SlideShare a Scribd company logo
ອາຫານ 5 ຢ່າງ ເຮັດໃຫ້ເຖົ້າໄວ
1. ເຂົ້າໜົມຈືນ, ກ້ວຍຈືນ, ໄກ່ທອດຊົງເຄື່ອງ:
ຂະບວນການເຮັດເຂົ້າໜົມຈືນ ບາງຄັ້ງມີການໃຊ້ສານສົ້ມ
ເຊິ່ງມີສານກົ່ວປົນເປື້ອນ
ເຮັດໃຫ້ໄຂ່ຫຼັງເຮັດວຽກໜັກໃນການຂັບສານນີ້ອອກໄປ.
ນອກນີ້ຍັງເຮັດໃຫ້ຄໍແຫ້ງອີກດ້ວຍ. ອາຫານກຸ່ມນີ້
ອຸດົມໄປດ້ວຍສານອະນຸມູນອິດສະຫຼະ ແລະ ສານກໍ່ມະເຮັງ.
2. ຖົ່ວລຽນ ຫຼື ລຳໄຍ:
ອາຫານພວກນີ້ ສ້າງການສະສົມຄາບຕະກອນໃນລຳໄສ້ ແລະ
ເພືີ້ມອະນຸມູນອິດສະຫຼະ
ເພາະມັນໄປປະສົມກັບມົນລະພິດຊຶ່ງມັນຄືໂຈນທີ່ລັກຕາມຈຸດເສື່ອມຕ່າງໆໃນ
ຮ່າງກາຍ.ເປັນການທຳລາຍຈຸລັງຄວາມໜຸ່ມ-ສາວຂອງເຮົາໄປ
3. ອາຫານສຳເລັດຮູບ, ໝີ່ສຳເລັດຮູບ. ມີສານກັນບູດ,
ສານແຕ່ງລົດຊາດຂ້ອນຂ້າງສູງ ແລະ ມີຄຸນຄ່າທາງອາຫານ ຕໍ່າ.
ການກິນອາຫານນີ້ຫຼາຍເກີນໄປ ອາກເຮັດໃຫ້ສ່ຽງຕໍ່ໂລກຂາດອາຫານ ແລະ
ການສະສົມສານຜິດໄດ້ ແລະ
ການຮັກສາສະພາບທີ່ມີຜົນຕໍ່ການເຮັດວຽກລະດັບຈຸລັງກິນດຸໆ
ຈຸລັງຮ່າງການກໍ່ອາດຊຸດໂຊມ.
4. ນໍ້າເມົາ ແລະ ກາເຟ.
ຖ້າຫາກດື່ມເຄື່ອງດື່ມພວກນີ້ຫຼາຍເກີນໄປຈະເຮັດໃຫ້ຮ່າງການຂາດນ*
ຊຶ່ງຜົນທີ່ຕາມມາກໍ່ຄື ອາຫານຜິວແຫ້ງ ແລະ ມີຮ່ອງຮອຍ.
ຖ້າຫາກຫຼີກເວັ້ນບໍ່ໄດ້ແທ້ໆ ຄວນດື່ມມືລະຈອກ.
5. ນໍ້າຕານ.
ການບໍລິໂພກນໍ້າຕານເຂົ້າໄປໃນຮ່າງການຫຼາຍເກີນໄປ
ຈະທຳລາຍໂຄງສ້າງຂອງອີລາສະຕິນ ແລະ ຄໍລາເຈນໃນຜິວ ເຮັດໃຫ້ຜິວເກີດຮ່ອງຮອຍ
ແລະ ຜິວຫ່ຽວຍານກ່ອນໄວອັນຄວນ.
ການເຮັດໃຫ້ໂຕເອງຄົງຄວາມໜຸ່ມ
ເຊື່ອວ່າ ທ່ານເປັນອີກຄົນໜຶ່ງທີ່ຕ້ອງການຮັກສາຄວາມໜຸ່ມ
ແຕ່ກໍ່ເຊື່ອວ່າ
ທ່ານບໍ່ຮູ້ຈັກວິທີທີ່ຈະເຮັດໃຫ້ໂຕເອງຄອງຄວາມໜຸ່ມໄວ້ດົນ,
ສະນັ້ນລອງປະຕິບັດວິທີດັ່ງຕໍ່ໄປນີ້:
1. ຍິ້ມໃສໆ: ຈາກການທົດລອງທີ່ໃຫ້ເດັກ, ໄວກາງຄົນ ແລະ ຄົນເຖົ້າ
ນັບພັນຄົນຖ່າຍຮູບ ໂດຍໃຫ້ແຕ່ລະຄົນສະແດງສີໜ້າຕ່າງກັນ
ທັງການເຮັດໜ້ານິ້ງເສີຍ, ສະແດງຄວາມຢ້ານ ແລະ
ເຮັດໃຫ້ຍິ້ມແຍ້ມມີຄວາມສຸກ ຜູ້ທົດລອງພົບວ່າ
ກຸມຄົນທີ່ເຮັດສີໜ້າຢ້ານ ຈະເບິ່ງແກ່ກວ່າໄວ
ແຕ່ຄົນທີ່ສະແງສີໜ້າແຈ່ມໃສ ເບິ່ງຄືຄົນທີ່ອ່ອນກວ່າໄວ ແລະ
ຄົນທີ່ຍີິ້ມກວ້າງໆ ກໍແຮ່ງຈະເຮັດໃຫ້ອາລົມແຈ່ມໃສ ຫຼັງຈາກການຍິ້ມ.
2. ກິນເລີແຊັງ: ເລີແຊັງໝາກໄມ້ຕະກຸນເບີຣີ
ຕ່າງກໍ່ເປັນໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນຊີ,
ເປັນໝາກໄມ້ທີ່ຂ້ອນຂ້າງຊຸ່ມນໍ້າ ແລະ ມີຄວາມຫວານ
ຊື່ງລ້ວນແຕ່ເປັນຜົນປະໂຫຍດກັບຜິວພັນຂອງຄົນເຮົາ.
3. ບຳລຸງເສັ້ນຜົມ: ເມື່ອອາຍຸຫຼາຍຂຶ້ນ
ເສັ້ນຜົມກໍ່ຈະຫຼຸດລົ່ນຕາມເວລາ ຊຶ່ງຈະເຮັດໃຫ້ຜົມບາງລົງ. ດັ່ງນັ້ນ,
ຄວນໃຊ້ຜະລິດຕະພັນບຳລຸງເສັ້ນຜົມ ຫຼື
ອາດຈະປ່ຽນສີຜົມໃຫ້ເປັນສີອ່ອນລົງກໍໄດ້. ສິ່ງສຳຄັນແມ່ນ:
ຢ່າລືມໃຊ້ຄີມບຳລຸງຜົມ ເພື່ອບໍ່ໃຫ້ຜົມແຫ້ງອີກດ້ວຍ.
4. ທຳຄວາມສະອາດໃບໜ້າໃຫ້ກ້ຽງ:
ຜິວພັນທີ່ບໍ່ໃສເປັນສ່ວນໜຶ່ງເພີ້ມອາຍຸໄດ້ອີກຫຼາຍປີ. ສະນັ້ນ,
ຖ້າຢາກມີໜ້າ ເດັກ
ກໍຕ້ອງເບິ່ງແຍງຜິວພັນໃຫ້ດີດ້ວຍການທຳຄວາມສະອາດໃບໜ້າໃຫ້ກ້ຽງຢູ່ເລື
ອຍໆ ໂດຍການລີກເວັ້ນການໃຊ້ສະບູລ້າງໜ້າ
ເພາະສະບູມີຄວາມເປັນກົດດ່າງທີ່ບໍ່ເໝາະກັບຜິວ
ເຊິ່ງອາດເຮັດໃຫ້ຜິວໜ້າແຫ້ງ.
ທາງທີ່ດີແມ່ນໃຫ້ໃຊ້ນໍ້າມັນໝາກພ້າວທຳຄວາມສະອາດຜິວແທນ
ເພື່ອຮັກສາຄວາມຊຸ່ມຊື່ນໃຫ້ຜິວ, ຫຼັງຈາກລ້າງໜ້າທຸກຄັ້ງກໍຄວນ
ບຳລຸງຜິວໜ້າດ້ວຍ ມອຍເຈີໄຣເຊີ ເປັນປະຈຳ.
5. ແຖຄິ້ວໃຫ້ເຂົ້າຮູບ:
ເຖິງແມ່ນວ່າຄິ້ວຈະເປັນສ່ວນນ່້່ອຍໆຂອງໃບໜ້າແຕ່ກໍ່ນັບວ່າເປັນສ່ວນປ
ະກອບສຳຄັນອີກຢ່າງໜຶ່ງ. ດັ່ງນັ້ນ, ທ່ານຄວນຈະແຖຄິ້ວໃຫ້ເຂົ້າຮູບສະເໝີ
ເພື່ອເຮັດໃຫ້ເຫັນຂອບໜ້າຈະແຈ້ງ ແຖມຍັງຊ່ວຍດວງຕາເບິ່ງສົດໃສໄດ້ງ່າຍໆ.
6. ແຕ່ງໂຕຄືເດັກ:
ໃນການທີ່ຈະເຮັດໃຫ້ໂຕເອງເບິ່ງຄືຍັງໜຸ່ມຕະຫຼອດບໍ່ພຽງແຕ່ການເບິ່ງແຍ
ງສຸຂະພາບເທົ່ານັ້ນ ແຕ່ການແຕ່ງໂຕກໍຕ້ອງໃສ່ໃຈຄືກັນ.
ຂັ້ນພື້ນຖານກໍຄື ຈົ່ງເລືອກສີເສືອຜ້າໃຫ້ເບິ່ງສະບາຍຕາ, ຈາກນັ້ນ
ກໍເລືອກແບບທີ່ຈະເຮັດໃຫ້ເບິ່ງຄືເດັກ.
7. ບໍາລຸງມືໃຫ້ເຕັ່ງຕຶງ: ວິທີເບິ່ງແຍງມື ແລະ ເລັບ
ແມ່ນໃຫ້ຫາຜະລິດຕະພັນບຳລຸງຄວາມຊຸ່ມຊື່ນຂອງຜິວ ແລະ
ພະຍາຍາມເລືອກຄີມບຳລຸງທີ່ມີສ່ວນປະສົມຂອງສານກັນແດດນຳກໍດີ.
ນອກຈາກນີ້ ຄວນຄັດຜິວບໍລິເວນມືເລື້ອຍໆ ດ້ວຍການປະສົມເກີອ ແລະ
ນໍ້າໝາກນາວເຂົ້າກັນ.
