SlideShare a Scribd company logo
ສະບັບ ເດືອນ ເມສາ 2021
Magazines 04 2021 final
1.	 ພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ
ແລະ ສິ່ງແວດລ້ອມ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃຫມ່...................................................... 04
2.	 ຄະນະພັກຄະນະນໍາ ກຊສ ເຂົ້າວາງພວງມາລາ ຕໍ່ການຈາກໄປ ໂດຍບໍ່ມີວັນຫວນຄືນ
ຂອງຄອບຄົວ ໄຊຍະສອນ...................................................................................... 08
3.	 ຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ XI ຂອງພັກ......................................... 09
4.	 ກອງປະຊຸມ ການສ້າງແຜນແມ່ບົດ ກ່ຽວກັບ ລະບົບພະຍາກອນນ້ຳຖ້ວມ ແລະ ແຈ້ງເຕືອນ
ໄພລ່ວງໜ້າແຫ່ງຊາດລາວ...................................................................................... 12
5.	 ຂະບວນການສັກວັກຊິນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ -19
(COVID-19)...................................................................................................... 14
6.	 ການນຳ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າອວຍພອນການນຳ
ກະຊວງ ປ້ອງກັນຄວາມສະຫງົບ...............................................................................16
7.	 ພິທີມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ອຸຕຸນິຍົມ ແລະ ອຸທົກກະສາດ, ເມືອງໂພນໂຮງ,
ແຂວງວຽງຈັນ..................................................................................................... 17
8.	 ລະບຽບ ວ່າດ້ວຍ ການແຈ້ງໃຫ້ກັນຊາບ, ການປຶກສາຫາລືກັນລ່ວງໜ້າ ແລະ ການເຮັດ
ຂໍ້ຕົກລົງ (PNPCA) (ເພື່ອຊີ້ນໍາການຮ່ວມມືພາກພື້ນດ້ານການພັດທະນາຊັບພະຍາ
ກອນນໍ້າ)............................................................................................................. 18
9.	 ການຕິດຕາມຈຸດສະສົມຄວາມຮ້ອນທົ່ວປະເທດ ຂອງປີ 2020 ໂດຍນຳໃຊ້ເຕັກໂນໂລຊິ
ສືບຢັ່ງທາງໄກ ແລະ ຂໍ້ມູນຂ່າວສານພູມສາດ............................................................... 21
10.	 ບົດລາຍງານ ສະພາບອາກາດ ແລະ ລະດັບນ້ຳ ໃນໄລຍະວັນທີ 26 ເມສາ ຫາ 02 ພຶດສະ
ພາ 2021 ແລະ ຄາດຄະເນສະພາບອາກາດ ແຕ່ວັນ 03 ຫາ 09 ພຶດສະພາ 2021.............. 25
11.	 ສະຫຼຸບການຈັດຕັ້ງປະຕິບັດການຂື້ນທະບຽນ ແລະ ອອກໃບຕາດິນ ໃນຂອບເຂດ ທົ່ວປະ
ເທດ (ນັບແຕ່ປີ 1995-2021).................................................................................. 28
12.	 ຖາມ-ຕອບ ບັນຫາທີ່ດິນ..................................................................................... 31
13.	 ກົດໝາຍ ວ່າດ້ວຍ ທີ່ດິນ ສະບັບ ປັບປຸງ 2019........................................................ 33
ພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ ລັດຖະມົນຕີ ກະຊວງ
ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລະຫວ່າງ
ຜູ້ເກົ່າ ແລະ ຜູ້ໃຫມ່
4
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນຕອນບ່າຍ ຂອງ ວັນທີ 2 ເມສາ 2021 ຢູ່ທີ່ຫ້ອງ
ປະຊຸມໃຫຍ່ ກະຊວງ ຊັບພະຍາກອນທໍາມະຊາດ
ແລະສິ່ງແວດລ້ອມໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະ
ພັກ ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມ ລະຫວ່າງ ສະຫາຍ ສົມມາດ ພົລເສນາ,
ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ
ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
(ຜູ້ເກົ່າ) ແລະ ສະຫາຍ ນາງ ບຸນຄໍາ ວໍລະຈິດ, ກໍາມະການ
ສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຊັບພະ
ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຜູ້ໃໝ່) ໂດຍການ
ໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ສອນໄຊ ສີພັນດອນ, ກໍາ
ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນ
ຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ,
ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດ ດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ໂອ້
ລົມ ບາງຕອນວ່າ: ຄືບັນດາທ່ານໄດ້ຮັບຮູ້ແລ້ວວ່າ ການຊັບ
ຊ້ອນປ່ຽນແທນ ພະນັກງານການນໍາຂັ້ນສູງຂອງພັກ-ລັດ
ແມ່ນປະຕິບັດຕາມຫຼັກການ ແລະ ລະບຽບການຊັບຊ້ອນ
ປ່ຽນແທນການນໍາແບບປົກກະຕິຢູ່ຂັ້ນສູນກາງ ແລະ ທ້ອງ
ຖີ່ນ.ພ້ອມນີ້,ທ່ານໄດ້ໃຫ້ທິດຊີ້ນໍາທ່ານລັດຖະມົນຕີຜູ້ໃຫມ່
ກໍ່ຄືສາມະຊິກພັກ-ພະນັກງານ ລັດຖະກອນຫຼັກແຫຼ່ງທົ່ວ ກະ
ຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມດັ່ງນີ້:
1.	 ເພີ່ມທະວີເອົາໃຈໃສ່ວຽກງານການເມືອງແນວຄິດ ໃຫ້
ແຂງແຮງ, ຄະນະພັກທຸກຂັ້ນ ຖືເປັນຄວາມຮັບຜິດຊອບ
ຂອງຕົນ ໃນການສຶກສາອົບຮົມພະນັກງານ ສະມາຊິກພັກ,
ລັດຖະກອນ ຢ່າງເປັນປະຈຳເລິກເຊິ່ງ, ແນໃສ່ສ້າງໃຫ້ເຂົາ
ເຈົ້າມີທັດສະນະຫຼັກໝັ້ນການເມືອງອັນໜັກແໜ້ນ, ມີຄວາມ
ສະບັບເດືອນ ເມສາ 2021
5
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຈົງຮັກພັກດີ, ມີຄຸນສົມບັດສິນທຳປະຕິວັດອັນສູງສົ່ງ, ມີສະ
ຕິຕື່ນຕົວ ເຮັດສຳເລັດໜ້າທີ່ວຽກງານ ດ້ວຍຄວາມໂປ່ງໃສ
ເພີ້ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ
ການຈັດຕັ້ງທຸກຂັ້ນ, ເປັນເອກະພາບສູງຕໍ່ແນວທາງນະໂຍ
ບາຍ, ມະຕິຄຳສັ່ງຕ່າງໆຂອງພັກ, ລະບຽບກົດໝາຍຂອງ
ລັດ, ເສີມຂະຫຍາຍນ້ຳໃຈຮັກຊາດ, ເຊີດຊູສະຕິເອກະລາດ
ເປັນເຈົ້າຕົນເອງ ສ້າງບາດກ້າວບຸກທະລຸອັນໜັກແໜ້ນ ທາງ
ດ້ານຈິນຕະນາການ;
2.	 ໃຫ້ຮີບຮ້ອນກຳນົດທິດທາງ ແຜນການການນຳພາ ຂອງ
ອົງຄະນະພັກຕົນ ສົມທົບແຫນ້ນກັບເນື້ອໃນມະຕິກອງປະ
ຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະ
ກິດ-ສັງຄົມຂອງລັດ 5 ປີ ຄັ້ງທີ IX, ໂດຍຫັນເປັນແຜນລະ
ອຽດຂອງຂະແໜງການແລ້ວນຳໄປຈັດຕັ້ງເຊື່ອມຊຶມ ແລະ
ຄົ້ນຄວ້າຜັນຂະຫຍາຍ ໃຫ້ແກ່ສະມາຊິກພັກ, ພະນັກງານ,
ລັດຖະກອນ ໃນທົ່ວຂະແໜງການຂອງຕົນໄດ້ຮັບຮູ້, ເຊື່ອມ
ຊຶມໃຫ້ເລິກເຊິ່ງ, ທົ່ວເຖິງ; ຊີ້ນຳການຈັດຕັ້ງຜັນຂະຫຍາຍ
ໃນຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນ
ໂດຍໄວ ແລະ ໃຫ້ເກີດຜົນຕົວຈິງ. ເອົາໃຈໃສ່ຈັດຕັ້ງຜັນຂະ
ຫຍາຍເປັນໂຄງການ, ແຜນງານລະອຽດ ເຂົ້າໃນການ
ເຄື່ອນໄຫວ ໃນພາກສ່ວນຂອງຕົນ ຢ່າງສອດຄ່ອງ ແລະ
ມີການຊີ້ນຳກວດກາການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ
ເປັນຢ່າງດີ;
3.	 ໃຫ້ເອົາໃຈໃສ່ວຽກງານການສ້າງ ແລະ ປັບປຸງການຈັດ
ຕັ້ງພັກ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງ ແລະ
ໜັກແໜ້ນທາງດ້ານການຈັດຕັ້ງ ໂດຍໃຫ້ຮີບຮ້ອນກະກຽມ
ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຂັ້ນ
ຂອງຕົນ ໃຫ້ສໍາເລັດຕາມແຜນດໍາເນີນງານທີ່ໄດ້ກະກຽມ
ໄວ້ແລ້ວນັ້ນ, ທັງນີ້ກໍເພື່ອສ້າງໃຫ້ພັກປອດໃສ, ເຂັ້ມແຂງ,
ໜັກແໜ້ນ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ 4 ບາດ
6
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ກ້າວບຸກທະລຸ, ບົນພື້ນຖານຫຼັກການສຶກສາອົບຮົມ, ຕໍ່ສູ້
ແລະ ການນໍາພາ. ໃຫ້ຖືສໍາຄັນວຽກງານການປັບປຸງກົງຈັກ
ການຈັດຕັ້ງໃຫ້ກະທັດຮັດ, ສອດຄ່ອງກັບໜ້າທີ່ການເມືອງ
ໃນໄລຍະໃໝ່, ປັບປຸງດ້ານຄຸນນະພາບ ແລະ ປະລິມານ
ຂອງສະມາຊິກພັກ, ປັບປຸງ ແລະ ຂະຫຍາຍພັກໃຫ້ເຕີບ
ໃຫຍ່ ແລະ ເຂັ້ມແຂງໃນທຸກດ້ານ, ດ້ວຍການຕີລາຄາແບ່ງ
ປະເພດສະມາຊິກພັກ-ພະນັກງານ, ເພື່ອເລືອກເຟັ້ນເອົາ
ມະຫາຊົນຜູ້ດີເດັ່ນກ້າວໜ້າ ແລະ ມີເງື່ອນໄຂຄົບຖ້ວນເຂົ້າ
ການຈັດຕັ້ງພັກ ແລະ ອື່ນໆ;
4.	 ຕ້ອງເອົາໃຈໃສ່ປັບປຸງຊຸກຍູ້ ອົງການຈັດຕັ້ງມະຫາຊົນ
ໃຫ້ໜັກແໜັ້ນເຂັ້ມແຂງ ເປັນຕົ້ນ ອົງການຈັດຕັ້ງກຳມະ
ບານ, ອົງການຈັດຕັ້ງຊາວໜຸ່ມ ແລະ ອົງການຈັດຕັ້ງແມ່ຍິງ,
ສ້າງຂະບວນການວຽກດີຄົນເດັ່ນ, ຂະບວນການແຂ່ງຂັນ
ຮັກຊາດ ແລະ ພັດທະນາ ເພື່ອຊ່ວຍຄະນະພັກກະຊວງ ແກ້
ໄຂວຽກງານອັນຈຳເປັນອັນພາໃຫ້ຂະບວນການລວມຈັດ
ຕັ້ງປະຕິບັດ ໄດ້ຮັບຄາດໝາຍ.
5.	 ນຳພາການພັດທະນາ ຂະແໜງວຽກງານຊັບພະຍາ
ກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສົ່ງເສີມການນຳ
ໃຊ້ທີ່ດິນ, ປ່າໄມ້, ນ້ຳ ແລະ ຊັບພະຍາກອນທຳມະຊາດ
ອື່ນໆ ໄປພ້ອມໆກັບການປົກປັກຮັກສາ ຕາມທິດຮັບປະກັນ
ປະສິດທີພາບທີ່ຍາວນານ, ຍືນຍົງ ແລະ ມີໝາກມີຜົນໃນ
ລະດັບສູງ, ຜົນກະທົບນ້ອຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
ເຮັດໃຫ້ພົນລະເມືອງລາວ ມີສິດນຳໃຊ້ທີ່ດິນ ເພື່ອດຳລົງຊີ
ວິດ, ສ້າງທີ່ຢູ່ອາໃສ ແລະ ການຜະລິດຕາມກົດໝາຍ. ປະ
ກອບສ່ວນ ໃນການສ້າງບາດກ້າວບຸກທະລຸ ດ້ານການແກ້
ໄຂຄວາມທຸກຍາກຂອງປະຊາຊົນ ນຳເອົາປະເທດເຮົາອອກ
ຈາກຄວາມດ້ອຍພັດທະນາ. ສ້າງຄວາມກຽມພ້ອມໃນການ
ຮັບມື ກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງ
ທໍາມະຊາດ.
6.	 ຄົ້ນຄວ້າທຸກແຫຼ່ງທຶນຮອນທັງພາຍໃນ ແລະ ຕ່າງປະ
ເທດ, ຍາດແຍ່ງເອົາການຊ່ວຍເຫຼືອ ເພື່ອຮັບໃຊ້ໃນຂົງເຂດ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງ
ການນຳໃຊ້ທຶນຮອນໃຫ້ມີປະສິດທິຜົນ, ນໍາຜົນປະໂຫຍດ
ສູງສຸດໃຫ້ແກ່ປະເທດຊາດ, ຕ້ານການຕົກເຮ່ຍເສຍຫາຍ,
ນຳໃຊ້ຊັບພະຍາກອນທີ່ຊາດເຮົາມີ, ເຊີດຊູຈິດໃຈເອກະ
ລາດ ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດວ້ຍຄົນ
ລາວເຮົາເອງໃຫ້ນັບມື້ສູງຂຶ້ນ.
ສະບັບເດືອນ ເມສາ 2021
7
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
7.	 ສໍາລັບ ພະນັກງານ-ລັດຖະກອນ, ສະມາຊິກພັກເຮົາ
ຕ້ອງໄດ້ເອົາໃຈໃສ່ເຝິກຝົນຕົນເອງ ເພື່ອໃຫ້ຕົນສາມາດ
ກ້າວຂຶ້ນທຽມທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່
ວຽກງານ. ໃນນີ້, ຕ້ອງເອົາໃຈໃສ່ທີ່ສຸດ ຕໍ່ການເຝິກຝົນຕົນ
ເອງດ້ານທັດສະນະແນວຄິດ, ດ້ານຄວາມຮູ້ຄວາມສາມາດ,
ດ້ານຄວາມຮັບຜິດຊອບ ແລະ ຄວາມເປັນແບບຢ່າງນຳໜ້າ
ຕໍ່ໜ້າທີ່ວຽກງານ ແລະ ຄຸນສົມບັດສິນທຳປະຕິວັດ, ແບບ
ແຜນການດຳລົງຊີວິດ. ຕ້ອງບຸກທະລຸທາງດ້ານຈິນທະນາ
ການ ເຊີ່ງພະນັກງານ, ສະມາຊິກພັກເຮົາ ຕ້ອງປົດປ່ອຍ
ແນວຄິດ, ເປັນຕົ້ນ ແມ່ນປົດປ່ອຍອອກຈາກແນວຄິດທັດສະ
ນະຄຳພີ, ຂີ້ຄ້ານມັກງ່າຍ, ເອື່ອຍອີງ, ບໍ່ມັກຮ່ຳຮຽນຍົກລະ
ດັບ ແລະ ອື່ນໆ ພະນັກງານ, ສະມາຊິກພັກ ຕ້ອງມີສະຕິ
ສະເໝີຕໍ່ປະກົດການເສື່ອມຖອຍດ້ານຄຸນສົມບັດ, ຕ້ອງພະ
ຍາຍາມປັບປຸງຕົນເອງ ໃຫ້ເປັນຜູ້ປອດໄສຂາວສະອາດ,
ເຮັດວຽກ ເພື່ອປະຊາຊົນ, ເຄື່ອນໄຫວນຳພາໃຫ້ຖືກຕາມ
ລະບຽບ ກົດໝາຍ.
ຄະນະພັກຄະນະນໍາ ກຊສ ເຂົ້າວາງພວງມາລາ ຕໍ່ການ
ຈາກໄປ ໂດຍບໍ່ມີວັນຫວນຄືນຂອງຄອບຄົວ ໄຊຍະສອນ
8
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນຕອນ​
ເຊົ້າ ​
ວັນ​
ທີ 7 ເມ​
ສາ 2021 ຄະ​
ນະ​
ພັກ​
ຄະ​
ນະ​
ນຳ​ ກະ​
ຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ນຳ​
ພາ​
ໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ, ກຳ​
ມະ​
ການ​
ສູນ​
ກາງ​
ພັກ, ເລ​
ຂາ​
ຄະ​
ນະ​
ພັກ, ລັດ​
ຖະ​
ມົນ​
ຕີ​ກະ​
ຊວງ ຊັບພະຍາ
ກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມ​
ດ້ວຍ​
ຮອງ​
ລັດ​
ຖະ​
ມົນ​
ຕີ, ຫົວໜ້າ​
ຫ້ອງ​
ການ, ບັນດາຄະ​
ນະ​
ກົມ ອ້ອມ​
ຂ້າງ​
ກະ​
ຊວງ
ເຂົ້າ​
ວາງ​
ພວງ​
ມາ​
ລາ​
ຕໍ່​
ການ​
ຈາກ​
ໄປ​ໂດຍບໍ່​
ມີ​
ວັນ​
ຈະ​
ຫວນ​
ກັບ​
ຄືນ​
ມາ​
ຂອງ ທ່ານ ວິ​
ດົງ ໄຊ​
ຍະ​
ສອນ, ອະດີດ​ກຳ​
ມະ​
ການ​
ສູນ
ກ​
າງ​
ພັກ ສະ​
ໄໝ​
ທີ X, ອະດີດ​ເລ​
ຂາ​
ພັກ​
ແຂວງ, ເຈົ້າ​
ແຂວງ ແຂວງ ວຽງ​
ຈັນ, ອະດີດ​ລັດ​
ຖະ​
ມົນ​
ຕີ​ປະ​
ຈຳ​
ສຳ​
ນັກ​
ງານ​
ນາ​
ຍົກ​
ລັດ​
ຖະ​
ມົນ​
ຕີ; ປ້າ​
ແກ້ວ​
ສາຍ​
ໃຈ ໄຊ​
ຍະ​
ສອນ, ອະດີດ ​
ພັນ​
ລະ​
ຍາ ຂອງອະດີດ ເລ​
ຂາ​
ທິ​
ການ​
ໃຫຍ່​ຄະນະບໍລິຫານງານສູນ
ກາງພັກ,ອະດີດປະ​
ທານ​
ປະ​
ເທດແຫ່ງ ສາ​
ທາ​
ລະ​
ນະ​
ລັດ ປະ​
ຊາ​
ທິ​
ປະ​
ໄຕ ປະ​
ຊາ​
ຊົນ​
ລາວ, ພ້ອມ​
ດ້ວຍ​
ລູກຫຼານ ຄອບ​
ຄົວ
ໄຊ​
ຍະ​
ສອນທີ່​​
ໄດ້​
ຮັບ​
ເຄາະ​
ຮ້າຍ​
ຈາກ​
ອຸປະຕິເຫດທາງນ້ຳ ຢູ່​
ອ່າງ​
ນ້ຳ​
ງື່ມ ໃນ​
ຕອນ​
ເຊົ້າ​
ວັນ​
ທີ 4 ເມສາ 2021 ທີ່​
ຜ່ານ​
ມາ.
ສະບັບເດືອນ ເມສາ 2021
ຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ເຊື່ອມຊຶມ-ຜັນຂະຫຍາຍມະຕິ
ກອງປະຊຸມ ຄັ້ງທີ XI ຂອງພັກ
9
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນວັນທີ 20 ເມສາ 2021 ນີ້, ຄະນະບໍລິຫານງານພັກ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ, ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະ
ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ
ລາວຂຶ້ນ ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມ, ເພື່ອໃຫ້ບັນດາສະຫາຍຄະ
ນະບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ,
ເລຂາໜ່ວຍພັກຮາກຖານ, ສຳມະຊິກພັກ - ພະນັກງານຫຼັກ
ແຫຼ່ງນໍາພາຄຸ້ມຄອງອ້ອມຂ້າງ ກະຊວງ ຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມ.
ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະ
ຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຄັ້ງນີ້
ໂດຍການເປັນປະທານ ຂອງ ສະຫາຍ ນາງ ບຸນຄຳ ວໍລະຈິດ
ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,
ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ເລຂາ,
ຮອງເລຂາ ຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍ
ພັກ ສະມາຊິກພັກ ຂັ້ນຫົວໜ້າພະແນກອອມຂ້າງ ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ
ຈຳນວນທັງໝົດ 105 ສະຫາຍ, ຍິງ 26 ສະຫາຍ. ໂດຍ
ປະຕິບັດ ຕາມຈິດໃຈຊີ້ນໍາ ແລະ ການຕົກລົງ ຂອງກົມການ
ເມືອງ ແລະ ຄະນະເລຂາທິການສູນກາງພັກ ກໍຄືຄໍາສັ່ງ ກ່ຽວ
ກັບ ການຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI
ຂອງພັກ, ເພື່ອໃຫ້ບັນດາສະຫາຍສູນກາງ, ພະນັກງານນໍາ
ພາຫຼັກແຫຼ່ງກໍາໄດ້ເນື້ອໃນຈິດໃຈຕົ້ນຕໍ, ມີຄວາມເຂົ້າໃຈ
ຢ່າງເປັນເອກະພາບ, ເພື່ອສືບຕໍ່ນໍາພາຈັດຕັ້ງເຊື່ອມຊຶມ
ແລະ ຜັນຂະຫຍາຍມະຕິ XI ເຂົ້າສູ່ວຽກງານຂອງຕົນ ແລະ
ເຮັດໃຫ້ມະຕິ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI
ຂອງພັກໄດ້ຮັບການຈັດຕັ້ງເຊື່ອມຊຶມຢ່າງກວ້າງຂວາງເລິກ
ເຊິງ ແລະ ຈັດຕັ້ງປະຕິບັດເກີດຜົນເປັນຈິງ.
10
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ການເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ແມ່ນຈະໄດ້ດຳ
ເນີນເປັນ 2 ຊຸດ ໃນທົ່ວກະຊວງ ຊຶ່ງໃນຊຸດທີ I ມີເປົ້າໝາຍ
ເຂົ້າຮ່ວມ ແມ່ນຫົວໜ້າພະແນກຂຶ້ນໄປ ແລະ ຊຸດທີ II ແມ່ນ
ຂັ້ນພະນັກງານ-ລັດຖະກອນທັງໝົດ ໂດຍແມ່ນຄະນະປະ
ຈຳພັກກະຊວງ ເປັນຜູ້ນຳພາເຊື່ອມຊຶມ ຈາກນັ້ນ ແມ່ນມອບ
ໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ນຳໄປເຜີຍແຜ່
ຜັນຂະຫຍາຍຢູ່ຂັ້ນຮາກຖານ, ໜ່ວຍພັກຂອງຕົນ ເພື່ອໃຫ້
ຫັນເປັນແຜນງານ, ໂຄງການທີ່ຕິດພັນກັບວຽກງານວິຊາສະ
ເພາະຂອງຕົນ.
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ບຸນຄຳ ວໍລະຈິດ ໃຫ້ຮູ້
ວ່າ: ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ
ແມ່ນເຫດການການເມືອງ ສໍາຄັນ ປະຫວັດສາດ, ເປັນກອງ
ປະຊຸມແຫ່ງການສືບຕໍ່ຍຶດໝັ້ນ ແລະ ເພີ່ມເຕີມເສີມຂະ
ຫຍາຍແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການ
ຂອງພັກເຮົາເຂົ້າສູ່ລວງເລິກ, ສືບຕໍ່ບູລະນະລະບອບ ປະຊາ
ທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ແລະ ກ້າວເດີນສູ່ຈຸດ
ໝາຍສັງຄົມນິຍົມ, ກໍານົດທັດສະນະແຫ່ງການສ້າງການ
ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນການພັດ
ທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ແນໃສ່ແກ້ໄຂ
ຄວາມທຸກຍາກ ແລະ ນໍາເອົາປະເທດຊາດພົ້ນຈາກສະຖາ
ນະດ້ອຍພັດທະນາ, ທັງເປັນຂີດໝາຍແຫ່ງການເຕີບໃຫ່ຍ
ຂະຫຍາຍຕົວ, ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນ
ພັກ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເປັນລະບົບ
ໂດຍເລ່ີມຈາກການຫັນປ່ຽນທາງດ້ານແນວຄິດຈິນຕະນາ
ການສູ່ການກະທໍາຕົວຈິງ, ເພື່ອແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ
ໃຫ້ມີການຫັນປ່ຽນໃໝ່ຢ່າງຮອບດ້ານ, ແນ່ໃສ່ຍົກສູງບົດ
ບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາ
ໜ້າຂອງພັກ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງ
ປະຊາຊົນໃນຊາດ, ເດັດດ່ຽວປົກປັກຮັກສາສິ່ງແວດລ້ອມ
ແລະ ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ. ການ
ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຂົ້າ
ສູ່ຊີວິດສັງຄົມຕົວຈິງ ແມ່ນແນໃສ່ໃຫ້ການນໍາແຕ່ລະຂັ້ນ
ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກໍາແໜ້ນເນື້ອໃນຂອງມະຕິ
ສະບັບເດືອນ ເມສາ 2021
11
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
XI ຂອງພັກ, ໂດຍສະເພາະ ແມ່ນເນື້ອໃນທີ່ສໍາຄັນຕົ້ນຕໍຄື:
1.	 ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ
ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມ
ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ສະບັບເລກທີ
38/ຄລສພ, ລົງວັນທີ 9 ມີນາ 2021, ໂດຍການບັນຍາຍ
ຂອງ ສະຫາຍ ບຸນມີ ພຸດທະວົງ ຮອງເລຂາຄະນະພັກ,
ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ;
2.	 ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXIຂອງ
ພັກປະຊາຊົນປະຕິວັດລາວ ແລະ ເອກະສານອະທິບາຍ
ກ່ຽວກັບ ເນື້ອໃນຄຳຂວັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວ
ປະເທດ ຄັ້ງທີ XI ຂອງພັກ, ໂດຍການບັນຍາຍຂອງ ສະຫາຍ
ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະ
ພັກ,ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດແລະ
ສິ່ງແວດລ້ອມ;
3.	 ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບ
ຮອງເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-
ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ທິດ
ທາງແຜນການ 5 ປີ ຄັ້ງທີ IX (2021-2025) ສະບັບເລກທີ
20/ສພຊ,ລົງວັນທີ26ມີນາ2021,ໂດຍການບັນຍາຍຂອງ
ສະຫາຍ ໄຊຍະເວດ ວິໄຊ ຄະນະປະຈໍາພັກ, ຫົວໜ້າກົມ
ສິ່ງແວດລ້ອມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ.
ໃນຕອນທ້າຍຂອງກອງປະຊຸມຄັ້ງນີ້ ແມ່ນເຫັນດີຮັບຮອງ
ເອົາໜ່ວຍພັກທີ່ຂື້ນກັບອົງຄະນະພັກກະຊວງ ແລະ ໜ່ວຍ
ພັກທີ່ຂື້ນກັບຄະນະພັກຮາກຖານ ຈຳນວນ 9 ໜ່ວຍພັກ ເປັນ
ໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ
2020 ເຊິ່ງມີລາຍລະອຽດ ດັ່ງລຸ່ມນີ້:
1.	 ໜ່ວຍພັກ ຫ້ອງການ ກະຊວງ;
2.	 ໜ່ວຍພັກ ກົມອຸຕຸນິຍົມ ແລະ ອຸທົກກະສາດ;
3.	 ໜ່ວຍພັກ ກົມຈັດຕັ້ງ ແລະ ພະນັກງານ;
4.	 ໜ່ວຍພັກ ກົມກວດກາ;
5.	 ໜ່ວຍພັກ ກົມນິຕິກຳ;
6.	 ໜ່ວຍພັກ ກົມຊັບພະຍາກອນນ້ຳ;
7.	 ໜ່ວຍພັກ ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ;
8.	 ໜ່ວຍພັກ ກອງເລຂາຄະນະກຳມະການແມ່ນ້ຳຂອງ
ແຫ່ງຊາດ;
9.	 ໜ່ວຍພັກ ພະແນກສັງລວມ (ຄະນະພັກຮາກຖານກົມ
ທີ່ດິນ);
ກອງປະຊຸມ ການສ້າງແຜນແມ່ບົດ ກ່ຽວກັບ ລະບົບພະຍາ
ກອນນ້ຳຖ້ວມ ແລະ ແຈ້ງເຕືອນໄພລ່ວງໜ້າແຫ່ງຊາດລາວ
12
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ກອງປະຊຸມ ການສ້າງແຜນແມ່ບົດ ກ່ຽວກັບ ລະບົບພະ
ຍາກອນນໍ້າຖ້ວມ ແລະ ແຈ້ງເຕືອນໄພລ່ວງໜ້າ ແຫ່ງ
ຊາດລາວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ເມສາ
2021 ຢູ່ທີ່ໂຮງແຮມຄລາວພຣາຊາ.
ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ ໄຊນະຄອນ
ອິນທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳ
ມະຊາດ ແລະ ສິ່ງແວດລ້ອມ, ມີທ່ານ ອິມ ມູຮົງ ເອກອັກ
ຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ
ປະຈຳ ສປປ ລາວ, ມີຄະນະກົມ, ຄະນະພະແນກ ແລະ
ວິຊາການ ຈາກກະຊວງ ຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມ ແລະ ກະຊວງ ທີ່ກ່ຽວຂ້ອງເຂົ້າຮ່ວມ. ດັ່ງທີ
ພວກເຮົາຮູ້ນຳກັນແລ້ວວ່າ ສປປ ລາວ ເປັນປະເທດໜຶ່ງທີ່
ຖືກຜົນກະທົບຈາກໄພພິບັດທາງທຳມະຊາດຕ່າງໆເຊັ່ນ:
ໄພແຫ້ງແລ້ງ, ໄພນໍ້າຖ້ວມ, ດິນເຈື່ອນ, ພາຍຸພັດຜ່ານ ແລະ
ອື່ນໆ ຊຶ່ງແຕ່ລະປີໄດ້ສ້າງຜົນເສຍຫາຍທາງດ້ານຊີວິດ ແລະ
ຊັບສິນຂອງປະຊາຊົນ ແລະ ສ່ວນລວມເປັນຈຳນວນຫຼວງ
ຫຼາຍ. ເຊິ່ງໄລຍະຜ່ານມາ ກະຊວງ ຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ ກໍ່ຄື ກົມອຸຕຸນິຍົມ ແລະ ອຸທົກ
ກະສາດ ໄດ້ເອົາໃຈໃສ່ຍົກລະດັບການສະໜອງຂໍ້ມູນຂ່າວ
ພະຍາກອນ ແລະ ແຈ້ງເຕືອນໄພ ອອກສູ່ສັງຄົມເພື່ອຫຼຸດ
ຜ່ອນຜົນກະທົບດັ່ງກ່າວໄດ້ ໃນລະດັບໃດໜຶ່ງ ແຕ່ຄວາມ
ຮຽກຮ້ອງຕ້ອງການຂອງວຽກງານ ແລະ ສັງຄົມ ແມ່ນມີສູງ
ຂຶ້ນເລື້ອຍໆ, ເພື່ອຮັບປະກັນໃນການແຈ້ງເຕືອນໄພໃຫ້ມີ
ຄວາມຖືກຕ້ອງ ແລະ ທັນກັບສະພາບການ. ດັ່ງນັ້ນ, ພວກ
ເຮົາມີຄວາມຈຳເປັນຕ້ອງໄດ້ພັດທະນາເຝົ້າຕິດຕາມສະ
ພາບອາກາດຮ້າຍແຮງ, ພະຍາກອນນ້ຳຖ້ວມ ແລະ ແຈ້ງ
ເຕືອນໄພລ່ວງໜ້າໃຫ້ເປັນລະບົບແທດເໝາະກັບສະພາບ
ສະບັບເດືອນ ເມສາ 2021
13
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ພູມສັນຖານ ແລະ ສິ່ງແວດລ້ອມ ຂອງບ້ານເຮົາ. ເຊິ່ງໄລ
ຍະຜ່ານມາ ສປປ ລາວ ຂອງພວກເຮົາກໍໄດ້ຮັບການຊ່ວຍ
ເຫຼືອຈາກສາກົນ ກ່ຽວກັບ ວຽກງານດັ່ງກ່າວ ເຊຶ່ງໜຶ່ງໃນນັ້ນ
ກໍແມ່ນລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ທີ່ໄດ້ເອົາ
ໃຈໃສ່ຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ສປປ ລາວ
ຕະຫຼອດມາ ເວົ້າລວມ, ເວົ້າສະເພາະ ໄດ້ເອົາໃຈໃສ່ຊ່ວຍ
ເຫຼືອປັບປຸງແລະຍົກລະດັບວຽກງານບໍລິການອຸຕຸນິຍົມແລະ
ອຸທົກກະສາດ ຂອງ ສປປ ລາວ ປະກອບສ່ວນເຮັດໃຫ້ວຽກ
ງານດັ່ງກ່າວ ມີການພັດທະນາດີຂຶ້ນເປັນລຳດັບ ແລະ ຖືກ
ຍອມຮັບ ຈາກສັງຄົມ ກໍຄືເພີ່ມຄວາມສາມາດໃນການປ້ອງ
ກັນ ແລະ ຫຼຸດຜອນຜົນເສຍຫາຍທາງຊີວິດ ແລະ ຊັບສິນ
ຂອງປະຊາຊົນໄດ້ຫຼາຍສົມຄວນ.
ສະນັ້ນ ກອງປະຊຸມ ໃນຄັ້ງນີ້ ຈຶ່ງມີຈຸດປະສົງເພື່ອຄົ້ນຄວ້າ
ຮ່າງແຜນແມ່ບົດ ກ່ຽວກັບ ລະບົບພະຍາກອນນ້ຳຖ້ວມ ແລະ
ແຈ້ງເຕືອນໄພລ່ວງໜ້າ ແຫ່ງຊາດລາວ, ພ້ອມທັງ ປຶກສາຫາ
ລື ແລະ ຍົກລະດັບຄວາມເຂົ້າໃຈ ກ່ຽວກັບ ການຄຸ້ມຄອງຊັບ
ພະຍາກອນນ້ຳ ແລະ ການພະຍາກອນນ້ຳຖ້ວມ ໃນ ສປປ
ລາວ ພາຍໃຕ້ການຊ່ວຍເຫຼືອ ຈາກ ສ.ເກົາຫຼີ; ມີການສະເໜີ
ພາບລວມ ກ່ຽວກັບ ການນຳໃຊ້ເຕັກໂນໂລຊີທີ່ທັນສະໃໝ
ເຂົ້າໃນວຽກງານພະຍາກອນນ້ຳຖ້ວມ ແລະ ລະບົບແຈ້ງ
ເຕືອນໄພລ່ວງໜ້າ ຢູ່ໃນ ສ. ເກົາຫຼີ ແລະ ໃນ ສປປ ລາວ;
ແລະ ປຶກສາຫາລື ວຽກງານການຮ່ວມມື ລະຫວ່າງ 2 ຝ່າຍ.
ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 3 ວັນ
ຈຶ່ງຈະສຳເລັດ.
ຂະບວນການສັກວັກຊິນ ເພື່ອຄວບຄຸມການແຜ່ລະບາດ
ຂອງພະຍາດໂຄວິດ -19 (COVID-19)
14
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນຕອນເຊົ້າວັນທີ 28 ເມສາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່
ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ
ລ້ອມ, ໄດ້ຈັດຂະບວນການສັກວັກຊີນ ເພື່ອປ້ອງກັນໂຄ
ວິດ-19 ໃຫ້ບັນດາພະນັກງານ-ລັດຖະກອນ ໃນທົ່ວກະຊວງ
ຈຳນວນ 415 ທ່ານ, ການສັກວັກຊີນຄັ້ງນີ້ ແມ່ນນຳໂດຍ
ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ, ກະ
ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມ
ສັກນຳ, ນຳພາທີມແພດລົງສັກວັກຊີນ ຄັ້ງນີ້, ໂດຍ ທ່ານ ດຣ.
ບົວສອນ ບຸນຕາ, ຫົວຫນ້າພະແນກ ກວດເຂດນອກ ຮ່ວມ
ກັບ ສູນສຸຂະພາບແມ່ ແລະ ເດັກ ຈຳນວນ 24 ທ່ານ ຈາກ
ໂຮງໝໍມະໂຫສົດ.
ການສັກວັກຊີນ ໃນຄັ້ງນີ້, ແມ່ນປະຕິບັດຕາມແຈ້ງການຂອງ
ກະຊວງ ສາທາລະນະສຸກ ເລກທີ 1392/ຫກ, ລົງວັນທີ 22
ເມສາ 2021 ກ່ຽວກັບ ການຈັດຕັ້ງປະຕິບັດສັກຢາກັນພະ
ຍາດໂຄວິດ 19, ເຊິ່ງວັກຊີນ ທີ່ເອົາມາສັກໃນມື້ນີ້ ແມ່ນປະ
ເພດຊີໂນຟາມ ແລະ ແອສຕ້າ ເຊເນກ້າ.
ໂອກາດດຽວກັນນີ້, ທ່ານ ດຣ ບົວສອນ ບຸນຕາ ຍັງໄດ້ແນະ
ນໍາໃຫ້ຜູ້ທີ່ມາສັກວັກຊີນ ຕ້ອງເປັນຄົນສຸຂະພາບແຂງແຮງ,
ບໍ່ມີໄຂ້, ບໍ່ເປັນຫວັດ, ຄົນຖືພາ, ໃຫ້ນົມລູກ ຫລື ຄົນໃກ້ຈະ
ຖືພາ, ມີໂລກປະຈຳຕົວ, ແພ້ຢາຮຸນແຮງ ແລະ ສຳຄັນທີ່ສຸດ
ສະບັບເດືອນ ເມສາ 2021
15
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຖ້າມີອາການແພ້ ເຊັ່ນວ່າ ປະເພດອາຫານທະເລ ຫລື ຢາ
ຕ້ານເຊື້ອໃດໂຕໜຶ່ງ ຫລື ສັກວັກຊີນໃດໜຶ່ງມາກ່ອນ ແມ່ນ
ພວກເຮົາຈະບໍ່ໄດ້ສັກໃຫ້. ໃນໄລຍະຜ່ານມາ ສຳລັບ ຜູ້ທີ່ສັກ
ໄປແລ້ວ ເຫັນວ່າຈະມີອາການຂ້າງຄຽງແບບເບົາບາງ ເປັນ
ຕົ້ນ ແມ່ນປວດແຂນເບື້ອງທີ່ຖືກສັກ, ມີໄຂ້, ແຕ່ວ່າອາການ
ດັ່ງກ່າວ ແມ່ນປົກກະຕິຂອງຢານີ້, ຖ້າວ່າຫາກບຸກຄົນໃດ
ຫາກມີອາການວິນວຽນ ເຮົາແນະນຳໄປໂຮງໝໍ ໂດຍທັນທີ
ແລະ ທີ່ສຳຄັນ ພາຍຫຼັງທີ່ສັກວັກຊີນ ແລ້ວຫ້າມດື່ມເຄື່ອງ
ດື່ມທີ່ມີທາດເຫຼົ້າ, ເບຍ ສີ່ງມຶນເມົາ ແລະ ປະເພດເຄື່ອງດອງ
ເປັນເວລາ 7 ວັນ ອີກດ້ວຍ.
ທ່ານ ດຣ ບົວສອນ ບຸນຕາ ກ່າວຕື່ມວ່າ: ໃນນາມທີ່ເປັນ
ແພດໝໍຄົນໜຶ່ງ ຮຽກຮ້ອງມາຍັງພໍ່ແມ່ປະຊົນ ແລະ ສັງຄົມ
ຂອງພວກເຮົາຈົ່ງຊ່ວຍກັນ ໂດຍສະເພາະ ປະຕິບັດຕາມ
ມາດຕະການ ແລະ ລະບຽບການ ທີ່ທາງຂັ້ນເທິງວາງອອກ
ຢ່າງເຂັ້ມງວດ ເຖິງວ່າ ຈະສັກວັກຊີນແລ້ວກໍດີ, ຜູ້ທີ່ບໍ່ໄດ້ສັກ
ກໍດີ ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຕ່າງໆທີ່ວາງ
ອອກຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ, ລ້າງມື
ໃສ່ເຈວ ຫລື ສະບູ, ໃສ່ຜ້າປິດປາກ-ດັງ, ຫ້າມບໍ່ໃຫ້ມີການ
ຊຸມແຊວ ທີ່ຝືນຕໍ່ກົດລະບຽບທີ່ທາງໜ່ວຍງານ ສະເພາະ
ກິດວາງອອກ, ເນື່ອງຈາກໄລຍະນີ້ ແມ່ນໜັກໜ່ວງສົມຄວນ
ທີ່ປະເທດຂອງພວກເຮົາເກີດມີການລະບາດຂຶ້ນ.
ສະນັ້ນ, ຂໍຮຽກຮ້ອງໃຫ້ຈົ່ງພ້ອມກັນຊ່ວຍແພດໝໍພວກເຮົາ
ແລະ ທັງເປັນການຊ່ວຍສັງຄົມນຳອີກ ຢູ່ເຮືອນບໍ່ອອກນອກ
ບ້ານຖ້າບໍ່ຈຳເປັນ.
ການນຳ ກະຊວງ ຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມ ເຂົ້າອວຍພອນ ການນຳ ກະຊວງ
ປ້ອງກັນຄວາມສະຫງົບ
16
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນຕອນບ່າຍຂອງວັນທີ 2 ເມສາ 2021 ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະ
ຊາດ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂັວນ ເຂົ້າອວຍພອນ ການນຳກະຊວງປ້ອງກັນຄວາມ
ສະຫງົບ, ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (5 ເມສາ 1961-05 ເມສາ 2021) ຄົບຮອບ 60 ປີ.
ໃຫ້ກຽດຕ້ອນຮັບໂດຍ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງກົມໃຫຍ່ ຕໍາຫຼວດ ພ້ອມດ້ວຍຄະນະ.
ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີ ຕ່າງໜ້າກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອວຍພອນ
ທ່ານ ພົຈວ ປອ ທອງສະຫວັນ ວົງສະຫວັດ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ ໃນກະຊວງປ້ອງກັນຄວາມສະ
