຍະກອນ​ ບໍ່ຂໍ້ມູນພຽງພໍ ​ ຕໍ່​ການຕັດສິນໃຈ ຂໍ້ຜິດພາດ ໃນການສະກົດ​​​ & ໄວຍະກອນ ຈົນພາໃຫ້ບໍ່ ຢາກອ່ານ ບົດວຽກ. ມີຂໍ້ຜິດພາດ ໃນການສະກົດ​​​ & ໄວຍະກອນ ຫຼາຍ ສົມຄວນ ມີຂໍ້ຜິດພາດ ໃນການສະກົດ​​​ & ໄວຍະກອນ ໜ້ອຍໜຶ່ງ ​ ບໍ່ມີຂໍ້ຜິດພາດ ໃນການສະກົດ​​​ & ໄວຍະກອນ ແຫຼ່ງ ເອກະສານ ຂໍ້ມູນ ບໍ່ຂໍ້ມູນພຽງພໍ ​ ຕໍ່​ການຕັດສິນໃຈ ນຳໃຊ້ ແຫຼ່ງເອກະສານຂໍ້ມູນ ໜ້ອຍທີ່ສຸດ ຫຼື ບໍ່ມີເລີຍ ​ ນຳໃຊ້ ແຫຼ່ງເອກະສານຂໍ້ມູນ ທີ່ກ່ຽວຂ້ອງ ໜ້ອຍທີ່ສຸດ ນຳໃຊ້ ແຫຼ່ງເອກະສານຂໍ້ມູນ ຢ່າງຫຼວງຫຼາຍ ແຕ່ວ່າ ຂາດບາງ ແຫຼ່ງເອກະສານຂໍ້ມູນ ​ ທີ່ສຳຄັນ ນຳໃຊ້ ແຫຼ່ງເອກະສານຂໍ້ມູນ ທີ່ຖືກຕ້ອງເໝາະສົມ ຢ່າງຫຼວງຫຼາຍ
  • 13. ຕົວຢ່າງ ເກນ​ ການໃຫ້ຄະແນນ ແບບວິເຄາະ​ ວິຊາຫັດແຕ່ງ ມາດຖານ​ 0 1 2 3 4 5 ແນວຄວາມ ຄິດ ບໍ່ມີຫຼັກຖານ ມີໜ້ອຍທີ່ສຸດ, ແບບງ່າຍໆ ແລະ ບໍ່ກ່ຽວຂ້ອງ​ ແນວຄວາມຄິດໜ້ອຍ, ບໍ່ຂະຫຍາຍຄວາມ ຫຼື ຄາດເດົາ ທີ່ສຸດ ມີການພັດທະນາ ບາງອັນ ແລະ ກ່ຽວຂ້ອງ ກັບຈຸດໃຈກາງ ຂອງເລື່ອງ ເປັນຮູບປະທຳ​, ຂະຫຍາຍຄວາມ​; ປະກອບສ່ວນ ໃສ່ ປະເດັນສຳຄັນ ຂອງບົດເລື່ອງ ສ້າງ, ແລະ ຜະລິດເປັນ ​ ແນວຄວາມຄິດເສີມ ໃສ່ ປະເດັນບັນຫາ ຂອງເລື່ອງ ​ ຄຳສັບ ສັນຍາລັກ ຫຼື ການແຕ້ມຮູບ ບົດສັ້ນທີ່ສຸດ ແລະ ມີເນື້ອໃນໜ້ອຍທີ່ສຸດ ສ່ວນຫຼາຍແມ່ນຄຳສັບ, ຄຳວິເສດ, ຄຳຄຸນະສັບ ແລະ ຄຳນາມ ງ່າຍໆ​; ອາດຈະປະກອບມີ 2 ຫຼື 3 ຄຳສັບ ທີ່ຊັດເຈນ ຄຳສັບ ທີ່ຊັດເຈນ ຫຼື ເປັນກຸ່ມຄຳສັບ ​ (ອາດຈະເປັນ ຄຳສັບ, ຄຳວິເສດ, ຄຳຄຸນະສັບ ແລະ ຄຳນາມ​) ຮັກສາໄວ້ ແລະ ນຳໃຊ້ ຢ່າງສອດຄ່ອງ ຄຳສັບ ແລະ ປະໂຫຍກ ທີ່ ຊັດເຈນ ​ ທີ່ເສີມ ຂະຫຍາຍ ຄວາມໝາຍ ການສ້າງວັກ ບໍ່ໃຊ້ ການສ້າງວັກ ການຂຽນວັກ ຕົ້ນຕໍ ແມ່ນສຸມໃສ່ ແນວ ຄວາມຄິດ ດຽວ ຫຼື ຊຸດຄວາມຄິດ ດຽວ ​ ທຸກວັກ ແມ່ນສຸມໃສ່ ແນວຄວາມຄິດ ດຽວ ຫຼື ຊຸດຄວາມຄິດ ດຽວ ການສ້າງ ປະໂຫຍກ ບໍ່ມີຫຼັກຖານ ປະໂຫຍກ ການສ້າງປະໂຫຍກ ຖືກຕ້ອງ ບາງອັນ ປະໂຫຍກ ງ່າຍໆ ສ່ວນຫຼາຍ ຖືກຕ້ອງ ​ ປະໂຫຍກ ງ່າຍໆ ແລະ ປະໂຫຍກປະສົມ ສ່ວນຫຼາຍ ຖືກຕ້ອງ; ບາງປະໂຫຍກ ທີ່ສັບສົນ ຖືກຕ້ອງ ທຸກປະໂຫຍກ ຖືກຕ້ອງ ການສະກົດ ການສະກົດ ບໍ່​ຖືກ​ຫຼັກ ບາງຕົວຢ່າງ ໃນ ການສະກົດ ຖືກຫຼັກ ​ ການສະກົດ ຖືກຫຼັກ ​ ໃນຄຳສັບງ່າຍ ສ່ວນ ຫຼາຍ ແລະ ບາງຄຳສັບ ທົ່ວໄປ​ ການສະກົດ ຖືກຫຼັກ ​ ໃນຄຳສັບງ່າຍ ແລະ ຄຳສັບ ທົ່ວໄປ​ ສ່ວນຫຼາຍ ການສະກົດ ຖືກຫຼັກ ​ ໃນຄຳສັບງ່າຍ ແລະ ຄຳສັບ ທົ່ວໄປ​ ສ່ວນ ຫຼາຍ ແລະ ບາງຄຳສັບ ຍາກ​ ການສະກົດ ຖືກຫຼັກ ​ ໃນທຸກຄຳສັບ ມີຢ່າງ ໜ້ອຍ 10 ຄຳສັບຍາກ ​; ບາງຄຳສັບ ທີ່ຍາກຫຼາຍ ​