8. ໃສ່ໃຈຜັນໃບຂຽວ ແລະ ໝາກເລັ່ນ: ວິຕາມິນ C ໃນຜັກໃບຂຽວ
ມີສ່ວນຊ່ວຍເສີມສ້າງຄວາມແຂງແຮງໃຫ້ເລືອດ ຊຶ່ງກໍ່ໝາຍຄວາມວ່າ
ຈະຊ່ວຍຫຼຸດອາການຊໍ້າທີ່ຜິວໜັງໄດ້ເປັນຢ່າງດີ. ສຳລັບໄລໂຄປິນ
ໃນໝາກເລັ່ນ
ແມ່ນຈະຊ່ວຍເສີມຄວາມແຂງແຮງໃຫ້ຈຸລັງຜິວຕໍ່ຕ້ານອະນຸມູນອິດສະຫຼະ ແລະ
ເປັນເຊືອປ້ອງການລັງສີ UV ຈາກແສງແດດອີກດ້ວຍ.
9. ກິນປາ: ປາແຊວມອນຈະມີ DMAE
ຊຶ່ງເປັນສານອາຫານທີ່ສຳຄັັັັນສຳລັບຜິວພັນ. ດັ່ງນັ້ນ, ເຄື່ອງສຳອາງ ຫຼື
ອາຫານເສີມທີ່ມີສານໂຕນີ້ຢູ່ ຈິ່ງຂ້ອນຂ້າງມີລາຄາສູງ.
ແຕ່ຜູ້ຊ່ຽວຊານບອກວ່າ ພຽງແຕ່ກິນປາແຊວມອນ ແລະ
ປາທະເລນໍ້າເລິກອາທິດລະ 2 ຄາບກໍ່ຈະໄດ້ສານດັ່ງກ່າວນີ້ພຽງພໍ.
10.ອອກກໍາລັງກາຍ 4 ເທື່ອຕໍ່ອາທິກດ: ການອອກກໍາລັງການເປັນກົດຕາຍ
ຂອງທຳມະຊາດຮ່າງການກໍ່ວ່າໄດ້
ໂດຍສະເພາະໃນໄລຍະອາຍຸທີ່ຫຼາຍຂຶ້ນແມ່ນຕ້ອງດຸໝັັ່ນອອກກໍາລັງການເລື້ອ
ຍໆ ຢ່າງໜ້ອຍ 4 ເທື່ອຕໍ່ອາທິດ.
ແຕ່ທ່ານຄວນເລືອກອອກກໍາລັງການໃຫ້ເໝາະສົມກັບຮ່າງກາຍ ແລະ ໄວຂອງໂຕເອງ
ເພື່ອຊ່ວຍກະຕຸ້ນການເຮັດວຽກຂອງຫົວໃຈ. ກ້າມຊີ້ນ ແລ ະປອດ.
ຂໍມູນຈາກ ວາລະສານອັບເດດ ສະບັບທີ 6 ໜ້າທີ 40 ທ້າຍເດືອນກຸມພາ 2014
ອີກສູດໜຶ່ງ ສຳລັບຜູ້ຢາກມີໜ້າງາມ
ເວົ້າກັນມາຫຼາຍແລ້ວພີ່ນ້ອງກ້ຽສກັບສູດທຳມະຊາດທີ່ເຮັດໃຫ້ໜ້າກ
້ຽງງາມ ແຕ່ເບິ່ງຄືວ່າຫຼາຍຄົນກໍ່ລືມສຼດນັ້ນໄປແລ້ວ
ເພາະວ່າບໍ່ໄດ້ປະຕິບັດ. ໃນບົດນີ້ ເຮົາຈະພາທ່ານໄປໃຊ້ໝາກມ່ວງ ແລະ
ໝາກຫຸ່ງ ເພື່ອນຳມາພອກໜ້າ ຊຶ່ງຖ້າພອກເປັນປະຈຳ
ທ່ານກໍ່ເປັນຜູ້ໜຶ່ງທີ່ຈະມີໃບໜ້າທີ່ງາມຢ່າງໝັ້ນໃຈ.
ວິທີເຮັດ:
- ນຳໝາກມ່ວງມາຝາກເປັນປ່ຽງບາງໆແລ້ວໃຊ້ບ່ວງເນັ່ນ ຫຼື
ປີ້ໃຫ້ມຸ່ນລະອຽດ ຫຼື ຈະນຳໄປປັ່ນກໍ່ໄດ້.
- ນຳເອົາມາພອກໃຫ້ທົ່ວໜ້າປະໄວ້ 15 ນາທີ
ຫຼັງຈາກນັ້ນລ້າງອອກດ້ວຍນ້ຳລ້າ ຫຼື ດ້ວຍໂຟມລ້າງໜ້າ.
ສູດນີ້ຈະເຮັດໃຫ້ຜິວໜ້າກ້ຽງມື່ນ
ສະອາດເຕັ່ງຕຶ່ງສົດຊື່ນສະເໜີ.
ພອກໜ້າດ້ວຍໝາກຫຸ່ງ
ສຳລັບຜູ້ທີ່ມີປັນຫາສິວ
ມັກບີບມັກແກະຈົນເຮັດໃຫ້ເກີດຈຸດດ່າງດຳເທິ່ງໃບໜ້າ
ວິທີ່ຕໍ່ໄປນີ້ຈະຊ່ວຍປິ່ນປົວການອັກເສບ, ຊ່ວຍກະຕຸ້ນ ແລະ
ລະລາຍສິ່ງເປີເປື້ອນອອກຈາກຜິວໜ້າ,ເຮັດໃຫ້ຜິວໜ້າສົດໃສ ແລະ
ຈຸດດ່າງດຳກໍ່ຈະຄ່ອຍໆຫາຍໄປ.
ວິທີເຮັດ:
- ນຳໝາກຫຸ່ງມາບົດ ຫຼື ປັ່ນໃຫ້ລະອຽດ.
- ນຳມາພອກໜ້າປະໄວ້ 15-20 ນາທີ ຫຼັງຈາກນັ້ນລ້າງໜ້າດ້ວຍນ້ຳລ້າ
ຫຼື ດ້ວຍໂຟມລ້າງໜ້າ.
ງ່າຍໆພຽງເທົ່ານີ້ໃຜກໍ່ເຮັດໄດ້ແມ່ນບໍ? ພຽງເຮັດໃຫ້ໄດ້ 2-3
ຄັ້ງຕໍ່ອາທິດ
ເຮົາຈະສັງເກດເຫັນການປ່ຽນແປງຂອງຜິວໜ້າທີ່ຈະເຮັດໃຫ້ເຮົາຕ້ອງພູມໃຈແນ
່ນອນ.
ຂໍ້ມູນຈາກ ວາລະສານອັບເດດເພື່ອສຸຂະພາບ ສະບັບທີ 36 ໜ້າທີ 50 ທ້າຍເດືອນ
ທັນວາ 2012
ຜັກດິບ ກິນຫຼາຍໃຫ້ໂທດ
1. ຖົ່ວງອກ: ເຮົານິຍົມກິນທັງດິບ ແລະ ສຸກ ໃສ່ໃນເຂົ້າປຽກ,
ເຮັດໃຫ້ເປັນເຫຍື່ອເຂົ້າປຸ້ນ ຫຼື ນໍາໄປຂົ້ວ. ໃນຖົ່ວງອກມີທັງໂປຕິນ,
ວິຕາມິນຊີ, ວິຕາມິນບີ 12, ທາດເຫຼັກ ແລະ ເລຊີທິນ.
ທັງໝົດນີ້ເປັນສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ
ແຕ່ຖ້າເລືອກກິນຖົ່ວງອກດິບ ກໍຄວນຈະກິນໃນປະລິມານທີ່ເໝາະສົມ
ເພາະໃນຖົ່ວງອກດິບ ມີສານ ໄຟເຕດ
ທີ່ສົ່ງຜົນຕໍ່ການຂັດຂວາງການດູດຊຶມສານບາງຊະນິດເຂົ້າສູ່ຮ່າງກາຍ.
2. ຖົ່ວຟັກຍາວ: ມີກົດແກັດຄາບອນໄດອັອກໄຊສູງ ຊຶ່ງຖ້າກິນຫຼາຍ
ແມ່ນຈະເຮັດໃຫ້ມີອາການທ້ອງອືດ ແລະ ຢູ່ຍາກ. ສະນັ້ນ,
ຈິ່ງບໍ່ແປກທີ່ຫຼາຍຄົນເຈັບທ້ອງ ເພາະກິນເຝີ ກັບ
ໝາກຖົ່ວດິບຈໍ້າແຈ່ວສຸກີ້.
3. ໜໍ່ໄມ້ ມີສານໄຊຍາໄນ ສູງ ຊຶ່ງສານນີ້ເປັນພິດຕໍ່ຕັບ
ຄ້າຍໆກັບຢາເບື່ອ ຊຶ່ງຖ້າກິນດິບໃນປະລິມານຫຼາຍອາດເຮັດໃຫ້ເປັນວິນໄດ້
ແລະ ອາດເຮັດໃຫ້ຮ່າງການໄດ້ຮັບສານຜິດສະສົມ.
4. ມັນຕົ້ນ ມີສານໄຊນາໄນສູງເຊັ່ນດຽວກັນກັບໜໍ່ໄມ້ ແລະ
ມີຄວາມເປັນອັນຕະລາຍ ຄືກັບໜໍ່ໄມ້ດິບ.
5. ຜັກໃນຕະກູນກະລໍ່າປີ (ກະລໍ່າປີ, ກະລໍ່າດອກຂາວ, ກະລໍ່າດອກຂຽວ)
ແມ່ນມີສານກອຍໂຕເຈນ ທີ່ຂັດຂວາງການເຮັດວຽກຂອງຕ່ອມໄທລອຍໃນການ
ຈັດທາດໄອໂອດິນ ຊຶ່ງຖ້າກິນຫຼາຍຈະພາໃຫ້ເປັນພະຍາດຄໍໜຽງ
ຂໍ້ມູນຈາກ: ວາລະສານອັບເດດ ສະບັບທີ 14, ໜ້າທີ 44 ໃນກາງເດືອນ ພຶດສະພາ 2014
ນິດໃສທີ່ທຳຮ້າຍສະໝອງ
1. ບໍ່ກິນເຂົ້າເຊົ້າ: ຫຼາຍຄົນຄິດວ່າ ການບໍ່ກິນເຂົ້າເຊົ້າ
ແລ້ວຈະເຮັດໃຫ້ລະດັບນໍ້າຕານໃນເລືອດຕໍ່າ
ແຕ່ມັນເຮັດໃຫ້ຂາດສານອາຫານຫຼໍ່ລ້ຽງສະໝອງ ເຮັດໃຫ້ສະໝອງເຊື່ອມ.
2. ກິນຫຼານເກີນໄປ: ການກິນຫຼາຍເກີນໄປ
ຈະເຮັດໃຫ້ລອດເລືອດແດງໃນສະໝອງແຂງໂຕ ເປັນເຫດເຮັດໃຫ້ເກີດໂຣກຄວາມຈຳສັ້ນ.
3. ສູບຢາ: ເປັນສາເຫດເກີດໂຣກສະໝອງຝໍ່ ແລະ ໂຣກຄວາມຈຳເສື່ອມ.
4. ກິນຂອງຫວານຫຼານເກີນໄປ:
ການກິນຂອງຫວານຫຼານເກີນໄປຈະເຮັດໃຫ້ໄປຂັດຂວາງການດູດກືນໂປຼຕິນ ແລະ
ສານອາຫານທີ່ເປັນປະໂຫຍດອັນເປັນສາເຫດຂອງການຂາດສານອາຫານ ແລະ
ຂັດຂວາງການພັດທະນາຂອງສະໝອງ.
5. ຢູ່ທ່າມກາງມົນລະຜິດ:
ສະໝອງເປັນສ່ວນທີ່ໃຊ້ພະລັງານຫຼານທີ່ສຸດໃນຮ່າງການ,
ການດື່ມເອົາອາກາດທີ່ເປັນຜິດເຂົ້າໄປຈະເຮັດໃຫ້ອົກຊີແຊນໃນສະໝອງຫຼຸດລ
ົງສົ່ງຜົນໃຫປະສິດທິພາບການເຮັດວຽກຂອງສະໝອງຫຼຸດລົງ.
6. ການອົດນອນ: ການນອນຫຼັບ ຈະເຮັດໃຫ້ສະໝອງໄດ້ຮັບການຜັກຜ່ອນ,
ການອົດນອນເປັນເວລາດົນໆຈະເຮັດໃຫ້ຈຸລັງຂອງສະໝອງງຕາຍ.
7. ຫົ່ມຜ້າປົກຫົວ: ນິດໃສແບບນີ້ເປັນການເພີ້ມອາຍກາກໂບນິກໃສ່ສະໝອງ
ແລະ ຫຼຸດອົກຊີແຊນ ໃຫ້ໜ້ອຍລົງ
ສົ່ງຜົນປະສິດທິພາບຂອງການເຮັດວຽກຂອງສະໝອງ.
8. ໃຊ້ສະໝອງໃນຂະນະທີ່ບໍ່ສະບາຍ: ການຮຽນ ຫຼື
ເຮັດວຽກໃນຄະນະນທີ່ບໍ່ສະບາຍ
ຈະເຮັດໃຫ້ປະສິດທິພາບຂອງສະໝອງຫຼຸດລົງຄືກັບການທຳຮ້າຍສະໝອງໄປໃນໂຕ.
9. ຂາດການໃຊ້ຄວາມຄິດ: ການຄິດເປັນສິ່ງທີ່ດີທີ່ສຸດໃນການຝຶກສະໝອງ,
ການຂາດການໃຊ້ຄວາມຄິດ ເຮັດໃຫ້ສະໝອງຝໍ່.
10. ເປັນຄົນບໍ່ຄ່ອຍເວົ້າ: ຈົ່ງຮູ້ໄວ້ວ່າ ທັກສະການເວົ້າ
ຈະເປັນໂຕສະແດງເຖິງປະສິດທິພາບຂອງສະໝອງ, ຖ້າທ່ານເປັນຄົນບໍ່ມັກເວົ້າ
ສະໝອງກໍ່ຈະບໍ່ພັດທະນາ.
ຂໍ້ມູນຈາກ www.oknation.net, ວາລະສານອັບເດດ ສະບັບທີ 6, ໜ້າທີ 50, ທ້າຍເດືອນກຸມພາ 2014.
ການກິນຜັກ, ໝາກໄມ້ ຫຼຸດການປ່ວຍຊຳເຮື້ອ
ທ່ານ ເຣ-ຢູ ຢາງ ນັກໂພສະນາການ ຈາກສູນພືດພັກໂລກກ ທີ່ໄຕ້ຫວັນ ກ່າວວ່າ:
ໃນຮອບ 2 ທົດສະວັດຜ່ານມາ ອຸດສາຫະກໍາອາຫານ ແລະ ການຄ້າ ເສລີ
ຕາມແຜນພັດທະນາເສດຖະກິດຂອງຫຼາຍປະເທດ
ໄດ້ສົ່ງຜົນກະທົບຕໍ່ການປ່ຽນແປງທາງໂພສະນາການຂອງຄົນເຮົາ
ຊຶ່ງເຮັດໃຫ້ຄົນຫັນໄປກິນອາຫານສະດວກຊື້ ທີ່ມີປະລິມານໄຂມັນຫຼາຍ,
ໃຫ້ພະລັງງານສູງ ແຕ່ມີຄຸນຄ່າທາງໂພສະນາການໜ້ອຍ. ດັ່ງນັ້ນ,
ຈິ່ງເປັນເຫດເຮັດໃຫ້ຄົນເຮົາເກີດໂຣກໄພໄຂ້ເຈັບໄດ້ງ່າຍ ເຊັ່ນ: ຕຸ້ຍ ແລະ
ມີໂຣກຕິດຕໍ່ແບບຊໍາເຮື້ອ ທີ່ມີອັດຕາສສູງຂຶ້ນເລື້ອຍໆ.
ການວິໄຈຫຼາຍໆຄັ້ງ ໄດ້ຊີ້ໃຫ້ເຫັນວ່າ ການກິນຜັກ ແລະ
ໝາກໄມ້ທຸກມື້ຢ່າງໜ້ອຍ 5 ສ່ວນ 10 ຂອງອາຫານທີ່ດີ ຄວນບໍລິໂພກຜັກ ແລະ
ໝາກໄມ້ ຈະຊ່ວຍຫຼຸດອັດຕາການເກີດ ໂຮກຊໍາເຮື້ອ ແລະ ໂຣກມະເລັງຕ່າງໆໄດ້.
ອົງການອານາໄມໂລກແນະນໍາວ່າ ເພື່ອສຸຂະພາບທີ່ດີ ຄວນບໍລິໂພກຜັກ 3 ສ່ວນ
ແລະ ໝາກໄມ້ 2 ສ່ວນ.
ຂໍ້ມູນຈາກ ວາລະສານອັບເດດ ສະບັບທີ 6, ໜ້າທີ 51,
ທ້າຍເດືອນກຸມພາ 2014.
ໝາກໄມ້ຊ່ວຍຫຼຸດອາການຜິວແຫ້ງ
ໝາກໄມ້ສົດນອກຈາກຈະໃຫ້ປະໂຫຍດແກ່ຮ່າງການແລ້ວຍັງສາມາດຫຼຸດອາການ
ຜິວແຫ້ງໄດ້ດີອີດ້ວຍ. ສະນັ້ນ, ນໍ້າມັນທາຜິວ ແລະ
ຄຼີມບຳລຸງຜິວຫຼາຍຫຼາຍຊະນິດຈິ່ງມັກນຳເອົາສານສະກັດຂອງໝາກໄມ້ສົດມາເປ
ັນສ່ວນປະກອບຢູ່ນຳ.
ສຳລັບທ່ານໃດທີ່ມັກກິນໝາກໄມ້ເປັນຊີວິດຈິດໃຈສັງເກດໄດ້ວ່າຈະເປັນຜູ້ມ
ີສຸຂະພາບ ດີ, ມີຜິວພັນສົດຊື່ນແຈ່ມໃສ
ຢູ່ສະເໝີ. ສຳລັບທ່ານໃດທີ່ບໍ່ມັກກິນໝາກໄມ້
ພວກເຮົາມີວິທີການຜອກຜິວດ້ວຍໝາກໄມ້
ເພື່ອຊ່ວຍໃຫ້ຄວາມຊຸ່ມຊື່ນແກ່ຜິວພັນໄດ້
ທັງຍັງຊ່ວຍຫຼຸດອາການຜິວແຫ້ງລົງໄດ້ເປັນຢ່າງດີ ມານຳສະເໜີ.
ວິທີເຮັດ: ຄັດເລືອກເອົາໝາກໄມ້ສົດ ເຊັ່ນ: ໝາກອາງຸ່ນ, ໝາກກ້ວຍ,
ໝາກເຫຼັ່ນ, ໝາກແອັບເປີ້ນ...
ເລືອກເອົາໜ່ວຍສຸກພໍດີບໍ່ຄວນເອົາສຸກຫຼາຍເກີນໄປ, ພ້ອມດ້ວຍໂຍເກິດ (
ນົມສົ້ມ ) ລົດທຳມະຊາດ, ນົມສົດ ແລະ ນໍ້າເຜິ້ງ ຢ່າງລະພໍປະມານ,
ນຳມາປັ່ນລວມກັນຈົນເປັນເນື້ອຄີມທີ່ຂຸ້ນໜຽວ.
ນຳເອົາຄີມມາພອກຕາມຜິວທົ່ວຮ່າງກາຍ ແລະ ຜິວໜ້າໂດນເນັ້ນຈຸດທີ່ແຫ້ງ
ເຊັ່ນ: ແຂນສອກ, ຫົວເຂົ່າ, ຕີນ ປະໄວ້ 15 ນາທີແລ້ວ ລ້າງອອກດ້ວຍນໍ້າອຸ່ນ
ທ່ານຈະສັງເກດໄດ້ວ່າ ຜິວພັນມີຄວາມນຸ້ມນວນ, ຊຸ່ມຊື່ນ ແລະ ນຽນໃສຂຶ້ນ.
ວິທີນີ້ເໝາະສຳລັບທຸກເພດ ທຸກໄວ ແລະ ທຸກລະດູການ
ທັງບໍ່ຫຍຸ້ງຍາກຫຼາຍຈົນເກີນໄປ,
ວັດຖຸດິບກໍສາມາດຫາໄດ້ງ່າຍຕາມຕະຫຼາດບ້ານເຮົາ.
ຂໍ້ມູນຈາກ ວາລະສານສາວລາວ ສະບັບທີ 42”The Magazine for the Family ໜ້າ 37”

