SlideShare a Scribd company logo
1 of 46
Download to read offline
lt[a[mu 2
,y45ok{mao;k 2014
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
d l ld l l
ຈົດໝາຍຂ່າວ
Newsleter III DEQP 265x210.indd 1 1/5/2015 2:25:37 PM
Newsleter III DEQP 265x210.indd 2 1/5/2015 2:25:37 PM
ສາລະບານ
1.	 ສານ ຂອງພະນະທ່ານ ທອງສິງ ທຳມະວົງ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ........................... 1
2.	 ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ.......... 4
3.	 ສານ ທ່ານ ບານກິມມູນ ເລຂາທິການໃຫຍ່ຂອງສະຫະປະຊາຊາດ............................................. 6
4.	 ປະເທດລຸ່ມແມ່ນ້ຳຂອງ ປຶກສາຫາລືມົນລະພິດໝອກຄວັນຂ້າມຜ່ານຊາຍແດນ............................ 8
5.	 ບັນຫາມົນລະພິດໝອກຄວັນ ຕ້ອງໄດ້ແກ້ໄຂຮ່ວມກັນ............................................................. 10
6.	 ສືບຕໍ່ປຶກສາຫາລື ດ້ານມົນລະພິດໝອກຄວັນຂ້າມຊາຍແດນ.................................................... 11
7.	 ສປປ ລາວ ປະສົບຜົນສໍາເລັດຈັດກອງປະຊຸມ ລມຕ ອາຊຽນ ດ້ານສິ່ງແວດລ້ອມ........................... 12
8.	 ອາຊຽນ ຮ່ວມກັນຫາລືຫຼາຍບັນຫາດ້ານສິ່ງແວດລ້ອມ ເພື່ອບັນລຸການພັດທະນາແບບຍືນຍົງ............ 15
9.	 ອາຊຽນ ກຽມມາດຕະການຮັບມື ດ້ານສິ່ງແວດລ້ອມຢ່າງໃກ້ຊິດ................................................. 17
10.	ກອງປະຊຸມຄັ້ງທີ II ຄະນະກຳມະການ ຊີ້ນໍ້າລະດັບຊາດ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າຂອງ... 18
11.	ການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານ 2011-2014 ສິ່ງແວດລ້ອມ........................... 21
12.	ໜ່ວຍປະຕິບັດງານອາຊຽນ ດ້ານການສຶກສາສິ່ງແວດລ້ອມ (The 6th
Meeting of the ASEAN... 24
13.	ການໄປທັດສະນະສຶກສາ ພາຍໃຕ້ຫົວຂໍ້: “ການສຶກສາ ແລະ ສ້າງຈິດສຳນຶກ................................ 26
14.	ກອງປະຊຸມປະເມີນການທົດລອງນຳໃຊ້ ປື້ມແບບຮຽນ ກ່ຽວກັບ ອາກາດ ແລະ ການປ່ຽນແປງ......... 29
15.	ຝຶກ​ອົບຮົມ ​​ໃນ​ການ​ຂຽນ​ບົດ, ຂຽນ​ຂ່າວ ກ່ຽວ​ກັບ​ສິ່ງແວດ​ລ້ອມ ​ໃຫ້​ກັບ​ບັນດາ​ສື່ມວນ​ຊົນ​................. 30
16.	ຝຶກອົບຮົມ ຫຼັກການຂອງການຜະລິດຂ່າວວິທະຍຸ, ບົດຄວາມຍາວ ກ່ຽວກັບ ສິ່ງແວດລ້ອມ............... 32
17.	ການປະເມີນໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ........... 34
18.	ການເຄື່ອນໄຫວວຽກງານສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ພາຍໃຕ້ຫົວຂໍ້: “ການອະນຸລັກປ່າໄມ້”... 36
Newsleter III DEQP 265x210.indd 3 1/5/2015 2:25:37 PM
Newsleter III DEQP 265x210.indd 4 1/5/2015 2:25:37 PM
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ
ຄະນະຮ່າງ ແລະ ຮຽບຮຽງ
ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ
ທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມ
ທ່ານ ນາງ ສຸວັນນີ ພອນວິໄລ ຮອງຫົວໜ້າກົມ
ທ່ານ ໂລນຄຳ ອາດສະນາວົງ ຮອງຫົວໜ້າກົມ
ທ່ານ ອຸ່ນເຮືອນ ໄຊຍະຈັກ ຮອງຫົວໜ້າກົມ
ຄະນະກວດແກ້
ຄະນະພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ພະແນກສົ່ງເສີມສິ່ງແວດລ້ອມ
ພະແນກບໍລິຫານ ແລະ ແຜນການ
ພະແນກຄຸ້ມຄອງສິ່ງແວດລ້ອມ
ພະແນກປະເມີນສິ່ງແວດລ້ອມ
ພະແນກເຕັກໂນໂລຊີສິ່ງແວດລ້ອມ
ຈັດໜ້າອອກແບບ
ພະແນກສົ່ງເສີມສິ່ງແວດລ້ອມ
ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຫົວໜ້າພະແນກ
ທ່ານ ນ. ລັດຕະນາພອນ ອິນທະສານ ຮອງຫົວໜ້າພະແນກ
ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກແຜນການ ແລະ ການຮ່ວມມື
ທ່ານ ບົວແສງປະເສິດ ພຣະສິດທິເດດ
ທ່ານ ກິ່ງທອງ ສິຣິສົມພອນ
ຄະນະເກັບກຳຂໍ້ມູນ
ທ່ານ ນາງ ເກດສະໄໝ ແກ້ວຫານາມ
ທ່ານ ນາງ ອຳໄພວັນ ພົມມະເທບ
ທ່ານ ນາງ ນາລິນ ຈະເລີນສຸກ
ທ່ານ ນາງ ປິກຄຳ ພັນທະວົງ
ທ່ານ ນາງ ສຸກສະຫວັນ ພຸດທະລາດ
ທ່ານ ບຸນທະວີ ປັນຍານຸວົງ
ແຫຼ່ງຂໍ້ມູນ
ຂໍຂອບໃຈມາເປັນຢ່າງສູງ ໃນການໃຫ້ຂໍ້ມູນ ໃນການປະກອບສ່ວນສ້າງຈົດໝາຍຂ່າວ ກສສ
Newsleter III DEQP 265x210.indd 5 1/5/2015 2:25:37 PM
1
ປະຊຸມ
ສານ
ຂອງພະນະທ່ານ ທອງສິງ ທຳມະວົງ,
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ເນື່ອງໃນໂອກາດ ວັນສິ່ງແວດລ້ອມ
ໂລກ, ວັນທີ 5 ມິຖຸນາ 2014
	 ມື້ນີ້, ລັດຖະບານແຫ່ງ ສປປ ລາວ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຮູ້ສຶກ ພາກພູມໃຈ
ເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ວັນທີ 5
ມິຖຸນາ 2014 ພາຍໃຕ້ຄຳຂວັນ “ ຈົ່ງພ້ອມກັນອອກແຮງປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ ໃຫ້ຍືນຍົງ, ສະກັດກັ້ນ ການເພິ່ມຂຶ້ນຂອງລະດັບນ້ຳທະເລ ” ຊຶ່ງເປັນໂອກາດທີ່ສຳຄັນ ເພື່ອປຸກ
ລະດົມຈິດສຳນຶກຂອງທົ່ວປວງຊົນ ຮ່ວມແຮງຮ່ວມໃຈກັນຕ້ານ ແລະ ຮັບມືກັບສະພາວະໂລກຮ້ອນ ອັນເປັນ
ສາເຫດກໍ່ໃຫ້ເກີດການປ່ຽນແປງຂອງສະພາບອາກາດ ແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມ
ໃຫ້ມີຄວາມຍືນຍົງນໍາໄປສູ່ການລຶບລ້າງຄວາມທຸກຍາກ ພ້ອມດຽວກັນ ພວກເຮົາຈົ່ງພ້ອມກັນສະເຫຼີມສະ
ຫຼອງ ວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ປີ 2014 ດ້ວຍການສ້າງຂະບວນການປູກຕົ້ນໄມ້ ຕາມສະ
ຖານທີ່ຕ່າງໆ ຢ່າງເປັນເຈົ້າການ.
	 ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ບັນຫາການປ່ຽນແປງດິນຟ້າອາກາດຂອງໂລກໃນປະຈຸບັນ ຖືວ່າ
ເປັນບັນຫາສຳຄັນ ແລະ ເຄັ່ງຮ້ອນ ຊຶ່ງມັນຮຽກຮ້ອງໃຫ້ບັນດາປະຊາຊາດໃນໂລກ ຕ້ອງໄດ້ຮ່ວມມືກັນ, ຮ່ວມ
ແຮງຮ່ວມໃຈກັນ ຢ່າງຈິງຈັງໃນການປ້ອງກັນ, ສະກັດກັ້ນ, ແກ້ໄຂ ແລະ ຫຼຸດຜ່ອນສະພາວະໂລກຮ້ອນ ໂດຍ
ສະເພາະການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວອອກສູ່ຊັ້ນບັນຍາກາດໂລກ. ບັນດານັກວິທະຍາສາດ
ຢູ່ໃນໂລກໄດ້ຢັ້ງຢືນຢ່າງໜັກແໜ້ນວ່າ ລະດັບການປ່ອຍອາຍພິດເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດໂລກ ມາ
ເຖິງປະຈຸບັນມີປະລິມານເພີ້ມຂຶ້ນສູງ ແລະ ຄາດວ່າຈະຍິ່ງເພີ້ມທະວີຂຶ້ນໃນອານາຄົດ ອັນເກີດມາຈາກການ
ກະທຳຂອງມະນຸດນັ້ນເອງ ຊຶ່ງເປັນສາເຫດຕົ້ນຕໍ ເຮັດໃຫ້ສະພາບອາກາດມີການປ່ຽນແປງຜິດປົກກະຕິ ເປັນ
ຕົ້ນ: ຝົນຕົກບໍ່ຖືກຕາມລະດູການ, ພາຍຸຮຸນແຮງ, ນ້ຳຖ້ວມ, ແຫ້ງແລ້ງດິນເຊາະເຈື່ອນ ແລະ ອື່ນໆ ທີ່ສົ່ງຜົນກະ
ທົບທາງລົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສຸຂະ
ພາບຂອງມະນຸດ ແລະ ອື່ນໆ ສະພາວະໂລກຮ້ອນ ຍັງເຮັດໃຫ້ນໍ້າກ້ອນຢູ່ຂົ້ວໂລກຄ່ອຍໆເປື່ອຍ ອັນເປັນ
ສາເຫດເຮັດໃຫ້ລະດັບນໍ້າທະເລເພີ້ມຂຶ້ນ ສົ່ງຜົນກະທົບໂດຍກົງຕໍ່ບັນດາປະເທດໝູ່ເກາະດອນນ້ອຍ-ໃຫຍ່
ທີ່ຕັ້ງຢູ່ຕາມທະເລ ແລະ ມະຫາສະມຸດຕ່າງໆ.
	 ໃນປັດຈຸບັນນີ້ ມີປະຊາກອນໂລກຫຼາຍກວ່າ 63 ລ້ານຄົນ ທີ່ອາໃສຢູ່ໃນບັນດາປະເທດເກາະດອນ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 1 1/5/2015 2:25:37 PM
2
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
ນ້ອຍ-ໃຫຍ ຊຶ່ງເປັນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳທີ່ມີຊື່ສຽງ ເຊັ່ນ: ມີແຫຼ່ງທໍາມະຊາດທີ່
ສວຍງາມ ແລະ ໂດດເດັ່ນ, ມີດົນຕີພື້ນເມືອງທີ່ໜ້າປະທັບໃຈ ແລະ ມີຄວາມອຸດົມສົມບູນທາງດ້ານວັດທະ
ນະທໍາຢູ່ທົ່ວທຸກມູມໂລກ. ປະເທດເກາະດອນເຫຼົ່ານັ້ນ ມີບົດບາດສໍາຄັນ ໃນການປົກປັກຮັກສາມະຫາສະ
ໝຸດ, ມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນທີ່ສຸດ, ມີແຫຼ່ງຊີວະນາໆພັນທີ່ຫຼາກຫຼາຍທີ່ເຕັມໄປດ້ວຍ
ພັນພືດ ແລະ ສັດສາວາສິ່ງທີ່ມີຄຸນຄ່າຫາຍາກຂອງໂລກອາໄສຢູ່. ເຖິງວ່າຈະມີຄວາມອຸດົມສົມບູນປານໃດ
ກໍ່ຕາມ ແຕ່ບັນດາປະເທດເຫຼົ່ານັ້ນ ກໍຍັງມີຜົນກະທົບ ແລະ ມີຄວາມສ່ຽງຫຼາຍ ຈາກສະພາບການປ່ຽນແປງ
ດິນຟ້າອາກາດ, ໃນເວລາເກີດພະຍຸທີ່ຮຸນແຮງຈະເຮັດ ໃຫ້ລະດັບນໍ້າທະເລສູງຂຶ້ນ ຊຶ່ງອາດຈະເຮັດໃຫ້ເກີດ
ໄພນ້ຳຖ້ວມຮຸນແຮງປະເທດເຫຼົ່ານັ້ນອາດຈະຈົມລົງພຶ້ນທະເລໃນອານາຄົດ. ຊຶ່ງບັນດາປະເທດເຫຼົ່ານີ້ໄດ້ຮຽກ
ຮ້ອງໃຫ້ມີການຮ່ວມມືກັນຈາກທຸກພາກສ່ວນຂອງສັງຄົມໃນທົ່ວໂລກ ໃຫ້ການຊ່ວຍເຫຼືອແກ່ພວກເຂົາ ໃຫ້ລຸດ
ພົ້ນອອກຈາກບັນຫາການປ່ຽນແປງດິນຟ້າອາກາດ ດ້ວຍການສ້າງຄວາມອາດສາມາດໃນການປັບຕົວ ແລະ
ການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ດັ່ງກ່າວ ເພື່ອໃຫ້ປະເທດເຂົາເຈົ້າມີຄວາມໝັ້ນ
ຄົງໃນອະນາຄົດ. ເຖິງຢ່າງໃດກໍດີ ເພື່ອແກ້ໄຂບັນຫາດັ່ງກ່າວປະຊາຄົມໂລກ ກໍໄດ້ມີຄວາມພະຍາຍາມສູງ
ໃນການປຶກສາຫາລື, ລະດົມແນວຄວາມຄິດ ແລະ ຮ່ວມມືກັນຢ່າງຈິງຈັງ ໃນການກຳນົດວິໄສທັດຮ່ວມກັນ.
ໃນປີ 1992 ປະຊາຄົມໂລກໄດ້ຮັບຮອງເອົາ ສົນທິສັນຍາ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ເພື່ອເປັນ
ພື້ນຖານໃຫ້ແກ່ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໃນລະດັບໂລກ ໂດຍໄດ້ເລັ່ງໃສ່ ການຄວບ
ຄຸມການສະສົມ ຂອງອາຍພິດເຮືອນແກ້ວໃນຊັ້ນບັນຍາກາດໃຫ້ຢູ່ໃນລະດັບຄົງທີ່ ຊຶ່ງສາມາດປ້ອງກັນ ອັນ
ຕະລາຍຮ້າຍແຮງຕໍ່ມວນມະນຸດ ຈາກບັນຫາການປ່ຽນແປງດິນຟ້າອາກາດ. ໃນປີ 1997 ປະຊາຄົມໂລກ ຍັງ
ໄດ້ຮັບຮອງເອົາອານຸສັນຍາກຽວໂຕ ວ່າດ້ວຍ ການຄວບຄຸມການປ່ອຍອາຍພິດເຮືອນແກ້ວ ຢູ່ໃນໂລກຊຶ່ງເປັນ
ຂໍ້ຕົກລົງລະດັບ ສາກົນ ແລະ ມີຂໍ້ຜູກມັດທາງດ້ານກົດໝາຍ ຊຶ່ງບັນດາປະເທດ ອຸດສາຫະກຳຂະຫຍາຍຕົວ
ຈຳນວນ 37 ປະເທດແລະ ກຸ່ມປະເທດເອີລົບ ໄດ້ມີພັນທະໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ
ຢູ່ໃນປະເທດຂອງຕົນ, ທັງອະນຸຍາດໃຫ້ ປະເທດອຸດສາຫະກຳເຫຼົ່ານີ້ໄດ້ຮັບສິນເຊື່ອ ຈາກການຫຼຸດຜ່ອນ ການ
ປ່ອຍອາຍພິດເຮືອນແກ້ວ ໂດຍຜ່ານຂະບວນການລົງທຶນໃສ່ບັນດາໂຄງການພັດທະນາແບບຍືນຍົງ ເພື່ອຫຼຸດ
ຜ່ອນການປ່ອຍອາຍພິດເຮືອນແກ້ວ ໃນບັນດາປະເທດພັດທະນາ “ຕາມກົນໄກ ການຕະຫຼາດ” ເປັນຕົ້ນ
ໂຄງການກົນໄກການພັດທະນາສະອາດ. ໃນປີ 2007 ກອງປະຊຸມລັດພາຄີຂອງສົນທິສັນຍາ ວ່າດ້ວຍ ການ
ປ່ຽນແປງດິນຟ້າອາກາດ ໄດ້ຮັບຮອງເອົາແຜນດຳເນີນງານ ບາຫຼີ ໂດຍມີເປົ້າໝາຍເພື່ອ “ໃຫ້ສາມາດຈັດຕັ້ງ
ປະຕິບັດສົນທິສັນຍາໄດ້ຢ່າງເຕັມສ່ວນ, ມີປະສິດທິຜົນ ແລະ ມີຄວາມຍືນຍົງ ໂດຍດຳເນີນການຮ່ວມກັນ
ໃນໄລຍະຍາວ ຈົນເຖິງປີ 2012 ແລະ ພາຍຫຼັງປີ 2012” ໂດຍສຸມໃສ່ໃຫ້ບັນລຸຄາດໝາຍໃນການຫຼຸດຜ່ອນ
ການປ່ອຍອາຍພິດເຮືອນແກ້ວໃນໂລກ, ເພີ່ມທະວີມາດຕະການການປັບຕົວເຂົ້າກັບສະພາບ ການປ່ຽນແປງ
ດິນຟ້າອາກາດ ແລະ ມາດຕະການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວທີ່ເໝາະສົມ ໃນລະດັບຊາດ ຫຼື
ສາກົນ.
	 ສປປ ລາວ ພວກເຮົາ ເປັນປະເທດທີ່ມີສະພາບສິ່ງແວດລ້ອມທີ່ດີ, ມີຊັບພະຍາກອນທຳມະຊາດ
ທີ່ອຸດົມຮັ່ງມີເປັນທ່າແຮງໄດ້ປຽບໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ເຖິງແມ່ນວ່າ ສປປ ລາວ
ບໍ່ມີຊາຍແດນທີ່ຕິດກັບທະເລກໍ່ຕາມ ຕະຫຼອດໄລຍະທີ່ຜ່ານມາ, ພັກ ແລະ ລັດ ພວກເຮົາໄດ້ມີແນວ ທາງນະ
ໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດ, ການປົກປັກຮັກສາສິ່ງແວດ
ລ້ອມໃຫ້ຍືນຍົງ, ການຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ເພື່ອແນໃສ່ການຫຼຸດຜ່ອນສະ
ພາບການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເປັນຕົ້ນ ໄດ້
Newsleter III DEQP 265x210.indd 2 1/5/2015 2:25:38 PM
3
ປະຊຸມ
ເຊື່ອມສານບັນຫາການປ່ຽນແປງດິນຟ້າອາກາດ ເຂົ້າໃນກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ,
ໄດ້ມີຍຸດທະສາດການປ່ຽນແປງດິນຟ້າອາກາດ, ໄດ້ສ້າງບົດສື່ສານແຫ່ງຊາດ ກ່ຽວກັບ ການປ່ຽນແປງດິນຟ້າ
ອາກາດ, ໄດ້ສ້າງແຜນດຳເນີນງານແຫ່ງຊາດ ກ່ຽວກັບ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ
ແລະ ອື່ນໆ ພ້ອມທັງໄດ້ວາງຄາດໝາຍສູ້ຊົນ ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນ
ຍົກລະດັບເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020. ຕໍ່ບັນຫາ ກ່ຽວກັບ
ການເພີ້ມຂຶ້ນຂອງລະດັບນໍ້າທະເລ ແລະ ສະພາວະໂລກຮ້ອນ ຍາມໃດ ພັກ-ລັດ ໄດ້ຖືເປັນບັນຫາບູລິມະ
ສິດ ໂດຍໄດ້ດໍາເນີນການຢູ່ໃນ 4 ຂົງເຂດຄື: ຂົງເຂດກະສິກຳ, ພະລັງງານ, ການນຳໃຊ້ທີ່ດິນ-ປ່າໄມ້ ແລະ
ສິ່ງເສດເຫຼືອ ແນໃສ່ຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວດັ່ງກ່າວ. ຄຽງຄູ່ກັນນີ້, ພວກເຮົາ ຍັງໄດ້ເຂົ້າ
ຮ່ວມເປັນພາຄີສົນທິສັນຍາຕ່າງໆ ຂອງສາກົນ, ພາກພື້ນ ແລະ ຖະແຫຼງການສາກົນ ກ່ຽວກັບ ການເຕືອນ
ໄພລ່ວງໜ້າ ແລະ ການປັບຕົວເຂົ້າກັບການປຽນແປງດິນຟ້າອາກາດ ເພື່ອສ້າງເປັນຄູ່ຮ່ວມງານທີ່ເຂັ້ມແຂງ
ເພື່ອປັບຕົວ ແລະ ແກ້ໄຂຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ໃຫ້ບັນລຸເປົ້າໝາຍສະຫະສະວັດ
ດ້ານການພັດທະນາ ໃນປີ 2015.
	 ເຖິງແມ່ນວ່າພວກເຮົາໄດ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດນະໂຍບາຍທີ່ວາງອອກ ຈົນສາມາດບັນ