ຫງົບ ຈົ່ງມີສຸຂະພາບເຂັ້ມແຂງເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ.
ສະບັບເດືອນ ເມສາ 2021
ພິທີມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ອຸຕຸນິຍົມ ແລະ
ອຸທົກກະສາດ, ເມືອງໂພນໂຮງ, ແຂວງວຽງຈັນ.
17
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນຕອນເຊົ້າຂອງວັນທີ 7 ເມສາ 2021 ຢູ່ທີ່ຫ້ອງການ
ອຸຕຸນິຍົມ ແລະ ອຸທົກກະສາດ ເມືອງໂພນໂຮງ ແຂວງ
ວຽງຈັນ, ໄດ້ມີພິທີມອບ-ຮັບ ໂຄງການກໍ່ສ້າງ ຫ້ອງການ ອຸ
ຕຸນິຍົມ ແລະ ອຸທົກກະສາດ, ເມືອງໂພນໂຮງ, ແຂວງວຽງ
ຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ປອ ວິລຽມ ບຸນລ້ອມ,
ຮອງຫົວໜ້າກົມ ອຸຕຸນິຍົມ ແລະ ອຸທົກກະສາດ, ທ່ານ ສົມ
ແພງ ໄຊຍະແສງ ຮອງກົມກວດກາ ທ່ານ ປອ ບຸນພະຈັນ
ບຸນທະລາ, ຮອງຫົວໜ້າພະແນກ ຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ, ແລະ ຜູ້ຕາງໜ້າ
ຈາກພະແນກການທີ່ກ່ຽວຂ້ອງຈາກເມືອງ ແລະ ແຂວງ ເຂົ້າ
ຮ່ວມເປັນສັກຂີພະຍານທັງໝົດ 22 ທ່ານ.
ໂຄງການດັ່ງກ່າວ ແມ່ນໄດ້ຮັບທືນຈາກທະນາຄານໂລກ,
ໂດຍແມ່ນ ບໍລິສັດ ໂປຼຄອນ ຈຳກັດ ເປັນຜູ້ຮັບເໝົ່າກໍ່ສ້າງໃນ
ມູນຄ່າ 584.960.971 ກິບ, ເປັນອາຄານຊັ້ນດຽວ ເຊີ່ງມີ
ຂະໜາດ 9 ແມັດ x 13,5 ແມັດ, ມີ 4 ຫ້ອງເຮັດວຽກ, 1
ຫ້ອງຕິດຕັ້ງເຄື່ອງວັດແທກ ແລະ 2 ຫ້ອງນໍ້າ, ການກໍ່ສ້າງ
ມີລະບົບໄຟຟ້າ ນໍ້າປະປາ ແລະ ແອເຢັນຄົບຊຸດ ໂຄງການ
ດັ່ງກ່າວ ແມ່ນເລີ່ມແຕ່ວັນທີ 14 ຕຸລາ 2020 ຮອດປະຈຸບັນ
ສຳເລັດ 100% ແລະ ກໍ່ໄດ້ມອບ-ຮັບ ຢ່າງເປັນທາງການ
ໃນວັນດຽວກັນນີ້.
ຈາກນັ້ນ ທ່ານ ວິນລ່ຽນ ບຸນລ້ອຍ ຮອງຫົວໜ້າກົມ ອຸຕຸນິຍົມ
ແລະ ອຸທົກກະສາດ ກໍໄດ້ມີຄຳເຫັນວ່າການສ້າງອາຄານ
ຫ້ອງການດັ່ງກ່າວນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ໜ່ວຍ
ງານ, ວິຊາການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດພາລະ
ບົດບາດ ແລະ ໜ້າທີ່, ການຮັບໃຊ້ສັງຄົມໃຫ້ວ່ອງໄວ ແລະ
ທັນການ, ຮັບປະກັນຄວາມປອດໄພແກ່ປະຊາຊົນ ບັນດາ
ເຜົ່າທີ່ອາໃສໃນເຂດທີ່ມີຄວາສ່ຽງໄພພິບັດທາງທຳມະຊາດ.
ລະບຽບ ວ່າດ້ວຍ ການແຈ້ງໃຫ້ກັນຊາບ, ການປຶກສາຫາລືກັນ
ລ່ວງໜ້າ ແລະ ການເຮັດຂໍ້ຕົກລົງ (PNPCA) (ເພື່ອຊີ້ນໍາການ
ຮ່ວມມືພາກພື້ນດ້ານການພັດທະນາຊັບພະຍາກອນນໍ້າ)
18
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ການປະຕິບັດຕາມສັນຍາ ວ່າດ້ວຍ ການຮ່ວມມື ເພື່ອ
ພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ ຫຼື (ເອີ້ນວ່າ:
ສັນຍາແມ່ນ້ຳຂອງປີ1995)ແລະລະບຽບການທີ່ກ່ຽວຂ້ອງ.
ທັງເປັນການກໍານົດທິດທາງໃນການນໍາໃຊ້ທ່າແຮງຂອງແມ່
ນໍ້າຂອງ ໃຫ້ມີການພັດທະນາຢ່າງເຕັມສ່ວນ, ບັນດາປະ
ເທດແມ່ນໍ້າຂອງ ໄດ້ເລີ່ມພັດທະນາພື້ນຖານໂຄງລ່າງ ທີ່ປະ
ກອບດ້ວຍຫຼາຍຂະແໜງການ ເຊັ່ນ: ຂົວຂ້າມນ້ຳຂອງ, ໂຄງ
ການຊົນລະປະທານຂະໜາດໃຫຍ່, ຄູປ້ອງກັນນໍ້າຖ້ວມ,
ທ່າເຮືອ, ໂຄງການພັດທະນາເຂື່ອນໄຟຟ້າພະລັງນໍ້າຕາມ
ລໍານໍ້າຂອງ ແລະ ໂຄງການສາຍສົ່ງເປັນຕົ້ນ. ໂຄງການເຫຼົ່າ
ນີ້ຈະປະກອບສ່ວນຍູ້ແຮງການພັດທະນາ ແລະ ນໍາເອົາຜົນ
ປະໂຫຍດດ້ານເສດຖະກິດຢ່າງໃຫຍ່ຫຼວງມາສູ່ປະເທດຕົນ,
ແຕ່ໄປຄຽງຄູ່ກັບການພັດທະນາດ້ານຕ່າງໆທີ່ກ່າວມານັ້ນ
ໄດ້ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ກໍ່ຄື
ຜົນກະທົບຕໍ່ລະບົບນິເວດທາງນ້ຳ ແລະ ຊີວິດການເປັນຢູ່
ຂອງປະຊາຊົນທີ່ເພິ່ງພາອາໃສຊັບພະຍາກອນນ້ຳ ແລະ ຊັບ
ພະຍາກອນທີ່ກ່ຽວຂ້ອງ ໃນອ່າງແມ່ນໍ້າຂອງ.
ເພື່ອຮັກສາຄວາມສົມດຸນ ລະຫວ່າງ ການພັດທະນາ ແລະ
ການປົກປັກຮັກສາສິ່ງແວດລ້ອມໃນອ່າງແມ່ນໍ້າຂອງ, ບັນ
ດາປະເທດພາຄີແມ່ນໍ້າຂອງໄດ້ຮ່ວມກັນສ້າງລະບຽບການ
ວ່າດ້ວຍ ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ເຊິ່ງປະກອບມີ
ລະບຽບການວ່າດ້ວຍ: 1) ການແລກປ່ຽນຂໍ້ມູນຂ່າວສານ
(Procedures for Data and Information Exchange
and Sharing - PDIES); 2) ລະບຽບການ ວ່າດ້ວຍ
ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ (Procedures for Water
Use Monitoring - PWUM); 3) ລະບຽບການ ວ່າ
ດ້ວຍ ການຄຸ້ມຄອງການໄຫຼຂອງນໍ້າຕາມລໍາແມ່ນໍ້າຂອງ
(Procedures for the Maintenance of Flows on the
Mainstream - PMFM); 4) ລະບຽບການ ວ່າດ້ວຍ
ການຄຸ້ມຄອງຄຸນນະພາບນໍ້າ (Procedures for Water
Quality - PWQ) ແລະ 5) ລະບຽບການ ວ່າດ້ວຍ ການ
ແຈ້ງໃຫ້ຊາບ, ການປຶກສາຫາລືກັນລ່ວງໜ້າ ແລະ ການ
ເຮັດຂໍ້ຕົກລົງ (Procedures for Notification, Prior
Consultation and Agreement - PNPCA) ເຊິ່ງ
ລະບຽບການດັ່ງກ່າວ ແມ່ນໄດ້ຖືກຮັບຮອງຈາກປະເທດ
ສະມາຊິກ ເລີ່ມແຕ່ປີ 2003 ເປັນຕົ້ນມາ ແລະ ໄດ້ກາຍເປັນ
ສະບັບເດືອນ ເມສາ 2021
19
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເຄື່ອງມືໃນການຂັບເຄື່ອນກົນໄກການຮ່ວມມື ຢູ່ໃນລະດັບ
ພາກພື້ນ ແລະ ເປັນບ່ອນອີງໃນການພິຈາລະນາໂຄງການ
ພັດທະນາດ້ານຊັບພະຍາກອນນໍ້າ ຕາມທີ່ໄດ້ກໍານົດໄວ້ໃນ
ລະບຽບ ວ່າດ້ວຍ ການແຈ້ງໃຫ້ຊາບ, ການປຶກສາຫາລືກັນ
ລ່ວງໜ້າ ແລະ ການເຮັດຂໍ້ຕົກລົງ - PNPCA. ສະນັ້ນ, ປະ
ເທດສະມາຊິກໃດ ຫາກມີໂຄງການພັດທະນາໂຄງລ່າງພື້ນ
ຖານຢູ່ລຽບຕາມລໍາແມ່ນໍ້າຂອງ ຈະຕ້ອງໄດ້ນຳສະເໜີໂຄງ
ການນັ້ນເຂົ້າສູ່ຂະບວນການ ແລະ ຂັ້ນຕອນ ຕາມລະບຽບ
ການ ທີ່ກ່ຽວຂ້ອງໄດ້ກຳນົດໄວ້ ເພື່ອຮັບປະກັນການນໍາໃຊ້
ນໍ້າໃນອ່າງແມ່ນໍ້າຂອງຢ່າງສົມເຫດ, ສົມຜົນ, ເປັນທໍາ ແລະ
ຍືນຍົງ.
ລະບຽບການ PNPCA ໄດ້ກໍານົດແຈ້ງສາມຂັ້ນຕອນ ເພື່ອ
ອໍານວຍຄວາມສະດວກແກ່ທາງການທູດດ້ານຊັບພະຍາ
ກອນນໍ້າ:
	 ລະບຽບການ PNPCA ແລະ ບົດແນະນໍາທາງວິຊາ
ການທີ່ໄດ້ຮັບຮອງໃນປີ 2005 ໄດ້ກຳນົດໄວ້ມີ 3 ຂັ້ນຕອນ
ເພື່ອການຮ່ວມມືພັດທະນາຊັບພະຍາກອນນໍ້າ, ເງື່ອນໄຂ
ການນໍາໃຊ້ຂະບວນການໃນແຕ່ລະຂັ້ນ, ບົດບາດ ແລະ
ຄວາມຮັບຜິດຊອບຂອງປະເທດທີ່ສະເໜີ, ປະເທດທີ່ຖືກ
ແຈ້ງ ແລະ 3 ຂັ້ນຕອນ ການຈັດຕັ້ງປະຕິບັດ. ພາຍໃຕ້ລະ
ບຽບດັ່ງກ່າວ, ໂຄງການພັດທະນາທາງດ້ານຊັບພະຍາກອນ
ນໍ້າ ຢູ່ໃນອ່າງແມ່ນ້ຳ ຂອງທີ່ອາດສົ່ງຜົນຕໍ່ການປ່ຽນແປງ
ການໄຫຼ ຫຼື ຄຸນນະພາບນໍ້າຂອງແມ່ນໍ້າຂອງ ແມ່ນຄວນດໍາ
ເນີນຂະບວນການ 3 ຂັ້ນຕອນ ດັ່ງນີ້:
1.	 ການແຈ້ງໃຫ້ຊາບ: ໝາຍເຖິງຂ່າວສານ ກ່ຽວກັບ ການ
ສະເໜີນຳໃຊ້ນ້ຳ ຢູ່ໃນລຳນ້ຳສາຂາ ແລະ ສາຍນ້ຳຫຼັກ ຂອງ
ປະເທດສະມາຊິກໜຶ່ງ ທີ່ສົ່ງໃຫ້ປະເທດສະມາຊິກອື່ນ ໃນ
ຂັ້ນຄະນະກຳມະການຮ່ວມ, ໂດຍສອດຄ່ອງກັບຮູບແບບ,
ເນື້ອໃນ ແລະ ວິທີການປະຕິບັດ ຕາມທີ່ໄດ້ກຳນົດໄວ້ຢູ່ໃນ
ລະບຽບການ ວ່າດ້ວຍ ການນຳໃຊ້ນ້ຳ ແລະ ການຜັນນ້ຳ
ອອກຈາກອ່າງໄປສູ່ອ່າງແມ່ນ້ຳອື່ນ ພາຍໃຕ້ມາດຕາ 26
ຂອງສັນຍາ ແມ່ນ້ຳຂອງ ປີ 1995 ເຊິ່ງນຳໃຊ້ສະເພາະກັບ
ໂຄງການທີ່ກ່ຽວຂ້ອງກັບການນຳໃຊ້ນ້ຳ ຢູ່ຕາມລຳແມ່ນ້ຳ
ສາຂາຂອງແມ່ນ້ຳຂອງ ເຊັ່ນ: ເຂື່ອນໄຟຟ້ານຳ້ເທີນ 2 ແລະ
ບັນດາກິດຈະການລຽບຕາມລຳແມ່ນ້ຳຂອງ ເຊັ່ນ: ໂຄງການ
ປ້ອງກັນຕາຝັ່ງເຈື່ອນ, ຂົວຂ້າມນ້ຳຂອງເປັນຕົ້ນ;
2.	 ການປຶກສາຫາລືລ່ວງໜ້າ: ໝາຍເຖິງການແຈ້ງທີ່ທັນ
ກັບເວລາບວກກັບຂໍ້ມູນເພີ່ມເຕີມຂອງໂຄງການໃດໜຶ່ງ ໃຫ້
ປະເທດສະມາຊິກ ໃນຂັ້ນຄະນະກຳມະການຮ່ວມ ຕາມທີ່
ໄດ້ກຳນົດໄວ້ພາຍໃຕ້ມາດຕາ 26 ວ່າດ້ວຍ ການນຳໃຊ້ນ້ຳ
ແລະ ການຜັນນ້ຳອອກ ຈາກອ່າງໃດໜຶ່ງໄປສູ່ອ່າງແມ່ນ້ຳ
ອື່ນ ຂອງສັນຍາແມ່ນ້ຳຂອງ ປີ 1995, ເຊິ່ງເປັນການໃຫ້ໂອ
ກາດແກ່ບັນດາປະເທດສະມາຊິກອື່ນ ໄດ້ປຶກສາຫາລືກັນ
ແລະ ຕີລາຄາຜົນກະທົບຂອງການສະເໜີການນຳໃຊ້ນ້ຳ
ຂອງບັນດາປະເທດສະມາຊິກ, ທັງເປັນພື້ນຖານ ສຳລັບ
ການບັນລຸບາດກ້າວຂອງການເຮັດຂໍ້ຕົກລົງ, ການປຶກສາ
ຫາລືລ່ວງໜ້າ ບໍ່ແມ່ນສິດໃນການຢັບຢັ້ງການນຳໃຊ້ນ້ຳ ຫຼື
ສິດໃນການນຳໃຊ້ນ້ຳ ແຕ່ພຽງຜູ້ດຽວ ຂອງປະເທດສະມາ
ຊິກໃດໜຶ່ງ ໂດຍບໍ່ຄຳນຶງເຖິງສິດຂອງປະເທດສະມາຊິກ
ອື່ນໆ. ຂະບວນການດັ່ງກ່າວ ແມ່ນນຳໃຊ້ສະເພາະກັບໂຄງ
ການພັດທະນາທີ່ກ່ຽວຂ້ອງກັບການນຳໃຊ້ນ້ຳໃນລະດູແລ້ງ
ຢູ່ຕາມລຳແມ່ນ້ຳຂອງ ເຊັ່ນ: ເຂື່ອນໄຟຟ້າພະລັງນໍ້າໄຊຍະບູ
ລີ, ດອນສະໂຮງ, ປາກແບງ, ປາກລາຍ, ຫຼວງພະບາງ ແລະ
ເຂື່ອນໄຟຟ້າພະລັງນໍ້າອື່ນໆ ຕາມລຳແມ່ນ້ຳຂອງ ແລະ ບັນ
ດາກິດຈະການດູດນ້ຳຂະໜາດໃຫຍ່ລຽບຕາມລຳແມ່ນ້ຳ
ຂອງ ເຊັ່ນ: ໂຄງການຜັນນ້ຳຂອງ ຂອງປະເທດສະມາຊິກ
ຄມສ ໃດໜຶ່ງ ເປັນຕົ້ນ. ສໍາລັບ ໄລຍະຂອງຂະບວນການປຶກ
20
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ສາຫາລື ແມ່ນຖືກດຳເນີນການ ພາຍໃນໄລຍະ 6 ເດືອນ ນັບ
ແຕ່ວັນໄດ້ຕອບຮັບເອກະສານແຈ້ງໃຫ້ກັນຊາບຂອງໂຄງ
ການພັດທະນາ ຈາກປະເທດສະມາຊິກ ຄມສ ທີ່ໄດ້ຮັບ
ເອກະສານ ດັ່ງກ່າວ ລໍາດັບທີ່ຕອບຮັບສຸດທ້າຍ;
3.	 ການເຮັດຂໍ້ຕົກລົງ: ໝາຍເຖິງການສະເໜີໃຫ້ມີການເຈ
ລະຈາກັນຢ່າງຮອບດ້ານ ເພື່ອບັນລຸຄວາມເປັນເອກະພາບ
ລະຫວ່າງ ປະເທດສະມາຊິກ ກ່ຽວກັບ ເງື່ອນໄຂຂອງໂຄງ
ການທີ່ນໍາສະເໜີ ກ່ອນການນໍາໃຊ້ນໍ້າ.
ສະຫຼຸບລວມແລ້ວ ຂັ້ນຕອນທີ່ກ່າວມາດ້ານເທິງ ແມ່ນໄດ້
ສ້າງໂອກາດໃຫ້ປະເທດສະມາຊິກ ຄມສ ມີການປຶກສາຫາ
ລື ແລະ ຮ່ວມກັນທົບທວນໂຄງການພັດທະນາຢູ່ໃນປະເທດ
ສະມາຊິກ ບົນພື້ນຖານອໍານາດອະທິປະໄຕ ແລະ ສະແດງ
ເຖິງຄວາມເປັນຫ່ວງຕໍ່ກັບອານາເຂດ ແລະ ປະຊາຊົນຂອງ
ຕົນ ທັງຍັງໄດ້ໃຊ້ສິດອັນຊອບທໍາໃນການສະແດງຈຸດຢືນ
ແລະ ທັດສະນະຂອງຕົນ ເພື່ອພ້ອມກັນຫຼຸດຜ່ອນຜົນກະ
ທົບຈາກການພັດທະນາດັ່ງກ່າວ ແລະ ຊຸກຍູ້ໃຫ້ການພັດທະ
ນາ ແລະ ນໍາໃຊ້ນໍ້າຂອງໃຫ້ມີຄວາມຍືນຍົງ ທັງເປັນຊ່ອງ
ທາງການເຜີຍແຜ່ຄວາມໂປ່ງໃສໃນການພັດທະນາ ໃຫ້ປະ
ເທດສະມາຊິກ ຄມສ ແລະ ສາກົນ ພ້ອມທັງຫຼຸດຜ່ອນຫາງ
ສຽງການຕໍ່ຕ້ານ ການພັດທະນາ ຂອງ ສປປ ລາວ ໂດຍສະ
ເພາະ ແມ່ນການພັດທະນາເຂື່ອນໄຟຟ້າພະລັງນໍ້າ.
ແຕ່ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍອັນສໍາຄັນ ແມ່ນຄວາມ
ບໍ່ເປັນເອກະພາບກັນທາງດ້ານຂໍ້ມູນຕ່າງໆທີ່ນໍາໃຊ້ຂຽນບົດ
ວິພາກເສດຖະກິດທາງດ້ານເນັກນິກ; ເວລາໃນການເລີ່ມ
ຕົ້ນຂະບວນການປືກສາຫາລືລ່ວງໜ້າ; ການຮ່ວມມືຂອງ
ປະເທດສະມາຊິກ ຄມສ ຫຼັງຈາກທີ່ສິ້ນສຸດ ຂະບວນການ
ປືກສາຫາລືກັນລ່ວງໜ້າ (PC) ຂອງໂຄງການ ແລະ ຄວາມ
ເຂົ້າໃຈເປັນເອກະພາບກັນ ຂອງປະເທດສະມາຊິກ ຄມສ
ຕໍ່ກັບກອບໃນການຈັດຕັ້ງປະຕິບັດ ລະບຽບການ ດັ່ງກ່າວ
ຍັງບໍ່ທັນຊັດເຈນເທົາທີ່ຄວນ.
ແຫລ່ງທີ່ມາຂອງຂໍ້ມູນ:
https://www.mrcmekong.org/assets/Publications/MRC-
procedures-LA-for-web.pdf
https://www.mrcmekong.org/assets/Publications/policies/
agreement-Apr95.pdf
ຮຽບຮຽງໂດຍ: ກອງເລຂາ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ.
ສະບັບເດືອນ ເມສາ 2021
ການຕິດຕາມຈຸດສະສົມຄວາມຮ້ອນທົ່ວປະເທດຂອງປີ2020
ໂດຍນຳໃຊ້ເຕັກໂນໂລຊີສືບຢັ່ງທາງໄກ ແລະ ຂໍ້ມູນຂ່າວສານ
ພູມສາດ
21
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
	 ຈຸດສະສົມຄວາມຮ້ອນ (Hotspot) ແມ່ນພື້ນທີ່ໃດໜຶ່ງ, ເຊິ່ງເປັນຈຸດທີ່ດາວທຽມກວດພົບຄ່າຄວາມຮ້ອນ (ຄື້ນລັງສີ
ອິນຟາເຣດ ຫຼື ຣັງສີຄວາມຮ້ອນ) ທີ່ສູງຜິດປົກກະຕິເທິງພື້ນຜີວໂລກ ດ້ວຍອຸນຫະພູມທີ່ສູງກວ່າ 800 ອົງສາ. ຈຸດສະສົມ
ຄວາມຮ້ອນເຫຼົ່ານີ້, ສ່ວນໃຫຍ່ແມ່ນເກີດຂື້ນຈາກຄວາມຮ້ອນຂອງໄຟປ່າທໍາມະຊາດ ຫຼື ມະນຸດສ້າງຂຶ້ນ.
ຄືດັ່ງທີ່ໄດ້ຮັບຮູ້ນໍາກັນແລ້ວວ່າ “ໄຟປ່າ” ເປັນແຫຼ່ງກໍາເນີດຕົ້ນຕໍ ຂອງຈຸດສະສົມຄວາມຮ້ອນ, ຄວັນໄຟ ຫຼື ຝຸ່ນລະອອງທີ່
ລອຍຕົວຂຶ້ນຢູ່ໃນຊັ້ນບັນຍາກາດເປັນເວລາຫຼາຍຊົ່ວໂມງ. ເມື່ອຝຸ່ນລະອອງເຫຼົ່ານັ້ນ ມີການລວມຕົວ ແລະ ສະສົມຫຼາຍຂຶ້ນ
ມັນກໍ່ຈະກາຍເປັນມົນລະພິດທາງອາກາດ ທີ່ມີສານເຄມີເຈືອປົນຢູ່ໃນປະລິມານທີ່ສູງເກີນຈາກລະດັບມາດຕະຖານ ທາງ
ດ້ານຄຸນນະພາບອາກາດ. ມົນລະພິດທາງອາກາດເຫຼົ່ານີ້ ປະກອບດ້ວຍສານເຄມີຫຼາຍຊະນິດເຊັ່ນ: ຝຸ່ນລະອອງຂະໜາດ
ນ້ອຍກວ່າ 2.5 ໄມຄຼອນ (PM 2.5), ຝຸ່ນລະອອງຂະໜາດນ້ອຍກວ່າ 10 ໄມຄຼອນ (PM 10), ອາຍແກັສ SO2
, NO2
, O3
,
CO ແລະ VOC ແມ່ນສານລະເຫີຍທີ່ມີຜົນກະທົບຢ່າງຮ້າຍແຮງຕໍ່ຄຸນນະພາບຊີວິດຂອງຄົນ, ສັດ ແລະ ພືດ ລວມທັງລະ
ບົບນິເວດທາງທໍາມະຊາດ.
ໃນຊຸ່ມປີ 2019 ແລະ 2020 ຜ່ານມານີ້, ນັກວິຊາການພະແນກສືບຢັ່ງທາງໄກ ແລະ ແຜນທີ່, ສຄສຊສ ໄດ້ຕິດຕາມຈຸດ
ສະສົມຄວາມຮ້ອນ (Hotspot) ທີ່ເກີດຈາກໄຟໃໝ້ປ່າຢູ່ບັນດາແຂວງໃນທົ່ວປະເທດ ໂດຍນໍາໃຊ້ເຕັກໂນໂລຊີສືບຢັ່ງທາງ
ໄກ (ພາບຖ່າຍດາວທຽມ) ແລະ ລະບົບຂໍ້ມູນ-ຂ່າວສານດ້ານພູມສາດ. ຈຸດປະສົງຕົ້ນຕໍ ແມ່ນເພື່ອຕິດຕາມຈໍານວນຈຸດ
ສະສົມຄວາມຮ້ອນ ພ້ອມທັງຕິດຕາມແຫຼ່ງມົນລະພິດທາງອາກາດ ທີ່ເກີດຂຶ້ນໃນບັນດາແຂວງ ທົ່ວປະເທດ ເພື່ອລາຍງານ
ແລະ ເຜີຍແຜ່ຜົນການສຶກສາໃຫ້ແກ່ສັງຄົມ ແລະ ສະໜອງຂໍ້ມູນໃຫ້ແກ່ການນໍາ ກະຊວງ ຊັບພະຍາກອນທໍາມະຊາດ
ແລະ ສິ່ງແວດລ້ອມ. ການຕິດຕາມຈຸດສະສົມຄວາມຮ້ອນຄັ້ງນີ້ ນັກວິຊາການໄດ້ໃຊ້ດາວທຽມ 2 ປະເພດຄື: ດາວທຽມ
ທີ່ມີລະບົບ ເຊັນເຊີຣ໌ MODIS (ດາວທຽມ Terra ແລະ Aqua) ແລະ ດາວທຽມທີ່ມີລະບົບ ເຊັນເຊີຣ໌ ເຊີຣ໌ VIIRS
(ດາວທຽມ Suomi-NPP ແລະ NOAA-20) (ຮູບພາບ 1-4)
ຮູບພາບ 1: ດາວທຽມ Terra2
ຮູບພາບ 2: ດາວທຽມ Aqua3
ຮູບພາບ 3: ດາວທຽມ Suomi-NPP4
ຮູບພາບ 4: ດາວທຽມ NOAA-205
22
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
	 ບັນດາແຫຼ່ງຂໍ້ມູນທີ່ນໍາໃຊ້ເຂົ້າໃນການສະແດງຜົນ ປະກອບດ້ວຍ 2
ປະເພດ ຂໍ້ມູນຫຼັກ ຄື: ຂໍ້ມູນຂອບເຂດພື້ນທີ່ ສປປ ລາວ ແບບ Polygon
(Shape file) ແລະ ຂໍ້ມູນຈຸດສະສົມຮ້ອນລາຍວັນຈາກດາວທຽມ Aqua/
Terra, ເຊີ່ງພາບຖ່າຍດາວທຽມດັ່ງກ່າວ ຈະມີຄວາມລະອຽດຈຸດພາບຖ່າຍ
ດາວທຽມ (Pixel Size) ຢູ່ທີ່ 1 x 1 ກິໂລແມັດ ຫຼື (1000 ແມັດ x 1000