More Related Content

Featured

2024 State of Marketing Report – by Hubspot
2024 State of Marketing Report – by Hubspot2024 State of Marketing Report – by Hubspot
2024 State of Marketing Report – by Hubspot
Marius Sescu
 
Everything You Need To Know About ChatGPT
Everything You Need To Know About ChatGPTEverything You Need To Know About ChatGPT
Everything You Need To Know About ChatGPT
Expeed Software
 
Product Design Trends in 2024 | Teenage Engineerings
Product Design Trends in 2024 | Teenage EngineeringsProduct Design Trends in 2024 | Teenage Engineerings
Product Design Trends in 2024 | Teenage Engineerings
Pixeldarts
 
How Race, Age and Gender Shape Attitudes Towards Mental Health
How Race, Age and Gender Shape Attitudes Towards Mental HealthHow Race, Age and Gender Shape Attitudes Towards Mental Health
How Race, Age and Gender Shape Attitudes Towards Mental Health
ThinkNow
 
AI Trends in Creative Operations 2024 by Artwork Flow.pdf
AI Trends in Creative Operations 2024 by Artwork Flow.pdfAI Trends in Creative Operations 2024 by Artwork Flow.pdf
AI Trends in Creative Operations 2024 by Artwork Flow.pdf
marketingartwork
 
Skeleton Culture Code
Skeleton Culture CodeSkeleton Culture Code
Skeleton Culture Code
Skeleton Technologies
 
PEPSICO Presentation to CAGNY Conference Feb 2024
PEPSICO Presentation to CAGNY Conference Feb 2024PEPSICO Presentation to CAGNY Conference Feb 2024
PEPSICO Presentation to CAGNY Conference Feb 2024
Neil Kimberley
 
Content Methodology: A Best Practices Report (Webinar)
Content Methodology: A Best Practices Report (Webinar)Content Methodology: A Best Practices Report (Webinar)
Content Methodology: A Best Practices Report (Webinar)
contently
 
How to Prepare For a Successful Job Search for 2024
How to Prepare For a Successful Job Search for 2024How to Prepare For a Successful Job Search for 2024
How to Prepare For a Successful Job Search for 2024
Albert Qian
 