ລຸການເຕີບໂຕທາງດ້ານເສດຖະກິດຢ່າງຕໍ່ເນື່ອງ ແລະ ບັນລຸຜົນສຳເລັດໃນການຫຼຸດຜ່ອນ ຄວາມທຸກຍາກ
ເປັນກ້າວໆມາກໍ່ຕາມ. ແຕ່ພວກເຮົາຍັງປະເຊີນໜ້າກັບບັນຫາການປ່ອຍອາຍກາກໂບນິກສູ່ ຊັ້ນບັນຍາກາດ,
ຈາກການສຳຫຼວດໃນປີ 1990 ສະຫຼຸບໄດ້ວ່າ ສປປ ລາວ ໄດ້ມີທ່າແຮງໃນການດູດຊັບອາຍກາກໂບນິກ (co2
)
ປະມານ 121,6 ລ້ານໂຕນຕໍ່ປີ, ເມື່ອສົມທຽບກັບການປ່ອຍໃນຂອບເຂດທົ່ວປະເທດ ມີປະມານ 24,18
ລ້ານໂຕນ. ໃນຂົງເຂດການປ່ຽນແປງການນຳໃຊ້ທີ່ດິນ ແລະ ປ່າໄມ້ ແມ່ນເປັນຂົງເຂດທີ່ປ່ອຍອາຍກາກໂບນິກ
ຫຼາຍກ່ວາໝູ່ ປະມານ 17 ລ້ານໂຕນ ສາເຫດຫຼັກແມ່ນການຈູດປ່າໃນພື້ນທີ່ມີການຖາງປ່າເຮັດໄຮ່.
	 ໃນໂອກາດອັນສະຫງ່າລາສີນີ້ ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມ
ຂອບໃຈ ແລະ ຍ້ອງຍໍຊົມເຊີຍ ມາຍັງປະຊາຊົນລາວບັນດາເຜົ່າ, ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ
ແລະ ເອກະຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ລວມທັງຊາວລາວທີ່ຢູ່ຕ່າງປະເທດ, ຄູ່ຮ່ວມພັດທະນາ ແລະ
ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມືປະກອບສ່ວນໃນວຽກງານປົກປັກຮັກສາສິ່ງແວດ
ລ້ອມ ກໍ່ຄືວຽກງານການປ່ຽນແປງດິນຟ້າອາກາດ ເປັນຕົ້ນ ການສົ່ງເສີມໃຫ້ຄວາມຮູ້ໃນການປັບໂຕ, ການຫຼຸດ
ຜ່ອນການປ່ອຍອາຍພິດເຮືອນແກ້ວ ເພື່ອບັນລຸການພັດທະນາທີ່ສະອາດ ຕາມທິດການພັດທະນາແບບຍືນ
ຍົງ.
	 ສຸດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທັງຊາດ, ການຈັດຕັ້ງທັງພາກລັດ ແລະ ເອກະ
ຊົນ ຈົ່ງພ້ອມພຽງກັນຕັ້ງໜ້າ ເຂົ້າຮ່ວມໃນຂະບວນການຫຼຸດຜ່ອນການການປ່ອຍອາຍພິດເຮືອນແກ້ວ ເພື່ອ
ດຸ່ນດ່ຽງຂອງອຸນຫະພູມ ແນໃສ່ຮັບປະກັນການຫຼຸດຜ່ອນສະພາວະໂລກຮ້ອນ. ພ້ອມກັນນັ້ນ ກໍຂໍໃຫ້ມີຈິດສໍາ
ນຶກຮ່ວມກັນ ໃນການປົກປັກຮັກສາຊັບພະຍາກອນປ່າໄມ້, ເຄື່ອງປ່າຂອງດົງ, ຊີວະນາໆພັນ, ແຫຼ່ງນ້ຳ, ຊັບ
ພະຍາກອນດິນ, ແຮ່ທາດ ແລະ ອື່ນໆ ໃຫ້ຄົງຄວາມອຸດົມສົມບູນເພື່ອສືບຕໍ່ເຮັດໜ້າທີ່ ໃນການຊ່ວຍຫຼຸດຜ່ອນ
ສະພາບການປ່ຽນແປງດິນຟ້າອາກາດ ແລະ ຜົນກະທົບທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ອັນເປັນ
ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງ ສປປ ລາວ ໃຫ້ຂຽວ ສະອາດ ງາມຕາ
ແລະ ບັນລຸໄດ້ເປົ້າໝາຍສະຫະສະຫວັດ ດ້ານການພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 3 1/5/2015 2:25:38 PM
4
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
	 ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກ
ນ້ອຍສາກົນ, ວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນສິ່ງ
ແວດລ້ອມໂລກ 5 ມິຖຸນາ 2014 ຄົບຮອບ 42 ປີ,
ພາຍໃຕ້ຄຳຂວັນທີ່ວ່າ“ຈົ່ງພ້ອມກັນອອກແຮງປົກປັກ
ຮັກສາຊັບພະຍາກອນທຳມະຊາດ ໃຫ້ຍື້ນຍົງສະກັດ
ກັ້ນການເພີ່ມຂຶ້ນຂອງລະດັບນ້ຳທະເລ” ກະຊວງ ຊັບ
ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດ
ພິທີປູກຕົ້ນໄມ້ຂຶ້ນ ໃນວັນທີ 7 ມິຖຸນາ 2014 ໃນສະ
ຖານທີ່ປຸກສ້າງ ກະຊວງ ຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມຫຼັງໃໝ່, ເຂດບ້ານດົງນາໂສກ
ເໜືອ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.
	 ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ ໂດຍ ທ່ານ
ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ
ລາວ, ທ່ານ ນູລິນ ສິນບັນດິດ ລັດຖະມົນຕີ ວ່າການ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ ແລະ ແຂກຖືກເຊີນ ພ້ອມດ້ວຍ ພະນັກງານ
ພາຍໃນກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ.
	 ທ່ານ ນູລິນ ສິນບັນດິດ ລັດຖະມົນຕີ ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້
ກ່າວວ່າ: ປີນີ້ອົງການ ສະຫະປະຊາຊາດ ໄດ້ອອກຖະ
ແຫຼງການເອົາປີ 2014 ເປັນປີສາກົນ ສຳລັບບັນດາ
ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນ
ປູກຕົ້ນໄມ້ແຫ່ງຊາດແລະວັນສິ່ງແວດລ້ອມ
ໂລກ 5 ມີຖຸນາ 2014 ຄົບຮອບ 42 ປີ
Newsleter III DEQP 265x210.indd 4 1/5/2015 2:25:40 PM
5
ປະຊຸມ
ປະເທດເກາະດອນນ້ອຍໆ ທີ່ກຳລັງພັດທະນາເນື່ອງ
ຈາກວ່າປະເທດເຫຼົ່ານີ້ ເປັນເກາະເປັນດອນ ທີ່ມີ
ຄວາມອຸດົມສົມບູນທາງທໍາມະຊາດຢູ່ເທິງໜ້າດິນ
ແລະ ໃນທະເລ. ປະເທດເກາະດອນເຫຼົ່ານີ້ ມີບົດບາດ
ໃນການປົກປັກຮັກສາ ມະຫາສະມຸດ ແລະ ຊີວະນາໆ
ພັນຫຼາຍແຫ່ງ, ແຕ່ພວກເຂົາພັດປະເຊີນໜ້າກັບໄພ
ນ້ຳຖ້ວມ ໃນເມື່ອລະດັບນ້ຳທະເລສູງຂຶ້ນ. ດັ່ງນັ້ນ
ເພື່ອໃຫ້ປະເທດທີ່ມີເກາະດອນນ້ອຍເຫຼົ່ານັ້ນຄົງຢູ່ໃນ
ໂລກ ພວກເຮົາຈົ່ງມາຮ່ວມກັນປູກຕົ້ນໄມ້ ໃຫ້ເປັນປ່າ
ເພື່ອປ້ອງກັນບໍ່ໃຫ້ໂລກຮ້ອນ ແລະ ສະກັດກັ້ນການ
ເພີ່ມຂຶ້ນຂອງລະດັບນ້ຳທະເລ ປ່າໄມ້ແມ່ນຊັບພະຍາ
ກອນ ທີ່ຕອບສະໜອງ 4 ປັດໃຈພື້ນຖານໃນການດຳ
ລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນໃຊ້ເປັນອາ
ຫານ, ຢາປົວພະຍາດ ທີ່ຢູ່ອາໄສ, ເຄື່ອງນຸ່ງຫົມ ແລະ
ມີບົດບາດໃນການຮັກສາແຫຼ່ງນ້ຳ,ວົງຈອນນ້ຳທຳມະ
ຊາດ ຮັກສາຄຸນນະພາບຂອງດິນ ແລະ ອາກາດ, ຜະ
ລິດອົກຊີແຊນ ດູດທາດອາຍກາກບອນໄດອອກຊີດ
ແລະ ປ້ອງກັນບໍ່ໃຫ້ໂລກຮ້ອນ. ນອກຈາກນັ້ນ, ປ່າໄມ້
ຍັງມີບົດບາດສຳຄັນໃນການປ້ອງກັນໄພພິບັດທຳມະ
ຊາດຕ່າງໆເຊັ່ນ: ການປ້ອງກັນໄພແຫ້ງແລ້ງ, ໄພນ້ຳ
ຖ້ວມ, ຕ້ານການກາຍເປັນທະເລຊາຍ, ປ້ອງກັນການ
ເຊາະເຈື່ອນຂອງດິນ, ຫຼຸດຜ່ອນຄວາມຮຸນແຮງຂອງ
ລົມພະຍຸ, ເຮັດໃຫ້ອາກາດຊຸ່ມຊື່ນ ແລະ ເປັນບ່ອນ
ພັກຜ່ອນສຳລັບມະນຸດ ທ່ານ ນູລີນ ສິນບັນດິດ ຍັງໄດ້
ກ່າວຕື່ມອີກວ່າ ຂະບວນການປູກຕົ້ນໄມ້ມື້ນີ້ ຈະເປັນ
ການໂຄສະນາເຜີຍແຜ່ ປູກຈິດສຳນຶກປຸກລະດົມທົ່ວ
ປວງຊົນລາວທັງຊາດ ເຂົ້າຮ່ວມຂະບວນການຫຼຸດ
ຜ່ອນການປ່ອຍອາຍພິດເຮືອນແກ້ວ ແນໃສ່ຮັບປະ
ກັນພາວະໂລກຮ້ອນ ແລະ ຢຸດຍັ້ງການເພີ່ມຂຶ້ນຂອງ
ລະດັບນ້ຳທະເລ ເພື່ອຢາກໃຫ້ໄດ້ແນວນັ້ນ ພວກເຮົາ
ຕ້ອງຮ່ວມກັນສ້າງ ສປປ ລາວ ໃຫ້ເປັນປະເທດສີ
ຂຽວ, ສະອາດ ແລະ ງາມຕາ ທັງໝົດນີ້ເພື່ອຮ່ວມກັບ
ປະຊາຄົມໂລກໃນການຕໍ່ສູ້ການເພີ່ມຂຶ້ນຂອງອຸນຫະ
ພູມ ແລະ ການປ່ຽນແປງດິນຟ້າອາກາດ.
	 ຍ້ອນເຫັນໄດ້ບົດບາດສຳຄັນຄືແນວນັ້ນ ພັກ
ແລະ ລັດຖະບານເຮົາ ໄດ້ວາງແນວທາງຊີ້ນຳໆພາ
ອົງການ ຈັດຕັ້ງຂອງລັດຢ່າງເອົາໃຈໃສ່ ໃນການສ້າງ
ບັນດາ ຍຸດທະສາດ, ກົດໝາຍ, ລະບຽບການຕ່າງໆ
ກ່ຽວກັບ ການປົກປັກຮັກສາ ສິ່ງແວດລ້ອມ ແລະ
ການອະນຸລັກຊັບພະຍາກອນປ່າໄມ້.
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 5 1/5/2015 2:25:41 PM
6
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
ສະພາມົນຕີຂອງອົງການສະຫະປະຊາຊາດໄດ້ອອກຖະແຫຼ່ງການວ່າ ວັນສິ່ງແວດລ້ອມໂລກ ປີ 2014
ນີ້ແມ່ນ ກົງກັບປີສາກົນຂອງບັນດາປະເທດເກາະດອນນ້ອຍທີ່ກໍາລັງພັດທະນາ ເພື່ອໃຫ້ປະຊາຄົມໂລກ
ໄດ້ຍົກສູງຄວາມຮັບຮູ້ ແລະ ມີຈິດສໍານຶກກ່ຽວກັບການປົກປັກຮັກສາປະເທດເກາະດອນນ້ອຍເຫຼົ່ານັ້ນ, ຊຶ່ງ
ແມ່ນຫົວຂໍ້ທີ່ສໍາຄັນຈະໄດ້ນໍາໄປ ປຶກສາຫາລືຢູ່ໃນລະດັບໂລກ ກ່ຽວກັບ ວິທີການວ່າຈະເຮັດແນວໃດ ເພື່ອບັນ
ລຸເປົ້າໝາຍຄວາມຍືນຍົງໃນອະນາຄົດສໍາລັບໝົດທຸກຄົນຢູ່ໃນໂລກ.
	 ໃນປັດຈຸບັນນີ້ ມີປະຊາກອນໂລກຫຼາຍກວ່າ 63 ລ້ານຄົນ ທີ່ອາໃສຢູ່ໃນບັນດາປະເທດ ເກາະດອນ
ນ້ອຍ ຊຶ່ງເປັນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳທີ່ມີຊື່ສຽງເຊັນ: ມີແຫຼ່ງທໍາມະຊາດທີ່ສວຍງາມ
ແລະ ໂດດເດັ່ນ, ມີດົນຕີພື້ນເມືອງທີ່ໜ້າປະທັບໃຈ ແລະ ມີຄວາມອຸດົມສົມບູນທາງດ້ານວັດທະນະທໍາຢູ່ທົ່ວ
ທຸກມູມໂລກ. ປະເທດເກາະດອນເຫຼົ່ານັ້ນມີບົດບາດສໍາຄັນ ໃນການປົກປັກຮັກສາມະຫາສະໝຸດ, ມີຊັບພະ
ຍາກອນທໍາມະຊາດ ທີ່ອຸດົມສົມບູນທີ່ສຸດ, ມີແຫຼ່ງຊີວະນາໆພັນທີ່ຫຼາກຫຼາຍ ທີ່ເຕັມໄປດ້ວຍພັນພືດ ແລະ
ສັດສາວາສິ່ງທີ່ມີຄຸນຄ່າຫາຍາກ ຂອງໂລກອາໄສຢູ່.
	 ເຖິງວ່າຈະມີຄວາມອຸດົມສົມບູນປານໃດກໍ່ຕາມ ບັນດາປະເທດເກາະດອນນ້ອຍທີ່ກໍາລັງພັດທະນາ
ຍັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນ ຄວາມອາດສາມາດຂອງພວກເຂົາຍັງຕໍ່າ ຍ້ອນການຢູ່
ຫ່າງໄກຂອງພວກເຂົາ ຊຶ່ງເປັນສ່ວນໜຶ່ງໃນເມື່ອສະພາບການຂອງໂລກມີການປ່ຽນແປງ; ການນໍາເຂົ້າສິນຄ້າ
ໄດ້ມີລາຄາແພງໂດຍສະເພາະ ແມ່ນພະລັງງານ ແລະ ມີຂໍ້ຈໍາກັດກ່ຽວກັບການແຂ່ງຂັນທາງດ້ານອຸດສາຫະ
ກໍາການທ່ອງທ່ຽວ. ບັນດາປະເທດເກາະດອນນ້ອຍເຫຼົ່ານີ້ຍັງມີຄວາມສ່ຽງຫຼາຍ ຈາກສະພາບການປ່ຽນແປງ
ດິນຟ້າອາກາດ, ໃນເວລາເກີດພະຍຸທີ່ຮຸນແຮງຈະເຮັດໃຫ້ລະດັບນໍ້າທະເລສູງຂຶ້ນ ຊຶ່ງອາດຈະເຮັດໃຫ້ເກີດ
ໄພນໍ້າຖ້ວມຮຸນແຮງ ແລະ ບັນດາປະເທດເກາະດອນນ້ອຍ ເຫຼົ່ານັ້ນ ອາດຈະຈົມລົງພຶ້ນທະເລໃນອະນາຄົດ.
	 ບັນດາປະເທດເກາະດອນນ້ອຍທີ່ກໍາລັງພັດທະນາ ບໍ່ໄດ້ສ້າງບັນຫາເຮັດໃຫ້ມີການປ່ຽນແປງດິນຟ້າ
ອາກາດເຊັນ: ການປ່ອຍອາຍພິດເຮືອນແກ້ວຂອງພວກເຂົາຖ້າເອົາມາລວມກັນ ແມ່ນໜ້ອຍກວ່າໜຶ່ງສ່ວນ
ຮ້ອຍຂອງການປ່ອຍທາດອາຍພິດເຮືອນແກ້ວໃນໂລກ, ແຕ່ທີ່ຕັ້ງຂອງປະເທດເຫຼົ່ານັ້ນພັດຕັ້ງຢູ່ແຖວໜ້າຊຶ່ງມີ
ຫຼາຍໂຄງການທີ່ຈະຕ້ອງນໍາໄປປຶກສາຫາລື ເພື່ອສ້າງຂໍ້ຕົກລົງໃໝ່ໃນລະດັບໂລກກ່ຽວກັບການປ່ຽນແປງດິນ
ຟ້າອາກາດ ໃນປີ 2015. ໃນປັດ ຈຸບັນໄດ້ມີຫຼາຍປະເທດໄດ້ເປັນແບບຢ່າງໃນການກຽມພ້ອມ ເພື່ອປ້ອງກັນ
ໄພທໍາມະຊາດ ຊຶ່ງໄດ້ຈັດຕັ້ງປະຕິບັດຕົວຈິງ ເພື່ອບັນລຸການສ້າງຜົນກະທົບເຮັດໃຫ້ອຸນຫະພູມເພີ່ມຂຶ້ນ ໂດຍ
ການນໍາໃຊ້ພະລັງງານທົດແທນ ແລະ ວິທີການ ອື່ນໆ.
	 ບັນດາປະເທດເກາະດອນນ້ອຍທັງຫຼາຍໄດ້ມີຄວາມເຂົ້າໃຈກັນວ່າ ພວກເຮົາມີຄວາມຈໍາເປັນຕ້ອງ
ສານ
ທ່ານ ບານກິມມູນ ເລຂາທິການໃຫຍ່ຂອງສະຫະປະ
ຊາຊາດເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ,ວັນທີ
05 ມິຖຸນາ 2014.
Newsleter III DEQP 265x210.indd 6 1/5/2015 2:25:41 PM
7
ປະຊຸມ
ສ້າງໂລກ ຂອງພວກເຮົາໃຫ້ໄປຕາມທິດທີ່ມີຄວາມຍືນຍົງ, ເພື່ອເຮັດໄດ້ແນວນັ້ນຈຶ່ງຮຽກຮ້ອງໃຫ້ ມີການ
ຮ່ວມມືກັນຈາກທຸກພາກສ່ວນຂອງສັງຄົມໃນທົ່ວໂລກ ຈົ່ງພ້ອມກັນຄິດ ແລະ ພ້ອມກັນປະຕິບັດ. ດັ່ງນັ້ນ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກປີນີ້ຈຶ່ງຮຽກຮ້ອງໃຫ້ບັນດາບຸກຄົນ, ຊຸມຊົນ ແລະບັນ
ດາທຸລະກິດຕ່າງໆໃນທົ່ວໂລກ ຈໍານວນຫຼາຍລ້ານຄົນເຂົ້າຮ່ວມກັບບັນດາໂຄງການຕ່າງໆຢູ່ຂັ້ນທ້ອງຖິ່ນ, ເລີ່ມ
ຈາກຂະບວນການອະນາໄມ, ການສະແດງສິນລະປະເພື່ອປຸກລະດົມຂະບວນປູກຕົ້ນໄມ້ ແລະ ການປົກປັກ
ຮັກສາທໍາມະຊາດ. ປີນີ້ຂ້າພະເຈົ້າຮຽກຮ້ອງໃຫ້ໝົດທຸກ ຄົນຈົ່ງຄໍານຶງເຖິງຄວາມປາດຖະໜາຂອງບັນດາປະ
ເທດເກາະດອນນ້ອຍທີ່ກໍາລັງພັດທະນາເຫຼົ່ານັ້ນ ແລະ ໃຫ້ການຊ່ວຍເຫຼືອແກ່ພວກເຂົາໃຫ້ລຸດພົ້ນອອກຈາກ
ບັນຫາ ການປ່ຽນແປງດິນຟ້າອາກາດ ດ້ວຍການສ້າງຄວາມອາດສາມາດ ໃນການປັບຕົວ ແລະ ການຫຼຸດ
ຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດດັ່ງກ່າວ ເພື່ອໃຫ້ປະເທດເຂົາເຈົ້າມີຄວາມໝັ້ນຄົງໃນອະ
ນາຄົດ.
	 ດັ່ງນັ້ນ, ພວກເຮົາຈົ່ງພ້ອມກັນອອກແຮງປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມ ໃຫ້ຍືນຍົງ ສະກັດກັ້ນການເພີ່ມຂຶ້ນຂອງລະດັບນໍ້າທະເລ, ເພາະວ່າໜ່ວຍໂລກຂອງພວກເຮົາຍັງມີຫຼາຍ
ເກາະດອນທີ່ຢູ່ ກະແຈກກະຈາຍຕາມມະຫາສະໝຸດ. ພວກເຮົາຈົ່ງມາຮ່ວມແຮງຮ່ວມໃຈກັນ ຊ່ວຍເຫຼືອບັນ
ດາເກາະດອນເຫຼົ່ານັ້ນ ໃຫ້ລຸດພົ້ນຈາກວິກິດການໄພນໍ້າຖ້ວມ.
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
“ຈົ່ງພ້ອມກັນອອກແຮງປົກປັກຮັກສາ ຊັບພະຍາກອນທໍາມະຊາດ
ແລະ ສິ່ງແວດລ້ອມໃຫ້ຍືນຍົງ ສະກັດກັ້ນການເພີ່ມຂຶ້ນ
ຂອງລະດັບນໍ້າທະເລ”
Newsleter III DEQP 265x210.indd 7 1/5/2015 2:25:41 PM
8
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
ປະເທດລຸ່ມແມ່ນ້ຳຂອງ ປຶກສາຫາລືມົນລະພິດ
ໝອກຄວັນຂ້າມຜ່ານຊາຍແດນ
	 ເພື່ອເປັນການກະກຽມໃສ່ກອງປະຊຸມຂັ້ນ
ລັດຖະມົນຕີ ຄັ້ງທີ 4 ຂອງຄະນະກຳມະການຊີ້ນຳ
ວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ
ໃນອະນຸພາກພື້ນແມ່ນ້ຳຂອງທີ່ຈັດຂຶ້ນ ໃນວັນທີ 30
ຕຸລາ 2014 ທີ່ ສປປ ລາວ ເປັນເຈົ້າພາບ ເຊິ່ງຈະເປັນ
ການລາຍງານສະພາບໃນປັດຈຸບັນ ແລະ ແຜນຈັດ
ຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເພື່ອສ້າງໃຫ້ເປັນຍຸດ
ທະສາດແບບແຜນ ແລະ ກິດຈະກຳສຳລັບມາດຖານ
ປ້ອງກັນ ໃນການຫຼຸດຜ່ອນຜົນກະທົບຈາກບັນຫາມົນ
ລະພິດໝອກຄວັນຂ້າມຜ່ານຊາຍແດນ ໃຫ້ເກີດມີ
ໜ້ອຍທີ່ສຸດ.
	 ກອງປະຊຸມ ປຶກສາຫາລືດ້ານວິຊາການຂອງ
ໜ່ວຍປະຕິບັດງານ ວ່າດ້ວຍມົນລະພິດໝອກຄວັນ
ຂ້າມຜ່ານຊາຍແດນ ໃນອະນຸພາກພື້ນແມ່ນ້ຳຂອງ
ຄັ້ງທີ 10 ໄດ້ຈັດຂຶ້ນເມື່ອວັນທີ 27 ຕຸລາ 2014 ທີ່
ໂຮງແຮມດອນຈັນພລາເລດ ພາຍໃຕ້ການເປັນປະ
Newsleter III DEQP 265x210.indd 8 1/5/2015 2:25:42 PM
9
ປະຊຸມ
ທານຂອງທ່ານນາງ ມອນມະນີ ຍອຍບົວກ່ອງ ລັດຖະ
ມົນຕີຊ່ວຍວ່າການ ກະຊວງຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ ສປປ ລາວ ໂດຍມີບັນປະ
ເທດລຸ່ມແມ່ນ້ຳຂອງເຂົ້າຮ່ວມ.
	 ທ່ານນາງ ມອນມະນີ ຍອຍບົວກ່ອງ ກ່າວວ່າ:
ກອງປະຊຸມຄັ້ງນີ້ ເປັນການທົບທວນຄືນບັນດາກິດ
ຈະກຳ ທີ່ນອນໃນກອບການຮ່ວມມືຂອງ ຄະນະກຳ
ມະການລະດັບລັດຖະມົນຕີອາຊຽນດ້ານສິ່ງແວດ