ແມັດ)ເຊີ່ງມີຂະໜາດເທົ່າກັບເນື້ອທີ່ຕົວຈິງເທິງໜ້າໂລກຢູ່ທີ່1ກິໂລຕາແມັດ
(Cell Grid).
	 ຈາກຜົນຂອງການຕິດຕາມຈຸດສະສົມຄວາມຮ້ອນ ລະຫວ່າງ ເດືອນ
ມັງກອນ ຫາ ເດືອນມິຖຸນາ ປີ 2020 ຜ່ານມາພົບວ່າ: ຈໍານວນຈຸດສະສົມ
ຄວາມຮ້ອນທົ່ວປະເທດມີທັງໝົດ 46.408 ຈຸດ. ໃນນັ້ນ, ເດືອນມີນາ ແລະ
ເດືອນ ເມສາ ແມ່ນຫຼາຍກວ່າໝູ່ (ເດືອນມີນາ ມີ 24.774 ຈຸດ ກວມ 53,40%
ແລະເດືອນ ເມສາ ມີ 13.096 ຈຸດ ກວມ 28,23%). ສໍາລັບ ພື້ນທີ່ເກີດຈຸດ
ສະສົມຄວາມຮ້ອນຫຼາຍກວ່າໝູ່ ແມ່ນຢູ່ເຂດພາກເໜືອ ໂດຍສະເພາະ 4
ແຂວງຄື: ຫຼວງພະບາງ ມີ 6.379 ຈຸດ ກວມ 13,75%, ອຸດົມໄຊ ມີ 4.053 ຈຸດ
ກວມ 8,74%, ໄຊຍະບຸລີ ມີ 4.051 ຈຸດ ກວມ 8,73% ແລະ ຫົວພັນ ມີ
3.600 ຈຸດ ກວມ 7,76%. ຖັດມາ ແມ່ນເຂດພາກກາງ ມີ 11.300 ຈຸດ
ກວມ 24,35% ແລະ ລະດັບສຸດທ້າຍ ແມ່ນເຂດພາກໃຕ້ ມີ 6.104 ຈຸດ
ກວມ13,15% (ເບິ່ງຕາຕະລາງ 1 ແລະ ຮູບພາບ 5, 6).
ຕາຕະລາງ 1: ສັງລວມຈຸດສະສົມຄວາມຮ້ອນ ທົ່ວປະເທດ ປີ 2020
ລະ
ຫັດ
ຊື່ແຂວງ
ຈຸດສະສົມຄວາມຮ້ອນ ທົ່ວປະເທດ ປີ 2020 ຈໍານວນ
ລວມ
ເປີເຊັນ
(%)
ເດືອນ 1 ເດືອນ 2 ເດືອນ 3 ເດືອນ 4 ເດືອນ 5 ເດືອນ 6
01 ນຄ. ວຽງຈັນ 54 86 220 113 8 - 481 1,04
02 ຜົ້ງສາລີ 38 82 1.154 1.039 153 2 2.468 5,32
03 ຫຼວງນໍ້າທາ 30 80 1.354 1.472 34 - 2.970 6,40
04 ອຸດົມໄຊ 13 71 2.270 1.559 140 - 4.053 8,74
05 ບໍ່ແກ້ວ 7 24 1.079 1.393 74 - 2.577 5,56
06 ຫຼວງຫຼວງພະບາງ 77 252 3.863 1.897 290 - 6.379 13,75
07 ໄຊຍະບູລີ 91 502 2.615 812 29 2 4.051 8,73
08 ຫົວພັນ 63 322 1.723 1.208 281 3 3.600 7,76
09 ຊຽງຂວາງ 95 488 1.844 448 31 - 2.906 6,26
10 ວຽງຈັນ 93 279 1.419 1.113 91 - 2.995 6,46
11 ບໍລິຄຳໄຊ 98 557 754 722 47 3 2.181 4,70
12 ຄຳມ່ວນ 84 372 1.098 134 10 - 1.698 3,66
13 ສະຫວັນນະເຂດ 76 515 1.882 257 11 3 2.744 5,92
14 ສາລະວັນ 60 412 829 123 2 - 1.426 3,07
15 ຈຳປາສັກ 315 795 571 124 15 1 1.821 3,93
16 ເຊກອງ 26 178 634 123 2 - 963 2,08
17 ອັດຕະປື 127 550 951 219 21 26 1.894 4,08
18 ໄຊສົມບູນ 49 281 514 340 14 3 1.201 2,59
ລວມທັງໝົດ 1.396 5.846 24.774 13.096 1.253 43 46.408 100,00
ສູງສຸດ 315 795 3.863 1.897 290 26 6.379 13,75
ຕໍ່າສຸດ 7 24 220 113 2 1 481 1,04
ສະບັບເດືອນ ເມສາ 2021
23
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ບາງຄໍາແນະນໍາ ກ່ຽວກັບ ຈຸດສະສົມຄວາມຮ້ອນໃນ
ແຕ່ລະພາກ ໂດຍອີງໃສ່ຜົນຂອງການຕິດຕາມມີ
ດັ່ງນີ້:
1.	 ເຂດພາກເໜືອປະກອບ ມີ 8 ແຂວງຄື: ຜົ້ງສາລີ,
ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະ
ບູລີ, ຫົວພັນ ແລະ ຊຽງຂວາງ ແຕ່ລະແຂວງ ແມ່ນມີ
ຈໍານວນຈຸດສະສົມຄວາມຮ້ອນຫຼາຍກ່ວາ2.000ຈຸດ
ຂຶ້ນໄປ. ຖືວ່າເປັນພື້ນທີ່ ທີ່ມີຄວາມສ່ຽງສູງຕໍ່ການ
ເກີດມົນລະພິດທາງອາກາດ ແລະ ສະພາບການ
ປ່ຽນແປງດິນຟ້າອາກາດ. ບັນດາແຂວງເຫຼົ່ານີ້ ຄວນ
ຈະຕ້ອງໄດ້ເອົາໃຈໃສ່ໃນການຫຼຸດຜ່ອນການຖາງ
ປ່າເຮັດໄຮ່ ແລະ ຈູດປ່າຊະຊາຍ ເພື່ອຫຼຸດຜ່ອນຈຸດ
ສະສົມຄວາມຮ້ອນ, ຄວັນໄຟ ຫຼື ຝຸ່ນລະອອງ ທີ່ຈະ
ກາຍເປັນແຫຼ່ງມູນລະພິດທາງອາກາດ;
2.	 ເຂດພາກກາງປະກອບມີ 6 ແຂວງຄື: ນະຄອນ
ຫຼວງວຽງຈັນ, ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາ
ມ່ວນ ແລະ ສະຫວັນນະເຂດ ໃນນັ້ນ ມີ 3 ແຂວງຄື:
ວຽງຈັນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ມີຈໍາ
ນວນຈຸດສະສົມຄວາມຮ້ອນຫຼາຍກ່ວາ2.000ຈຸດ.ຖື
ວ່າ ເປັນແຂວງທີ່ຍັງມີຄວາມສ່ຽງຕໍ່ການເກີດມົນລະພິດ
ທາງອາກາດ ແລະ ສະພາບການປ່ຽນແປງດິນຟ້າອາກາດ
ເຊິ່ງຈະຕ້ອງໄດ້ເອົາໃຈໃສ່ ຄືກັບ ບັນດາແຂວງ ເຂດພາກ
ເໜືອ;
3.	ເຂດພາກໃຕ້ປະກອບມີ 4 ແຂວງຄື: ສາລະວັນ, ຈຳປາ
ສັກ, ເຊກອງ ແລະ ອັດຕະປື ແຕ່ລະແຂວງມີ ຈໍານວນຈຸດ
ສະສົມຄວາມຮ້ອນຕໍ່າກ່ວາ 2.000 ຈຸດ. ຖືວ່າເປັນພື້ນທີ່ທີ່
ມີຄວາມສ່ຽງປານກາງຕໍ່ການເກີດມົນລະພິດທາງອາກາດ
ແລະ ສະພາບການປ່ຽນແປງດິນຟ້າອາກາດ ທີ່ເກີດຈາກ
ຈຸດສະສົມຄວາມຮ້ອນ ຫຼື ໄຟໄໝ້ປ່າ.
ຮູບພາບ 5: ແຜນທີ່ຈຸດສະສົມຄວາມຮ້ອນ ທົ່ວປະເທດ ປີ 2020
24
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຈຸດສະສົມຄວາມຮ້ອນ ຢູ່ ສປປ ລາວ ຖ້າສົມທຽບໃສ່ຕົວເລກຂອງອາຊຽນ ຫຼື ປະເທດອ້ອມຂ້າງ ແມ່ນຂ້ອນຂ້າງຢູ່ໃນ
ລະດັບສູງ. ເຖີງຢ່າງໃດກໍ່ຕາມ, ບັນດາຕົວເລກເຫຼົ່ານີ້ ແມ່ນໄດ້ມາຈາກພາບຖ່າຍດາວທຽມ, ນັກວິຊາການຍັງບໍ່ສາມາດ
ຢັ້ງຢືນຄວາມຖືກຕ້ອງ ແລະ ຮັບຮອງໄດ້. ເນື່ອງຈາກວ່າ ຍັງບໍ່ທັນໄດ້ດໍາເນີນການກວດສອບຄວາມຖືກຕ້ອງ ລະຫວ່າງ
ຂໍ້ມູນຈາກພາບຖ່າຍດາວທຽມ ແລະ ຂໍ້ມູນພາກສະໜາມຕົວຈິງ. ເພື່ອພັດທະນາ ແລະ ປັບປຸງຂໍ້ມູນຈຸດສະສົມຄວາມຮ້ອນ
ໃຫ້ມີຄຸນນະພາບ ສາມາດຢັ້ງຢືນຄວາມຖືກຕ້ອງ ແລະ ຮັບຮອງໄດ້ນັ້ນ ແມ່ນມີຄວາມຈໍາເປັນຕ້ອງໄດ້ລົງພາກສະໜາມສໍາ
ຫຼວດເບິ່ງຈຸດເກີດໄຟໄໝ້ປ່າ ທີ່ຈະເກີດມູນລະພິດທາງອາກາດ. ທິດທາງແຜນການຕໍ່ໜ້າ ຂອງພະແນກສືບຢັ່ງທາງໄກ
ແລະ ແຜນທີ່, ສຄສຊສ ມີດັ່ງນີ້:
1.	 ລົງສໍາຫຼວດ, ເກັບກໍາຂໍ້ມູນ ແລະ ສ້າງແຜນທີ່ສະແດງ ແຫຼ່ງທີ່ມາຂອງມົນລະພິດ ແລະ ຈຸດສະສົມຄວາມຮ້ອນຢູ່ 4
ແຂວງພາກເໜືອຄື: ຫຼວງພະບາງ, ອຸດົມໄຊ, ໄຊຍະບຸລີ ແລະ ຫົວພັນ ເພື່ອເປັນກໍລະນີສຶກສາ;
2.	 ປະເມີນແຫຼ່ງທີ່ມາຂອງມົນລະພິດທາງອາກາດ ແລະ ສົມທຽບ ຈຸດສະສົມຄວາມຮ້ອນ ລະຫວ່າງປີ 2020 ແລະ 2021
ຈາກຂໍ້ມູນດາວທຽມທີ່ມີລະບົບເຊັນເຊີຣ໌ MODIS (ດາວທຽມ Terra ແລະ Aqua):
3.	 ສຶບຕໍ່ຕິດຕາມກວດກາຄຸນນະພາບທາງອາກາດ ແລະ ຈຸດສະສົມຄວາມຮ້ອນ ເພື່ອສ້າງຖານຂໍ້ມູນສະຖິຕິ ປະຈໍາປີ
2021 ໃຫ້ມີຄຸນນະພາບ ສາມາດເຜີຍແຜ່ອອກສູ່ສັງຄົມ ແລະ ສະໜອງຂໍ້ມູນໃຫ້ແກ່ການນໍາ ກຊສ ແລະ ຂະແໜງການ
ທີ່ກ່ຽວຂ້ອງ.
ໂດຍ: ພະແນກສືບຢັ່ງທາງໄກ ແລະ ແຜນທີ່, (ສຄສຊສ)
1
https://firms.modaps.eosdis.nasa.gov/map/#d:2021-01-10..2021-01-11;@0.0,0.0,3z
2
https://terra.nasa.gov/about/terra-instruments/modis
3
https://aqua.nasa.gov/modis
4
https://www. nasa.gov/mission pages/NPP/main/index.html
5
https://ncc.nesdis.noaa.gov/NOAA-20/NOAA20VIIRS.php
6
ແຫຼ່ງຂໍ້ມູນ: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ, 2020
ຮູບພາບ 7: ຕົວຢ່າງ ຈຸດສະສົມຄວາມຮ້ອນທີ່ເກີດຈາກໄຟໃໝ້ປ່າ ເຂດພື້ນທີ່ປ່າສະຫງວນນ້ຳການ6
ສະບັບເດືອນ ເມສາ 2021
25
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
26
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ສະບັບເດືອນ ເມສາ 2021
27
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
28
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ສະບັບເດືອນ ເມສາ 2021
29
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
30
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ສະບັບເດືອນ ເມສາ 2021
ການຄອບຄອງທີ່ດິນຂອງບຸກຄົນອື່ນ ເກີນກວ່າ 20 ປີ
ດ້ວຍຄວາມບໍລິສຸດໃຈ ເຈົ້າຂອງເດີມສາມາດທວງເອົາຄືນ
ຈາກຜູ້ຄອບຄອງນັ້ນໄດ້ ຫຼື ບໍ ? ການເສຍສັນຊາດລາວ
ເປັນສາເຫດພາໃຫ້ສິ້ນສຸດສິດນຳໃຊ້ທີ່ດິນ ຫຼື ບໍ ?
31
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
	 ການຄອບຄອງ ແລະ ນໍາໃຊ້ທີ່ດິນຂອງບຸກຄົນອື່ນ ດ້ວຍຄວາມບໍລິສຸດໃຈ, ຢ່າງເປີດເຜີຍ, ຕໍ່ເນື່ອງ ແລະ ສະຫງົບ
ຄືກັນກັບຕົນເອງເປັນເຈົ້າຂອງ ເປັນເວລາ 20 ປີ ຖືວ່າໄດ້ສິດນໍາໃຊ້ທີ່ດິນຕາມອາຍຸຄວາມໄດ້ສິດ ແລະ ເປັນສາເຫດໜຶ່ງ
ຂອງການການສິ້ນສຸດສິດນໍາໃຊ້ທີ່ດິນ ໃນກໍລະນີດັ່ງກ່າວເຖິງແມ່ນວ່າ ເຈົ້າຂອງສິດນໍາໃຊ້ທີ່ດິນເດີມຈະມີເອກະສານມາຢັ້ງ
ຢືນ ກ່ຽວກັບ ທີ່ດິນຕອນດັ່ງກ່າວກໍຕາມ ແມ່ນຈະໝົດສິດທວງເອົາທີ່ດິນຕອນນັ້ນຄືນ ແລະ ຜູ້ທີ່ຄອບຄອງທີ່ດິນນັ້ນເປັນ
ເຈົ້າຄອງສິດນໍາໃຊ້ທີ່ດິນຕອນດັ່ງກ່າວ ຖືກຕ້ອງຕາມກົດໝາຍ.
	 ການຄອບຄອງດ້ວຍຄວາມບໍລິສຸດໃຈ ແມ່ນການຄອບຄອງ ໂດຍບໍ່ຮູ້ວ່າຊັບສິ່ງຂອງທີ່ຕົນຄອບຄອງຢູ່ນັ້ນ ຍັງເປັນ
ກໍາມະສິດຂອງບຸກຄົນອື່ນ ຊຶ່ງສັນນິຖານໄດ້ຈາກການນໍາໃຊ້ຊັບສິ່ງຂອງສະຫງົບ, ຢ່າງເປີດເຜີຍ ແລະ ຕໍ່ເນື່ອງ. ສ່ວນການ
ຄອບຄອງດ້ວຍຄວາມບໍ່ບໍລິສຸດໃຈ ແມ່ນການຄອບຄອງ ໂດຍຮູ້ ຫຼື ຄວນຮູ້ວ່າ ຊັບສິ່ງຂອງທີ່ຕົນຄອບຄອງຢູ່ນັ້ນ ຍັງເປັນກໍາ
ມະສິດຂອງບຸກຄົນອື່ນ ຊຶ່ງສັນນິຖານໄດ້ຈາກການນໍາໃຊ້ບໍ່ສະຫງົບ, ຢ່າງປິດລັບ ແລະ ບໍ່ຕໍ່ເນື່ອງ.
	 ການເສຍສັນຊາດລາວ ເປັນສາເຫດພາໃຫ້ສິ້ນສຸດສິດນຳໃຊ້ທີ່ດິນ ຊຶ່ງຕາມກົດໝາຍແລ້ວ ພົນລະເມືອງລາວ ທີ່
ເສຍສັນຊາດລາວ ເປັນສາເຫດໜຶ່ງທີ່ພາໃຫ້ສິ້ນສຸດສິດນໍາໃຊ້ທີ່ດິນ ຕາມກົດໝາຍ. ຊຶ່ງຜູ້ທີ່ຈະໄດ້ຮັບສິດນໍາໃຊ້ທີ່ດິນ ແມ່ນ
ມີແຕ່ພົນລະເມືອງລາວເທົ່ານັ້ນ ໃນນີ້ມີບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ເປັນພົນລະເມືອງລາວ (ນິຕິບຸກຄົນ ຫຼື ການຈັດ
ຕັ້ງພາຍໃນ). ພົນລະເມືອງລາວ ຜູ້ທີ່ມີສິດນໍາໃຊ້ທີ່ດິນ ແມ່ນຜູ້ທີ່ມີໃບຕາດິນຖືກຕ້ອງຕາມກົດໝາຍ ຊຶ່ງປະກອບມີ 5 ສິດ
ຄື: 1) ສິດປົກປັກຮັກສາທີ່ດິນ, 2) ສິດຊົມໃຊ້ທີ່ດິນ, 3) ສິດໄດ້ຮັບໝາກຜົນຈາກທີ່ດິນ, 4) ສິດໂອນສິດນໍາໃຊ້ທີ່ດິນ
ແລະ 5) ສິດສືບທອດສິດນຳໃຊ້ທີ່ດິນ.
	 ພົນລະເມືອງລາວ ໝາຍເຖິງ ຜູ້ທີ່ຖືສັນຊາດລາວ ຊຶ່ງສັນຊາດລາວໄດ້ມາຈາກການເກີດ, ການຮັບເຂົ້າສັນຊາດ
ລາວ, ການໄດ້ສັນຊາດລາວຄືນ, ສັນຊາດຂອງເດັກ ຊຶ່ງພໍ່ ແລະ ແມ່ ເປັນພົນລະເມືອງ, ສັນຊາດຂອງເດັກ ຊຶ່ງພໍ່ ຫຼື ແມ່
ເປັນພົນລະເມືອງ, ສັນຊາດຂອງເດັກ ຊຶ່ງພໍ່ ແລະ ແມ່ ເປັນຄົນບໍ່ມີສັນຊາດ, ສັນຊາດຂອງເດັກ ທີ່ບໍ່ຮູ້ວ່າຜູ້ໃດເປັນ ພໍ່ ແລະ
ແມ່ ແລະ ການຮັບຜູ້ທີ່ມີເຊື້ອຊາດລາວເຂົ້າສັນຊາດລາວ.
32
ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ສາມາດອ່ານເພິ່ມເຕີມໄດ້
ມາດຕາ 51 ອາຍຸຄວາມໄດ້ສິດ (ປະມວນກົດໝາຍແພ່ງ)
ມາດຕາ 147 ການສິ້ນສຸດສິດນໍາໃຊ້ທີ່ດິນ ຂໍ້ 11 (ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019)
ມາດຕາ 237 ການຄອບຄອງດ້ວຍຄວາມບໍລິສຸດໃຈ ແລະ ບໍ່ບໍລິສຸດໃຈ (ປະມວນກົດໝາຍແພ່ງ)
ມາດຕາ 147 ການສິ້ນສຸດສິດນໍາໃຊ້ທີ່ດິນ ຂໍ້ 5 (ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019)
ມາດຕາ 3, 133, 134, 135, 136, 137 ແລະ 138 (ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019)
ມາດຕາ 2 ວັກ 2, ມາດຕາ 13, 14, 15, 16, 17, 18 ແລະ 19 (ກົດໝາຍວ່າດ້ວຍສັນຊາດລາວ ສະບັບປັບປຸງປີ 2017)
ສະບັບເດືອນ ເມສາ 2021
33
ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ກົດໝາຍ ວ່າດ້ວຍ ທີ່ດິນ ສະບັບປັບປຸງ 2019 (ຕໍ່ຈາກສະບັບກ່ອນ)
ພາກທີ VI
ການບໍລິຫານທີ່ດິນ
ມາດຕາ 89 (ໃໝ່) ການບໍລິຫານທີ່ດິນ
	 ການບໍລິຫານທີ່ດິນ ມີດັ່ງນີ້:
1.	 ລະບົບຂໍ້ມູນ ຂ່າວສານທີ່ດິນ;
2.	 ລະບົບທະບຽນທີ່ດິນ;
3.	 ການຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ;
4.	 ການປະເມີນລາຄາທີ່ດິນ;
5.	 ທຸລະກໍາກ່ຽວກັບທີ່ດິນ;
6.	 ການເກັບລາຍຮັບຈາກທີ່ດິນ.
ໝວດທີ 1
ລະບົບຂໍ້ມູນຂ່າວສານທີ່ດິນ
ມາດຕາ 90 (ໃໝ່) ລະບົບຂໍ້ມູນ ຂ່າວສານທີ່ດິນ
	 ລະບົບຂໍ້ມູນ ຂ່າວສານທີ່ດິນ ແມ່ນເຄື່ອງມືພື້ນຖານອັນຈຳເປັນທີ່ນຳໃຊ້ເຕັກໂນໂລຊີທັນສະໄໝຮັບໃຊ້ໃຫ້ແກ່ການ
ຄຸ້ມຄອງ ແລະ ບໍລິຫານທີ່ດິນ ເພື່ອຮັບປະກັນຄຸນນະພາບ, ຄວາມສະດວກ, ທັນການ, ວ່ອງໄວ ແລະ ຊັດເຈນ ໃນການນໍາ
ໃຊ້ຂໍ້ມູນຂ່າວສານເຂົ້າໃນວຽກງານທີ່ດິນ ໃຫ້ມີປະສິດທິຜົນ.
	 ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮັບຜິດຊອບສ້າງ, ປັບປຸງ, ຄຸ້ມຄອງ ແລະ ນຳໃຊ້ລະບົບ
ຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ແກ່ການເກັບລາຍຮັບຈາກທີ່ດິນ ຂອງຂະແໜງການການເງິນ ແລະ
ໃຫ້ເຊື່ອມຕໍ່ກັບລະບົບຂໍ້ມູນສະຖິຕິແຫ່ງຊາດ ໂດຍປະສານສົມທົບກັບກະຊວງ, ອົງການອື່ນ ແລະ ອົງການປົກຄອງທ້ອງ
ຖິ່ນ ທີ່ກ່ຽວຂ້ອງ.
	 ຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນຮັບຜິດຊອບສ້າງຖານຂໍ້ມູນຂ່າວສານ
ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເປັນບ່ອນອີງໃຫ້ແກ່ການເກັບລາຍຮັບຈາກທີ່ດິນຂອງຂະແໜງການ ການ
ເງິນ ແລະ ໃຫ້ເຊື່ອມຕໍ່ກັບລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ແລະ ມີການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ
ຂັ້ນທ້ອງຖິ່ນ.
	 ຂະແໜງການ ຄຸ້ມຄອງການນໍາໃຊ້ທີ່ດິນຕາມຂະແໜງການ ຮັບຜິດຊອບສ້າງ, ປັບປຸງ, ຄຸ້ມຄອງ ແລະ ນຳໃຊ້ຖານ
ຂໍ້ມູນຂ່າວສານ ກ່ຽວກັບ ການນຳໃຊ້ທີ່ດິນຂອງຕົນ ໂດຍເຊື່ອມຕໍ່ກັບລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ດ້ວຍການປະ
ສານສົມທົບກັບຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການອື່ນ ແລະ ອົງການປົກຄອງ
ທ້ອງຖິ່ນທີ່ກ່ຽວຂ້ອງ ລວມທັງສະໜອງຂໍ້ມູນ ກ່ຽວກັບ ການນຳໃຊ້ທີ່ດິນໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການຊັບ
ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ມາດຕາ 91 (ໃໝ່) ການເຂົ້າເຖິງ ແລະ ການນຳໃຊ້ຂໍ້ມູນ ຂ່າວສານ ກ່ຽວກັບ ທີ່ດິນ
	 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນຂ່າວສານ ກ່ຽວກັບ ທີ່ດິນໃນລະບົບຂໍ້ມູນ
ຂ່າວສານທີ່ດິນແຫ່ງຊາດ ໂດຍໃຫ້ເສຍຄ່າທຳນຽມ ແລະ ຄ່າບໍລິການຕາມລະບຽບການ.
Magazines 04 2021 final
Magazines 04 2021 final
Magazines 04 2021 final
Magazines 04 2021 final
Magazines 04 2021 final
Magazines 04 2021 final