Social Media Marketing Trends 2024 // The Global Indie Insights
Social Media Marketing Trends 2024 // The Global Indie InsightsSocial Media Marketing Trends 2024 // The Global Indie Insights
Social Media Marketing Trends 2024 // The Global Indie Insights
Kurio // The Social Media Age(ncy)
 
Trends In Paid Search: Navigating The Digital Landscape In 2024
Trends In Paid Search: Navigating The Digital Landscape In 2024Trends In Paid Search: Navigating The Digital Landscape In 2024
Trends In Paid Search: Navigating The Digital Landscape In 2024
Search Engine Journal
 
5 Public speaking tips from TED - Visualized summary
5 Public speaking tips from TED - Visualized summary5 Public speaking tips from TED - Visualized summary
5 Public speaking tips from TED - Visualized summary
SpeakerHub
 
ChatGPT and the Future of Work - Clark Boyd
ChatGPT and the Future of Work - Clark Boyd ChatGPT and the Future of Work - Clark Boyd
ChatGPT and the Future of Work - Clark Boyd
Clark Boyd
 
Getting into the tech field. what next
Getting into the tech field. what next Getting into the tech field. what next
Getting into the tech field. what next
Tessa Mero
 
Google's Just Not That Into You: Understanding Core Updates & Search Intent
Google's Just Not That Into You: Understanding Core Updates & Search IntentGoogle's Just Not That Into You: Understanding Core Updates & Search Intent
Google's Just Not That Into You: Understanding Core Updates & Search Intent
Lily Ray
 
How to have difficult conversations
How to have difficult conversations How to have difficult conversations
How to have difficult conversations
Rajiv Jayarajah, MAppComm, ACC
 
Introduction to Data Science
Introduction to Data ScienceIntroduction to Data Science
Introduction to Data Science
Christy Abraham Joy
 
Time Management & Productivity - Best Practices
Time Management & Productivity -  Best PracticesTime Management & Productivity -  Best Practices
Time Management & Productivity - Best Practices
Vit Horky
 
The six step guide to practical project management
The six step guide to practical project managementThe six step guide to practical project management
The six step guide to practical project management
MindGenius
 
Beginners Guide to TikTok for Search - Rachel Pearson - We are Tilt __ Bright...
Beginners Guide to TikTok for Search - Rachel Pearson - We are Tilt __ Bright...Beginners Guide to TikTok for Search - Rachel Pearson - We are Tilt __ Bright...
Beginners Guide to TikTok for Search - Rachel Pearson - We are Tilt __ Bright...
RachelPearson36
 
Featured (20)