ລ້ອມ ວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍ
ແດນ ທົບທວນຄືນ ກ່ຽວກັບ ສະພາບໝອກຄວັນໄຟ
ແລະ ການພະຍາກອນອາກາດ ລາຍງານຄວາມຄືບ
ໜ້າຂອງແຜນຈັດຕັ້ງປະຕິບັດແຫ່ງຊາດ ສຳລັບ ການ
ຄວບຄຸມມົນລະພິດໃນໄລຍະລະດູແລ້ງ.
	 ນອກຈາກນີ້ ທີ່ປະຊຸມຍັງໄດ້ຮັບຟັງການລາຍ
ງານເປົ້າໝາຍ ແລະ ຕົວຊີ້ວັດໃນການຄວບຄຸມການ
ເກີດໄຟໄໝ້ປ່າ ແລະ ມົນລະພິດໝອກຄວັນໃນພາກ
ພື້ນແມ່ນ້ຳຂອງ ການຮ່ວມມືດ້ານການຄວບຄຸມການ
ເກີດໄຟໃໝ້ປ່າ ແລະ ໝອກຄວັນໃນພາກພື້ນແມ່ນ້ຳ
ຂອງ ແລະ ຄວາມຄືບໜ້າໃນການປັບປຸງລະບົບ
ເຕືອນໄພອັນຕະລາຍ ໃນເວທີດັ່ງກ່າວ ເປັນການເປີດ
ໂອກາດສົນທະນາລະອຽດ ດ້ານຄວາມຄືບໜ້າ ກ່ຽວ
ກັບ ໂຄງການຮ່ວມມື ກັບບັນດາຄູ່ຮ່ວມເຈລະຈາສາ
ກົນ.
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 9 1/5/2015 2:25:42 PM
10
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
	 ໃນຍຸກຂອງເຕັກໂນໂລຊີທີ່ທັນສະໄໝໄປມາ
ຫາສູ່ ລວມທັງການສື່ສານຫາກັນໄດ້ຢ່າງສະດວກສະ
ບາຍຈາກທົ່ວມູມໂລກ ແຕ່ກໍ່ຫຼີກເວັ້ນບໍ່ໄດ້ໃນເລື່ອງ
ມົນລະພິດທີ່ຕ້ອງຕາມແກ້ໄຂ ຈາກບັນຫາເລື່ອງຂອງ
ມົນລະພິດທີ່ເພີ່ມຂຶ້ນນັບມື້ ກາຍເປັນບັນຫາສຳຄັນ
ຂອງໂລກ ຕ້ອງໄດ້ຫາທາງອອກຮ່ວມກັນ ເຊັ່ນດຽວ
ກັບບັນດາປະເທດພາກພື້ນ ຕ້ອງໄດ້ຮ່ວມມືກັນໃນ
ການແກ້ໄຂບັນຫາເຫຼົ່ານີ້ໃຫ້ຫຼຸດຜ່ອນລົງ.
	 ກອງປະຊຸມເຈົ້າໜ້າທີ່ອາວຸໂສ ດ້ານມົນລະ
ພິດໝອກຄວັນຂ້າມຜ່ານຊາຍແດນ ພາຍໃຕ້ສັນຍາ
ອາຊຽນຄັ້ງທີ10ໄດ້ຈັດຂຶ້ນເມື່ອວັນທີ28ຕຸລາ2014
ທີ່ໂຮງແຮມດອນຈັນພລາເລດ ໂດຍໃຕ້ການເປັນປະ
ທານຮ່ວມຂອງທ່ານນາງ ມອນມະນີ ຍອຍບົວກ່ອງ
ລັດຖະມົນຊ່ວຍວ່າການ ກະຊວງ ຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມ ຊຶ່ງມີບັນດາປະເທດສະ
ມາຊິກພາກພື້ນເຂົ້າຮ່ວມ.
	 ກອງປະຊຸມດັ່ງກ່າວເປັນເວທີໃນການຫາລື
ແລະ ກຳນົດຂໍ້ຕົກລົງເບື້ອງຕົ້ນ ເພື່ອກະກຽມໃສ່ກອງ
ປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມບໍ່ເປັນ
ທາງການ ຄັ້ງທີ 15 ທີ່ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ
2014 ໂດຍ ສປປ ລາວ ຮັບກຽດເປັນເຈົ້າພາບ ກອງ
ປະຊຸມເຈົ້າໜ້າທີ່ອາວຸໂສຈາກ 10 ປະເທດສະມາຊິກ
ອາຊຽນ ແມ່ນໄດ້ຮັບຟັງການລາຍງານຄວາມຄືບໜ້າ
ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ ການປ້ອງກັນ
ມົນລະພິດໝອກຄວັນຂ້າມຜ່ານຊາຍແດນຂອງແຕ່
ລະປະເທດ ໂດຍສະເພາະແມ່ນ ຜູ້ປະສານງານແຫ່ງ
ຊາດ.
	 ນອກຈາກບັນຫາທີ່ຍົກມາຂ້າງເທິງແລ້ວ ບັນ
ດາປະເທດສະມາຊິກຍັງໄດ້ລາຍງານຜົນສຳເລັດ
ກ່ຽວກັບ ການນຳໃຊ້ລະບົບການຕິດຕາມຈຸດເກີດໄຟ
ໄໝ້ ໂດຍການນຳໃຊ້ລະບົບຕິດຕັ້ງດາວທຽມຢູ່ພາກ
ພື້ນອາຊຽນ, ພ້ອມທັງປະກອບຄຳເຫັນໃສ່ກອງທຶນ
ປ້ອງກັນໄຟໄໝ້ປ່າ ແລະ ປຶກສາຫາລື ກ່ຽວກັບ ແຜນ
ງານການຝຶກອົບຮົມໃຫ້ວິຊາການແຕ່ລະປະເທດ ໃນ
ການຄົ້ນຄວ້າ ແລະ ການແລກປ່ຽນຂໍ້ມູນຂ່າວສານ
ແລະ ການຈັດຕັ້ງປະຕິບັດແຜນການຄຸ້ມຄອງລະບົບ
ນິເວດຂອງດິນແດນຖ່ານຕົມ.
ບັນຫາມົນລະພິດໝອກຄວັນ ຕ້ອງໄດ້ແກ້ໄຂຮ່ວມກັນ
Newsleter III DEQP 265x210.indd 10 1/5/2015 2:25:44 PM
11
ປະຊຸມ
ສືບຕໍ່ປຶກສາຫາລື ດ້ານມົນລະພິດໝອກຄວັນ
ຂ້າມຜ່ານຊາຍແດນ
	 ເຈົ້າໜ້າທີ່ອາວຸໂສສືບຕໍ່ຫາລື ແລະ ກຳນົດ
ຂໍ້ຕົກລົງເບື້ອງຕົ້ນ ເພື່ອກະກຽມໃສ່ກອງປະຊຸມລັດ
ຖະມົນຕີອາຊຽນ ດ້ານສິ່ງແວດລ້ອມ ທີ່ບໍ່ເປັນທາງ
ການ ຄັ້ງທີ 15 ທີ່ຈະຈັດຂຶ້ນໃນວັນທີ 30 ຕຸລາ 2014
ໂດຍ ສປປ ລາວ ຮັບກຽດເປັນເຈົ້າພາບກອງປະຊຸມ
ເຈົ້າໜ້າທີ່ອາວຸໂສຈາກ10ປະເທດສະມາຊິກອາຊຽນ
ແມ່ນໄດ້ຮັບຟັງການລາຍງານຄວາມຄືບໜ້າ ກ່ຽວກັບ
ສະພາບການຈັດຕັ້ງປະຕິບັດ ການປ້ອງກັນມົນລະ
ພິດໝອກຄວັນຂ້າມຊາຍແດນຂອງແຕ່ລະປະເທດ
ໂດຍສະເພາະແມ່ນຜູ້ປະສານງານແຫ່ງຊາດ.
	 ກອງປະຊຸມເຈົ້າໜ້າທີ່ອາວຸໂສ ດ້ານມົນລະ
ພິດໝອກຄວັນຂ້າມຜ່ານຊາຍແດນພາຍໃຕ້ສັນຍາ
ອາຊຽນຄັ້ງທີ10ໄດ້ຈັດຂຶ້ນເມື່ອວັນທີ29ຕຸລາ2014
ທີ່ໂຮງແຮມດອນຈັນພາເລດ ພາຍໃຕ້ການເປັນປະ
ທານຮ່ວມຂອງທ່ານນາງ ມອນມະນີ ຍອຍບົວກ່ອງ
ລັດຖະມົນຕີຊ່ວຍວ່າການ ກະຊວງ ຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີບັນດາປະ
ເທດສະມາຊິກພາກພື້ນເຂົ້າຮ່ວມ.
	 ສຳລັບບັນຫາທີ່ຍົກຂຶ້ນມາໃນກອງປະຊຸມຄັ້ງ
ນີ້ ປະກອບມີ: ບັນຫາການປ່ຽນແປງດິນຟ້າອາກາດ
ແລະ ພາວະໂລກຮ້ອນ ການປົກປັກຮັກສາທຳມະ
ຊາດ ແລະ ຊີວະນາໆພັນ ການຄຸ້ມຄອງຊັບພະຍາ
ກອນນ້ຳ ການບໍລິຫານ ແລະ ການຄຸ້ມຄອງສິ່ງແວດ
ລ້ອມຕົວເມືອງ ສິ່ງແວດລ້ອມທາງທະເລ ແລະ ຊາຍ
ຝັ່ງ ລວມທັງສະພາບການສຶກສາດ້ານສິ່ງແວດລ້ອມ
	 ນອກຈາກນີ້ ກອງປະຊຸມຍັງໄດ້ຫາລື ກ່ຽວກັບ
ເຕັກໂນໂລຊີ ທີ່ເປັນມິດຕໍ່ສິ່ງແວດລ້ອມ ການບໍລິ
ໂພກ ແລະ ຜະລິດຕະພັນແບບຍືນຍົງ ແລະ ບັນຫາ
ອື່ນໆທີ່ກ່ຽວຂ້ອງ.
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 11 1/5/2015 2:25:46 PM
12
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
	 ສປປລາວໄດ້ຮັບກຽດເປັນເຈົ້າພາບຈັດກອງ
ປະຊຸມ ລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມ ຄັ້ງທີ
15 ບໍ່ເປັນທາງການ ແລະ ກອງປະຊຸມອື່ນໆຢູ່ໃນໄລ
ຍະດຳເນີນກອງປະຊຸມດັ່ງກ່າວ ໃນທ້າຍເດືອນຕຸລາ
2014 ທີ່ນະຄອນຫຼວງວຽງຈັນ ໂດຍມີຄະນະຜູ້
ແທນຈາກ 10 ປະເທດ
	 ທ່ານ ນູລິນ ສິນບັນດິດ ລັດຖະມົນຕີວ່າການ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມໄດ້ແຈ້ງຜົນກອງປະຊຸມດັ່ງກ່າວຕໍ່ສື່ມວນຊົນ
ເມື່ອວັນທີ 31 ຕຸລາ 2014 ຢູ່ຫໍປະຊຸມແຫ່ງຊາດວ່າ:
ກອງປະຊຸມບັນດາລັດຖະມົນຕີອາຊຽນ ໄດ້ຮັບຊາບ
ການລາຍງານຈາກສູນອຸຕຸນິຍົມຂອງອາຊຽນ ກ່ຽວ
ສປປ ລາວ ປະສົບຜົນສໍາເລັດຈັດກອງປະຊຸມ ລມຕ ອາຊຽນ ດ້ານສິ່ງແວດລ້ອມ
Newsleter III DEQP 265x210.indd 12 1/5/2015 2:25:47 PM
13
ປະຊຸມ
ກັບ ການພະຍາກອນສະພາບຂອງໝອກຄວັນ ແລະ
ສະພາບທ່າອ່ຽງຂອງການເກີດໄຟຈາກທຳມະຊາດ
ຕ່າງໆທີ່ກໍໃຫ້ເກີດໝອກຄວັນມົນລະພິດຂ້າມຜ່ານ
ຊາຍແດນ. ບັນດາລັດຖະມົນຕີເຫັນດີວ່າປະເທດ
ອາຊຽນ ພວກເຮົາຕ້ອງໄດ້ມີສະຕິເຝົ້າລະວັງກະກຽມ
ແລະ ມີມາດຕະການຮັບມືທີ່ວ່ອງໄວໃນການຄວບ
ຄຸມໄຟ ທີ່ເປັນສາເຫດຂອງໝອກຄວັນຂ້າມຊາຍ
ແດນ. ບັນດາລັດຖະມົນຕີອາຊຽນ ໄດ້ຊົມເຊີຍປະ
ເທດອິນໂດເນເຊຍ ທີ່ໄດ້ໃຫ້ສັດຕະຍາບັນຕໍ່ສັນຍາ
ອາຊຽນ ວ່າດ້ວຍໝອກຄວັນຂ້າມຜ່ານຊາຍແດນ ຊຶ່ງ
ການໃຫ້ສັດຕະຍາບັນດັ່ງກ່າວ ຈະເຮັດໃຫ້ການປະຕິ
ບັດສັນຍາດັ່ງກ່າວຄົບຖ້ວນໃນ 10 ປະເທດອາຊຽນ.
ບັນດາລັດຖະມົນຕີອາຊຽນ ຍັງໄດ້ຮັບຟັງການລາຍ
ງານ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາແຜນງານ,
ກິດຈະກຳຕ່າງໆໃນລະດັບຊາດ ແລະ ໃນລະດັບພາກ
ພື້ນທີ່ກ່ຽວຂ້ອງກັບການປ້ອງກັນ ແລະ ສະກັດກັ້ນ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 13 1/5/2015 2:25:48 PM
14
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
ໝອກຄວັນຂ້າມຜ່ານຊາຍແດນຈາກບັນດາປະເທດ
ສະມາຊິກອາຊຽນ. ບັນດາລັດຖະມົນຕີອາຊຽນໄດ້
ຮັບຊາບຕໍ່ກັບຄວາມຄືບໜ້າໃນການປະກອບສ່ວນ
ເງິນສົມທົບເຂົ້າກອງທຶນຄວບຄຸມໝອກຄວັນຂ້າມ
ຜ່ານຊາຍແດນຂອງອາຊຽນ ແລະ ຍິນດີຮັບເອົາການ
ຊ່ວຍເຫຼືອປະກອບສ່ວນຈາກບັນດາປະເທດແລະອົງ
ການຊ່ວຍເຫຼືອຕ່າງໆເຂົ້າໃນກອງທຶນ. ບັນດາລັດຖະ
ມົນຕີອາຊຽນໄດ້ຊົມເຊີຍຕໍ່ຜົນສຳເລັດໃນຫຼາຍໆກິດ
ຈະກຳຂອງໂຄງການ 5 ປີ ກ່ຽວກັບ ປ່າດິນຖ່ານຕົມ ທີ່
ໄດ້ຮັບທຶນຈາກກອງທຶນສິ່ງແວດລ້ອມໂລກ ແລະ ຊົມ
ເຊີຍຄວາມຄືບໜ້າຂອງໂຄງການຊ່ວຍເຫຼືອ ຂອງເອີ
ຣົບ ກ່ຽວກັບ ດິນຖ່ານຕົມ, ທະເລ ແລະ ບັນດາໂຄງ
ການອື່ນໆ. ບັນດາລັດຖະມົນຕີອາຊຽນໄດ້ຮັບຊາບ
ກ່ຽວກັບ ຖະແຫຼງການຮ່ວມຂອງລັດຖະມົນຕີອາຊຽນ
ສິ່ງແວດລ້ອມຕໍ່ກອງປະຊຸມພາຄີສົນທິສັນຍາ ວ່າ
ດ້ວຍຊີວະນາໆພັນ ຄັ້ງທີ 12 ທີ່ ໄດ້ຈັດຂຶ້ນທີ່ ສາທາ
ລະນະລັດ ເກົາຫຼີ ໃນວັນທີ 15 ຕຸລາ ທີຜ່ານມາ.
	 ບັນດາລັດຖະມົນຕີຮັບຮອງການສະເໜີສອງ
ປ່າສະຫງວນຮາມິກິວແຕັນແລະແທບບ່າຕາຮ່າຂອງ
ຟີລິບປິນ ເພື່ອພິຈາລະນາເປັນເຂດປ່າສະຫງວນອາ
ຊຽນລຳດັບທີ 34 ແລະ 35. ນອກຈາກນັ້ນ ກອງປະ
ຊຸມລັດຖະມົນຕີອາຊຽນບວກສາມ ຄັ້ງທີ 13 ຊຶ່ງມີ
ສປ ຈີນ, ຍີ່ປຸ່ນ ແລະ ສາທາລະນະລັດ ເກົາຫຼີ ຊຶ່ງໄດ້
ປຶກສາຫາລືນຳກັນ ກ່ຽວກັບ ບັນດາກິດຈະກຳທີ່ໄດ້
ດຳເນີນຮ່ວມກັນ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ
ໃນດ້ານຊີວະນາໆພັນ, ການປ່ຽນແປງດິນຟ້າອາ
ກາດ, ການສຶກສາດ້ານສິ່ງແວດລ້ອມ, ວິທະຍາສາດ
ແລະ ເຕັກໂນໂລຊີສິ່ງແວດລ້ອມ ແລະ ອື່ນໆ, ກອງ
ປະຊຸມລັດຖະມົນຕີອາຊຽນ ຮ່ວມກັບ ບັນດາປະເທດ
ອາຊີຕາເວັນອອກ ຄັ້ງທີ 4 ໄດ້ເນັ້ນການປຶກສາຫາລື
ໃນບັນຫາຕົວເມືອງທີ່ຍືນຍົງທາງສິ່ງແວດລ້ອມ ແລະ
ທິດທາງຮ່ວມມືໃນຕໍ່ໜ້າ.
	 ໃນໄລຍະກອງປະຊຸມ ສປປ ລາວ ຍັງໄດ້ເປັນ
ເຈົ້າພາບ ພິທີມອບລາງວັນຕົວເມືອງທີ່ ຍືນຍົງທາງ
ດ້ານສິ່ງແວດລ້ອມ ຄັ້ງທີ 3 ແລະ ການມອບໃບຢັ້ງຢືນ
ຕົວເມືອງທີ່ມີອາກາດສະອາດ, ນ້ຳສະອາດ ແລະ ດິນ
ສະອາດ ຄັ້ງທີ 2. ຊຶ່ງໃນຄັ້ງນີ້ ເມືອງຫຼວງພະບາງ
ຂອງ ສປປ ລາວ ກໍໄດ້ຮັບລາງວັນເປັນເມືອງທີ່ມີ
ຄວາມຍືນຍົງທາງດ້ານສິ່ງແວດລ້ອມ. ລວມແລ້ວ
ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາ
ຊຽນສິ່ງແວດລ້ອມ ເຫັນວ່າມີຜົນສຳເລັດໃນລະດັບ
ສູງທຸກກອງປະຊຸມລ້ວນແລ້ວແຕ່ໄດ້ຮັບຄວາມເອົາ
ໃຈໃສ່ເປັນຢ່າງດີ ຈາກບັນດາຜູ້ແທນບັນດາປະເທດ
ອາຊຽນ. ຜູ້ແທນຕ່າງໆລະຫວ່າງຊົມເຊີຍຕໍ່ການກະ
ກຽມກອງປະຊຸມ ແລະ ການຕ້ອນຮັບຢ່າງອົບອຸ່ນ
ຂອງ ສປປ ລາວ.
Newsleter III DEQP 265x210.indd 14 1/5/2015 2:25:49 PM
15
ປະຊຸມ
	 ວັນທີ 30 ຕຸລາ 2014 ທີ່ຫໍປະຊຸມແຫ່ງຊາດ
ໄດ້ໄຂກອງປະຊຸມລັດຖະມົນຕີອາຊຽນ ດ້ານສິ່ງແວດ
ລ້ອມບໍ່ເປັນທາງການ ຄັ້ງທີ 15 ໂດຍເປັນປະທານ
ຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ
ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ
ເຊິ່ງມີບັນດາປະເທດສະມາຊິກອາຊຽນ, ອາຊຽນ
ບວກ 3 ແລະ ປະເທດຄູ່ຮ່ວມເຈລະຈາ ຈຳນວນໜຶ່ງ
ເຂົ້າຮ່ວມ.
	 ທ່ານ ອາຊາງ ລາວລີ ກ່າວວ່າ: ກອງປະຊຸມ
ດັ່ງກ່າວ ເປັນເວທີປຶກສາຫາລືປະຈຳປີ ກ່ຽວກັບ ບັນ
ຫາສິ່ງແວດລ້ອມທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ
ທີ່ປະຊາຄົມອາຊຽນ ກໍ່ຄືປະຊາຄົມໂລກກຳລັງປະ
ເຊີນຢູ່ໃນສະເພາະໜ້າ ແລະ ຍາວນານ ພ້ອມກັນນັ້ນ
ຍັງໄດ້ທົບທວນຄືນແຜນຍຸດທະສາດ ແລະ ການປືກ
ສາຫາລືຊອກຫາຊ່ອງທາງ, ວິທີທາງ ມາດຕະການທີ່
ເໝາະສົມ ໃນການເພີ່ມທະວີການຮ່ວມມືໃນພາກ
ພື້ນອາຊຽນ ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ
ທັງເຫັນໄດ້ບົດບາດ ແລະ ທ່າແຮງອັນສຳຄັນຂອງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ປະກອບສ່ວນເຂົ້າໃນຂະບວນການພັດທະນາເສດ
ຖະກິດ-ສັງຄົມ ຕາມທິດເສດຖະກິດສີຂຽວຂັບເຄື່ອນ
ອາຊຽນ ບັນລຸການພັດທະນາແບບຍືນຍົງ ແລະ ລຶບ
ລ້າງຄວາມທຸກຍາກ.
	 ປັດຈຸບັນຂົງເຂດອາຊຽນ ໂດຍລວມຍັງມີຊັບ
ພະຍາກອນທຳມະຊາດທີ່ອຸດົມສົມບູນແລະ ສິ່ງແວດ
ລ້ອມທີ່ດີ ຍັງສາມາດເປັນທ່າແຮງໃຫ້ແກ່ການພັດ
ທະນາເສດຖະກິດ-ສັງຄົມ ແບບຍືນຍົງ ສຳລັບ ສປປ
ລາວ ຍັງອຸດົມຮັ່ງມີໄປດ້ວຍຊັບພະຍາກອນທຳມະ
ຊາດອັນລ້ຳຄ່າ ເຊິ່ງເປັນທ່າແຮງໃຫ້ແກ່ການພັດທະ
ນາເສດຖະກິດ-ສັງຄົມແຫ່ງຊາດ ປະຊາຊົນສ່ວນ
ໃຫຍ່ຍັງໄດ້ອາໄສນຳໃຊ້ຊັບພະຍາກອນເຂົ້າໃນການ
ຜະລິດເປັນແຫຼ່ງສະບຽງອາຫານຕົ້ນຕໍ ແລະ ບ່ອນທຳ
ອາຊຽນ ຮ່ວມກັນປຶກສາຫາລືຫຼາຍບັນຫາດ້ານສິ່ງແວດລ້ອມ ເພື່ອບັນລຸການພັດ
ທະນາແບບຍືນຍົງ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 15 1/5/2015 2:25:51 PM
16
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
ມາຫາກິນ ລັດຖະບານແຫ່ງ ສປປ ລາວ ເວລາໃດກໍ່
ຢຶດໝັ້ນຖືເອົາການພັດທະນາເສດຖະກິດຕິດແໜ້ນ
ກັບການປົກປັກຮັກສາສິ່ງແວດລ້ອມ ໃຫ້ເປັນໄປ
ຕາມຍຸດທະສາດອາຊຽນດ້ານສິ່ງແວດລ້ອມ ໂດຍ
ການຫັນເປັນແຜນງານໂຄງການລະອຽດ ແລະ ນຳ
ພາຈັດຕັ້ງປະຕິບັດແຕ່ລະກ້າວ.
	 ປະຊາຄົມເສດຖະກິດອາຊຽນ ລວມທັງ
ສປປ ລາວ ກຳລັງປະເຊີນໜ້າກັບການປ່ຽນແປງຢ່າງ
ໄວວາ ເປັນຕົ້ນ ການເພີ່ມຂຶ້ນຂອງປະຊາຊົນຢ່າງໄວ
ວາ ການເຕີບໂຕທາງດ້ານເສດຖະກິດໃນຂະແໜງ
ການທີ່ບໍ່ໝັ້ນຄົງ ທີ່ບໍ່ຕິດພັນກັບການສ້າງວຽກເຮັດ
ງານທຳກັບປະຊາຊົນທີ່ທຸກຍາກ ແລະ ເຄື່ອນຍ້າຍ
ຂອງປະຊາຊົນທີ່ທຸກຍາກໃນຊົນນະບົດ ເຂົ້າສູ່ຕົວ
ເມືອງ ນັບມື້ເພີ່ມຂຶ້ນ ຂາດພື້ນຖານເສດຖະກິດຮອງ
ຮັບ ເປັນສາເຫດໃຫ້ເກີດບັນຫາຫຍໍ້ທໍ້ທາງສັງຄົມໄປ
ພ້ອມໆກັບການຫຼຸດໜ້ອຍຖອຍລົງຂອງຊັບພະຍາ
ກອນປ່າໄມ້, ຊີວະນາໆພັນ ແລະ ຊັບພະຍາກອນທຳ
ມະຊາດ ແລະ ອື່ນໆ ໄດ້ປ່ຽນແປງລະບົບນິເວດພື້ນ
ຖານໃນທົ່ວພາກພື້ນອາຊຽນ ເປັນຕົ້ນເຫດກໍ່ໃຫ້ເກີດ
ສະພາບການປ່ຽນແປງດິນຟ້າອາກາດ ມົນລະພິດ
ໝອກຄວັນຂ້າມຜ່ານຊາຍແດນເກີດໄພພິບັດທາງ
ທຳມະຊາດ ເປັນຕົ້ນ ພະຍຸ, ໄພນ້ຳຖ້ວມກະທັນຫັນ
ບາງເຂດຮຸນແຮງ ແລະ ໄພແຫ້ງແລ້ງແກ່ຍາວ ເຊິ່ງ
ກາຍເປັນອຸປະສັກ ແລະ ສິ່ງທ້າທາຍແກ່ດ້ານວິຊາ
ການກໍ່ຄືການເງິນໃນການພັດທະນາພາກພື້ນອາຊຽນ
	 ເພື່ອໃຫ້ບັນລຸເປົ້າໝາຍສາມເສົາຄ້ຳແຫ່ງອາ
ຊຽນທ່ານຮອງນາຍົກລັດຖະມົນຕີເຊື່ອວ່າ: ການປຶກ
ສາຫາລືຄັ້ງນີ້ ຈະເປັນການຊອກຫາຊ່ອງທາງວິທີທາງ
ແລະ ມາດຕະການທີ່ເໝາະສົມ ໃນການເພີ່ມທະວີ
ການຮ່ວມມືໃນພາກພື້ນອາຊຽນ ແລະ ກັບຄູ່ຮ່ວມເຈ
ລະຈາ ເພື່ອເພີ່ມທະວີການຄຸ້ມຄອງຊັບພະຍາກອນ
ທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມແບບ
ຍືນຍົງ ທັງເອົາໃຈໃສ່ແກ້ໄຂບັນຫາທີ່ພົ້ນເດັ່ນ ແລະ
ສິ່ງທ້າທາຍຕ່າງໆ ພ້ອມທັງກຳນົດເປົ້າໝາຍໂຄງ
ການທີ່ເປັນຮູບປະທຳ ເພື່ອຮ່ວມກັນຈັດຕັ້ງປະຕິບັດ
ຢ່າງມີຜົນສຳເລັດ.
	 ເພື່ອນຳເອົາຜົນສຳເລັດເຂົ້າໃນກອງປະຊຸມ
ຄັ້ງຕໍ່ໄປ ນອກຈາກນີ້ ທ່ານຮອງນາຍົກລັດຖະມົນຕີ
ຍັງໄດ້ຮຽກຮ້ອງມາຍັງບັນດາປະເທດເພື່ອນມິດອາ
ຊຽນ ອາຊຽນບວກ 3 ແລະ ບັນດາປະເທດຄູ່ຮ່ວມ
ເຈລະຈາ ຈົ່ງເພີ່ມທະວີການຮ່ວມມື ແລະ ສືບຕໍ່ຊ່ວຍ
ເຫຼືອສຸມທຶນຮອນ ແລະ ວິຊາການເຂົ້າໃນການຊຸກຍູ້
ແລະ ການສົ່ງເສີມຄຸ້ມຄອງຊັບພະຍາກອນທຳມະ
ຊາດ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ
ຕາມທິດທາງເສດຖະກິດສີຂຽວ.
Newsleter III DEQP 265x210.indd 16 1/5/2015 2:25:53 PM
17
ປະຊຸມ
ອາຊຽນ ກຽມມາດຕະການຮັບມື ດ້ານສິ່ງແວດລ້ອມຢ່າງໃກ້ຊິດ
	 ສະພາບໝອກຄວັນ ແລະ ສະພາບທ່າອ່ຽງ
ຂອງການເກີດໄຟຈາກທຳມະຊາດຕ່າງໆ ທີ່ກໍ່ໃຫ້
ເກີດໝອກຄວັນມົນລະພິດຂ້າມຜ່ານຊາຍແດນ ໄດ້
ກາຍເປັນໄພຂົ່ມຂູ່ທີ່ບັນດາປະເທດອາຊຽນ ຈະຕ້ອງ
ໄດ້ມີສະຕິເຝົ້າລະວັງກະກຽມ ແລະ ມີມາດຕະການ
ຮັບມືຢ່າງວ່ອງໄວ ໃນການຄວບຄຸມໄພດັ່ງກ່າວ ທີ່
ອາດຈະເກີດຂຶ້ນໃນອະນາຄົດ.
	 ກອງປະຊຸມລັດຖະມົນຕີສິ່ງແວດລ້ອມບໍ່
ເປັນທາງການ ຄັ້ງທີ 15 ທີ່ ສປປ ລາວ ເປັນເຈົ້າພາບ
ໄດ້ປິດລົງຢ່າງຈົບງາມ ໃນຕອນຄ່ຳຂອງວັນທີ 31
ຕຸລາ 2014 ທີ່ຫໍປະຊຸມແຫ່ງຊາດພາຍໃຕ້ເປັນປະ
ທານຂອງທ່ານ ນູລິນ ສິນບັນດິດ ລັດຖະມົນຕີວ່າ
ການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມເຊິ່ງມີບັນດາປະເທດສະມາຊິກອາຊຽນ
ອາຊຽນບວກ 3 ແລະ ບັນດາປະເທດຄູ່ຮ່ວມເຈລະ
ຈາເຂົ້າຮ່ວມ.
	 ທ່ານ ນູລິນ ສິນບັນດິດ ກ່າວວ່າ: ກອງປະຊຸມ
ລັດຖະມົນຕີອາຊຽນຄັ້ງນີ້ ແມ່ນໄດ້ຮັບຊາບການລາຍ
ງານຂອງສູນອຸຕຸນິຍົມ ຂອງບັນດາປະເທດອາຊຽນ
ກ່ຽວກັບ ພະຍາກອນສະພາບຂອງໝອກຄວັນ ແລະ
ສະພາບທ່າອ່ຽງຂອງການເກີດໄຟຈາກທຳມະຊາດ ທີ່
ກໍ່ໃຫ້ເກີດໝອກຄວັນມົນລະພິດຂ້າມຜ່ານຊາຍແດນ
ເຊິ່ງບັນຫາເຫຼົ່ານີ້ ບັນດາປະເທດອາຊຽນ ຈະຕ້ອງໄດ້
ເອົາໃຈໃສ່ຮ່ວມກັນຢ່າງໃກ້ຊິດ ເຖິງຄວາມເສຍຫາຍ
ທີ່ອາດຈະເກີດຂຶ້ນໄດ້ທຸກເວລາ.
	 ກອງປະຊຸມຍັງໄດ້ຮັບຟັງການລາຍງານ ກ່ຽວ
ກັບ ການຈັດຕັ້ງປະຕິບັດແຜນງານກິດຈະກຳຕ່າງໆ
ໃນລະດັບຊາດ ແລະ ໃນລະດັບພາກພື້ນ ທີ່ກ່ຽວຂ້ອງ
ກັບການປ້ອງກັນ ແລະ ສະກັດກັ້ນໝອກຄວັນຂ້າມ
ຜ່ານຊາຍແດນ ຈາກບັນດາປະເທດສະມາຊິກດ້ວຍ
ກັນ ລວມທັງຄວາມຄືບໜ້າໃນການປະກອບສ່ວນ
ເຂົ້າໃນກອງທຶນຄວບຄຸມໝອກຄວັນ ແລະ ຍິນດີຮັບ
ເອົາການຊ່ວຍເຫຼືອ ຈາກອົງການຊ່ວຍເຫຼືອຕ່າງໆ
ທ່ານ ນູລິນ ສິນບັນດິດ ໄດ້ຊົມເຊີຍຕໍ່ຜົນສຳເລັດໃນ
ຫຼາຍໆກິດຈະກຳຂອງໂຄງການ 5 ປີ ກ່ຽວກັບ ປ່າ ດິນ
ຖ່ານຕົມ ນອກຈາກນີ້ ໄດ້ຫາລືກັບປະເທດອາຊຽນ
ບວກສາມ ທີ່ໄດ້ດຳເນີນກິດຈະກຳຮ່ວມກັນ ແລະ ທິດ
ທາງການຮ່ວມມືໃນຕໍ່ໜ້າ ໃນດ້ານຊີວະນາໆພັນ
ການປ່ຽນແປງດິນຟ້າອາກາດ ການສຶກສາດ້ານສິ່ງ
ແວດລ້ອມ ວິທະຍາສາດ ແລະ ເຕັກໂນໂລຊີສິ່ງແວດ
ລ້ອມ ແລະ ອຶ່ນໆ ພ້ອມກັນນີ້ ກອງປະຊຸມລັດຖະມົນ
ຕີອາຊຽນຮ່ວມກັນກັບບັນດາປະເທດອາຊີຕາເວັນ
ອອກ ຄັ້ງທີ 4 ທີ່ເນັ້ນໜັກການປືກສາຫາລື ໃນບັນດາ
ຕົວເມືອງທີ່ຍືນຍົງທາງດ້ານສິ່ງແວດລ້ອມ ແລະ ທິດ
ທາງຮ່ວມມືໃນຕໍ່ໜ້າ.
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 17 1/5/2015 2:25:56 PM
18
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
ກອງປະຊຸມຄັ້ງທີ II ຄະນະກຳມະການ ຊີ້ນໍ້າລະດັບຊາດ ໃນການຄຸ້ມຄອງ
ເຂດດິນບໍລິເວນນໍ້າຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ
ປະທານ, ຄະນະກໍາມະການຊີ້ນໍາລະດັບ. ກອງປະ
ຊຸມຄັ້ງນີ້ ແມ່ນແນໃສ່ ເພື່ອຮັບຟັງການລາຍງານ ຜົນ
ຄືບໜ້າໃນຈັດຕັ້ງປະຕິບັດແລະການເຄື່ອນໄຫວວຽກ
ງານຄຸ້ມຄອງ 2 ເຂດດິນບໍລິເວນນໍ້າຣາມຊາ (ເຊຈໍາ
ພອນ ແລະ ບຶງກຽດໂງ້ງ) ນັບແຕ່ ປີ 2011-2013
ແລະ ພິຈາລະນາຮັບຮອງເອົາບາງໜ້າວຽກຈຸດສຸມ,
ແຜນການເຄື່ອນໄຫວວຽກງານ ສົກປີ 2014-2015.
	 ສປປ ລາວ ເປັນປະເທດໜຶ່ງທີ່ມີດິນບໍລິເວນ
ນໍ້າ ທີ່ອຸດົມສົມບູນ ແລະ ຫຼາຍແຫ່ງ ທີ່ຍັງມີຄວາມສຳ
ຄັນ ໃນລະດັບໂລກ. ດິນບໍລິເວນນໍ້າເຫຼົ່ານີ້ ປະກອບ
ສ່ວນອັນສຳຄັນ ທາງດ້ານເສດຖະກິດ-ສັງຄົມ, ສີ່ງ
ແວດລ້ອມ, ການທ່ອງທ່ຽວ ແລະ ວັດທະນະທຳ. ຄຸນ
ປະໂຫຍດ ຂອງດິນບໍລິເວນນໍ້າ ເປັນບ່ອນເກັບກັກ
ນໍ້າ ແລະ ຕ້ານນໍ້າຖ້ວມ ໃນລະດູຝົນ, ລະບາຍນໍ້າ
	 ກອງປະຊຸມຄັ້ງທີ II ຄະນະກຳມະການ ຊີ້ນໍ້າ
ລະດັບຊາດ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າ
ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ, ທີ່ຫ້ອງປະ
ຊຸມ ຫ້ອງການລັດຖະບານ ໃນວັນທີ 13 ພຶດສະພາ
2014
	 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະ
ຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມ(ກຊສ)ໃນນາມກອງເລຂາຄະນະກໍາມະການຊີ້
ນໍາລະດັບຊາດ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າ
ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ. ໂດຍການ
ເປັນປະທານ ຂອງທ່ານ ອາຊາງ ລາວລີ, ຮອງນາຍົກ
ລັດຖະມົນຕີ, ປະທານ ຄະນະກໍາມະການຊີ້ນໍາລະ
ດັບຊາດ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງ
ສົນສິສັນຍາຣາມຊາ ຢູ່ ສປປ ລາວ, ລວມທັງ ຮອງ
Newsleter III DEQP 265x210.indd 18 1/5/2015 2:25:58 PM
19
ປະຊຸມ
ອອກມາ ໃນລະດູແລ້ງ. ພ້ອມດຽວກັນນັ້ນ, ຍັງເປັນ
ບ່ອນທີ່ຢູ່ອາໃສ ຂອງສັດນໍ້າ, ພືດຜັກຕ່າງໆ ທີ່ເປັນ
ແຫຼ່ງອາຫານຫຼັກ ຂອງປະຊາຊົນບັນດາເຜົ່າ. ຄຽງຄູ່
ກັນນັ້ນ, ຍັງເປັັນບ່ອນບຳບັດນໍ້າເປື້ອນ ແບບທໍາມະ
ຊາດທີ່ມີປະສິດທິຜົນສູງ ໂດຍບໍ່ຕ້ອງລົງທຶນ. ເມື່ອ
ເຫັນໄດ້ຄວາມສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ລັດ
ຖະບານ ແຫ່ງ ສປປ ລາວ ໄດ້ຕັດສິນໃຈສູງ ສະເໜີ
ເຂົ້າເປັນລັດພາຄີ ຂອງສົນທິສັນຍາຣາມຊາ ພ້ອມທັງ
ເຫັນດີ ສະເໜີ ເຂດດິນບໍລິເວນນໍ້າ ເຊຈຳພອນ ເມືອງ
ຈຳພອນ ແຂວງສະຫວັນນະເຂດ ແລະ ເຂດດິນບໍລິ
ເວນນໍ້າ ບຶງກຽດໂງ້ງ ເມືອງປະທຸມພອນ ແຂວງຈຳປາ
ສັກ ຂຶ້ນທະບຽນເຂົ້າໃນບັນຊີເຂດດິນບໍລິເວນໍ້າຣາມ
ຊາ ທີ່ມີຄວາມສໍາຄັນໃນລະດັບສາກົນ ໃນປີ 2010.
	 ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນລັດພາຄີ
ຕໍ່ສົນທິສັນຍາດັ່ງກ່າວ ໂດຍມີ ກຊສ ເປັນອົງການຈັດ
ຕັ້ງປະຕິບັດ ແລະ ຮັບຜິດຊອບ ຕໍ່ສົນທິສັນຍາດັ່ງກ່າວ
ສາມາດສັງລວມ ບັນດາກິດຈະກໍາທີ່ສໍາຄັນຕ່າງໆ ທີ່
ໄດ້ຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຂດດິນບໍລິເວນ
ນໍ້າຣາມຊາ ເຊັ່ນ :
1.	 ໄດ້ມີການແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບ
ຊາດ, ລະດັບແຂວງ, ເມືອງ ໃນການຄຸ້ມຄອງເຂດ
ດິນບໍລິເວນນ້ຳ ຂອງສົນທິສັນຍາຣາມຊາ ວ່າດ້ວຍ
ດິນບໍລິເວນນ້ຳ ຢູ່ ສປປ ລາວ, ລວມທັງ ແຕ່ງຕັ້ງກອງ
ເລຂາ ຄະນະກຳມະການຊີ້ນໍາ ໃນແຕ່ລະໆດັບ ແລະ
ທິມງານວິຊາການ ປະຈໍາພາກສະໝາມຂອງ 2 ເຂດ
ດັ່ງກ່າວ;
2.	 ໄດ້ແຕ່ງຕັ້ງຜູ້ປະສານງານລະດັບຊາດ ຂອງສົນທິ
ສັນຍາຣາມຊາ ຢູ່ ສປປ ລາວ;
3.	 ໄດ້ຈັດກອງປະຊຸມ ທາງດ້ານວິຊາການ ກ່ຽວກັບ
ການຄຸ້ມຄອງ 2 ເຂດດິນບໍລິເວນນໍ້າຣາມຊາດຫຼາຍ
ຄັ້ງ;
4.	 ໄດ້ນຳເອົາ ຜົນງານການຄຸ້ມຄອງດິນບໍລິເວນນ້ຳ
ຂອງສປປລາວເຂົ້າຮ່ວມງານວາງສະແດງນາໆຊາດ
ທີ່ເມືອງເຢວ, ສ.ເກົາຫຼີ, ແຕ່ວັນທີ 12 ພຶດສະພາ ເຖິງ
ວັນທີ 12 ສິງຫາ 2012;
5.	 ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລັດພາຄີ ຂອງ
ສົນທິສັນຍາຣາມຊາ ຄັ້ງທີ 11 (COP 11) ໃນເດືອນ
ກໍລະກົດ 2012, ທີ່ປະເທດໂຣມານີ;
6.	 ໄດ້ສຳເລັດ ການແປເອກະສານຕ່າງໆ ຂອງສົນ
ທິສັນຍາຣາມຊາ ເປັນພາສາລາວ ເພື່ອເຜີຍແຜ່;
7.	 ໄດ້ສຳເລັດ ການສ້າງແຜນແມ່ບົດໃນການຄຸ້ມ
ຄອງ ແລະ ອະນຸລັກ ເຂດດິນບໍລິເວນນ້ຳ ບຶຶງກຽດໂງ້ງ
(2013-2017);
8.	 ໄດ້ທົບທວນລະບຽບກົດໝາຍທີ່ກ່ຽວຂ້ອງຕ່າງໆ
ແລະ ສໍາເລັດການລົງສໍາຫຼວດການຄຸ້ມຄອງດິນບໍລິ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 19 1/5/2015 2:25:59 PM
20
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
ເວນນໍ້າຕາມຮີດຄອງປະເພນີ ທີ່ນອນຢູ່ເຂດດິນບໍລິ
ເວນນໍ້າເຊຈໍາພອນ ເມືອງຈໍາພອນ, ແຂວງສະຫວັນ
ນະເຂດ ເຊັ່ນ: ດົງລີງ, ໜອງປາຜາ, ຝຸງນົກ ທີ່ບ້ານ
ບຶງຊ້າງ, ໂອງ-ມັ່ງ, ແຂ້ພື້ນເມືອງ ທີ່ບ້ານຕານສຸມ,
ກຸດຈຽວ, ໜອງກັນ, ໜອງຫຼວງ ແລະ ອື່ນໆ;
9.	 ສໍາເລັດການລົງສໍາຫຼວດນົກ ຢູ່ເຂດດິນບໍລິເວນ
ນໍ້າເຊຈໍາພອນ;
10.	ໄດ້ສຳເລັດການຈັດກອງປະຊຸມວິຊາການ ລະ
ດັບພາກພື້ນ-ອາຊີປາຊິຟິກ ກ່ຽວກັບ ການຄຸ້ມຄອງ
ເຂດດິນບໍລິເວນນ້ຳ ຣາມຊາ ໃນເດືອນສິງຫາ 2013
ທີ່ແຂວງຈຳປາສັກເຊິ່ງມີຜູ້ເຂົ້າຮ່ວມທີ່ມາຈາກ10ປະ
ເທດ;
11.	ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ພາກພື້ນ
ອາຊີ-ປາຊີຟິກ ປະຈໍາປີ ກ່ຽວກັບ ການຄຸ້ມຄອງ ແລະ
ແລກປ່ຽນບົດຮຽນ ໃນການຄຸ້ມຄອງດິນບໍລິເວນນໍ້າ
ທີ່ປະເທດ ສ. ເກົາຫຼີ;
12.	ແຕ່ລະປີ ໄດ້ມີການຈັດກິດຈະກໍາຕ່າງໆ ເພື່ອສະ
ເຫຼີມສະຫຼອງ ວັນດິນບໍລິເວນນໍ້າໂລກ (2 ກຸມພາ)
ຢູ່ 2 ເຂດດິນບໍລິເວນນໍ້າ;
	 ເພື່ອຜັນຂະຫຍາຍ ແລະ ເຄື່ອນໄຫວຈັດຕັ້ງ
ປະຕິບັດບັນດາກິດຈະກໍາ ແລະ ແຜນວຽກຈຸດສຸມ
ໃນການຄຸ້ມຄອງ 2 ເຂດດິນບໍລິເວນນໍ້າຣາມຊາ
(ເຊຈໍາພອນ, ແຂວງສະຫວັນນະເຂດ ແລະ ບຶງກຽດ
ໂງ້ງ, ແຂວງຈໍາປາສັກ) ໃຫ້ມີປະສິດຕິຜົນ ແລະ ບັນລຸ
ຕາມແຜນທີ່ວາງໄວ້, ກຊສ ຈະສຸມໃສ່ບາງໜ້າວຽກ
ທີ່ສໍາຄັນ ສໍາລັບສົກປີ 2014-2015 ດັ່ງນີ້:
1.	 ປັບປຸງຄະນະກໍາມະການຊີ້ນໍາ ໃນການຄຸ້ມ
ຄອງ 2 ເຂດດິນບໍລິເວນນໍ້າຣາມຊາ ໃນລະດັບຊາດ
ແລະ ທ້ອງຖິ່ນ;
2.	 ປັບປຸງກອງເລຂາ ຄະນະກໍາມະການຊີ້ນໍາ ໃນ
ການຄຸ້ມຄອງ 2 ເຂດດິນບໍລິເວນນໍ້າຣາມຊາ ໃນລະ
ດັບຊາດ, ທ້ອງຖິ່ນ ແລະ ທິມງານພາກສະໜາມ ເພື່ອ
ໃຫ້ສອດຄອງກັບຄະນະກໍາມະການຊີ້ນໍາແຕ່ລະໆ
ດັບ;
3.	 ສືບຕໍ່ຂຽນໂຄງການລະອຽດ ຮ່ວມກັບ ອົງການ
FAO ທີ່ໄດ້ຮັບທຶນຈາກກອງທຶນສິ່ງແວດລ້ອມໂລກ
(GEF) ເພື່ອໃຫ້ໄດ້ຈັດຕັ້ງປະຕິບັດ ໃນສົກປີ 2014;
4.	 ສືບຕໍ່ຂຽນໂຄງການລະອຽດ ຮ່ວມກັບ ກອງເລຂາ
ຄະນະກໍາມະການ ແມ່ນ້ຳຂອງ ແຫ່ງຊາດ ເພື່ອຂໍທຶນ
ຈາກທະນາຄານພັດທະນາ ຂອງປະເທດເຢຽລະມັນ
(KfW) ເພື່ອໃຫ້ໄດ້ຈັດຕັ້ງປະຕິບັດ ໃນປີ 2014;
5.	 ກະກຽມ ຮ່າງດໍາລັດ ວ່າດ້ວຍ ການຄຸ້ມຄອງ 2
ເຂດດິນບໍລິເວນນໍ້າຣາມຊາ (ເຊຈໍາພອນ ແລະ ບຶງ
ກຽດໂງ້ງ);
6.	 ຮ່າງບົດສະເໜີໂຄງການ ສ້າງຄວາມເຂັ້ມແຂງ
ໃຫ້ແກ່ສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງເຂດ
ດິນບໍລິເວນນໍ້າຣາມຊາ ເພື່ອສະເໜີຂໍທຶນຈາກ ສ.ເກົາ
ຫຼີ;
7.	 ທົບທວນຄືນລະບຽບການ ແລະ ນິຕິກໍາຕ່າງໆ
ທີ່ກ່ຽວຂ້ອງຕ່າງໆ ທີ່ມີໃນປັດຈຸບັນ ເພື່ອສ້າງກອບ
ນິຕິກຳ ທີ່ຈຳເປັນໃນການຄຸ້ມຄອງດິນບໍລິເວນນ້ຳ
ຂອງ 2 ເຂດຣາມຊາ;
8.	 ສືບຕໍ່ເປັນເຈົ້າການໃນວຽກງານຮ່ວມມືສາກົນ
ແລະ ພາກພື້ນ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ບົດ
ຮຽນທາງດ້ານວິທະຍາສາດ, ວິຊາການ, ໄປທັດສະ
ນະສຶກສາ ແລະ ຊອກຫາທຶນຮອນ ເພື່ອມາເຄື່ອນ
ໄຫວວຽກງານດັ່ງກ່າວ;
9.	 ກະກຽມການສະເຫຼີມສະຫຼອງວັນດິນບໍລິເວນນ້ຳ
ໂລກ, 2 ກຸມພາ 2015 ຢູ່ສູນກາງ ແລະ ທ້ອງຖິ່ນ;
(ລາຍງານຈາກ ພະແນກ ເຕັກໂນໂລຊີສງແວດລອມ)
Newsleter III DEQP 265x210.indd 20 1/5/2015 2:25:59 PM
21
ປະຊຸມ
ການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານ 2011-2015
ສິ່ງແວດລ້ອມຂອງນະຄອນຫຼວງ ແລະ ບັນດາແຂວງ ແລະ ການຮ່າງ
ແຜນດຳເນີນງານສົ່ງເສີມຄຸນນະພາບສິ່ງແວດລ້ອມ 2016-2020
	 ໃນວັນທີ 25-29 ສິງຫາ 2014 ພະແນກປະ
ເມີນສິ່ງແວດລ້ອມ, ກົມສົ່ງເສີມສິ່ງແວດລ້ອມ (ກສຊ)
ໄດ້ຈັດກອງປະຊຸມການປະເມີນການຈັດຕັ້ງແຜນດຳ
ເນີນງານແຫ່ງຊາດ 2011-2015 ສິ່ງແວດລ້ອມຂອງ
ນະຄອນຫຼວງແລະ17ແຂວງ,ການຮ່າງແຜນດຳເນີນ
ງານສົ່ງເສີມຄຸນນະພາບສິ່ງແວດລ້ອມ2016 - 2020
ທີ່ແຂວງວຽງຈັນ.
	 ກອງປະຊຸມການປະເມີນການຈັດຕັ້ງແຜນ
ດຳເນີນງານ 2011-2014 ແມ່ນໄດ້ຮັບກຽດກ່າວ
ເປີດກອງປະຊຸມ ໂດຍທ່ານ ສີສະຫວັດ ວິທະໄຊ
ລັດຖະມົນຕີຊ່ວຍ ວ່າການ ກະຊວງ ຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າວຽກງານ
ການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານ
ສິ່ງແວດລ້ອມແຫ່ງຊາດແລະບັນດາແຂວງປີ2011-
2015ແລະການກໍານົດແຜນດໍາເນີນງານສົ່ງເສີມຄຸນ
ນະພາບສິ່ງແວດລ້ອມ 2016-2020. ເຊິ່ງມັນມີ
ຄວາມໝາຍຕໍ່ພັກ ແລະ ປວງຊົນລາວທັງຊາດ ໄດ້
ເປັນຕົວກຳນົດ ກ່ຽວກັບ ສິ່ງແວດລ້ອມພ້ອມທັງສະ
ຫຼຸບຕີລາຄາ ໃນການຈັດຕັ້ງປະຕິບັດຜ່ານມາວ່າມັນ
ບັນລຸຕາມເປົ້າໝາຍ ເພື່ອເຮັດໃຫ້ປະເທດເຮົາຫຼຸດ
ພົ້ນອອກຈາກຄວາມທຸກຍາກ ເພື່ອຫັນການພັດທະ
ນາເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ;
	 ນອກນີ້ ກໍ່ເພື່ອເສີມຂະຫຍາຍຫຼັກການລວມ
ສູນປະຊາທິປະໄຕ ການນຳພາຂອງພັກ ແລະ ຫຼັກ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2014
ກສສ
Newsleter III DEQP 265x210.indd 21 1/5/2015 2:26:01 PM
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II
Newsleter Deep II