More Related Content

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Newsleter deqp xii
Newsleter deqp xiiNewsleter deqp xii
Newsleter doe I
Newsleter doe INewsleter doe I
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
 
Newsleter deqp iv
Newsleter deqp ivNewsleter deqp iv
Newsleter deqp v
Newsleter deqp vNewsleter deqp v
Newsleter deqp vi
Newsleter deqp viNewsleter deqp vi
Newsleter vii deqp for print size 265x210l
Newsleter vii deqp for print size 265x210lNewsleter vii deqp for print size 265x210l
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp ix
Newsleter deqp ixNewsleter deqp ix
Newsleter Deep II
Newsleter Deep IINewsleter Deep II
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
 

More from ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (17)

Newsleter deqp xii
Newsleter deqp xiiNewsleter deqp xii
Newsleter deqp xii
 
Newsleter doe I
Newsleter doe INewsleter doe I
Newsleter doe I
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Newsleter deqp iv
Newsleter deqp ivNewsleter deqp iv
Newsleter deqp iv
 
Newsleter deqp v
Newsleter deqp vNewsleter deqp v
Newsleter deqp v
 
Newsleter deqp vi
Newsleter deqp viNewsleter deqp vi
Newsleter deqp vi
 
Newsleter vii deqp for print size 265x210l
Newsleter vii deqp for print size 265x210lNewsleter vii deqp for print size 265x210l
Newsleter vii deqp for print size 265x210l
 
Newsleter deqp viii
Newsleter deqp viiiNewsleter deqp viii
Newsleter deqp viii
 
Newsleter deqp ix
Newsleter deqp ixNewsleter deqp ix
Newsleter deqp ix
 
Move
MoveMove
Move
 
Newsleter iii deqp for print size 265x210l
Newsleter iii deqp for print size 265x210lNewsleter iii deqp for print size 265x210l
Newsleter iii deqp for print size 265x210l
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
Newsleter deqp
Newsleter deqpNewsleter deqp
Newsleter deqp
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 