  • 14. ທ່ານສາມາດ ຊອກຫາ ​ເກນຕ່າງໆ ​​ຢູ່ໃສ? 1.  http://rubistar.4teachers.org/ RubiStar ແມ່ນເວັບໄຊ ແບບບໍ່ເສຍຄ່າ ​ຊຶ່ງ​ມີເຄື່ອງມື ເພື່ອ​ຊ່ວຍໃຫ້ຄູອາຈານ ​ສ້າງເກນ ການໃຫ້ ຄະແນນ. ມີ​ເງື່ອນໄຂ ແລະ ມາດຕະຖານ ການຮຽນ ​ສໍາລັບ ຫຼາກຫຼາຍຊະນິດ ​ວິຊາ ແລະ ໜ້າວຽກ​. ຄູອາຈານ ​ສາມາດເລືອກເອົາ ເງື່ອນໄຂເຫຼົ່ານີ້ ທີ່ກ່ຽວຂ້ອງກັບ ຄວາມຕ້ອງການ ໃນຫລັກສູດ ແລະ ຫຼັງຈາກນັ້ນ ຈິ່ງປັບດັດ ເກນ ໃຫ້ສອດຄ່ອງກັບ ​ສະພາບການຕ່າງໆ ທີ່ແຕກຕ່າງກັນ. 2.  http://www.rcampus.com/indexrubric.cfm iRubric ແມ່ນ ການສ້າງ ເກນ ແບບລວມຮອບດ້ານ, ​​ການປະເມີນຜົນ, ແລະ ເຄື່ອງມື ການແລກປ່ຽນ ​ແບບບໍ່ເສຍຄ່າ​. ມັນຊ່ວຍເສີມສ້າງຄວາມເຂັ້ມແຂງ ໃຫ້ໂຮງຮຽນ ແລະ ຄູອາຈານ ໃນການຕິດຕາມ ຜົນການຮຽນຂອງນັກຮຽນ ແລະ ເຮັດໃຫ້​ສອດຄ່ອງກັບ ​ ມາດຕະຖານ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 15. ບົດກວດກາ ແບບ​ໄວໆ (ຄວາມຈິງ ຫຼື ບໍ່ຈິງ​ ຫຼືວ່າ ບໍ່ຮູ້ [ຕ້ອງການຂໍ້ມູນເພີ່ມເຕີມ]) 1.  ຕາຕະລາງຕໍ່ໄປນີ້ ສະແດງໃຫ້ເຫັນ ເກນ ການໃຫ້ຄະແນນ ​ສໍາລັບ ການຂຽນບົດເລື່ອງ​ (ບົດຫັດແຕ່ງ) ມາດຖານ ລາຍລະອຽດ ​ ຄະແນນ ແນວຄວາມ ຄິດ ການສ້າງ, ການຄັດເລືອກ ແລະ ການ​ກັ່ນ​ກອງ​ ແນວຄວາມຄິດ ສໍາລັບ ບົດ​ເລື່ອງ 5 ຄຳສັບ ລະດັບ ​ແລະ ຄວາມແນ່ນອນ ​ໃນ​ການ​ເລືອກ​ໃຊ້​ ສຳນວນພາສາ. 4 ການສ້າງວັກ ການ​ແຍກສ່ວນ ຂອງບົດ​ ​​​ເປັນ​ວັກ ​ເພື່ອ​ຊ່ວຍໃຫ້ຜູ້ອ່ານ ພິຈາລະນາ ບົ​ດ​ເລື່ອງ . 2 ການສ້າງ ປະໂຫຍກ ການສ້າງ​ ປະໂຫຍກ ​​ຖືກຕ້ອງ ຕາມ​​ຫຼັກ​ໄວຍາ​ກອນ, ໂຄງປະກອບ​ດີ ແລະ ​ມີຄວາມຫມາຍ 5 ການສະກົດ ການສະກົດຄໍາ ຢ່າງ​ຖືກຕ້ອງ​ ແລະ ຄວາມຍາກ ຂອງຄໍາສັບຕ່າງໆ ທີ່​ໄດ້​ນໍາໃຊ້. 5 ລວມ 21 ອັນນີ້ ແມ່ນ ຕົວຢ່າງ ເກນ ແບບລວມຮອບດ້ານ​ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 16. ບົດກວດກາ ແບບ​ໄວໆ (ຄວາມຈິງ ຫຼື ບໍ່ຈິງ​ ຫຼືວ່າ ບໍ່ຮູ້ [ຕ້ອງການຂໍ້ມູນເພີ່ມເຕີມ]) 2.  