ສາລະໜ້າຮູ້

  • 1. ອາຫານ 5 ຢ່າງ ເຮັດໃຫ້ເຖົ້າໄວ 1. ເຂົ້າໜົມຈືນ, ກ້ວຍຈືນ, ໄກ່ທອດຊົງເຄື່ອງ: ຂະບວນການເຮັດເຂົ້າໜົມຈືນ ບາງຄັ້ງມີການໃຊ້ສານສົ້ມ ເຊິ່ງມີສານກົ່ວປົນເປື້ອນ ເຮັດໃຫ້ໄຂ່ຫຼັງເຮັດວຽກໜັກໃນການຂັບສານນີ້ອອກໄປ. ນອກນີ້ຍັງເຮັດໃຫ້ຄໍແຫ້ງອີກດ້ວຍ. ອາຫານກຸ່ມນີ້ ອຸດົມໄປດ້ວຍສານອະນຸມູນອິດສະຫຼະ ແລະ ສານກໍ່ມະເຮັງ. 2. ຖົ່ວລຽນ ຫຼື ລຳໄຍ: ອາຫານພວກນີ້ ສ້າງການສະສົມຄາບຕະກອນໃນລຳໄສ້ ແລະ ເພືີ້ມອະນຸມູນອິດສະຫຼະ ເພາະມັນໄປປະສົມກັບມົນລະພິດຊຶ່ງມັນຄືໂຈນທີ່ລັກຕາມຈຸດເສື່ອມຕ່າງໆໃນ ຮ່າງກາຍ.ເປັນການທຳລາຍຈຸລັງຄວາມໜຸ່ມ-ສາວຂອງເຮົາໄປ 3. ອາຫານສຳເລັດຮູບ, ໝີ່ສຳເລັດຮູບ. ມີສານກັນບູດ, ສານແຕ່ງລົດຊາດຂ້ອນຂ້າງສູງ ແລະ ມີຄຸນຄ່າທາງອາຫານ ຕໍ່າ. ການກິນອາຫານນີ້ຫຼາຍເກີນໄປ ອາກເຮັດໃຫ້ສ່ຽງຕໍ່ໂລກຂາດອາຫານ ແລະ ການສະສົມສານຜິດໄດ້ ແລະ ການຮັກສາສະພາບທີ່ມີຜົນຕໍ່ການເຮັດວຽກລະດັບຈຸລັງກິນດຸໆ ຈຸລັງຮ່າງການກໍ່ອາດຊຸດໂຊມ. 4. ນໍ້າເມົາ ແລະ ກາເຟ. ຖ້າຫາກດື່ມເຄື່ອງດື່ມພວກນີ້ຫຼາຍເກີນໄປຈະເຮັດໃຫ້ຮ່າງການຂາດນ* ຊຶ່ງຜົນທີ່ຕາມມາກໍ່ຄື ອາຫານຜິວແຫ້ງ ແລະ ມີຮ່ອງຮອຍ. ຖ້າຫາກຫຼີກເວັ້ນບໍ່ໄດ້ແທ້ໆ ຄວນດື່ມມືລະຈອກ. 5. ນໍ້າຕານ. ການບໍລິໂພກນໍ້າຕານເຂົ້າໄປໃນຮ່າງການຫຼາຍເກີນໄປ ຈະທຳລາຍໂຄງສ້າງຂອງອີລາສະຕິນ ແລະ ຄໍລາເຈນໃນຜິວ ເຮັດໃຫ້ຜິວເກີດຮ່ອງຮອຍ ແລະ ຜິວຫ່ຽວຍານກ່ອນໄວອັນຄວນ. ການເຮັດໃຫ້ໂຕເອງຄົງຄວາມໜຸ່ມ ເຊື່ອວ່າ ທ່ານເປັນອີກຄົນໜຶ່ງທີ່ຕ້ອງການຮັກສາຄວາມໜຸ່ມ ແຕ່ກໍ່ເຊື່ອວ່າ ທ່ານບໍ່ຮູ້ຈັກວິທີທີ່ຈະເຮັດໃຫ້ໂຕເອງຄອງຄວາມໜຸ່ມໄວ້ດົນ, ສະນັ້ນລອງປະຕິບັດວິທີດັ່ງຕໍ່ໄປນີ້: 1. ຍິ້ມໃສໆ: ຈາກການທົດລອງທີ່ໃຫ້ເດັກ, ໄວກາງຄົນ ແລະ ຄົນເຖົ້າ ນັບພັນຄົນຖ່າຍຮູບ ໂດຍໃຫ້ແຕ່ລະຄົນສະແດງສີໜ້າຕ່າງກັນ ທັງການເຮັດໜ້ານິ້ງເສີຍ, ສະແດງຄວາມຢ້ານ ແລະ ເຮັດໃຫ້ຍິ້ມແຍ້ມມີຄວາມສຸກ ຜູ້ທົດລອງພົບວ່າ ກຸມຄົນທີ່ເຮັດສີໜ້າຢ້ານ ຈະເບິ່ງແກ່ກວ່າໄວ ແຕ່ຄົນທີ່ສະແງສີໜ້າແຈ່ມໃສ ເບິ່ງຄືຄົນທີ່ອ່ອນກວ່າໄວ ແລະ ຄົນທີ່ຍີິ້ມກວ້າງໆ ກໍແຮ່ງຈະເຮັດໃຫ້ອາລົມແຈ່ມໃສ ຫຼັງຈາກການຍິ້ມ.
  • 2. 2. ກິນເລີແຊັງ: ເລີແຊັງໝາກໄມ້ຕະກຸນເບີຣີ ຕ່າງກໍ່ເປັນໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນຊີ, ເປັນໝາກໄມ້ທີ່ຂ້ອນຂ້າງຊຸ່ມນໍ້າ ແລະ ມີຄວາມຫວານ ຊື່ງລ້ວນແຕ່ເປັນຜົນປະໂຫຍດກັບຜິວພັນຂອງຄົນເຮົາ. 3. ບຳລຸງເສັ້ນຜົມ: ເມື່ອອາຍຸຫຼາຍຂຶ້ນ ເສັ້ນຜົມກໍ່ຈະຫຼຸດລົ່ນຕາມເວລາ ຊຶ່ງຈະເຮັດໃຫ້ຜົມບາງລົງ. ດັ່ງນັ້ນ, ຄວນໃຊ້ຜະລິດຕະພັນບຳລຸງເສັ້ນຜົມ ຫຼື ອາດຈະປ່ຽນສີຜົມໃຫ້ເປັນສີອ່ອນລົງກໍໄດ້. ສິ່ງສຳຄັນແມ່ນ: ຢ່າລືມໃຊ້ຄີມບຳລຸງຜົມ ເພື່ອບໍ່ໃຫ້ຜົມແຫ້ງອີກດ້ວຍ. 4. ທຳຄວາມສະອາດໃບໜ້າໃຫ້ກ້ຽງ: ຜິວພັນທີ່ບໍ່ໃສເປັນສ່ວນໜຶ່ງເພີ້ມອາຍຸໄດ້ອີກຫຼາຍປີ. ສະນັ້ນ, ຖ້າຢາກມີໜ້າ ເດັກ ກໍຕ້ອງເບິ່ງແຍງຜິວພັນໃຫ້ດີດ້ວຍການທຳຄວາມສະອາດໃບໜ້າໃຫ້ກ້ຽງຢູ່ເລື ອຍໆ ໂດຍການລີກເວັ້ນການໃຊ້ສະບູລ້າງໜ້າ ເພາະສະບູມີຄວາມເປັນກົດດ່າງທີ່ບໍ່ເໝາະກັບຜິວ ເຊິ່ງອາດເຮັດໃຫ້ຜິວໜ້າແຫ້ງ. ທາງທີ່ດີແມ່ນໃຫ້ໃຊ້ນໍ້າມັນໝາກພ້າວທຳຄວາມສະອາດຜິວແທນ ເພື່ອຮັກສາຄວາມຊຸ່ມຊື່ນໃຫ້ຜິວ, ຫຼັງຈາກລ້າງໜ້າທຸກຄັ້ງກໍຄວນ ບຳລຸງຜິວໜ້າດ້ວຍ ມອຍເຈີໄຣເຊີ ເປັນປະຈຳ. 5. ແຖຄິ້ວໃຫ້ເຂົ້າຮູບ: ເຖິງແມ່ນວ່າຄິ້ວຈະເປັນສ່ວນນ່້່ອຍໆຂອງໃບໜ້າແຕ່ກໍ່ນັບວ່າເປັນສ່ວນປ ະກອບສຳຄັນອີກຢ່າງໜຶ່ງ. ດັ່ງນັ້ນ, ທ່ານຄວນຈະແຖຄິ້ວໃຫ້ເຂົ້າຮູບສະເໝີ ເພື່ອເຮັດໃຫ້ເຫັນຂອບໜ້າຈະແຈ້ງ ແຖມຍັງຊ່ວຍດວງຕາເບິ່ງສົດໃສໄດ້ງ່າຍໆ. 6. ແຕ່ງໂຕຄືເດັກ: ໃນການທີ່ຈະເຮັດໃຫ້ໂຕເອງເບິ່ງຄືຍັງໜຸ່ມຕະຫຼອດບໍ່ພຽງແຕ່ການເບິ່ງແຍ ງສຸຂະພາບເທົ່ານັ້ນ ແຕ່ການແຕ່ງໂຕກໍຕ້ອງໃສ່ໃຈຄືກັນ. ຂັ້ນພື້ນຖານກໍຄື ຈົ່ງເລືອກສີເສືອຜ້າໃຫ້ເບິ່ງສະບາຍຕາ, ຈາກນັ້ນ ກໍເລືອກແບບທີ່ຈະເຮັດໃຫ້ເບິ່ງຄືເດັກ. 7. ບໍາລຸງມືໃຫ້ເຕັ່ງຕຶງ: ວິທີເບິ່ງແຍງມື ແລະ ເລັບ ແມ່ນໃຫ້ຫາຜະລິດຕະພັນບຳລຸງຄວາມຊຸ່ມຊື່ນຂອງຜິວ ແລະ ພະຍາຍາມເລືອກຄີມບຳລຸງທີ່ມີສ່ວນປະສົມຂອງສານກັນແດດນຳກໍດີ. ນອກຈາກນີ້ ຄວນຄັດຜິວບໍລິເວນມືເລື້ອຍໆ ດ້ວຍການປະສົມເກີອ ແລະ ນໍ້າໝາກນາວເຂົ້າກັນ. 8. ໃສ່ໃຈຜັນໃບຂຽວ ແລະ ໝາກເລັ່ນ: ວິຕາມິນ C ໃນຜັກໃບຂຽວ ມີສ່ວນຊ່ວຍເສີມສ້າງຄວາມແຂງແຮງໃຫ້ເລືອດ ຊຶ່ງກໍ່ໝາຍຄວາມວ່າ ຈະຊ່ວຍຫຼຸດອາການຊໍ້າທີ່ຜິວໜັງໄດ້ເປັນຢ່າງດີ. ສຳລັບໄລໂຄປິນ ໃນໝາກເລັ່ນ ແມ່ນຈະຊ່ວຍເສີມຄວາມແຂງແຮງໃຫ້ຈຸລັງຜິວຕໍ່ຕ້ານອະນຸມູນອິດສະຫຼະ ແລະ ເປັນເຊືອປ້ອງການລັງສີ UV ຈາກແສງແດດອີກດ້ວຍ.