More Related Content

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (20)

Magazines v2 12 2020
Magazines v2 12 2020Magazines v2 12 2020
Magazines v2 12 2020
 
Magazines 04 2021 final
Magazines 04 2021 finalMagazines 04 2021 final
Magazines 04 2021 final
 
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2hຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2h
 
ການວິເຄາະ 5 w2h
ການວິເຄາະ 5 w2hການວິເຄາະ 5 w2h
ການວິເຄາະ 5 w2h
 
ອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
 
Guidelide green-school lao
Guidelide green-school laoGuidelide green-school lao
Guidelide green-school lao
 
Newsleter deqp x
Newsleter deqp xNewsleter deqp x
Newsleter deqp x
 
Newsleter deqp xi
Newsleter deqp xiNewsleter deqp xi
Newsleter deqp xi
 
Newsleter deqp xii
Newsleter deqp xiiNewsleter deqp xii
Newsleter deqp xii
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Newsleter deqp iv
Newsleter deqp ivNewsleter deqp iv
Newsleter deqp iv
 
Newsleter deqp v
Newsleter deqp vNewsleter deqp v
Newsleter deqp v
 
Newsleter deqp vi
Newsleter deqp viNewsleter deqp vi
Newsleter deqp vi
 
Newsleter vii deqp for print size 265x210l
Newsleter vii deqp for print size 265x210lNewsleter vii deqp for print size 265x210l
Newsleter vii deqp for print size 265x210l
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Newsleter deqp ix
Newsleter deqp ixNewsleter deqp ix
Newsleter deqp ix
 