ການນຳໃຊ້ຕົວຈິງ​ ຄວາມຮູ້ ທີ່ຕ້ອງການ ຂອງ​ນັກຮຽນ ເພື່ອ​ນໍາໃຊ້ ຫຼື ​ຈັດລຽງ​ ຂໍ້ມູນຂ່າວສານ. 3.  ຄູອາຈານ ​ສ້າງເປັນຮູບພາບ ​ສິ່ງທີ່ນັກຮຽນ ຮູ້ຈັກ ແລະ ສາມາດເຮັດໄດ້ ໂດຍອີງຕາມ ​ ຂໍ້ມູນຂ່າວສານທັງຫມົດ ທີ່ໄດ້​ເກັບກໍາ ​ຈາກເຕັກນິກຕ່າງໆ ໃນການປະເມີນຜົນ. 4. ມາດຕະຖານ ການຮຽນ/ການເຮັດຕາມໜ້າວຽກ​ ແມ່ນຄວາມ​ຮູ້, ທັກສະ ​ແລະ ຄວາມເຂົ້າໃຈ ທີ່ຄາດໄວ້ວ່າ ນັກຮຽນ​ຈະໄດ້​ຮຽນຮູ້ ຊຶ່ງເປັນ​ຜົນໄດ້ຮັບ ​ຈາກການຮຽນ ​ໃນວິຊາ ດັ່ງກ່າວ​. 5.  ຕາຕະລາງ ການສັງເກດການ ແມ່ນ​ຮູບແບບ ການປະເມີນຜົນ ທີ່ເຫມາະສົມ ທີ່ສຸດ ສໍາລັບ ການປະເມີນ ທັດສະນະຄະຕິ ຂອງນັກຮຽນ. 6.  ການປະເມີນຜົນ ການຮຽນ/ການເຮັດຕາມໜ້າວຽກ ​ເປັນວິທີ ທີ່ເຫມາະສົມທີ່ສຸດ ເພື່ອຊອກຫາ ວ່າ​ ນັກຮຽນ ດຳເນີນການຕາມທັກສະຕ່າງໆ ທີ່​ປະກອບມີໃນວິຊານັ້ນ ໄດ້ດີຄືແນວໃດ ​ແລະ ຫຼັງຈາກນັ້ນ ຈິ່ງລາຍງານ​ວ່າ ທັກສະນັ້ນ ຖືກນຳໃຊ້ ໄດ້ດີຄືແນວໃດ. ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 17. ບົດກວດກາ ແບບ​ໄວໆ (ຄວາມຈິງ ຫຼື ບໍ່ຈິງ​ ຫຼືວ່າ ບໍ່ຮູ້ [ຕ້ອງການຂໍ້ມູນເພີ່ມເຕີມ]) 7.  ຄໍາຖາມ ການຂຽນບົດຄວາມ ​ດັ່ງຕໍ່ໄປນີ້ ຖືກ ແຈກຢາຍໃຫ້​ພວກນັກຮຽນ​. “ຈົ່ງສັງລວມ ເປັນ​ ລະບົບ ແລະ ກ່ຽວຂ້ອງກັນ ​ຜົນກະທົບ ຂອງ​ເຕັກໂນໂລຊີ ໃນອະນາຄົດ ທີ່ອາດຈະມີຕໍ່ ການປະເມີນຜົນ ໃນຫ້ອງຮຽນ." ຄູອາຈານ ​ອາດຈະພະຍາຍາມ​ ປະເມີນຜົນ​ວ່າ​ ນັກຮຽນ ຈະສາມາດ ປະເມີນຜົນ ໄດ້ຫຼືບໍ. 7.  ຄູອາຈານ ປະຈຳ​ຫ້ອງ​ ສັງເກດເຫັນວ່າ ການຮຽນ/ການເຮັດ ຕາມໜ້າວຽກ ຂອງ ນາງລີ ໃນວິຊາ​ ການໃຫ້​ເຫດ​ຜົນ ດ້ານປະລິມານ ຂອງການປະເມີນຜົນ ການແກ້ໄຂບັນຫາ (PSA) ແມ່ນຕ່ຳ​ກ່ວາ ສິ່ງທີ່ຄູອາຈານ ​ຄາດຫັວງໄວ້ ໂດຍອີງໃສ່ ​ການຮຽນ/ການເຮັດຕາມໜ້າວຽກ ໃນຫ້ອງຮຽນ ຂອງ ນາງ ໃນວິຊາ ​ປະລິມານ​. ການສະຫລຸບຜົນ ສ່ວຍຫຼາຍ ອາດຈະແມ່ນວ່າ ນາງລີ ຕາມ​ປົກກະຕິ ແລ້ວ ເປັນ​ນັກຮຽນເກັ່ງ ​ໃນວິຊາປະລິມານ. 8.  ການອ້າງອີງໃສ່ ມາດຖານ ​ຈະເປັນຂໍ້ມູນ ທີ່ເປັນປະໂຫຍດ ທີ່ສຸດ ສໍາລັບຄູອາຈານ ໃນເວລາ​ ວາງແຜນການ ສໍາລັບ ຫນ່ວຍກິດ ​ໃນຫ້ອງຮຽນ ກ່ຽວກັບ ວິຊາ ພຶດຊະຄະນິດ? ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 18. ບັນດາບາດກ້າວ ໃນການສ້າງ ເກນ ​ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 19. ທ່ານ ສ້າງ ເກນ ຄືແນວໃດ ​? ມີ ຫຼາກຫຼາຍ​ວິທີການ ເພື່ອ​ສ້າງ ເກນ​. ບໍ່ວ່າຈະໃຊ້​​ວິທີການໃດກໍຕາມ ​ສິ່ງຈຳເປັນແມ່ນຕ້ອງ ​ສຸມໃສ່ ມາດຕະຖານ ດ້ານເນື້ອໃນ ທີ່ຈະ​ມີການປະເມີນຜົນ; ໃຫ້ຄໍາອະທິບາຍ ໜ້າວຽກ ຢ່າງ​ຈະແຈ້ງ; ແລະ ໄຈ້ແຍກໃຫ້ເຫັນ ຄວາມແຕກຕ່າງ ລະຫວ່າງ ລະດັບ ທີ່ແຕກຕ່າງກັນ ຂອງໜ້າວຽກ. ນັກຮຽນ ​ຍັງສາມາດ ​ມີສ່ວນຮ່ວມ ໃນການ​ສ້າງ ​ເກນ​. ມັນເປັນປະສົບການ ການຮຽນຮູ້ ທີ່ມີ​ປະໂຫຍດຫຼາຍ. ຂັ້ນຕອນ ​ການສ້າງ ເກນ​. 1. ອະທິບາຍຈຸດປະສົງ ການຮຽນຮູ້ (ມາດຕະຖານ ດ້ານເນື້ອໃນ) ຊຶ່ງການປະເມີນຜົນນີ້ ຈະກວມເອົາ ເຊັ່ນ: ​​ນັກຮຽນ ​ຄວນຈະສາມາດ ຮັບຮູ້​ ແລະ ເຮັດຫັຍງໄດ້ແດ່​. 2. ​ສ້າງ ໜ້າວຽກ ເພື່ອໃຫ້​ນັກຮຽນ ນຳເອົາ ​ຫຼັກຖານພິສູດວ່າ ​ພວກເຂົາເຈົ້າ ໄດ້ບັນລຸເຖິງ ​ມາດຕະຖານ ດ້ານເນື້ອໃນ ດີຄືແນວໃດ​. 3. ຕັດສິນໃຈ ຕາມມາດຖານ​ ທີ່ຈະ​ນໍາໃຊ້ ເພື່ອ​ປະເມີນຜົນ ແລະ ​ລາຍງານ (ສາມາດນໍາໃຊ້ໄດ້ ສໍາລັບ ເກນ ການໃຫ້ຄະແນນ ແບບ​ວິເຄາະ). 4. ສ້າງ​ລາຍລະອຽດ ການຮຽນ/ໜ້າວຽກ ທີ່ຈະເຮັດ ​ສໍາລັບ ແຕ່ລະລະດັບ ຂອງ ແຕ່ລະມາດຖານ​
  • 20. ບັນດາບາດກ້າວ ໃນການສ້າງ ເກນ ການໃຫ້ຄະແນນ ຮູບແບບ ພື້ນຖານ ສຳລັບ ເກນ ການໃຫ້ຄະແນນ ​ ມາດຖານ ຄະແນນ ​ ຄະແນນ ​ ຄະແນນ ​ ຄະແນນ ​ ຄະແນນ ​ ມາດຖານ 1 ມາດຖານ 2 ມາດຖານ 3 ມາດຖານ 4 ມາດຕາສ່ວນ ຄຳອະທິບາຍ ຂອງ ມາດຖານ ​ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 21. ມີບັນດາບາດກ້າວຫັຍງແດ່ ໃນການສ້າງ ເກນ ການໃຫ້ຄະແນນ ? ບາດກ້າວທີ່​ 1: ອະທິບາຍຈຸດປະສົງ ການຮຽນຮູ້ (ມາດຕະຖານ ດ້ານເນື້ອໃນ) ຊຶ່ງການປະເມີນຜົນນີ້ ຈະກວມເອົາ ເຊັ່ນ:​​ ນັກຮຽນ ​ຄວນຈະສາມາດ ຮັບຮູ້ຈັກ ແລະ ເຮັດຫັຍງໄດ້ແດ່. •  ໂດຍທົ່ວໄປແລ້ວ ເກນ ການໃຫ້ຄະແນນ ຈະມີໜ້າວຽກ ທີ່​ຮຽກຮ້ອງໃຫ້ມີການ​ສ້າງ ຄຳ​ຕອບ​, ການປະຕິບັດງານ ແລະ/ຫຼື ຜະລິດຕະພັນ. ​ໂດຍທົ່ວໄປແລ້ວ, ໜ້າວຽກ ຈະມີການປະຕິບັດ ບາງຢ່າງ ຂອງ​ນັກຮຽນ​. •  ໂດຍທົ່ວໄປແລ້ວ ວັດຖຸປະສົງ ການຮຽນຮູ້ ​ຈະ​ມີ "ເນື້ອໃນ" ແລະ "ຂະບວນການ“ ບາດກ້າວທີ່​ 2: ​ສ້າງ ໜ້າວຽກ ເພື່ອໃຫ້​ນັກຮຽນ ນຳເອົາ ເພື່ອ​ຫຼັກຖານພິສູດວ່າ ​ພວກເຂົາເຈົ້າ ໄດ້ ບັນລຸເຖິງ ​ ມາດຕະຖານ ດ້ານເນື້ອໃນ ດີຄືແນວໃດ​. •  ຕ້ອງ​ສ້າງ ໜ້າວຽກ ​ເປັນ​ຢ່າງ​ດີ ​ເພື່ອ​ໃນ​ເຫັນ​ວ່າ ໜ້າວຽກນັ້ນ ​ຈະປະເມີນຫັຍ​ງ​; ໜ້າ​ວຽກ ມີຜົນ​ດີ ດ້ານ ​ເຕັກນິກ​ບໍ​; ແລະມີ​ການກວດ​ແກ້ ຢ່າງ​ຖືກຕ້ອງ​ແລ້ວບໍ. •  ໃນຂະນະທີ່ ໜ້າວຽກ ​ບໍ່ແມ່ນ ​ສ່ວນຫນຶ່ງຂອງ​ເກນ​ເອງ ຢ່າງ​ເຄັ່ງ​ຂັດ​, ​ແຕ່​ວ່າ ຕ້ອງ​ຮັບປະກັນ​ວ່າ ​ ມາດ​ຖານ ແລະ ມາດຕະຖານ ການຮຽນ/ການ​ເຮັດ​ຕາມ​ໜ້າ​ວຽກ ​ສອດຄ່ອງກັບ ຈຸດປະສົງ ຂອງໜ້າ​ວຽກ ​ແລະສະນັ້ນ ​ຈຶ່ງຈະເພີ່ມທະວີ ຄວາມຖືກຕ້ອງ ຂອງຜົນໄດ້ຮັບ. ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 22. ມີບັນດາບາດກ້າວຫັຍງແດ່ ໃນການສ້າງ ເກນ ການໃຫ້ຄະແນນ? ບາດກ້າວທີ່​ 3: ຕັດສິນໃຈ ຕາມມາດຖານ​ ທີ່ຈະ​ນໍາໃຊ້ ເພື່ອ​ປະເມີນຜົນ ແລະ ​ລາຍງານ (ສາມາດນໍາໃຊ້ໄດ້ ສໍາລັບ ເກນ ການໃຫ້ຄະແນນ ແບບ​ວິເຄາະ). •  ມາດຖານ​ ແມ່ນກົດລະບຽບ ຫຼື ຫຼັກການພື້ນຖານ ເພື່ອຕັດສິນ ຄຳຕອບ, ຜະລິດຕະພັນ, ຫຼື ການສະແດງອອກ ໃນການຮຽນ/ເຮັດຕາມໜ້າວຽກ ຂອງ​ນັກຮຽນ​​. •  ມາດຖານ ​ຕ້ອງ​ເນັ້ນໃສ່ ດ້ານ​ສໍາຄັນ ຂອງ​ວຽກ, ບໍ່ແມ່ນ ດ້ານຄຸນ​ສົມບັດ ​ເຊັ່ນ: ຄວາມລຽບລ້ອຍ ​ຫລື ການສົ່ງ ທັນ​ເວລາ. •  ມາດຖານ ຕ້ອງ​ຈະແຈ້ງ ແລະ ໂປ່ງໃສ ເທົ່າທີ່ເປັນໄປໄດ້. ຫນ້າວຽກ ຍິ່ງ​ເປີດກ້ວາງເທົ່າໃດ​ ມາດຖານ ກໍຍິ່ງ​ຕ້ອງ ຈະແຈ້ງ​ກ່ວາ​. •  ຈໍານວນ ​ມາດຖານ ​ຂຶ້ນກັບ ຄວາມສັບສົນ ຂອງໜ້າວຽກ​ ແລະ ລະດັບ ​ການເປີດກວ້າງ ຂອງມັນ​. ແຕ່ເຖິງຢ່າງໃດກໍຕາມ, ຖ້າມີລາຍລະອຽດຫຼາຍເກີນໄປ, ແທນທີ່ຈະເປັນປະໂຫຍດ ມັນອາດຈະເປັນພາລະໜັກ ໃຫ້ທັງ​ ຄູອາຈານ ແລະ ນັກຮຽນ​. ບາດກ້າວທີ່​ 4: ສ້າງ​ລາຍລະອຽດ ການຮຽນ/ໜ້າວຽກ ທີ່ຈະເຮັດ ​ສໍາລັບ ແຕ່ລະລະດັບ ຂອງແຕ່ລະມາດຖານ. •  ອະທິບາຍເຖິງ ໜ້າວຽກ ທີ່ຕອບ ຕໍ່ລະດັບ ຄຳສັ່ງ​. ຖ້າ​ວ່າ ເກນ ​ມີພຽງແຕ່ 1​ ລະດັບ ​ອະທິບາຍ ກໍຄວນຈະແມ່ນ​​ລະດັບ ​ສູງທີ່ສຸດ. •  ຖ້າ​ວ່າ ມີຫຼາຍກ່ວາ 1 ລະດັບ​ ໜ້າວຽກ ​ສໍາລັບ ມາດຖານໜຶ່ງ​ ​ຄວນຈະມີ ລາຍລະອຽດ ຂອງທຸກລະດັບໜ້າວຽກ​ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 23. ວັດຖຸປະສົງ ຂອງເນື້ອໃນ ການຮຽນຮູ້ ນັກຮຽນ ຈະສາມາດ ... 1.  ສະແດງໃຫ້ເຫັນເຖິງ ຄວາມຮູ້ ແລະ ຄວາມເຂົ້າໃຈເຖິງ ຕົວເມືອງ​/ຊຸມຊົນ ທີ່ພວກເຂົາເຈົ້າ ດໍາລົງຊີວິດຢູ່ ວັດຖຸປະສົງ ຂອງຂະບວນການ ການຮຽນຮູ້ ນັກສຶກສາຈະສາມາດ ... 