Magazines 04 2021 final

  • 3. 1. ພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃຫມ່...................................................... 04 2. ຄະນະພັກຄະນະນໍາ ກຊສ ເຂົ້າວາງພວງມາລາ ຕໍ່ການຈາກໄປ ໂດຍບໍ່ມີວັນຫວນຄືນ ຂອງຄອບຄົວ ໄຊຍະສອນ...................................................................................... 08 3. ຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ XI ຂອງພັກ......................................... 09 4. ກອງປະຊຸມ ການສ້າງແຜນແມ່ບົດ ກ່ຽວກັບ ລະບົບພະຍາກອນນ້ຳຖ້ວມ ແລະ ແຈ້ງເຕືອນ ໄພລ່ວງໜ້າແຫ່ງຊາດລາວ...................................................................................... 12 5. ຂະບວນການສັກວັກຊິນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ -19 (COVID-19)...................................................................................................... 14 6. ການນຳ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າອວຍພອນການນຳ ກະຊວງ ປ້ອງກັນຄວາມສະຫງົບ...............................................................................16 7. ພິທີມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ອຸຕຸນິຍົມ ແລະ ອຸທົກກະສາດ, ເມືອງໂພນໂຮງ, ແຂວງວຽງຈັນ..................................................................................................... 17 8. ລະບຽບ ວ່າດ້ວຍ ການແຈ້ງໃຫ້ກັນຊາບ, ການປຶກສາຫາລືກັນລ່ວງໜ້າ ແລະ ການເຮັດ ຂໍ້ຕົກລົງ (PNPCA) (ເພື່ອຊີ້ນໍາການຮ່ວມມືພາກພື້ນດ້ານການພັດທະນາຊັບພະຍາ ກອນນໍ້າ)............................................................................................................. 18 9. ການຕິດຕາມຈຸດສະສົມຄວາມຮ້ອນທົ່ວປະເທດ ຂອງປີ 2020 ໂດຍນຳໃຊ້ເຕັກໂນໂລຊິ ສືບຢັ່ງທາງໄກ ແລະ ຂໍ້ມູນຂ່າວສານພູມສາດ............................................................... 21 10. ບົດລາຍງານ ສະພາບອາກາດ ແລະ ລະດັບນ້ຳ ໃນໄລຍະວັນທີ 26 ເມສາ ຫາ 02 ພຶດສະ ພາ 2021 ແລະ ຄາດຄະເນສະພາບອາກາດ ແຕ່ວັນ 03 ຫາ 09 ພຶດສະພາ 2021.............. 25 11. ສະຫຼຸບການຈັດຕັ້ງປະຕິບັດການຂື້ນທະບຽນ ແລະ ອອກໃບຕາດິນ ໃນຂອບເຂດ ທົ່ວປະ ເທດ (ນັບແຕ່ປີ 1995-2021).................................................................................. 28 12. ຖາມ-ຕອບ ບັນຫາທີ່ດິນ..................................................................................... 31 13. ກົດໝາຍ ວ່າດ້ວຍ ທີ່ດິນ ສະບັບ ປັບປຸງ 2019........................................................ 33
  • 4. ພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃຫມ່ 4 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຕອນບ່າຍ ຂອງ ວັນທີ 2 ເມສາ 2021 ຢູ່ທີ່ຫ້ອງ ປະຊຸມໃຫຍ່ ກະຊວງ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະ ພັກ ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລະຫວ່າງ ສະຫາຍ ສົມມາດ ພົລເສນາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຜູ້ເກົ່າ) ແລະ ສະຫາຍ ນາງ ບຸນຄໍາ ວໍລະຈິດ, ກໍາມະການ ສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຜູ້ໃໝ່) ໂດຍການ ໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ສອນໄຊ ສີພັນດອນ, ກໍາ ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດ ດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ໂອ້ ລົມ ບາງຕອນວ່າ: ຄືບັນດາທ່ານໄດ້ຮັບຮູ້ແລ້ວວ່າ ການຊັບ ຊ້ອນປ່ຽນແທນ ພະນັກງານການນໍາຂັ້ນສູງຂອງພັກ-ລັດ ແມ່ນປະຕິບັດຕາມຫຼັກການ ແລະ ລະບຽບການຊັບຊ້ອນ ປ່ຽນແທນການນໍາແບບປົກກະຕິຢູ່ຂັ້ນສູນກາງ ແລະ ທ້ອງ ຖີ່ນ.ພ້ອມນີ້,ທ່ານໄດ້ໃຫ້ທິດຊີ້ນໍາທ່ານລັດຖະມົນຕີຜູ້ໃຫມ່ ກໍ່ຄືສາມະຊິກພັກ-ພະນັກງານ ລັດຖະກອນຫຼັກແຫຼ່ງທົ່ວ ກະ ຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມດັ່ງນີ້: 1. ເພີ່ມທະວີເອົາໃຈໃສ່ວຽກງານການເມືອງແນວຄິດ ໃຫ້ ແຂງແຮງ, ຄະນະພັກທຸກຂັ້ນ ຖືເປັນຄວາມຮັບຜິດຊອບ ຂອງຕົນ ໃນການສຶກສາອົບຮົມພະນັກງານ ສະມາຊິກພັກ, ລັດຖະກອນ ຢ່າງເປັນປະຈຳເລິກເຊິ່ງ, ແນໃສ່ສ້າງໃຫ້ເຂົາ ເຈົ້າມີທັດສະນະຫຼັກໝັ້ນການເມືອງອັນໜັກແໜ້ນ, ມີຄວາມ
  • 5. ສະບັບເດືອນ ເມສາ 2021 5 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈົງຮັກພັກດີ, ມີຄຸນສົມບັດສິນທຳປະຕິວັດອັນສູງສົ່ງ, ມີສະ ຕິຕື່ນຕົວ ເຮັດສຳເລັດໜ້າທີ່ວຽກງານ ດ້ວຍຄວາມໂປ່ງໃສ ເພີ້ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ການຈັດຕັ້ງທຸກຂັ້ນ, ເປັນເອກະພາບສູງຕໍ່ແນວທາງນະໂຍ ບາຍ, ມະຕິຄຳສັ່ງຕ່າງໆຂອງພັກ, ລະບຽບກົດໝາຍຂອງ ລັດ, ເສີມຂະຫຍາຍນ້ຳໃຈຮັກຊາດ, ເຊີດຊູສະຕິເອກະລາດ ເປັນເຈົ້າຕົນເອງ ສ້າງບາດກ້າວບຸກທະລຸອັນໜັກແໜ້ນ ທາງ ດ້ານຈິນຕະນາການ; 2. ໃຫ້ຮີບຮ້ອນກຳນົດທິດທາງ ແຜນການການນຳພາ ຂອງ ອົງຄະນະພັກຕົນ ສົມທົບແຫນ້ນກັບເນື້ອໃນມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດ 5 ປີ ຄັ້ງທີ IX, ໂດຍຫັນເປັນແຜນລະ ອຽດຂອງຂະແໜງການແລ້ວນຳໄປຈັດຕັ້ງເຊື່ອມຊຶມ ແລະ ຄົ້ນຄວ້າຜັນຂະຫຍາຍ ໃຫ້ແກ່ສະມາຊິກພັກ, ພະນັກງານ, ລັດຖະກອນ ໃນທົ່ວຂະແໜງການຂອງຕົນໄດ້ຮັບຮູ້, ເຊື່ອມ ຊຶມໃຫ້ເລິກເຊິ່ງ, ທົ່ວເຖິງ; ຊີ້ນຳການຈັດຕັ້ງຜັນຂະຫຍາຍ ໃນຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນ ໂດຍໄວ ແລະ ໃຫ້ເກີດຜົນຕົວຈິງ. ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍເປັນໂຄງການ, ແຜນງານລະອຽດ ເຂົ້າໃນການ ເຄື່ອນໄຫວ ໃນພາກສ່ວນຂອງຕົນ ຢ່າງສອດຄ່ອງ ແລະ ມີການຊີ້ນຳກວດກາການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ ເປັນຢ່າງດີ; 3. ໃຫ້ເອົາໃຈໃສ່ວຽກງານການສ້າງ ແລະ ປັບປຸງການຈັດ ຕັ້ງພັກ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງ ແລະ ໜັກແໜ້ນທາງດ້ານການຈັດຕັ້ງ ໂດຍໃຫ້ຮີບຮ້ອນກະກຽມ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຂັ້ນ ຂອງຕົນ ໃຫ້ສໍາເລັດຕາມແຜນດໍາເນີນງານທີ່ໄດ້ກະກຽມ ໄວ້ແລ້ວນັ້ນ, ທັງນີ້ກໍເພື່ອສ້າງໃຫ້ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ 4 ບາດ
  • 6. 6 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ້າວບຸກທະລຸ, ບົນພື້ນຖານຫຼັກການສຶກສາອົບຮົມ, ຕໍ່ສູ້ ແລະ ການນໍາພາ. ໃຫ້ຖືສໍາຄັນວຽກງານການປັບປຸງກົງຈັກ ການຈັດຕັ້ງໃຫ້ກະທັດຮັດ, ສອດຄ່ອງກັບໜ້າທີ່ການເມືອງ ໃນໄລຍະໃໝ່, ປັບປຸງດ້ານຄຸນນະພາບ ແລະ ປະລິມານ ຂອງສະມາຊິກພັກ, ປັບປຸງ ແລະ ຂະຫຍາຍພັກໃຫ້ເຕີບ ໃຫຍ່ ແລະ ເຂັ້ມແຂງໃນທຸກດ້ານ, ດ້ວຍການຕີລາຄາແບ່ງ ປະເພດສະມາຊິກພັກ-ພະນັກງານ, ເພື່ອເລືອກເຟັ້ນເອົາ ມະຫາຊົນຜູ້ດີເດັ່ນກ້າວໜ້າ ແລະ ມີເງື່ອນໄຂຄົບຖ້ວນເຂົ້າ ການຈັດຕັ້ງພັກ ແລະ ອື່ນໆ; 4. ຕ້ອງເອົາໃຈໃສ່ປັບປຸງຊຸກຍູ້ ອົງການຈັດຕັ້ງມະຫາຊົນ ໃຫ້ໜັກແໜັ້ນເຂັ້ມແຂງ ເປັນຕົ້ນ ອົງການຈັດຕັ້ງກຳມະ ບານ, ອົງການຈັດຕັ້ງຊາວໜຸ່ມ ແລະ ອົງການຈັດຕັ້ງແມ່ຍິງ, ສ້າງຂະບວນການວຽກດີຄົນເດັ່ນ, ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ເພື່ອຊ່ວຍຄະນະພັກກະຊວງ ແກ້ ໄຂວຽກງານອັນຈຳເປັນອັນພາໃຫ້ຂະບວນການລວມຈັດ ຕັ້ງປະຕິບັດ ໄດ້ຮັບຄາດໝາຍ. 5. ນຳພາການພັດທະນາ ຂະແໜງວຽກງານຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສົ່ງເສີມການນຳ ໃຊ້ທີ່ດິນ, ປ່າໄມ້, ນ້ຳ ແລະ ຊັບພະຍາກອນທຳມະຊາດ ອື່ນໆ ໄປພ້ອມໆກັບການປົກປັກຮັກສາ ຕາມທິດຮັບປະກັນ ປະສິດທີພາບທີ່ຍາວນານ, ຍືນຍົງ ແລະ ມີໝາກມີຜົນໃນ ລະດັບສູງ, ຜົນກະທົບນ້ອຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ເຮັດໃຫ້ພົນລະເມືອງລາວ ມີສິດນຳໃຊ້ທີ່ດິນ ເພື່ອດຳລົງຊີ ວິດ, ສ້າງທີ່ຢູ່ອາໃສ ແລະ ການຜະລິດຕາມກົດໝາຍ. ປະ ກອບສ່ວນ ໃນການສ້າງບາດກ້າວບຸກທະລຸ ດ້ານການແກ້ ໄຂຄວາມທຸກຍາກຂອງປະຊາຊົນ ນຳເອົາປະເທດເຮົາອອກ ຈາກຄວາມດ້ອຍພັດທະນາ. ສ້າງຄວາມກຽມພ້ອມໃນການ ຮັບມື ກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງ ທໍາມະຊາດ. 6. ຄົ້ນຄວ້າທຸກແຫຼ່ງທຶນຮອນທັງພາຍໃນ ແລະ ຕ່າງປະ ເທດ, ຍາດແຍ່ງເອົາການຊ່ວຍເຫຼືອ ເພື່ອຮັບໃຊ້ໃນຂົງເຂດ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງ ການນຳໃຊ້ທຶນຮອນໃຫ້ມີປະສິດທິຜົນ, ນໍາຜົນປະໂຫຍດ ສູງສຸດໃຫ້ແກ່ປະເທດຊາດ, ຕ້ານການຕົກເຮ່ຍເສຍຫາຍ, ນຳໃຊ້ຊັບພະຍາກອນທີ່ຊາດເຮົາມີ, ເຊີດຊູຈິດໃຈເອກະ ລາດ ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດວ້ຍຄົນ ລາວເຮົາເອງໃຫ້ນັບມື້ສູງຂຶ້ນ.
  • 7. ສະບັບເດືອນ ເມສາ 2021 7 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 7. ສໍາລັບ ພະນັກງານ-ລັດຖະກອນ, ສະມາຊິກພັກເຮົາ ຕ້ອງໄດ້ເອົາໃຈໃສ່ເຝິກຝົນຕົນເອງ ເພື່ອໃຫ້ຕົນສາມາດ ກ້າວຂຶ້ນທຽມທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານ. ໃນນີ້, ຕ້ອງເອົາໃຈໃສ່ທີ່ສຸດ ຕໍ່ການເຝິກຝົນຕົນ ເອງດ້ານທັດສະນະແນວຄິດ, ດ້ານຄວາມຮູ້ຄວາມສາມາດ, ດ້ານຄວາມຮັບຜິດຊອບ ແລະ ຄວາມເປັນແບບຢ່າງນຳໜ້າ ຕໍ່ໜ້າທີ່ວຽກງານ ແລະ ຄຸນສົມບັດສິນທຳປະຕິວັດ, ແບບ ແຜນການດຳລົງຊີວິດ. ຕ້ອງບຸກທະລຸທາງດ້ານຈິນທະນາ ການ ເຊີ່ງພະນັກງານ, ສະມາຊິກພັກເຮົາ ຕ້ອງປົດປ່ອຍ ແນວຄິດ, ເປັນຕົ້ນ ແມ່ນປົດປ່ອຍອອກຈາກແນວຄິດທັດສະ ນະຄຳພີ, ຂີ້ຄ້ານມັກງ່າຍ, ເອື່ອຍອີງ, ບໍ່ມັກຮ່ຳຮຽນຍົກລະ ດັບ ແລະ ອື່ນໆ ພະນັກງານ, ສະມາຊິກພັກ ຕ້ອງມີສະຕິ ສະເໝີຕໍ່ປະກົດການເສື່ອມຖອຍດ້ານຄຸນສົມບັດ, ຕ້ອງພະ ຍາຍາມປັບປຸງຕົນເອງ ໃຫ້ເປັນຜູ້ປອດໄສຂາວສະອາດ, ເຮັດວຽກ ເພື່ອປະຊາຊົນ, ເຄື່ອນໄຫວນຳພາໃຫ້ຖືກຕາມ ລະບຽບ ກົດໝາຍ.
  • 8. ຄະນະພັກຄະນະນໍາ ກຊສ ເຂົ້າວາງພວງມາລາ ຕໍ່ການ ຈາກໄປ ໂດຍບໍ່ມີວັນຫວນຄືນຂອງຄອບຄົວ ໄຊຍະສອນ 8 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຕອນ​ ເຊົ້າ ​ ວັນ​ ທີ 7 ເມ​ ສາ 2021 ຄະ​ ນະ​ ພັກ​ ຄະ​ ນະ​ ນຳ​ ກະ​ ຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳ​ ພາ​ ໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ, ກຳ​ ມະ​ ການ​ ສູນ​ ກາງ​ ພັກ, ເລ​ ຂາ​ ຄະ​ ນະ​ ພັກ, ລັດ​ ຖະ​ ມົນ​ ຕີ​ກະ​ ຊວງ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມ​ ດ້ວຍ​ ຮອງ​ ລັດ​ ຖະ​ ມົນ​ ຕີ, ຫົວໜ້າ​ ຫ້ອງ​ ການ, ບັນດາຄະ​ ນະ​ ກົມ ອ້ອມ​ ຂ້າງ​ ກະ​ ຊວງ ເຂົ້າ​ ວາງ​ ພວງ​ ມາ​ ລາ​ ຕໍ່​ ການ​ ຈາກ​ ໄປ​ໂດຍບໍ່​ ມີ​ ວັນ​ ຈະ​ ຫວນ​ ກັບ​ ຄືນ​ ມາ​ ຂອງ ທ່ານ ວິ​ ດົງ ໄຊ​ ຍະ​ ສອນ, ອະດີດ​ກຳ​ ມະ​ ການ​ ສູນ ກ​ າງ​ ພັກ ສະ​ ໄໝ​ ທີ X, ອະດີດ​ເລ​ ຂາ​ ພັກ​ ແຂວງ, ເຈົ້າ​ ແຂວງ ແຂວງ ວຽງ​ ຈັນ, ອະດີດ​ລັດ​ ຖະ​ ມົນ​ ຕີ​ປະ​ ຈຳ​ ສຳ​ ນັກ​ ງານ​ ນາ​ ຍົກ​ ລັດ​ ຖະ​ ມົນ​ ຕີ; ປ້າ​ ແກ້ວ​ ສາຍ​ ໃຈ ໄຊ​ ຍະ​ ສອນ, ອະດີດ ​ ພັນ​ ລະ​ ຍາ ຂອງອະດີດ ເລ​ ຂາ​ ທິ​ ການ​ ໃຫຍ່​ຄະນະບໍລິຫານງານສູນ ກາງພັກ,ອະດີດປະ​ ທານ​ ປະ​ ເທດແຫ່ງ ສາ​ ທາ​ ລະ​ ນະ​ ລັດ ປະ​ ຊາ​ ທິ​ ປະ​ ໄຕ ປະ​ ຊາ​ ຊົນ​ ລາວ, ພ້ອມ​ ດ້ວຍ​ ລູກຫຼານ ຄອບ​ ຄົວ ໄຊ​ ຍະ​ ສອນທີ່​​ ໄດ້​ ຮັບ​ ເຄາະ​ ຮ້າຍ​ ຈາກ​ ອຸປະຕິເຫດທາງນ້ຳ ຢູ່​ ອ່າງ​ ນ້ຳ​ ງື່ມ ໃນ​ ຕອນ​ ເຊົ້າ​ ວັນ​ ທີ 4 ເມສາ 2021 ທີ່​ ຜ່ານ​ ມາ.
  • 9. ສະບັບເດືອນ ເມສາ 2021 ຄະນະບໍລິຫານງານພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊື່ອມຊຶມ-ຜັນຂະຫຍາຍມະຕິ ກອງປະຊຸມ ຄັ້ງທີ XI ຂອງພັກ 9 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 20 ເມສາ 2021 ນີ້, ຄະນະບໍລິຫານງານພັກ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວຂຶ້ນ ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ, ເພື່ອໃຫ້ບັນດາສະຫາຍຄະ ນະບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ, ສຳມະຊິກພັກ - ພະນັກງານຫຼັກ ແຫຼ່ງນໍາພາຄຸ້ມຄອງອ້ອມຂ້າງ ກະຊວງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ. ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຄັ້ງນີ້ ໂດຍການເປັນປະທານ ຂອງ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ເລຂາ, ຮອງເລຂາ ຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍ ພັກ ສະມາຊິກພັກ ຂັ້ນຫົວໜ້າພະແນກອອມຂ້າງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມ ຈຳນວນທັງໝົດ 105 ສະຫາຍ, ຍິງ 26 ສະຫາຍ. ໂດຍ ປະຕິບັດ ຕາມຈິດໃຈຊີ້ນໍາ ແລະ ການຕົກລົງ ຂອງກົມການ ເມືອງ ແລະ ຄະນະເລຂາທິການສູນກາງພັກ ກໍຄືຄໍາສັ່ງ ກ່ຽວ ກັບ ການຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເພື່ອໃຫ້ບັນດາສະຫາຍສູນກາງ, ພະນັກງານນໍາ ພາຫຼັກແຫຼ່ງກໍາໄດ້ເນື້ອໃນຈິດໃຈຕົ້ນຕໍ, ມີຄວາມເຂົ້າໃຈ ຢ່າງເປັນເອກະພາບ, ເພື່ອສືບຕໍ່ນໍາພາຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ເຂົ້າສູ່ວຽກງານຂອງຕົນ ແລະ ເຮັດໃຫ້ມະຕິ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄດ້ຮັບການຈັດຕັ້ງເຊື່ອມຊຶມຢ່າງກວ້າງຂວາງເລິກ ເຊິງ ແລະ ຈັດຕັ້ງປະຕິບັດເກີດຜົນເປັນຈິງ.
  • 10. 10 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ການເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ແມ່ນຈະໄດ້ດຳ ເນີນເປັນ 2 ຊຸດ ໃນທົ່ວກະຊວງ ຊຶ່ງໃນຊຸດທີ I ມີເປົ້າໝາຍ ເຂົ້າຮ່ວມ ແມ່ນຫົວໜ້າພະແນກຂຶ້ນໄປ ແລະ ຊຸດທີ II ແມ່ນ ຂັ້ນພະນັກງານ-ລັດຖະກອນທັງໝົດ ໂດຍແມ່ນຄະນະປະ ຈຳພັກກະຊວງ ເປັນຜູ້ນຳພາເຊື່ອມຊຶມ ຈາກນັ້ນ ແມ່ນມອບ ໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ ນຳໄປເຜີຍແຜ່ ຜັນຂະຫຍາຍຢູ່ຂັ້ນຮາກຖານ, ໜ່ວຍພັກຂອງຕົນ ເພື່ອໃຫ້ ຫັນເປັນແຜນງານ, ໂຄງການທີ່ຕິດພັນກັບວຽກງານວິຊາສະ ເພາະຂອງຕົນ. ໃນໂອກາດດັ່ງກ່າວ, ສະຫາຍ ນາງ ບຸນຄຳ ວໍລະຈິດ ໃຫ້ຮູ້ ວ່າ: ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແມ່ນເຫດການການເມືອງ ສໍາຄັນ ປະຫວັດສາດ, ເປັນກອງ ປະຊຸມແຫ່ງການສືບຕໍ່ຍຶດໝັ້ນ ແລະ ເພີ່ມເຕີມເສີມຂະ ຫຍາຍແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການ ຂອງພັກເຮົາເຂົ້າສູ່ລວງເລິກ, ສືບຕໍ່ບູລະນະລະບອບ ປະຊາ ທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ແລະ ກ້າວເດີນສູ່ຈຸດ ໝາຍສັງຄົມນິຍົມ, ກໍານົດທັດສະນະແຫ່ງການສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນການພັດ ທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ແນໃສ່ແກ້ໄຂ ຄວາມທຸກຍາກ ແລະ ນໍາເອົາປະເທດຊາດພົ້ນຈາກສະຖາ ນະດ້ອຍພັດທະນາ, ທັງເປັນຂີດໝາຍແຫ່ງການເຕີບໃຫ່ຍ ຂະຫຍາຍຕົວ, ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນ ພັກ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເປັນລະບົບ ໂດຍເລ່ີມຈາກການຫັນປ່ຽນທາງດ້ານແນວຄິດຈິນຕະນາ ການສູ່ການກະທໍາຕົວຈິງ, ເພື່ອແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ໃຫ້ມີການຫັນປ່ຽນໃໝ່ຢ່າງຮອບດ້ານ, ແນ່ໃສ່ຍົກສູງບົດ ບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາ ໜ້າຂອງພັກ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງ ປະຊາຊົນໃນຊາດ, ເດັດດ່ຽວປົກປັກຮັກສາສິ່ງແວດລ້ອມ ແລະ ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ. ການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຂົ້າ ສູ່ຊີວິດສັງຄົມຕົວຈິງ ແມ່ນແນໃສ່ໃຫ້ການນໍາແຕ່ລະຂັ້ນ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກໍາແໜ້ນເນື້ອໃນຂອງມະຕິ
  • 11. ສະບັບເດືອນ ເມສາ 2021 11 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ XI ຂອງພັກ, ໂດຍສະເພາະ ແມ່ນເນື້ອໃນທີ່ສໍາຄັນຕົ້ນຕໍຄື: 1. ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ສະບັບເລກທີ 38/ຄລສພ, ລົງວັນທີ 9 ມີນາ 2021, ໂດຍການບັນຍາຍ ຂອງ ສະຫາຍ ບຸນມີ ພຸດທະວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; 2. ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXIຂອງ ພັກປະຊາຊົນປະຕິວັດລາວ ແລະ ເອກະສານອະທິບາຍ ກ່ຽວກັບ ເນື້ອໃນຄຳຂວັນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກ, ໂດຍການບັນຍາຍຂອງ ສະຫາຍ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະ ພັກ,ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ; 3. ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບ ຮອງເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ທິດ ທາງແຜນການ 5 ປີ ຄັ້ງທີ IX (2021-2025) ສະບັບເລກທີ 20/ສພຊ,ລົງວັນທີ26ມີນາ2021,ໂດຍການບັນຍາຍຂອງ ສະຫາຍ ໄຊຍະເວດ ວິໄຊ ຄະນະປະຈໍາພັກ, ຫົວໜ້າກົມ ສິ່ງແວດລ້ອມ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ໃນຕອນທ້າຍຂອງກອງປະຊຸມຄັ້ງນີ້ ແມ່ນເຫັນດີຮັບຮອງ ເອົາໜ່ວຍພັກທີ່ຂື້ນກັບອົງຄະນະພັກກະຊວງ ແລະ ໜ່ວຍ ພັກທີ່ຂື້ນກັບຄະນະພັກຮາກຖານ ຈຳນວນ 9 ໜ່ວຍພັກ ເປັນ ໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2020 ເຊິ່ງມີລາຍລະອຽດ ດັ່ງລຸ່ມນີ້: 1. ໜ່ວຍພັກ ຫ້ອງການ ກະຊວງ; 2. ໜ່ວຍພັກ ກົມອຸຕຸນິຍົມ ແລະ ອຸທົກກະສາດ; 3. ໜ່ວຍພັກ ກົມຈັດຕັ້ງ ແລະ ພະນັກງານ; 4. ໜ່ວຍພັກ ກົມກວດກາ; 5. ໜ່ວຍພັກ ກົມນິຕິກຳ; 6. ໜ່ວຍພັກ ກົມຊັບພະຍາກອນນ້ຳ; 7. ໜ່ວຍພັກ ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ; 8. ໜ່ວຍພັກ ກອງເລຂາຄະນະກຳມະການແມ່ນ້ຳຂອງ ແຫ່ງຊາດ; 9. ໜ່ວຍພັກ ພະແນກສັງລວມ (ຄະນະພັກຮາກຖານກົມ ທີ່ດິນ);