Move
MoveMove
Move
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 

Newsleter Deep II

  • 1. lt[a[mu 2 ,y45ok{mao;k 2014 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ Newsleter III DEQP 265x210.indd 1 1/5/2015 2:25:37 PM
  • 2. Newsleter III DEQP 265x210.indd 2 1/5/2015 2:25:37 PM
  • 3. ສາລະບານ 1. ສານ ຂອງພະນະທ່ານ ທອງສິງ ທຳມະວົງ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ........................... 1 2. ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ.......... 4 3. ສານ ທ່ານ ບານກິມມູນ ເລຂາທິການໃຫຍ່ຂອງສະຫະປະຊາຊາດ............................................. 6 4. ປະເທດລຸ່ມແມ່ນ້ຳຂອງ ປຶກສາຫາລືມົນລະພິດໝອກຄວັນຂ້າມຜ່ານຊາຍແດນ............................ 8 5. ບັນຫາມົນລະພິດໝອກຄວັນ ຕ້ອງໄດ້ແກ້ໄຂຮ່ວມກັນ............................................................. 10 6. ສືບຕໍ່ປຶກສາຫາລື ດ້ານມົນລະພິດໝອກຄວັນຂ້າມຊາຍແດນ.................................................... 11 7. ສປປ ລາວ ປະສົບຜົນສໍາເລັດຈັດກອງປະຊຸມ ລມຕ ອາຊຽນ ດ້ານສິ່ງແວດລ້ອມ........................... 12 8. ອາຊຽນ ຮ່ວມກັນຫາລືຫຼາຍບັນຫາດ້ານສິ່ງແວດລ້ອມ ເພື່ອບັນລຸການພັດທະນາແບບຍືນຍົງ............ 15 9. ອາຊຽນ ກຽມມາດຕະການຮັບມື ດ້ານສິ່ງແວດລ້ອມຢ່າງໃກ້ຊິດ................................................. 17 10. ກອງປະຊຸມຄັ້ງທີ II ຄະນະກຳມະການ ຊີ້ນໍ້າລະດັບຊາດ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າຂອງ... 18 11. ການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານ 2011-2014 ສິ່ງແວດລ້ອມ........................... 21 12. ໜ່ວຍປະຕິບັດງານອາຊຽນ ດ້ານການສຶກສາສິ່ງແວດລ້ອມ (The 6th Meeting of the ASEAN... 24 13. ການໄປທັດສະນະສຶກສາ ພາຍໃຕ້ຫົວຂໍ້: “ການສຶກສາ ແລະ ສ້າງຈິດສຳນຶກ................................ 26 14. ກອງປະຊຸມປະເມີນການທົດລອງນຳໃຊ້ ປື້ມແບບຮຽນ ກ່ຽວກັບ ອາກາດ ແລະ ການປ່ຽນແປງ......... 29 15. ຝຶກ​ອົບຮົມ ​​ໃນ​ການ​ຂຽນ​ບົດ, ຂຽນ​ຂ່າວ ກ່ຽວ​ກັບ​ສິ່ງແວດ​ລ້ອມ ​ໃຫ້​ກັບ​ບັນດາ​ສື່ມວນ​ຊົນ​................. 30 16. ຝຶກອົບຮົມ ຫຼັກການຂອງການຜະລິດຂ່າວວິທະຍຸ, ບົດຄວາມຍາວ ກ່ຽວກັບ ສິ່ງແວດລ້ອມ............... 32 17. ການປະເມີນໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ........... 34 18. ການເຄື່ອນໄຫວວຽກງານສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ພາຍໃຕ້ຫົວຂໍ້: “ການອະນຸລັກປ່າໄມ້”... 36 Newsleter III DEQP 265x210.indd 3 1/5/2015 2:25:37 PM
  • 4. Newsleter III DEQP 265x210.indd 4 1/5/2015 2:25:37 PM
  • 5. ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າກົມ ທ່ານ ນາງ ສຸວັນນີ ພອນວິໄລ ຮອງຫົວໜ້າກົມ ທ່ານ ໂລນຄຳ ອາດສະນາວົງ ຮອງຫົວໜ້າກົມ ທ່ານ ອຸ່ນເຮືອນ ໄຊຍະຈັກ ຮອງຫົວໜ້າກົມ ຄະນະກວດແກ້ ຄະນະພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພະແນກສົ່ງເສີມສິ່ງແວດລ້ອມ ພະແນກບໍລິຫານ ແລະ ແຜນການ ພະແນກຄຸ້ມຄອງສິ່ງແວດລ້ອມ ພະແນກປະເມີນສິ່ງແວດລ້ອມ ພະແນກເຕັກໂນໂລຊີສິ່ງແວດລ້ອມ ຈັດໜ້າອອກແບບ ພະແນກສົ່ງເສີມສິ່ງແວດລ້ອມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຫົວໜ້າພະແນກ ທ່ານ ນ. ລັດຕະນາພອນ ອິນທະສານ ຮອງຫົວໜ້າພະແນກ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກແຜນການ ແລະ ການຮ່ວມມື ທ່ານ ບົວແສງປະເສິດ ພຣະສິດທິເດດ ທ່ານ ກິ່ງທອງ ສິຣິສົມພອນ ຄະນະເກັບກຳຂໍ້ມູນ ທ່ານ ນາງ ເກດສະໄໝ ແກ້ວຫານາມ ທ່ານ ນາງ ອຳໄພວັນ ພົມມະເທບ ທ່ານ ນາງ ນາລິນ ຈະເລີນສຸກ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ນາງ ສຸກສະຫວັນ ພຸດທະລາດ ທ່ານ ບຸນທະວີ ປັນຍານຸວົງ ແຫຼ່ງຂໍ້ມູນ ຂໍຂອບໃຈມາເປັນຢ່າງສູງ ໃນການໃຫ້ຂໍ້ມູນ ໃນການປະກອບສ່ວນສ້າງຈົດໝາຍຂ່າວ ກສສ Newsleter III DEQP 265x210.indd 5 1/5/2015 2:25:37 PM
  • 6. 1 ປະຊຸມ ສານ ຂອງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສິ່ງແວດລ້ອມ ໂລກ, ວັນທີ 5 ມິຖຸນາ 2014 ມື້ນີ້, ລັດຖະບານແຫ່ງ ສປປ ລາວ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຮູ້ສຶກ ພາກພູມໃຈ ເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2014 ພາຍໃຕ້ຄຳຂວັນ “ ຈົ່ງພ້ອມກັນອອກແຮງປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ໃຫ້ຍືນຍົງ, ສະກັດກັ້ນ ການເພິ່ມຂຶ້ນຂອງລະດັບນ້ຳທະເລ ” ຊຶ່ງເປັນໂອກາດທີ່ສຳຄັນ ເພື່ອປຸກ ລະດົມຈິດສຳນຶກຂອງທົ່ວປວງຊົນ ຮ່ວມແຮງຮ່ວມໃຈກັນຕ້ານ ແລະ ຮັບມືກັບສະພາວະໂລກຮ້ອນ ອັນເປັນ ສາເຫດກໍ່ໃຫ້ເກີດການປ່ຽນແປງຂອງສະພາບອາກາດ ແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງນໍາໄປສູ່ການລຶບລ້າງຄວາມທຸກຍາກ ພ້ອມດຽວກັນ ພວກເຮົາຈົ່ງພ້ອມກັນສະເຫຼີມສະ ຫຼອງ ວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ປີ 2014 ດ້ວຍການສ້າງຂະບວນການປູກຕົ້ນໄມ້ ຕາມສະ ຖານທີ່ຕ່າງໆ ຢ່າງເປັນເຈົ້າການ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ບັນຫາການປ່ຽນແປງດິນຟ້າອາກາດຂອງໂລກໃນປະຈຸບັນ ຖືວ່າ ເປັນບັນຫາສຳຄັນ ແລະ ເຄັ່ງຮ້ອນ ຊຶ່ງມັນຮຽກຮ້ອງໃຫ້ບັນດາປະຊາຊາດໃນໂລກ ຕ້ອງໄດ້ຮ່ວມມືກັນ, ຮ່ວມ ແຮງຮ່ວມໃຈກັນ ຢ່າງຈິງຈັງໃນການປ້ອງກັນ, ສະກັດກັ້ນ, ແກ້ໄຂ ແລະ ຫຼຸດຜ່ອນສະພາວະໂລກຮ້ອນ ໂດຍ ສະເພາະການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວອອກສູ່ຊັ້ນບັນຍາກາດໂລກ. ບັນດານັກວິທະຍາສາດ ຢູ່ໃນໂລກໄດ້ຢັ້ງຢືນຢ່າງໜັກແໜ້ນວ່າ ລະດັບການປ່ອຍອາຍພິດເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດໂລກ ມາ ເຖິງປະຈຸບັນມີປະລິມານເພີ້ມຂຶ້ນສູງ ແລະ ຄາດວ່າຈະຍິ່ງເພີ້ມທະວີຂຶ້ນໃນອານາຄົດ ອັນເກີດມາຈາກການ ກະທຳຂອງມະນຸດນັ້ນເອງ ຊຶ່ງເປັນສາເຫດຕົ້ນຕໍ ເຮັດໃຫ້ສະພາບອາກາດມີການປ່ຽນແປງຜິດປົກກະຕິ ເປັນ ຕົ້ນ: ຝົນຕົກບໍ່ຖືກຕາມລະດູການ, ພາຍຸຮຸນແຮງ, ນ້ຳຖ້ວມ, ແຫ້ງແລ້ງດິນເຊາະເຈື່ອນ ແລະ ອື່ນໆ ທີ່ສົ່ງຜົນກະ ທົບທາງລົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສຸຂະ ພາບຂອງມະນຸດ ແລະ ອື່ນໆ ສະພາວະໂລກຮ້ອນ ຍັງເຮັດໃຫ້ນໍ້າກ້ອນຢູ່ຂົ້ວໂລກຄ່ອຍໆເປື່ອຍ ອັນເປັນ ສາເຫດເຮັດໃຫ້ລະດັບນໍ້າທະເລເພີ້ມຂຶ້ນ ສົ່ງຜົນກະທົບໂດຍກົງຕໍ່ບັນດາປະເທດໝູ່ເກາະດອນນ້ອຍ-ໃຫຍ່ ທີ່ຕັ້ງຢູ່ຕາມທະເລ ແລະ ມະຫາສະມຸດຕ່າງໆ. ໃນປັດຈຸບັນນີ້ ມີປະຊາກອນໂລກຫຼາຍກວ່າ 63 ລ້ານຄົນ ທີ່ອາໃສຢູ່ໃນບັນດາປະເທດເກາະດອນ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 1 1/5/2015 2:25:37 PM
  • 7. 2 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ນ້ອຍ-ໃຫຍ ຊຶ່ງເປັນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳທີ່ມີຊື່ສຽງ ເຊັ່ນ: ມີແຫຼ່ງທໍາມະຊາດທີ່ ສວຍງາມ ແລະ ໂດດເດັ່ນ, ມີດົນຕີພື້ນເມືອງທີ່ໜ້າປະທັບໃຈ ແລະ ມີຄວາມອຸດົມສົມບູນທາງດ້ານວັດທະ ນະທໍາຢູ່ທົ່ວທຸກມູມໂລກ. ປະເທດເກາະດອນເຫຼົ່ານັ້ນ ມີບົດບາດສໍາຄັນ ໃນການປົກປັກຮັກສາມະຫາສະ ໝຸດ, ມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນທີ່ສຸດ, ມີແຫຼ່ງຊີວະນາໆພັນທີ່ຫຼາກຫຼາຍທີ່ເຕັມໄປດ້ວຍ ພັນພືດ ແລະ ສັດສາວາສິ່ງທີ່ມີຄຸນຄ່າຫາຍາກຂອງໂລກອາໄສຢູ່. ເຖິງວ່າຈະມີຄວາມອຸດົມສົມບູນປານໃດ ກໍ່ຕາມ ແຕ່ບັນດາປະເທດເຫຼົ່ານັ້ນ ກໍຍັງມີຜົນກະທົບ ແລະ ມີຄວາມສ່ຽງຫຼາຍ ຈາກສະພາບການປ່ຽນແປງ ດິນຟ້າອາກາດ, ໃນເວລາເກີດພະຍຸທີ່ຮຸນແຮງຈະເຮັດ ໃຫ້ລະດັບນໍ້າທະເລສູງຂຶ້ນ ຊຶ່ງອາດຈະເຮັດໃຫ້ເກີດ ໄພນ້ຳຖ້ວມຮຸນແຮງປະເທດເຫຼົ່ານັ້ນອາດຈະຈົມລົງພຶ້ນທະເລໃນອານາຄົດ. ຊຶ່ງບັນດາປະເທດເຫຼົ່ານີ້ໄດ້ຮຽກ ຮ້ອງໃຫ້ມີການຮ່ວມມືກັນຈາກທຸກພາກສ່ວນຂອງສັງຄົມໃນທົ່ວໂລກ ໃຫ້ການຊ່ວຍເຫຼືອແກ່ພວກເຂົາ ໃຫ້ລຸດ ພົ້ນອອກຈາກບັນຫາການປ່ຽນແປງດິນຟ້າອາກາດ ດ້ວຍການສ້າງຄວາມອາດສາມາດໃນການປັບຕົວ ແລະ ການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ດັ່ງກ່າວ ເພື່ອໃຫ້ປະເທດເຂົາເຈົ້າມີຄວາມໝັ້ນ ຄົງໃນອະນາຄົດ. ເຖິງຢ່າງໃດກໍດີ ເພື່ອແກ້ໄຂບັນຫາດັ່ງກ່າວປະຊາຄົມໂລກ ກໍໄດ້ມີຄວາມພະຍາຍາມສູງ ໃນການປຶກສາຫາລື, ລະດົມແນວຄວາມຄິດ ແລະ ຮ່ວມມືກັນຢ່າງຈິງຈັງ ໃນການກຳນົດວິໄສທັດຮ່ວມກັນ. ໃນປີ 1992 ປະຊາຄົມໂລກໄດ້ຮັບຮອງເອົາ ສົນທິສັນຍາ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ເພື່ອເປັນ ພື້ນຖານໃຫ້ແກ່ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໃນລະດັບໂລກ ໂດຍໄດ້ເລັ່ງໃສ່ ການຄວບ ຄຸມການສະສົມ ຂອງອາຍພິດເຮືອນແກ້ວໃນຊັ້ນບັນຍາກາດໃຫ້ຢູ່ໃນລະດັບຄົງທີ່ ຊຶ່ງສາມາດປ້ອງກັນ ອັນ ຕະລາຍຮ້າຍແຮງຕໍ່ມວນມະນຸດ ຈາກບັນຫາການປ່ຽນແປງດິນຟ້າອາກາດ. ໃນປີ 1997 ປະຊາຄົມໂລກ ຍັງ ໄດ້ຮັບຮອງເອົາອານຸສັນຍາກຽວໂຕ ວ່າດ້ວຍ ການຄວບຄຸມການປ່ອຍອາຍພິດເຮືອນແກ້ວ ຢູ່ໃນໂລກຊຶ່ງເປັນ ຂໍ້ຕົກລົງລະດັບ ສາກົນ ແລະ ມີຂໍ້ຜູກມັດທາງດ້ານກົດໝາຍ ຊຶ່ງບັນດາປະເທດ ອຸດສາຫະກຳຂະຫຍາຍຕົວ ຈຳນວນ 37 ປະເທດແລະ ກຸ່ມປະເທດເອີລົບ ໄດ້ມີພັນທະໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ຢູ່ໃນປະເທດຂອງຕົນ, ທັງອະນຸຍາດໃຫ້ ປະເທດອຸດສາຫະກຳເຫຼົ່ານີ້ໄດ້ຮັບສິນເຊື່ອ ຈາກການຫຼຸດຜ່ອນ ການ ປ່ອຍອາຍພິດເຮືອນແກ້ວ ໂດຍຜ່ານຂະບວນການລົງທຶນໃສ່ບັນດາໂຄງການພັດທະນາແບບຍືນຍົງ ເພື່ອຫຼຸດ ຜ່ອນການປ່ອຍອາຍພິດເຮືອນແກ້ວ ໃນບັນດາປະເທດພັດທະນາ “ຕາມກົນໄກ ການຕະຫຼາດ” ເປັນຕົ້ນ ໂຄງການກົນໄກການພັດທະນາສະອາດ. ໃນປີ 2007 ກອງປະຊຸມລັດພາຄີຂອງສົນທິສັນຍາ ວ່າດ້ວຍ ການ ປ່ຽນແປງດິນຟ້າອາກາດ ໄດ້ຮັບຮອງເອົາແຜນດຳເນີນງານ ບາຫຼີ ໂດຍມີເປົ້າໝາຍເພື່ອ “ໃຫ້ສາມາດຈັດຕັ້ງ ປະຕິບັດສົນທິສັນຍາໄດ້ຢ່າງເຕັມສ່ວນ, ມີປະສິດທິຜົນ ແລະ ມີຄວາມຍືນຍົງ ໂດຍດຳເນີນການຮ່ວມກັນ ໃນໄລຍະຍາວ ຈົນເຖິງປີ 2012 ແລະ ພາຍຫຼັງປີ 2012” ໂດຍສຸມໃສ່ໃຫ້ບັນລຸຄາດໝາຍໃນການຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວໃນໂລກ, ເພີ່ມທະວີມາດຕະການການປັບຕົວເຂົ້າກັບສະພາບ ການປ່ຽນແປງ ດິນຟ້າອາກາດ ແລະ ມາດຕະການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວທີ່ເໝາະສົມ ໃນລະດັບຊາດ ຫຼື ສາກົນ. ສປປ ລາວ ພວກເຮົາ ເປັນປະເທດທີ່ມີສະພາບສິ່ງແວດລ້ອມທີ່ດີ, ມີຊັບພະຍາກອນທຳມະຊາດ ທີ່ອຸດົມຮັ່ງມີເປັນທ່າແຮງໄດ້ປຽບໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ເຖິງແມ່ນວ່າ ສປປ ລາວ ບໍ່ມີຊາຍແດນທີ່ຕິດກັບທະເລກໍ່ຕາມ ຕະຫຼອດໄລຍະທີ່ຜ່ານມາ, ພັກ ແລະ ລັດ ພວກເຮົາໄດ້ມີແນວ ທາງນະ ໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດ, ການປົກປັກຮັກສາສິ່ງແວດ ລ້ອມໃຫ້ຍືນຍົງ, ການຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ເພື່ອແນໃສ່ການຫຼຸດຜ່ອນສະ ພາບການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເປັນຕົ້ນ ໄດ້ Newsleter III DEQP 265x210.indd 2 1/5/2015 2:25:38 PM
  • 8. 3 ປະຊຸມ ເຊື່ອມສານບັນຫາການປ່ຽນແປງດິນຟ້າອາກາດ ເຂົ້າໃນກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ໄດ້ມີຍຸດທະສາດການປ່ຽນແປງດິນຟ້າອາກາດ, ໄດ້ສ້າງບົດສື່ສານແຫ່ງຊາດ ກ່ຽວກັບ ການປ່ຽນແປງດິນຟ້າ ອາກາດ, ໄດ້ສ້າງແຜນດຳເນີນງານແຫ່ງຊາດ ກ່ຽວກັບ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ ພ້ອມທັງໄດ້ວາງຄາດໝາຍສູ້ຊົນ ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນ ຍົກລະດັບເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020. ຕໍ່ບັນຫາ ກ່ຽວກັບ ການເພີ້ມຂຶ້ນຂອງລະດັບນໍ້າທະເລ ແລະ ສະພາວະໂລກຮ້ອນ ຍາມໃດ ພັກ-ລັດ ໄດ້ຖືເປັນບັນຫາບູລິມະ ສິດ ໂດຍໄດ້ດໍາເນີນການຢູ່ໃນ 4 ຂົງເຂດຄື: ຂົງເຂດກະສິກຳ, ພະລັງງານ, ການນຳໃຊ້ທີ່ດິນ-ປ່າໄມ້ ແລະ ສິ່ງເສດເຫຼືອ ແນໃສ່ຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວດັ່ງກ່າວ. ຄຽງຄູ່ກັນນີ້, ພວກເຮົາ ຍັງໄດ້ເຂົ້າ ຮ່ວມເປັນພາຄີສົນທິສັນຍາຕ່າງໆ ຂອງສາກົນ, ພາກພື້ນ ແລະ ຖະແຫຼງການສາກົນ ກ່ຽວກັບ ການເຕືອນ ໄພລ່ວງໜ້າ ແລະ ການປັບຕົວເຂົ້າກັບການປຽນແປງດິນຟ້າອາກາດ ເພື່ອສ້າງເປັນຄູ່ຮ່ວມງານທີ່ເຂັ້ມແຂງ ເພື່ອປັບຕົວ ແລະ ແກ້ໄຂຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ໃຫ້ບັນລຸເປົ້າໝາຍສະຫະສະວັດ ດ້ານການພັດທະນາ ໃນປີ 2015. ເຖິງແມ່ນວ່າພວກເຮົາໄດ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດນະໂຍບາຍທີ່ວາງອອກ ຈົນສາມາດບັນ ລຸການເຕີບໂຕທາງດ້ານເສດຖະກິດຢ່າງຕໍ່ເນື່ອງ ແລະ ບັນລຸຜົນສຳເລັດໃນການຫຼຸດຜ່ອນ ຄວາມທຸກຍາກ ເປັນກ້າວໆມາກໍ່ຕາມ. ແຕ່ພວກເຮົາຍັງປະເຊີນໜ້າກັບບັນຫາການປ່ອຍອາຍກາກໂບນິກສູ່ ຊັ້ນບັນຍາກາດ, ຈາກການສຳຫຼວດໃນປີ 1990 ສະຫຼຸບໄດ້ວ່າ ສປປ ລາວ ໄດ້ມີທ່າແຮງໃນການດູດຊັບອາຍກາກໂບນິກ (co2 ) ປະມານ 121,6 ລ້ານໂຕນຕໍ່ປີ, ເມື່ອສົມທຽບກັບການປ່ອຍໃນຂອບເຂດທົ່ວປະເທດ ມີປະມານ 24,18 ລ້ານໂຕນ. ໃນຂົງເຂດການປ່ຽນແປງການນຳໃຊ້ທີ່ດິນ ແລະ ປ່າໄມ້ ແມ່ນເປັນຂົງເຂດທີ່ປ່ອຍອາຍກາກໂບນິກ ຫຼາຍກ່ວາໝູ່ ປະມານ 17 ລ້ານໂຕນ ສາເຫດຫຼັກແມ່ນການຈູດປ່າໃນພື້ນທີ່ມີການຖາງປ່າເຮັດໄຮ່. ໃນໂອກາດອັນສະຫງ່າລາສີນີ້ ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມ ຂອບໃຈ ແລະ ຍ້ອງຍໍຊົມເຊີຍ ມາຍັງປະຊາຊົນລາວບັນດາເຜົ່າ, ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ລວມທັງຊາວລາວທີ່ຢູ່ຕ່າງປະເທດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມືປະກອບສ່ວນໃນວຽກງານປົກປັກຮັກສາສິ່ງແວດ ລ້ອມ ກໍ່ຄືວຽກງານການປ່ຽນແປງດິນຟ້າອາກາດ ເປັນຕົ້ນ ການສົ່ງເສີມໃຫ້ຄວາມຮູ້ໃນການປັບໂຕ, ການຫຼຸດ ຜ່ອນການປ່ອຍອາຍພິດເຮືອນແກ້ວ ເພື່ອບັນລຸການພັດທະນາທີ່ສະອາດ ຕາມທິດການພັດທະນາແບບຍືນ ຍົງ. ສຸດທ້າຍນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທັງຊາດ, ການຈັດຕັ້ງທັງພາກລັດ ແລະ ເອກະ ຊົນ ຈົ່ງພ້ອມພຽງກັນຕັ້ງໜ້າ ເຂົ້າຮ່ວມໃນຂະບວນການຫຼຸດຜ່ອນການການປ່ອຍອາຍພິດເຮືອນແກ້ວ ເພື່ອ ດຸ່ນດ່ຽງຂອງອຸນຫະພູມ ແນໃສ່ຮັບປະກັນການຫຼຸດຜ່ອນສະພາວະໂລກຮ້ອນ. ພ້ອມກັນນັ້ນ ກໍຂໍໃຫ້ມີຈິດສໍາ ນຶກຮ່ວມກັນ ໃນການປົກປັກຮັກສາຊັບພະຍາກອນປ່າໄມ້, ເຄື່ອງປ່າຂອງດົງ, ຊີວະນາໆພັນ, ແຫຼ່ງນ້ຳ, ຊັບ ພະຍາກອນດິນ, ແຮ່ທາດ ແລະ ອື່ນໆ ໃຫ້ຄົງຄວາມອຸດົມສົມບູນເພື່ອສືບຕໍ່ເຮັດໜ້າທີ່ ໃນການຊ່ວຍຫຼຸດຜ່ອນ ສະພາບການປ່ຽນແປງດິນຟ້າອາກາດ ແລະ ຜົນກະທົບທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ອັນເປັນ ການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງ ສປປ ລາວ ໃຫ້ຂຽວ ສະອາດ ງາມຕາ ແລະ ບັນລຸໄດ້ເປົ້າໝາຍສະຫະສະຫວັດ ດ້ານການພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ. ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 3 1/5/2015 2:25:38 PM
  • 9. 4 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກ ນ້ອຍສາກົນ, ວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນສິ່ງ ແວດລ້ອມໂລກ 5 ມິຖຸນາ 2014 ຄົບຮອບ 42 ປີ, ພາຍໃຕ້ຄຳຂວັນທີ່ວ່າ“ຈົ່ງພ້ອມກັນອອກແຮງປົກປັກ ຮັກສາຊັບພະຍາກອນທຳມະຊາດ ໃຫ້ຍື້ນຍົງສະກັດ ກັ້ນການເພີ່ມຂຶ້ນຂອງລະດັບນ້ຳທະເລ” ກະຊວງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດ ພິທີປູກຕົ້ນໄມ້ຂຶ້ນ ໃນວັນທີ 7 ມິຖຸນາ 2014 ໃນສະ ຖານທີ່ປຸກສ້າງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫຼັງໃໝ່, ເຂດບ້ານດົງນາໂສກ ເໜືອ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມພິທີປູກຕົ້ນໄມ້ ໂດຍ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນູລິນ ສິນບັນດິດ ລັດຖະມົນຕີ ວ່າການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແລະ ແຂກຖືກເຊີນ ພ້ອມດ້ວຍ ພະນັກງານ ພາຍໃນກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ທ່ານ ນູລິນ ສິນບັນດິດ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ ກ່າວວ່າ: ປີນີ້ອົງການ ສະຫະປະຊາຊາດ ໄດ້ອອກຖະ ແຫຼງການເອົາປີ 2014 ເປັນປີສາກົນ ສຳລັບບັນດາ ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນ ປູກຕົ້ນໄມ້ແຫ່ງຊາດແລະວັນສິ່ງແວດລ້ອມ ໂລກ 5 ມີຖຸນາ 2014 ຄົບຮອບ 42 ປີ Newsleter III DEQP 265x210.indd 4 1/5/2015 2:25:40 PM