1. ສ້າງ ຂໍ້​ໂຕ້ຖຽງ ທີ່ສະແດງໃຫ້ເຫັນເຖິງ ໂຄງປະກອບ ການວິເຄາະ ແລະ ຮັກສາ ຈຸດໃຈກາງ ຂອງ​ຫົວຂໍ້​ 2. ສື່ສານ ຢ່າງມີປະສິດທິຜົນ ກັບຜູ້ຟັງ 3. ​ນໍາໃຊ້ ສິ່ງ​ປະຈັກຕາ ຢ່າງມີປະສິດທິຜົນ 4. ສະແດງໃຫ້ເຫັນເຖິງ ທັກສະ ​ການນໍາສະເຫນີ ດ້ວຍການເວົ້າ ຢ່າງ​ມີປະສິດທິພາບ ຕົວຢ່າງ​ 1 ບາດກ້າວທີ່​ 1: ອະທິບາຍຈຸດປະສົງ ການຮຽນຮູ້ (ມາດຕະຖານ ດ້ານເນື້ອໃນ) ຊຶ່ງການປະເມີນຜົນນີ້ ຈະກວມເອົາ ເຊັ່ນ:​​ ນັກຮຽນ ​ຄວນຈະສາມາດ ຮັບຮູ້ຈັກ ແລະ ເຮັດຫັຍງໄດ້ແດ່. ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 24. ຕົວຢ່າງ​ 1 ບາດກ້າວທີ່​ 2: ສ້າງ ໜ້າວຽກ ເພື່ອໃຫ້​ນັກຮຽນ ນຳເອົາ ​ຫຼັກຖານພິສູດວ່າ ​ພວກເຂົາເຈົ້າ ໄດ້ບັນລຸເຖິງ ​ ມາດຕະຖານ ດ້ານເນື້ອໃນ ດີຄືແນວໃດ ໜ້າວຽກ​: ນັກຮຽນ ​ໃນຫ້ອງ ​ຈະເຮັດບົດ​ນໍາສະເຫນີ 5 ນາທີ ກ່ຽວກັບ​ ການປ່ຽນແປງ ທີ່ສໍາຄັນ (ຕາມາ​ທັດສະນະ ຂອງພວກເຂົາເຈົ້າເອງ) ສິ່ງທີ່ໄດ້ເກີດຂຶ້ນ ​ໃນເມືອງ​/ຊຸມຊົນ ຂອງຕົນ​ ໃນໄລຍະ 10 ປີ ທີ່ຜ່ານມາ. ພວກນ້ອງ​ ສາມາດ ນໍາສະເຫນີ ສິ່ງໃດກໍໄດ້,​ ແຕ່ວ່າ ​ຕ້ອງມີ ການ​ອະທິບາຍ​ ທີ່ເຂັ້ມແຂງວ່າ ເປັນຫຍັງ ການປ່ຽນແປງ​ນີ້ ຈິ່ງມີຄວາມສໍາຄັນ. ການນໍາສະເຫນີ ຂອງພວກນ້ອງ ​ບໍ່ພຽງແຕ່ ລາຍຊື່ ການ​ປ່ຽນແປງ ທີ່ໄດ້ເກີດຂຶ້ນ ເທົ່ານັ້ນ​. ການນໍາສະເຫນີ ຕ້ອງປະກອບມີ ຮູບພາບ,​ ແຜນທີ່, ກຣາຟ​ ແລະ ສິ່ງ​ປະຈັກຕາອື່ນໆ ສຳລັບ ​ຜູ້ຟັງ​. Capacity  Development  Workshop:  Test  and   Item  Development  and  Design,  Laos,   September  2016  
  • 25. ຕົວຢ່າງ​ 1 ບາດກ້າວທີ່​ 3: ຕັດສິນໃຈ ຕາມມາດຖານ​ ທີ່ຈະ​ນໍາໃຊ້ ເພື່ອ​ປະເມີນຜົນ ແລະ ​ລາຍງານ (ສາມາດນໍາໃຊ້ໄດ້ ສໍາລັບ ເກນ ການໃຫ້ຄະແນນ ແບບ​ວິເຄາະ). ມາດຖານ​ 1. ຄວາມຮູ້ 2. ຂໍ້​ໂຕ້ຖຽງ ກ່ຽວກັບ ຄວາມສໍາຄັນ 3. ການສື່ສານ 4. ການນໍາໃຊ້ ອຸປະກອນຊ່ວຍ 5. ທັກສະ ການນໍາສະເຫນີ ດ້ວຍການເວົ້າ ​ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 26. ມາດຕະຖານ ການຮຽນ/ /ໜ້າວຽກ ທີ່ຈະເຮັດ ມາດຖານ 0 1 2 3 ຄວາມຮູ້ ບໍ່ຂໍ້ມູນພຽງພໍ ​ ຕໍ່​ການຕັດສິນໃຈ ຄວາມກ່ຽວຂ້ອງ ແລະ ຄວາມຖືກຕ້ອງ ຂອງ ຂໍ້ມູນ ມີພຽງເລັກນ້ອຍ​. ການຄົ້ນຄ້ວາວິໄຈ ເພື່ເປັນຫຼັກຖານ ມີພຽງເລັກນ້ອຍ ຫຼື ບໍ່ມີເລີຍ​. ໂດຍທົ່ວໄປແລ້ວ ເນື້ອໃນ ຖືກຕ້ອງ ມີພຽງແຕ່ ບາງສິ່ງ​ບໍ່​ຖືກຕ້ອງ ພຽງເລັກນ້ອຍ. ການຄົ້ນຄ້ວາວິ​ໄຈ ບໍ່​​ໄກເກີນກວ່າ ສິ່ງທີ່ນໍາສະເຫນີ ຢູ່ໃນຫ້ອງຮຽນ. ສະແດງໃຫ້ເຫັນ ​ເຖິງ ຄວາມເຂົ້າໃຈ ຢ່າງ​ເລິກ​ເຊິ່ງ ດ້ານ​ປະຫວັດສາດ ດ້ວຍການນໍາໃຊ້ ລາຍລະອຽດ ຢ່າງ​ຖືກຕ້ອງ ເພື່ອສະຫນັບສະຫນູນ ການນໍາສະເຫນີ​. ການຄົ້ນຄວ້າວິ​ໄຈ ລະອຽດ . ຂໍ້ໂຕ້ຖຽງ ກ່ຽວກັບ ຄວາມສໍາຄັນ​ ບໍ່ຂໍ້ມູນພຽງພໍ ​ ຕໍ່​ການຕັດສິນໃຈ ບໍ່ມີ ໂຄງສ້າງ ​ການວິເຄາະ ແລະ ບໍ່ມີຈຸດ​ຢືນ ການໂຕ້ຖຽງ​ ທີ່ຈະແຈ້ງ ສະແດງໃຫ້ເຫັນ ​ໂຄງສ້າງພື້ນຖານ ແລະ ມີຈຸດ​ຢືນ ການໂຕ້ຖຽງກາງ ແຕ່ວ່າ ການວິເຄາະ ບໍ່​ເລິກ​ເຊິ່ງ ການນໍາສະເຫນີ ສ້າງ​ດ້ວຍ​ຄວາມ​ຮັບ​ຮູ້​ສູງ ປະ​ເດັນ​ບັນຫາ ດ້ານ​ປະຫວັດສາດ ແລະ ສັງຄົມ​ ແລະ ສະແດງໃຫ້ເຫັນ ​ເຖິງ ຄວາມສາມາດ ດ້ານ​ຄວາມຄິດ ໃນລະດັບສູງ ການສື່ສານ ບໍ່ຂໍ້ມູນພຽງພໍ ​ ຕໍ່​ການຕັດສິນໃຈ ການສື່ສານ ມີຄວາມສັບສົນ ແລະ ບໍ່ໄດ້ສ້າງສົນ​ໃຈ ​​ໃຫ້​ແກ່​ຜູ້​ຟັງ​ ການສື່ສານ ​ມີປະສິດທິ ແຕ່ມີ​ ບາງຄວາມ​ຄິດ ທີ່ບໍ່ສາມາດ ຈິນຕະນາການໄດ້​ ​. ການ​ຕອບຄໍາຖາມ ຂອງ​​ຜູ້​ຟັງ​​ ບໍ່​ໄດ້​ດີ ມີຈິນຕະນາການ ແລະ ມີປະສິດທິພາບ ໃນການນໍາສະ​ເໜີ​ ແນວຄວາມຄິດ. ຕອບ​ຄໍາຖາມ ຂອງ​​ຜູ້​ຟັງ​ ​​ໄດ້​ດີ ການນໍາໃຊ້ ອຸປະກອນຊ່ວຍ ບໍ່ຂໍ້ມູນພຽງພໍ ​ ຕໍ່​ການຕັດສິນໃຈ ມີ​ອຸປະກອນ​ຊ່ວ​ຍ ສິ່ງ​ປະ​ຈັກຕາ ຫນ້ອຍ ທີ່ສຸດ ແລະ ສ່ວນ​ຫຼາຍ​ ແມ່ນບໍ່ເຫມາະ ສົມ. ບໍ່ມີ​ເອກະສານອ້າງອີງ ໃນການນໍາສະ ເຫນີ. ມີ​ອຸປະກອນ​ຊ່ວ​ຍ ຢ່າງເຫມາະສົມ ແຕ່ວ່າ ມີຕົວເລກ ຢ່າງຈຳກັດ.​ ການນຳສະເຫນີ ຫຼື ການນໍາໃຊ້ ໃນການນໍາສະເຫນີ ບໍ່ໄດ້ດີ ນໍາໃຊ້ ອຸປະກອນ​ຊ່ວຍ ຢ່າງ​ເຫມາະສົມ ແລະ ເຂົ້າໃຈງ່າຍ​. ຜູ້ນຳ​ສະ​ເໜີ ​ນໍາໃຊ້​ໄດ້​ດີ ​ ໃນການນໍາສະເຫນີ ຂອງ​ຕົນ. ທັກສະ ການນຳສະເຫນີ ດ້ວຍການເວົ້າ ​ ບໍ່ຂໍ້ມູນພຽງພໍ ​ ຕໍ່​ການຕັດສິນໃຈ ການນຳ​ສະ​ເໜີ ບໍ່ຈະແຈ້ງ ແລະ ບໍ່ສາມາດ​ ເຂົ້າໃຈ​ໄດ້. ​ ມີຄວາມພະຍາຍາມພຽງ ເລັກນ້ອຍ ຫຼື ບໍ່ມີ​ເລີຍ ​ເພື່ອ​ໃຫ້​ຜູ້​ຟັງ ມີ​ ສ່ວນ​ຮ່ວມ​ນຳ. ສາມາດໄດ້ຍິນ ຜູ້ນຳ​ສະ​ເໜີ ເວົ້າ ຢ່າງຈະແຈ້ງ. ຂາດການປັບ ນ້ຳສຽງຕ່ຳສູງ ແລະ ບໍ່ຊັກຊວນ ຜູ້ຟັງ ຢ່າງຕໍ່ເນື່ອງ​. ຜູ້ນຳ​ສະ​ເໜີ ເວົ້າແຈ້ງ ແລະ ຊັດເຈນ​; ມີການ ປະສານສາຍຕາ​; ນ້ຳສຽງມີຊິວີດຊິວາ​; ແລະ ເຮັດໃຫ້ ຜູ້ຟັງ ມີສ່ວນຮ່ວມນຳ ​. ຕົວຢ່າງ​ 1 ບາດກ້າວທີ່​ 4: ສ້າງ​ລາຍລະອຽດ ການຮຽນ/ໜ້າວຽກ ທີ່ຈະເຮັດ ​ສໍາລັບ ແຕ່ລະລະດັບ ຂອງ ແຕ່ລະມາດຖານ