  • 3. 9. ກິນປາ: ປາແຊວມອນຈະມີ DMAE ຊຶ່ງເປັນສານອາຫານທີ່ສຳຄັັັັນສຳລັບຜິວພັນ. ດັ່ງນັ້ນ, ເຄື່ອງສຳອາງ ຫຼື ອາຫານເສີມທີ່ມີສານໂຕນີ້ຢູ່ ຈິ່ງຂ້ອນຂ້າງມີລາຄາສູງ. ແຕ່ຜູ້ຊ່ຽວຊານບອກວ່າ ພຽງແຕ່ກິນປາແຊວມອນ ແລະ ປາທະເລນໍ້າເລິກອາທິດລະ 2 ຄາບກໍ່ຈະໄດ້ສານດັ່ງກ່າວນີ້ພຽງພໍ. 10.ອອກກໍາລັງກາຍ 4 ເທື່ອຕໍ່ອາທິກດ: ການອອກກໍາລັງການເປັນກົດຕາຍ ຂອງທຳມະຊາດຮ່າງການກໍ່ວ່າໄດ້ ໂດຍສະເພາະໃນໄລຍະອາຍຸທີ່ຫຼາຍຂຶ້ນແມ່ນຕ້ອງດຸໝັັ່ນອອກກໍາລັງການເລື້ອ ຍໆ ຢ່າງໜ້ອຍ 4 ເທື່ອຕໍ່ອາທິດ. ແຕ່ທ່ານຄວນເລືອກອອກກໍາລັງການໃຫ້ເໝາະສົມກັບຮ່າງກາຍ ແລະ ໄວຂອງໂຕເອງ ເພື່ອຊ່ວຍກະຕຸ້ນການເຮັດວຽກຂອງຫົວໃຈ. ກ້າມຊີ້ນ ແລ ະປອດ. ຂໍມູນຈາກ ວາລະສານອັບເດດ ສະບັບທີ 6 ໜ້າທີ 40 ທ້າຍເດືອນກຸມພາ 2014 ອີກສູດໜຶ່ງ ສຳລັບຜູ້ຢາກມີໜ້າງາມ ເວົ້າກັນມາຫຼາຍແລ້ວພີ່ນ້ອງກ້ຽສກັບສູດທຳມະຊາດທີ່ເຮັດໃຫ້ໜ້າກ ້ຽງງາມ ແຕ່ເບິ່ງຄືວ່າຫຼາຍຄົນກໍ່ລືມສຼດນັ້ນໄປແລ້ວ ເພາະວ່າບໍ່ໄດ້ປະຕິບັດ. ໃນບົດນີ້ ເຮົາຈະພາທ່ານໄປໃຊ້ໝາກມ່ວງ ແລະ ໝາກຫຸ່ງ ເພື່ອນຳມາພອກໜ້າ ຊຶ່ງຖ້າພອກເປັນປະຈຳ ທ່ານກໍ່ເປັນຜູ້ໜຶ່ງທີ່ຈະມີໃບໜ້າທີ່ງາມຢ່າງໝັ້ນໃຈ. ວິທີເຮັດ: - ນຳໝາກມ່ວງມາຝາກເປັນປ່ຽງບາງໆແລ້ວໃຊ້ບ່ວງເນັ່ນ ຫຼື ປີ້ໃຫ້ມຸ່ນລະອຽດ ຫຼື ຈະນຳໄປປັ່ນກໍ່ໄດ້. - ນຳເອົາມາພອກໃຫ້ທົ່ວໜ້າປະໄວ້ 15 ນາທີ ຫຼັງຈາກນັ້ນລ້າງອອກດ້ວຍນ້ຳລ້າ ຫຼື ດ້ວຍໂຟມລ້າງໜ້າ. ສູດນີ້ຈະເຮັດໃຫ້ຜິວໜ້າກ້ຽງມື່ນ ສະອາດເຕັ່ງຕຶ່ງສົດຊື່ນສະເໜີ. ພອກໜ້າດ້ວຍໝາກຫຸ່ງ ສຳລັບຜູ້ທີ່ມີປັນຫາສິວ ມັກບີບມັກແກະຈົນເຮັດໃຫ້ເກີດຈຸດດ່າງດຳເທິ່ງໃບໜ້າ ວິທີ່ຕໍ່ໄປນີ້ຈະຊ່ວຍປິ່ນປົວການອັກເສບ, ຊ່ວຍກະຕຸ້ນ ແລະ ລະລາຍສິ່ງເປີເປື້ອນອອກຈາກຜິວໜ້າ,ເຮັດໃຫ້ຜິວໜ້າສົດໃສ ແລະ ຈຸດດ່າງດຳກໍ່ຈະຄ່ອຍໆຫາຍໄປ. ວິທີເຮັດ: - ນຳໝາກຫຸ່ງມາບົດ ຫຼື ປັ່ນໃຫ້ລະອຽດ. - ນຳມາພອກໜ້າປະໄວ້ 15-20 ນາທີ ຫຼັງຈາກນັ້ນລ້າງໜ້າດ້ວຍນ້ຳລ້າ ຫຼື ດ້ວຍໂຟມລ້າງໜ້າ. ງ່າຍໆພຽງເທົ່ານີ້ໃຜກໍ່ເຮັດໄດ້ແມ່ນບໍ? ພຽງເຮັດໃຫ້ໄດ້ 2-3 ຄັ້ງຕໍ່ອາທິດ ເຮົາຈະສັງເກດເຫັນການປ່ຽນແປງຂອງຜິວໜ້າທີ່ຈະເຮັດໃຫ້ເຮົາຕ້ອງພູມໃຈແນ ່ນອນ.
  • 4. ຂໍ້ມູນຈາກ ວາລະສານອັບເດດເພື່ອສຸຂະພາບ ສະບັບທີ 36 ໜ້າທີ 50 ທ້າຍເດືອນ ທັນວາ 2012 ຜັກດິບ ກິນຫຼາຍໃຫ້ໂທດ 1. ຖົ່ວງອກ: ເຮົານິຍົມກິນທັງດິບ ແລະ ສຸກ ໃສ່ໃນເຂົ້າປຽກ, ເຮັດໃຫ້ເປັນເຫຍື່ອເຂົ້າປຸ້ນ ຫຼື ນໍາໄປຂົ້ວ. ໃນຖົ່ວງອກມີທັງໂປຕິນ, ວິຕາມິນຊີ, ວິຕາມິນບີ 12, ທາດເຫຼັກ ແລະ ເລຊີທິນ. ທັງໝົດນີ້ເປັນສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແຕ່ຖ້າເລືອກກິນຖົ່ວງອກດິບ ກໍຄວນຈະກິນໃນປະລິມານທີ່ເໝາະສົມ ເພາະໃນຖົ່ວງອກດິບ ມີສານ ໄຟເຕດ ທີ່ສົ່ງຜົນຕໍ່ການຂັດຂວາງການດູດຊຶມສານບາງຊະນິດເຂົ້າສູ່ຮ່າງກາຍ. 2. ຖົ່ວຟັກຍາວ: ມີກົດແກັດຄາບອນໄດອັອກໄຊສູງ ຊຶ່ງຖ້າກິນຫຼາຍ ແມ່ນຈະເຮັດໃຫ້ມີອາການທ້ອງອືດ ແລະ ຢູ່ຍາກ. ສະນັ້ນ, ຈິ່ງບໍ່ແປກທີ່ຫຼາຍຄົນເຈັບທ້ອງ ເພາະກິນເຝີ ກັບ ໝາກຖົ່ວດິບຈໍ້າແຈ່ວສຸກີ້. 3. ໜໍ່ໄມ້ ມີສານໄຊຍາໄນ ສູງ ຊຶ່ງສານນີ້ເປັນພິດຕໍ່ຕັບ ຄ້າຍໆກັບຢາເບື່ອ ຊຶ່ງຖ້າກິນດິບໃນປະລິມານຫຼາຍອາດເຮັດໃຫ້ເປັນວິນໄດ້ ແລະ ອາດເຮັດໃຫ້ຮ່າງການໄດ້ຮັບສານຜິດສະສົມ. 4. ມັນຕົ້ນ ມີສານໄຊນາໄນສູງເຊັ່ນດຽວກັນກັບໜໍ່ໄມ້ ແລະ ມີຄວາມເປັນອັນຕະລາຍ ຄືກັບໜໍ່ໄມ້ດິບ. 5. ຜັກໃນຕະກູນກະລໍ່າປີ (ກະລໍ່າປີ, ກະລໍ່າດອກຂາວ, ກະລໍ່າດອກຂຽວ) ແມ່ນມີສານກອຍໂຕເຈນ ທີ່ຂັດຂວາງການເຮັດວຽກຂອງຕ່ອມໄທລອຍໃນການ ຈັດທາດໄອໂອດິນ ຊຶ່ງຖ້າກິນຫຼາຍຈະພາໃຫ້ເປັນພະຍາດຄໍໜຽງ ຂໍ້ມູນຈາກ: ວາລະສານອັບເດດ ສະບັບທີ 14, ໜ້າທີ 44 ໃນກາງເດືອນ ພຶດສະພາ 2014 ນິດໃສທີ່ທຳຮ້າຍສະໝອງ 1. ບໍ່ກິນເຂົ້າເຊົ້າ: ຫຼາຍຄົນຄິດວ່າ ການບໍ່ກິນເຂົ້າເຊົ້າ ແລ້ວຈະເຮັດໃຫ້ລະດັບນໍ້າຕານໃນເລືອດຕໍ່າ ແຕ່ມັນເຮັດໃຫ້ຂາດສານອາຫານຫຼໍ່ລ້ຽງສະໝອງ ເຮັດໃຫ້ສະໝອງເຊື່ອມ. 2. ກິນຫຼານເກີນໄປ: ການກິນຫຼາຍເກີນໄປ ຈະເຮັດໃຫ້ລອດເລືອດແດງໃນສະໝອງແຂງໂຕ ເປັນເຫດເຮັດໃຫ້ເກີດໂຣກຄວາມຈຳສັ້ນ. 3. ສູບຢາ: ເປັນສາເຫດເກີດໂຣກສະໝອງຝໍ່ ແລະ ໂຣກຄວາມຈຳເສື່ອມ. 4. ກິນຂອງຫວານຫຼານເກີນໄປ: ການກິນຂອງຫວານຫຼານເກີນໄປຈະເຮັດໃຫ້ໄປຂັດຂວາງການດູດກືນໂປຼຕິນ ແລະ ສານອາຫານທີ່ເປັນປະໂຫຍດອັນເປັນສາເຫດຂອງການຂາດສານອາຫານ ແລະ ຂັດຂວາງການພັດທະນາຂອງສະໝອງ. 5. ຢູ່ທ່າມກາງມົນລະຜິດ: ສະໝອງເປັນສ່ວນທີ່ໃຊ້ພະລັງານຫຼານທີ່ສຸດໃນຮ່າງການ,
  • 5. ການດື່ມເອົາອາກາດທີ່ເປັນຜິດເຂົ້າໄປຈະເຮັດໃຫ້ອົກຊີແຊນໃນສະໝອງຫຼຸດລ ົງສົ່ງຜົນໃຫປະສິດທິພາບການເຮັດວຽກຂອງສະໝອງຫຼຸດລົງ. 6. ການອົດນອນ: ການນອນຫຼັບ ຈະເຮັດໃຫ້ສະໝອງໄດ້ຮັບການຜັກຜ່ອນ, ການອົດນອນເປັນເວລາດົນໆຈະເຮັດໃຫ້ຈຸລັງຂອງສະໝອງງຕາຍ. 7. ຫົ່ມຜ້າປົກຫົວ: ນິດໃສແບບນີ້ເປັນການເພີ້ມອາຍກາກໂບນິກໃສ່ສະໝອງ ແລະ ຫຼຸດອົກຊີແຊນ ໃຫ້ໜ້ອຍລົງ ສົ່ງຜົນປະສິດທິພາບຂອງການເຮັດວຽກຂອງສະໝອງ. 8. ໃຊ້ສະໝອງໃນຂະນະທີ່ບໍ່ສະບາຍ: ການຮຽນ ຫຼື ເຮັດວຽກໃນຄະນະນທີ່ບໍ່ສະບາຍ ຈະເຮັດໃຫ້ປະສິດທິພາບຂອງສະໝອງຫຼຸດລົງຄືກັບການທຳຮ້າຍສະໝອງໄປໃນໂຕ. 9. ຂາດການໃຊ້ຄວາມຄິດ: ການຄິດເປັນສິ່ງທີ່ດີທີ່ສຸດໃນການຝຶກສະໝອງ, ການຂາດການໃຊ້ຄວາມຄິດ ເຮັດໃຫ້ສະໝອງຝໍ່. 10. ເປັນຄົນບໍ່ຄ່ອຍເວົ້າ: ຈົ່ງຮູ້ໄວ້ວ່າ ທັກສະການເວົ້າ ຈະເປັນໂຕສະແດງເຖິງປະສິດທິພາບຂອງສະໝອງ, ຖ້າທ່ານເປັນຄົນບໍ່ມັກເວົ້າ ສະໝອງກໍ່ຈະບໍ່ພັດທະນາ. ຂໍ້ມູນຈາກ www.oknation.net, ວາລະສານອັບເດດ ສະບັບທີ 6, ໜ້າທີ 50, ທ້າຍເດືອນກຸມພາ 2014. ການກິນຜັກ, ໝາກໄມ້ ຫຼຸດການປ່ວຍຊຳເຮື້ອ ທ່ານ ເຣ-ຢູ ຢາງ ນັກໂພສະນາການ ຈາກສູນພືດພັກໂລກກ ທີ່ໄຕ້ຫວັນ ກ່າວວ່າ: ໃນຮອບ 2 ທົດສະວັດຜ່ານມາ ອຸດສາຫະກໍາອາຫານ ແລະ ການຄ້າ ເສລີ ຕາມແຜນພັດທະນາເສດຖະກິດຂອງຫຼາຍປະເທດ ໄດ້ສົ່ງຜົນກະທົບຕໍ່ການປ່ຽນແປງທາງໂພສະນາການຂອງຄົນເຮົາ ຊຶ່ງເຮັດໃຫ້ຄົນຫັນໄປກິນອາຫານສະດວກຊື້ ທີ່ມີປະລິມານໄຂມັນຫຼາຍ, ໃຫ້ພະລັງງານສູງ ແຕ່ມີຄຸນຄ່າທາງໂພສະນາການໜ້ອຍ. ດັ່ງນັ້ນ, ຈິ່ງເປັນເຫດເຮັດໃຫ້ຄົນເຮົາເກີດໂຣກໄພໄຂ້ເຈັບໄດ້ງ່າຍ ເຊັ່ນ: ຕຸ້ຍ ແລະ ມີໂຣກຕິດຕໍ່ແບບຊໍາເຮື້ອ ທີ່ມີອັດຕາສສູງຂຶ້ນເລື້ອຍໆ. ການວິໄຈຫຼາຍໆຄັ້ງ ໄດ້ຊີ້ໃຫ້ເຫັນວ່າ ການກິນຜັກ ແລະ ໝາກໄມ້ທຸກມື້ຢ່າງໜ້ອຍ 5 ສ່ວນ 10 ຂອງອາຫານທີ່ດີ ຄວນບໍລິໂພກຜັກ ແລະ ໝາກໄມ້ ຈະຊ່ວຍຫຼຸດອັດຕາການເກີດ ໂຮກຊໍາເຮື້ອ ແລະ ໂຣກມະເລັງຕ່າງໆໄດ້. ອົງການອານາໄມໂລກແນະນໍາວ່າ ເພື່ອສຸຂະພາບທີ່ດີ ຄວນບໍລິໂພກຜັກ 3 ສ່ວນ ແລະ ໝາກໄມ້ 2 ສ່ວນ. ຂໍ້ມູນຈາກ ວາລະສານອັບເດດ ສະບັບທີ 6, ໜ້າທີ 51, ທ້າຍເດືອນກຸມພາ 2014. ໝາກໄມ້ຊ່ວຍຫຼຸດອາການຜິວແຫ້ງ ໝາກໄມ້ສົດນອກຈາກຈະໃຫ້ປະໂຫຍດແກ່ຮ່າງການແລ້ວຍັງສາມາດຫຼຸດອາການ ຜິວແຫ້ງໄດ້ດີອີດ້ວຍ. ສະນັ້ນ, ນໍ້າມັນທາຜິວ ແລະ ຄຼີມບຳລຸງຜິວຫຼາຍຫຼາຍຊະນິດຈິ່ງມັກນຳເອົາສານສະກັດຂອງໝາກໄມ້ສົດມາເປ ັນສ່ວນປະກອບຢູ່ນຳ.
  • 6. ສຳລັບທ່ານໃດທີ່ມັກກິນໝາກໄມ້ເປັນຊີວິດຈິດໃຈສັງເກດໄດ້ວ່າຈະເປັນຜູ້ມ ີສຸຂະພາບ ດີ, ມີຜິວພັນສົດຊື່ນແຈ່ມໃສ ຢູ່ສະເໝີ. ສຳລັບທ່ານໃດທີ່ບໍ່ມັກກິນໝາກໄມ້ ພວກເຮົາມີວິທີການຜອກຜິວດ້ວຍໝາກໄມ້ ເພື່ອຊ່ວຍໃຫ້ຄວາມຊຸ່ມຊື່ນແກ່ຜິວພັນໄດ້ ທັງຍັງຊ່ວຍຫຼຸດອາການຜິວແຫ້ງລົງໄດ້ເປັນຢ່າງດີ ມານຳສະເໜີ. ວິທີເຮັດ: ຄັດເລືອກເອົາໝາກໄມ້ສົດ ເຊັ່ນ: ໝາກອາງຸ່ນ, ໝາກກ້ວຍ, ໝາກເຫຼັ່ນ, ໝາກແອັບເປີ້ນ... ເລືອກເອົາໜ່ວຍສຸກພໍດີບໍ່ຄວນເອົາສຸກຫຼາຍເກີນໄປ, ພ້ອມດ້ວຍໂຍເກິດ ( ນົມສົ້ມ ) ລົດທຳມະຊາດ, ນົມສົດ ແລະ ນໍ້າເຜິ້ງ ຢ່າງລະພໍປະມານ, ນຳມາປັ່ນລວມກັນຈົນເປັນເນື້ອຄີມທີ່ຂຸ້ນໜຽວ. ນຳເອົາຄີມມາພອກຕາມຜິວທົ່ວຮ່າງກາຍ ແລະ ຜິວໜ້າໂດນເນັ້ນຈຸດທີ່ແຫ້ງ ເຊັ່ນ: ແຂນສອກ, ຫົວເຂົ່າ, ຕີນ ປະໄວ້ 15 ນາທີແລ້ວ ລ້າງອອກດ້ວຍນໍ້າອຸ່ນ ທ່ານຈະສັງເກດໄດ້ວ່າ ຜິວພັນມີຄວາມນຸ້ມນວນ, ຊຸ່ມຊື່ນ ແລະ ນຽນໃສຂຶ້ນ. ວິທີນີ້ເໝາະສຳລັບທຸກເພດ ທຸກໄວ ແລະ ທຸກລະດູການ ທັງບໍ່ຫຍຸ້ງຍາກຫຼາຍຈົນເກີນໄປ, ວັດຖຸດິບກໍສາມາດຫາໄດ້ງ່າຍຕາມຕະຫຼາດບ້ານເຮົາ. ຂໍ້ມູນຈາກ ວາລະສານສາວລາວ ສະບັບທີ 42”The Magazine for the Family ໜ້າ 37”