  • 10. 5 ປະຊຸມ ປະເທດເກາະດອນນ້ອຍໆ ທີ່ກຳລັງພັດທະນາເນື່ອງ ຈາກວ່າປະເທດເຫຼົ່ານີ້ ເປັນເກາະເປັນດອນ ທີ່ມີ ຄວາມອຸດົມສົມບູນທາງທໍາມະຊາດຢູ່ເທິງໜ້າດິນ ແລະ ໃນທະເລ. ປະເທດເກາະດອນເຫຼົ່ານີ້ ມີບົດບາດ ໃນການປົກປັກຮັກສາ ມະຫາສະມຸດ ແລະ ຊີວະນາໆ ພັນຫຼາຍແຫ່ງ, ແຕ່ພວກເຂົາພັດປະເຊີນໜ້າກັບໄພ ນ້ຳຖ້ວມ ໃນເມື່ອລະດັບນ້ຳທະເລສູງຂຶ້ນ. ດັ່ງນັ້ນ ເພື່ອໃຫ້ປະເທດທີ່ມີເກາະດອນນ້ອຍເຫຼົ່ານັ້ນຄົງຢູ່ໃນ ໂລກ ພວກເຮົາຈົ່ງມາຮ່ວມກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອປ້ອງກັນບໍ່ໃຫ້ໂລກຮ້ອນ ແລະ ສະກັດກັ້ນການ ເພີ່ມຂຶ້ນຂອງລະດັບນ້ຳທະເລ ປ່າໄມ້ແມ່ນຊັບພະຍາ ກອນ ທີ່ຕອບສະໜອງ 4 ປັດໃຈພື້ນຖານໃນການດຳ ລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນໃຊ້ເປັນອາ ຫານ, ຢາປົວພະຍາດ ທີ່ຢູ່ອາໄສ, ເຄື່ອງນຸ່ງຫົມ ແລະ ມີບົດບາດໃນການຮັກສາແຫຼ່ງນ້ຳ,ວົງຈອນນ້ຳທຳມະ ຊາດ ຮັກສາຄຸນນະພາບຂອງດິນ ແລະ ອາກາດ, ຜະ ລິດອົກຊີແຊນ ດູດທາດອາຍກາກບອນໄດອອກຊີດ ແລະ ປ້ອງກັນບໍ່ໃຫ້ໂລກຮ້ອນ. ນອກຈາກນັ້ນ, ປ່າໄມ້ ຍັງມີບົດບາດສຳຄັນໃນການປ້ອງກັນໄພພິບັດທຳມະ ຊາດຕ່າງໆເຊັ່ນ: ການປ້ອງກັນໄພແຫ້ງແລ້ງ, ໄພນ້ຳ ຖ້ວມ, ຕ້ານການກາຍເປັນທະເລຊາຍ, ປ້ອງກັນການ ເຊາະເຈື່ອນຂອງດິນ, ຫຼຸດຜ່ອນຄວາມຮຸນແຮງຂອງ ລົມພະຍຸ, ເຮັດໃຫ້ອາກາດຊຸ່ມຊື່ນ ແລະ ເປັນບ່ອນ ພັກຜ່ອນສຳລັບມະນຸດ ທ່ານ ນູລີນ ສິນບັນດິດ ຍັງໄດ້ ກ່າວຕື່ມອີກວ່າ ຂະບວນການປູກຕົ້ນໄມ້ມື້ນີ້ ຈະເປັນ ການໂຄສະນາເຜີຍແຜ່ ປູກຈິດສຳນຶກປຸກລະດົມທົ່ວ ປວງຊົນລາວທັງຊາດ ເຂົ້າຮ່ວມຂະບວນການຫຼຸດ ຜ່ອນການປ່ອຍອາຍພິດເຮືອນແກ້ວ ແນໃສ່ຮັບປະ ກັນພາວະໂລກຮ້ອນ ແລະ ຢຸດຍັ້ງການເພີ່ມຂຶ້ນຂອງ ລະດັບນ້ຳທະເລ ເພື່ອຢາກໃຫ້ໄດ້ແນວນັ້ນ ພວກເຮົາ ຕ້ອງຮ່ວມກັນສ້າງ ສປປ ລາວ ໃຫ້ເປັນປະເທດສີ ຂຽວ, ສະອາດ ແລະ ງາມຕາ ທັງໝົດນີ້ເພື່ອຮ່ວມກັບ ປະຊາຄົມໂລກໃນການຕໍ່ສູ້ການເພີ່ມຂຶ້ນຂອງອຸນຫະ ພູມ ແລະ ການປ່ຽນແປງດິນຟ້າອາກາດ. ຍ້ອນເຫັນໄດ້ບົດບາດສຳຄັນຄືແນວນັ້ນ ພັກ ແລະ ລັດຖະບານເຮົາ ໄດ້ວາງແນວທາງຊີ້ນຳໆພາ ອົງການ ຈັດຕັ້ງຂອງລັດຢ່າງເອົາໃຈໃສ່ ໃນການສ້າງ ບັນດາ ຍຸດທະສາດ, ກົດໝາຍ, ລະບຽບການຕ່າງໆ ກ່ຽວກັບ ການປົກປັກຮັກສາ ສິ່ງແວດລ້ອມ ແລະ ການອະນຸລັກຊັບພະຍາກອນປ່າໄມ້. ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 5 1/5/2015 2:25:41 PM
  • 11. 6 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ສະພາມົນຕີຂອງອົງການສະຫະປະຊາຊາດໄດ້ອອກຖະແຫຼ່ງການວ່າ ວັນສິ່ງແວດລ້ອມໂລກ ປີ 2014 ນີ້ແມ່ນ ກົງກັບປີສາກົນຂອງບັນດາປະເທດເກາະດອນນ້ອຍທີ່ກໍາລັງພັດທະນາ ເພື່ອໃຫ້ປະຊາຄົມໂລກ ໄດ້ຍົກສູງຄວາມຮັບຮູ້ ແລະ ມີຈິດສໍານຶກກ່ຽວກັບການປົກປັກຮັກສາປະເທດເກາະດອນນ້ອຍເຫຼົ່ານັ້ນ, ຊຶ່ງ ແມ່ນຫົວຂໍ້ທີ່ສໍາຄັນຈະໄດ້ນໍາໄປ ປຶກສາຫາລືຢູ່ໃນລະດັບໂລກ ກ່ຽວກັບ ວິທີການວ່າຈະເຮັດແນວໃດ ເພື່ອບັນ ລຸເປົ້າໝາຍຄວາມຍືນຍົງໃນອະນາຄົດສໍາລັບໝົດທຸກຄົນຢູ່ໃນໂລກ. ໃນປັດຈຸບັນນີ້ ມີປະຊາກອນໂລກຫຼາຍກວ່າ 63 ລ້ານຄົນ ທີ່ອາໃສຢູ່ໃນບັນດາປະເທດ ເກາະດອນ ນ້ອຍ ຊຶ່ງເປັນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳທີ່ມີຊື່ສຽງເຊັນ: ມີແຫຼ່ງທໍາມະຊາດທີ່ສວຍງາມ ແລະ ໂດດເດັ່ນ, ມີດົນຕີພື້ນເມືອງທີ່ໜ້າປະທັບໃຈ ແລະ ມີຄວາມອຸດົມສົມບູນທາງດ້ານວັດທະນະທໍາຢູ່ທົ່ວ ທຸກມູມໂລກ. ປະເທດເກາະດອນເຫຼົ່ານັ້ນມີບົດບາດສໍາຄັນ ໃນການປົກປັກຮັກສາມະຫາສະໝຸດ, ມີຊັບພະ ຍາກອນທໍາມະຊາດ ທີ່ອຸດົມສົມບູນທີ່ສຸດ, ມີແຫຼ່ງຊີວະນາໆພັນທີ່ຫຼາກຫຼາຍ ທີ່ເຕັມໄປດ້ວຍພັນພືດ ແລະ ສັດສາວາສິ່ງທີ່ມີຄຸນຄ່າຫາຍາກ ຂອງໂລກອາໄສຢູ່. ເຖິງວ່າຈະມີຄວາມອຸດົມສົມບູນປານໃດກໍ່ຕາມ ບັນດາປະເທດເກາະດອນນ້ອຍທີ່ກໍາລັງພັດທະນາ ຍັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນ ຄວາມອາດສາມາດຂອງພວກເຂົາຍັງຕໍ່າ ຍ້ອນການຢູ່ ຫ່າງໄກຂອງພວກເຂົາ ຊຶ່ງເປັນສ່ວນໜຶ່ງໃນເມື່ອສະພາບການຂອງໂລກມີການປ່ຽນແປງ; ການນໍາເຂົ້າສິນຄ້າ ໄດ້ມີລາຄາແພງໂດຍສະເພາະ ແມ່ນພະລັງງານ ແລະ ມີຂໍ້ຈໍາກັດກ່ຽວກັບການແຂ່ງຂັນທາງດ້ານອຸດສາຫະ ກໍາການທ່ອງທ່ຽວ. ບັນດາປະເທດເກາະດອນນ້ອຍເຫຼົ່ານີ້ຍັງມີຄວາມສ່ຽງຫຼາຍ ຈາກສະພາບການປ່ຽນແປງ ດິນຟ້າອາກາດ, ໃນເວລາເກີດພະຍຸທີ່ຮຸນແຮງຈະເຮັດໃຫ້ລະດັບນໍ້າທະເລສູງຂຶ້ນ ຊຶ່ງອາດຈະເຮັດໃຫ້ເກີດ ໄພນໍ້າຖ້ວມຮຸນແຮງ ແລະ ບັນດາປະເທດເກາະດອນນ້ອຍ ເຫຼົ່ານັ້ນ ອາດຈະຈົມລົງພຶ້ນທະເລໃນອະນາຄົດ. ບັນດາປະເທດເກາະດອນນ້ອຍທີ່ກໍາລັງພັດທະນາ ບໍ່ໄດ້ສ້າງບັນຫາເຮັດໃຫ້ມີການປ່ຽນແປງດິນຟ້າ ອາກາດເຊັນ: ການປ່ອຍອາຍພິດເຮືອນແກ້ວຂອງພວກເຂົາຖ້າເອົາມາລວມກັນ ແມ່ນໜ້ອຍກວ່າໜຶ່ງສ່ວນ ຮ້ອຍຂອງການປ່ອຍທາດອາຍພິດເຮືອນແກ້ວໃນໂລກ, ແຕ່ທີ່ຕັ້ງຂອງປະເທດເຫຼົ່ານັ້ນພັດຕັ້ງຢູ່ແຖວໜ້າຊຶ່ງມີ ຫຼາຍໂຄງການທີ່ຈະຕ້ອງນໍາໄປປຶກສາຫາລື ເພື່ອສ້າງຂໍ້ຕົກລົງໃໝ່ໃນລະດັບໂລກກ່ຽວກັບການປ່ຽນແປງດິນ ຟ້າອາກາດ ໃນປີ 2015. ໃນປັດ ຈຸບັນໄດ້ມີຫຼາຍປະເທດໄດ້ເປັນແບບຢ່າງໃນການກຽມພ້ອມ ເພື່ອປ້ອງກັນ ໄພທໍາມະຊາດ ຊຶ່ງໄດ້ຈັດຕັ້ງປະຕິບັດຕົວຈິງ ເພື່ອບັນລຸການສ້າງຜົນກະທົບເຮັດໃຫ້ອຸນຫະພູມເພີ່ມຂຶ້ນ ໂດຍ ການນໍາໃຊ້ພະລັງງານທົດແທນ ແລະ ວິທີການ ອື່ນໆ. ບັນດາປະເທດເກາະດອນນ້ອຍທັງຫຼາຍໄດ້ມີຄວາມເຂົ້າໃຈກັນວ່າ ພວກເຮົາມີຄວາມຈໍາເປັນຕ້ອງ ສານ ທ່ານ ບານກິມມູນ ເລຂາທິການໃຫຍ່ຂອງສະຫະປະ ຊາຊາດເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ,ວັນທີ 05 ມິຖຸນາ 2014. Newsleter III DEQP 265x210.indd 6 1/5/2015 2:25:41 PM
  • 12. 7 ປະຊຸມ ສ້າງໂລກ ຂອງພວກເຮົາໃຫ້ໄປຕາມທິດທີ່ມີຄວາມຍືນຍົງ, ເພື່ອເຮັດໄດ້ແນວນັ້ນຈຶ່ງຮຽກຮ້ອງໃຫ້ ມີການ ຮ່ວມມືກັນຈາກທຸກພາກສ່ວນຂອງສັງຄົມໃນທົ່ວໂລກ ຈົ່ງພ້ອມກັນຄິດ ແລະ ພ້ອມກັນປະຕິບັດ. ດັ່ງນັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກປີນີ້ຈຶ່ງຮຽກຮ້ອງໃຫ້ບັນດາບຸກຄົນ, ຊຸມຊົນ ແລະບັນ ດາທຸລະກິດຕ່າງໆໃນທົ່ວໂລກ ຈໍານວນຫຼາຍລ້ານຄົນເຂົ້າຮ່ວມກັບບັນດາໂຄງການຕ່າງໆຢູ່ຂັ້ນທ້ອງຖິ່ນ, ເລີ່ມ ຈາກຂະບວນການອະນາໄມ, ການສະແດງສິນລະປະເພື່ອປຸກລະດົມຂະບວນປູກຕົ້ນໄມ້ ແລະ ການປົກປັກ ຮັກສາທໍາມະຊາດ. ປີນີ້ຂ້າພະເຈົ້າຮຽກຮ້ອງໃຫ້ໝົດທຸກ ຄົນຈົ່ງຄໍານຶງເຖິງຄວາມປາດຖະໜາຂອງບັນດາປະ ເທດເກາະດອນນ້ອຍທີ່ກໍາລັງພັດທະນາເຫຼົ່ານັ້ນ ແລະ ໃຫ້ການຊ່ວຍເຫຼືອແກ່ພວກເຂົາໃຫ້ລຸດພົ້ນອອກຈາກ ບັນຫາ ການປ່ຽນແປງດິນຟ້າອາກາດ ດ້ວຍການສ້າງຄວາມອາດສາມາດ ໃນການປັບຕົວ ແລະ ການຫຼຸດ ຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດດັ່ງກ່າວ ເພື່ອໃຫ້ປະເທດເຂົາເຈົ້າມີຄວາມໝັ້ນຄົງໃນອະ ນາຄົດ. ດັ່ງນັ້ນ, ພວກເຮົາຈົ່ງພ້ອມກັນອອກແຮງປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ໃຫ້ຍືນຍົງ ສະກັດກັ້ນການເພີ່ມຂຶ້ນຂອງລະດັບນໍ້າທະເລ, ເພາະວ່າໜ່ວຍໂລກຂອງພວກເຮົາຍັງມີຫຼາຍ ເກາະດອນທີ່ຢູ່ ກະແຈກກະຈາຍຕາມມະຫາສະໝຸດ. ພວກເຮົາຈົ່ງມາຮ່ວມແຮງຮ່ວມໃຈກັນ ຊ່ວຍເຫຼືອບັນ ດາເກາະດອນເຫຼົ່ານັ້ນ ໃຫ້ລຸດພົ້ນຈາກວິກິດການໄພນໍ້າຖ້ວມ. ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ “ຈົ່ງພ້ອມກັນອອກແຮງປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງ ສະກັດກັ້ນການເພີ່ມຂຶ້ນ ຂອງລະດັບນໍ້າທະເລ” Newsleter III DEQP 265x210.indd 7 1/5/2015 2:25:41 PM
  • 13. 8 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ປະເທດລຸ່ມແມ່ນ້ຳຂອງ ປຶກສາຫາລືມົນລະພິດ ໝອກຄວັນຂ້າມຜ່ານຊາຍແດນ ເພື່ອເປັນການກະກຽມໃສ່ກອງປະຊຸມຂັ້ນ ລັດຖະມົນຕີ ຄັ້ງທີ 4 ຂອງຄະນະກຳມະການຊີ້ນຳ ວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນອະນຸພາກພື້ນແມ່ນ້ຳຂອງທີ່ຈັດຂຶ້ນ ໃນວັນທີ 30 ຕຸລາ 2014 ທີ່ ສປປ ລາວ ເປັນເຈົ້າພາບ ເຊິ່ງຈະເປັນ ການລາຍງານສະພາບໃນປັດຈຸບັນ ແລະ ແຜນຈັດ ຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເພື່ອສ້າງໃຫ້ເປັນຍຸດ ທະສາດແບບແຜນ ແລະ ກິດຈະກຳສຳລັບມາດຖານ ປ້ອງກັນ ໃນການຫຼຸດຜ່ອນຜົນກະທົບຈາກບັນຫາມົນ ລະພິດໝອກຄວັນຂ້າມຜ່ານຊາຍແດນ ໃຫ້ເກີດມີ ໜ້ອຍທີ່ສຸດ. ກອງປະຊຸມ ປຶກສາຫາລືດ້ານວິຊາການຂອງ ໜ່ວຍປະຕິບັດງານ ວ່າດ້ວຍມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນ ໃນອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 10 ໄດ້ຈັດຂຶ້ນເມື່ອວັນທີ 27 ຕຸລາ 2014 ທີ່ ໂຮງແຮມດອນຈັນພລາເລດ ພາຍໃຕ້ການເປັນປະ Newsleter III DEQP 265x210.indd 8 1/5/2015 2:25:42 PM
  • 14. 9 ປະຊຸມ ທານຂອງທ່ານນາງ ມອນມະນີ ຍອຍບົວກ່ອງ ລັດຖະ ມົນຕີຊ່ວຍວ່າການ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ສປປ ລາວ ໂດຍມີບັນປະ ເທດລຸ່ມແມ່ນ້ຳຂອງເຂົ້າຮ່ວມ. ທ່ານນາງ ມອນມະນີ ຍອຍບົວກ່ອງ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນການທົບທວນຄືນບັນດາກິດ ຈະກຳ ທີ່ນອນໃນກອບການຮ່ວມມືຂອງ ຄະນະກຳ ມະການລະດັບລັດຖະມົນຕີອາຊຽນດ້ານສິ່ງແວດ ລ້ອມ ວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍ ແດນ ທົບທວນຄືນ ກ່ຽວກັບ ສະພາບໝອກຄວັນໄຟ ແລະ ການພະຍາກອນອາກາດ ລາຍງານຄວາມຄືບ ໜ້າຂອງແຜນຈັດຕັ້ງປະຕິບັດແຫ່ງຊາດ ສຳລັບ ການ ຄວບຄຸມມົນລະພິດໃນໄລຍະລະດູແລ້ງ. ນອກຈາກນີ້ ທີ່ປະຊຸມຍັງໄດ້ຮັບຟັງການລາຍ ງານເປົ້າໝາຍ ແລະ ຕົວຊີ້ວັດໃນການຄວບຄຸມການ ເກີດໄຟໄໝ້ປ່າ ແລະ ມົນລະພິດໝອກຄວັນໃນພາກ ພື້ນແມ່ນ້ຳຂອງ ການຮ່ວມມືດ້ານການຄວບຄຸມການ ເກີດໄຟໃໝ້ປ່າ ແລະ ໝອກຄວັນໃນພາກພື້ນແມ່ນ້ຳ ຂອງ ແລະ ຄວາມຄືບໜ້າໃນການປັບປຸງລະບົບ ເຕືອນໄພອັນຕະລາຍ ໃນເວທີດັ່ງກ່າວ ເປັນການເປີດ ໂອກາດສົນທະນາລະອຽດ ດ້ານຄວາມຄືບໜ້າ ກ່ຽວ ກັບ ໂຄງການຮ່ວມມື ກັບບັນດາຄູ່ຮ່ວມເຈລະຈາສາ ກົນ. ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 9 1/5/2015 2:25:42 PM
  • 15. 10 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ໃນຍຸກຂອງເຕັກໂນໂລຊີທີ່ທັນສະໄໝໄປມາ ຫາສູ່ ລວມທັງການສື່ສານຫາກັນໄດ້ຢ່າງສະດວກສະ ບາຍຈາກທົ່ວມູມໂລກ ແຕ່ກໍ່ຫຼີກເວັ້ນບໍ່ໄດ້ໃນເລື່ອງ ມົນລະພິດທີ່ຕ້ອງຕາມແກ້ໄຂ ຈາກບັນຫາເລື່ອງຂອງ ມົນລະພິດທີ່ເພີ່ມຂຶ້ນນັບມື້ ກາຍເປັນບັນຫາສຳຄັນ ຂອງໂລກ ຕ້ອງໄດ້ຫາທາງອອກຮ່ວມກັນ ເຊັ່ນດຽວ ກັບບັນດາປະເທດພາກພື້ນ ຕ້ອງໄດ້ຮ່ວມມືກັນໃນ ການແກ້ໄຂບັນຫາເຫຼົ່ານີ້ໃຫ້ຫຼຸດຜ່ອນລົງ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ດ້ານມົນລະ ພິດໝອກຄວັນຂ້າມຜ່ານຊາຍແດນ ພາຍໃຕ້ສັນຍາ ອາຊຽນຄັ້ງທີ10ໄດ້ຈັດຂຶ້ນເມື່ອວັນທີ28ຕຸລາ2014 ທີ່ໂຮງແຮມດອນຈັນພລາເລດ ໂດຍໃຕ້ການເປັນປະ ທານຮ່ວມຂອງທ່ານນາງ ມອນມະນີ ຍອຍບົວກ່ອງ ລັດຖະມົນຊ່ວຍວ່າການ ກະຊວງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ຊຶ່ງມີບັນດາປະເທດສະ ມາຊິກພາກພື້ນເຂົ້າຮ່ວມ. ກອງປະຊຸມດັ່ງກ່າວເປັນເວທີໃນການຫາລື ແລະ ກຳນົດຂໍ້ຕົກລົງເບື້ອງຕົ້ນ ເພື່ອກະກຽມໃສ່ກອງ ປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມບໍ່ເປັນ ທາງການ ຄັ້ງທີ 15 ທີ່ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2014 ໂດຍ ສປປ ລາວ ຮັບກຽດເປັນເຈົ້າພາບ ກອງ ປະຊຸມເຈົ້າໜ້າທີ່ອາວຸໂສຈາກ 10 ປະເທດສະມາຊິກ ອາຊຽນ ແມ່ນໄດ້ຮັບຟັງການລາຍງານຄວາມຄືບໜ້າ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ ການປ້ອງກັນ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນຂອງແຕ່ ລະປະເທດ ໂດຍສະເພາະແມ່ນ ຜູ້ປະສານງານແຫ່ງ ຊາດ. ນອກຈາກບັນຫາທີ່ຍົກມາຂ້າງເທິງແລ້ວ ບັນ ດາປະເທດສະມາຊິກຍັງໄດ້ລາຍງານຜົນສຳເລັດ ກ່ຽວກັບ ການນຳໃຊ້ລະບົບການຕິດຕາມຈຸດເກີດໄຟ ໄໝ້ ໂດຍການນຳໃຊ້ລະບົບຕິດຕັ້ງດາວທຽມຢູ່ພາກ ພື້ນອາຊຽນ, ພ້ອມທັງປະກອບຄຳເຫັນໃສ່ກອງທຶນ ປ້ອງກັນໄຟໄໝ້ປ່າ ແລະ ປຶກສາຫາລື ກ່ຽວກັບ ແຜນ ງານການຝຶກອົບຮົມໃຫ້ວິຊາການແຕ່ລະປະເທດ ໃນ ການຄົ້ນຄວ້າ ແລະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ການຈັດຕັ້ງປະຕິບັດແຜນການຄຸ້ມຄອງລະບົບ ນິເວດຂອງດິນແດນຖ່ານຕົມ. ບັນຫາມົນລະພິດໝອກຄວັນ ຕ້ອງໄດ້ແກ້ໄຂຮ່ວມກັນ Newsleter III DEQP 265x210.indd 10 1/5/2015 2:25:44 PM
  • 16. 11 ປະຊຸມ ສືບຕໍ່ປຶກສາຫາລື ດ້ານມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນ ເຈົ້າໜ້າທີ່ອາວຸໂສສືບຕໍ່ຫາລື ແລະ ກຳນົດ ຂໍ້ຕົກລົງເບື້ອງຕົ້ນ ເພື່ອກະກຽມໃສ່ກອງປະຊຸມລັດ ຖະມົນຕີອາຊຽນ ດ້ານສິ່ງແວດລ້ອມ ທີ່ບໍ່ເປັນທາງ ການ ຄັ້ງທີ 15 ທີ່ຈະຈັດຂຶ້ນໃນວັນທີ 30 ຕຸລາ 2014 ໂດຍ ສປປ ລາວ ຮັບກຽດເປັນເຈົ້າພາບກອງປະຊຸມ ເຈົ້າໜ້າທີ່ອາວຸໂສຈາກ10ປະເທດສະມາຊິກອາຊຽນ ແມ່ນໄດ້ຮັບຟັງການລາຍງານຄວາມຄືບໜ້າ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ ການປ້ອງກັນມົນລະ ພິດໝອກຄວັນຂ້າມຊາຍແດນຂອງແຕ່ລະປະເທດ ໂດຍສະເພາະແມ່ນຜູ້ປະສານງານແຫ່ງຊາດ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ດ້ານມົນລະ ພິດໝອກຄວັນຂ້າມຜ່ານຊາຍແດນພາຍໃຕ້ສັນຍາ ອາຊຽນຄັ້ງທີ10ໄດ້ຈັດຂຶ້ນເມື່ອວັນທີ29ຕຸລາ2014 ທີ່ໂຮງແຮມດອນຈັນພາເລດ ພາຍໃຕ້ການເປັນປະ ທານຮ່ວມຂອງທ່ານນາງ ມອນມະນີ ຍອຍບົວກ່ອງ ລັດຖະມົນຕີຊ່ວຍວ່າການ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີບັນດາປະ ເທດສະມາຊິກພາກພື້ນເຂົ້າຮ່ວມ. ສຳລັບບັນຫາທີ່ຍົກຂຶ້ນມາໃນກອງປະຊຸມຄັ້ງ ນີ້ ປະກອບມີ: ບັນຫາການປ່ຽນແປງດິນຟ້າອາກາດ ແລະ ພາວະໂລກຮ້ອນ ການປົກປັກຮັກສາທຳມະ ຊາດ ແລະ ຊີວະນາໆພັນ ການຄຸ້ມຄອງຊັບພະຍາ ກອນນ້ຳ ການບໍລິຫານ ແລະ ການຄຸ້ມຄອງສິ່ງແວດ ລ້ອມຕົວເມືອງ ສິ່ງແວດລ້ອມທາງທະເລ ແລະ ຊາຍ ຝັ່ງ ລວມທັງສະພາບການສຶກສາດ້ານສິ່ງແວດລ້ອມ ນອກຈາກນີ້ ກອງປະຊຸມຍັງໄດ້ຫາລື ກ່ຽວກັບ ເຕັກໂນໂລຊີ ທີ່ເປັນມິດຕໍ່ສິ່ງແວດລ້ອມ ການບໍລິ ໂພກ ແລະ ຜະລິດຕະພັນແບບຍືນຍົງ ແລະ ບັນຫາ ອື່ນໆທີ່ກ່ຽວຂ້ອງ. ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 11 1/5/2015 2:25:46 PM
  • 17. 12 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ສປປລາວໄດ້ຮັບກຽດເປັນເຈົ້າພາບຈັດກອງ ປະຊຸມ ລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມ ຄັ້ງທີ 15 ບໍ່ເປັນທາງການ ແລະ ກອງປະຊຸມອື່ນໆຢູ່ໃນໄລ ຍະດຳເນີນກອງປະຊຸມດັ່ງກ່າວ ໃນທ້າຍເດືອນຕຸລາ 2014 ທີ່ນະຄອນຫຼວງວຽງຈັນ ໂດຍມີຄະນະຜູ້ ແທນຈາກ 10 ປະເທດ ທ່ານ ນູລິນ ສິນບັນດິດ ລັດຖະມົນຕີວ່າການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມໄດ້ແຈ້ງຜົນກອງປະຊຸມດັ່ງກ່າວຕໍ່ສື່ມວນຊົນ ເມື່ອວັນທີ 31 ຕຸລາ 2014 ຢູ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມບັນດາລັດຖະມົນຕີອາຊຽນ ໄດ້ຮັບຊາບ ການລາຍງານຈາກສູນອຸຕຸນິຍົມຂອງອາຊຽນ ກ່ຽວ ສປປ ລາວ ປະສົບຜົນສໍາເລັດຈັດກອງປະຊຸມ ລມຕ ອາຊຽນ ດ້ານສິ່ງແວດລ້ອມ Newsleter III DEQP 265x210.indd 12 1/5/2015 2:25:47 PM
  • 18. 13 ປະຊຸມ ກັບ ການພະຍາກອນສະພາບຂອງໝອກຄວັນ ແລະ ສະພາບທ່າອ່ຽງຂອງການເກີດໄຟຈາກທຳມະຊາດ ຕ່າງໆທີ່ກໍໃຫ້ເກີດໝອກຄວັນມົນລະພິດຂ້າມຜ່ານ ຊາຍແດນ. ບັນດາລັດຖະມົນຕີເຫັນດີວ່າປະເທດ ອາຊຽນ ພວກເຮົາຕ້ອງໄດ້ມີສະຕິເຝົ້າລະວັງກະກຽມ ແລະ ມີມາດຕະການຮັບມືທີ່ວ່ອງໄວໃນການຄວບ ຄຸມໄຟ ທີ່ເປັນສາເຫດຂອງໝອກຄວັນຂ້າມຊາຍ ແດນ. ບັນດາລັດຖະມົນຕີອາຊຽນ ໄດ້ຊົມເຊີຍປະ ເທດອິນໂດເນເຊຍ ທີ່ໄດ້ໃຫ້ສັດຕະຍາບັນຕໍ່ສັນຍາ ອາຊຽນ ວ່າດ້ວຍໝອກຄວັນຂ້າມຜ່ານຊາຍແດນ ຊຶ່ງ ການໃຫ້ສັດຕະຍາບັນດັ່ງກ່າວ ຈະເຮັດໃຫ້ການປະຕິ ບັດສັນຍາດັ່ງກ່າວຄົບຖ້ວນໃນ 10 ປະເທດອາຊຽນ. ບັນດາລັດຖະມົນຕີອາຊຽນ ຍັງໄດ້ຮັບຟັງການລາຍ ງານ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາແຜນງານ, ກິດຈະກຳຕ່າງໆໃນລະດັບຊາດ ແລະ ໃນລະດັບພາກ ພື້ນທີ່ກ່ຽວຂ້ອງກັບການປ້ອງກັນ ແລະ ສະກັດກັ້ນ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 13 1/5/2015 2:25:48 PM
  • 19. 14 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ໝອກຄວັນຂ້າມຜ່ານຊາຍແດນຈາກບັນດາປະເທດ ສະມາຊິກອາຊຽນ. ບັນດາລັດຖະມົນຕີອາຊຽນໄດ້ ຮັບຊາບຕໍ່ກັບຄວາມຄືບໜ້າໃນການປະກອບສ່ວນ ເງິນສົມທົບເຂົ້າກອງທຶນຄວບຄຸມໝອກຄວັນຂ້າມ ຜ່ານຊາຍແດນຂອງອາຊຽນ ແລະ ຍິນດີຮັບເອົາການ ຊ່ວຍເຫຼືອປະກອບສ່ວນຈາກບັນດາປະເທດແລະອົງ ການຊ່ວຍເຫຼືອຕ່າງໆເຂົ້າໃນກອງທຶນ. ບັນດາລັດຖະ ມົນຕີອາຊຽນໄດ້ຊົມເຊີຍຕໍ່ຜົນສຳເລັດໃນຫຼາຍໆກິດ ຈະກຳຂອງໂຄງການ 5 ປີ ກ່ຽວກັບ ປ່າດິນຖ່ານຕົມ ທີ່ ໄດ້ຮັບທຶນຈາກກອງທຶນສິ່ງແວດລ້ອມໂລກ ແລະ ຊົມ ເຊີຍຄວາມຄືບໜ້າຂອງໂຄງການຊ່ວຍເຫຼືອ ຂອງເອີ ຣົບ ກ່ຽວກັບ ດິນຖ່ານຕົມ, ທະເລ ແລະ ບັນດາໂຄງ ການອື່ນໆ. ບັນດາລັດຖະມົນຕີອາຊຽນໄດ້ຮັບຊາບ ກ່ຽວກັບ ຖະແຫຼງການຮ່ວມຂອງລັດຖະມົນຕີອາຊຽນ ສິ່ງແວດລ້ອມຕໍ່ກອງປະຊຸມພາຄີສົນທິສັນຍາ ວ່າ ດ້ວຍຊີວະນາໆພັນ ຄັ້ງທີ 12 ທີ່ ໄດ້ຈັດຂຶ້ນທີ່ ສາທາ ລະນະລັດ ເກົາຫຼີ ໃນວັນທີ 15 ຕຸລາ ທີຜ່ານມາ. ບັນດາລັດຖະມົນຕີຮັບຮອງການສະເໜີສອງ ປ່າສະຫງວນຮາມິກິວແຕັນແລະແທບບ່າຕາຮ່າຂອງ ຟີລິບປິນ ເພື່ອພິຈາລະນາເປັນເຂດປ່າສະຫງວນອາ ຊຽນລຳດັບທີ 34 ແລະ 35. ນອກຈາກນັ້ນ ກອງປະ ຊຸມລັດຖະມົນຕີອາຊຽນບວກສາມ ຄັ້ງທີ 13 ຊຶ່ງມີ ສປ ຈີນ, ຍີ່ປຸ່ນ ແລະ ສາທາລະນະລັດ ເກົາຫຼີ ຊຶ່ງໄດ້ ປຶກສາຫາລືນຳກັນ ກ່ຽວກັບ ບັນດາກິດຈະກຳທີ່ໄດ້ ດຳເນີນຮ່ວມກັນ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໃນດ້ານຊີວະນາໆພັນ, ການປ່ຽນແປງດິນຟ້າອາ ກາດ, ການສຶກສາດ້ານສິ່ງແວດລ້ອມ, ວິທະຍາສາດ ແລະ ເຕັກໂນໂລຊີສິ່ງແວດລ້ອມ ແລະ ອື່ນໆ, ກອງ ປະຊຸມລັດຖະມົນຕີອາຊຽນ ຮ່ວມກັບ ບັນດາປະເທດ ອາຊີຕາເວັນອອກ ຄັ້ງທີ 4 ໄດ້ເນັ້ນການປຶກສາຫາລື ໃນບັນຫາຕົວເມືອງທີ່ຍືນຍົງທາງສິ່ງແວດລ້ອມ ແລະ ທິດທາງຮ່ວມມືໃນຕໍ່ໜ້າ. ໃນໄລຍະກອງປະຊຸມ ສປປ ລາວ ຍັງໄດ້ເປັນ ເຈົ້າພາບ ພິທີມອບລາງວັນຕົວເມືອງທີ່ ຍືນຍົງທາງ ດ້ານສິ່ງແວດລ້ອມ ຄັ້ງທີ 3 ແລະ ການມອບໃບຢັ້ງຢືນ ຕົວເມືອງທີ່ມີອາກາດສະອາດ, ນ້ຳສະອາດ ແລະ ດິນ ສະອາດ ຄັ້ງທີ 2. ຊຶ່ງໃນຄັ້ງນີ້ ເມືອງຫຼວງພະບາງ ຂອງ ສປປ ລາວ ກໍໄດ້ຮັບລາງວັນເປັນເມືອງທີ່ມີ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ. ລວມແລ້ວ ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາ ຊຽນສິ່ງແວດລ້ອມ ເຫັນວ່າມີຜົນສຳເລັດໃນລະດັບ ສູງທຸກກອງປະຊຸມລ້ວນແລ້ວແຕ່ໄດ້ຮັບຄວາມເອົາ ໃຈໃສ່ເປັນຢ່າງດີ ຈາກບັນດາຜູ້ແທນບັນດາປະເທດ ອາຊຽນ. ຜູ້ແທນຕ່າງໆລະຫວ່າງຊົມເຊີຍຕໍ່ການກະ ກຽມກອງປະຊຸມ ແລະ ການຕ້ອນຮັບຢ່າງອົບອຸ່ນ ຂອງ ສປປ ລາວ. Newsleter III DEQP 265x210.indd 14 1/5/2015 2:25:49 PM