  • 12. ກອງປະຊຸມ ການສ້າງແຜນແມ່ບົດ ກ່ຽວກັບ ລະບົບພະຍາ ກອນນ້ຳຖ້ວມ ແລະ ແຈ້ງເຕືອນໄພລ່ວງໜ້າແຫ່ງຊາດລາວ 12 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກອງປະຊຸມ ການສ້າງແຜນແມ່ບົດ ກ່ຽວກັບ ລະບົບພະ ຍາກອນນໍ້າຖ້ວມ ແລະ ແຈ້ງເຕືອນໄພລ່ວງໜ້າ ແຫ່ງ ຊາດລາວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ເມສາ 2021 ຢູ່ທີ່ໂຮງແຮມຄລາວພຣາຊາ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ, ມີທ່ານ ອິມ ມູຮົງ ເອກອັກ ຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈຳ ສປປ ລາວ, ມີຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງ ທີ່ກ່ຽວຂ້ອງເຂົ້າຮ່ວມ. ດັ່ງທີ ພວກເຮົາຮູ້ນຳກັນແລ້ວວ່າ ສປປ ລາວ ເປັນປະເທດໜຶ່ງທີ່ ຖືກຜົນກະທົບຈາກໄພພິບັດທາງທຳມະຊາດຕ່າງໆເຊັ່ນ: ໄພແຫ້ງແລ້ງ, ໄພນໍ້າຖ້ວມ, ດິນເຈື່ອນ, ພາຍຸພັດຜ່ານ ແລະ ອື່ນໆ ຊຶ່ງແຕ່ລະປີໄດ້ສ້າງຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ສ່ວນລວມເປັນຈຳນວນຫຼວງ ຫຼາຍ. ເຊິ່ງໄລຍະຜ່ານມາ ກະຊວງ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ກໍ່ຄື ກົມອຸຕຸນິຍົມ ແລະ ອຸທົກ ກະສາດ ໄດ້ເອົາໃຈໃສ່ຍົກລະດັບການສະໜອງຂໍ້ມູນຂ່າວ ພະຍາກອນ ແລະ ແຈ້ງເຕືອນໄພ ອອກສູ່ສັງຄົມເພື່ອຫຼຸດ ຜ່ອນຜົນກະທົບດັ່ງກ່າວໄດ້ ໃນລະດັບໃດໜຶ່ງ ແຕ່ຄວາມ ຮຽກຮ້ອງຕ້ອງການຂອງວຽກງານ ແລະ ສັງຄົມ ແມ່ນມີສູງ ຂຶ້ນເລື້ອຍໆ, ເພື່ອຮັບປະກັນໃນການແຈ້ງເຕືອນໄພໃຫ້ມີ ຄວາມຖືກຕ້ອງ ແລະ ທັນກັບສະພາບການ. ດັ່ງນັ້ນ, ພວກ ເຮົາມີຄວາມຈຳເປັນຕ້ອງໄດ້ພັດທະນາເຝົ້າຕິດຕາມສະ ພາບອາກາດຮ້າຍແຮງ, ພະຍາກອນນ້ຳຖ້ວມ ແລະ ແຈ້ງ ເຕືອນໄພລ່ວງໜ້າໃຫ້ເປັນລະບົບແທດເໝາະກັບສະພາບ
  • 13. ສະບັບເດືອນ ເມສາ 2021 13 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພູມສັນຖານ ແລະ ສິ່ງແວດລ້ອມ ຂອງບ້ານເຮົາ. ເຊິ່ງໄລ ຍະຜ່ານມາ ສປປ ລາວ ຂອງພວກເຮົາກໍໄດ້ຮັບການຊ່ວຍ ເຫຼືອຈາກສາກົນ ກ່ຽວກັບ ວຽກງານດັ່ງກ່າວ ເຊຶ່ງໜຶ່ງໃນນັ້ນ ກໍແມ່ນລັດຖະບານ ແລະ ປະຊາຊົນ ສ. ເກົາຫຼີ ທີ່ໄດ້ເອົາ ໃຈໃສ່ຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ສປປ ລາວ ຕະຫຼອດມາ ເວົ້າລວມ, ເວົ້າສະເພາະ ໄດ້ເອົາໃຈໃສ່ຊ່ວຍ ເຫຼືອປັບປຸງແລະຍົກລະດັບວຽກງານບໍລິການອຸຕຸນິຍົມແລະ ອຸທົກກະສາດ ຂອງ ສປປ ລາວ ປະກອບສ່ວນເຮັດໃຫ້ວຽກ ງານດັ່ງກ່າວ ມີການພັດທະນາດີຂຶ້ນເປັນລຳດັບ ແລະ ຖືກ ຍອມຮັບ ຈາກສັງຄົມ ກໍຄືເພີ່ມຄວາມສາມາດໃນການປ້ອງ ກັນ ແລະ ຫຼຸດຜອນຜົນເສຍຫາຍທາງຊີວິດ ແລະ ຊັບສິນ ຂອງປະຊາຊົນໄດ້ຫຼາຍສົມຄວນ. ສະນັ້ນ ກອງປະຊຸມ ໃນຄັ້ງນີ້ ຈຶ່ງມີຈຸດປະສົງເພື່ອຄົ້ນຄວ້າ ຮ່າງແຜນແມ່ບົດ ກ່ຽວກັບ ລະບົບພະຍາກອນນ້ຳຖ້ວມ ແລະ ແຈ້ງເຕືອນໄພລ່ວງໜ້າ ແຫ່ງຊາດລາວ, ພ້ອມທັງ ປຶກສາຫາ ລື ແລະ ຍົກລະດັບຄວາມເຂົ້າໃຈ ກ່ຽວກັບ ການຄຸ້ມຄອງຊັບ ພະຍາກອນນ້ຳ ແລະ ການພະຍາກອນນ້ຳຖ້ວມ ໃນ ສປປ ລາວ ພາຍໃຕ້ການຊ່ວຍເຫຼືອ ຈາກ ສ.ເກົາຫຼີ; ມີການສະເໜີ ພາບລວມ ກ່ຽວກັບ ການນຳໃຊ້ເຕັກໂນໂລຊີທີ່ທັນສະໃໝ ເຂົ້າໃນວຽກງານພະຍາກອນນ້ຳຖ້ວມ ແລະ ລະບົບແຈ້ງ ເຕືອນໄພລ່ວງໜ້າ ຢູ່ໃນ ສ. ເກົາຫຼີ ແລະ ໃນ ສປປ ລາວ; ແລະ ປຶກສາຫາລື ວຽກງານການຮ່ວມມື ລະຫວ່າງ 2 ຝ່າຍ. ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 3 ວັນ ຈຶ່ງຈະສຳເລັດ.
  • 14. ຂະບວນການສັກວັກຊິນ ເພື່ອຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ -19 (COVID-19) 14 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຕອນເຊົ້າວັນທີ 28 ເມສາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ໄດ້ຈັດຂະບວນການສັກວັກຊີນ ເພື່ອປ້ອງກັນໂຄ ວິດ-19 ໃຫ້ບັນດາພະນັກງານ-ລັດຖະກອນ ໃນທົ່ວກະຊວງ ຈຳນວນ 415 ທ່ານ, ການສັກວັກຊີນຄັ້ງນີ້ ແມ່ນນຳໂດຍ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ, ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມ ສັກນຳ, ນຳພາທີມແພດລົງສັກວັກຊີນ ຄັ້ງນີ້, ໂດຍ ທ່ານ ດຣ. ບົວສອນ ບຸນຕາ, ຫົວຫນ້າພະແນກ ກວດເຂດນອກ ຮ່ວມ ກັບ ສູນສຸຂະພາບແມ່ ແລະ ເດັກ ຈຳນວນ 24 ທ່ານ ຈາກ ໂຮງໝໍມະໂຫສົດ. ການສັກວັກຊີນ ໃນຄັ້ງນີ້, ແມ່ນປະຕິບັດຕາມແຈ້ງການຂອງ ກະຊວງ ສາທາລະນະສຸກ ເລກທີ 1392/ຫກ, ລົງວັນທີ 22 ເມສາ 2021 ກ່ຽວກັບ ການຈັດຕັ້ງປະຕິບັດສັກຢາກັນພະ ຍາດໂຄວິດ 19, ເຊິ່ງວັກຊີນ ທີ່ເອົາມາສັກໃນມື້ນີ້ ແມ່ນປະ ເພດຊີໂນຟາມ ແລະ ແອສຕ້າ ເຊເນກ້າ. ໂອກາດດຽວກັນນີ້, ທ່ານ ດຣ ບົວສອນ ບຸນຕາ ຍັງໄດ້ແນະ ນໍາໃຫ້ຜູ້ທີ່ມາສັກວັກຊີນ ຕ້ອງເປັນຄົນສຸຂະພາບແຂງແຮງ, ບໍ່ມີໄຂ້, ບໍ່ເປັນຫວັດ, ຄົນຖືພາ, ໃຫ້ນົມລູກ ຫລື ຄົນໃກ້ຈະ ຖືພາ, ມີໂລກປະຈຳຕົວ, ແພ້ຢາຮຸນແຮງ ແລະ ສຳຄັນທີ່ສຸດ
  • 15. ສະບັບເດືອນ ເມສາ 2021 15 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຖ້າມີອາການແພ້ ເຊັ່ນວ່າ ປະເພດອາຫານທະເລ ຫລື ຢາ ຕ້ານເຊື້ອໃດໂຕໜຶ່ງ ຫລື ສັກວັກຊີນໃດໜຶ່ງມາກ່ອນ ແມ່ນ ພວກເຮົາຈະບໍ່ໄດ້ສັກໃຫ້. ໃນໄລຍະຜ່ານມາ ສຳລັບ ຜູ້ທີ່ສັກ ໄປແລ້ວ ເຫັນວ່າຈະມີອາການຂ້າງຄຽງແບບເບົາບາງ ເປັນ ຕົ້ນ ແມ່ນປວດແຂນເບື້ອງທີ່ຖືກສັກ, ມີໄຂ້, ແຕ່ວ່າອາການ ດັ່ງກ່າວ ແມ່ນປົກກະຕິຂອງຢານີ້, ຖ້າວ່າຫາກບຸກຄົນໃດ ຫາກມີອາການວິນວຽນ ເຮົາແນະນຳໄປໂຮງໝໍ ໂດຍທັນທີ ແລະ ທີ່ສຳຄັນ ພາຍຫຼັງທີ່ສັກວັກຊີນ ແລ້ວຫ້າມດື່ມເຄື່ອງ ດື່ມທີ່ມີທາດເຫຼົ້າ, ເບຍ ສີ່ງມຶນເມົາ ແລະ ປະເພດເຄື່ອງດອງ ເປັນເວລາ 7 ວັນ ອີກດ້ວຍ. ທ່ານ ດຣ ບົວສອນ ບຸນຕາ ກ່າວຕື່ມວ່າ: ໃນນາມທີ່ເປັນ ແພດໝໍຄົນໜຶ່ງ ຮຽກຮ້ອງມາຍັງພໍ່ແມ່ປະຊົນ ແລະ ສັງຄົມ ຂອງພວກເຮົາຈົ່ງຊ່ວຍກັນ ໂດຍສະເພາະ ປະຕິບັດຕາມ ມາດຕະການ ແລະ ລະບຽບການ ທີ່ທາງຂັ້ນເທິງວາງອອກ ຢ່າງເຂັ້ມງວດ ເຖິງວ່າ ຈະສັກວັກຊີນແລ້ວກໍດີ, ຜູ້ທີ່ບໍ່ໄດ້ສັກ ກໍດີ ໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຕ່າງໆທີ່ວາງ ອອກຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ, ລ້າງມື ໃສ່ເຈວ ຫລື ສະບູ, ໃສ່ຜ້າປິດປາກ-ດັງ, ຫ້າມບໍ່ໃຫ້ມີການ ຊຸມແຊວ ທີ່ຝືນຕໍ່ກົດລະບຽບທີ່ທາງໜ່ວຍງານ ສະເພາະ ກິດວາງອອກ, ເນື່ອງຈາກໄລຍະນີ້ ແມ່ນໜັກໜ່ວງສົມຄວນ ທີ່ປະເທດຂອງພວກເຮົາເກີດມີການລະບາດຂຶ້ນ. ສະນັ້ນ, ຂໍຮຽກຮ້ອງໃຫ້ຈົ່ງພ້ອມກັນຊ່ວຍແພດໝໍພວກເຮົາ ແລະ ທັງເປັນການຊ່ວຍສັງຄົມນຳອີກ ຢູ່ເຮືອນບໍ່ອອກນອກ ບ້ານຖ້າບໍ່ຈຳເປັນ.
  • 16. ການນຳ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າອວຍພອນ ການນຳ ກະຊວງ ປ້ອງກັນຄວາມສະຫງົບ 16 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຕອນບ່າຍຂອງວັນທີ 2 ເມສາ 2021 ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂັວນ ເຂົ້າອວຍພອນ ການນຳກະຊວງປ້ອງກັນຄວາມ ສະຫງົບ, ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (5 ເມສາ 1961-05 ເມສາ 2021) ຄົບຮອບ 60 ປີ. ໃຫ້ກຽດຕ້ອນຮັບໂດຍ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງກົມໃຫຍ່ ຕໍາຫຼວດ ພ້ອມດ້ວຍຄະນະ. ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີ ຕ່າງໜ້າກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອວຍພອນ ທ່ານ ພົຈວ ປອ ທອງສະຫວັນ ວົງສະຫວັດ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານ ໃນກະຊວງປ້ອງກັນຄວາມສະ ຫງົບ ຈົ່ງມີສຸຂະພາບເຂັ້ມແຂງເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍ.
  • 17. ສະບັບເດືອນ ເມສາ 2021 ພິທີມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ອຸຕຸນິຍົມ ແລະ ອຸທົກກະສາດ, ເມືອງໂພນໂຮງ, ແຂວງວຽງຈັນ. 17 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຕອນເຊົ້າຂອງວັນທີ 7 ເມສາ 2021 ຢູ່ທີ່ຫ້ອງການ ອຸຕຸນິຍົມ ແລະ ອຸທົກກະສາດ ເມືອງໂພນໂຮງ ແຂວງ ວຽງຈັນ, ໄດ້ມີພິທີມອບ-ຮັບ ໂຄງການກໍ່ສ້າງ ຫ້ອງການ ອຸ ຕຸນິຍົມ ແລະ ອຸທົກກະສາດ, ເມືອງໂພນໂຮງ, ແຂວງວຽງ ຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ປອ ວິລຽມ ບຸນລ້ອມ, ຮອງຫົວໜ້າກົມ ອຸຕຸນິຍົມ ແລະ ອຸທົກກະສາດ, ທ່ານ ສົມ ແພງ ໄຊຍະແສງ ຮອງກົມກວດກາ ທ່ານ ປອ ບຸນພະຈັນ ບຸນທະລາ, ຮອງຫົວໜ້າພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ, ແລະ ຜູ້ຕາງໜ້າ ຈາກພະແນກການທີ່ກ່ຽວຂ້ອງຈາກເມືອງ ແລະ ແຂວງ ເຂົ້າ ຮ່ວມເປັນສັກຂີພະຍານທັງໝົດ 22 ທ່ານ. ໂຄງການດັ່ງກ່າວ ແມ່ນໄດ້ຮັບທືນຈາກທະນາຄານໂລກ, ໂດຍແມ່ນ ບໍລິສັດ ໂປຼຄອນ ຈຳກັດ ເປັນຜູ້ຮັບເໝົ່າກໍ່ສ້າງໃນ ມູນຄ່າ 584.960.971 ກິບ, ເປັນອາຄານຊັ້ນດຽວ ເຊີ່ງມີ ຂະໜາດ 9 ແມັດ x 13,5 ແມັດ, ມີ 4 ຫ້ອງເຮັດວຽກ, 1 ຫ້ອງຕິດຕັ້ງເຄື່ອງວັດແທກ ແລະ 2 ຫ້ອງນໍ້າ, ການກໍ່ສ້າງ ມີລະບົບໄຟຟ້າ ນໍ້າປະປາ ແລະ ແອເຢັນຄົບຊຸດ ໂຄງການ ດັ່ງກ່າວ ແມ່ນເລີ່ມແຕ່ວັນທີ 14 ຕຸລາ 2020 ຮອດປະຈຸບັນ ສຳເລັດ 100% ແລະ ກໍ່ໄດ້ມອບ-ຮັບ ຢ່າງເປັນທາງການ ໃນວັນດຽວກັນນີ້. ຈາກນັ້ນ ທ່ານ ວິນລ່ຽນ ບຸນລ້ອຍ ຮອງຫົວໜ້າກົມ ອຸຕຸນິຍົມ ແລະ ອຸທົກກະສາດ ກໍໄດ້ມີຄຳເຫັນວ່າການສ້າງອາຄານ ຫ້ອງການດັ່ງກ່າວນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ໜ່ວຍ ງານ, ວິຊາການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດພາລະ ບົດບາດ ແລະ ໜ້າທີ່, ການຮັບໃຊ້ສັງຄົມໃຫ້ວ່ອງໄວ ແລະ ທັນການ, ຮັບປະກັນຄວາມປອດໄພແກ່ປະຊາຊົນ ບັນດາ ເຜົ່າທີ່ອາໃສໃນເຂດທີ່ມີຄວາສ່ຽງໄພພິບັດທາງທຳມະຊາດ.
  • 18. ລະບຽບ ວ່າດ້ວຍ ການແຈ້ງໃຫ້ກັນຊາບ, ການປຶກສາຫາລືກັນ ລ່ວງໜ້າ ແລະ ການເຮັດຂໍ້ຕົກລົງ (PNPCA) (ເພື່ອຊີ້ນໍາການ ຮ່ວມມືພາກພື້ນດ້ານການພັດທະນາຊັບພະຍາກອນນໍ້າ) 18 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ການປະຕິບັດຕາມສັນຍາ ວ່າດ້ວຍ ການຮ່ວມມື ເພື່ອ ພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ ຫຼື (ເອີ້ນວ່າ: ສັນຍາແມ່ນ້ຳຂອງປີ1995)ແລະລະບຽບການທີ່ກ່ຽວຂ້ອງ. ທັງເປັນການກໍານົດທິດທາງໃນການນໍາໃຊ້ທ່າແຮງຂອງແມ່ ນໍ້າຂອງ ໃຫ້ມີການພັດທະນາຢ່າງເຕັມສ່ວນ, ບັນດາປະ ເທດແມ່ນໍ້າຂອງ ໄດ້ເລີ່ມພັດທະນາພື້ນຖານໂຄງລ່າງ ທີ່ປະ ກອບດ້ວຍຫຼາຍຂະແໜງການ ເຊັ່ນ: ຂົວຂ້າມນ້ຳຂອງ, ໂຄງ ການຊົນລະປະທານຂະໜາດໃຫຍ່, ຄູປ້ອງກັນນໍ້າຖ້ວມ, ທ່າເຮືອ, ໂຄງການພັດທະນາເຂື່ອນໄຟຟ້າພະລັງນໍ້າຕາມ ລໍານໍ້າຂອງ ແລະ ໂຄງການສາຍສົ່ງເປັນຕົ້ນ. ໂຄງການເຫຼົ່າ ນີ້ຈະປະກອບສ່ວນຍູ້ແຮງການພັດທະນາ ແລະ ນໍາເອົາຜົນ ປະໂຫຍດດ້ານເສດຖະກິດຢ່າງໃຫຍ່ຫຼວງມາສູ່ປະເທດຕົນ, ແຕ່ໄປຄຽງຄູ່ກັບການພັດທະນາດ້ານຕ່າງໆທີ່ກ່າວມານັ້ນ ໄດ້ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ກໍ່ຄື ຜົນກະທົບຕໍ່ລະບົບນິເວດທາງນ້ຳ ແລະ ຊີວິດການເປັນຢູ່ ຂອງປະຊາຊົນທີ່ເພິ່ງພາອາໃສຊັບພະຍາກອນນ້ຳ ແລະ ຊັບ ພະຍາກອນທີ່ກ່ຽວຂ້ອງ ໃນອ່າງແມ່ນໍ້າຂອງ. ເພື່ອຮັກສາຄວາມສົມດຸນ ລະຫວ່າງ ການພັດທະນາ ແລະ ການປົກປັກຮັກສາສິ່ງແວດລ້ອມໃນອ່າງແມ່ນໍ້າຂອງ, ບັນ ດາປະເທດພາຄີແມ່ນໍ້າຂອງໄດ້ຮ່ວມກັນສ້າງລະບຽບການ ວ່າດ້ວຍ ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ ເຊິ່ງປະກອບມີ ລະບຽບການວ່າດ້ວຍ: 1) ການແລກປ່ຽນຂໍ້ມູນຂ່າວສານ (Procedures for Data and Information Exchange and Sharing - PDIES); 2) ລະບຽບການ ວ່າດ້ວຍ ການຄຸ້ມຄອງ ແລະ ນໍາໃຊ້ນໍ້າ (Procedures for Water Use Monitoring - PWUM); 3) ລະບຽບການ ວ່າ ດ້ວຍ ການຄຸ້ມຄອງການໄຫຼຂອງນໍ້າຕາມລໍາແມ່ນໍ້າຂອງ (Procedures for the Maintenance of Flows on the Mainstream - PMFM); 4) ລະບຽບການ ວ່າດ້ວຍ ການຄຸ້ມຄອງຄຸນນະພາບນໍ້າ (Procedures for Water Quality - PWQ) ແລະ 5) ລະບຽບການ ວ່າດ້ວຍ ການ ແຈ້ງໃຫ້ຊາບ, ການປຶກສາຫາລືກັນລ່ວງໜ້າ ແລະ ການ ເຮັດຂໍ້ຕົກລົງ (Procedures for Notification, Prior Consultation and Agreement - PNPCA) ເຊິ່ງ ລະບຽບການດັ່ງກ່າວ ແມ່ນໄດ້ຖືກຮັບຮອງຈາກປະເທດ ສະມາຊິກ ເລີ່ມແຕ່ປີ 2003 ເປັນຕົ້ນມາ ແລະ ໄດ້ກາຍເປັນ
  • 19. ສະບັບເດືອນ ເມສາ 2021 19 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຄື່ອງມືໃນການຂັບເຄື່ອນກົນໄກການຮ່ວມມື ຢູ່ໃນລະດັບ ພາກພື້ນ ແລະ ເປັນບ່ອນອີງໃນການພິຈາລະນາໂຄງການ ພັດທະນາດ້ານຊັບພະຍາກອນນໍ້າ ຕາມທີ່ໄດ້ກໍານົດໄວ້ໃນ ລະບຽບ ວ່າດ້ວຍ ການແຈ້ງໃຫ້ຊາບ, ການປຶກສາຫາລືກັນ ລ່ວງໜ້າ ແລະ ການເຮັດຂໍ້ຕົກລົງ - PNPCA. ສະນັ້ນ, ປະ ເທດສະມາຊິກໃດ ຫາກມີໂຄງການພັດທະນາໂຄງລ່າງພື້ນ ຖານຢູ່ລຽບຕາມລໍາແມ່ນໍ້າຂອງ ຈະຕ້ອງໄດ້ນຳສະເໜີໂຄງ ການນັ້ນເຂົ້າສູ່ຂະບວນການ ແລະ ຂັ້ນຕອນ ຕາມລະບຽບ ການ ທີ່ກ່ຽວຂ້ອງໄດ້ກຳນົດໄວ້ ເພື່ອຮັບປະກັນການນໍາໃຊ້ ນໍ້າໃນອ່າງແມ່ນໍ້າຂອງຢ່າງສົມເຫດ, ສົມຜົນ, ເປັນທໍາ ແລະ ຍືນຍົງ. ລະບຽບການ PNPCA ໄດ້ກໍານົດແຈ້ງສາມຂັ້ນຕອນ ເພື່ອ ອໍານວຍຄວາມສະດວກແກ່ທາງການທູດດ້ານຊັບພະຍາ ກອນນໍ້າ: ລະບຽບການ PNPCA ແລະ ບົດແນະນໍາທາງວິຊາ ການທີ່ໄດ້ຮັບຮອງໃນປີ 2005 ໄດ້ກຳນົດໄວ້ມີ 3 ຂັ້ນຕອນ ເພື່ອການຮ່ວມມືພັດທະນາຊັບພະຍາກອນນໍ້າ, ເງື່ອນໄຂ ການນໍາໃຊ້ຂະບວນການໃນແຕ່ລະຂັ້ນ, ບົດບາດ ແລະ ຄວາມຮັບຜິດຊອບຂອງປະເທດທີ່ສະເໜີ, ປະເທດທີ່ຖືກ ແຈ້ງ ແລະ 3 ຂັ້ນຕອນ ການຈັດຕັ້ງປະຕິບັດ. ພາຍໃຕ້ລະ ບຽບດັ່ງກ່າວ, ໂຄງການພັດທະນາທາງດ້ານຊັບພະຍາກອນ ນໍ້າ ຢູ່ໃນອ່າງແມ່ນ້ຳ ຂອງທີ່ອາດສົ່ງຜົນຕໍ່ການປ່ຽນແປງ ການໄຫຼ ຫຼື ຄຸນນະພາບນໍ້າຂອງແມ່ນໍ້າຂອງ ແມ່ນຄວນດໍາ ເນີນຂະບວນການ 3 ຂັ້ນຕອນ ດັ່ງນີ້: 1. ການແຈ້ງໃຫ້ຊາບ: ໝາຍເຖິງຂ່າວສານ ກ່ຽວກັບ ການ ສະເໜີນຳໃຊ້ນ້ຳ ຢູ່ໃນລຳນ້ຳສາຂາ ແລະ ສາຍນ້ຳຫຼັກ ຂອງ ປະເທດສະມາຊິກໜຶ່ງ ທີ່ສົ່ງໃຫ້ປະເທດສະມາຊິກອື່ນ ໃນ ຂັ້ນຄະນະກຳມະການຮ່ວມ, ໂດຍສອດຄ່ອງກັບຮູບແບບ, ເນື້ອໃນ ແລະ ວິທີການປະຕິບັດ ຕາມທີ່ໄດ້ກຳນົດໄວ້ຢູ່ໃນ ລະບຽບການ ວ່າດ້ວຍ ການນຳໃຊ້ນ້ຳ ແລະ ການຜັນນ້ຳ ອອກຈາກອ່າງໄປສູ່ອ່າງແມ່ນ້ຳອື່ນ ພາຍໃຕ້ມາດຕາ 26 ຂອງສັນຍາ ແມ່ນ້ຳຂອງ ປີ 1995 ເຊິ່ງນຳໃຊ້ສະເພາະກັບ ໂຄງການທີ່ກ່ຽວຂ້ອງກັບການນຳໃຊ້ນ້ຳ ຢູ່ຕາມລຳແມ່ນ້ຳ ສາຂາຂອງແມ່ນ້ຳຂອງ ເຊັ່ນ: ເຂື່ອນໄຟຟ້ານຳ້ເທີນ 2 ແລະ ບັນດາກິດຈະການລຽບຕາມລຳແມ່ນ້ຳຂອງ ເຊັ່ນ: ໂຄງການ ປ້ອງກັນຕາຝັ່ງເຈື່ອນ, ຂົວຂ້າມນ້ຳຂອງເປັນຕົ້ນ; 2. ການປຶກສາຫາລືລ່ວງໜ້າ: ໝາຍເຖິງການແຈ້ງທີ່ທັນ ກັບເວລາບວກກັບຂໍ້ມູນເພີ່ມເຕີມຂອງໂຄງການໃດໜຶ່ງ ໃຫ້ ປະເທດສະມາຊິກ ໃນຂັ້ນຄະນະກຳມະການຮ່ວມ ຕາມທີ່ ໄດ້ກຳນົດໄວ້ພາຍໃຕ້ມາດຕາ 26 ວ່າດ້ວຍ ການນຳໃຊ້ນ້ຳ ແລະ ການຜັນນ້ຳອອກ ຈາກອ່າງໃດໜຶ່ງໄປສູ່ອ່າງແມ່ນ້ຳ ອື່ນ ຂອງສັນຍາແມ່ນ້ຳຂອງ ປີ 1995, ເຊິ່ງເປັນການໃຫ້ໂອ ກາດແກ່ບັນດາປະເທດສະມາຊິກອື່ນ ໄດ້ປຶກສາຫາລືກັນ ແລະ ຕີລາຄາຜົນກະທົບຂອງການສະເໜີການນຳໃຊ້ນ້ຳ ຂອງບັນດາປະເທດສະມາຊິກ, ທັງເປັນພື້ນຖານ ສຳລັບ ການບັນລຸບາດກ້າວຂອງການເຮັດຂໍ້ຕົກລົງ, ການປຶກສາ ຫາລືລ່ວງໜ້າ ບໍ່ແມ່ນສິດໃນການຢັບຢັ້ງການນຳໃຊ້ນ້ຳ ຫຼື ສິດໃນການນຳໃຊ້ນ້ຳ ແຕ່ພຽງຜູ້ດຽວ ຂອງປະເທດສະມາ ຊິກໃດໜຶ່ງ ໂດຍບໍ່ຄຳນຶງເຖິງສິດຂອງປະເທດສະມາຊິກ ອື່ນໆ. ຂະບວນການດັ່ງກ່າວ ແມ່ນນຳໃຊ້ສະເພາະກັບໂຄງ ການພັດທະນາທີ່ກ່ຽວຂ້ອງກັບການນຳໃຊ້ນ້ຳໃນລະດູແລ້ງ ຢູ່ຕາມລຳແມ່ນ້ຳຂອງ ເຊັ່ນ: ເຂື່ອນໄຟຟ້າພະລັງນໍ້າໄຊຍະບູ ລີ, ດອນສະໂຮງ, ປາກແບງ, ປາກລາຍ, ຫຼວງພະບາງ ແລະ ເຂື່ອນໄຟຟ້າພະລັງນໍ້າອື່ນໆ ຕາມລຳແມ່ນ້ຳຂອງ ແລະ ບັນ ດາກິດຈະການດູດນ້ຳຂະໜາດໃຫຍ່ລຽບຕາມລຳແມ່ນ້ຳ ຂອງ ເຊັ່ນ: ໂຄງການຜັນນ້ຳຂອງ ຂອງປະເທດສະມາຊິກ ຄມສ ໃດໜຶ່ງ ເປັນຕົ້ນ. ສໍາລັບ ໄລຍະຂອງຂະບວນການປຶກ
  • 20. 20 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສາຫາລື ແມ່ນຖືກດຳເນີນການ ພາຍໃນໄລຍະ 6 ເດືອນ ນັບ ແຕ່ວັນໄດ້ຕອບຮັບເອກະສານແຈ້ງໃຫ້ກັນຊາບຂອງໂຄງ ການພັດທະນາ ຈາກປະເທດສະມາຊິກ ຄມສ ທີ່ໄດ້ຮັບ ເອກະສານ ດັ່ງກ່າວ ລໍາດັບທີ່ຕອບຮັບສຸດທ້າຍ; 3. ການເຮັດຂໍ້ຕົກລົງ: ໝາຍເຖິງການສະເໜີໃຫ້ມີການເຈ ລະຈາກັນຢ່າງຮອບດ້ານ ເພື່ອບັນລຸຄວາມເປັນເອກະພາບ ລະຫວ່າງ ປະເທດສະມາຊິກ ກ່ຽວກັບ ເງື່ອນໄຂຂອງໂຄງ ການທີ່ນໍາສະເໜີ ກ່ອນການນໍາໃຊ້ນໍ້າ. ສະຫຼຸບລວມແລ້ວ ຂັ້ນຕອນທີ່ກ່າວມາດ້ານເທິງ ແມ່ນໄດ້ ສ້າງໂອກາດໃຫ້ປະເທດສະມາຊິກ ຄມສ ມີການປຶກສາຫາ ລື ແລະ ຮ່ວມກັນທົບທວນໂຄງການພັດທະນາຢູ່ໃນປະເທດ ສະມາຊິກ ບົນພື້ນຖານອໍານາດອະທິປະໄຕ ແລະ ສະແດງ ເຖິງຄວາມເປັນຫ່ວງຕໍ່ກັບອານາເຂດ ແລະ ປະຊາຊົນຂອງ ຕົນ ທັງຍັງໄດ້ໃຊ້ສິດອັນຊອບທໍາໃນການສະແດງຈຸດຢືນ ແລະ ທັດສະນະຂອງຕົນ ເພື່ອພ້ອມກັນຫຼຸດຜ່ອນຜົນກະ ທົບຈາກການພັດທະນາດັ່ງກ່າວ ແລະ ຊຸກຍູ້ໃຫ້ການພັດທະ ນາ ແລະ ນໍາໃຊ້ນໍ້າຂອງໃຫ້ມີຄວາມຍືນຍົງ ທັງເປັນຊ່ອງ ທາງການເຜີຍແຜ່ຄວາມໂປ່ງໃສໃນການພັດທະນາ ໃຫ້ປະ ເທດສະມາຊິກ ຄມສ ແລະ ສາກົນ ພ້ອມທັງຫຼຸດຜ່ອນຫາງ ສຽງການຕໍ່ຕ້ານ ການພັດທະນາ ຂອງ ສປປ ລາວ ໂດຍສະ ເພາະ ແມ່ນການພັດທະນາເຂື່ອນໄຟຟ້າພະລັງນໍ້າ. ແຕ່ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍອັນສໍາຄັນ ແມ່ນຄວາມ ບໍ່ເປັນເອກະພາບກັນທາງດ້ານຂໍ້ມູນຕ່າງໆທີ່ນໍາໃຊ້ຂຽນບົດ ວິພາກເສດຖະກິດທາງດ້ານເນັກນິກ; ເວລາໃນການເລີ່ມ ຕົ້ນຂະບວນການປືກສາຫາລືລ່ວງໜ້າ; ການຮ່ວມມືຂອງ ປະເທດສະມາຊິກ ຄມສ ຫຼັງຈາກທີ່ສິ້ນສຸດ ຂະບວນການ ປືກສາຫາລືກັນລ່ວງໜ້າ (PC) ຂອງໂຄງການ ແລະ ຄວາມ ເຂົ້າໃຈເປັນເອກະພາບກັນ ຂອງປະເທດສະມາຊິກ ຄມສ ຕໍ່ກັບກອບໃນການຈັດຕັ້ງປະຕິບັດ ລະບຽບການ ດັ່ງກ່າວ ຍັງບໍ່ທັນຊັດເຈນເທົາທີ່ຄວນ. ແຫລ່ງທີ່ມາຂອງຂໍ້ມູນ: https://www.mrcmekong.org/assets/Publications/MRC- procedures-LA-for-web.pdf https://www.mrcmekong.org/assets/Publications/policies/ agreement-Apr95.pdf ຮຽບຮຽງໂດຍ: ກອງເລຂາ ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ.