  • 27. ນຳໃຊ້ເກນ ຄືແນວໃດ ເພື່ອໃຫ້ຄະແນນ ​ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 28. ທ່ານນຳໃຊ້ ເກນ ເພື່ອໃຫ້ໄດ້ຄະແນນລວມ​ ຄືແນວໃດ ? 1.  ປຽບທຽບ ການຕອບ ຂອງນັກຮຽນ ໃນໜ້າວຽກ ໃນ​ແຕ່ລະລະດັບ ພາຍໃນ ​ ແຕ່ລະມາດຖານ ​ແລະ ​ຕັດສິນໃຈ ແບບມື​ມືອາຊີບ ໃສ່​ມາດຕະຖານ ການຮຽນ/ການເຮັດຕາມໜ້າວຽກ​ (ຄໍາອະທິບາຍ ລະດັບ) ທີ່ດີທີ່ສຸດ ຕາມ​ລະດັບ ຂອງການຮຽນ/ການເຮັດຕາມໜ້າວຽກ​. ໃນກໍລະນີ ການໃຫ້ຄະແນນ ແບບລວມຮອບດ້ານ​ ມີພຽງ​ການຕັດສິນ ໂດຍລວມຮອບດ້ານ ພຽງອັນດຽວ - ຊຶ່ງແມ່ນ​ ຄະແນນລວມຮອບດ້ານ. ໃນການນຳໃຊ້ເກນ ແບບວິເຄາະ ມີໜຶ່ງການຕັດສິນ ໃນ​​ແຕ່ລະມາດຖານ ​ ແລະ ໂດຍປົກກະຕິແລ້ວ, ຄະແນນລວມຮອບດ້ານ ​ແມ່ນໄດ້​ມາ ດ້ວຍການບວກຄະແນນລວມທັງໝົດ ທີ່ມີໃນລະດັບ ໃນທຸກມາດຖານ​​. ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016
  • 29. ທ່ານນຳໃຊ້ ເກນ ເພື່ອໃຫ້ໄດ້ຄະແນນລວມ​ ຄືແນວໃດ ? 2. ຄຳ​ອະທິບາຍ ທີ່ກ່ຽວຂ້ອງ ທີ່ນຳ​ໃຊ້ ໃນມາດຕະຖານ ການຮຽນ/ການເຮັດຕາມໜ້າວຽກ ເພື່ອໄຈ້ແຍກ ລະຫ່ວາງ ​ລະດັບຕ່າງ ຈະບໍ່ມີຄວາມຫມາຍ ດ້ານ "ຈຸດປະ ສົງ". ປະ ໂຫຍກຕ່າງໆ ເຊັ່ນ: "ພັດທະນາ ຢ່າງສູງ" ຫຼື “ຢ່າງ​ເລິກເຊິ່ງ​" ບໍ່ມີຄວາມຫມາຍ ປະກົດ ຂຶ້ນ. ​ໂດຍທົ່ວໄປແລ້ວ ຈະມີຄວາມຫມາຍ ​ແຕກຕ່າງກັນ ຖ້າມີ​ຜູ້ໃຫ້ຄະແນນ ຫຼາຍຄົນ​ . ຈໍາເປັນຕ້ອງ ມີການກໍານົດ ຕົວຢ່າງ ຂອງໜ້າ​ວຽກ (ຕົວ​ແບບ ຄຳອະທິບາຍ) ຊຶ່ງເຮັດ ໃຫ້ເຫັນຢ່າງຊັດເຈນ ປະເພດ ຂອງໜ້າວຽກ ​ທີ່ມີເສັ້ນຂີດ​ລະຫວ່າງ​ "ການພັດທະນາ ຢ່າງສູງ" ແລະ "ການພັດທະນາ" ແລະ ເຮັດໃຫ້ ສິ່ງ​ເຫຼົ່ານີ້ ສາມາດໃຊ້ ໄດ້ກັບຜູ້ໃຫ້ຄະແນນ ​ແລະ ນັກຮຽນ​. ອັນນີ້ ​ສະແດງໃຫ້ ຄູອາຈານ ແລະ ນັກຮຽນ ເຫັນໄດ້ເຖິງ ​ຄຸນນະພາບ ຂອງໜ້າວຽກ ທີ່ນັກຮຽນ ​ຈໍາເປັນຕ້ອງ ໄດ້ສະແດງໃຫ້ເຫັນ ເພື່ອ​ບັນລຸເຖິງ ລະດັບ ຂອງການຮຽນ/ໜ້າວຽກ ທີ່ຕ້ອງເຮັດ​. ​ ກອງປະຊຸມຝຶກອົບຮົມ ການເສີມສ້າງ ຂີດ​ຄວາມອາດສາມາດ: ການທົດສອບ ແລະ ການສ້າງ​ ແລະ ການອອກແບບ ລາຍການ, ສປປ ລາວ, ​ເດືອນກັນຍາ 2016