  • 20. 15 ປະຊຸມ ວັນທີ 30 ຕຸລາ 2014 ທີ່ຫໍປະຊຸມແຫ່ງຊາດ ໄດ້ໄຂກອງປະຊຸມລັດຖະມົນຕີອາຊຽນ ດ້ານສິ່ງແວດ ລ້ອມບໍ່ເປັນທາງການ ຄັ້ງທີ 15 ໂດຍເປັນປະທານ ຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ ເຊິ່ງມີບັນດາປະເທດສະມາຊິກອາຊຽນ, ອາຊຽນ ບວກ 3 ແລະ ປະເທດຄູ່ຮ່ວມເຈລະຈາ ຈຳນວນໜຶ່ງ ເຂົ້າຮ່ວມ. ທ່ານ ອາຊາງ ລາວລີ ກ່າວວ່າ: ກອງປະຊຸມ ດັ່ງກ່າວ ເປັນເວທີປຶກສາຫາລືປະຈຳປີ ກ່ຽວກັບ ບັນ ຫາສິ່ງແວດລ້ອມທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ ທີ່ປະຊາຄົມອາຊຽນ ກໍ່ຄືປະຊາຄົມໂລກກຳລັງປະ ເຊີນຢູ່ໃນສະເພາະໜ້າ ແລະ ຍາວນານ ພ້ອມກັນນັ້ນ ຍັງໄດ້ທົບທວນຄືນແຜນຍຸດທະສາດ ແລະ ການປືກ ສາຫາລືຊອກຫາຊ່ອງທາງ, ວິທີທາງ ມາດຕະການທີ່ ເໝາະສົມ ໃນການເພີ່ມທະວີການຮ່ວມມືໃນພາກ ພື້ນອາຊຽນ ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ທັງເຫັນໄດ້ບົດບາດ ແລະ ທ່າແຮງອັນສຳຄັນຂອງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນຂະບວນການພັດທະນາເສດ ຖະກິດ-ສັງຄົມ ຕາມທິດເສດຖະກິດສີຂຽວຂັບເຄື່ອນ ອາຊຽນ ບັນລຸການພັດທະນາແບບຍືນຍົງ ແລະ ລຶບ ລ້າງຄວາມທຸກຍາກ. ປັດຈຸບັນຂົງເຂດອາຊຽນ ໂດຍລວມຍັງມີຊັບ ພະຍາກອນທຳມະຊາດທີ່ອຸດົມສົມບູນແລະ ສິ່ງແວດ ລ້ອມທີ່ດີ ຍັງສາມາດເປັນທ່າແຮງໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມ ແບບຍືນຍົງ ສຳລັບ ສປປ ລາວ ຍັງອຸດົມຮັ່ງມີໄປດ້ວຍຊັບພະຍາກອນທຳມະ ຊາດອັນລ້ຳຄ່າ ເຊິ່ງເປັນທ່າແຮງໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ປະຊາຊົນສ່ວນ ໃຫຍ່ຍັງໄດ້ອາໄສນຳໃຊ້ຊັບພະຍາກອນເຂົ້າໃນການ ຜະລິດເປັນແຫຼ່ງສະບຽງອາຫານຕົ້ນຕໍ ແລະ ບ່ອນທຳ ອາຊຽນ ຮ່ວມກັນປຶກສາຫາລືຫຼາຍບັນຫາດ້ານສິ່ງແວດລ້ອມ ເພື່ອບັນລຸການພັດ ທະນາແບບຍືນຍົງ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 15 1/5/2015 2:25:51 PM
  • 21. 16 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ມາຫາກິນ ລັດຖະບານແຫ່ງ ສປປ ລາວ ເວລາໃດກໍ່ ຢຶດໝັ້ນຖືເອົາການພັດທະນາເສດຖະກິດຕິດແໜ້ນ ກັບການປົກປັກຮັກສາສິ່ງແວດລ້ອມ ໃຫ້ເປັນໄປ ຕາມຍຸດທະສາດອາຊຽນດ້ານສິ່ງແວດລ້ອມ ໂດຍ ການຫັນເປັນແຜນງານໂຄງການລະອຽດ ແລະ ນຳ ພາຈັດຕັ້ງປະຕິບັດແຕ່ລະກ້າວ. ປະຊາຄົມເສດຖະກິດອາຊຽນ ລວມທັງ ສປປ ລາວ ກຳລັງປະເຊີນໜ້າກັບການປ່ຽນແປງຢ່າງ ໄວວາ ເປັນຕົ້ນ ການເພີ່ມຂຶ້ນຂອງປະຊາຊົນຢ່າງໄວ ວາ ການເຕີບໂຕທາງດ້ານເສດຖະກິດໃນຂະແໜງ ການທີ່ບໍ່ໝັ້ນຄົງ ທີ່ບໍ່ຕິດພັນກັບການສ້າງວຽກເຮັດ ງານທຳກັບປະຊາຊົນທີ່ທຸກຍາກ ແລະ ເຄື່ອນຍ້າຍ ຂອງປະຊາຊົນທີ່ທຸກຍາກໃນຊົນນະບົດ ເຂົ້າສູ່ຕົວ ເມືອງ ນັບມື້ເພີ່ມຂຶ້ນ ຂາດພື້ນຖານເສດຖະກິດຮອງ ຮັບ ເປັນສາເຫດໃຫ້ເກີດບັນຫາຫຍໍ້ທໍ້ທາງສັງຄົມໄປ ພ້ອມໆກັບການຫຼຸດໜ້ອຍຖອຍລົງຂອງຊັບພະຍາ ກອນປ່າໄມ້, ຊີວະນາໆພັນ ແລະ ຊັບພະຍາກອນທຳ ມະຊາດ ແລະ ອື່ນໆ ໄດ້ປ່ຽນແປງລະບົບນິເວດພື້ນ ຖານໃນທົ່ວພາກພື້ນອາຊຽນ ເປັນຕົ້ນເຫດກໍ່ໃຫ້ເກີດ ສະພາບການປ່ຽນແປງດິນຟ້າອາກາດ ມົນລະພິດ ໝອກຄວັນຂ້າມຜ່ານຊາຍແດນເກີດໄພພິບັດທາງ ທຳມະຊາດ ເປັນຕົ້ນ ພະຍຸ, ໄພນ້ຳຖ້ວມກະທັນຫັນ ບາງເຂດຮຸນແຮງ ແລະ ໄພແຫ້ງແລ້ງແກ່ຍາວ ເຊິ່ງ ກາຍເປັນອຸປະສັກ ແລະ ສິ່ງທ້າທາຍແກ່ດ້ານວິຊາ ການກໍ່ຄືການເງິນໃນການພັດທະນາພາກພື້ນອາຊຽນ ເພື່ອໃຫ້ບັນລຸເປົ້າໝາຍສາມເສົາຄ້ຳແຫ່ງອາ ຊຽນທ່ານຮອງນາຍົກລັດຖະມົນຕີເຊື່ອວ່າ: ການປຶກ ສາຫາລືຄັ້ງນີ້ ຈະເປັນການຊອກຫາຊ່ອງທາງວິທີທາງ ແລະ ມາດຕະການທີ່ເໝາະສົມ ໃນການເພີ່ມທະວີ ການຮ່ວມມືໃນພາກພື້ນອາຊຽນ ແລະ ກັບຄູ່ຮ່ວມເຈ ລະຈາ ເພື່ອເພີ່ມທະວີການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມແບບ ຍືນຍົງ ທັງເອົາໃຈໃສ່ແກ້ໄຂບັນຫາທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ ພ້ອມທັງກຳນົດເປົ້າໝາຍໂຄງ ການທີ່ເປັນຮູບປະທຳ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ຢ່າງມີຜົນສຳເລັດ. ເພື່ອນຳເອົາຜົນສຳເລັດເຂົ້າໃນກອງປະຊຸມ ຄັ້ງຕໍ່ໄປ ນອກຈາກນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາປະເທດເພື່ອນມິດອາ ຊຽນ ອາຊຽນບວກ 3 ແລະ ບັນດາປະເທດຄູ່ຮ່ວມ ເຈລະຈາ ຈົ່ງເພີ່ມທະວີການຮ່ວມມື ແລະ ສືບຕໍ່ຊ່ວຍ ເຫຼືອສຸມທຶນຮອນ ແລະ ວິຊາການເຂົ້າໃນການຊຸກຍູ້ ແລະ ການສົ່ງເສີມຄຸ້ມຄອງຊັບພະຍາກອນທຳມະ ຊາດ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ຕາມທິດທາງເສດຖະກິດສີຂຽວ. Newsleter III DEQP 265x210.indd 16 1/5/2015 2:25:53 PM
  • 22. 17 ປະຊຸມ ອາຊຽນ ກຽມມາດຕະການຮັບມື ດ້ານສິ່ງແວດລ້ອມຢ່າງໃກ້ຊິດ ສະພາບໝອກຄວັນ ແລະ ສະພາບທ່າອ່ຽງ ຂອງການເກີດໄຟຈາກທຳມະຊາດຕ່າງໆ ທີ່ກໍ່ໃຫ້ ເກີດໝອກຄວັນມົນລະພິດຂ້າມຜ່ານຊາຍແດນ ໄດ້ ກາຍເປັນໄພຂົ່ມຂູ່ທີ່ບັນດາປະເທດອາຊຽນ ຈະຕ້ອງ ໄດ້ມີສະຕິເຝົ້າລະວັງກະກຽມ ແລະ ມີມາດຕະການ ຮັບມືຢ່າງວ່ອງໄວ ໃນການຄວບຄຸມໄພດັ່ງກ່າວ ທີ່ ອາດຈະເກີດຂຶ້ນໃນອະນາຄົດ. ກອງປະຊຸມລັດຖະມົນຕີສິ່ງແວດລ້ອມບໍ່ ເປັນທາງການ ຄັ້ງທີ 15 ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ປິດລົງຢ່າງຈົບງາມ ໃນຕອນຄ່ຳຂອງວັນທີ 31 ຕຸລາ 2014 ທີ່ຫໍປະຊຸມແຫ່ງຊາດພາຍໃຕ້ເປັນປະ ທານຂອງທ່ານ ນູລິນ ສິນບັນດິດ ລັດຖະມົນຕີວ່າ ການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມເຊິ່ງມີບັນດາປະເທດສະມາຊິກອາຊຽນ ອາຊຽນບວກ 3 ແລະ ບັນດາປະເທດຄູ່ຮ່ວມເຈລະ ຈາເຂົ້າຮ່ວມ. ທ່ານ ນູລິນ ສິນບັນດິດ ກ່າວວ່າ: ກອງປະຊຸມ ລັດຖະມົນຕີອາຊຽນຄັ້ງນີ້ ແມ່ນໄດ້ຮັບຊາບການລາຍ ງານຂອງສູນອຸຕຸນິຍົມ ຂອງບັນດາປະເທດອາຊຽນ ກ່ຽວກັບ ພະຍາກອນສະພາບຂອງໝອກຄວັນ ແລະ ສະພາບທ່າອ່ຽງຂອງການເກີດໄຟຈາກທຳມະຊາດ ທີ່ ກໍ່ໃຫ້ເກີດໝອກຄວັນມົນລະພິດຂ້າມຜ່ານຊາຍແດນ ເຊິ່ງບັນຫາເຫຼົ່ານີ້ ບັນດາປະເທດອາຊຽນ ຈະຕ້ອງໄດ້ ເອົາໃຈໃສ່ຮ່ວມກັນຢ່າງໃກ້ຊິດ ເຖິງຄວາມເສຍຫາຍ ທີ່ອາດຈະເກີດຂຶ້ນໄດ້ທຸກເວລາ. ກອງປະຊຸມຍັງໄດ້ຮັບຟັງການລາຍງານ ກ່ຽວ ກັບ ການຈັດຕັ້ງປະຕິບັດແຜນງານກິດຈະກຳຕ່າງໆ ໃນລະດັບຊາດ ແລະ ໃນລະດັບພາກພື້ນ ທີ່ກ່ຽວຂ້ອງ ກັບການປ້ອງກັນ ແລະ ສະກັດກັ້ນໝອກຄວັນຂ້າມ ຜ່ານຊາຍແດນ ຈາກບັນດາປະເທດສະມາຊິກດ້ວຍ ກັນ ລວມທັງຄວາມຄືບໜ້າໃນການປະກອບສ່ວນ ເຂົ້າໃນກອງທຶນຄວບຄຸມໝອກຄວັນ ແລະ ຍິນດີຮັບ ເອົາການຊ່ວຍເຫຼືອ ຈາກອົງການຊ່ວຍເຫຼືອຕ່າງໆ ທ່ານ ນູລິນ ສິນບັນດິດ ໄດ້ຊົມເຊີຍຕໍ່ຜົນສຳເລັດໃນ ຫຼາຍໆກິດຈະກຳຂອງໂຄງການ 5 ປີ ກ່ຽວກັບ ປ່າ ດິນ ຖ່ານຕົມ ນອກຈາກນີ້ ໄດ້ຫາລືກັບປະເທດອາຊຽນ ບວກສາມ ທີ່ໄດ້ດຳເນີນກິດຈະກຳຮ່ວມກັນ ແລະ ທິດ ທາງການຮ່ວມມືໃນຕໍ່ໜ້າ ໃນດ້ານຊີວະນາໆພັນ ການປ່ຽນແປງດິນຟ້າອາກາດ ການສຶກສາດ້ານສິ່ງ ແວດລ້ອມ ວິທະຍາສາດ ແລະ ເຕັກໂນໂລຊີສິ່ງແວດ ລ້ອມ ແລະ ອຶ່ນໆ ພ້ອມກັນນີ້ ກອງປະຊຸມລັດຖະມົນ ຕີອາຊຽນຮ່ວມກັນກັບບັນດາປະເທດອາຊີຕາເວັນ ອອກ ຄັ້ງທີ 4 ທີ່ເນັ້ນໜັກການປືກສາຫາລື ໃນບັນດາ ຕົວເມືອງທີ່ຍືນຍົງທາງດ້ານສິ່ງແວດລ້ອມ ແລະ ທິດ ທາງຮ່ວມມືໃນຕໍ່ໜ້າ. ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 17 1/5/2015 2:25:56 PM
  • 23. 18 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ກອງປະຊຸມຄັ້ງທີ II ຄະນະກຳມະການ ຊີ້ນໍ້າລະດັບຊາດ ໃນການຄຸ້ມຄອງ ເຂດດິນບໍລິເວນນໍ້າຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ ປະທານ, ຄະນະກໍາມະການຊີ້ນໍາລະດັບ. ກອງປະ ຊຸມຄັ້ງນີ້ ແມ່ນແນໃສ່ ເພື່ອຮັບຟັງການລາຍງານ ຜົນ ຄືບໜ້າໃນຈັດຕັ້ງປະຕິບັດແລະການເຄື່ອນໄຫວວຽກ ງານຄຸ້ມຄອງ 2 ເຂດດິນບໍລິເວນນໍ້າຣາມຊາ (ເຊຈໍາ ພອນ ແລະ ບຶງກຽດໂງ້ງ) ນັບແຕ່ ປີ 2011-2013 ແລະ ພິຈາລະນາຮັບຮອງເອົາບາງໜ້າວຽກຈຸດສຸມ, ແຜນການເຄື່ອນໄຫວວຽກງານ ສົກປີ 2014-2015. ສປປ ລາວ ເປັນປະເທດໜຶ່ງທີ່ມີດິນບໍລິເວນ ນໍ້າ ທີ່ອຸດົມສົມບູນ ແລະ ຫຼາຍແຫ່ງ ທີ່ຍັງມີຄວາມສຳ ຄັນ ໃນລະດັບໂລກ. ດິນບໍລິເວນນໍ້າເຫຼົ່ານີ້ ປະກອບ ສ່ວນອັນສຳຄັນ ທາງດ້ານເສດຖະກິດ-ສັງຄົມ, ສີ່ງ ແວດລ້ອມ, ການທ່ອງທ່ຽວ ແລະ ວັດທະນະທຳ. ຄຸນ ປະໂຫຍດ ຂອງດິນບໍລິເວນນໍ້າ ເປັນບ່ອນເກັບກັກ ນໍ້າ ແລະ ຕ້ານນໍ້າຖ້ວມ ໃນລະດູຝົນ, ລະບາຍນໍ້າ ກອງປະຊຸມຄັ້ງທີ II ຄະນະກຳມະການ ຊີ້ນໍ້າ ລະດັບຊາດ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ, ທີ່ຫ້ອງປະ ຊຸມ ຫ້ອງການລັດຖະບານ ໃນວັນທີ 13 ພຶດສະພາ 2014 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ, ກະ ຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ(ກຊສ)ໃນນາມກອງເລຂາຄະນະກໍາມະການຊີ້ ນໍາລະດັບຊາດ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງສົນທິສັນຍາຣາມຊາ ຢູ່ ສປປ ລາວ. ໂດຍການ ເປັນປະທານ ຂອງທ່ານ ອາຊາງ ລາວລີ, ຮອງນາຍົກ ລັດຖະມົນຕີ, ປະທານ ຄະນະກໍາມະການຊີ້ນໍາລະ ດັບຊາດ ໃນການຄຸ້ມຄອງເຂດດິນບໍລິເວນນໍ້າ ຂອງ ສົນສິສັນຍາຣາມຊາ ຢູ່ ສປປ ລາວ, ລວມທັງ ຮອງ Newsleter III DEQP 265x210.indd 18 1/5/2015 2:25:58 PM
  • 24. 19 ປະຊຸມ ອອກມາ ໃນລະດູແລ້ງ. ພ້ອມດຽວກັນນັ້ນ, ຍັງເປັນ ບ່ອນທີ່ຢູ່ອາໃສ ຂອງສັດນໍ້າ, ພືດຜັກຕ່າງໆ ທີ່ເປັນ ແຫຼ່ງອາຫານຫຼັກ ຂອງປະຊາຊົນບັນດາເຜົ່າ. ຄຽງຄູ່ ກັນນັ້ນ, ຍັງເປັັນບ່ອນບຳບັດນໍ້າເປື້ອນ ແບບທໍາມະ ຊາດທີ່ມີປະສິດທິຜົນສູງ ໂດຍບໍ່ຕ້ອງລົງທຶນ. ເມື່ອ ເຫັນໄດ້ຄວາມສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ລັດ ຖະບານ ແຫ່ງ ສປປ ລາວ ໄດ້ຕັດສິນໃຈສູງ ສະເໜີ ເຂົ້າເປັນລັດພາຄີ ຂອງສົນທິສັນຍາຣາມຊາ ພ້ອມທັງ ເຫັນດີ ສະເໜີ ເຂດດິນບໍລິເວນນໍ້າ ເຊຈຳພອນ ເມືອງ ຈຳພອນ ແຂວງສະຫວັນນະເຂດ ແລະ ເຂດດິນບໍລິ ເວນນໍ້າ ບຶງກຽດໂງ້ງ ເມືອງປະທຸມພອນ ແຂວງຈຳປາ ສັກ ຂຶ້ນທະບຽນເຂົ້າໃນບັນຊີເຂດດິນບໍລິເວນໍ້າຣາມ ຊາ ທີ່ມີຄວາມສໍາຄັນໃນລະດັບສາກົນ ໃນປີ 2010. ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນລັດພາຄີ ຕໍ່ສົນທິສັນຍາດັ່ງກ່າວ ໂດຍມີ ກຊສ ເປັນອົງການຈັດ ຕັ້ງປະຕິບັດ ແລະ ຮັບຜິດຊອບ ຕໍ່ສົນທິສັນຍາດັ່ງກ່າວ ສາມາດສັງລວມ ບັນດາກິດຈະກໍາທີ່ສໍາຄັນຕ່າງໆ ທີ່ ໄດ້ຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຂດດິນບໍລິເວນ ນໍ້າຣາມຊາ ເຊັ່ນ : 1. ໄດ້ມີການແຕ່ງຕັ້ງຄະນະກຳມະການຊີ້ນຳລະດັບ ຊາດ, ລະດັບແຂວງ, ເມືອງ ໃນການຄຸ້ມຄອງເຂດ ດິນບໍລິເວນນ້ຳ ຂອງສົນທິສັນຍາຣາມຊາ ວ່າດ້ວຍ ດິນບໍລິເວນນ້ຳ ຢູ່ ສປປ ລາວ, ລວມທັງ ແຕ່ງຕັ້ງກອງ ເລຂາ ຄະນະກຳມະການຊີ້ນໍາ ໃນແຕ່ລະໆດັບ ແລະ ທິມງານວິຊາການ ປະຈໍາພາກສະໝາມຂອງ 2 ເຂດ ດັ່ງກ່າວ; 2. ໄດ້ແຕ່ງຕັ້ງຜູ້ປະສານງານລະດັບຊາດ ຂອງສົນທິ ສັນຍາຣາມຊາ ຢູ່ ສປປ ລາວ; 3. ໄດ້ຈັດກອງປະຊຸມ ທາງດ້ານວິຊາການ ກ່ຽວກັບ ການຄຸ້ມຄອງ 2 ເຂດດິນບໍລິເວນນໍ້າຣາມຊາດຫຼາຍ ຄັ້ງ; 4. ໄດ້ນຳເອົາ ຜົນງານການຄຸ້ມຄອງດິນບໍລິເວນນ້ຳ ຂອງສປປລາວເຂົ້າຮ່ວມງານວາງສະແດງນາໆຊາດ ທີ່ເມືອງເຢວ, ສ.ເກົາຫຼີ, ແຕ່ວັນທີ 12 ພຶດສະພາ ເຖິງ ວັນທີ 12 ສິງຫາ 2012; 5. ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລັດພາຄີ ຂອງ ສົນທິສັນຍາຣາມຊາ ຄັ້ງທີ 11 (COP 11) ໃນເດືອນ ກໍລະກົດ 2012, ທີ່ປະເທດໂຣມານີ; 6. ໄດ້ສຳເລັດ ການແປເອກະສານຕ່າງໆ ຂອງສົນ ທິສັນຍາຣາມຊາ ເປັນພາສາລາວ ເພື່ອເຜີຍແຜ່; 7. ໄດ້ສຳເລັດ ການສ້າງແຜນແມ່ບົດໃນການຄຸ້ມ ຄອງ ແລະ ອະນຸລັກ ເຂດດິນບໍລິເວນນ້ຳ ບຶຶງກຽດໂງ້ງ (2013-2017); 8. ໄດ້ທົບທວນລະບຽບກົດໝາຍທີ່ກ່ຽວຂ້ອງຕ່າງໆ ແລະ ສໍາເລັດການລົງສໍາຫຼວດການຄຸ້ມຄອງດິນບໍລິ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 19 1/5/2015 2:25:59 PM
  • 25. 20 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ ເວນນໍ້າຕາມຮີດຄອງປະເພນີ ທີ່ນອນຢູ່ເຂດດິນບໍລິ ເວນນໍ້າເຊຈໍາພອນ ເມືອງຈໍາພອນ, ແຂວງສະຫວັນ ນະເຂດ ເຊັ່ນ: ດົງລີງ, ໜອງປາຜາ, ຝຸງນົກ ທີ່ບ້ານ ບຶງຊ້າງ, ໂອງ-ມັ່ງ, ແຂ້ພື້ນເມືອງ ທີ່ບ້ານຕານສຸມ, ກຸດຈຽວ, ໜອງກັນ, ໜອງຫຼວງ ແລະ ອື່ນໆ; 9. ສໍາເລັດການລົງສໍາຫຼວດນົກ ຢູ່ເຂດດິນບໍລິເວນ ນໍ້າເຊຈໍາພອນ; 10. ໄດ້ສຳເລັດການຈັດກອງປະຊຸມວິຊາການ ລະ ດັບພາກພື້ນ-ອາຊີປາຊິຟິກ ກ່ຽວກັບ ການຄຸ້ມຄອງ ເຂດດິນບໍລິເວນນ້ຳ ຣາມຊາ ໃນເດືອນສິງຫາ 2013 ທີ່ແຂວງຈຳປາສັກເຊິ່ງມີຜູ້ເຂົ້າຮ່ວມທີ່ມາຈາກ10ປະ ເທດ; 11. ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ພາກພື້ນ ອາຊີ-ປາຊີຟິກ ປະຈໍາປີ ກ່ຽວກັບ ການຄຸ້ມຄອງ ແລະ ແລກປ່ຽນບົດຮຽນ ໃນການຄຸ້ມຄອງດິນບໍລິເວນນໍ້າ ທີ່ປະເທດ ສ. ເກົາຫຼີ; 12. ແຕ່ລະປີ ໄດ້ມີການຈັດກິດຈະກໍາຕ່າງໆ ເພື່ອສະ ເຫຼີມສະຫຼອງ ວັນດິນບໍລິເວນນໍ້າໂລກ (2 ກຸມພາ) ຢູ່ 2 ເຂດດິນບໍລິເວນນໍ້າ; ເພື່ອຜັນຂະຫຍາຍ ແລະ ເຄື່ອນໄຫວຈັດຕັ້ງ ປະຕິບັດບັນດາກິດຈະກໍາ ແລະ ແຜນວຽກຈຸດສຸມ ໃນການຄຸ້ມຄອງ 2 ເຂດດິນບໍລິເວນນໍ້າຣາມຊາ (ເຊຈໍາພອນ, ແຂວງສະຫວັນນະເຂດ ແລະ ບຶງກຽດ ໂງ້ງ, ແຂວງຈໍາປາສັກ) ໃຫ້ມີປະສິດຕິຜົນ ແລະ ບັນລຸ ຕາມແຜນທີ່ວາງໄວ້, ກຊສ ຈະສຸມໃສ່ບາງໜ້າວຽກ ທີ່ສໍາຄັນ ສໍາລັບສົກປີ 2014-2015 ດັ່ງນີ້: 1. ປັບປຸງຄະນະກໍາມະການຊີ້ນໍາ ໃນການຄຸ້ມ ຄອງ 2 ເຂດດິນບໍລິເວນນໍ້າຣາມຊາ ໃນລະດັບຊາດ ແລະ ທ້ອງຖິ່ນ; 2. ປັບປຸງກອງເລຂາ ຄະນະກໍາມະການຊີ້ນໍາ ໃນ ການຄຸ້ມຄອງ 2 ເຂດດິນບໍລິເວນນໍ້າຣາມຊາ ໃນລະ ດັບຊາດ, ທ້ອງຖິ່ນ ແລະ ທິມງານພາກສະໜາມ ເພື່ອ ໃຫ້ສອດຄອງກັບຄະນະກໍາມະການຊີ້ນໍາແຕ່ລະໆ ດັບ; 3. ສືບຕໍ່ຂຽນໂຄງການລະອຽດ ຮ່ວມກັບ ອົງການ FAO ທີ່ໄດ້ຮັບທຶນຈາກກອງທຶນສິ່ງແວດລ້ອມໂລກ (GEF) ເພື່ອໃຫ້ໄດ້ຈັດຕັ້ງປະຕິບັດ ໃນສົກປີ 2014; 4. ສືບຕໍ່ຂຽນໂຄງການລະອຽດ ຮ່ວມກັບ ກອງເລຂາ ຄະນະກໍາມະການ ແມ່ນ້ຳຂອງ ແຫ່ງຊາດ ເພື່ອຂໍທຶນ ຈາກທະນາຄານພັດທະນາ ຂອງປະເທດເຢຽລະມັນ (KfW) ເພື່ອໃຫ້ໄດ້ຈັດຕັ້ງປະຕິບັດ ໃນປີ 2014; 5. ກະກຽມ ຮ່າງດໍາລັດ ວ່າດ້ວຍ ການຄຸ້ມຄອງ 2 ເຂດດິນບໍລິເວນນໍ້າຣາມຊາ (ເຊຈໍາພອນ ແລະ ບຶງ ກຽດໂງ້ງ); 6. ຮ່າງບົດສະເໜີໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ສູນກາງ ແລະ ທ້ອງຖິ່ນ ໃນການຄຸ້ມຄອງເຂດ ດິນບໍລິເວນນໍ້າຣາມຊາ ເພື່ອສະເໜີຂໍທຶນຈາກ ສ.ເກົາ ຫຼີ; 7. ທົບທວນຄືນລະບຽບການ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງຕ່າງໆ ທີ່ມີໃນປັດຈຸບັນ ເພື່ອສ້າງກອບ ນິຕິກຳ ທີ່ຈຳເປັນໃນການຄຸ້ມຄອງດິນບໍລິເວນນ້ຳ ຂອງ 2 ເຂດຣາມຊາ; 8. ສືບຕໍ່ເປັນເຈົ້າການໃນວຽກງານຮ່ວມມືສາກົນ ແລະ ພາກພື້ນ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ບົດ ຮຽນທາງດ້ານວິທະຍາສາດ, ວິຊາການ, ໄປທັດສະ ນະສຶກສາ ແລະ ຊອກຫາທຶນຮອນ ເພື່ອມາເຄື່ອນ ໄຫວວຽກງານດັ່ງກ່າວ; 9. ກະກຽມການສະເຫຼີມສະຫຼອງວັນດິນບໍລິເວນນ້ຳ ໂລກ, 2 ກຸມພາ 2015 ຢູ່ສູນກາງ ແລະ ທ້ອງຖິ່ນ; (ລາຍງານຈາກ ພະແນກ ເຕັກໂນໂລຊີສງແວດລອມ) Newsleter III DEQP 265x210.indd 20 1/5/2015 2:25:59 PM
  • 26. 21 ປະຊຸມ ການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານ 2011-2015 ສິ່ງແວດລ້ອມຂອງນະຄອນຫຼວງ ແລະ ບັນດາແຂວງ ແລະ ການຮ່າງ ແຜນດຳເນີນງານສົ່ງເສີມຄຸນນະພາບສິ່ງແວດລ້ອມ 2016-2020 ໃນວັນທີ 25-29 ສິງຫາ 2014 ພະແນກປະ ເມີນສິ່ງແວດລ້ອມ, ກົມສົ່ງເສີມສິ່ງແວດລ້ອມ (ກສຊ) ໄດ້ຈັດກອງປະຊຸມການປະເມີນການຈັດຕັ້ງແຜນດຳ ເນີນງານແຫ່ງຊາດ 2011-2015 ສິ່ງແວດລ້ອມຂອງ ນະຄອນຫຼວງແລະ17ແຂວງ,ການຮ່າງແຜນດຳເນີນ ງານສົ່ງເສີມຄຸນນະພາບສິ່ງແວດລ້ອມ2016 - 2020 ທີ່ແຂວງວຽງຈັນ. ກອງປະຊຸມການປະເມີນການຈັດຕັ້ງແຜນ ດຳເນີນງານ 2011-2014 ແມ່ນໄດ້ຮັບກຽດກ່າວ ເປີດກອງປະຊຸມ ໂດຍທ່ານ ສີສະຫວັດ ວິທະໄຊ ລັດຖະມົນຕີຊ່ວຍ ວ່າການ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າວຽກງານ ການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານ ສິ່ງແວດລ້ອມແຫ່ງຊາດແລະບັນດາແຂວງປີ2011- 2015ແລະການກໍານົດແຜນດໍາເນີນງານສົ່ງເສີມຄຸນ ນະພາບສິ່ງແວດລ້ອມ 2016-2020. ເຊິ່ງມັນມີ ຄວາມໝາຍຕໍ່ພັກ ແລະ ປວງຊົນລາວທັງຊາດ ໄດ້ ເປັນຕົວກຳນົດ ກ່ຽວກັບ ສິ່ງແວດລ້ອມພ້ອມທັງສະ ຫຼຸບຕີລາຄາ ໃນການຈັດຕັ້ງປະຕິບັດຜ່ານມາວ່າມັນ ບັນລຸຕາມເປົ້າໝາຍ ເພື່ອເຮັດໃຫ້ປະເທດເຮົາຫຼຸດ ພົ້ນອອກຈາກຄວາມທຸກຍາກ ເພື່ອຫັນການພັດທະ ນາເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ; ນອກນີ້ ກໍ່ເພື່ອເສີມຂະຫຍາຍຫຼັກການລວມ ສູນປະຊາທິປະໄຕ ການນຳພາຂອງພັກ ແລະ ຫຼັກ ຈົດໝາຍຂ່າວ ມິຖຸນາ-ທັນວາ 2014 ກສສ Newsleter III DEQP 265x210.indd 21 1/5/2015 2:26:01 PM