  • 21. ສະບັບເດືອນ ເມສາ 2021 ການຕິດຕາມຈຸດສະສົມຄວາມຮ້ອນທົ່ວປະເທດຂອງປີ2020 ໂດຍນຳໃຊ້ເຕັກໂນໂລຊີສືບຢັ່ງທາງໄກ ແລະ ຂໍ້ມູນຂ່າວສານ ພູມສາດ 21 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຸດສະສົມຄວາມຮ້ອນ (Hotspot) ແມ່ນພື້ນທີ່ໃດໜຶ່ງ, ເຊິ່ງເປັນຈຸດທີ່ດາວທຽມກວດພົບຄ່າຄວາມຮ້ອນ (ຄື້ນລັງສີ ອິນຟາເຣດ ຫຼື ຣັງສີຄວາມຮ້ອນ) ທີ່ສູງຜິດປົກກະຕິເທິງພື້ນຜີວໂລກ ດ້ວຍອຸນຫະພູມທີ່ສູງກວ່າ 800 ອົງສາ. ຈຸດສະສົມ ຄວາມຮ້ອນເຫຼົ່ານີ້, ສ່ວນໃຫຍ່ແມ່ນເກີດຂື້ນຈາກຄວາມຮ້ອນຂອງໄຟປ່າທໍາມະຊາດ ຫຼື ມະນຸດສ້າງຂຶ້ນ. ຄືດັ່ງທີ່ໄດ້ຮັບຮູ້ນໍາກັນແລ້ວວ່າ “ໄຟປ່າ” ເປັນແຫຼ່ງກໍາເນີດຕົ້ນຕໍ ຂອງຈຸດສະສົມຄວາມຮ້ອນ, ຄວັນໄຟ ຫຼື ຝຸ່ນລະອອງທີ່ ລອຍຕົວຂຶ້ນຢູ່ໃນຊັ້ນບັນຍາກາດເປັນເວລາຫຼາຍຊົ່ວໂມງ. ເມື່ອຝຸ່ນລະອອງເຫຼົ່ານັ້ນ ມີການລວມຕົວ ແລະ ສະສົມຫຼາຍຂຶ້ນ ມັນກໍ່ຈະກາຍເປັນມົນລະພິດທາງອາກາດ ທີ່ມີສານເຄມີເຈືອປົນຢູ່ໃນປະລິມານທີ່ສູງເກີນຈາກລະດັບມາດຕະຖານ ທາງ ດ້ານຄຸນນະພາບອາກາດ. ມົນລະພິດທາງອາກາດເຫຼົ່ານີ້ ປະກອບດ້ວຍສານເຄມີຫຼາຍຊະນິດເຊັ່ນ: ຝຸ່ນລະອອງຂະໜາດ ນ້ອຍກວ່າ 2.5 ໄມຄຼອນ (PM 2.5), ຝຸ່ນລະອອງຂະໜາດນ້ອຍກວ່າ 10 ໄມຄຼອນ (PM 10), ອາຍແກັສ SO2 , NO2 , O3 , CO ແລະ VOC ແມ່ນສານລະເຫີຍທີ່ມີຜົນກະທົບຢ່າງຮ້າຍແຮງຕໍ່ຄຸນນະພາບຊີວິດຂອງຄົນ, ສັດ ແລະ ພືດ ລວມທັງລະ ບົບນິເວດທາງທໍາມະຊາດ. ໃນຊຸ່ມປີ 2019 ແລະ 2020 ຜ່ານມານີ້, ນັກວິຊາການພະແນກສືບຢັ່ງທາງໄກ ແລະ ແຜນທີ່, ສຄສຊສ ໄດ້ຕິດຕາມຈຸດ ສະສົມຄວາມຮ້ອນ (Hotspot) ທີ່ເກີດຈາກໄຟໃໝ້ປ່າຢູ່ບັນດາແຂວງໃນທົ່ວປະເທດ ໂດຍນໍາໃຊ້ເຕັກໂນໂລຊີສືບຢັ່ງທາງ ໄກ (ພາບຖ່າຍດາວທຽມ) ແລະ ລະບົບຂໍ້ມູນ-ຂ່າວສານດ້ານພູມສາດ. ຈຸດປະສົງຕົ້ນຕໍ ແມ່ນເພື່ອຕິດຕາມຈໍານວນຈຸດ ສະສົມຄວາມຮ້ອນ ພ້ອມທັງຕິດຕາມແຫຼ່ງມົນລະພິດທາງອາກາດ ທີ່ເກີດຂຶ້ນໃນບັນດາແຂວງ ທົ່ວປະເທດ ເພື່ອລາຍງານ ແລະ ເຜີຍແຜ່ຜົນການສຶກສາໃຫ້ແກ່ສັງຄົມ ແລະ ສະໜອງຂໍ້ມູນໃຫ້ແກ່ການນໍາ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ການຕິດຕາມຈຸດສະສົມຄວາມຮ້ອນຄັ້ງນີ້ ນັກວິຊາການໄດ້ໃຊ້ດາວທຽມ 2 ປະເພດຄື: ດາວທຽມ ທີ່ມີລະບົບ ເຊັນເຊີຣ໌ MODIS (ດາວທຽມ Terra ແລະ Aqua) ແລະ ດາວທຽມທີ່ມີລະບົບ ເຊັນເຊີຣ໌ ເຊີຣ໌ VIIRS (ດາວທຽມ Suomi-NPP ແລະ NOAA-20) (ຮູບພາບ 1-4)
  • 22. ຮູບພາບ 1: ດາວທຽມ Terra2 ຮູບພາບ 2: ດາວທຽມ Aqua3 ຮູບພາບ 3: ດາວທຽມ Suomi-NPP4 ຮູບພາບ 4: ດາວທຽມ NOAA-205 22 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ບັນດາແຫຼ່ງຂໍ້ມູນທີ່ນໍາໃຊ້ເຂົ້າໃນການສະແດງຜົນ ປະກອບດ້ວຍ 2 ປະເພດ ຂໍ້ມູນຫຼັກ ຄື: ຂໍ້ມູນຂອບເຂດພື້ນທີ່ ສປປ ລາວ ແບບ Polygon (Shape file) ແລະ ຂໍ້ມູນຈຸດສະສົມຮ້ອນລາຍວັນຈາກດາວທຽມ Aqua/ Terra, ເຊີ່ງພາບຖ່າຍດາວທຽມດັ່ງກ່າວ ຈະມີຄວາມລະອຽດຈຸດພາບຖ່າຍ ດາວທຽມ (Pixel Size) ຢູ່ທີ່ 1 x 1 ກິໂລແມັດ ຫຼື (1000 ແມັດ x 1000 ແມັດ)ເຊີ່ງມີຂະໜາດເທົ່າກັບເນື້ອທີ່ຕົວຈິງເທິງໜ້າໂລກຢູ່ທີ່1ກິໂລຕາແມັດ (Cell Grid). ຈາກຜົນຂອງການຕິດຕາມຈຸດສະສົມຄວາມຮ້ອນ ລະຫວ່າງ ເດືອນ ມັງກອນ ຫາ ເດືອນມິຖຸນາ ປີ 2020 ຜ່ານມາພົບວ່າ: ຈໍານວນຈຸດສະສົມ ຄວາມຮ້ອນທົ່ວປະເທດມີທັງໝົດ 46.408 ຈຸດ. ໃນນັ້ນ, ເດືອນມີນາ ແລະ ເດືອນ ເມສາ ແມ່ນຫຼາຍກວ່າໝູ່ (ເດືອນມີນາ ມີ 24.774 ຈຸດ ກວມ 53,40% ແລະເດືອນ ເມສາ ມີ 13.096 ຈຸດ ກວມ 28,23%). ສໍາລັບ ພື້ນທີ່ເກີດຈຸດ ສະສົມຄວາມຮ້ອນຫຼາຍກວ່າໝູ່ ແມ່ນຢູ່ເຂດພາກເໜືອ ໂດຍສະເພາະ 4 ແຂວງຄື: ຫຼວງພະບາງ ມີ 6.379 ຈຸດ ກວມ 13,75%, ອຸດົມໄຊ ມີ 4.053 ຈຸດ ກວມ 8,74%, ໄຊຍະບຸລີ ມີ 4.051 ຈຸດ ກວມ 8,73% ແລະ ຫົວພັນ ມີ 3.600 ຈຸດ ກວມ 7,76%. ຖັດມາ ແມ່ນເຂດພາກກາງ ມີ 11.300 ຈຸດ ກວມ 24,35% ແລະ ລະດັບສຸດທ້າຍ ແມ່ນເຂດພາກໃຕ້ ມີ 6.104 ຈຸດ ກວມ13,15% (ເບິ່ງຕາຕະລາງ 1 ແລະ ຮູບພາບ 5, 6). ຕາຕະລາງ 1: ສັງລວມຈຸດສະສົມຄວາມຮ້ອນ ທົ່ວປະເທດ ປີ 2020 ລະ ຫັດ ຊື່ແຂວງ ຈຸດສະສົມຄວາມຮ້ອນ ທົ່ວປະເທດ ປີ 2020 ຈໍານວນ ລວມ ເປີເຊັນ (%) ເດືອນ 1 ເດືອນ 2 ເດືອນ 3 ເດືອນ 4 ເດືອນ 5 ເດືອນ 6 01 ນຄ. ວຽງຈັນ 54 86 220 113 8 - 481 1,04 02 ຜົ້ງສາລີ 38 82 1.154 1.039 153 2 2.468 5,32 03 ຫຼວງນໍ້າທາ 30 80 1.354 1.472 34 - 2.970 6,40 04 ອຸດົມໄຊ 13 71 2.270 1.559 140 - 4.053 8,74 05 ບໍ່ແກ້ວ 7 24 1.079 1.393 74 - 2.577 5,56 06 ຫຼວງຫຼວງພະບາງ 77 252 3.863 1.897 290 - 6.379 13,75 07 ໄຊຍະບູລີ 91 502 2.615 812 29 2 4.051 8,73 08 ຫົວພັນ 63 322 1.723 1.208 281 3 3.600 7,76 09 ຊຽງຂວາງ 95 488 1.844 448 31 - 2.906 6,26 10 ວຽງຈັນ 93 279 1.419 1.113 91 - 2.995 6,46 11 ບໍລິຄຳໄຊ 98 557 754 722 47 3 2.181 4,70 12 ຄຳມ່ວນ 84 372 1.098 134 10 - 1.698 3,66 13 ສະຫວັນນະເຂດ 76 515 1.882 257 11 3 2.744 5,92 14 ສາລະວັນ 60 412 829 123 2 - 1.426 3,07 15 ຈຳປາສັກ 315 795 571 124 15 1 1.821 3,93 16 ເຊກອງ 26 178 634 123 2 - 963 2,08 17 ອັດຕະປື 127 550 951 219 21 26 1.894 4,08 18 ໄຊສົມບູນ 49 281 514 340 14 3 1.201 2,59 ລວມທັງໝົດ 1.396 5.846 24.774 13.096 1.253 43 46.408 100,00 ສູງສຸດ 315 795 3.863 1.897 290 26 6.379 13,75 ຕໍ່າສຸດ 7 24 220 113 2 1 481 1,04
  • 23. ສະບັບເດືອນ ເມສາ 2021 23 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ບາງຄໍາແນະນໍາ ກ່ຽວກັບ ຈຸດສະສົມຄວາມຮ້ອນໃນ ແຕ່ລະພາກ ໂດຍອີງໃສ່ຜົນຂອງການຕິດຕາມມີ ດັ່ງນີ້: 1. ເຂດພາກເໜືອປະກອບ ມີ 8 ແຂວງຄື: ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະ ບູລີ, ຫົວພັນ ແລະ ຊຽງຂວາງ ແຕ່ລະແຂວງ ແມ່ນມີ ຈໍານວນຈຸດສະສົມຄວາມຮ້ອນຫຼາຍກ່ວາ2.000ຈຸດ ຂຶ້ນໄປ. ຖືວ່າເປັນພື້ນທີ່ ທີ່ມີຄວາມສ່ຽງສູງຕໍ່ການ ເກີດມົນລະພິດທາງອາກາດ ແລະ ສະພາບການ ປ່ຽນແປງດິນຟ້າອາກາດ. ບັນດາແຂວງເຫຼົ່ານີ້ ຄວນ ຈະຕ້ອງໄດ້ເອົາໃຈໃສ່ໃນການຫຼຸດຜ່ອນການຖາງ ປ່າເຮັດໄຮ່ ແລະ ຈູດປ່າຊະຊາຍ ເພື່ອຫຼຸດຜ່ອນຈຸດ ສະສົມຄວາມຮ້ອນ, ຄວັນໄຟ ຫຼື ຝຸ່ນລະອອງ ທີ່ຈະ ກາຍເປັນແຫຼ່ງມູນລະພິດທາງອາກາດ; 2. ເຂດພາກກາງປະກອບມີ 6 ແຂວງຄື: ນະຄອນ ຫຼວງວຽງຈັນ, ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາ ມ່ວນ ແລະ ສະຫວັນນະເຂດ ໃນນັ້ນ ມີ 3 ແຂວງຄື: ວຽງຈັນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ມີຈໍາ ນວນຈຸດສະສົມຄວາມຮ້ອນຫຼາຍກ່ວາ2.000ຈຸດ.ຖື ວ່າ ເປັນແຂວງທີ່ຍັງມີຄວາມສ່ຽງຕໍ່ການເກີດມົນລະພິດ ທາງອາກາດ ແລະ ສະພາບການປ່ຽນແປງດິນຟ້າອາກາດ ເຊິ່ງຈະຕ້ອງໄດ້ເອົາໃຈໃສ່ ຄືກັບ ບັນດາແຂວງ ເຂດພາກ ເໜືອ; 3. ເຂດພາກໃຕ້ປະກອບມີ 4 ແຂວງຄື: ສາລະວັນ, ຈຳປາ ສັກ, ເຊກອງ ແລະ ອັດຕະປື ແຕ່ລະແຂວງມີ ຈໍານວນຈຸດ ສະສົມຄວາມຮ້ອນຕໍ່າກ່ວາ 2.000 ຈຸດ. ຖືວ່າເປັນພື້ນທີ່ທີ່ ມີຄວາມສ່ຽງປານກາງຕໍ່ການເກີດມົນລະພິດທາງອາກາດ ແລະ ສະພາບການປ່ຽນແປງດິນຟ້າອາກາດ ທີ່ເກີດຈາກ ຈຸດສະສົມຄວາມຮ້ອນ ຫຼື ໄຟໄໝ້ປ່າ. ຮູບພາບ 5: ແຜນທີ່ຈຸດສະສົມຄວາມຮ້ອນ ທົ່ວປະເທດ ປີ 2020
  • 24. 24 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຸດສະສົມຄວາມຮ້ອນ ຢູ່ ສປປ ລາວ ຖ້າສົມທຽບໃສ່ຕົວເລກຂອງອາຊຽນ ຫຼື ປະເທດອ້ອມຂ້າງ ແມ່ນຂ້ອນຂ້າງຢູ່ໃນ ລະດັບສູງ. ເຖີງຢ່າງໃດກໍ່ຕາມ, ບັນດາຕົວເລກເຫຼົ່ານີ້ ແມ່ນໄດ້ມາຈາກພາບຖ່າຍດາວທຽມ, ນັກວິຊາການຍັງບໍ່ສາມາດ ຢັ້ງຢືນຄວາມຖືກຕ້ອງ ແລະ ຮັບຮອງໄດ້. ເນື່ອງຈາກວ່າ ຍັງບໍ່ທັນໄດ້ດໍາເນີນການກວດສອບຄວາມຖືກຕ້ອງ ລະຫວ່າງ ຂໍ້ມູນຈາກພາບຖ່າຍດາວທຽມ ແລະ ຂໍ້ມູນພາກສະໜາມຕົວຈິງ. ເພື່ອພັດທະນາ ແລະ ປັບປຸງຂໍ້ມູນຈຸດສະສົມຄວາມຮ້ອນ ໃຫ້ມີຄຸນນະພາບ ສາມາດຢັ້ງຢືນຄວາມຖືກຕ້ອງ ແລະ ຮັບຮອງໄດ້ນັ້ນ ແມ່ນມີຄວາມຈໍາເປັນຕ້ອງໄດ້ລົງພາກສະໜາມສໍາ ຫຼວດເບິ່ງຈຸດເກີດໄຟໄໝ້ປ່າ ທີ່ຈະເກີດມູນລະພິດທາງອາກາດ. ທິດທາງແຜນການຕໍ່ໜ້າ ຂອງພະແນກສືບຢັ່ງທາງໄກ ແລະ ແຜນທີ່, ສຄສຊສ ມີດັ່ງນີ້: 1. ລົງສໍາຫຼວດ, ເກັບກໍາຂໍ້ມູນ ແລະ ສ້າງແຜນທີ່ສະແດງ ແຫຼ່ງທີ່ມາຂອງມົນລະພິດ ແລະ ຈຸດສະສົມຄວາມຮ້ອນຢູ່ 4 ແຂວງພາກເໜືອຄື: ຫຼວງພະບາງ, ອຸດົມໄຊ, ໄຊຍະບຸລີ ແລະ ຫົວພັນ ເພື່ອເປັນກໍລະນີສຶກສາ; 2. ປະເມີນແຫຼ່ງທີ່ມາຂອງມົນລະພິດທາງອາກາດ ແລະ ສົມທຽບ ຈຸດສະສົມຄວາມຮ້ອນ ລະຫວ່າງປີ 2020 ແລະ 2021 ຈາກຂໍ້ມູນດາວທຽມທີ່ມີລະບົບເຊັນເຊີຣ໌ MODIS (ດາວທຽມ Terra ແລະ Aqua): 3. ສຶບຕໍ່ຕິດຕາມກວດກາຄຸນນະພາບທາງອາກາດ ແລະ ຈຸດສະສົມຄວາມຮ້ອນ ເພື່ອສ້າງຖານຂໍ້ມູນສະຖິຕິ ປະຈໍາປີ 2021 ໃຫ້ມີຄຸນນະພາບ ສາມາດເຜີຍແຜ່ອອກສູ່ສັງຄົມ ແລະ ສະໜອງຂໍ້ມູນໃຫ້ແກ່ການນໍາ ກຊສ ແລະ ຂະແໜງການ ທີ່ກ່ຽວຂ້ອງ. ໂດຍ: ພະແນກສືບຢັ່ງທາງໄກ ແລະ ແຜນທີ່, (ສຄສຊສ) 1 https://firms.modaps.eosdis.nasa.gov/map/#d:2021-01-10..2021-01-11;@0.0,0.0,3z 2 https://terra.nasa.gov/about/terra-instruments/modis 3 https://aqua.nasa.gov/modis 4 https://www. nasa.gov/mission pages/NPP/main/index.html 5 https://ncc.nesdis.noaa.gov/NOAA-20/NOAA20VIIRS.php 6 ແຫຼ່ງຂໍ້ມູນ: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ, 2020 ຮູບພາບ 7: ຕົວຢ່າງ ຈຸດສະສົມຄວາມຮ້ອນທີ່ເກີດຈາກໄຟໃໝ້ປ່າ ເຂດພື້ນທີ່ປ່າສະຫງວນນ້ຳການ6
  • 25. ສະບັບເດືອນ ເມສາ 2021 25 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
  • 26. 26 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
  • 27. ສະບັບເດືອນ ເມສາ 2021 27 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
  • 28. 28 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
  • 29. ສະບັບເດືອນ ເມສາ 2021 29 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
  • 30. 30 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
  • 31. ສະບັບເດືອນ ເມສາ 2021 ການຄອບຄອງທີ່ດິນຂອງບຸກຄົນອື່ນ ເກີນກວ່າ 20 ປີ ດ້ວຍຄວາມບໍລິສຸດໃຈ ເຈົ້າຂອງເດີມສາມາດທວງເອົາຄືນ ຈາກຜູ້ຄອບຄອງນັ້ນໄດ້ ຫຼື ບໍ ? ການເສຍສັນຊາດລາວ ເປັນສາເຫດພາໃຫ້ສິ້ນສຸດສິດນຳໃຊ້ທີ່ດິນ ຫຼື ບໍ ? 31 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ການຄອບຄອງ ແລະ ນໍາໃຊ້ທີ່ດິນຂອງບຸກຄົນອື່ນ ດ້ວຍຄວາມບໍລິສຸດໃຈ, ຢ່າງເປີດເຜີຍ, ຕໍ່ເນື່ອງ ແລະ ສະຫງົບ ຄືກັນກັບຕົນເອງເປັນເຈົ້າຂອງ ເປັນເວລາ 20 ປີ ຖືວ່າໄດ້ສິດນໍາໃຊ້ທີ່ດິນຕາມອາຍຸຄວາມໄດ້ສິດ ແລະ ເປັນສາເຫດໜຶ່ງ ຂອງການການສິ້ນສຸດສິດນໍາໃຊ້ທີ່ດິນ ໃນກໍລະນີດັ່ງກ່າວເຖິງແມ່ນວ່າ ເຈົ້າຂອງສິດນໍາໃຊ້ທີ່ດິນເດີມຈະມີເອກະສານມາຢັ້ງ ຢືນ ກ່ຽວກັບ ທີ່ດິນຕອນດັ່ງກ່າວກໍຕາມ ແມ່ນຈະໝົດສິດທວງເອົາທີ່ດິນຕອນນັ້ນຄືນ ແລະ ຜູ້ທີ່ຄອບຄອງທີ່ດິນນັ້ນເປັນ ເຈົ້າຄອງສິດນໍາໃຊ້ທີ່ດິນຕອນດັ່ງກ່າວ ຖືກຕ້ອງຕາມກົດໝາຍ. ການຄອບຄອງດ້ວຍຄວາມບໍລິສຸດໃຈ ແມ່ນການຄອບຄອງ ໂດຍບໍ່ຮູ້ວ່າຊັບສິ່ງຂອງທີ່ຕົນຄອບຄອງຢູ່ນັ້ນ ຍັງເປັນ ກໍາມະສິດຂອງບຸກຄົນອື່ນ ຊຶ່ງສັນນິຖານໄດ້ຈາກການນໍາໃຊ້ຊັບສິ່ງຂອງສະຫງົບ, ຢ່າງເປີດເຜີຍ ແລະ ຕໍ່ເນື່ອງ. ສ່ວນການ ຄອບຄອງດ້ວຍຄວາມບໍ່ບໍລິສຸດໃຈ ແມ່ນການຄອບຄອງ ໂດຍຮູ້ ຫຼື ຄວນຮູ້ວ່າ ຊັບສິ່ງຂອງທີ່ຕົນຄອບຄອງຢູ່ນັ້ນ ຍັງເປັນກໍາ ມະສິດຂອງບຸກຄົນອື່ນ ຊຶ່ງສັນນິຖານໄດ້ຈາກການນໍາໃຊ້ບໍ່ສະຫງົບ, ຢ່າງປິດລັບ ແລະ ບໍ່ຕໍ່ເນື່ອງ. ການເສຍສັນຊາດລາວ ເປັນສາເຫດພາໃຫ້ສິ້ນສຸດສິດນຳໃຊ້ທີ່ດິນ ຊຶ່ງຕາມກົດໝາຍແລ້ວ ພົນລະເມືອງລາວ ທີ່ ເສຍສັນຊາດລາວ ເປັນສາເຫດໜຶ່ງທີ່ພາໃຫ້ສິ້ນສຸດສິດນໍາໃຊ້ທີ່ດິນ ຕາມກົດໝາຍ. ຊຶ່ງຜູ້ທີ່ຈະໄດ້ຮັບສິດນໍາໃຊ້ທີ່ດິນ ແມ່ນ ມີແຕ່ພົນລະເມືອງລາວເທົ່ານັ້ນ ໃນນີ້ມີບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ເປັນພົນລະເມືອງລາວ (ນິຕິບຸກຄົນ ຫຼື ການຈັດ ຕັ້ງພາຍໃນ). ພົນລະເມືອງລາວ ຜູ້ທີ່ມີສິດນໍາໃຊ້ທີ່ດິນ ແມ່ນຜູ້ທີ່ມີໃບຕາດິນຖືກຕ້ອງຕາມກົດໝາຍ ຊຶ່ງປະກອບມີ 5 ສິດ ຄື: 1) ສິດປົກປັກຮັກສາທີ່ດິນ, 2) ສິດຊົມໃຊ້ທີ່ດິນ, 3) ສິດໄດ້ຮັບໝາກຜົນຈາກທີ່ດິນ, 4) ສິດໂອນສິດນໍາໃຊ້ທີ່ດິນ ແລະ 5) ສິດສືບທອດສິດນຳໃຊ້ທີ່ດິນ. ພົນລະເມືອງລາວ ໝາຍເຖິງ ຜູ້ທີ່ຖືສັນຊາດລາວ ຊຶ່ງສັນຊາດລາວໄດ້ມາຈາກການເກີດ, ການຮັບເຂົ້າສັນຊາດ ລາວ, ການໄດ້ສັນຊາດລາວຄືນ, ສັນຊາດຂອງເດັກ ຊຶ່ງພໍ່ ແລະ ແມ່ ເປັນພົນລະເມືອງ, ສັນຊາດຂອງເດັກ ຊຶ່ງພໍ່ ຫຼື ແມ່ ເປັນພົນລະເມືອງ, ສັນຊາດຂອງເດັກ ຊຶ່ງພໍ່ ແລະ ແມ່ ເປັນຄົນບໍ່ມີສັນຊາດ, ສັນຊາດຂອງເດັກ ທີ່ບໍ່ຮູ້ວ່າຜູ້ໃດເປັນ ພໍ່ ແລະ ແມ່ ແລະ ການຮັບຜູ້ທີ່ມີເຊື້ອຊາດລາວເຂົ້າສັນຊາດລາວ.
  • 32. 32 ສະບັບເດືອນ ເມສາ 2021 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສາມາດອ່ານເພິ່ມເຕີມໄດ້ ມາດຕາ 51 ອາຍຸຄວາມໄດ້ສິດ (ປະມວນກົດໝາຍແພ່ງ) ມາດຕາ 147 ການສິ້ນສຸດສິດນໍາໃຊ້ທີ່ດິນ ຂໍ້ 11 (ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019) ມາດຕາ 237 ການຄອບຄອງດ້ວຍຄວາມບໍລິສຸດໃຈ ແລະ ບໍ່ບໍລິສຸດໃຈ (ປະມວນກົດໝາຍແພ່ງ) ມາດຕາ 147 ການສິ້ນສຸດສິດນໍາໃຊ້ທີ່ດິນ ຂໍ້ 5 (ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019) ມາດຕາ 3, 133, 134, 135, 136, 137 ແລະ 138 (ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019) ມາດຕາ 2 ວັກ 2, ມາດຕາ 13, 14, 15, 16, 17, 18 ແລະ 19 (ກົດໝາຍວ່າດ້ວຍສັນຊາດລາວ ສະບັບປັບປຸງປີ 2017)
  • 33. ສະບັບເດືອນ ເມສາ 2021 33 ວາລະສານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກົດໝາຍ ວ່າດ້ວຍ ທີ່ດິນ ສະບັບປັບປຸງ 2019 (ຕໍ່ຈາກສະບັບກ່ອນ) ພາກທີ VI ການບໍລິຫານທີ່ດິນ ມາດຕາ 89 (ໃໝ່) ການບໍລິຫານທີ່ດິນ ການບໍລິຫານທີ່ດິນ ມີດັ່ງນີ້: 1. ລະບົບຂໍ້ມູນ ຂ່າວສານທີ່ດິນ; 2. ລະບົບທະບຽນທີ່ດິນ; 3. ການຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ; 4. ການປະເມີນລາຄາທີ່ດິນ; 5. ທຸລະກໍາກ່ຽວກັບທີ່ດິນ; 6. ການເກັບລາຍຮັບຈາກທີ່ດິນ. ໝວດທີ 1 ລະບົບຂໍ້ມູນຂ່າວສານທີ່ດິນ ມາດຕາ 90 (ໃໝ່) ລະບົບຂໍ້ມູນ ຂ່າວສານທີ່ດິນ ລະບົບຂໍ້ມູນ ຂ່າວສານທີ່ດິນ ແມ່ນເຄື່ອງມືພື້ນຖານອັນຈຳເປັນທີ່ນຳໃຊ້ເຕັກໂນໂລຊີທັນສະໄໝຮັບໃຊ້ໃຫ້ແກ່ການ ຄຸ້ມຄອງ ແລະ ບໍລິຫານທີ່ດິນ ເພື່ອຮັບປະກັນຄຸນນະພາບ, ຄວາມສະດວກ, ທັນການ, ວ່ອງໄວ ແລະ ຊັດເຈນ ໃນການນໍາ ໃຊ້ຂໍ້ມູນຂ່າວສານເຂົ້າໃນວຽກງານທີ່ດິນ ໃຫ້ມີປະສິດທິຜົນ. ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮັບຜິດຊອບສ້າງ, ປັບປຸງ, ຄຸ້ມຄອງ ແລະ ນຳໃຊ້ລະບົບ ຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ແກ່ການເກັບລາຍຮັບຈາກທີ່ດິນ ຂອງຂະແໜງການການເງິນ ແລະ ໃຫ້ເຊື່ອມຕໍ່ກັບລະບົບຂໍ້ມູນສະຖິຕິແຫ່ງຊາດ ໂດຍປະສານສົມທົບກັບກະຊວງ, ອົງການອື່ນ ແລະ ອົງການປົກຄອງທ້ອງ ຖິ່ນ ທີ່ກ່ຽວຂ້ອງ. ຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນຮັບຜິດຊອບສ້າງຖານຂໍ້ມູນຂ່າວສານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເປັນບ່ອນອີງໃຫ້ແກ່ການເກັບລາຍຮັບຈາກທີ່ດິນຂອງຂະແໜງການ ການ ເງິນ ແລະ ໃຫ້ເຊື່ອມຕໍ່ກັບລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ແລະ ມີການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ. ຂະແໜງການ ຄຸ້ມຄອງການນໍາໃຊ້ທີ່ດິນຕາມຂະແໜງການ ຮັບຜິດຊອບສ້າງ, ປັບປຸງ, ຄຸ້ມຄອງ ແລະ ນຳໃຊ້ຖານ ຂໍ້ມູນຂ່າວສານ ກ່ຽວກັບ ການນຳໃຊ້ທີ່ດິນຂອງຕົນ ໂດຍເຊື່ອມຕໍ່ກັບລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ດ້ວຍການປະ ສານສົມທົບກັບຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການອື່ນ ແລະ ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ ລວມທັງສະໜອງຂໍ້ມູນ ກ່ຽວກັບ ການນຳໃຊ້ທີ່ດິນໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມາດຕາ 91 (ໃໝ່) ການເຂົ້າເຖິງ ແລະ ການນຳໃຊ້ຂໍ້ມູນ ຂ່າວສານ ກ່ຽວກັບ ທີ່ດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນຂ່າວສານ ກ່ຽວກັບ ທີ່ດິນໃນລະບົບຂໍ້ມູນ ຂ່າວສານທີ່ດິນແຫ່ງຊາດ ໂດຍໃຫ້ເສຍຄ່າທຳນຽມ ແລະ ຄ່າບໍລິການຕາມລະບຽບການ.